ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ພຶດສະພາ ໜ້າ 8-13
  • ໃຫ້​ເພິ່ງ​ພະ​ເຢໂຫວາ​ເພື່ອ​ຈະ​ໄດ້​ກຳລັງ​ໃຈ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຫ້​ເພິ່ງ​ພະ​ເຢໂຫວາ​ເພື່ອ​ຈະ​ໄດ້​ກຳລັງ​ໃຈ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ພະ​ເຢໂຫວາ​ເມດຕາ​ແລະ​ໃຫ້​ອະໄພ​ເຮົາ
  • ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ຄວາມ​ຫວັງ
  • ພະ​ເຢໂຫວາ​ຊ່ວຍ​ເຮົາ​ບໍ່​ໃຫ້​ຢ້ານ
  • ພະ​ເຢໂຫວາ “ປິ່ນປົວ​ຄົນ​ທີ່​ຫົວໃຈ​ແຕກ​ສະຫຼາຍ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ໃຫ້​ຖ່ອມ​ໃຈ​ຍອມຮັບ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຮູ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ເຮົາ​ບໍ່​ໄດ້​ຢູ່​ຄົນ​ດຽວ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຊອກ​ຫາ​ຄຳ​ຕອບ​ສຳລັບ​ຄຳ​ຖາມ​ຕໍ່​ໄປ​ນີ້
    ລາຍການ​ການ​ປະຊຸມ​ໝວດ​ທີ່​ມີ​ຜູ້​ເບິ່ງແຍງ​ໝວດ​ປີ 2025-2026
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ພຶດສະພາ ໜ້າ 8-13

ບົດ​ຄວາມສຶກສາ​ທີ 20

ເພງ​ທີ 7 ພະ​ເຢໂຫວາ​ເປັນ​ກຳລັງ​ຂອງ​ເຮົາ

ໃຫ້​ເພິ່ງ​ພະ​ເຢໂຫວາເພື່ອ​ຈະ​ໄດ້​ກຳລັງ​ໃຈ

“ຂໍ​ໃຫ້​ພະເຈົ້າ . . . ໄດ້​ຮັບ​ການ​ຍ້ອງຍໍ​ສັນລະເສີນ. ເພິ່ນ​ເປັນ​ພໍ່​ທີ່​ມີ​ຄວາມ​ເມດຕາ​ແລະ​ເປັນ​ພະເຈົ້າ​ທີ່​ໃຫ້​ກຳລັງ​ໃຈ​ໃນ​ທຸກ​ສະຖານະການ.”—2ກຣ. 1:3

ຈຸດ​ສຳຄັນ

ເຮົາ​ຈະ​ຮຽນ​ວ່າ​ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ຢູ່​ບາບີໂລນ​ແນວ​ໃດ ແລະ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ເລື່ອງ​ນີ້.

1. ຊີວິດ​ຂອງ​ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ຢູ່​ບາບີໂລນ​ເປັນ​ແນວ​ໃດ?

ເປັນ​ເວລາ​ຫຼາຍ​ປີ​ທີ່​ຄົນ​ຢິວ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ. ຍ້ອນ​ແນວ​ນີ້​ເພິ່ນ​ຈຶ່ງ​ໃຫ້​ພວກ​ບາບີໂລນ​ມາ​ທຳລາຍ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາເຈົ້າ ແລະ​ເອົາ​ເຂົາເຈົ້າ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ. (2ຂຄ. 36:15, 16, 20, 21) ຊີວິດ​ຂອງ​ຄົນ​ຢິວ​ຢູ່​ຫັ້ນ​ເປັນ​ແນວ​ໃດ? ເຂົາເຈົ້າ​ໃຊ້​ຊີວິດ​ຕາມ​ປົກກະຕິ. (ຢຣມ. 29:4-7) ແຕ່​ຊີວິດ​ຢູ່​ຫັ້ນ​ກໍ​ບໍ່​ງ່າຍ ແລະ​ຖ້າ​ເລືອກ​ໄດ້​ເຂົາເຈົ້າ​ຄື​ຊິ​ບໍ່​ເລືອກ​ຢູ່​ຫັ້ນ. ເຂົາເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ສະພາບການ​ຂອງ​ໂຕເອງ? ຂໍ​ໃຫ້​ສັງເກດ​ເບິ່ງ​ຄຳເວົ້າ​ຂອງ​ຄົນ​ຢິວ​ຜູ້​ໜຶ່ງ​ທີ່​ເວົ້າ​ວ່າ: “ພວກ​ເຮົາ​ນັ່ງ​ຢູ່​ແຄມ​ແມ່​ນ້ຳ​ຂອງ​ເມືອງ​ບາບີໂລນ. ພວກ​ເຮົາ​ຮ້ອງໄຫ້​ຕອນ​ທີ່​ຄິດ​ຮອດ​ຊີໂອນ.” (ພສ. 137:1) ເຫັນ​ໄດ້​ແຈ້ງ​ວ່າ​ຄົນ​ຢິວ​ເສົ້າໃຈ​ຫຼາຍ​ແລະ​ຕ້ອງການ​ກຳລັງ​ໃຈ​ແທ້ໆ. ແຕ່​ເຂົາເຈົ້າ​ຈະ​ໄດ້​ກຳລັງ​ໃຈ​ຈາກ​ໃສ?

2-3. (ກ) ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ເພື່ອ​ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ຢູ່​ບາບີໂລນ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

2 ພະ​ເຢໂຫວາ​ເປັນ “ພະເຈົ້າ​ທີ່​ໃຫ້​ກຳລັງ​ໃຈ​ໃນ​ທຸກ​ສະຖານະການ.” (2ກຣ. 1:3) ເພິ່ນ​ຮັກ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທຸກ​ຄົນ​ແລະ​ຢາກ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ. ພະ​ເຢໂຫວາ​ຮູ້​ວ່າ​ຊະເລີຍ​ບາງ​ຄົນ​ຈະ​ຍອມຮັບ​ການ​ສອນ​ຈາກ​ເພິ່ນ​ແລະ​ກັບ​ມາ​ຫາ​ເພິ່ນ. (ອຊຢ. 59:20) ຫຼາຍ​ຮ້ອຍ​ປີ​ກ່ອນ​ທີ່​ຄົນ​ຢິວ​ຈະ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ ພະ​ເຢໂຫວາ​ໄດ້​ໃຫ້​ຜູ້​ພະຍາກອນ​ເອຊາຢາ​ຂຽນ​ປຶ້ມ​ຫົວ​ໜຶ່ງ​ທີ່​ເປັນ​ຊື່​ຂອງ​ລາວ. ຍ້ອນຫຍັງ​ຈຶ່ງ​ໃຫ້​ຂຽນ? ເອຊາຢາ​ບອກ​ວ່າ: “ພະເຈົ້າ​ຂອງ​ພວກ​ເຈົ້າ​ເວົ້າ​ວ່າ: ‘ໃຫ້​ປອບ​ໂຍນ​ປະຊາຊົນ​ຂອງ​ເຮົາ.’” (ອຊຢ. 40:1) ພະ​ເຢໂຫວາ​ຢາກ​ໃຫ້​ກຳລັງ​ໃຈ​ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ຜ່ານ​ທາງ​ສິ່ງ​ທີ່​ເອຊາຢາ​ຂຽນ.

