ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ກໍລະກົດ ໜ້າ 2-7
  • ເປັນ​ຫຍັງ​ເຮົາ​ຄວນ​ຊອກ​ຫາ​ຄຳ​ແນະນຳ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເປັນ​ຫຍັງ​ເຮົາ​ຄວນ​ຊອກ​ຫາ​ຄຳ​ແນະນຳ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຂ້ອຍ​ຕ້ອງ​ມີ​ຄຸນລັກສະນະ​ຫຍັງ​ແດ່?
  • ໃຜ​ຈະ​ໃຫ້​ຄຳ​ແນະນຳ​ທີ່​ດີ​ໄດ້?
  • ເຮົາ​ຈະ​ເປີດ​ໃຈ​ຮັບ​ຟັງ​ຄຳ​ແນະນຳ​ໄດ້​ແນວ​ໃດ?
  • ຂ້ອຍ​ຄວນ​ຂໍ​ໃຫ້​ຄົນ​ອື່ນ​ຕັດສິນໃຈ​ໃຫ້​ຂ້ອຍ​ບໍ?
  • ໃຫ້​ຊອກ​ຫາ​ຄຳ​ແນະນຳ​ຕໍ່ໆ​ໄປ
  • ວິທີ​ໃຫ້​ຄຳ​ແນະນຳ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຕັດສິນໃຈໃນແບບທີ່ສະແດງວ່າເຮົາເພິ່ງພະເຢໂຫວາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ຮຽນ​ຈາກ​ຄຳເວົ້າ​ສຸດທ້າຍ​ຂອງ​ຜູ້​ຮັບໃຊ້​ທີ່​ສັດຊື່
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ໃຫ້​ຖ່ອມ​ໃຈ​ຍອມຮັບ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຮູ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ກໍລະກົດ ໜ້າ 2-7

ບົດ​ຄວາມ​ສຶກສາ​ທີ 28

ເພງ​ທີ 88 ຂໍ​ໃຫ້​ເຮົາ​ຮູ້​ທາງ​ຂອງ​ພະອົງ

ເປັນ​ຫຍັງ​ເຮົາ​ຄວນ​ຊອກ​ຫາ​ຄຳ​ແນະນຳ?

“ສະຕິ​ປັນຍາ​ເປັນ​ຂອງ​ຄົນ​ທີ່​ຊອກ​ຫາ​ຄຳ​ແນະນຳ.”—ສພສ. 13:10

ຈຸດ​ສຳຄັນ

ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ເຕັມທີ​ຈາກ​ຄຳ​ແນະນຳ​ທີ່​ເຮົາ​ໄດ້​ຮັບ.

1. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຕັດສິນໃຈ​ຢ່າງ​ຖືກຕ້ອງ​ແລະ​ໃຫ້​ແຜນການ​ຂອງ​ເຮົາ​ສຳເລັດ? (ສຸພາສິດ 13:10; 15:22)

ເຮົາ​ທຸກ​ຄົນ​ຢາກ​ຕັດສິນໃຈ​ຢ່າງ​ຖືກຕ້ອງ​ແລະ​ຢາກ​ໃຫ້​ແຜນການ​ຂອງ​ເຮົາ​ສຳເລັດ. ຄຳພີ​ໄບເບິນ​ບອກ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ໄດ້​ຕາມ​ເປົ້າໝາຍ​ທັງ​ສອງ​ຢ່າງ​ນີ້.—ອ່ານ​ສຸພາສິດ 13:10; 15:22

2. ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ເຮັດ​ຫຍັງ​ເພື່ອ​ເຮົາ?

2 ພະ​ເຢໂຫວາ​ເປັນ​ຜູ້​ທີ່​ສາມາດ​ໃຫ້​ຄຳ​ແນະນຳ​ທີ່​ດີ​ທີ່​ສຸດ​ກັບ​ເຮົາ. ສະນັ້ນ ເຮົາ​ຕ້ອງ​ອະທິດຖານ​ຫາ​ເພິ່ນ​ແລະ​ຂໍ​ສະຕິ​ປັນຍາ​ຈາກ​ເພິ່ນ. ເພິ່ນ​ສັນຍາ​ວ່າ​ຈະ​ຊ່ວຍ​ເຮົາ ເພິ່ນ​ເວົ້າ​ວ່າ: “ເຮົາ​ຈະ​ໃຫ້​ຄຳ​ແນະນຳ​ເຈົ້າ​ແລະ​ເບິ່ງແຍງ​ເຈົ້າ​ສະເໝີ.” (ພສ. 32:8) ຄຳເວົ້າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ໃຫ້​ຄຳ​ແນະນຳ​ເຮົາ​ເທົ່າ​ນັ້ນ ແຕ່​ເພິ່ນ​ສົນໃຈ​ເຮົາ​ເປັນ​ສ່ວນ​ໂຕ​ແລະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຄຳ​ແນະນຳ​ຂອງ​ເພິ່ນ​ໄປ​ໃຊ້.

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

3 ໃນ​ບົດ​ນີ້ ເຮົາ​ຈະ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ຕອບ​ຄຳ​ຖາມ 4 ຂໍ້​ຕໍ່​ໄປ​ນີ້: (1) ຖ້າ​ຂ້ອຍ​ຢາກ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳ​ແນະນຳ​ທີ່​ດີ ຂ້ອຍ​ຕ້ອງ​ມີ​ຄຸນລັກສະນະ​ຫຍັງ​ແດ່? (2) ໃຜ​ຈະ​ໃຫ້​ຄຳ​ແນະນຳ​ທີ່​ດີ​ກັບ​ຂ້ອຍ​ໄດ້? (3) ຂ້ອຍ​ຈະ​ເປີດ​ໃຈ​ຮັບ​ຟັງ​ຄຳ​ແນະນຳ​ໄດ້​ແນວ​ໃດ? ແລະ (4) ເປັນ​ຫຍັງ​ຂ້ອຍ​ບໍ່​ຄວນ​ຂໍ​ໃຫ້​ຄົນ​ອື່ນ​ຕັດສິນໃຈ​ໃຫ້​ຂ້ອຍ?

