ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ20 ກຸມພາ ໜ້າ 8-13
  • ເຮົາ​ຮັກ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ຫຼາຍ​ແທ້ໆ​

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຮົາ​ຮັກ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ຫຼາຍ​ແທ້ໆ​
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ສະເໝີ
  • ສະແດງ​ຄວາມ​ຮັກ​ໂດຍ​ການ​ເຊື່ອ​ຟັງ
  • ຊ່ວຍ​ຄົນ​ອື່ນ​ໃຫ້​ຮັກ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ
  • ຮັກ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ແລະ​ມີ​ຄວາມ​ສຸກ
  • ພະ​ເຢໂຫວາ​ເປັນ​ພໍ່​ທີ່​ຮັກ​ເຮົາ​ຫຼາຍ​ແທ້ໆ​
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ພີ່ນ້ອງ​ຫຼາຍ​ຂຶ້ນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ໃກ້​ຊິດ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ສະເໝີ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ຄວາມ​ຮັກ​ແລະ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ພະ​ເຢໂຫວາ​ຈະ​ກະຕຸ້ນ​ເຈົ້າ​ໃຫ້​ຮັບ​ບັບເຕມາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
ຫ20 ກຸມພາ ໜ້າ 8-13

ບົດ​ຄວາມ​ສຶກສາ​ທີ 7

ເຮົາ​ຮັກ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ຫຼາຍ​ແທ້ໆ

“ພວກ​ເຮົາ​ສະແດງ​ຄວາມ​ຮັກ​ກໍ​ຍ້ອນ​ພະອົງ​ຮັກ​ພວກ​ເຮົາ​ກ່ອນ.”—1 ຢຮ. 4:19

ເພງ 3 ເປັນ​ກຳລັງ ຄວາມ​ຫວັງ ແລະ​ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນa

1-2. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເປີດ​ໂອກາດ​ໃຫ້​ເຮົາ​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ພະອົງ ແລະ​ພະອົງ​ເປີດ​ໂອກາດ​ນີ້​ແນວ​ໃດ?

ພະ​ເຢໂຫວາ​ຊວນ​ເຮົາ​ໃຫ້​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ພະອົງ ເຊິ່ງ​ເປັນ​ການ​ເຊີນ​ທີ່​ພິເສດ​ແທ້ໆ. ສະມາຊິກ​ຂອງ​ຄອບຄົວ​ນີ້​ແມ່ນ​ຄົນ​ທີ່​ອຸທິດ​ຕົວ​ໃຫ້​ພະເຈົ້າ​ແລະ​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຢຊູ. ພວກ​ເຮົາ​ເປັນ​ຄອບຄົວ​ທີ່​ມີ​ຄວາມ​ສຸກ. ພວກ​ເຮົາ​ມີ​ຊີວິດ​ທີ່​ດີ​ໃນ​ຕອນ​ນີ້​ແລະ​ມີ​ຄວາມ​ຫວັງ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ບໍ່​ວ່າ​ຈະ​ຢູ່​ເທິງ​ສະຫວັນ​ຫຼື​ເທິງ​ແຜ່ນດິນ​ໂລກ​ທີ່​ເປັນ​ອຸທິຍານ.

2 ຍ້ອນ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ ພະອົງ​ຈຶ່ງ​ເປີດ​ທາງ​ໃຫ້​ເຮົາ​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ພະອົງ. ແຕ່​ເພື່ອ​ຈະ​ເຮັດ​ແບບ​ນັ້ນ ພະອົງ​ຕ້ອງ​ເສຍ​ສະລະ​ຫຼາຍ​ແທ້ໆ. (ຢຮ. 3:16) ພະອົງ​ໄດ້ ‘ຊື້​ເຮົາ​ໄວ້​ດ້ວຍ​ລາຄາ​ສູງ.’ (1 ກຣ. 6:20) ໂດຍ​ທາງ​ຄ່າໄຖ່ ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ເຮົາ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະອົງ. ເຮົາ​ຮູ້ສຶກ​ເປັນ​ກຽດ​ຫຼາຍ​ແທ້ໆທີ່​ສາມາດ​ເອີ້ນ​ຜູ້​ທີ່​ຍິ່ງໃຫຍ່​ທີ່​ສຸດ​ໃນ​ເອກະພົບ​ວ່າ​ພໍ່. ແລະ​ພະ​ເຢໂຫວາ​ເປັນ​ພໍ່​ທີ່​ດີ​ທີ່​ສຸດ​ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ຄວາມ​ກ່ອນ.

3. ເຮົາ​ອາດ​ຖາມ​ຕົວ​ເອງ​ແນວ​ໃດ? (ເບິ່ງ​ຂອບ “ພະ​ເຢໂຫວາ​ຮູ້ຈັກ​ຂ້ອຍ​ເປັນ​ສ່ວນ​ຕົວ​ບໍ?”)

