ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ເມສາ ໜ້າ 14-19
  • ການ​ສະໜິດ​ກັບ​ພີ່ນ້ອງ​ເປັນ​ປະໂຫຍດ​ສຳລັບ​ເຮົາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ສະໜິດ​ກັບ​ພີ່ນ້ອງ​ເປັນ​ປະໂຫຍດ​ສຳລັບ​ເຮົາ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ເຮົາ​ຄວນ​ສະໜິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ
  • ໃຫ້​ກຽດ​ຄົນ​ອື່ນ
  • “ຢ່າ​ແຕກ​ແຍກ​ກັນ”
  • “ໃຫ້​ຮັກ​ດ້ວຍ​ການ​ກະທຳ​ແລະ​ດ້ວຍ​ຄວາມ​ຈິງ​ໃຈ”
  • ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຊອກ​ຫາ​ຄຳ​ຕອບ​ສຳລັບ​ຄຳ​ຖາມ​ຕໍ່​ໄປ​ນີ້
    ລາຍການ​ການ​ປະຊຸມ​ໝວດ​ທີ່​ມີ​ຜູ້​ເບິ່ງແຍງ​ໝວດ​ປີ 2025-2026
  • “ການ​ທີ່​ໄດ້​ຢູ່​ໃກ້​ພະເຈົ້າ​ເປັນ​ປະໂຫຍດ​ຫຼາຍ” ສຳລັບ​ເຮົາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຕັດສິນໃຈໃນແບບທີ່ສະແດງວ່າເຮົາເພິ່ງພະເຢໂຫວາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ເມສາ ໜ້າ 14-19

ບົດ​ຄວາມ​ສຶກສາ​ທີ 16

ເພງ​ທີ 87 ເຊີນ​ມາ​ຮັບ​ຄວາມ​ສົດ​ຊື່ນ​ຈາກ​ການ​ປະຊຸມ

ການ​ສະໜິດ​ກັບ​ພີ່ນ້ອງ​ເປັນ​ປະໂຫຍດ​ສຳລັບ​ເຮົາ

“ເມື່ອ​ພີ່ນ້ອງ​ມາ​ຢູ່​ຮ່ວມ​ກັນ​ແບບ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ ມັນ​ກໍ​ດີ​ແທ້ໆ​ແລະ​ເຮັດ​ໃຫ້​ຊື່ນໃຈ​ຫຼາຍ.”—ພສ. 133:1

ຈຸດ​ສຳຄັນ

ເຮົາ​ຈະ​ເບິ່ງ​ຄຳ​ແນະນຳ​ຕ່າງໆ​ທີ່​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ​ແລະ​ສິ່ງ​ດີໆ​ຫຼາຍ​ຢ່າງ​ທີ່​ມາ​ຈາກ​ການ​ມີ​ສາຍ​ສຳພັນ​ທີ່​ໃກ້ຊິດ​ກັບ​ພີ່ນ້ອງ.

1-2. ອັນ​ໃດ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ສຳລັບ​ພະ​ເຢໂຫວາ ແລະ​ເພິ່ນ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ?

ວິທີ​ທີ່​ເຮົາ​ປະຕິບັດ​ຕໍ່​ຄົນ​ອື່ນ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ສຳລັບ​ພະ​ເຢໂຫວາ. ພະ​ເຢຊູ​ສອນ​ວ່າ: ເຮົາ​ຕ້ອງ​ຮັກ​ຄົນ​ອື່ນ​ຄື​ກັບ​ຮັກ​ໂຕເອງ. (ມທ. 22:37-39) ຄຳ​ສັ່ງ​ນີ້​ລວມ​ເຖິງ​ການ​ເຮັດ​ດີ​ແມ່ນ​ແຕ່​ກັບ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ຕ່າງ​ຈາກ​ເຮົາ. ເມື່ອ​ເຮັດ​ແບບ​ນັ້ນ​ເຮົາ​ກໍ​ຮຽນ​ແບບ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ທີ່ “ໃຫ້​ແສງ​ຕາເວັນ​ສ່ອງ​ໃສ່​ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ ແລະ​ໃຫ້​ມີ​ຝົນ​ສຳລັບ​ຄົນ​ເຮັດ​ດີ​ແລະ​ຄົນ​ເຮັດ​ຊົ່ວ.”—ມທ. 5:45

2 ເຖິງ​ວ່າ​ພະ​ເຢໂຫວາ​ຮັກ​ມະນຸດ​ທຸກ​ຄົນ. ແຕ່​ເພິ່ນ​ຮັກ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເປັນ​ພິເສດ. (ຢຮ. 14:21) ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮຽນ​ແບບ​ເພິ່ນ. ເພິ່ນ​ກະຕຸ້ນ​ເຮົາ​ໃຫ້ “ຮັກ​ກັນ​ຫຼາຍໆ” ແລະ​ໃຫ້​ສະແດງ “[ຄວາມ] ຮັກ” ຕໍ່​ກັນ. (1ປຕ. 4:8; ຣມ. 12:10) ຄວາມ​ຮັກ​ແບບ​ນີ້​ຄ້າຍຄື​ກັບ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ຍາດ​ຕິ​ພີ່ນ້ອງ​ແລະ​ໝູ່​ສະໜິດ​ຂອງ​ເຮົາ.