3 ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ຢູ່​ບາບີໂລນ​ຕ້ອງການ​ກຳລັງ​ໃຈ ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ກໍ​ຕ້ອງການ​ກຳລັງ​ໃຈ​ຄື​ກັນ. ໃນ​ບົດ​ນີ້ ເຮົາ​ຈະ​ເບິ່ງ 3 ວິທີ​ທີ່​ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ຄົນ​ຢິວ​ເຫຼົ່າ​ນັ້ນ (1) ເພິ່ນ​ສັນຍາ​ວ່າ​ຈະ​ໃຫ້​ອະໄພ​ຄົນ​ທີ່​ກັບໃຈ (2) ເພິ່ນ​ໃຫ້​ເຂົາເຈົ້າ​ມີ​ຄວາມ​ຫວັງ ແລະ (3) ເພິ່ນ​ຊ່ວຍ​ເຂົາເຈົ້າ​ບໍ່​ໃຫ້​ຢ້ານ. ຕອນ​ທີ່​ເບິ່ງ​ຈຸດ​ເຫຼົ່າ​ນີ້​ໃຫ້​ສັງເກດ​ວ່າ​ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ເຮົາ​ແບບ​ດຽວ​ກັນ​ນັ້ນ​ແນວ​ໃດ​ໃນ​ທຸກ​ມື້​ນີ້.

ພະ​ເຢໂຫວາ​ເມດຕາ​ແລະ​ໃຫ້​ອະໄພ​ເຮົາ

4. ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ເມດຕາ? (ເອຊາຢາ 55:7)

4 ພະ​ເຢໂຫວາ​ເປັນ “ພໍ່​ທີ່​ມີ​ຄວາມ​ເມດຕາ.” (2ກຣ. 1:3) ເພິ່ນ​ສະແດງ​ໃຫ້​ເຫັນ​ຄຸນລັກສະນະ​ນີ້​ຕອນ​ທີ່​ເພິ່ນ​ສັນຍາ​ວ່າ​ຈະ​ໃຫ້​ອະໄພ​ຄົນ​ຢິວ​ທີ່​ກັບໃຈ. (ອ່ານ​ເອຊາຢາ 55:7) ເພິ່ນ​ບອກ​ວ່າ: “ຍ້ອນ​ເຮົາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ ເຮົາ​ຈຶ່ງ​ອີ່ຕົນ​ເຈົ້າ.” (ອຊຢ. 54:8) ພະ​ເຢໂຫວາ​ສະແດງ​ຄວາມ​ເມດຕາ​ແນວ​ໃດ? ເຖິງ​ວ່າ​ຄົນ​ຢິວ​ຍັງ​ຕ້ອງ​ຮັບ​ຜົນ​ຈາກ​ການ​ກະທຳ​ຂອງ​ໂຕເອງ ແຕ່​ພະ​ເຢໂຫວາ​ກໍ​ສັນຍາ​ວ່າ​ເຂົາເຈົ້າ​ຈະ​ບໍ່​ໄດ້​ເປັນ​ຊະເລີຍ​ຢູ່​ບາບີໂລນ​ຕະຫຼອດ​ໄປ. (ອຊຢ. 40:2) ຄຳເວົ້າ​ນີ້​ຕ້ອງ​ເຮັດ​ໃຫ້​ຄົນ​ຢິວ​ທີ່​ກັບໃຈ​ໄດ້​ກຳລັງ​ໃຈ​ແທ້ໆ!

5. ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ເຫດຜົນ​ທີ່​ຈະ​ໝັ້ນໃຈ​ຫຼາຍ​ກວ່າ​ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ວ່າ​ພະ​ເຢໂຫວາ​ເມດຕາ​ແທ້ໆ?

5 ເຮົາ​ໄດ້​ບົດ​ຮຽນ​ຫຍັງ? ພະ​ເຢໂຫວາ​ເຕັມໃຈ​ໃຫ້​ອະໄພ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຢ່າງ​ໃຈ​ກວ້າງ. ໃນ​ທຸກ​ມື້​ນີ້ ເຮົາ​ມີ​ເຫດຜົນ​ທີ່​ຈະ​ໝັ້ນໃຈ​ຫຼາຍ​ກວ່າ​ຄົນ​ຢິວ​ເຫຼົ່າ​ນັ້ນ​ທີ່​ເປັນ​ຊະເລີຍ. ຍ້ອນຫຍັງ? ຍ້ອນ​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ແດ່​ແລ້ວ​ເພື່ອ​ຈະ​ໃຫ້​ອະໄພ​ເຮົາ. ປະມານ 700 ປີ​ຫຼັງ​ຈາກ​ທີ່​ເອຊາຢາ​ໄດ້​ເວົ້າ​ກ່ຽວກັບ​ການ​ໃຫ້​ອະໄພ​ຂອງ​ພະ​ເຢໂຫວາ ພະ​ເຢໂຫວາ​ກໍ​ໄດ້​ສົ່ງ​ລູກ​ຊາຍ​ທີ່​ເພິ່ນ​ຮັກ​ຫຼາຍ​ມາ​ໂລກ​ນີ້​ເພື່ອ​ເປັນ​ຄ່າໄຖ່​ໃຫ້​ຄົນ​ບາບ​ທຸກ​ຄົນ​ທີ່​ກັບໃຈ ແລະ​ຄ່າໄຖ່​ນີ້​ຊ່ວຍ “ລົບ​ລ້າງ” ຄວາມ​ຜິດ​ໄດ້​ຢ່າງ​ຄົບ​ຖ້ວນ. (ກຈກ. 3:19; ອຊຢ. 1:18; ອຟຊ. 1:7) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເມດຕາ​ແລະ​ໃຫ້​ອະໄພ​ແທ້ໆ!

