ຊີວິດຄລິດສະຕຽນ
ຄຳແນະນຳສຳລັບການປະຊຸມເພື່ອການປະກາດ
ການປະຊຸມເພື່ອການປະກາດ ກໍຄືກັບການປະຊຸມອື່ນໆທີ່ພະເຢໂຫວາຈັດກຽມໃຫ້ເຮົາ ເຊິ່ງກະຕຸ້ນເຮົາໃຫ້ຮັກກັນແລະເຮັດຄວາມດີ. (ຮຣ 10:24, 25) ການປະຊຸມເພື່ອການປະກາດຄວນໃຊ້ເວລາບໍ່ເກີນ 5-7 ນາທີ ເຊິ່ງລວມເຖິງການຈັດກຸ່ມປະກາດ ມອບໝາຍເຂດ ແລະອະທິດຖານ. (ຖ້າການປະຊຸມນີ້ຈັດຫຼັງຈາກການປະຊຸມອື່ນໆ ຄວນໃຊ້ເວລາສັ້ນກວ່ານີ້.) ຜູ້ນຳກຸ່ມປະກາດຄວນກຽມຂໍ້ມູນທີ່ເປັນປະໂຫຍດສຳລັບຜູ້ເຂົ້າຮ່ວມໃນວຽກປະກາດຂອງມື້ນັ້ນ. ເຊັ່ນ ວັນເສົາຈະມີພີ່ນ້ອງອອກປະກາດຫຼາຍແລະພີ່ນ້ອງເຫຼົ່ານັ້ນສ່ວນຫຼາຍຈະບໍ່ໄດ້ອອກປະກາດກາງອາທິດ ດັ່ງນັ້ນຈະເປັນປະໂຫຍດຖ້າຜູ້ນຳກຸ່ມປະກາດຈະບອກພີ່ນ້ອງວ່າຄວນເວົ້າແນວໃດ. ແລ້ວມີເລື່ອງຫຍັງອີກທີ່ຜູ້ນຳກຸ່ມປະກາດຈະເອົາມາລົມກັບພີ່ນ້ອງໄດ້?
ໃຊ້ຕົວຢ່າງການລົມກັນຈາກຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ
ຈະເລີ່ມລົມກັນໂດຍໃຊ້ຂ່າວຫຼືເລື່ອງທີ່ຫາກໍເກີດຂຶ້ນແນວໃດ
ວິທີຕອບຂໍ້ໂຕ້ແຍ່ງທີ່ພົບເລື້ອຍໆ
ວິທີລົມກັບຄົນທີ່ບໍ່ເຊື່ອເລື່ອງພະເຈົ້າ ຄົນທີ່ເຊື່ອເລື່ອງວິວັດທະນາການ ຄົນທີ່ເວົ້າພາສາອື່ນຫຼືຄົນທີ່ນັບຖືສາສະໜາອື່ນທີ່ເຮົາບໍ່ຄ່ອຍໄດ້ພົບໃນເຂດ
ວິທີໃຊ້ສິ່ງທີ່ຢູ່ໃນເວັບໄຊ jw.org ໃນແອັບ JW Library® ຫຼືໃນຄຳພີໄບເບິນ
ວິທີໃຊ້ສິ່ງທີ່ຢູ່ໃນກ່ອງເຄື່ອງມືການສອນ
ວິທີຮັບໃຊ້ຮູບແບບອື່ນໆ ເຊັ່ນປະກາດທາງໂທລະສັບ ຂຽນຈົດໝາຍ ປະກາດສາທາລະນະ ກັບໄປຢາມຫຼືນຳການສຶກສາ
ແນະນຳພີ່ນ້ອງເລື່ອງຄວາມປອດໄພ ຮູ້ຈັກປັບປ່ຽນຕາມຄວາມເໝາະສົມ ມີມາລະຍາດທີ່ດີ ຄິດໃນແງ່ບວກ ຫຼືເລື່ອງອື່ນໆ
ໃຊ້ບົດຮຽນຫຼືວິດີໂອຈາກຈຸນລະສານຝຶກຝົນຕົວເອງໃນການອ່ານແລະການສອນ
ວິທີໃຫ້ກຳລັງໃຈແລະຊ່ວຍພີ່ນ້ອງທີ່ໄປປະກາດນຳເຮົາ
ເວົ້າເຖິງຂໍ້ຄຳພີກ່ຽວກັບການປະກາດຫຼືປະສົບການທີ່ໃຫ້ກຳລັງໃຈ