3. ເຮົາ​ຕ້ອງ​ຈື່​ຫຍັງ​ໄວ້​ສະເໝີ​ກ່ຽວກັບ​ຄວາມ​ຮັກ?

3 ຄວາມ​ຮັກ​ເປັນ​ຄື​ກັບ​ຕົ້ນໄມ້​ທີ່​ເຮົາ​ປູກ​ໄວ້​ຢູ່​ໃນ​ເຮືອນ​ເຊິ່ງ​ເຮົາ​ຕ້ອງ​ເບິ່ງແຍງ​ເອົາໃຈໃສ່​ເພື່ອ​ມັນ​ຈະ​ເຕີບໃຫຍ່. ໂປໂລ​ແນະນຳ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ວ່າ: “ຂໍ​ໃຫ້​ພວກ​ເຈົ້າ​ຮັກ​ກັນ​ແບບ​ພີ່ນ້ອງ​ຕໍ່ໆ​ໄປ.” (ຮຣ. 13:1) ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ພັດທະນາ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ຄົນ​ອື່ນ. ໃນ​ບົດ​ນີ້​ເຮົາ​ຈະ​ຮຽນ​ວ່າ​ເປັນ​ຫຍັງ​ເຮົາ​ຄວນ​ສະໜິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ ແລະ​ເຮົາ​ຈະ​ສະໜິດ​ກັບ​ເຂົາເຈົ້າ​ຕໍ່ໆ​ໄປ​ໄດ້​ແນວ​ໃດ?

ເປັນ​ຫຍັງ​ເຮົາ​ຄວນ​ສະໜິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ

4. ຕາມ​ເພງ​ສັນລະເສີນ 133:1 ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ເຫັນຄ່າ​ຢູ່​ສະເໝີ​ຕໍ່​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ທີ່​ເຮົາ​ມີ​ກັບ​ພີ່ນ້ອງ? (ເບິ່ງ​ຮູບ​ນຳ)

4 ອ່ານ​ເພງ​ສັນລະເສີນ 133:1. ເຮົາ​ເຫັນດີ​ກັບ​ຜູ້​ຂຽນ​ເພງ​ສັນລະເສີນ​ທີ່​ຂຽນ​ວ່າ ການ​ເປັນ​ໝູ່​ກັບ​ຄົນ​ທີ່​ຮັກ​ພະ​ເຢໂຫວາ “ດີ​ແທ້ໆ” ແລະ “ເຮັດ​ໃຫ້​ຊື່ນໃຈ​ຫຼາຍ.” ຄື​ກັບ​ຄົນ​ທີ່​ເບິ່ງ​ຂ້າມ​ແລະ​ບໍ່​ໄດ້​ສັງເກດ​ເບິ່ງ​ຕົ້ນໄມ້​ງາມໆ​ທີ່​ລາວ​ເຫັນ​ທຸກໆ​ມື້ ເຮົາ​ກໍ​ອາດ​ຈະ​ເບິ່ງ​ຂ້າມ​ແລະ​ບໍ່​ໄດ້​ສັງເກດ​ເບິ່ງ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ທີ່​ເຮົາ​ມີ​ກັບ​ພີ່ນ້ອງ​ວ່າ​ງົດງາມ​ສ່ຳ​ໃດ. ເຮົາ​ເຈິ​ກັບ​ພີ່ນ້ອງ​ເລື້ອຍໆ​ບາງ​ເທື່ອ​ຫຼາຍ​ເທື່ອ​ຕໍ່​ອາທິດ ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ເຫັນຄ່າ​ເຂົາເຈົ້າ​ຢູ່​ສະເໝີ? ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພີ່ນ້ອງ​ຈະ​ເຕີບໃຫຍ່​ຂຶ້ນ​ຖ້າ​ເຮົາ​ໃຊ້​ເວລາ​ຄິດ​ເບິ່ງ​ວ່າ​ແຕ່​ລະ​ຄົນ​ມີ​ຄ່າ​ແນວ​ໃດ​ຕໍ່​ປະຊາຄົມ​ແລະ​ຕໍ່​ເຮົາ.

ຮູບ: 1. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ເບິ່ງ​ຄວາມ​ງາມ​ຂອງ​ຕົ້ນໄມ້​ທີ່​ໃບ​ປ່ຽນ​ສີ. 2. ຕໍ່​ມາ ລາວ​ກອດ​ກັບ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຢູ່​ການ​ປະຊຸມ​ພາກ. ພີ່ນ້ອງ​ຄົນ​ອື່ນ​ລົມ​ກັນ​ຢ່າງ​ມີ​ຄວາມ​ສຸກ​ຢູ່​ການ​ປະຊຸມ​ພາກ.