3 ເຮົາ​ອາດ​ຖາມ​ຕົວ​ເອງ​ຄື​ກັບ​ຜູ້​ຂຽນ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ວ່າ: “ຂ້ອຍ​ຈະ​ເອົາ​ສິ່ງ​ໃດ​ໄປ​ຕອບ​ຄຸນ​ແກ່​ພະ​ເຢໂຫວາ​ແທນ​ການ​ດີ​ທັງ​ຫຼາຍ​ທີ່​ພະອົງ​ໄດ້​ກະທຳ​ແກ່​ຂ້ອຍ?” (ເພງ. 116:12) ຄຳຕອບ​ຄື​ເຮົາ​ບໍ່​ສາມາດ​ຕອບ​ແທນ​ພະ​ເຢໂຫວາ​ໄດ້​ທັງ​ໝົດ. ແຕ່​ເຮົາ​ກໍ​ສາມາດ​ຮັກ​ພະອົງ​ໄດ້. ອັກຄະສາວົກ​ໂຢຮັນ​ຂຽນວ່າ: “ພວກ​ເຮົາ​ສະແດງ​ຄວາມ​ຮັກ​ກໍ​ຍ້ອນ​ພະອົງ​ຮັກ​ພວກ​ເຮົາ​ກ່ອນ.” (1 ຢຮ. 4:19) ເຮົາ​ຈະ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ພະອົງ?

ພະ​ເຢໂຫວາ​ຮູ້ຈັກ​ຂ້ອຍ​ເປັນ​ສ່ວນ​ຕົວ​ບໍ?

ຜູ້​ຍິງ​ຄົນ​ໜຶ່ງ​ຢືນ​ຢູ່​ບ່ອນ​ທາງ​ຍ່າງ​ໃນ​ຂະນະ​ທີ່​ຜູ້​ຄົນ​ຍ່າງ​ຜ່ານ​ໄປ​ມາ. ລາວ​ແນມ​ເບິ່ງ​ທ້ອງຟ້າ​ເບິ່ງ​ຄື​ຢາກ​ຖາມ​ວ່າ: ‘ພະເຈົ້າ​ສົນ​ໃຈ​ຂ້ອຍ​ບໍ?’

ເຈົ້າ​ເຄີຍ​ຖາມ​ຕົວ​ເອງ​ບໍ​ວ່າ: ‘ພະ​ເຢໂຫວາ​ສົນ​ໃຈ​ຂ້ອຍ​ແທ້ໆຫວາ​ເພາະ​ໃນ​ໂລກ​ນີ້​ມີ​ຄົນ​ເປັນ​ຕື້ໆ?’ ຖ້າ​ແມ່ນ ເຈົ້າ​ກໍ​ບໍ່​ແມ່ນ​ຜູ້​ດຽວ​ທີ່​ຮູ້ສຶກ​ແບບ​ນັ້ນ. ກະສັດ​ດາວິດ​ຂຽນ​ວ່າ: “ໂອ້​ພະ​ເຢໂຫວາ​ມະນຸດ​ແມ່ນ​ສິ່ງ​ໃດ​ທີ່​ພະອົງ​ຈະ​ຫາ​ຮູ້ຈັກ​ເພິ່ນ ລູກ​ມະນຸດ​ແມ່ນ​ສິ່ງ​ໃດ​ທີ່​ພະອົງ​ຈະ​ລະນຶກ​ເຖິງ​ເພິ່ນ?” (ເພງ. 144:3) ດາວິດ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮູ້ຈັກ​ລາວ​ດີ. (1 ຂ່າວ. 17:16-18) ໂດຍ​ທາງ​ຄຳພີ​ໄບເບິນ​ແລະ​ອົງການ​ຂອງ​ພະອົງ ພະ​ເຢໂຫວາ​ເຮັດ​ໃຫ້​ເຈົ້າ​ໝັ້ນ​ໃຈ​ວ່າ ພະອົງ​ເຫັນ​ຄວາມ​ຮັກ​ທີ່​ເຈົ້າ​ສະແດງ​ຕໍ່ພະອົງ. ຂໍ​ໃຫ້​ມາ​ເບິ່ງ​ຂໍ້​ຄຳພີ​ບາງ​ຂໍ້​ທີ່​ຊ່ວຍ​ເຈົ້າ​ໃຫ້​ໝັ້ນ​ໃຈ​ໃນ​ເລື່ອງ​ນີ້:

  • ພະ​ເຢໂຫວາ​ສົນ​ໃຈ​ເຈົ້າ​ຕັ້ງ​ແຕ່​ເຈົ້າ​ຍັງ​ບໍ່​ທັນ​ເກີດ.—ເພງ. 139:16

  • ພະ​ເຢໂຫວາ​ຮູ້​ວ່າ​ເຈົ້າ​ຄິດ​ຫຍັງ​ແລະ​ຮູ້ສຶກ​ແນວ​ໃດ.—1 ຂ່າວ. 28:9

  • ພະ​ເຢໂຫວາ​ເອງ​ເປັນ​ຜູ້​ຟັງ​ຄຳ​ອະທິດຖານ​ຂອງ​ເຈົ້າ.—ເພງ. 65:2

  • ສິ່ງ​ທີ່​ເຈົ້າ​ເຮັດ​ສົ່ງ​ຜົນ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ພະ​ເຢໂຫວາ.—ສຸພາ. 27:11

