ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ21 ກໍລະກົດ ໜ້າ 3
  • ສະແດງຄວາມເຫັນອົກເຫັນໃຈ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສະແດງຄວາມເຫັນອົກເຫັນໃຈ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເລື່ອງທີ່ຄ້າຍກັນ
  • ເພີ່ມຄວາມສຸກໃນວຽກຮັບໃຊ້—ໃຊ້ຄຳຖາມ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເຂົ້າເຖິງຫົວໃຈ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເພີ່ມຄວາມສຸກໃນວຽກຮັບໃຊ້—ໃຊ້ຄຳພີໄບເບິນ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ຍອມໃຫ້ພະເຢໂຫວາຊ່ວຍໂດຍການອະທິດຖານ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ຄມປ21 ກໍລະກົດ ໜ້າ 3

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ | ເພີ່ມ​ຄວາມ​ສຸກ​ໃນ​ວຽກ​ຮັບໃຊ້

ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ

ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແມ່ນ​ການ​ທີ່​ເຮົາ​ເຂົ້າ​ໃຈ​ຄວາມ​ຄິດ ຄວາມ​ຮູ້ສຶກ ຄວາມ​ຕ້ອງການ ແລະ​ເຫັນ​ຄຸນຄ່າ​ຄົນ​ອື່ນ. ເມື່ອ​ເຮົາ​ເຫັນ​ອົກ​ເຫັນ​ໃຈ ຄົນ​ອື່ນ​ກໍ​ຈະ​ຮັບ​ຮູ້​ໄດ້​ຍ້ອນ​ເຫັນ​ວ່າ​ເຮົາ​ຢາກ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ແທ້ໆ. ເມື່ອ​ເຮົາ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ໃນ​ວຽກ​ຮັບໃຊ້ ເຮົາ​ກໍ​ກຳລັງ​ສະທ້ອນ​ຄວາມ​ຮັກ​ແລະ​ຄວາມ​ຫ່ວງໃຍ​ຂອງ​ພະ​ເຢໂຫວາ ແລະ​ນີ້​ຈະ​ດຶງ​ດູດ​ໃຫ້​ຫຼາຍ​ຄົນ​ຢາກ​ມາ​ຮູ້ຈັກ​ເພິ່ນ.—ຟລປ 2:4

ການ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ບໍ່​ໄດ້​ເປັນ​ພຽງ​ວິທີ​ໜຶ່ງ​ຂອງ​ການ​ສອນ ການ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ສະແດງ​ອອກ​ໂດຍ​ການ​ຕັ້ງ​ໃຈ​ຟັງ ແລະ​ວິທີ​ທີ່​ເຮົາ​ເວົ້າ​ລວມ​ເຖິງ​ຄວາມ​ຄິດ ທ່າ​ທາງ ແລະ​ການ​ສະແດງ​ສີ​ໜ້າ​ຂອງ​ເຮົາ​ນຳ. ເຮົາ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ໄດ້​ໂດຍ​ສົນ​ໃຈ​ຄົນ​ນັ້ນ​ແທ້ໆ. ສັງເກດ​ວ່າ​ລາວ​ມັກ​ຫຍັງ ເຊື່ອ​ຫຍັງ ແລະ​ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ລາວ​ເປັນ​ແນວ​ໃດ. ເຮົາ​ໃຫ້​ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ແລະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແຕ່​ກໍ​ບໍ່​ກົດ​ດັນ​ລາວ​ໃຫ້​ປ່ຽນ​ແປງ​ໂຕ​ເອງ. ເມື່ອ​ຄົນ​ອື່ນ​ຍອມ​ຮັບ​ຄວາມ​ຊ່ວຍ​ເຫຼືອ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ໃນ​ວຽກ​ຮັບໃຊ້​ຫຼາຍ​ຂຶ້ນ.

ເບິ່ງ​ວິດີໂອ​ມີ​ຄວາມ​ສຸກ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ—ປັບ​ປຸງ​ຄວາມ​ສາມາດ​ຂອງ​ເຈົ້າ—ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ມີ​ຄວາມ​ສຸກ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ—ປັບ​ປຸງ​ຄວາມ​ສາມາດ​ຂອງ​ເຈົ້າ—ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ.’ ໃນ​ຮ້ານ​ກາເຟ​ຮ້ານ​ໜຶ່ງ ເຈດີ້​ບອກ​ວ່າ​ມື້​ນີ້​ສຶກສາ​ບໍ່​ໄຫວ.

    ນີຕ້າ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແນວ​ໃດ​ຕອນ​ທີ່​ເຈດີ້​ມາ​ຊ້າ?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ມີ​ຄວາມ​ສຸກ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ—ປັບ​ປຸງ​ຄວາມ​ສາມາດ​ຂອງ​ເຈົ້າ—ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ.’ ນີຕ້າ​ຟັງ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ.

    ນີຕ້າ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແນວ​ໃດ​ຕອນ​ທີ່​ເຈດີ້​ບອກ​ວ່າ​ມື້​ນີ້​ສຶກສາ​ບໍ່​ໄຫວ?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ມີ​ຄວາມ​ສຸກ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ—ປັບ​ປຸງ​ຄວາມ​ສາມາດ​ຂອງ​ເຈົ້າ—ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ.’ ນີຕ້າ​ຊ່ວຍ​ເຈດີ້​ຈັດ​ຫ້ອງ​ທີ່​ຮົກ​ຂອງ​ລາວ.

    ເມື່ອ​ເຮົາ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ກໍ​ຈະ​ດຶງ​ດູດ​ຫຼາຍ​ຄົນ​ໃຫ້​ຢາກ​ມາ​ຮູ້ຈັກ​ພະ​ເຢໂຫວາ

    ນີຕ້າ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແນວ​ໃດ​ຕອນ​ທີ່​ເຈດີ້​ບອກ​ວ່າ​ໂຕ​ເອງ​ເປັນ​ຄົນ​ບໍ່​ມີ​ລະບຽບ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