ຢ່າ​ເບິ່ງ​ຂ້າມ​ຄວາມ​ງົດງາມ​ຂອງ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ທີ່​ເຮົາ​ມີ​ກັບ​ພີ່ນ້ອງ (ເບິ່ງ​ຂໍ້ 4)


5. ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ກັນ​ສົ່ງ​ຜົນ​ຕໍ່​ຄົນ​ອື່ນ​ແນວ​ໃດ?

5 ບາງ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ເທື່ອ​ທຳອິດ​ປະທັບໃຈ​ຫຼາຍ​ກັບ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ກັນ ພຽງ​ແຕ່​ເຫັນ​ສິ່ງ​ດຽວ​ນີ້​ເທົ່າ​ນັ້ນ​ເຂົາເຈົ້າ​ກໍ​ອາດ​ໝັ້ນໃຈ​ວ່າ​ເຂົາເຈົ້າ​ເຈິ​ສາສະໜາ​ແທ້​ແລ້ວ. ພະ​ເຢຊູ​ເວົ້າ​ວ່າ: “ທຸກ​ຄົນ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ ເມື່ອ​ພວກ​ເຈົ້າ​ຮັກ​ກັນ.” (ຢຮ. 13:35) ຂໍ​ໃຫ້​ເບິ່ງ​ເລື່ອງ​ຂອງ​ຈິທຣາ​ນັກ​ຮຽນ​ມະຫາວິທະຍາໄລ​ທີ່​ກຳລັງ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ. ລາວ​ຕອບ​ຮັບ​ຄຳ​ເຊີນ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ພາກ. ຫຼັງ​ຈາກ​ເຂົ້າ​ຮ່ວມ​ໃນ​ມື້​ທຳອິດ ລາວ​ບອກ​ຜູ້​ທີ່​ສອນ​ຄຳພີ​ໄບເບິນ​ໃຫ້​ລາວ​ວ່າ: “ພໍ່​ແມ່​ບໍ່​ເຄີຍ​ກອດ​ຂ້ອຍ ແຕ່​ຢູ່​ການ​ປະຊຸມ​ຂອງ​ເຈົ້າ​ມີ​ຄົນ​ກອດ​ຂ້ອຍ 52 ເທື່ອ​ພາຍ​ໃນ​ມື້​ດຽວ! ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ໃຊ້​ປະຊາຊົນ​ຂອງ​ເພິ່ນ​ເພື່ອ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ເພິ່ນ. ຂ້ອຍ​ຢາກ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ນັ້ນ.” ຈິທຣາ​ຮຽນ​ຄຳພີ​ໄບເບິນ​ຕໍ່​ໄປ​ຈົນ​ກ້າວໜ້າ ແລະ​ຮັບ​ບັບເຕມາ​ໃນ​ປີ 2024. ແມ່ນ​ແລ້ວ ເມື່ອ​ຄົນ​ໃໝ່ໆ​ເຫັນ​ວ່າ​ເຮົາ​ເຮັດ​ດີ​ແລະ​ລວມ​ທັງ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ກັນ ເຂົາເຈົ້າ​ມັກ​ຈະ​ຖືກ​ກະຕຸ້ນ​ໃຫ້​ເລີ່ມ​ຮັບໃຊ້​ພະ​ເຢໂຫວາ.—ມທ. 5:16

6. ການ​ສະໜິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ​ສາມາດ​ປົກປ້ອງ​ເຮົາ​ແນວ​ໃດ?

6 ການ​ສະໜິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ​ສາມາດ​ປົກປ້ອງ​ເຮົາ​ໄດ້. ໂປໂລ​ບອກ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ວ່າ: “ໃຫ້​ພວກ​ເຈົ້າ​ໃຫ້​ກຳລັງ​ໃຈ​ກັນ​ສະເໝີ​ທຸກໆ​ມື້ ເພື່ອ​ຈະ​ບໍ່​ມີ​ຜູ້​ໃດ​ໃນ​ພວກ​ເຈົ້າ​ເປັນ​ຄົນ​ຫົວ​ແຂງ​ຍ້ອນ​ແຮງ​ຊັກ​ຈູງ​ຂອງ​ບາບ.” (ຮຣ. 3:13) ຖ້າ​ເຮົາ​ທໍ້ໃຈ​ຫຼາຍ​ຈົນ​ຮູ້ສຶກ​ວ່າ​ມັນ​ຍາກ​ຫຼາຍ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໆ​ໄປ ພະ​ເຢໂຫວາ​ອາດ​ກະຕຸ້ນ​ພີ່ນ້ອງ​ທີ່​ສັງເກດ​ເຫັນ​ເລື່ອງ​ນີ້​ໃຫ້​ຊ່ວຍ​ເຮົາ. (ພສ. 73:2, 17, 23) ການ​ຊ່ວຍ​ເຫຼືອ​ແບບ​ນີ້​ດີ​ສຳລັບ​ເຮົາ​ແທ້ໆ.

