ຊີວິດຄລິດສະຕຽນ
ມີຄວາມສຸກເຖິງວ່າຈະຖືກຂົ່ມເຫງ
ຄລິດສະຕຽນທຸກຄົນຄາດໝາຍໄດ້ວ່າຈະເຈິການຂົ່ມເຫງ. (ຢຮ 15:20) ເຖິງວ່າການຂົ່ມເຫງຈະເຮັດໃຫ້ເຮົາກັງວົນແລະບາງຄັ້ງກໍເຈັບປວດ ແຕ່ຖ້າເຮົາອົດທົນແລະບໍ່ຍອມແພ້ ເຮົາກໍຈະມີຄວາມສຸກ.—ມທ 5:10-12; 1ປຕ 2:19, 20
ເບິ່ງວິດີໂອເຮົາມີຄວາມສຸກໄດ້ເຖິງວ່າເຈິກັບການຂົ່ມເຫງ ແລ້ວຕອບຄຳຖາມຕໍ່ໄປນີ້:
ເຈົ້າຮຽນຫຍັງໄດ້ຈາກປະສົບການຂອງພີ່ນ້ອງບັດເຊນົບກ່ຽວກັບ
ການອ່ານຄຳພີໄບເບິນທຸກມື້?
ການໄດ້ຮັບຄວາມຊ່ວຍເຫຼືອຈາກພີ່ນ້ອງຄລິດສະຕຽນ?a
ການອະທິດຖານເລື້ອຍໆ?
ການຮ້ອງເພງສັນລະເສີນພະເຈົ້າ?
ການບອກຄົນອື່ນກ່ຽວກັບຄວາມເຊື່ອຂອງເຮົາ?
a ເຮົາອະທິດຖານເພື່ອພີ່ນ້ອງທີ່ຕິດຄຸກໄດ້ ເຮົາເວົ້າຊື່ຂອງເຂົາເຈົ້າໃນຄຳອະທິດຖານໄດ້ນຳ. ແຕ່ເຮົາບໍ່ຄວນຂໍໃຫ້ສຳນັກງານສາຂາຊ່ວຍສົ່ງຈົດໝາຍທີ່ເຮົາຂຽນໃຫ້ພີ່ນ້ອງເຫຼົ່ານັ້ນເປັນການສ່ວນໂຕ.