ບົດຄວາມສຶກສາທີ 29
ເພງທີ 87 ເຊີນມາຮັບຄວາມສົດຊື່ນຈາກການປະຊຸມ
ວິທີໃຫ້ຄຳແນະນຳ
“ເຮົາຈະໃຫ້ຄຳແນະນຳເຈົ້າແລະເບິ່ງແຍງເຈົ້າສະເໝີ.”—ພສ. 32:8
ຈຸດສຳຄັນ
ເຮົາຈະຮຽນຮູ້ວິທີໃຫ້ຄຳແນະນຳເຊິ່ງເປັນປະໂຫຍດຕໍ່ຄົນອື່ນ.
1. ໃຜທີ່ຈຳເປັນຕ້ອງໄດ້ໃຫ້ຄຳແນະນຳ ແລະຍ້ອນຫຍັງ?
ເຈົ້າຮູ້ສຶກແນວໃດເມື່ອຕ້ອງໃຫ້ຄຳແນະນຳຄົນອື່ນ? ບາງຄົນຮູ້ສຶກວ່າງ່າຍທີ່ຈະເຮັດແບບນັ້ນ ແຕ່ບາງຄົນກໍຮູ້ສຶກຢ້ານຫຼືບໍ່ກ້າແລະຮູ້ສຶກບໍ່ສະບາຍໃຈເມື່ອຕ້ອງໃຫ້ຄຳແນະນຳຄົນອື່ນ. ບໍ່ວ່າເຮົາຈະຮູ້ສຶກແນວໃດ ເຮົາທຸກຄົນຈຳເປັນຕ້ອງໄດ້ໃຫ້ຄຳແນະນຳໃນບາງເທື່ອ. ຍ້ອນຫຍັງ? ຍ້ອນເປັນວິທີໜຶ່ງທີ່ສະແດງໃຫ້ເຫັນວ່າເຮົາຮັກພີ່ນ້ອງ. ພະເຢຊູບອກວ່າເຮົາຕ້ອງສະແດງຄວາມຮັກຕໍ່ກັນຖ້າເຮົາຢາກເປັນລູກສິດຂອງເພິ່ນ. (ຢຮ. 13:35) ນອກຈາກນັ້ນ ຄຳພີໄບເບິນຍັງບອກວ່າເມື່ອເຮົາໃຫ້ຄຳແນະນຳຢ່າງຈິງໃຈ ເຮົາກໍຈະເປັນໝູ່ທີ່ສະໜິດກັນຫຼາຍຂຶ້ນ.—ສພສ. 27:9
2. ຜູ້ເບິ່ງແຍງຕ້ອງຮູ້ຈັກເຮັດຫຍັງ ແລະຍ້ອນຫຍັງ? (ເບິ່ງຂອບ “ໃຫ້ຄຳແນະນຳຢູ່ການປະຊຸມກາງອາທິດ” ນຳ)
2 ຜູ້ເບິ່ງແຍງຕ້ອງຮູ້ວິທີໃຫ້ຄຳແນະນຳທີ່ດີຕໍ່ຄົນອື່ນ. ພະເຢໂຫວາແລະພະເຢຊູໄດ້ແຕ່ງຕັ້ງພີ່ນ້ອງຊາຍເຫຼົ່ານີ້ໃຫ້ເບິ່ງແຍງປະຊາຄົມ. (1ປຕ. 5:2, 3) ວິທີໜຶ່ງທີ່ເຂົາເຈົ້າເບິ່ງແຍງປະຊາຄົມແມ່ນໃຫ້ຄຳແນະນຳຈາກຄຳພີໄບເບິນຜ່ານທາງຄຳບັນລະຍາຍຂອງເຂົາເຈົ້າ. ນອກຈາກນັ້ນ ເຂົາເຈົ້າຍັງຕ້ອງໃຫ້ຄຳແນະນຳເຮົາເປັນສ່ວນໂຕເມື່ອຈຳເປັນ ແລະເຂົາເຈົ້າຍັງຕ້ອງໃຫ້ຄຳແນະນຳຜູ້ທີ່ອອກໄປຈາກປະຊາຄົມເພື່ອຊ່ວຍຄົນເຫຼົ່ານັ້ນໃຫ້ກັບມາຫາພະເຢໂຫວາ. ຜູ້ເບິ່ງແຍງແລະເຮົາທຸກຄົນຈະໃຫ້ຄຳແນະນຳທີ່ດີໄດ້ແນວໃດ?
3. (ກ) ເຮົາຈະເປັນຜູ້ທີ່ໃຫ້ຄຳແນະນຳທີ່ດີໄດ້ແນວໃດ? (ເອຊາຢາ 9:6; ເບິ່ງຂອບ “ຮຽນແບບພະເຢຊູເມື່ອໃຫ້ຄຳແນະນຳ” ນຳ) (ຂ) ເຮົາຈະຮຽນຫຍັງໃນບົດນີ້?