7. ຄວາມ​ຮັກ​ແລະ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ? (ໂກໂລຊາຍ 3:13, 14)

7 ເຮົາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄົນ​ກຸ່ມ​ໜຶ່ງ​ທີ່​ພະຍາຍາມ​ແທ້ໆ​ທີ່​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ກັນ ຍ້ອນ​ແນວ​ນີ້​ເຮົາ​ຈຶ່ງ​ໄດ້​ຮັບ​ສິ່ງ​ດີໆ​ຫຼາຍ​ຢ່າງ. (1ຢຮ. 4:11) ຕົວຢ່າງ​ເຊັ່ນ: ຄວາມ​ຮັກ​ກະຕຸ້ນ​ເຮົາ​ໃຫ້ “ອົດທົນ​ຕໍ່​ກັນ​ແລະ​ກັນ” ແລະ​ການ​ເຮັດ​ແບບ​ນີ້​ຊ່ວຍ​ເຮົາ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ກັບ​ພີ່ນ້ອງ. (ອ່ານ​ໂກໂລຊາຍ 3:13, 14; ອຟຊ. 4:2-6) ດັ່ງນັ້ນ ຢູ່​ການ​ປະຊຸມ​ຂອງ​ເຮົາ ເຮົາ​ຈຶ່ງ​ມີ​ຄວາມ​ສຸກ​ກັບ​ສະພາບ​ແວດ​ລ້ອມ​ທີ່​ສະຫງົບສຸກ​ຫຼາຍ​ກວ່າ​ຄົນ​ກຸ່ມ​ອື່ນ​ໃນ​ໂລກ.

ໃຫ້​ກຽດ​ຄົນ​ອື່ນ

8. ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ກັບ​ພີ່ນ້ອງ?

8 ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ທີ່​ເຮົາ​ມີ​ກັບ​ພີ່ນ້ອງ​ຢູ່​ທົ່ວ​ໂລກ​ເປັນ​ເລື່ອງ​ທີ່​ເປັນ​ຕາ​ງຶດ​ຫຼາຍ. ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ເຖິງ​ວ່າ​ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ. (1ກຣ. 12:25) ຄຳພີ​ໄບເບິນ​ບອກ​ວ່າ: “ພະເຈົ້າ​ສອນ​ພວກ​ເຈົ້າ​ໃຫ້​ຮັກ​ກັນ.” (1ທຊ. 4:9) ນີ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ບອກ​ເຮົາ​ໃຫ້​ຮູ້​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ສະໜິດ​ກັນ​ຫຼາຍ​ຂຶ້ນ. ເຮົາ​ໃຫ້ “ພະເຈົ້າ​ສອນ” ໂດຍ​ຮຽນ​ຄຳສອນ​ຕ່າງໆ​ຂອງ​ເພິ່ນ​ຢ່າງ​ລະອຽດ​ແລະ​ເອົາ​ໄປ​ໃຊ້​ໃນ​ຊີວິດ. (ຮຣ. 4:12; ຢກບ. 1:25) ນີ້​ແມ່ນ​ສິ່ງ​ທີ່​ພະຍານ​ພະ​ເຢໂຫວາ​ພະຍາຍາມ​ແທ້ໆ​ທີ່​ຈະ​ເຮັດ.

9. ເຮົາ​ຮຽນ​ຫຍັງ​ຈາກ​ໂຣມ 12:9-13 ກ່ຽວກັບ​ການ​ໃຫ້​ກຽດ​ຄົນ​ອື່ນ?

9 ຄຳພີ​ໄບເບິນ​ສອນ​ເຮົາ​ແນວ​ໃດ​ເພື່ອ​ຈະ​ສະໜິດ​ກັນ​ຫຼາຍ​ຂຶ້ນ? ຂໍ​ໃຫ້​ເບິ່ງ​ສິ່ງ​ທີ່​ໂປໂລ​ເວົ້າ​ກ່ຽວກັບ​ເລື່ອງ​ນີ້​ໃນ​ໂຣມ 12:9-13. (ອ່ານ) ຂໍ​ໃຫ້​ສັງເກດ​ທີ່​ລາວ​ເວົ້າ​ວ່າ: “ໃຫ້​ເປັນ​ຝ່າຍ​ເລີ່ມ​ໃຫ້​ກຽດ​ຄົນ​ອື່ນ​ກ່ອນ.” ຄຳເວົ້າ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ໝາຍ​ຄວາມ​ວ່າ​ເຮົາ​ຄວນ​ເປັນ​ຝ່າຍ​ເລີ່ມ​ສະແດງ​ຄວາມ “ເຫັນອົກເຫັນໃຈ​ກັນ” ຕໍ່​ຄົນ​ອື່ນ​ໂດຍ​ເປັນ​ຄົນ​ທີ່​ໃຫ້​ອະໄພ ມີ​ນ້ຳໃຈ ແລະ​ໃຈ​ກວ້າງ. (ອຟຊ. 4:32) ເຮົາ​ບໍ່​ຄວນ​ຖ້າ​ໃຫ້​ພີ່ນ້ອງ​ເປັນ​ຝ່າຍ​ທີ່​ຈະ​ສະໜິດ​ກັບ​ເຮົາ​ຫຼາຍ​ຂຶ້ນ. ແຕ່​ເຮົາ​ສາມາດ “ເປັນ​ຝ່າຍ​ເລີ່ມ” ສະໜິດ​ກັບ​ເຂົາເຈົ້າ​ຫຼາຍ​ຂຶ້ນ. ພະ​ເຢຊູ​ເວົ້າ​ວ່າ: “ການ​ໃຫ້​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ.”—ກຈກ. 20:35