ຂ້ອຍ​ຕ້ອງ​ມີ​ຄຸນລັກສະນະ​ຫຍັງ​ແດ່?

4. ຖ້າ​ເຮົາ​ຢາກ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳ​ແນະນຳ​ທີ່​ດີ ເຮົາ​ຕ້ອງ​ມີ​ຄຸນລັກສະນະ​ຫຍັງ​ແດ່?

4 ເຮົາ​ຕ້ອງ​ເປັນ​ຄົນ​ຖ່ອມ​ແລະ​ຈຽມ​ໂຕ​ເພື່ອ​ຈະ​ໄດ້​ຮັບ​ຄຳ​ແນະນຳ​ທີ່​ດີ. ເຮົາ​ຕ້ອງ​ຍອມຮັບ​ວ່າ​ເຮົາ​ອາດ​ບໍ່​ມີ​ປະສົບການ​ຫຼື​ບໍ່​ມີ​ຄວາມ​ຮູ້​ເພື່ອ​ຈະ​ເລືອກ​ຢ່າງ​ຖືກຕ້ອງ​ດ້ວຍ​ໂຕ​ເຮົາ​ເອງ. ຖ້າ​ເຮົາ​ບໍ່​ເປັນ​ຄົນ​ຖ່ອມ​ແລະ​ຈຽມ​ໂຕ ພະ​ເຢໂຫວາ​ກໍ​ຊ່ວຍ​ເຮົາ​ບໍ່​ໄດ້. ຜົນ​ກໍ​ຄື ເມື່ອ​ອ່ານ​ຄຳພີ​ໄບເບິນ​ເຮົາ​ຈະ​ບໍ່​ເຫັນ​ຄວາມ​ຈຳເປັນ​ທີ່​ຕ້ອງ​ເອົາ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ໄປ​ໃຊ້. (ມກ. 6:8; 1ປຕ. 5:5) ແຕ່​ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ​ແລະ​ຈຽມ​ໂຕ ເຮົາ​ກໍ​ພ້ອມ​ທີ່​ຈະ​ຟັງ​ແລະ​ເອົາ​ຄຳ​ແນະນຳ​ທີ່​ມາ​ຈາກ​ຄຳພີ​ໄບເບິນ​ໄປ​ໃຊ້.

5. ກະສັດ​ດາວິດ​ປະສົບ​ຜົນ​ສຳເລັດ​ຫຍັງ​ແດ່​ທີ່​ອາດ​ເຮັດ​ໃຫ້​ລາວ​ກາຍ​ເປັນ​ຄົນ​ຍິ່ງ?

5 ໃຫ້​ມາ​ເບິ່ງ​ວ່າ​ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ກະສັດ​ດາວິດ. ສິ່ງ​ທີ່​ດາວິດ​ເຮັດ​ສຳເລັດ​ສາມາດ​ເຮັດ​ໃຫ້​ລາວ​ກາຍ​ເປັນ​ຄົນ​ຍິ່ງ​ໄດ້. ຫຼາຍ​ປີ​ກ່ອນ​ທີ່​ດາວິດ​ຈະ​ໄດ້​ເປັນ​ກະສັດ ລາວ​ມີ​ຊື່​ສຽງ​ວ່າ​ເປັນ​ນັກ​ດົນຕີ​ທີ່​ເກັ່ງ. ລາວ​ເຄີຍ​ຖືກ​ເອີ້ນ​ໃຫ້​ໄປ​ຫຼິ້ນ​ດົນຕີ​ໃຫ້​ກະສັດ​ຟັງ. (1ຊມ. 16:18, 19) ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ເລືອກ​ດາວິດ​ໃຫ້​ເປັນ​ກະສັດ​ຄົນ​ຕໍ່​ໄປ ເພິ່ນ​ໄດ້​ເອົາ​ພະລັງ​ບໍລິສຸດ​ໃຫ້​ລາວ. (1ຊມ. 16:11-13) ປະຊາຊົນ​ພາກັນ​ຍ້ອງ​ດາວິດ​ທີ່​ຂ້າ​ພວກ​ສັດຕູ​ໄດ້ ເຊິ່ງ​ລວມ​ເຖິງ​ໂກລີອາດ​ຄົນ​ຟີລິດສະຕີນ​ທີ່​ສູງໆ​ໃຫຍ່ໆ. (1ຊມ. 17:37, 50; 18:7) ຄົນ​ຍິ່ງ​ທີ່​ປະສົບ​ຜົນ​ສຳເລັດ​ຫຼາຍ​ຢ່າງ​ແບບ​ນີ້​ອາດ​ຄິດ​ວ່າ​ລາວ​ບໍ່​ຈຳເປັນ​ຕ້ອງ​ຟັງ​ຄຳ​ແນະນຳ​ຈາກ​ຄົນ​ອື່ນ. ແຕ່​ດາວິດ​ບໍ່​ເປັນ​ແບບ​ນັ້ນ.

6. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ດາວິດ​ພ້ອມ​ທີ່​ຈະ​ຟັງ​ຄຳ​ແນະນຳ? (ເບິ່ງ​ຮູບ​ໜ້າ​ປົກ​ນຳ)

6 ຫຼັງ​ຈາກ​ໄດ້​ເປັນ​ກະສັດ​ແລ້ວ ດາວິດ​ກໍ​ຍັງ​ເລືອກ​ເປັນ​ໝູ່​ກັບ​ຄົນ​ທີ່​ໃຫ້​ຄຳ​ແນະນຳ​ລາວ. (1ຂຄ. 27:32-34) ເລື່ອງ​ນີ້​ບໍ່​ແປກ​ຍ້ອນ​ດາວິດ​ມີ​ຊື່​ສຽງ​ວ່າ​ມັກ​ຟັງ​ຄຳ​ແນະນຳ​ທີ່​ດີ. ລາວ​ຍອມຮັບ​ຄຳ​ແນະນຳ​ບໍ່​ແມ່ນ​ແຕ່​ຈາກ​ຜູ້​ຊາຍ​ເທົ່າ​ນັ້ນ ແຕ່​ຈາກ​ຜູ້​ຍິງ​ຊື່​ອາບີກາຍ​ນຳ. ອາບີກາຍ​ເປັນ​ເມຍ​ຂອງ​ນາບານ​ທີ່​ເປັນ​ຄົນ​ຍິ່ງ ບໍ່​ຮູ້​ຈັກ​ຂອບໃຈ ແລະ​ບໍ່​ມີ​ຄວາມ​ນັບຖື​ຕໍ່​ຄົນ​ອື່ນ. ແຕ່​ດາວິດ​ເປັນ​ຄົນ​ຖ່ອມ​ແລະ​ຟັງ​ຄຳ​ແນະນຳ​ທີ່​ດີ​ຂອງ​ອາບີກາຍ. ຜົນ​ກໍ​ຄື ລາວ​ບໍ່​ໄດ້​ເຮັດ​ຜິດ​ຮ້າຍ​ແຮງ.—1ຊມ. 25:2, 3, 21-25, 32-34

ດາວິດ​ຕັ້ງໃຈ​ຟັງ​ອາບີກາຍ​ເວົ້າ. ອາບີກາຍ​ນັ່ງ​ຢູ່​ພື້ນ​ຂໍຮ້ອງ​ດາວິດ.

ດາວິດ​ຖ່ອມ​ໃຈ​ຍອມຮັບ​ຟັງ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ອາບີກາຍ (ເບິ່ງ​ຂໍ້ 6)


7. ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ດາວິດ? (ປັນຍາຈານ 4:13) (ເບິ່ງ​ຮູບ​ນຳ)

7 ເຮົາ​ໄດ້​ບົດ​ຮຽນ​ບາງ​ຢ່າງ​ຈາກ​ເລື່ອງ​ຂອງ​ດາວິດ. ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ມີ​ພອນ​ສະຫວັນ​ບາງ​ຢ່າງ​ຫຼື​ເຮົາ​ອາດ​ມີ​ສິດ​ອຳນາດ​ລະດັບ​ໜຶ່ງ​ເໜືອ​ຄົນ​ອື່ນ. ເຖິງ​ຈະ​ເປັນ​ແນວ​ນັ້ນ ເຮົາ​ບໍ່​ຄວນ​ຄິດ​ວ່າ​ເຮົາ​ຮູ້​ທຸກ​ຢ່າງ​ແລະ​ບໍ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄຳ​ແນະນຳ. ຄື​ກັບ​ດາວິດ ເຮົາ​ຄວນ​ເຕັມໃຈ​ຮັບ​ຟັງ​ຄຳ​ແນະນຳ​ທີ່​ດີ ບໍ່​ວ່າ​ຈະ​ມາ​ຈາກ​ໃຜ​ກໍ​ຕາມ. (ອ່ານ​ປັນຍາຈານ 4:13) ເມື່ອ​ເຮັດ​ແບບ​ນີ້ ເຮົາ​ຈະ​ຫຼີກລ່ຽງ​ການ​ເຮັດ​ຜິດ​ຮ້າຍ​ແຮງ​ທີ່​ສາມາດ​ເຮັດ​ໃຫ້​ເຮົາ​ຫຼື​ຄົນ​ອື່ນ​ເສຍໃຈ​ຫຼາຍ.

ຮູບ: 1. ຜູ້​ເບິ່ງແຍງ 4 ຄົນ​ປະຊຸມ​ກັນ. ຜູ້​ເບິ່ງແຍງ​ຄົນ​ໜຶ່ງ​ເວົ້າ​ແບບ​ໃຈ​ຮ້າຍ. 2. ຕໍ່​ມາ ຢູ່​ໃນ​ລົດ ຜູ້​ເບິ່ງແຍງ​ທີ່​ອາຍຸ​ນ້ອຍ​ກວ່າ​ເຊິ່ງ​ຢູ່​ໃນ​ການ​ປະຊຸມ​ນັ້ນ​ຄື​ກັນ​ໄດ້​ເວົ້າ​ເປັນ​ສ່ວນ​ໂຕ​ກັບ​ພີ່ນ້ອງ​ຊາຍ​ທີ່​ເວົ້າ​ແບບ​ໃຈ​ຮ້າຍ.

ເຮົາ​ຄວນ​ເຕັມໃຈ​ຮັບ​ຟັງ​ຄຳ​ແນະນຳ​ທີ່​ດີ​ບໍ່​ວ່າ​ຈະ​ມາ​ຈາກ​ໃຜ​ກໍ​ຕາມ (ເບິ່ງ​ຂໍ້ 7)c


ໃຜ​ຈະ​ໃຫ້​ຄຳ​ແນະນຳ​ທີ່​ດີ​ໄດ້?

8. ເປັນ​ຫຍັງ​ໂຢນາທານ​ຈຶ່ງ​ສາມາດ​ໃຫ້​ຄຳ​ແນະນຳ​ທີ່​ດີ​ກັບ​ດາວິດ?