6. ເຮົາ​ໄດ້​ປະໂຫຍດ​ຫຍັງ​ເມື່ອ​ຄິດ​ເຖິງ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ? (ເບິ່ງ​ຮູບ​ນຳ)

6 ຄຳເວົ້າ​ຂອງ​ພະ​ເຢໂຫວາ​ໃນ​ເອຊາຢາ 55:7 ໃຫ້​ກຳລັງ​ໃຈ​ເຮົາ​ຖ້າ​ເຮົາ​ຍັງ​ຮູ້ສຶກ​ຜິດ​ຢູ່​ເຖິງ​ວ່າ​ຈະ​ກັບໃຈ​ແລ້ວ. ເຮົາ​ອາດ​ຍັງ​ຮູ້ສຶກ​ຜິດ​ຢູ່​ໂດຍ​ສະເພາະ​ຕອນ​ທີ່​ຍັງ​ຕ້ອງ​ຮັບ​ຜົນ​ຈາກ​ສິ່ງ​ທີ່​ໂຕເອງ​ເຮັດ. ແຕ່​ຖ້າ​ເຮົາ​ສາລະພາບ​ຄວາມ​ຜິດ​ແລະ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ດີ ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ເຮົາ. ເມື່ອ​ພະ​ເຢໂຫວາ​ໃຫ້​ອະໄພ​ແລ້ວ ເພິ່ນ​ຈະ​ບໍ່​ຈື່​ຄວາມ​ຜິດ​ຂອງ​ເຮົາ​ອີກ​ຕໍ່​ໄປ. (ສົມທຽບ​ກັບ​ເຢເຣ​ມີ​ຢາ 31:34) ດັ່ງນັ້ນ ຖ້າ​ພະ​ເຢໂຫວາ​ບໍ່​ຈື່​ຄວາມ​ຜິດ​ທີ່​ເຮົາ​ເຮັດ​ໃນ​ອະດີດ ເຮົາ​ກໍ​ບໍ່​ຄວນ​ຈື່​ຄື​ກັນ. ສຳລັບ​ພະ​ເຢໂຫວາ ຄວາມ​ຜິດ​ໃນ​ອະດີດ​ບໍ່​ແມ່ນ​ເລື່ອງ​ສຳຄັນ ເພິ່ນ​ສົນໃຈ​ສິ່ງ​ທີ່​ເຮົາ​ກຳລັງ​ເຮັດ​ໃນ​ຕອນນີ້​ຫຼາຍ​ກວ່າ. (ອຊກ. 33:14-16) ໃນ​ໂລກ​ໃໝ່​ທີ່​ໃກ້​ຈະ​ມາ​ຮອດ ພະ​ເຢໂຫວາ​ພໍ່​ທີ່​ມີ​ຄວາມ​ເມດຕາ​ຈະ​ກຳຈັດ​ຄວາມ​ທຸກໃຈ​ທີ່​ເກີດ​ຈາກ​ຄວາມ​ຜິດ​ທີ່​ເຮົາ​ເຮັດ​ໃຫ້​ໝົດ​ໄປ.

ພີ່ນ້ອງ​ຊາຍ​ຍ່າງ​ດ້ວຍ​ຄວາມ​ໝັ້ນໃຈ. ຮູບ: ສາກ​ເຫດການ​ສົມທຽບ​ສິ່ງ​ທີ່​ລາວ​ເຄີຍ​ເຮັດ​ໃນ​ອະດີດ​ກັບ​ສິ່ງ​ທີ່​ລາວ​ກຳລັງ​ເຮັດ​ໃນ​ຕອນນີ້. ຄວາມ​ຜິດ​ທີ່​ລາວ​ເຄີຍ​ເຮັດ​ໃນ​ອະດີດ: 1. ຫຼິ້ນ​ເກມ​ທີ່​ຮຸນແຮງ. 2. ສູບ​ຢາ​ແລະ​ກິນ​ເຫຼົ້າ​ຫຼາຍ. 3. ເບິ່ງ​ສິ່ງ​ທີ່​ບໍ່​ດີ​ໃນ​ຄອມພິວເຕີ. ສິ່ງ​ທີ່​ລາວ​ກຳລັງ​ເຮັດ​ໃນ​ຕອນນີ້: 1. ອະນາໄມ​ຫໍປະຊຸມ. 2. ລົມ​ກັບ​ພີ່ນ້ອງ​ຍິງ​ສູງ​ອາຍຸ. 3. ໄປ​ປະກາດ.

ສຳລັບ​ພະ​ເຢໂຫວາ ຄວາມ​ຜິດ​ໃນ​ອະດີດ​ບໍ່​ແມ່ນ​ເລື່ອງ​ສຳຄັນ. ເພິ່ນ​ສົນໃຈ​ສິ່ງ​ທີ່​ເຮົາ​ກຳລັງ​ເຮັດ​ໃນ​ຕອນນີ້​ຫຼາຍ​ກວ່າ. (ເບິ່ງ​ຂໍ້ 6)


7. ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍ​ແຮງ ອັນ​ໃດ​ເຮັດ​ໃຫ້​ເຮົາ​ຢາກ​ໄປ​ບອກ​ຜູ້​ເບິ່ງແຍງ?

7 ເຮົາ​ຄວນ​ເຮັດ​ຫຍັງ​ຖ້າ​ເຮົາ​ຮູ້ສຶກ​ຜິດ​ຍ້ອນ​ເຮັດ​ຜິດ​ຮ້າຍ​ແຮງ​ແລະ​ພະຍາຍາມ​ປິດ​ບັງ​ໄວ້​ບໍ່​ໃຫ້​ໃຜ​ຮູ້? ຄຳພີ​ໄບເບິນ​ບອກ​ເຮົາ​ໃຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເບິ່ງແຍງ. (ຢກບ. 5:14, 15) ມັນ​ອາດ​ບໍ່​ງ່າຍ​ທີ່​ຈະ​ບອກ​ຜູ້​ເບິ່ງແຍງ​ວ່າ​ເຮົາ​ເຮັດ​ຜິດ. ແຕ່​ໃຫ້​ເຮົາ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ໃຊ້​ເຂົາເຈົ້າ​ເພື່ອ​ຊ່ວຍ​ເຮົາ ແລະ​ໃຫ້​ເຮົາ​ຈື່​ໄວ້​ວ່າ​ເຂົາເຈົ້າ​ຮັກ​ແລະ​ເມດຕາ​ເຮົາ​ຄື​ກັບ​ພະ​ເຢໂຫວາ. ຖ້າ​ເຮົາ​ຈື່​ເລື່ອງ​ນີ້​ໄວ້​ແລະ​ຖ້າ​ເຮົາ​ກັບໃຈ​ແທ້ໆ​ເຮົາ​ກໍ​ຢາກ​ບອກ​ໃຫ້​ເຂົາເຈົ້າ​ຮູ້. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ອາເທີ້aທີ່​ຮູ້ສຶກ​ຜິດ​ຫຼາຍ​ໃນ​ສິ່ງ​ທີ່​ລາວ​ໄດ້​ເຮັດ ພະ​ເຢໂຫວາ​ຈຶ່ງ​ໃຊ້​ຜູ້​ເບິ່ງແຍງ​ໃຫ້​ຊ່ວຍ​ລາວ​ເຊິ່ງ​ເຮັດ​ໃຫ້​ລາວ​ໄດ້​ກຳລັງ​ໃຈ​ຫຼາຍ. ອາເທີ້​ເວົ້າ​ວ່າ: “ຂ້ອຍ​ເບິ່ງ​ສື່​ລາມົກ​ປະມານ​ປີ​ໜຶ່ງ. ແຕ່​ເມື່ອ​ໄດ້​ຟັງ​ຄຳ​ບັນລະຍາຍ​ເລື່ອງ​ໃຈ​ຮູ້​ຜິດ​ຮູ້​ຖືກ ຂ້ອຍ​ກໍ​ບອກ​ເມຍ​ກັບ​ຜູ້​ເບິ່ງແຍງ​ໃນ​ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ. ເມື່ອ​ເຮັດ​ແບບ​ນີ້ ຂ້ອຍ​ກໍ​ຮູ້ສຶກ​ໂລ່ງໃຈ​ແທ້ໆ​ແຕ່​ຂ້ອຍ​ຍັງ​ຮູ້ສຶກ​ຜິດ​ຫຼາຍ​ໃນ​ສິ່ງ​ທີ່​ໄດ້​ເຮັດ. ຜູ້​ເບິ່ງແຍງ​ໃຫ້​ກຳລັງ​ໃຈ​ຂ້ອຍ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ປະຖິ້ມ​ຂ້ອຍ. ເພິ່ນ​ສັ່ງ​ສອນ​ຂ້ອຍ​ຍ້ອນ​ເພິ່ນ​ຮັກ​ຂ້ອຍ. ຄຳເວົ້າ​ທີ່​ໃຫ້​ກຳລັງ​ໃຈ​ຈາກ​ຜູ້​ເບິ່ງແຍງ​ເຮັດ​ໃຫ້​ຂ້ອຍ​ໝັ້ນໃຈ​ແລະ​ຊ່ວຍ​ຂ້ອຍ​ໃຫ້​ເບິ່ງ​ໂຕເອງ​ຄື​ກັບ​ທີ່​ພະ​ເຢໂຫວາ​ເບິ່ງ.” ປັດຈຸບັນ​ນີ້​ອາເທີ້​ເປັນ​ໄພໂອເນຍ​ປະຈຳ​ແລະ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້. ເຮົາ​ໄດ້​ກຳລັງ​ໃຈ​ແທ້ໆ​ທີ່​ຮູ້​ວ່າ​ຖ້າ​ເຮົາ​ເຮັດ​ຜິດ​ແລະ​ກັບໃຈ ພະ​ເຢໂຫວາ​ຈະ​ເມດຕາ​ແລະ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ເຮົາ​ສະເໝີ.

ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ຄວາມ​ຫວັງ

8. (ກ) ພະ​ເຢໂຫວາ​ໃຫ້​ຄວາມ​ຫວັງ​ຫຍັງ​ກັບ​ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ຢູ່​ບາບີໂລນ? (ຂ) ຕາມ​ເອຊາຢາ 40:29-31 ຄວາມ​ຫວັງ​ມີ​ຜົນ​ແນວ​ໃດ​ຕໍ່​ຄົນ​ຢິວ​ທີ່​ກັບໃຈ?

8 ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ຢູ່​ບາບີໂລນ​ອາດ​ຄິດ​ວ່າ​ບໍ່​ມີ​ຄວາມ​ຫວັງ​ແລ້ວ​ທີ່​ຈະ​ໄດ້​ກັບ​ໄປ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ໂຕເອງ. ບາບີໂລນ​ເຊິ່ງ​ເປັນ​ມະຫາ​ອຳນາດ​ໂລກ​ໃນ​ຕອນ​ນັ້ນ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ​ບໍ່​ເຄີຍ​ປ່ອຍ​ຊະເລີຍ​ທີ່​ເຂົາເຈົ້າ​ຈັບ​ມາ. (ອຊຢ. 14:17) ເຖິງ​ຈະ​ເປັນ​ແນວ​ນັ້ນ ພະ​ເຢໂຫວາ​ກໍໃຫ້​ປະຊາຊົນ​ຂອງ​ເພິ່ນ​ມີ​ຄວາມ​ຫວັງ. ເພິ່ນ​ສັນຍາ​ວ່າ​ຈະ​ປົດ​ປ່ອຍ​ເຂົາເຈົ້າ​ຈາກ​ການ​ເປັນ​ຊະເລີຍ​ແລະ​ໃຫ້​ເຂົາເຈົ້າ​ໄດ້​ກັບ​ໄປ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ໂຕເອງ. ບໍ່​ມີ​ຫຍັງ​ສາມາດ​ຂັດຂວາງ​ພະ​ເຢໂຫວາ​ຈາກ​ການ​ເຮັດ​ໃຫ້​ຄຳ​ສັນຍາ​ນີ້​ເກີດຂຶ້ນ​ແທ້. (ອຊຢ. 44:26; 55:12) ສຳລັບ​ພະ​ເຢໂຫວາ ບາບີໂລນ​ເປັນ​ຄື​ກັບ​ຂີ້ຝຸ່ນ​ບາງໆ​ມີ​ແຕ່​ເປົ່າ​ຄ່ອຍໆ​ກໍ​ປິວ​ໄປ. (ອຊຢ. 40:15) ພະ​ເຢໂຫວາ​ຈະ​ປົດ​ປ່ອຍ​ປະຊາຊົນ​ຂອງ​ເພິ່ນ​ອອກ​ຈາກ​ບາບີໂລນ​ງ່າຍໆ​ແບບ​ນີ້​ແຫຼະ. ຄວາມ​ຫວັງ​ນີ້​ຊ່ວຍ​ຄົນ​ຢິວ​ແນວ​ໃດ? ມັນ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ​ແທ້ໆ. ແຕ່​ຄວາມ​ຫວັງ​ນີ້​ຊ່ວຍ​ເຂົາເຈົ້າ​ຫຼາຍ​ກວ່າ​ນັ້ນ​ອີກ. ເອຊາຢາ​ຂຽນ​ວ່າ: “ຄົນ​ທີ່​ເພິ່ງ​ພະ​ເຢໂຫວາ​ຈະ​ກັບ​ມາ​ມີ​ແຮງ​ອີກ.” (ອ່ານ​ເອຊາຢາ 40:29-31) ແມ່ນ​ແລ້ວ ຄວາມ​ຫວັງ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ກຳລັງ ເຂົາເຈົ້າ​ຈະ “ບິນ​ໄດ້​ສູງໆ​ຄື​ກັບ​ນົກ​ອິນຊີ.”

9. ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ມີ​ເຫດຜົນ​ຫຍັງ​ທີ່​ຈະ​ໝັ້ນໃຈ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ?