10. ເຮົາ​ຈະ​ເປັນ​ຄົນ​ດຸ​ໝັ່ນ​ໃນ​ການ “ໃຫ້​ກຽດ​ຄົນ​ອື່ນ” ແນວ​ໃດ? (ເບິ່ງ​ຮູບ​ນຳ)

10 ເປັນ​ຕາ​ໜ້າສົນໃຈ ທັນທີ​ຫຼັງ​ຈາກ​ທີ່​ບອກ​ເຮົາ​ໃຫ້​ເປັນ​ຝ່າຍ​ເລີ່ມ​ໃຫ້​ກຽດ​ຄົນ​ອື່ນ​ກ່ອນ ໂປໂລ​ກະຕຸ້ນ​ເຮົາ “ໃຫ້​ເປັນ​ຄົນ​ດຸ​ໝັ່ນ ຢ່າ​ຂີ້​ຄ້ານ.” ຄົນ​ດຸ​ໝັ່ນ​ແມ່ນ​ຄົນ​ທີ່​ກະຕືລືລົ້ນ​ແລະ​ເຮັດ​ວຽກ​ໜັກ. ເມື່ອ​ລາວ​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ໃດ​ໜຶ່ງ ລາວ​ເຮັດ​ແບບ​ເຕັມທີ. ສຸພາສິດ 3:27, 28 ກະຕຸ້ນ​ເຮົາ​ວ່າ: “ຢ່າ​ປະຕິເສດ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຖ້າ [ເຈົ້າ] ສາມາດ​ຊ່ວຍ​ໄດ້.” ດັ່ງນັ້ນ ເມື່ອ​ເຫັນ​ວ່າ​ບາງ​ຄົນ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ ເຮົາ​ກໍ​ຈະ​ຟ້າວ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ຊ່ວຍ​ໄດ້ ເຮົາ​ຈະ​ບໍ່​ຊັກຊ້າ​ໃນ​ການ​ຊ່ວຍ​ເຫຼືອ​ແລະ​ຈະ​ບໍ່​ຄິດ​ເອົາ​ເອງ​ວ່າ​ຖ້າ​ເຮົາ​ບໍ່​ຊ່ວຍ​ຄົນ​ອື່ນ​ກໍ​ຈະ​ຊ່ວຍ.—1ຢຮ. 3:17, 18

ພີ່ນ້ອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຍືນ​ຢູ່​ຂັ້ນໄດ ລາວ​ກຳລັງ​ເອົາ​ໃບ​ໄມ້​ອອກ​ຈາກ​ຮາງ​ລິນ​ຢູ່​ເຮືອນ​ຂອງ​ພີ່ນ້ອງ​ຊາຍ​ທີ່​ສູງ​ອາຍຸ.

ເຮົາ​ຄວນ​ເປັນ​ຝ່າຍ​ເລີ່ມ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ (ເບິ່ງ​ຂໍ້ 10)


11. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັນ​ຫຼາຍ​ຂຶ້ນ?