3 ເຮົາສາມາດຮຽນຮູ້ທີ່ຈະເປັນຜູ້ທີ່ໃຫ້ຄຳແນະນຳທີ່ດີໂດຍເບິ່ງຕົວຢ່າງຂອງບາງຄົນທີ່ຢູ່ໃນຄຳພີໄບເບິນໂດຍສະເພາະແມ່ນພະເຢຊູ. ພະເຢຊູໃຫ້ຄຳແນະນຳທີ່ດີທີ່ສຸດສະເໝີ. ຕຳແໜ່ງໜຶ່ງຂອງພະເຢຊູແມ່ນ ເພິ່ນເປັນ “ທີ່ປຶກສາທີ່ສະຫຼາດ.” (ອ່ານເອຊາຢາ 9:6) ໃນບົດນີ້ເຮົາຈະຮຽນວ່າ ເຮົາຈະເຮັດແນວໃດເມື່ອມີຄົນຂໍຄຳແນະນຳຈາກເຮົາ ແລະເຮົາຈະເຮັດແນວໃດເມື່ອຕ້ອງໃຫ້ຄຳແນະນຳໂດຍທີ່ບໍ່ໄດ້ຖືກຂໍ. ນອກຈາກນັ້ນ ເຮົາຍັງຈະຮຽນວ່າເປັນຫຍັງການໃຫ້ຄຳແນະນຳທີ່ຖືກເວລາແລະຖືກວິທີຈຶ່ງເປັນເລື່ອງທີ່ສຳຄັນ.
ເມື່ອມີຄົນຂໍຄຳແນະນຳຈາກເຮົາ
4-5. ເມື່ອມີຄົນຂໍຄຳແນະນຳ ເຮົາຄວນຖາມໂຕເອງແນວໃດ? ຂໍໃຫ້ຍົກຕົວຢ່າງ.
4 ເມື່ອມີຄົນຂໍຄຳແນະນຳ ເຮົາຄວນເຮັດແນວໃດ? ເຮົາອາດຮູ້ສຶກດີໃຈແລະຢາກໃຫ້ຄຳແນະນຳທັນທີ. ແຕ່ເຮົາຄວນຖາມໂຕເອງກ່ອນວ່າ: ‘ຂ້ອຍເໝາະສົມທີ່ຈະໃຫ້ຄຳແນະນຳໃນເລື່ອງນີ້ບໍ?’ ບາງເທື່ອວິທີທີ່ດີທີ່ສຸດທີ່ເຮົາສາມາດຊ່ວຍໄດ້ແມ່ນ ບໍ່ແມ່ນໃຫ້ຄຳແນະນຳແຕ່ບອກລາວໃຫ້ໄປລົມກັບຜູ້ທີ່ມີປະສົບການໃນເລື່ອງນັ້ນແລະສາມາດໃຫ້ຄຳແນະນຳທີ່ດີໄດ້.
5 ຕົວຢ່າງເຊັ່ນ: ສົມມຸດວ່າໝູ່ສະໜິດຂອງເຈົ້າມີບັນຫາສຸຂະພາບຮ້າຍແຮງ. ລາວບອກເຈົ້າວ່າລາວໄດ້ຄົ້ນຄວ້າເບິ່ງທາງເລືອກຕ່າງໆກ່ຽວກັບວິທີປົວພະຍາດນີ້ ແລ້ວລາວກໍຂໍຄຳແນະນຳຈາກເຈົ້າວ່າການປິ່ນປົວແບບໃດທີ່ເຈົ້າຄິດວ່າດີ. ເຖິງວ່າເຈົ້າອາດມັກວິທີປິ່ນປົວແບບໃດແບບໜຶ່ງ ແຕ່ໃຫ້ຈື່ໄວ້ວ່າເຈົ້າບໍ່ແມ່ນທ່ານໝໍທີ່ຖືກຝຶກມາເພື່ອປົວພະຍາດແບບນີ້. ໃນກໍລະນີຈັ່ງຊີ້ ວິທີທີ່ດີທີ່ສຸດທີ່ເຈົ້າຈະຊ່ວຍໝູ່ໄດ້ແມ່ນຊ່ວຍລາວໃຫ້ຊອກຜູ້ທີ່ຊ່ຽວຊານໃນການປົວພະຍາດນີ້.
6. ເປັນຫຍັງເຮົາບໍ່ຄວນຟ້າວໃຫ້ຄຳແນະນຳ?
