ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ21 ກໍລະກົດ ໜ້າ 9
  • ເຂົ້າເຖິງຫົວໃຈ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຂົ້າເຖິງຫົວໃຈ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເລື່ອງທີ່ຄ້າຍກັນ
  • ເພີ່ມຄວາມສຸກໃນວຽກຮັບໃຊ້—ໃຊ້ຄຳຖາມ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເພີ່ມຄວາມສຸກໃນວຽກຮັບໃຊ້—ໃຊ້ຄຳພີໄບເບິນ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ຍອມໃຫ້ພະເຢໂຫວາຊ່ວຍໂດຍການອະທິດຖານ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ຊ່ວຍ ນັກສຶກສາໃຫ້ເຊົານິດໄສທີ່ບໍ່ສະອາດ.
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ຄມປ21 ກໍລະກົດ ໜ້າ 9

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ | ເພີ່ມ​ຄວາມ​ສຸກ​ໃນ​ວຽກ​ຮັບໃຊ້

ເຂົ້າ​ເຖິງ​ຫົວໃຈ

ການ​ເຊື່ອ​ຟັງ​ພະເຈົ້າ​ຕ້ອງ​ມາ​ຈາກ​ຫົວໃຈ. (ສຸພາ 3:1) ສະນັ້ນ ເມື່ອ​ເຮົາ​ສອນ​ຄຳພີ​ໄບເບິນ ເຮົາ​ຈຶ່ງ​ຕ້ອງ​ພະຍາຍາມ​ເຂົ້າ​ເຖິງ​ຫົວໃຈ​ຜູ້​ຟັງ​ຂອງ​ເຮົາ. ແຕ່​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

ຢ່າ​ພຽງ​ແຕ່​ສອນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໃຫ້​ກັບ​ນັກ​ສຶກສາ ແຕ່​ເຈົ້າ​ຕ້ອງ​ຊ່ວຍ​ລາວ​ໃຫ້​ເອົາ​ສິ່ງ​ທີ່​ຮຽນ​ໄປ​ໃຊ້​ໃນ​ຊີວິດ​ແລະ​ຊ່ວຍ​ລາວ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ. ຊ່ວຍ​ລາວ​ໃຫ້​ເຫັນ​ວ່າ​ມາດຕະຖານ​ໃນ​ຄຳພີ​ໄບເບິນ​ສະທ້ອນ​ເຖິງ​ຄວາມ​ຮັກ ຄວາມ​ດີ ແລະ​ຄວາມ​ຍຸຕິທຳ​ຂອງ​ພະເຈົ້າ​ແນວ​ໃດ. ຮູ້ຈັກ​ໃຊ້​ຄຳຖາມ​ເພື່ອ​ກະຕຸ້ນ​ນັກ​ສຶກສາ​ໃຫ້​ຄິດ​ວ່າ​ລາວ​ຮູ້ສຶກ​ແນວ​ໃດ​ກັບ​ສິ່ງ​ທີ່​ລາວ​ຮຽນ. ຊ່ວຍ​ລາວ​ໃຫ້​ຫາ​ເຫດຜົນ​ວ່າ​ລາວ​ຈະ​ໄດ້​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ທີ່​ລາວ​ປັບ​ປ່ຽນ​ຄວາມ​ຄິດ​ແລະ​ການ​ກະທຳ​ທີ່​ບໍ່​ຖືກຕ້ອງ. ເມື່ອ​ເຈົ້າ​ເຫັນ​ນັກ​ສຶກສາ​ຮັກ​ພະ​ເຢໂຫວາ​ຈາກ​ຫົວໃຈ ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.

ເບິ່ງ​ວິດີໂອ​ມີ​ຄວາມ​ສຸກ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ—ປັບ​ປຸງ​ຄວາມ​ສາມາດ​ຂອງ​ເຈົ້າ—ການ​ເຂົ້າ​ເຖິງ​ຫົວໃຈ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ມີ​ຄວາມ​ສຸກ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ—ປັບ​ປຸງ​ຄວາມ​ສາມາດ​ຂອງ​ເຈົ້າ—ການ​ເຂົ້າ​ເຖິງ​ຫົວໃຈ.’ ນີຕ້າ​ຖາມ​ເຈ​ດີ້​ຕອນ​ທີ່​ສຶກສາ​ຄຳພີ​ໄບເບິນ​ນຳ​ກັນ.

    ເປັນ​ຫຍັງ​ນີຕ້າ​ຈຶ່ງ​ຖາມ​ເຈ​ດີ້​ວ່າ: “ເຈົ້າ​ຄິດ​ແນວ​ໃດ​ກັບ​ເລື່ອງ​ທີ່​ເຮົາ​ລົມ​ກັນ​ມື້​ວັນ​ຈັນ?”

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ມີ​ຄວາມ​ສຸກ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ—ປັບ​ປຸງ​ຄວາມ​ສາມາດ​ຂອງ​ເຈົ້າ—ການ​ເຂົ້າ​ເຖິງ​ຫົວໃຈ.’ ນີຕ້າ​ຫາ​ເຫດຜົນ​ຈາກ​ຄຳພີ​ໄບເບິນ.

    ນີຕ້າ​ຊ່ວຍ​ເຈ​ດີ້​ແນວ​ໃດ​ໃຫ້​ເຫັນ​ວ່າ​ການ​ທີ່​ພະ​ເຢໂຫວາ​ຕັ້ງ​ມາດຕະຖານ​ໃນ​ຄຳພີ​ໄບເບິນ​ເປັນ​ຍ້ອນ​ເພິ່ນ​ຮັກ​ເຈ​ດີ້?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ມີ​ຄວາມ​ສຸກ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ—ປັບ​ປຸງ​ຄວາມ​ສາມາດ​ຂອງ​ເຈົ້າ—ການ​ເຂົ້າ​ເຖິງ​ຫົວໃຈ.’ ເຈ​ດີ້​ຟັງ​ນີຕ້າ.

    ຖ້າ​ເຮົາ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ນັກ​ສຶກສາ ລາວ​ກໍ​ຈະ​ຖືກ​ກະຕຸ້ນ​ໃຫ້​ກ້າວ​ໜ້າ

    ນີຕ້າ​ຊ່ວຍ​ເຈ​ດີ້​ແນວ​ໃດ​ໃຫ້​ຮູ້​ວິທີ​ທີ່​ຈະ​ສະແດງ​ວ່າ​ລາວ​ຮັກ​ພະເຈົ້າ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