11 ອີກ​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ໃຫ້​ກຽດ​ຄົນ​ອື່ນ​ແມ່ນ ໃຫ້​ເຮົາ​ຟ້າວ​ໃຫ້​ອະໄພ​ເມື່ອ​ເຂົາເຈົ້າ​ເຮັດ​ໃຫ້​ເຮົາ​ເສຍໃຈ. ເອເຟໂຊ 4:26 ບອກ​ວ່າ: “ຢ່າ​ໃຈ​ຮ້າຍ​ຈົນ​ຮອດ​ຕາເວັນ​ຕົກ​ດິນ.” ເປັນ​ຫຍັງ​ຈຶ່ງ​ບໍ່​ຄວນ​ເຮັດ​ແບບ​ນັ້ນ? ຂໍ້​ທີ 27 ບອກ​ວ່າ: “ຢ່າ​ໃຫ້​ມານ​ຮ້າຍ​ມີ​ໂອກາດ.” ຖ້າ​ເຮົາ​ໃຈ​ຮ້າຍ​ບໍ່​ເຊົາ ເຮົາ​ກໍ​ຈະ​ເປີດ​ໂອກາດ​ໃຫ້​ມານ​ຮ້າຍ. ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ບອກ​ເຮົາ​ເລື້ອຍໆ​ວ່າ​ໃຫ້​ອະໄພ​ກັນ. ໂກໂລຊາຍ 3:13 ກະຕຸ້ນ​ເຮົາ “ໃຫ້​ອະໄພ​ກັນ​ຢ່າງ​ໃຈ​ກວ້າງ​ຕໍ່ໆ​ໄປ.” ການ​ໃຫ້​ອະໄພ​ໃນ​ສິ່ງ​ທີ່​ຄົນ​ອື່ນ​ເຮັດ​ຜິດ​ຕໍ່​ເຮົາ​ເປັນ​ວິທີ​ໜຶ່ງ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ຈະ​ສະໜິດ​ກັບ​ເຂົາເຈົ້າ​ຫຼາຍ​ຂຶ້ນ. ເມື່ອ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ຊ່ວຍ​ໃຫ້ “ມີ​ສັນຕິສຸກ​ທີ່​ຜູກພັນ​ຄົນ​ເຮົາ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.” (ອຟຊ. 4:3) ເຫັນ​ໄດ້​ແຈ້ງ​ວ່າ​ການ​ໃຫ້​ອະໄພ​ຊ່ວຍ​ເຮົາ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ຂຶ້ນ​ແລະ​ມີ​ສັນຕິສຸກ​ຫຼາຍ​ຂຶ້ນ.

12. ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ແນວ​ໃດ​ທີ່​ຈະ​ໃຫ້​ອະໄພ?

12 ເປັນ​ຄວາມ​ຈິງ​ທີ່​ມັນ​ອາດ​ຈະ​ຍາກ​ສຳລັບ​ເຮົາ​ທີ່​ຈະ​ໃຫ້​ອະໄພ​ຄົນ​ທີ່​ເຮັດ​ໃຫ້​ເຮົາ​ເສຍໃຈ​ຫຼື​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ບໍ່​ດີ. ແຕ່​ເຮົາ​ສາມາດ​ໃຫ້​ອະໄພ​ເຂົາເຈົ້າ​ໄດ້​ໂດຍ​ການ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ. ຫຼັງ​ຈາກ​ບອກ​ເຮົາ “ໃຫ້​ຮັກ​ກັນ​ແບບ​ພີ່ນ້ອງ” ແລະ “ໃຫ້​ເປັນ​ຄົນ​ດຸ​ໝັ່ນ” ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ: “ໃຫ້​ພະລັງ​ຂອງ​ພະເຈົ້າ​ກະຕຸ້ນ​ພວກ​ເຈົ້າ​ໃຫ້​ມີ​ໃຈ​ກະຕືລືລົ້ນ.” (ຣມ. 12:11) ນີ້​ໝາຍ​ຄວາມ​ວ່າ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ສາມາດ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ກະຕືລືລົ້ນ​ໃນ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ເຊິ່ງ​ລວມ​ເຖິງ​ການ​ຮັກ​ກັນ​ແບບ​ພີ່ນ້ອງ​ແລະ​ໃຫ້​ອະໄພ​ກັນ​ຢ່າງ​ໃຈ​ກວ້າງ​ຕໍ່ໆ​ໄປ. ຍ້ອນ​ແນວ​ນີ້​ເຮົາ​ຈຶ່ງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ.—ລກ. 11:13

“ຢ່າ​ແຕກ​ແຍກ​ກັນ”

13. ອັນ​ໃດ​ທີ່​ອາດ​ສ້າງ​ຄວາມ​ແຕກ​ແຍກ​ລະຫວ່າງ​ພວກ​ເຮົາ?

13 ໃນ​ປະຊາຄົມ​ມີ “ຄົນ​ທຸກ​ປະເພດ” ຈາກ​ຫຼາຍ​ພູມ​ຫຼັງ. (1ຕມ. 2:3, 4) ຖ້າ​ເຮົາ​ບໍ່​ລະວັງ ຄວາມ​ແຕກຕ່າງ​ເຫຼົ່າ​ນີ້​ສາມາດ​ສ້າງ​ຄວາມ​ແຕກ​ແຍກ​ໄດ້​ໃນ​ເລື່ອງ​ຄວາມ​ມັກ​ສ່ວນ​ໂຕ ເຊັ່ນ: ເລື່ອງ​ເຄື່ອງນຸ່ງ​ແລະ​ການ​ແຕ່ງ​ໂຕ ການ​ເບິ່ງແຍງ​ສຸຂະພາບ ຫຼື​ຄວາມ​ບັນເທີງ. (ຣມ. 14:4; 1ກຣ. 1:10) ຍ້ອນ​ພະເຈົ້າ​ສອນ​ເຮົາ​ໃຫ້​ຮັກ​ກັນ ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ຢືນ​ການ​ວ່າ​ສິ່ງ​ທີ່​ເຮົາ​ມັກ​ດີ​ກວ່າ​ສິ່ງ​ທີ່​ຄົນ​ອື່ນ​ມັກ.—ຟລປ. 2:3

14. ເຮົາ​ຄວນ​ພະຍາຍາມ​ເປັນ​ຄົນ​ແບບ​ໃດ​ສະເໜີ ແລະ​ຍ້ອນຫຍັງ?

