ຊີວິດຄລິດສະຕຽນ
ໃນເວັບໄຊ JW.ORG ມີສະຕິປັນຍາທີ່ເຈົ້າເອົາໄປໃຊ້ໃນຊີວິດປະຈຳວັນໄດ້
ຄຳສອນຂອງພະເຈົ້າໃນຄຳພີໄບເບິນມີທຸກຢ່າງທີ່ຊ່ວຍເຮົາໃຫ້ຮັບມືກັບບັນຫາໃນສະໄໝສຸດທ້າຍທີ່ຫຍຸ້ງຍາກນີ້ໄດ້. (2ຕມ 3:1, 16, 17) ບາງເທື່ອເຮົາອາດຢາກຫາຄຳແນະນຳຈາກຄຳພີໄບເບິນກ່ຽວກັບບາງເລື່ອງໂດຍສະເພາະ. ເຊັ່ນ ຖ້າເຈົ້າເປັນພໍ່ແມ່ ເຈົ້າຢາກໄດ້ຄຳແນະນຳເລື່ອງການລ້ຽງລູກບໍ? ເຈົ້າເປັນໄວລຸ້ນທີ່ກຳລັງຖືກທົດສອບຄວາມເຊື່ອບໍ? ເຈົ້າກຳລັງທຸກໃຈທີ່ຄູ່ຂອງເຈົ້າຕາຍຈາກໄປບໍ? ຖ້າເຈົ້າເຂົ້າເວັບໄຊ jw.org ເຈົ້າຈະພົບຄຳແນະນຳແລະຫຼັກການຈາກຄຳພີໄບເບິນສຳລັບເລື່ອງເຫຼົ່ານີ້ແລະອີກຫຼາຍເລື່ອງ.—ສຸພາ 2:3-6
ຢູ່ໜ້າຫຼັກຂອງເວັບໄຊ jw.org ໃຫ້ເລືອກແທັບຄຳສອນໃນຄຳພີໄບເບິນ. (ເບິ່ງຮູບທີ 1) ຈາກນັ້ນ ເລືອກຫົວຂໍ້ທີ່ເຈົ້າສົນໃຈ. ຫຼືເລືອກແທັບສື່ແລະສິ່ງພິມ > ບົດຄວາມຊຸດ ແລ້ວເລືອກຫົວຂໍ້ທີ່ເຈົ້າສົນໃຈ. (ເບິ່ງຮູບທີ 2) ເຈົ້າອາດເບິ່ງໃນແອັບ JW Library®a ກໍໄດ້ ໃນແອັບກໍມີຫົວຂໍ້ແບບດຽວກັນນີ້. ເຈົ້າສາມາດຊອກຫາບົດຄວາມທີ່ສົນໃຈຈາກເວັບໄຊຫຼືແອັບກໍໄດ້. ອີກວິທີໜຶ່ງຄືພິມເລື່ອງທີ່ເຈົ້າຢາກຮູ້ໃນປ່ອງຊອກຫາໃນ jw.org.
ພິມຊື່ຫົວຂໍ້ຕໍ່ໄປນີ້ໃນປ່ອງຊອກຫາ ແລະຂຽນວ່າເຈົ້າຢາກອ່ານເລື່ອງຫຍັງ.
ການລ້ຽງລູກ
ໄວລຸ້ນຊຶມເສົ້າ
ເສຍຄົນທີ່ຮັກ
a ສຳລັບບົດຄວາມຊຸດບາງເລື່ອງ ໃນເວັບໄຊ jw.org ອາດມີຄົບຖ້ວນກວ່າໃນແອັບ.