9 ພະ​ເຢໂຫວາ​ຍັງ​ໃຫ້​ເຫດຜົນ​ເພື່ອ​ຊ່ວຍ​ຄົນ​ຢິວ​ໃຫ້​ໝັ້ນໃຈ​ວ່າ​ຄຳ​ສັນຍາ​ຂອງ​ເພິ່ນ​ຈະ​ເກີດຂຶ້ນ​ແທ້. ເພິ່ນ​ໃຫ້​ເຂົາເຈົ້າ​ເຫັນ​ຫຼັກຖານ​ຫຍັງ​ແດ່? ໃຫ້​ຄິດ​ເຖິງ​ຄຳ​ພະຍາກອນ​ທີ່​ເກີດຂຶ້ນ​ແທ້​ແລ້ວ. ຕົວຢ່າງ​ເຊັ່ນ: ເຂົາເຈົ້າ​ຮູ້​ວ່າ​ອັດຊີເຣຍ​ເອົາ​ຊະນະ​ອານາຈັກ 10 ຕະກູນ​ທາງ​ເໜືອ​ຂອງ​ອິດສະຣາເອນ​ແລະ​ຈັບ​ຄົນ​ຢູ່​ຫັ້ນ​ໄປ​ເປັນ​ຊະເລີຍ. (ອຊຢ. 8:4) ເຂົາເຈົ້າ​ຍັງ​ໄດ້​ເຫັນ​ຄົນ​ບາບີໂລນ​ມາ​ທຳລາຍ​ເມືອງ​ເຢຣູຊາເລັມ​ແລະ​ຈັບ​ຄົນ​ໃນ​ເມືອງ​ນັ້ນ​ໄປ​ເປັນ​ຊະເລີຍ​ຄື​ກັນ. (ອຊຢ. 39:5-7) ນອກ​ຈາກ​ນັ້ນ ເຂົາເຈົ້າ​ກໍ​ຮູ້​ວ່າ​ກະສັດ​ບາບີໂລນ​ເຮັດ​ໃຫ້​ກະສັດ​ເຊເດກີຢາ​ຕາບອດ​ແລະ​ຈັບ​ລາວ​ໄປ​ບາບີໂລນ. (ຢຣມ. 39:7; ອຊກ. 12:12, 13) ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ໄວ້​ລ່ວງ​ໜ້າ​ໄດ້​ເກີດຂຶ້ນ​ແທ້. (ອຊຢ. 42:9; 46:10) ເລື່ອງ​ທັງໝົດ​ນີ້​ຕ້ອງ​ເຮັດ​ໃຫ້​ຄົນ​ຢິວ​ໝັ້ນໃຈ​ວ່າ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ຈະ​ປົດ​ປ່ອຍ​ເຂົາເຈົ້າ​ໃຫ້​ເປັນ​ອິດສະຫຼະ​ຈະ​ເກີດຂຶ້ນ​ແທ້​ຄື​ກັນ!

10. ໃນ​ສະໄໝ​ສຸດທ້າຍ ອັນ​ໃດ​ຈະ​ຊ່ວຍ​ໃຫ້​ຄວາມ​ຫວັງ​ຂອງ​ເຮົາ​ຊັດເຈນ​ຢູ່​ສະເໝີ?

10 ເຮົາ​ໄດ້​ບົດ​ຮຽນ​ຫຍັງ? ຕອນ​ທີ່​ເຮົາ​ຮູ້ສຶກ​ທໍ້ໃຈ ຄວາມ​ຫວັງ​ສາມາດ​ເຮັດ​ໃຫ້​ເຮົາ​ມີ​ກຳລັງ​ໃຈ​ແລະ​ຊ່ວຍ​ເຮົາ​ໃຫ້​ກັບ​ມາ​ມີ​ແຮງ​ອີກ. ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງ​ຍາກ​ລຳບາກ ແລະ​ເຮົາ​ຍັງ​ຕ້ອງ​ຕໍ່ສູ້​ກັບ​ສັດຕູ​ຂອງ​ພະເຈົ້າ​ທີ່​ມີ​ກຳລັງ​ຫຼາຍ​ທີ່​ຕໍ່ຕ້ານ​ເຮົາ. ເຖິງ​ວ່າ​ຈະ​ເຈິ​ແບບ​ນີ້ ແຕ່​ເຮົາ​ກໍ​ບໍ່​ຕ້ອງ​ທໍ້ໃຈ​ຫຼາຍ​ເກີນ​ໄປ​ຍ້ອນ​ພະ​ເຢໂຫວາ​ສັນຍາ​ວ່າ​ເຮົາ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ງາມໆ. ຢູ່​ຫັ້ນ ເຮົາ​ຈະ​ມີ​ຊີວິດ​ທີ່​ສະຫງົບສຸກ​ແລະ​ປອດໄພ​ແທ້ໆ. ເຮົາ​ຕ້ອງ​ເຮັດ​ໃຫ້​ຄວາມ​ຫວັງ​ນີ້​ຊັດເຈນ​ຢູ່​ສະເໝີ. ຄັນ​ບໍ່​ຊັ້ນ ຄວາມ​ຫວັງ​ຂອງ​ເຮົາ​ອາດ​ເປັນ​ຄື​ກັບ​ວິວ​ທີ່​ງາມໆ​ແຕ່​ພັດ​ມົວ​ຍ້ອນ​ເຮົາ​ເບິ່ງ​ຜ່ານ​ກະຈົກ​ທີ່​ເປື້ອນ. ເຮົາ​ຈະ​ເຮັດ​ໃຫ້​ກະຈົກ​ສະອາດ​ເຊິ່ງ​ກໍ​ຄື​ເຮັດ​ໃຫ້​ຄວາມ​ຫວັງ​ຂອງ​ເຮົາ​ຊັດເຈນ​ຢູ່​ສະເໝີ​ໄດ້​ແນວ​ໃດ? ເຮົາ​ເຮັດ​ໄດ້​ໂດຍ​ຈັດ​ເວລາ​ເປັນ​ປະຈຳ​ເພື່ອ​ຈິນຕະນາການ​ວ່າ​ຊີວິດ​ຂອງ​ເຮົາ​ໃນ​ໂລກ​ໃໝ່​ຈະ​ເປັນ​ແນວ​ໃດ. ເຮົາ​ສາມາດ​ອ່ານ​ບົດ​ຄວາມ ເບິ່ງ​ວິດີໂອ ແລະ​ຟັງ​ເພງ​ທີ່​ເວົ້າ​ກ່ຽວກັບ​ຄວາມ​ຫວັງ​ຂອງ​ເຮົາ ແລະ​ເຮົາ​ສາມາດ​ອະທິດຖານ​ບອກ​ພະ​ເຢໂຫວາ​ວ່າ​ເຮົາ​ລໍ​ຖ້າ​ໃຫ້​ຄຳ​ສັນຍາ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້.

11. ອັນ​ໃດ​ຊ່ວຍ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ເຈັບ​ປ່ວຍ​ຮ້າຍ​ແຮງ​ໃຫ້​ມີ​ກຳລັງ​ທີ່​ຈະ​ອົດທົນ​ໄດ້?