  • ພະ​ເຢໂຫວາ​ເປັນ​ຜູ້​ຊັກ​ນຳ​ເຈົ້າ​ໃຫ້​ມາ​ຫາ​ພະອົງ.—ຢຮ. 6:44

  • ພະ​ເຢໂຫວາ​ຮູ້ຈັກ​ເຈົ້າ​ດີ​ແທ້ໆເຖິງ​ຂັ້ນ​ວ່າ ຖ້າ​ເຈົ້າຕາຍ​ພະອົງ​ກໍ​ຈະ​ປຸກ​ເຈົ້າ​ໃຫ້​ຄືນ​ມາ​ຈາກ​ຕາຍ. ພະອົງ​ຈະໃຫ້​ເຈົ້າ​ມີ​ຮ່າງກາຍ​ໃໝ່ ມີ​ຄວາມ​ຄິດ​ຈິດ​ໃຈ ມີ​ຄວາມ​ຊົງ​ຈຳ ແລະ​ມີ​ເອກະລັກ​ໃນ​ແບບ​ທີ່​ເຈົ້າ​ເຄີຍ​ມີ.—ຢຮ. 11:21-26, 39-44; ກຈກ. 24:15

ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ສະເໝີ

ຮູບ 1: ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ກຳລັງ​ນັ່ງ​ອະທິດຖານ ພ້ອມ​ກັບ​ມີ​ຄຳພີ​ໄບເບິນ​ເປີດ​ຢູ່​ເທິງ​ໂຕະ. 2. ພີ່ນ້ອງ​ຊາຍ​ໜຸ່ມ​ປະຕິເສດ​ຢາ​ສູບ​ທີ່​ໝູ່​ສະເໜີ​ໃຫ້. 3. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໃຫ້​ແຜ່ນ​ພັບ​ກັບ​ພໍ່​ຄົວ​ທີ່​ເຮັດ​ວຽກ​ຢູ່​ລົດ​ຂາຍ​ອາຫານ.

ເຮົາ​ສະແດງ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ໃນ​ສະຫວັນ​ຫຼາຍ​ໂດຍ​ອະທິດຖານ​ເຖິງ​ພະອົງ ເຊື່ອ​ຟັງ​ພະອົງ ແລະ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮັກ​ພະອົງ (ເບິ່ງ​ຂໍ້ 4-14)

4. ຕາມ​ຢາໂກໂບ 4:8 ເປັນ​ຫຍັງ​ເຮົາ​ຄວນ​ພະຍາຍາມ​ທີ່​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ?

4 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໃກ້​ຊິດ​ກັບ​ພະອົງ​ແລະ​ລົມ​ກັບ​ພະອົງ. (ອ່ານ​ຢາໂກໂບ 4:8) ພະອົງ​ຢາກ​ໃຫ້​ເຮົາ “ອະທິດຖານ​ເລື້ອຍໆ” ແລະ​ພະອົງ​ພ້ອມ​ທີ່​ຈະ​ຟັງ​ເຮົາ​ສະເໝີ. (ຣມ. 12:12) ພະອົງ​ບໍ່​ເຄີຍ​ຫຍຸ້ງ​ຫຼື​ເມື່ອຍ​ເກີນ​ໄປ​ຈົນ​ບໍ່​ຢາກ​ຟັງ​ເຮົາ. ສ່ວນ​ເຮົາ​ກໍ​ຟັງ​ພະອົງ​ໂດຍ​ອ່ານ​ຄຳພີ​ໄບເບິນ​ແລະ​ໜັງສື​ຕ່າງໆທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ. ນອກ​ຈາກ​ນັ້ນ ເຮົາ​ກໍ​ຍັງ​ຟັງ​ພະອົງ​ໂດຍ​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ. ການ​ລົມ​ກັນ​ເປັນ​ປະຈຳ​ຈະ​ຊ່ວຍ​ໃຫ້​ລູກ​ໃກ້​ຊິດ​ກັບ​ພໍ່​ແມ່​ສະເໝີ ຄ້າຍ​ຄື​ກັນ ຖ້າ​ເຮົາ​ລົມ​ກັບ​ພະ​ເຢໂຫວາ​ເປັນ​ປະຈຳ​ເຮົາ​ກໍ​ຈະ​ໃກ້​ຊິດ​ກັບ​ພະອົງ​ສະເໝີ.

ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ກຳລັງ​ນັ່ງ​ອະທິດຖານ ພ້ອມ​ກັບ​ມີ​ຄຳພີ​ໄບເບິນ​ເປີດ​ຢູ່​ເທິງ​ໂຕະ

ເບິ່ງ​ຂໍ້ 5

5. ເຮົາ​ຈະ​ປັບ​ປຸງ​ຄຳ​ອະທິດຖານ​ຂອງ​ເຮົາ​ແນວ​ໃດ?

5 ຂໍ​ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ເວົ້າ​ກັບ​ພະ​ເຢໂຫວາ. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ລະບາຍ​ຄວາມ​ໃນ​ໃຈ​ທັງ​ໝົດ​ກັບ​ພະອົງ​ໃນ​ຄຳ​ອະທິດຖານ. (ເພງ. 62:8) ເຮົາຄວນ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ອະທິດຖານ​ພໍ​ແຕ່​ເປັນ​ພິທີ​ແລະເວົ້າ​ຊ້ຳ​ຄື​ກັບ​ເລົ່າ​ບົດ​ທ່ອງ​ເອົາ​ບໍ ຫຼື​ຂ້ອຍ​ອະທິດຖານ​ຈາກ​ໃຈ​ແທ້ໆຄື​ກັບ​ຈົດ​ໝາຍ​ທີ່​ຕັ້ງ​ໃຈ​ຂຽນ?’ ແນ່ນອນ​ວ່າ ເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ຮັກສາ​ສາຍ​ສຳພັນ​ກັບ​ພະອົງ​ໃຫ້​ເຂັ້ມແຂງ​ຫຼາຍ​ຂຶ້ນ​ແທ້ໆ. ເພື່ອ​ຈະ​ເປັນ​ແບບ​ນັ້ນ ເຈົ້າ​ຕ້ອງ​ລົມ​ກັບ​ພະອົງ​ເປັນ​ປະຈຳ ບອກ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ ເລົ່າ​ໃຫ້​ພະອົງ​ຟັງ​ບໍ່​ວ່າ​ຈະ​ເປັນ​ຄວາມ​ສຸກ​ຫຼື​ສິ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ທຸກ​ໃຈ. ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ເຈົ້າ​ສາມາດ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະອົງ​ໄດ້.

6. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໃກ້​ຊິດ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ສະເໝີ?

6 ເພື່ອ​ຈະ​ໃກ້​ຊິດ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ ເຮົາ​ຕ້ອງ​ສຳນຶກ​ບຸນ​ຄຸນ​ພະອົງ​ສະເໝີ. ເຮົາ​ເຫັນ​ດີ​ກັບ​ຜູ້​ຂຽນ​ຄຳເພງ​ທີ່​ບອກ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ ພະອົງ​ເຮັດ​ສິ່ງ​ທີ່​ມະຫັດສະຈັນ​ຫຼາຍ​ຢ່າງ​ແລະ​ມີ​ໂຄງການ​ມາກ​ມາຍ​ສຳລັບ​ພວກ​ເຮົາ ບໍ່​ມີ​ໃຜ​ທຽບ​ພະອົງ​ໄດ້ ຖ້າ​ຂ້ອຍ​ຈະ​ເວົ້າ​ເຖິງ​ສິ່ງ​ເຫຼົ່າ​ນີ້​ກໍ​ຄົງ​ເວົ້າ​ໄດ້​ບໍ່​ໝົດ.” (ເພງ. 40:5, ລ.ມ.) ເຮົາ​ບໍ່​ພຽງ​ແຕ່​ຮູ້ສຶກ ສຳນຶກ​ບຸນ​ຄຸນ​ພະ​ເຢໂຫວາ ແຕ່​ເຮົາ​ຕ້ອງ​ສະແດງ​ອອກ ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ​ຂອງ​ເຮົາ​ນຳ. ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ແຕກຕ່າງ​ຈາກ​ຜູ້​ຄົນ​ໃນ​ປັດຈຸບັນ. ເຮົາ​ຢູ່​ໃນ​ສະໄໝ​ທີ່​ຜູ້​ຄົນ​ສ່ວນ​ຫຼາຍ​ບໍ່​ຮູ້ຈັກ​ສຳນຶກ​ບຸນ​ຄຸນ​ພະເຈົ້າ​ໃນ​ສິ່ງ​ທີ່​ພະອົງ​ເຮັດ​ເພື່ອ​ພວກ​ເຂົາ. ທີ່​ຈິງ ສິ່ງ​ໜຶ່ງ​ທີ່​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ເຮົາ​ກຳລັງ​ຢູ່ “ໃນ​ສະໄໝ​ສຸດ​ທ້າຍ” ກໍ​ຄື​ຜູ້​ຄົນ​ເປັນ​ຄົນ​ອະກະຕັນຍູ. (2 ຕມ. 3:1, 2) ຂໍ​ໃຫ້​ເຮົາ​ຢ່າ​ເປັນ​ຄົນ​ແບບ​ນັ້ນ​ເດີ້!

7. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

7 ພໍ່​ແມ່​ບໍ່​ຢາກ​ໃຫ້​ລູກ​ຜິດ​ກັນ​ແຕ່​ຢາກ​ໃຫ້​ລູກ​ຮັກ​ກັນ. ຄ້າຍ​ກັນ ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ລູກ​ຂອງ​ພະອົງ​ທຸກ​ຄົນ​ຮັກ​ກັນ​ແລະ​ກັນ. ທີ່​ຈິງ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ກັນ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຄລິດສະຕຽນ​ແທ້. (ຢຮ. 13:35) ເຮົາ​ເຫັນ​ດີ​ກັບ​ຜູ້​ຂຽນ​ຄຳເພງ​ທີ່​ບອກ​ວ່າ: “ເມື່ອ​ພີ່ນ້ອງ​ທັງ​ຫຼາຍ​ຕັ້ງ​ຢູ່​ນຳ​ກັນ ຕິດ​ພັນ​ຢູ່​ນຳ​ກັນ​ເປັນ​ການ​ດີ​ການ​ຊອບ​ໃຈ​ຫຼາຍ​ແທ້ໆ.” (ເພງ. 133:1) ເມື່ອ​ເຮົາ​ຮັກ​ພີ່ນ້ອງ ເຮົາ​ກໍ​ພິສູດ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ. (1 ຢຮ. 4:20) ເຮົາ​ຮູ້ສຶກ​ອົບອຸ່ນ​ໃຈ​ແທ້ໆທີ່​ໄດ້​ຢູ່​ໃນ​ຄອບຄົວ​ທີ່ “ກະລຸນາ​ຕໍ່​ກັນ ເຫັນ​ອົກ​ເຫັນ​ໃຈ​ກັນ”!—ອຟຊ. 4:32

ສະແດງ​ຄວາມ​ຮັກ​ໂດຍ​ການ​ເຊື່ອ​ຟັງ

ພີ່ນ້ອງ​ຊາຍ​ໜຸ່ມ​ປະຕິເສດ​ຢາ​ສູບ​ທີ່​ໝູ່​ສະເໜີ​ໃຫ້

ເບິ່ງ​ຂໍ້ 8

8. ຕາມ 1 ໂຢຮັນ 5:3 ອັນ​ໃດ​ເປັນ​ເຫດຜົນ​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ເຊື່ອ​ຟັງ​ພະ​ເຢໂຫວາ?

8 ພະ​ເຢໂຫວາ​ຄາດ​ໝາຍ​ໃຫ້​ລູກ​ເຊື່ອ​ຟັງ​ພໍ່​ແມ່​ແລະ​ພະອົງ​ກໍ​ຄາດ​ໝາຍ​ໃຫ້​ເຮົາ​ເຊື່ອ​ຟັງ​ພະອົງ​ຄື​ກັນ. (ອຟຊ. 6:1) ເຮົາ​ຄວນ​ເຊື່ອ​ຟັງ​ພະອົງ​ຍ້ອນ​ພະອົງ​ເປັນ​ຜູ້​ສ້າງ​ເປັນ​ຜູ້​ໃຫ້​ຊີວິດ​ເຮົາ​ແລະ​ພະອົງ​ກໍ​ເປັນ​ພໍ່​ທີ່​ສະຫຼາດ​ຫຼາຍ​ກວ່າ​ພໍ່​ທີ່​ເປັນ​ມະນຸດ​ທຸກ​ຄົນ. ແຕ່​ເຫດຜົນ​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ຄວນ​ເຊື່ອ​ຟັງ​ພະອົງ​ກໍ​ຄື ເຮົາ​ຮັກ​ພະອົງ. (ອ່ານ 1 ໂຢຮັນ 5:3) ເຖິງ​ວ່າ​ຈະ​ມີ​ຫຼາຍ​ເຫດຜົນ​ທີ່​ເຮົາ​ຄວນ​ເຊື່ອ​ຟັງ​ພະ​ເຢໂຫວາ ແຕ່​ພະອົງ​ກໍ​ບໍ່​ໄດ້​ບັງຄັບ​ເຮົາ. ພະເຢໂຫວາ​ໃຫ້​ເຮົາ​ມີ​ອິດ​ສະຫຼະ​ທີ່​ຈະ​ເລືອກ ດັ່ງ​ນັ້ນ ພະອົງ​ມີ​ຄວາມ​ສຸກ​ຫຼາຍ​ເມື່ອ​ເຮົາ​ເຊື່ອ​ຟັງ​ຍ້ອນ​ວ່າ​ຮັກ​ພະອົງ.

9-10. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຕ້ອງ​ຮູ້​ແລະ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພະເຈົ້າ?