8 ໃຫ້​ເບິ່ງ​ອີກ​ບົດ​ຮຽນ​ໜຶ່ງ​ທີ່​ເຮົາ​ໄດ້​ຈາກ​ຕົວຢ່າງ​ຂອງ​ດາວິດ. ລາວ​ຟັງ​ຄຳ​ແນະນຳ​ຈາກ​ຄົນ​ທີ່​ມີ​ສາຍ​ສຳພັນ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ​ແລະ​ທັງ​ເຂົ້າໃຈ​ດີ​ວ່າ​ລາວ​ກຳລັງ​ເຈິ​ບັນຫາ​ຫຍັງ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ດາວິດ​ຢາກ​ຮູ້​ວ່າ​ລາວ​ຈະ​ຄືນດີ​ກັບ​ກະສັດ​ຊາອູນ​ໄດ້​ບໍ່ ລາວ​ຟັງ​ຄຳ​ແນະນຳ​ຈາກ​ໂຢນາທານ​ລູກ​ຊາຍ​ຂອງ​ຊາອູນ. ເປັນ​ຫຍັງ​ໂຢນາທານ​ຈຶ່ງ​ສາມາດ​ໃຫ້​ຄຳ​ແນະນຳ​ທີ່​ດີ​ກັບ​ດາວິດ? ຍ້ອນ​ໂຢນາທານ​ມີ​ສາຍ​ສຳພັນ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ ແລະ​ລາວ​ຍັງ​ຮູ້​ຈັກ​ຊາອູນ​ດີ. (1ຊມ. 20:9-13) ເຮົາ​ຈະ​ເອົາ​ບົດ​ຮຽນ​ນີ້​ມາ​ໃຊ້​ແນວ​ໃດ?

9. ຖ້າ​ຢາກ​ໄດ້​ຄຳ​ແນະນຳ​ທີ່​ດີ ເຮົາ​ຄວນ​ປຶກສາ​ໃຜ? ຂໍ​ໃຫ້​ຍົກ​ຕົວຢ່າງ. (ສຸພາສິດ 13:20)

9 ເມື່ອ​ເຮົາ​ຕ້ອງການ​ຄຳ​ແນະນຳ ເຮົາ​ຄວນ​ປຶກສາ​ກັບ​ຄົນ​ທີ່​ມີ​ສາຍ​ສຳພັນ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ​ແລະ​ມີ​ປະສົບການ​ໃນ​ເລື່ອງ​ທີ່​ເຮົາ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ.a (ອ່ານ​ສຸພາສິດ 13:20) ຕົວຢ່າງ​ເຊັ່ນ: ພີ່ນ້ອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຢາກ​ຊອກ​ຄູ່​ທີ່​ເໝາະສົມ​ເພື່ອ​ຈະ​ແຕ່ງດອງ​ນຳ. ໃຜ​ຈະ​ໃຫ້​ຄຳ​ແນະນຳ​ທີ່​ດີ​ກັບ​ລາວ​ໄດ້? ໝູ່​ທີ່​ເປັນ​ໂສດ​ອາດ​ຊ່ວຍ​ໄດ້​ຖ້າ​ລາວ​ໃຫ້​ຄຳ​ແນະນຳ​ຕາມ​ຫຼັກການ​ໃນ​ຄຳພີ​ໄບເບິນ. ແຕ່​ພີ່ນ້ອງ​ຊາຍ​ໜຸ່ມ​ອາດ​ຈະ​ໄດ້​ຮັບ​ຄຳ​ແນະນຳ​ທີ່​ກົງ​ຈຸດ​ແລະ​ໃຊ້​ໄດ້​ແທ້​ຖ້າ​ລາວ​ປຶກສາ​ກັບ​ຄູ່​ຜົວ​ເມຍ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ ໃຊ້​ຊີວິດ​ຄູ່​ນຳ​ກັນ​ມາ​ດົນ​ຢ່າງ​ມີ​ຄວາມ​ສຸກ ແລະ​ຮູ້​ຈັກ​ລາວ​ດີ.

10. ຕອນນີ້​ເຮົາ​ຈະ​ຮຽນ​ຫຍັງ?

10 ເຮົາ​ໄດ້​ຮຽນ​ແລ້ວ​ວ່າ​ເຮົາ​ຕ້ອງ​ມີ​ຄຸນລັກສະນະ 2 ຢ່າງ​ແລະ​ທັງ​ໄດ້​ຮຽນ​ວ່າ​ໃຜ​ທີ່​ໃຫ້​ຄຳ​ແນະນຳ​ທີ່​ດີ​ໄດ້. ຕອນນີ້ ເຮົາ​ຈະ​ຮຽນ​ວ່າ​ເຮົາ​ຈະ​ເປີດ​ໃຈ​ຮັບ​ຟັງ​ຄຳ​ແນະນຳ​ໄດ້​ແນວ​ໃດ ແລະ​ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຂໍ​ໃຫ້​ຄົນ​ອື່ນ​ຕັດສິນໃຈ​ໃຫ້​ເຮົາ.

ເຮົາ​ຈະ​ເປີດ​ໃຈ​ຮັບ​ຟັງ​ຄຳ​ແນະນຳ​ໄດ້​ແນວ​ໃດ?

11-12. (ກ) ບາງ​ເທື່ອ​ເຮົາ​ອາດ​ເຮັດ​ຫຍັງ? (ຂ) ເຣໂຮໂບອາມ​ໄດ້​ເຮັດ​ຫຍັງ​ເມື່ອ​ຕ້ອງ​ຕັດສິນໃຈ​ໃນ​ເລື່ອງ​ທີ່​ສຳຄັນ?

11 ບາງ​ຄົນ​ອາດ​ເບິ່ງ​ຄື​ວ່າ​ຢາກ​ຊອກ​ຫາ​ຄຳ​ແນະນຳ ແຕ່​ທີ່​ຈິງ​ແລ້ວ​ລາວ​ພຽງ​ແຕ່​ຢາກ​ໃຫ້​ຄົນ​ອື່ນ​ເຫັນດີ​ນຳ​ໃນ​ສິ່ງ​ທີ່​ລາວ​ໄດ້​ຕັດສິນໃຈ​ໄປ​ແລ້ວ. ຄົນ​ແບບ​ນັ້ນ​ບໍ່​ໄດ້​ເປີດ​ໃຈ​ຮັບ​ຟັງ​ຄຳ​ແນະນຳ​ຈາກ​ຄົນ​ອື່ນ. ຖ້າ​ເປັນ​ຈັ່ງ​ຊັ້ນ ລາວ​ຄວນ​ຮຽນ​ຈາກ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ກະສັດ​ເຣໂຮໂບອາມ.