14 ເຮົາ​ສາມາດ​ປົກປ້ອງ​ປະຊາຄົມ​ບໍ່​ໃຫ້​ແຕກ​ແຍກ​ໂດຍ​ພະຍາຍາມ​ເປັນ​ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ສົດ​ຊື່ນ​ແລະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ສະເໝີ. (1ທຊ. 5:11) ໃນ​ທຸກ​ມື້​ນີ້ ຫຼາຍ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ຫຼື​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ໄດ້​ກັບຄືນມາ ເຮົາ​ຕ້ອນຮັບ​ເຂົາເຈົ້າ​ດ້ວຍ​ຄວາມ​ຮັກ. (2ກຣ. 2:8) ຂໍ​ໃຫ້​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ມາ​ປະຊຸມ​ຢູ່​ຫໍປະຊຸມ​ເປັນ​ເທື່ອ​ທຳອິດ ຫຼັງ​ຈາກ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ເວລາ 10 ປີ. ລາວ​ເວົ້າ​ວ່າ: “ພີ່ນ້ອງ​ທັກທາຍ​ຂ້ອຍ​ໂດຍ​ຍິ້ມ​ໃຫ້​ແລະ​ຈັບ​ມື​ຂ້ອຍ.” (ກຈກ. 3:19) ການ​ກະທຳ​ທີ່​ເລັກໆ​ນ້ອຍໆ​ແບບ​ນີ້​ສົ່ງ​ຜົນ​ຕໍ່​ລາວ​ແນວ​ໃດ? ລາວ​ເວົ້າ​ວ່າ: “ມັນ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ກຳລັງ​ຊ່ວຍ​ຂ້ອຍ​ໃຫ້​ກັບ​ມາ​ມີ​ຄວາມ​ສຸກ​ອີກ.” ຖ້າ​ເຮົາ​ພະຍາຍາມ​ເປັນ​ຄົນ​ທີ່​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ ພະ​ເຢຊູ​ກໍ​ສາມາດ​ໃຊ້​ເຮົາ​ເພື່ອ​ເຮັດ​ໃຫ້ “ຄົນ​ທີ່​ເມື່ອຍ​ແລະ​ມີ​ພາລະ​ຫຼາຍ” ຮູ້ສຶກ​ສົດ​ຊື່ນ.—ມທ. 11:28, 29

15. ມີ​ວິທີ​ໃດ​ອີກ​ທີ່​ເຮົາ​ສາມາດ​ຊ່ວຍ​ປະຊາຄົມ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ? (ເບິ່ງ​ຮູບ​ນຳ)

15 ອີກ​ວິທີ​ໜຶ່ງ​ທີ່​ເຮົາ​ສາມາດ​ຊ່ວຍ​ປະຊາຄົມ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ແມ່ນ​ໂດຍ​ທາງ​ຄຳເວົ້າ​ຂອງ​ເຮົາ. ໂຢບ 12:11 ເວົ້າ​ວ່າ: “ຫູ​ມີ​ໄວ້​ຟັງ​ໃຫ້​ດີໆ​ເພື່ອ​ໃຫ້​ແຍກ​ໄດ້​ວ່າ​ອັນ​ໃດ​ດີ​ອັນ​ໃດ​ຊົ່ວ ຄື​ກັບ​ລີ້ນ​ທີ່​ມີ​ໄວ້​ຊີມ​ອາຫານ.” ພໍ່​ຄົວ​ທີ່​ດີ​ຈະ​ຊີມ​ອາຫານ​ກ່ອນ​ສະເໝີ​ເພື່ອ​ແນ່​ໃຈ​ວ່າ​ມັນ​ແຊບ​ກ່ອນ​ເອົາ​ໄປ​ເສີບ​ໃຫ້​ຄົນ​ອື່ນ. ເຮົາ​ກໍ​ຄື​ກັນ​ຄວນ​ຄິດ​ດີໆ​ກ່ອນ​ທີ່​ຈະ​ເວົ້າ. (ພສ. 141:3) ເຮົາ​ຢາກ​ແນ່​ໃຈ​ຢູ່​ສະເໝີ​ວ່າ​ສິ່ງ​ທີ່​ເຮົາ​ເວົ້າ​ຈະ​ເສີມສ້າງ ເຮັດ​ໃຫ້​ສົດ​ຊື່ນ ແລະ “ຜູ້​ທີ່​ຟັງ​ຈະ​ໄດ້​ຮັບ​ປະໂຫຍດ.”—ອຟຊ. 4:29

ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຊີມ​ອາຫານ​ທີ່​ລາວ​ແຕ່ງ​ກ່ອນ​ຈະ​ເອົາ​ໄປ​ເສີບ​ໃຫ້​ແຂກ.