9 ພໍ່​ແມ່​ຢາກ​ໃຫ້​ລູກ​ປອດໄພ ນີ້​ເປັນ​ເຫດຜົນ​ທີ່​ພວກ​ເຂົາ​ຕັ້ງ​ກົດ​ເພື່ອ​ປົກ​ປ້ອງ​ລູກ. ເມື່ອ​ລູກ​ເຊື່ອ​ຟັງ​ກໍ​ສະແດງ​ວ່າ​ລູກ​ໄວ້​ໃຈ​ແລະ​ນັບຖື​ພໍ່​ແມ່. ດັ່ງ​ນັ້ນ​ກໍ​ແຮ່ງ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ຮູ້​ແລະ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ. ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ຮັກ​ແລະ​ນັບຖື​ພະອົງ ແລະ​ນັ້ນ​ຍັງ​ເປັນ​ປະໂຫຍດ​ຕໍ່​ເຮົາ​ນຳ​ອີກ. (ເອຊາ. 48:17, 18) ແຕ່​ຄົນ​ທີ່​ປະຕິເສດ​ພະ​ເຢໂຫວາ​ແລະ​ບໍ່​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພະອົງ​ກໍ​ຈະ​ໄດ້​ຮັບ​ຜົນ​ເສຍຫາຍ.—ຄລຕ. 6:7, 8

10 ເມື່ອ​ເຮົາ​ໃຊ້​ຊີວິດ​ໃນ​ແບບ​ທີ່​ພະ​ເຢໂຫວາ​ພໍ​ໃຈ ເຮົາ​ກໍ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ຫຼາຍ​ສິ່ງ​ທີ່​ຈະ​ກໍ່​ຜົນ​ເສຍຫາຍ​ຕໍ່​ຮ່າງກາຍ ຈິດ​ໃຈ ແລະ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. ພະ​ເຢໂຫວາ​ຮູ້​ວ່າ​ສິ່ງ​ໃດ​ດີ​ທີ່​ສຸດ​ສຳລັບ​ເຮົາ. ອາຣໍຣະ​ເຊິ່ງ​ຢູ່​ສະຫະລັດ​ອາເມຣິກາ​ບອກ​ວ່າ “ຂ້ອຍ​ຮູ້​ວ່າ​ການ​ເຊື່ອ​ຟັງ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ມີ​ຊີວິດ​ທີ່​ດີ​ທີ່​ສຸດ.” ເລື່ອງ​ນີ້​ເປັນ​ຈິງ​ກັບ​ເຮົາ​ທຸກ​ຄົນ. ແລ້ວ​ເຈົ້າ​ເດ ເຈົ້າ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ຄຳ​ແນະນຳ​ທີ່​ມາ​ຈາກ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ?

11. ການ​ອະທິດຖານ​ຊ່ວຍ​ເຮົາ​ແນວ​ໃດ?

11 ການ​ອະທິດຖານ​ຊ່ວຍ​ເຮົາ​ໃຫ້​ເຊື່ອ​ຟັງ​ພະ​ເຢໂຫວາ​ເຖິງ​ວ່າ​ຈະ​ຍາກ​ລຳບາກ. ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຊື່ອ​ຟັງ​ພະອົງ ແຕ່​ເຮົາ​ຕ້ອງ​ຕໍ່​ສູ້​ຕໍ່ໆໄປ​ກັບ​ທ່າ​ອ່ຽງ​ທີ່​ຈະ​ເຮັດ​ບາບ. ຜູ້​ຂຽນ​ຄຳເພງ​ອ້ອນ​ວອນ​ພະເຈົ້າ​ວ່າ: “ຂໍ​ຊ່ວຍ​ຂ້ອຍ​ໃຫ້​ເຕັມ​ໃຈ​ເຊື່ອ​ຟັງ​ພະອົງ.” (ເພງ. 51:12, ລ.ມ.) ເດັນນີດສ໌​ເຊິ່ງ​ເປັນ​ໄພໂອເນຍ​ປະຈຳ​ບອກ​ວ່າ: “ເມື່ອ​ໃດ​ທີ່​ຂ້ອຍ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ບາງ​ຢ່າງ​ຂອງ​ພະ​ເຢໂຫວາ ຂ້ອຍ​ຈະ​ອະທິດຖານ​ຂໍ​ກຳລັງ​ເພື່ອ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.” ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ແບບ​ນີ້​ສະເໝີ.—ລກ. 11:9-13

ຊ່ວຍ​ຄົນ​ອື່ນ​ໃຫ້​ຮັກ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ

12. ຕາມ​ເອເຟໂຊ 5:1 ເຮົາ​ຄວນ​ເຮັດ​ຫຍັງ?