12 ເຣໂຮໂບອາມ​ເປັນ​ກະສັດ​ຂອງ​ອິດສະຣາເອນ​ຫຼັງ​ຈາກ​ໂຊໂລໂມນ​ພໍ່​ຂອງ​ລາວ​ຕາຍ. ເຣໂຮໂບອາມ​ເປັນ​ກະສັດ​ຂອງ​ຊາດ​ທີ່​ຈະເລີນ​ຮຸ່ງ​ເຮືອງ ແຕ່​ປະຊາຊົນ​ຮູ້ສຶກ​ວ່າ​ໂຊໂລໂມນ​ໄດ້​ຮຽກ​ຮ້ອງ​ຈາກ​ເຂົາເຈົ້າ​ຫຼາຍ​ໂພດ. ປະຊາຊົນ​ໄດ້​ມາ​ຫາ​ເຣໂຮໂບອາມ​ເພື່ອ​ຂໍ​ໃຫ້​ລາວ​ເຮັດ​ໃຫ້​ພາລະ​ຂອງ​ເຂົາເຈົ້າ​ເບົາ​ລົງ. ເຣໂຮໂບອາມ​ຂໍ​ເວລາ​ຄິດ​ກ່ອນ​ວ່າ​ຈະ​ເຮັດ​ແນວ​ໃດ. ລາວ​ເລີ່ມ​ຕົ້ນ​ດີ​ໂດຍ​ຂໍ​ຄຳ​ແນະນຳ​ຈາກ​ພວກ​ຜູ້​ໃຫຍ່​ທີ່​ເຄີຍ​ເຮັດ​ວຽກ​ໃຫ້​ໂຊໂລໂມນ. (1ກສ. 12:2-7) ແຕ່​ລາວ​ບໍ່​ໄດ້​ເຮັດ​ຕາມ​ທີ່​ເຂົາເຈົ້າ​ແນະນຳ. ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ບາງ​ເທື່ອ​ເຣໂຮໂບອາມ​ໄດ້​ຕັດສິນໃຈ​ໄວ້​ແລ້ວ​ວ່າ​ຈະ​ເຮັດ​ແນວ​ໃດ​ແລະ​ພຽງ​ແຕ່​ຢາກ​ຊອກ​ຄົນ​ທີ່​ເຫັນດີ​ນຳ. ຖ້າ​ເປັນ​ແບບ​ນັ້ນ ພວກ​ຄົນ​ໜຸ່ມ​ທີ່​ໃຫຍ່​ມາ​ນຳ​ກັນ​ກໍ​ໃຫ້​ຄຳ​ແນະນຳ​ທີ່​ຖືກ​ໃຈ​ລາວ. (1ກສ. 12:8-14) ເຣໂຮໂບອາມ​ຕອບ​ປະຊາຊົນ​ຕາມ​ທີ່​ໝູ່​ຂອງ​ລາວ​ບອກ. ຜົນ​ກໍ​ຄື ຊາດ​ອິດສະຣາເອນ​ຖືກ​ແບ່ງ​ແຍກ ແລະ​ນັບ​ຕັ້ງແຕ່​ນັ້ນ​ມາ​ເຣໂຮໂບອາມ​ກໍ​ເຈິ​ບັນຫາ​ຕະຫຼອດ.—1ກສ. 12:16-19

13. ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ເປີດ​ໃຈ​ຮັບ​ຟັງ​ຄຳ​ແນະນຳ​ຫຼື​ບໍ່?

13 ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເຣໂຮໂບອາມ? ເມື່ອ​ຂໍ​ຄຳ​ແນະນຳ​ຈາກ​ຄົນ​ອື່ນ ເຮົາ​ບໍ່​ຄວນ​ຕັດສິນໃຈ​ໄວ້​ກ່ອນ. ເຮົາ​ຕ້ອງ​ເຕັມໃຈ​ຮັບ​ຟັງ​ຄຳ​ແນະນຳ​ຈາກ​ເຂົາເຈົ້າ. ໃຫ້​ຖາມ​ໂຕເອງ​ວ່າ: ‘ເມື່ອ​ຂໍ​ຄຳ​ແນະນຳ​ຈາກ​ຄົນ​ອື່ນ ຂ້ອຍ​ບໍ່​ສົນໃຈ​ຟັງ​ຄຳ​ແນະນຳ​ນັ້ນ​ບໍ​ຍ້ອນ​ມັນ​ບໍ່​ຖືກ​ໃຈ​ຂ້ອຍ?’

14. ເມື່ອ​ໄດ້​ຮັບ​ຄຳ​ແນະນຳ ເຮົາ​ຕ້ອງ​ຈື່​ຫຍັງ​ໄວ້? ຂໍ​ໃຫ້​ຍົກ​ຕົວຢ່າງ. (ເບິ່ງ​ຮູບ​ນຳ)