11 ໃຫ້​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ຈອຍ. ລາວ​ເຈັບ​ປ່ວຍ​ຮ້າຍ​ແຮງ ແຕ່​ຄວາມ​ຫວັງ​ກໍ​ເຮັດ​ໃຫ້​ລາວ​ມີ​ກຳລັງ​ໃຈ​ແລະ​ອົດທົນ​ກັບ​ບັນຫາ​ໄດ້. ລາວ​ເວົ້າ​ວ່າ: “ຕອນ​ທີ່​ຂ້ອຍ​ເຈິ​ບັນຫາ​ຫຼາຍ​ຢ່າງ​ຈົນ​ຮູ້ສຶກ​ວ່າ​ຮັບມື​ບໍ່​ໄຫວ ຂ້ອຍ​ລະບາຍ​ຄວາມ​ຮູ້ສຶກ​ທຸກ​ຢ່າງ​ກັບ​ພະ​ເຢໂຫວາ​ຍ້ອນ​ຂ້ອຍ​ຮູ້​ວ່າ​ເພິ່ນ​ເຂົ້າໃຈ​ຂ້ອຍ ແລະ​ພະ​ເຢໂຫວາ​ກໍ​ໃຫ້​ຂ້ອຍ​ມີ ‘ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ.’” (2ກຣ. 4:7) ນອກ​ຈາກ​ນັ້ນ ຈອຍ​ຍັງ​ນຶກພາບ​ໂຕເອງ​ໃນ​ໂລກ​ໃໝ່​ເຊິ່ງ​ຢູ່​ຫັ້ນ​ຈະ “ບໍ່​ມີ​ໃຜ​ເວົ້າ​ວ່າ: ‘ຂ້ອຍ​ບໍ່​ສະບາຍ.’” (ອຊຢ. 33:24) ເຮົາ​ກໍ​ຄື​ກັນ ຖ້າ​ເຮົາ​ລະບາຍ​ຄວາມ​ຮູ້ສຶກ​ທຸກ​ຢ່າງ​ກັບ​ພະ​ເຢໂຫວາ​ແລະ​ຄິດ​ເຖິງ​ຄວາມ​ຫວັງ​ຂອງ​ເຮົາ​ຢູ່​ສະເໝີ ເຮົາ​ກໍ​ຈະ​ມີ​ກຳລັງ​ທີ່​ຈະ​ອົດທົນ​ກັບ​ບັນຫາ​ຕ່າງໆ​ໄດ້.

12. ມີ​ເຫດຜົນ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ? (ເບິ່ງ​ຮູບ​ນຳ)

12 ຄື​ກັບ​ທີ່​ພະ​ເຢໂຫວາ​ຊ່ວຍ​ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ຢູ່​ບາບີໂລນ​ໃຫ້​ໝັ້ນໃຈ​ໃນ​ຄຳ​ສັນຍາ​ຂອງ​ເພິ່ນ ພະ​ເຢໂຫວາ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ໃນ​ຄຳ​ສັນຍາ​ຂອງ​ເພິ່ນ​ຄື​ກັນ. ໃຫ້​ຄິດ​ເຖິງ​ຄຳ​ພະຍາກອນ​ຕ່າງໆ​ທີ່​ກຳລັງ​ເກີດຂຶ້ນ​ແທ້​ໃນ​ຕອນນີ້. ຕົວຢ່າງ​ເຊັ່ນ: ເຮົາ​ເຫັນ​ມະຫາ​ອຳນາດ​ໂລກ​ອັງກິດ-ອາເມຣິກາ​ມີ “ສ່ວນ​ທີ່​ເຂັ້ມແຂງ​ແລະ​ມີ​ສ່ວນ​ທີ່​ອ່ອນແອ.” (ດນອ. 2:42, 43) ເຮົາ​ຍັງ​ໄດ້​ຍິນ​ຂ່າວ​ວ່າ “ມີ​ແຜ່ນດິນ​ໄຫວ​ໃນ​ບ່ອນ​ຕ່າງໆ” ແລະ​ເຮົາ​ກຳລັງ​ປະກາດ​ຂ່າວ​ດີ​ກັບ “ຄົນ​ທຸກ​ຊາດ.” (ມທ. 24:7, 14) ຍ້ອນ​ເຮົາ​ເຫັນ​ຄຳ​ພະຍາກອນ​ເຫຼົ່າ​ນີ້​ແລະ​ຄຳ​ພະຍາກອນ​ອື່ນໆ​ກຳລັງ​ເກີດຂຶ້ນ​ແທ້ ເຮົາ​ຈຶ່ງ​ໝັ້ນໃຈ​ວ່າ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້​ກໍ​ຈະ​ເກີດຂຶ້ນ​ແທ້​ຄື​ກັນ.

ພີ່ນ້ອງ​ຍິງ​ອ່ານ​ແລະ​ຄິດ​ເຖິງ​ຄຳ​ພະຍາກອນ​ຕ່າງໆ​ໃນ​ຄຳພີ​ໄບເບິນ. ຮູບ: 1. ຜົວ​ເມຍ​ຄູ່​ໜຶ່ງ​ຢືນ​ປະກາດ​ຂ້າງ​ລໍ້​ປະກາດ​ສາທາລະນະ​ແລະ​ກຳລັງ​ລົມ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ. 2. ພໍ່​ກັບ​ລູກ​ຊາຍ​ຢືນ​ເບິ່ງ​ຊາກຫັກພັງ​ທີ່​ເກີດ​ຈາກ​ໄພ​ທຳມະຊາດ. 3. ຫີນ​ກ້ອນ​ໜຶ່ງ​ມາ​ຕຳ​ຕີນ​ຂອງ​ຮູບ​ປັ້ນ​ໃຫຍ່​ທີ່​ກະສັດ​ເນບູກາດເນັດຊາ​ຝັນ​ເຫັນ​ເຊິ່ງ​ຂຽນ​ໄວ້​ໃນ​ປຶ້ມ​ດານີເອນ​ບົດ 2. 4. ຄົນ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ໃນ​ໂລກ​ທີ່​ເປັນ​ບ່ອນ​ງາມໆ.

ຄຳ​ພະຍາກອນ​ຕ່າງໆ​ທີ່​ເກີດຂຶ້ນ​ແທ້​ໃນ​ທຸກ​ມື້​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນໃຈໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ (ເບິ່ງ​ຂໍ້ 12)


ພະ​ເຢໂຫວາ​ຊ່ວຍ​ເຮົາ​ບໍ່​ໃຫ້​ຢ້ານ

13. (ກ) ຄົນ​ຢິວ​ເຈິ​ບັນຫາ​ຫຍັງ​ຕອນ​ທີ່​ເຂົາເຈົ້າ​ໃກ້​ຈະ​ຖືກ​ປ່ອຍ​ຈາກ​ການ​ເປັນ​ຊະເລີຍ? (ຂ) ຕາມ​ເອຊາຢາ 41:10-13 ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ແນວ​ໃດ?