12 ອ່ານ​ເອເຟໂຊ 5:1. ເນື່ອງ​ຈາກ​ເຮົາ​ເປັນ “ລູກ​ທີ່​ຮັກ” ຂອງ​ພະ​ເຢໂຫວາ ເຮົາ​ຈຶ່ງ​ຢາກ​ຮຽນ​ແບບ​ພະອົງ​ໃຫ້​ຫຼາຍ​ທີ່​ສຸດ. ເຮົາ​ຮຽນ​ແບບ​ຄຸນ​ລັກສະນະ​ຕ່າງໆຂອງ​ພະອົງ​ເຊັ່ນ: ຄວາມ​ຮັກ ຄວາມ​ກະລຸນາ ແລະ​ການ​ໃຫ້​ອະໄພ​ຄົນ​ອື່ນ. ເມື່ອ​ຄົນ​ທີ່​ບໍ່​ຮູ້ຈັກ​ພະເຈົ້າ​ເຫັນ​ການ​ປະພຶດ​ທີ່​ດີ​ຂອງ​ເຮົາ ພວກ​ເຂົາ​ອາດ​ຢາກ​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. (1 ປຕ. 2:12) ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ຄວນ​ພະຍາຍາມ​ຮຽນ​ແບບ​ພະ​ເຢໂຫວາ​ເມື່ອ​ປະຕິບັດ​ກັບ​ລູກ. ເພາະ​ການ​ເຮັດ​ແບບ​ນັ້ນ​ອາດ​ເຮັດ​ໃຫ້​ລູກ​ຢາກ​ສະໜິດ​ກັບ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ຄື​ກັນ.

ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໃຫ້​ແຜ່ນ​ພັບ​ກັບ​ພໍ່​ຄົວ​ທີ່​ເຮັດ​ວຽກ​ຢູ່​ລົດ​ຂາຍ​ອາຫານ

ເບິ່ງ​ຂໍ້ 13

13. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ກ້າຫານ?

13 ຄື​ກັບ​ລູກ​ທີ່​ພູມ​ໃຈ​ໃນ​ໂຕ​ພໍ່​ແລະ​ມີ​ຄວາມ​ສຸກ​ທີ່​ໄດ້​ເວົ້າ​ເລື່ອງ​ພໍ່​ໃຫ້​ຄົນ​ອື່ນ​ຟັງ ເຮົາ​ກໍ​ພູມ​ໃຈ​ໃນ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ແລະ​ຢາກ​ໃຫ້​ຄົນ​ອື່ນ​ຮູ້​ເລື່ອງ​ຂອງ​ພະອົງ​ຄື​ກັນ. ເຮົາ​ຮູ້ສຶກ​ຄື​ກັບ​ກະສັດ​ດາວິດ​ທີ່​ຂຽນ​ວ່າ: ‘ຂ້າ​ນ້ອຍ​ຈະ​ອວດ​ເລື່ອງ​ພະ​ເຢໂຫວາ.’ (ເພງ. 34:2) ແຕ່​ຖ້າ​ເຮົາ​ເປັນ​ຄົນ​ຂີ້​ອາຍ ເຮົາ​ຈະ​ກ້າຫານ​ໄດ້​ແນວ​ໃດ? ເຮົາ​ຈະ​ກ້າຫານ​ຫຼາຍ​ຂຶ້ນ​ຖ້າ​ເຮົາ​ເບິ່ງ​ວ່າ​ພະ​ເຢໂຫວາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ແລະ​ຄົນ​ອື່ນ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ສ່ຳ​ໃດ​ທີ່​ໄດ້​ຮຽນ​ຮູ້​ເລື່ອງ​ຂອງ​ພະອົງ. ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ມີ​ຄວາມ​ກ້າ​ທີ່​ຈຳເປັນ​ຕ້ອງ​ມີ. ພະອົງ​ເຄີຍ​ຊ່ວຍ​ພີ່ນ້ອງ​ໃນ​ສະຕະວັດ​ທຳອິດ​ໃຫ້​ມີ​ຄວາມ​ກ້າ​ມາ​ແລ້ວ ພະອົງ​ກໍ​ຈະ​ຊ່ວຍ​ເຮົາ​ຄື​ກັນ.—1 ທຊ. 2:2

14. ການ​ປະກາດ​ສຳຄັນ​ແນວ​ໃດ?

14 ພະ​ເຢໂຫວາ​ບໍ່​ລຳອຽງ ແລະ​ພະອົງ​ມີ​ຄວາມ​ສຸກ​ທີ່​ເຫັນ​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ທຸກ​ຄົນ​ບໍ່​ວ່າ​ພວກ​ເຂົາ​ຈະ​ມາ​ຈາກ​ໃສ​ກໍ​ຕາມ. (ກຈກ. 10:34, 35) ວິທີ​ໜຶ່ງ​ທີ່​ສຳຄັນ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ກໍ​ຄື​ປະກາດ​ຂ່າວ​ດີ​ໃຫ້​ພວກ​ເຂົາ​ຟັງ. (ມທ. 28:19, 20) ການ​ປະກາດ​ຂ່າວ​ດີ​ມີ​ຜົນ​ແນວ​ໃດ? ຄົນ​ທີ່​ຟັງ​ເຮົາ​ສາມາດ​ປັບ​ປຸງ​ຊີວິດ​ໃຫ້​ດີ​ຂຶ້ນ​ໃນ​ຕອນ​ນີ້​ແລະ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ອະນາຄົດ.—1 ຕມ. 4:16

ຮັກ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ແລະ​ມີ​ຄວາມ​ສຸກ

15-16. ສິ່ງ​ໃດ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ?