14 ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ໜຶ່ງ. ສົມມຸດ​ວ່າ​ມີ​ຄົນ​ສະເໜີ​ວຽກ​ທີ່​ໄດ້​ເງິນ​ເດືອນ​ຫຼາຍ​ໃຫ້​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ. ກ່ອນ​ຈະ​ຮັບ​ເອົາ​ວຽກ​ນີ້ ລາວ​ຂໍ​ຄຳ​ແນະນຳ​ຈາກ​ຜູ້​ເບິ່ງແຍງ​ຄົນ​ໜຶ່ງ. ຜູ້​ເບິ່ງແຍງ​ບອກ​ວ່າ​ວຽກ​ນີ້​ຈະ​ເຮັດ​ໃຫ້​ລາວ​ຢູ່​ໄກ​ຈາກ​ຄອບຄົວ​ເລື້ອຍໆ​ເປັນ​ເວລາ​ຫຼາຍ​ອາທິດ. ຜູ້​ເບິ່ງແຍງ​ເຕືອນ​ລາວ​ໃຫ້​ຄິດ​ເຖິງ​ຫຼັກການ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ວ່າ​ໜ້າທີ່​ຫຼັກ​ຂອງ​ລາວ​ແມ່ນ​ເບິ່ງແຍງ​ຄອບຄົວ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. (ອຟຊ. 6:4; 1ຕມ. 5:8) ສົມມຸດ​ວ່າ​ລາວ​ບໍ່​ເຫັນດີ​ກັບ​ຄຳ​ແນະນຳ​ຂອງ​ຜູ້​ເບິ່ງແຍງ​ຄົນ​ນີ້ ລາວ​ຈຶ່ງ​ໄປ​ຂໍ​ຄຳ​ແນະນຳ​ຈາກ​ພີ່ນ້ອງ​ຄົນ​ອື່ນ​ໃນ​ປະຊາຄົມ​ຈົນ​ກວ່າ​ຈະ​ເຈິ​ບາງ​ຄົນ​ທີ່​ບອກ​ວ່າ​ລາວ​ສາມາດ​ຮັບ​ເອົາ​ວຽກ​ນັ້ນ​ໄດ້. ພີ່ນ້ອງ​ຊາຍ​ຜູ້​ນີ້​ກຳລັງ​ຊອກ​ຫາ​ຄຳ​ແນະນຳ​ທີ່​ດີ​ແທ້ໆ​ບໍ ຫຼື​ລາວ​ໄດ້​ຕັດສິນໃຈ​ໄວ້​ແລ້ວ​ວ່າ​ຈະ​ເຮັດ​ແນວ​ໃດ​ແລະ​ພຽງ​ແຕ່​ກຳລັງ​ຊອກ​ຫາ​ຄົນ​ທີ່​ເຫັນດີ​ກັບ​ລາວ? ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ຫົວໃຈ​ເຮົາ​ທໍລະຍົດ. (ຢຣມ. 17:9) ບາງ​ເທື່ອ​ເຮົາ​ອາດ​ໄດ້​ຮັບ​ຄຳ​ແນະນຳ​ທີ່​ເຮົາ​ບໍ່​ມັກ ແຕ່​ນັ້ນ​ພັດ​ເປັນ​ຄຳ​ແນະນຳ​ທີ່​ດີ​ທີ່​ສຸດ.

ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຂໍ​ຄຳ​ແນະນຳ​ຈາກ​ພີ່ນ້ອງ​ຊາຍ​ຍິງ​ຫຼາຍໆ​ຄົນ. ລາວ​ຖາມ​ຄົນ​ໜຶ່ງ​ແລ້ວ​ກໍ​ໄປ​ຖາມ​ອີກ​ຄົນ​ໜຶ່ງ​ຕໍ່ ລາວ​ບໍ່​ພໍໃຈ​ໃນ​ສິ່ງ​ທີ່​ແຕ່​ລະ​ຄົນ​ບອກ.

ເຮົາ​ກຳລັງ​ຊອກ​ຫາ​ຄຳ​ແນະນຳ​ທີ່​ດີ​ແທ້ໆ​ບໍ​ຫຼື​ເຮົາ​ພຽງ​ແຕ່​ກຳລັງ​ຊອກ​ຫາ​ຄົນ​ທີ່​ເຫັນດີ​ກັບ​ເຮົາ? (ເບິ່ງ​ຂໍ້ 14)


ຂ້ອຍ​ຄວນ​ຂໍ​ໃຫ້​ຄົນ​ອື່ນ​ຕັດສິນໃຈ​ໃຫ້​ຂ້ອຍ​ບໍ?

15. ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເຮັດ​ຫຍັງ ແລະ​ຍ້ອນຫຍັງ?

15 ເຮົາ​ແຕ່​ລະ​ຄົນ​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ຈະ​ຕ້ອງ​ຕັດສິນໃຈ​ດ້ວຍ​ໂຕເອງ. (ຄລຕ. 6:4, 5) ຄື​ກັບ​ທີ່​ໄດ້​ຮຽນ​ມາ​ແລ້ວ ຄົນ​ສະຫຼາດ​ຈະ​ຊອກ​ຫາ​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ແລະ​ຈາກ​ພີ່ນ້ອງ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ກ່ອນ​ຈະ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ. ແຕ່​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ຂໍ​ໃຫ້​ຄົນ​ອື່ນ​ຕັດສິນໃຈ​ໃຫ້​ເຮົາ. ບາງ​ຄົນ​ອາດ​ເຮັດ​ແນວ​ນັ້ນ​ໂດຍ​ຖາມ​ຄົນ​ທີ່​ເຂົາເຈົ້າ​ໄວ້ໃຈ​ແບບ​ກົງໆ​ວ່າ: “ຖ້າ​ເຈົ້າ​ເປັນ​ຂ້ອຍ ເຈົ້າ​ຈະ​ເຮັດ​ແນວ​ໃດ?” ສ່ວນ​ບາງ​ຄົນ​ອາດ​ຮຽນ​ແບບ​ການ​ຕັດສິນໃຈ​ຂອງ​ຄົນ​ອື່ນ​ໂດຍ​ທີ່​ບໍ່​ໄດ້​ຄິດ​ຄັກໆ​ກ່ຽວກັບ​ເລື່ອງ​ນັ້ນ​ກ່ອນ.