13 ພະ​ເຢໂຫວາ​ໃຫ້​ຄວາມ​ຫວັງ​ທີ່​ດີ​ແທ້ໆ​ກັບ​ຄົນ​ຢິວ​ທີ່ເປັນ​ຊະເລີຍ​ຢູ່​ບາບີໂລນ​ວ່າ​ເຂົາເຈົ້າ​ຈະ​ຖືກ​ປົດ​ປ່ອຍ​ໃຫ້​ເປັນ​ອິດສະຫຼະ. ແຕ່​ເພິ່ນ​ກໍ​ຮູ້​ວ່າ​ເມື່ອ​ໃກ້​ຈະ​ຮອດ​ຕອນ​ນັ້ນ ມັນ​ຈະ​ເປັນ​ເວລາ​ທີ່​ຍາກ​ຫຼາຍ​ສຳລັບ​ເຂົາເຈົ້າ. ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ມີ​ກະສັດ​ອົງ​ໜຶ່ງ​ທີ່​ມີ​ອຳນາດ​ຫຼາຍ​ມາ​ໂຈມຕີ​ແລະ​ເອົາ​ຊະນະ​ຊາດ​ຕ່າງໆ​ທີ່​ຢູ່​ອ້ອມ​ຂ້າງ​ບາບີໂລນ ແລ້ວ​ຈາກ​ນັ້ນ​ກໍ​ຈະ​ໂຈມຕີ​ບາບີໂລນ. (ອຊຢ. 41:2-5) ຄົນ​ຢິວ​ຕ້ອງ​ຢ້ານ​ບໍ? ຫຼາຍ​ປີ​ກ່ອນ​ທີ່​ເລື່ອງ​ນີ້​ຈະ​ເກີດຂຶ້ນ ພະ​ເຢໂຫວາ​ໄດ້​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ​ໂດຍ​ບອກ​ວ່າ: “ບໍ່​ຕ້ອງ​ຢ້ານ ຍ້ອນ​ວ່າ​ເຮົາ​ຢູ່​ນຳ​ເຈົ້າ. ບໍ່​ຕ້ອງ​ອຸກໃຈ ຍ້ອນ​ວ່າ​ເຮົາ​ເປັນ​ພະເຈົ້າ​ຂອງ​ເຈົ້າ.” (ອ່ານ​ເອຊາຢາ 41:10-13) ພະ​ເຢໂຫວາ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ເພິ່ນເວົ້າ​ວ່າ: “ເຮົາ​ເປັນ​ພະເຈົ້າ​ຂອງ​ເຈົ້າ”? ເພິ່ນ​ບໍ່​ໄດ້ໝາຍ​ຄວາມ​ວ່າ​ຈະ​ໃຫ້​ຄົນ​ຢິວ​ມາ​ນະມັດສະການ​ເພິ່ນ ຍ້ອນ​ເຂົາເຈົ້າ​ຮູ້​ຢູ່​ແລ້ວ​ວ່າ​ຕ້ອງ​ເຮັດ​ແບບ​ນັ້ນ. ແຕ່​ພະ​ເຢໂຫວາ​ກຳລັງ​ບອກ​ໃຫ້​ເຂົາເຈົ້າ​ຮູ້​ວ່າ​ເພິ່ນ​ຢູ່​ຝ່າຍ​ເຂົາເຈົ້າ​ແລະ​ພ້ອມ​ທີ່​ຈະ​ຊ່ວຍ​ເຂົາເຈົ້າ​ສະເໝີ.—ພສ. 118:6

14. ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ອີກ​ເພື່ອ​ຊ່ວຍ​ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ບໍ່​ໃຫ້​ຢ້ານ?

14 ພະ​ເຢໂຫວາ​ຍັງ​ຊ່ວຍ​ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ບໍ່​ໃຫ້​ຢ້ານ​ໂດຍ​ໃຫ້​ເຂົາເຈົ້າ​ຄິດ​ເຖິງ​ລິດເດດ​ແລະ​ສະຕິ​ປັນຍາ​ຂອງ​ເພິ່ນ​ທີ່​ບໍ່​ມີ​ຂີດ​ຈຳກັດ. ເພິ່ນ​ບອກ​ເຂົາເຈົ້າ​ໃຫ້​ແນມ​ເບິ່ງ​ດາວ​ທີ່​ຢູ່​ເທິງ​ຟ້າ. ເພິ່ນ​ບອກ​ເຂົາເຈົ້າ​ວ່າ​ເພິ່ນ​ບໍ່​ພຽງ​ແຕ່​ສ້າງ​ດາວ​ເຫຼົ່າ​ນັ້ນ ແຕ່​ເພິ່ນ​ຍັງ​ຮູ້​ຈັກ​ຊື່​ຂອງ​ດາວ​ທຸກ​ດວງ​ນຳ. (ອຊຢ. 40:25-28) ຖ້າ​ພະ​ເຢໂຫວາ​ຮູ້​ຈັກ​ຊື່​ຂອງ​ດາວ​ແຕ່​ລະ​ດວງ ເພິ່ນ​ກໍ​ຕ້ອງ​ຮູ້​ຈັກ​ຊື່​ຂອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທຸກ​ຄົນ. ຖ້າ​ພະ​ເຢໂຫວາ​ມີ​ລິດເດດ​ສ້າງ​ດາວ​ເຫຼົ່າ​ນັ້ນ ເພິ່ນ​ກໍ​ຕ້ອງ​ມີ​ລິດເດດ​ທີ່​ຈະ​ຊ່ວຍ​ເຫຼືອ​ປະຊາຊົນ​ຂອງ​ເພິ່ນ​ໄດ້​ແທ້ໆ. ດັ່ງນັ້ນ ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ບໍ່​ມີ​ເຫດຜົນ​ທີ່​ຈະ​ຕ້ອງ​ຢ້ານ.

15. ພະ​ເຢໂຫວາ​ໄດ້​ກຽມ​ປະຊາຊົນ​ຂອງ​ເພິ່ນ​ແນວ​ໃດ​ໃຫ້​ພ້ອມ​ສຳລັບ​ສິ່ງທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ?

15 ພະ​ເຢໂຫວາ​ຍັງ​ໄດ້​ກຽມ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ພ້ອມ​ສຳລັບ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ໃນ​ປຶ້ມ​ເອຊາຢາ ພະ​ເຢໂຫວາ​ບອກ​ເຂົາເຈົ້າ​ວ່າ: “ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ຫ້ອງ​ທາງ​ໃນ​ແລະ​ອັດ​ປະຕູ​ໄວ້​ແມ້. ເຂົ້າ​ໄປ​ລີ້​ຢູ່​ຫັ້ນ​ບຶດ​ໜຶ່ງ​ຈົນ​ກວ່າ​ເຮົາ​ຈະ​ເຊົາ​ໃຈ​ຮ້າຍ.” (ອຊຢ. 26:20) ຄົນ​ຢິວ​ອາດ​ເຮັດ​ຕາມ​ຄຳ​ແນະນຳ​ນີ້​ຕອນ​ທີ່​ກະສັດ​ໄຊຣັດ​ມາ​ໂຈມຕີ​ບາບີໂລນ. ນັກ​ປະຫວັດສາດ​ຄົນ​ກຣີກ​ຜູ້​ໜຶ່ງ​ເວົ້າ​ວ່າ ຕອນ​ທີ່​ໄຊຣັດ​ມາ​ໂຈມຕີ​ບາບີໂລນ ລາວ “ສັ່ງ​ໃຫ້ [ທະຫານ​ຂອງ​ລາວ] ຂ້າ​ທຸກ​ຄົນ​ທີ່​ຢູ່​ນອກ​ເຮືອນ.” ໃຫ້​ຄິດ​ເບິ່ງ​ວ່າ​ຄົນ​ທີ່​ຢູ່​ບາບີໂລນ​ຈະ​ຢ້ານ​ຫຼາຍ​ສ່ຳ​ໃດ! ແຕ່​ເບິ່ງ​ຄື​ວ່າ​ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ລອດ​ຊີວິດ​ຍ້ອນ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ.