15 ພະ​ເຢໂຫວາ​ເປັນ​ພໍ່​ທີ່​ຮັກ​ລູກ ພະອົງ​ຢາກ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ. (ເອຊາ. 65:14) ມີ​ຫຼາຍ​ເຫດຜົນ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ໃນ​ຕອນ​ນີ້​ເຖິງ​ວ່າ​ເຮົາ​ຈະ​ປະສົບ​ບັນຫາ​ຫຼາຍ​ຢ່າງ. ຕົວຢ່າງ: ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ຮັກ​ເຮົາ​ຫຼາຍ​ແທ້ໆ ແລະ​ເຮົາ​ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ​ກ່ຽວ​ກັບ​ຄຳພີ​ໄບເບິນ. (ຢເຣ. 15:16) ນອກ​ຈາກ​ນັ້ນ ເຮົາ​ຍັງ​ໄດ້​ຢູ່​ໃນ​ຄອບຄົວ​ທີ່​ພິເສດ​ເຊິ່ງ​ມີ​ແຕ່​ຄົນ​ທີ່​ຮັກ​ພະ​ເຢໂຫວາ ຮັກ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ພະອົງ ແລະ​ຮັກ​ກັນ​ແລະ​ກັນ.—ເພງ. 106:4, 5

16 ເຮົາ​ສາມາດ​ມີ​ຄວາມ​ສຸກ​ສະເໝີ​ເພາະ​ເຮົາ​ໝັ້ນ​ໃຈ​ວ່າ​ຊີວິດ​ໃນ​ອະນາຄົດ​ຈະ​ດີ​ຂຶ້ນ. ເຮົາ​ຮູ້​ວ່າ​ອີກ​ບໍ່​ດົນ​ພະເຢໂຫວາ​ຈະ​ທຳລາຍ​ຄວາມ​ຊົ່ວ​ທັງ​ໝົດ ແລະ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ໂລກ​ນີ້​ເປັນ​ສວນ​ອຸທິຍານ​ອີກ​ເທື່ອ​ໜຶ່ງ. ເຮົາ​ຍັງ​ມີ​ຄວາມ​ຫວັງ​ທີ່​ດີ​ເລີດ​ອີກ​ວ່າ​ຄົນ​ທີ່​ຕາຍ​ແລ້ວ​ຈະ​ຄືນ​ມາ​ຈາກ​ຕາຍ​ແລະ​ຈະ​ມີ​ຊີວິດ​ຢູ່​ກັບ​ເຮົາ​ອີກ. (ຢຮ. 5:28, 29) ເຮົາ​ຄື​ຊິ​ມີ​ຄວາມ​ສຸກ​ຫຼາຍ​ໃນ​ຕອນ​ນັ້ນ ແລະ​ສຳຄັນ​ທີ່​ສຸດ ເຮົາ​ໝັ້ນ​ໃຈ​ວ່າ​ອີກ​ບໍ່​ດົນ​ທຸກ​ຄົນ​ທີ່​ຢູ່​ໃນ​ສະຫວັນ​ແລະ​ຢູ່​ເທິງ​ໂລກ​ຈະ​ໃຫ້​ກຽດ ຍົກຍ້ອງ​ສັນລະເສີນ ແລະ​ນະມັດສະການ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ໃນ​ສະຫວັນ​ຕາມ​ທີ່​ພະອົງ​ສົມຄວນ​ໄດ້​ຮັບ.

ເປັນ​ຫຍັງ​ເຈົ້າ​ຄິດ​ວ່າ​ເຮົາ​ຄວນ . . .

  • ອະທິດຖານ​ເລື້ອຍໆ?

  • ເຊື່ອ​ຟັງ​ພະ​ເຢໂຫວາ?

  • ເວົ້າ​ເລື່ອງ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ໃຫ້​ຄົນ​ອື່ນ​ຟັງ?

ເພງ 12 ພະ​ເຢໂຫວາ​ພະເຈົ້າ​ອົງ​ຍິ່ງໃຫຍ່

a ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ຮັກ​ເຮົາ​ຫຼາຍ​ແທ້ໆແລະ​ເຮັດ​ໃຫ້​ເຮົາ​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ພະອົງ. ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ຮັກ​ພະອົງ. ແລ້ວ​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ໄດ້​ແນວ​ໃດ? ບົດ​ຄວາມ​ນີ້​ຈະ​ພິຈາລະນາ​ບາງ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ສະແດງ​ຄວາມ​ຮັກ​ຕໍ່​ພະອົງ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