16. ພີ່ນ້ອງ​ຢູ່​ປະຊາຄົມ​ໃນ​ເມືອງ​ໂກຣິນໂທ​ຕ້ອງ​ຕັດສິນໃຈ​ແນວ​ໃດ​ກ່ຽວກັບ​ຊີ້ນ​ທີ່​ເອົາ​ໄປ​ບູຊາ​ຮູບ​ບູຊາ ແລະ​ໃຜ​ຕ້ອງ​ຕັດສິນໃຈ​ວ່າ​ຈະ​ກິນ​ຊີ້ນ​ແບບ​ນັ້ນ​ຫຼື​ບໍ່? (1 ໂກຣິນໂທ 8:7; 10:25, 26)

16 ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ສະຕະວັດ​ທຳອິດ. ພີ່ນ້ອງ​ຢູ່​ປະຊາຄົມ​ໃນ​ເມືອງ​ໂກຣິນໂທ​ຕ້ອງ​ຕັດສິນໃຈ​ເລື່ອງ​ການ​ກິນ​ຊີ້ນ​ທີ່​ເອົາ​ໄປ​ບູຊາ​ຮູບ​ບູຊາ. ໂປໂລ​ຂຽນ​ໄປ​ຫາ​ພີ່ນ້ອງ​ເຫຼົ່າ​ນັ້ນ​ວ່າ: “ພວກ​ເຮົາ​ຮູ້​ວ່າ​ຮູບ​ບູຊາ​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ ແລະ​ຮູ້​ວ່າ​ມີ​ພະເຈົ້າ​ແຕ່​ອົງ​ດຽວ​ເທົ່າ​ນັ້ນ.” (1ກຣ. 8:4) ຈາກ​ສິ່ງ​ທີ່​ໂປໂລ​ເວົ້າ ບາງ​ຄົນ​ໃນ​ປະຊາຄົມ​ໄດ້​ຕັດສິນໃຈ​ວ່າ​ເຂົາເຈົ້າ​ກິນ​ຊີ້ນ​ທີ່​ເອົາ​ໄປ​ບູຊາ​ຮູບ​ບູຊາ​ໄດ້​ເຊິ່ງ​ຂາຍ​ຢູ່​ຕະຫຼາດ. ສ່ວນ​ບາງ​ຄົນ​ຕັດສິນໃຈ​ວ່າ​ເຂົາເຈົ້າ​ກິນ​ຊີ້ນ​ແບບ​ນັ້ນ​ບໍ່​ໄດ້​ຍ້ອນ​ມັນ​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຂົາເຈົ້າ. (ອ່ານ 1 ໂກຣິນໂທ 8:7; 10:25, 26) ເລື່ອງ​ນີ້​ເປັນ​ການ​ຕັດສິນໃຈ​ສ່ວນ​ໂຕ. ໂປໂລ​ບໍ່​ເຄີຍ​ແນະນຳ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ໃຫ້​ຕັດສິນໃຈ​ແທນ​ຄົນ​ອື່ນ ແລະ​ລາວ​ກໍ​ບໍ່​ເຄີຍ​ແນະນຳ​ພີ່ນ້ອງ​ໃນ​ເມືອງ​ນັ້ນ​ໃຫ້​ຮຽນ​ແບບ​ການ​ຕັດສິນ​ໃຈ​ຂອງ​ຄົນ​ອື່ນ ແຕ່​ລາວ​ບອກ​ເຂົາເຈົ້າ​ວ່າ: “ພະເຈົ້າ​ຈະ​ເປັນ​ຜູ້​ຕັດສິນ​ພວກ​ເຮົາ​ແຕ່​ລະ​ຄົນ​ຕາມ​ການ​ກະທຳ​ຂອງ​ພວກ​ເຮົາ.”—ຣມ. 14:10-12

17. ອາດ​ເກີດ​ຫຍັງ​ຂຶ້ນ​ຖ້າ​ເຮົາ​ຮຽນ​ແບບ​ການ​ຕັດສິນໃຈ​ຂອງ​ຄົນ​ອື່ນ? ຂໍ​ໃຫ້​ຍົກ​ຕົວຢ່າງ. (ເບິ່ງ​ຮູບ​ນຳ)

17 ໃນ​ທຸກ​ມື້​ນີ້ ເລື່ອງ​ຄ້າຍໆ​ກັນ​ນີ້​ອາດ​ເກີດຂຶ້ນ​ໄດ້​ແນວ​ໃດ? ຂໍ​ໃຫ້​ເບິ່ງ​ເລື່ອງ​ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ. ເຮົາ​ແຕ່​ລະ​ຄົນ​ຕ້ອງ​ຕັດສິນໃຈ​ດ້ວຍ​ໂຕເອງ​ວ່າ​ຈະ​ຮັບ​ຫຼື​ບໍ່​ຮັບ​ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ​ຕາມ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ໄດ້​ຮັບ​ການ​ຝຶກ​ຈາກ​ຫຼັກການ​ໃນ​ຄຳພີ​ໄບເບິນ.b ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຂົ້າໃຈ​ເລື່ອງ​ນີ້​ເຕັມທີ ແຕ່​ເຮົາ​ຕ້ອງ​ຕັດສິນໃຈ​ດ້ວຍ​ໂຕເອງ​ໃນ​ເລື່ອງ​ນີ້. (ຣມ. 14:4) ຖ້າ​ເຮົາ​ຮຽນ​ແບບ​ການ​ຕັດສິນໃຈ​ຂອງ​ຄົນ​ອື່ນ ມັນ​ອາດ​ເຮັດ​ໃຫ້​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຮົາ​ອ່ອນແອ​ລົງ. ເຮົາ​ສາມາດ​ຝຶກ​ແລະ​ເຮັດ​ໃຫ້​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ​ໂດຍ​ການ​ຝຶກ​ໃຊ້​ມັນ. (ຮຣ. 5:14) ຄັນຊັ້ນ ເຮົາ​ຄວນ​ຂໍ​ຄຳ​ແນະນຳ​ຈາກ​ພີ່ນ້ອງ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຕອນ​ໃດ? ຫຼັງ​ຈາກ​ທີ່​ເຮົາ​ໄດ້​ຄົ້ນຄວ້າ​ດ້ວຍ​ໂຕເອງ​ແລ້ວ ແຕ່​ຍັງ​ຕ້ອງການ​ໃຫ້​ມີ​ຄົນ​ຊ່ວຍ​ໃຫ້​ເຂົ້າໃຈ​ວ່າ​ຫຼັກການ​ໃນ​ຄຳພີ​ໄບເບິນ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ສະຖານະການ​ຂອງ​ເຮົາ.

