ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ17 ມັງກອນ ໜ້າ 8
  • ໃຫ້ຈົດຈຳທີ່ຈະອະທິດຖານເພື່ອຄລິດສະຕຽນທີ່ຖືກຂົ່ມເຫງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຫ້ຈົດຈຳທີ່ຈະອະທິດຖານເພື່ອຄລິດສະຕຽນທີ່ຖືກຂົ່ມເຫງ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
  • ເລື່ອງທີ່ຄ້າຍກັນ
  • ມີຄວາມສຸກເຖິງວ່າຈະຖືກຂົ່ມເຫງ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ຢ່າ​ລືມ​ອະທິດຖານ​ເພື່ອ​ຄົນ​ອື່ນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ໃນເວັບໄຊ JW.ORG ມີສະຕິປັນຍາທີ່ເຈົ້າເອົາໄປໃຊ້ໃນຊີວິດປະຈຳວັນໄດ້
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ການ​ເຂົ້າ​ໃກ້​ພະ​ຜູ້​ສ້າງ​ດ້ວຍ​ການ​ອະທິດຖານ
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
ຄມປ17 ມັງກອນ ໜ້າ 8

ຊີວິດ​ຄລິດສະຕຽນ

ຢ່າ​ລືມ​ອະທິດຖານ​ເພື່ອ​ພີ່​ນ້ອງ​ຄລິດສະຕຽນ​ທີ່​ຖືກ​ຂົ່ມເຫງ

ຄຳພີ​ໄບເບິນ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ຊາຕານ​ຈະ​ຂົ່ມເຫງ​ເຮົາ​ໂດຍ​ພະຍາຍາມ​ຂັດ​ຂວາງ​ວຽກ​ປະກາດ​ຂອງ​ເຮົາ. (ໂຢ. 15:20; ຄຳປ. 12:17) ເຮົາ​ຈະ​ຊ່ວຍ​ພີ່​ນ້ອງ​ຄລິດສະຕຽນ​ໃນ​ປະເທດ​ອື່ນ​ແນວ​ໃດ​ທີ່​ກຳລັງ​ປະສົບ​ກັບ​ການ​ຂົ່ມເຫງ? ເຮົາ​ອະທິດຖານ​ເພື່ອ​ເຂົາ​ເຈົ້າ​ໄດ້ ເພາະ “ຄຳ​ອ້ອນ​ວອນ​ດ້ວຍ​ໃຈ​ຮ້ອນຮົນ​ແຫ່ງ​ຜູ້​ຊອບທຳ​ກໍ​ມີ​ອຳນາດ​ຫຼາຍ.”—ຢໂກ. 5:16

ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຖືກ​ໃສ່​ກະແຈ​ມື​ຖືກ​ພາ​ຕົວ​ໄປ​ເຂົ້າ​ຄຸກ ພີ່​ນ້ອງ​ຊາຍ​ຍິງ​ກຸ່ມ​ໜຶ່ງ ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ກຳລັງ​ອະທິດຖານ

ເຮົາ​ຈະ​ອະທິດຖານ​ວ່າ​ແນວ​ໃດ? ເຮົາ​ສາມາດ​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ພີ່​ນ້ອງ​ເຫຼົ່າ​ນັ້ນ​ມີ​ຄວາມ​ກ້າຫານ​ແລະ​ບໍ່​ຢ້ານ​ກົວ. (ເອຊາ. 41:10-13) ເຮົາ​ຍັງ​ສາມາດ​ອະທິດຖານ​ຂໍ​ໃຫ້​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ​ຍອມ​ໃຫ້​ເຮົາ​ເຮັດ​ວຽກ​ປະກາດ​ຕໍ່​ໄປ “ເພື່ອ​ເຮົາ​ທັງ​ຫຼາຍ​ຈະ​ໄດ້​ມີ​ຊີວິດ​ຢູ່​ດ້ວຍ​ຄວາມ​ສຸກ​ສຳລານ​ແລະສະຫງົບ​ງຽບ.”—1 ຕີໂມ. 2:1, 2

ເມື່ອ​ໂປໂລ​ແລະ​ເປໂຕ​ຖືກ​ຂົ່ມເຫງ ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ໄດ້​ອະທິດຖານ​ເພື່ອ​ເຂົາ​ເຈົ້າ​ໂດຍ​ເວົ້າ​ຊື່​ຂອງ​ເຂົາ​ເຈົ້າ​ໃນ​ຄຳ​ອະທິດຖານ. (ກິດ. 12:5; ໂລມ 15:30, 31) ເຖິງ​ວ່າ​ເຮົາ​ບໍ່​ຮູ້ຈັກ​ຊື່​ຂອງພີ່​ນ້ອງ​ທຸກ​ຄົນ​ທີ່​ຖືກ​ຂົ່ມເຫງ​ໃນ​ຕອນ​ນີ້ ແຕ່​ເຮົາ​ກໍ​ອາດ​ເວົ້າ​ເຖິງ​ປະຊາຄົມ ປະເທດ ຫຼື​ຂົງ​ເຂດ​ທີ່ເຂົາ​ເຈົ້າ​ອາໄສ​ຢູ່.

  • ສາມາດ​ເບິ່ງ​ຂໍ້​ມູນ​ຫຼ້າ​ສຸດ​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ​ທີ່​ຖືກ​ຂົ່ມເຫງ​ໃນ​ເວັບໄຊ jw.org. (ເຂົ້າ​ໄປ ຂ່າວ > ຄວາມ​ຄືບ​ໜ້າ​ດ້ານ​ກົດ​ໝາຍ)

  • ຫົວ​ຂໍ້​ໃນ​ເວັບໄຊ jw.org. ເລື່ອງ “ພະຍານ​ພະ​ເຢໂຫວາ​ຖືກ​ຄຸກ​ຍ້ອນ​ຄວາມ​ເຊື່ອ—ແບ່ງ​ຕາມ​ປະເທດ” ມີ​ລາຍງານ​ຈຳນວນ​ພະຍານ​ພະ​ເຢໂຫວາ​ທີ່​ກຳລັງ​ຖືກ​ຄຸກ​ໃນ​ປະເທດ​ຕ່າງໆ. (ເຂົ້າ​ໄປ ຂ່າວ > ຄວາມ​ຄືບ​ໜ້າ​ດ້ານ​ກົດ​ໝາຍ. ກົດ​ຊື່​ປະເທດ​ເພື່ອ​ເບິ່ງ​ລາຍ​ລະອຽດ​ເພີ່ມ​ເຕີມ​ແລະ​ເພື່ອ​ເບິ່ງ​ໄຟລ PDF ເຊິ່ງ​ມີ​ຊື່​ຂອງ​ພີ່​ນ້ອງ​ທີ່​ຖືກ​ຄຸກ.)

ຂ້ອຍ​ຢາກ​ອະທິດຖານ​ເພື່ອ​ພີ່​ນ້ອງ​ຄລິດສະຕຽນ​ທີ່​ຖືກ​ຂົ່ມເຫງ​ໃນ​ປະເທດ​ຕໍ່​ໄປ​ນີ້:

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