ໃຫ້​ຄິດ​ກ່ອນ​ເວົ້າ (ເບິ່ງ​ຂໍ້ 15)


16. ໃຜ​ເປັນ​ພິເສດ​ທີ່​ຄວນ​ພະຍາຍາມ​ໃຊ້​ຄຳເວົ້າ​ທີ່​ໃຫ້​ກຳລັງ​ໃຈ?

16 ຄົນ​ທີ່​ເປັນ​ຜົວ​ແລະ​ເປັນ​ພໍ່​ຄວນ​ເວົ້າ​ໃນ​ແບບ​ທີ່​ໃຫ້​ກຳລັງ​ໃຈ. (ກລຊ. 3:19, 21; ຕຕ. 2:4) ຜູ້​ເບິ່ງແຍງ​ກໍ​ຄື​ກັນ​ຄວນ​ເຮັດ​ໃຫ້​ພີ່ນ້ອງ​ໃນ​ປະຊາຄົມ​ຮູ້ສຶກ​ສົດ​ຊື່ນ​ແລະ​ໄດ້​ກຳລັງ​ໃຈ. (ອຊຢ. 32:1, 2; ຄລຕ. 6:1) ສຸພາສິດ​ໜຶ່ງ​ໃນ​ຄຳພີ​ໄບເບິນ​ເຕືອນ​ເຮົາ​ວ່າ: “ຄຳເວົ້າ​ທີ່​ເວົ້າ​ຖືກ​ຈັງຫວະ​ກໍ​ດີ​ຫຼາຍ​ແທ້ໆ!”—ສພສ. 15:23

“ໃຫ້​ຮັກ​ດ້ວຍ​ການ​ກະທຳ​ແລະ​ດ້ວຍ​ຄວາມ​ຈິງ​ໃຈ”

17. ເຮົາ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພີ່ນ້ອງ​ມາ​ຈາກ​ໃຈ​ຂອງ​ເຮົາ?

17 ອັກຄະສາວົກ​ໂຢຮັນ​ກະຕຸ້ນ​ເຮົາ​ວ່າ: “ຢ່າ​ໃຫ້​ພວກ​ເຮົາ​ຮັກ​ດ້ວຍ​ຄຳເວົ້າ​ເທົ່າ​ນັ້ນ ແຕ່​ໃຫ້​ຮັກ​ດ້ວຍ​ການ​ກະທຳ​ແລະ​ດ້ວຍ​ຄວາມ​ຈິງ​ໃຈ.” (1ຢຮ. 3:18) ເຮົາ​ຢາກ​ໃຫ້​ຄວາມ​ຮັກ​ທີ່​ມີ​ຕໍ່​ພີ່ນ້ອງ​ມາ​ຈາກ​ໃຈ​ຂອງ​ເຮົາ. ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ແຮ່ງ​ເຮົາ​ໃຊ້​ເວລາ​ກັບ​ພີ່ນ້ອງ ເຮົາ​ກໍ​ແຮ່ງ​ຈະ​ສະໜິດ​ກັບ​ເຂົາເຈົ້າ​ຫຼາຍ​ຂຶ້ນ ແລະ​ແຮ່ງ​ຈະ​ຮັກ​ກັນ​ຫຼາຍ​ຂຶ້ນ​ອີກ. ສະນັ້ນ ໃຫ້​ຊອກ​ໂອກາດ​ທີ່​ຈະ​ໃຊ້​ເວລາ​ນຳ​ກັນ ເຊັ່ນ: ຢູ່​ການ​ປະຊຸມ​ແລະ​ຕອນ​ໄປ​ປະກາດ ແລະ​ໃຫ້​ໄປ​ມາ​ຫາ​ສູ່​ກັນ. ເມື່ອ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ກຳລັງ​ໄດ້​ຮັບ​ການ​ສອນ​ຈາກ​ພະ​ເຢໂຫວາ. (1ທຊ. 4:9) ແລ້ວ​ເຮົາ​ຈະ​ເຫັນ​ດ້ວຍ​ໂຕເອງ​ຕໍ່ໆ​ໄປ​ວ່າ “ເມື່ອ​ພີ່ນ້ອງ​ມາ​ຢູ່​ຮ່ວມ​ກັນ​ແບບ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ ມັນ​ກໍ​ດີ​ແທ້ໆ​ແລະ​ເຮັດ​ໃຫ້​ຊື່ນໃຈ​ຫຼາຍ.”—ພສ. 133:1

ເຈົ້າ​ຈະ​ຕອບ​ແນວ​ໃດ?

  •  ເປັນ​ຫຍັງ​ການ​ສະໜິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ​ເປັນ​ປະໂຫຍດ​ສຳລັບ​ເຮົາ?

  •  ເຮົາ​ຈະ​ເປັນ​ຝ່າຍ​ເລີ່ມ​ໃຫ້​ກຽດ​ຄົນ​ອື່ນ​ກ່ອນ​ໂດຍ​ວິທີ​ໃດ?

  •  ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ປະຊາຄົມ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ?

ເພງ​ທີ 90 ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