ຮູບ: 1. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໃຊ້​ຄຳພີ​ໄບເບິນ ປຶ້ມ “ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!” ບົດ​ທີ 39 ແລະ​ວິດີໂອ “ຖ້າ​ການ​ປິ່ນປົວ​ກ່ຽວ​ຂ້ອງ​ກັບ​ການ​ໃຊ້​ເລືອດ ເຈົ້າ​ຈະ​ເຮັດ​ແນວ​ໃດ?” ເພື່ອ​ຊ່ວຍ​ລາວ​ໃນ​ການ​ຂຽນ​ໃບ​ມອບ​ສິດ​ແລະ​ການ​ສະແດງ​ຈຸດປະສົງ​ກ່ຽວກັບ​ການ​ປິ່ນປົວ​ທາງ​ການ​ແພດ. 2. ຕໍ່​ມາ ລາວ​ຟັງ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ລົມ​ກັບ​ລາວ​ກ່ຽວກັບ​ພະຄຳພີ​ຂໍ້​ໜຶ່ງ.

ເຮົາ​ຄວນ​ຂໍ​ຄຳ​ແນະນຳ​ຈາກ​ຄົນ​ອື່ນ​ຫຼັງ​ຈາກ​ທີ່​ເຮົາ​ໄດ້​ຄົ້ນຄວ້າ​ດ້ວຍ​ໂຕເອງ​ແລ້ວ (ເບິ່ງ​ຂໍ້ 17)


ໃຫ້​ຊອກ​ຫາ​ຄຳ​ແນະນຳ​ຕໍ່ໆ​ໄປ

18. ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ເພື່ອ​ເຮົາ?

18 ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ໄວ້ໃຈ​ເຮົາ​ຫຼາຍ​ໂດຍ​ໃຫ້​ເຮົາ​ຕັດສິນໃຈ​ດ້ວຍ​ໂຕເອງ. ເພິ່ນ​ໃຫ້​ເຮົາ​ມີ​ຄຳພີ​ໄບເບິນ​ແລະ​ມີ​ໝູ່​ທີ່​ສາມາດ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວິທີ​ທີ່​ຈະ​ເອົາ​ຫຼັກການ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້. ໂດຍ​ວິທີ​ນີ້ ພະ​ເຢໂຫວາ​ເບິ່ງແຍງ​ເຮົາ​ຄື​ກັບ​ພໍ່​ທີ່​ມີ​ຄວາມ​ຮັກ. (ສພສ. 3:21-23) ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຂອບໃຈ​ເພິ່ນ?

19. ເຮົາ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ຕໍ່ໆ​ໄປ​ໄດ້​ແນວ​ໃດ?

19 ພໍ່​ແມ່​ມີ​ຄວາມ​ສຸກ​ຫຼາຍ​ເມື່ອ​ເຫັນ​ລູກ​ໃຫຍ່​ຂຶ້ນ​ແລະ​ຮູ້​ຈັກ​ຄິດ ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ສະຫຼາດ​ສຸຂຸມ ແລະ​ມັກ​ຊ່ວຍ​ຄົນ​ອື່ນ. ຄ້າຍຄື​ກັນ ພະ​ເຢໂຫວາ​ກໍ​ມີ​ຄວາມ​ສຸກ​ເມື່ອ​ເພິ່ນ​ເຫັນ​ເຮົາ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ ຂໍ​ຄຳ​ແນະນຳ​ຈາກ​ຄົນ​ອື່ນ ແລະ​ຕັດສິນໃຈ​ໃນ​ແບບ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ເພິ່ນ.

ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳ​ແນະນຳ​ທີ່​ດີ ເປັນ​ຫຍັງ​ເຮົາ​ຕ້ອງ . . . 

  •  ເປັນ​ຄົນ​ຖ່ອມ​ແລະ​ຈຽມ​ໂຕ?

  •  ເປີດ​ໃຈ​ຮັບ​ຟັງ​ຄຳ​ແນະນຳ?

  •  ຕັດສິນໃຈ​ດ້ວຍ​ໂຕເອງ?

ເພງ​ທີ 127 ຂ້ອຍ​ຄວນ​ເປັນ​ຄົນ​ແບບ​ໃດ

a ບາງ​ເທື່ອ​ກໍ​ເປັນ​ເລື່ອງ​ທີ່​ດີ​ທີ່​ເຮົາ​ຈະ​ຂໍ​ຄຳ​ແນະນຳ​ຈາກ​ຄົນ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ​ໃນ​ເລື່ອງ​ການ​ເງິນ ສຸຂະພາບ ຫຼື​ເລື່ອງ​ອື່ນໆ.

b ສຳລັບ​ລາຍລະອຽດ​ເພີ່ມເຕີມ​ກ່ຽວກັບ​ຫົວ​ເລື່ອງ​ນີ້ ໃຫ້​ເບິ່ງ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດ​ທີ 39 ຂໍ້ 5 ແລະ​ສ່ວນ “ເບິ່ງ​ເພີ່ມເຕີມ.”

c ຄຳ​ອະທິບາຍ​ຮູບ: ຜູ້​ເບິ່ງແຍງ​ຄົນ​ໜຶ່ງ​ໃຫ້​ຄຳ​ແນະນຳ​ຜູ້​ເບິ່ງແຍງ​ອີກ​ຄົນ​ໜຶ່ງ​ທີ່​ອາຍຸ​ຫຼາຍ​ກວ່າ​ກ່ຽວກັບ​ວິທີ​ທີ່​ລາວ​ເວົ້າ​ຢູ່​ການ​ປະຊຸມ​ຜູ້​ເບິ່ງແຍງ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