16. ເປັນ​ຫຍັງ​ເຮົາ​ບໍ່​ຕ້ອງ​ຢ້ານ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່? (ເບິ່ງ​ຮູບ​ນຳ)

16 ເຮົາ​ໄດ້​ບົດ​ຮຽນ​ຫຍັງ? ອີກ​ບໍ່​ດົນ ເຮົາ​ຈະ​ຕ້ອງ​ເຈິ​ກັບຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເຊິ່ງ​ເປັນ​ໄລຍະ​ເວລາ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ທີ່​ເຄີຍ​ເກີດຂຶ້ນ​ໃນ​ໂລກ. ເມື່ອ​ຮອດ​ຕອນ​ນັ້ນ ຄົນ​ທົ່ວໄປ​ໃນ​ໂລກ​ຈະ​ສັບສົນ​ແລະ​ຢ້ານ​ຫຼາຍ ແຕ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຈະ​ບໍ່​ເປັນ​ແບບ​ນັ້ນ. ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ເຮົາ ເຮົາ​ຈຶ່ງ​ກ້າຫານ​ຍ້ອນເຮົາ​ຮູ້​ວ່າ​ເພິ່ນ “ຈະ​ມາ​ຊ່ວຍ [ພວກ​ເຮົາ] ໃຫ້​ລອດ.” (ລກ. 21:28) ແມ່ນ​ແຕ່​ຕອນ​ທີ່​ກຸ່ມ​ຊາດ​ຕ່າງໆ​ມາ​ໂຈມຕີ​ເຮົາ ເຮົາ​ກໍ​ຈະ​ຍັງ​ໝັ້ນໃຈ​ໃນ​ພະ​ເຢໂຫວາ​ສະເໝີ. ພະ​ເຢໂຫວາ​ຈະ​ໃຊ້​ທູດສະຫວັນ​ໃຫ້​ປົກປ້ອງ​ເຮົາ​ແລະ​ໃຫ້​ຄຳ​ແນະນຳ​ທີ່​ຊ່ວຍ​ເຮົາ​ໃຫ້​ລອດ​ຊີວິດ. ເຮົາ​ຈະ​ໄດ້​ຮັບ​ຄຳ​ແນະນຳ​ເຫຼົ່າ​ນັ້ນ​ແນວ​ໃດ? ເຮົາ​ຕ້ອງ​ຖ້າ​ເບິ່ງ​ຕໍ່​ໄປ ແຕ່​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ໄດ້​ຮັບ​ຄຳ​ແນະນຳ​ເຫຼົ່າ​ນັ້ນ​ຜ່ານ​ທາງ​ປະຊາຄົມ​ເຊິ່ງ​ອາດ​ເປັນ​ຄື​ກັບ “ຫ້ອງ​ທາງ​ໃນ” ທີ່​ຈະ​ປົກປ້ອງ​ເຮົາ​ໃຫ້​ປອດໄພ. ເຮົາ​ຈະ​ກຽມ​ພ້ອມ​ສຳລັບ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ສະໜິດ​ກັບ​ພີ່ນ້ອງ ເຕັມໃຈ​ເຊື່ອຟັງ​ຄຳ​ແນະນຳ​ຈາກ​ອົງການ ແລະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ກຳລັງ​ຊີ້ນຳ​ອົງການ​ນີ້​ຢູ່.—ຮຣ. 10:24, 25; 13:17

ພີ່ນ້ອງ​ອ່ານ​ຄຳພີ​ໄບເບິນ​ນຳ​ກັນ​ໃນ​ຫ້ອງ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່. ເຂົາເຈົ້າ​ແນມ​ອອກ​ໄປ​ນອກ​ປ່ອງ​ຢ້ຽມ​ຕອນ​ທີ່​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຊີ້​ຂຶ້ນ​ໄປ​ເທິງ​ຟ້າ​ຕອນ​ກາງຄືນ.

ຖ້າ​ເຮົາ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ມີ​ລິດເດດ​ແລະ​ສາມາດ​ປົກປ້ອງເຮົາ​ໄດ້ ເຮົາ​ກໍ​ຈະ​ບໍ່​ຢ້ານ​ຫຼາຍເກີນ​ໄປ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ (ເບິ່ງ​ຂໍ້ 16)b


17. ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ສະແດງ​ວ່າ​ເຈົ້າ​ເພິ່ງ​ພະ​ເຢໂຫວາ​ເພື່ອ​ຈະ​ໄດ້​ກຳລັງ​ໃຈ?

17 ເຖິງ​ວ່າ​ຄົນ​ຢິວ​ທີ່​ເປັນ​ຊະເລີຍ​ຕ້ອງ​ເຈິ​ກັບ​ສະພາບການ​ທີ່​ຍາກ​ລຳບາກ ແຕ່​ພະ​ເຢໂຫວາ​ກໍ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ. ເພິ່ນ​ຈະ​ໃຫ້​ກຳລັງ​ໃຈ​ເຮົາ​ແບບ​ນັ້ນ​ຄື​ກັນ. ດັ່ງນັ້ນ ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ ໃຫ້​ເຈົ້າ​ເພິ່ງ​ພະ​ເຢໂຫວາ​ຕໍ່ໆ​ໄປ​ເພື່ອ​ຈະ​ໄດ້​ກຳລັງ​ໃຈ. ໃຫ້​ເຈົ້າ​ໝັ້ນໃຈ​ໃນ​ຄວາມ​ເມດຕາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ແລະ​ເຮັດ​ໃຫ້​ຄວາມ​ຫວັງ​ຂອງ​ເຈົ້າ​ຊັດເຈນ​ຢູ່​ສະເໝີ. ໃຫ້​ຈື່​ໄວ້​ວ່າ ຍ້ອນ​ເຈົ້າ​ມີ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ເຈົ້າ ເຈົ້າ​ກໍ​ບໍ່​ຕ້ອງ​ຢ້ານ​ຫຍັງ.

ຂໍ້​ຄຳພີ​ຕໍ່​ໄປ​ນີ້​ໃຫ້​ກຳລັງ​ໃຈ​ເຈົ້າ​ແນວ​ໃດ?

  •  ເອຊາຢາ 55:7

  •  ເອຊາຢາ 40:29-31

  •  ເອຊາຢາ 41:10-13

ເພງ​ທີ 3 ເປັນ​ກຳລັງ ຄວາມ​ຫວັງ ແລະ​ຄວາມ​ໝັ້ນໃຈ​ຂອງ​ເຮົາ

a ຊື່​ສົມມຸດ.

b ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ກຸ່ມ​ນ້ອຍໆ​ມາ​ຢູ່​ນຳ​ກັນ. ເຂົາເຈົ້າ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ມີ​ລິດເດດ​ແລະ​ສາມາດ​ປົກປ້ອງ​ເຂົາເຈົ້າ​ໄດ້​ບໍ່​ວ່າ​ເຂົາເຈົ້າ​ຈະ​ຢູ່​ບ່ອນ​ໃດ​ໃນ​ໂລກ​ນີ້.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