6 ບາງເທື່ອເຮົາອາດຮູ້ສຶກວ່າເຮົາສາມາດໃຫ້ຄຳແນະນຳໃນເລື່ອງໃດເລື່ອງໜຶ່ງໄດ້ ແຕ່ມັນອາດດີກວ່າທີ່ຈະບໍ່ຟ້າວໃຫ້ຄຳແນະນຳທັນທີ. ຍ້ອນຫຍັງ? ສຸພາສິດ 15:28 ບອກວ່າ: “ຄົນທີ່ເຮັດສິ່ງທີ່ຖືກຕ້ອງຄິດຕຶກຕອງກ່ອນຈະຕອບ.” ເຖິງແມ່ນເຮົາຮູ້ວ່າຈະໃຫ້ຄຳແນະນຳແນວໃດ ແຕ່ມັນອາດດີກວ່າຖ້າເຮົາຄົ້ນຄວ້າກ່ອນ ອະທິດຖານກ່ອນ ແລະຄິດຄັກໆກ່ອນກ່ຽວກັບສິ່ງທີ່ເຮົາຈະໃຫ້ຄຳແນະນຳ. ເມື່ອເຮັດແບບນີ້ ເຮົາກໍຈະໝັ້ນໃຈຫຼາຍຂຶ້ນວ່າຄຳແນະນຳຂອງເຮົາສອດຄ່ອງກັບສິ່ງທີ່ພະເຢໂຫວາຢາກໃຫ້ເຮົາເວົ້າ.
7. ເຈົ້າຮຽນຫຍັງຈາກຕົວຢ່າງຂອງຜູ້ພະຍາກອນນາທານ?
7 ຂໍໃຫ້ເບິ່ງຕົວຢ່າງຂອງຜູ້ພະຍາກອນນາທານ. ເມື່ອກະສັດດາວິດບອກນາທານວ່າລາວຢາກສ້າງວິຫານໃຫ້ພະເຢໂຫວາ ນາທານບອກດາວິດທັນທີວ່າໃຫ້ສ້າງໂລດ. ນາທານຄວນຖາມພະເຢໂຫວາກ່ອນ. ຍ້ອນຫຍັງ? ຍ້ອນພະເຢໂຫວາບໍ່ຢາກໃຫ້ດາວິດເປັນຜູ້ສ້າງວິຫານ. (1ຂຄ. 17:1-4) ຕົວຢ່າງນີ້ສະແດງໃຫ້ເຫັນວ່າເມື່ອມີຄົນຂໍຄຳແນະນຳຈາກເຮົາ ດີກວ່າທີ່ເຮົາຈະຄິດຄັກໆກ່ອນແລ້ວຈຶ່ງໃຫ້ຄຳແນະນຳ.—ຢກບ. 1:19
8. ອັນໃດແມ່ນອີກເຫດຜົນໜຶ່ງທີ່ເຮົາຄວນລະວັງເມື່ອໃຫ້ຄຳແນະນຳ?
8 ໃຫ້ເຮົາເບິ່ງອີກເຫດຜົນໜຶ່ງວ່າເປັນຫຍັງເຮົາຄວນລະວັງເມື່ອໃຫ້ຄຳແນະນຳ. ຖ້າເຮົາໃຫ້ຄຳແນະນຳຜິດພາດ ເຮົາຕ້ອງມີສ່ວນຮັບຜິດຊອບຖ້າບາງຄົນຕັດສິນໃຈເຮັດຕາມຄຳແນະນຳນັ້ນແລ້ວໄດ້ຮັບຜົນເສຍຫາຍຕາມມາ. ສະນັ້ນ ເປັນເລື່ອງສຳຄັນຫຼາຍທີ່ເຮົາຈະຄິດຄັກໆກ່ອນຈະໃຫ້ຄຳແນະນຳ.
ໃຫ້ຄຳແນະນຳໂດຍທີ່ບໍ່ໄດ້ຖືກຂໍໃຫ້ເຮັດ
9. ກ່ອນຈະໃຫ້ຄຳແນະນຳ ຜູ້ເບິ່ງແຍງຕ້ອງແນ່ໃຈໃນເລື່ອງໃດ? (ຄາລາເຕຍ 6:1)
9 ບາງເທື່ອຜູ້ເບິ່ງແຍງຕ້ອງເປັນຝ່າຍເລີ່ມໃຫ້ຄຳແນະນຳພີ່ນ້ອງທີ່ “ກຳລັງໄປຜິດທາງ.” (ອ່ານຄາລາເຕຍ 6:1) ພີ່ນ້ອງບາງຄົນອາດຕັດສິນໃຈແບບບໍ່ສະຫຼາດເຊິ່ງເຮັດໃຫ້ລາວເຮັດຜິດຮ້າຍແຮງໃນພາຍຫຼັງ. ເປົ້າໝາຍຂອງຜູ້ເບິ່ງແຍງແມ່ນຊ່ວຍພີ່ນ້ອງຜູ້ນັ້ນໃຫ້ຮັບໃຊ້ພະເຢໂຫວາຕໍ່ໆໄປແລະມີຊີວິດຕະຫຼອດໄປ. (ຢກບ. 5:19, 20) ແຕ່ເພື່ອຄຳແນະນຳຂອງຜູ້ເບິ່ງແຍງຈະເປັນປະໂຫຍດ ທຳອິດເຂົາເຈົ້າຕ້ອງແນ່ໃຈວ່າພີ່ນ້ອງຜູ້ນັ້ນກຳລັງໄປຜິດທາງແທ້ໆ. ພະເຢໂຫວາຍອມໃຫ້ເຮົາແຕ່ລະຄົນຕັດສິນໃຈຕາມໃຈຮູ້ຜິດຮູ້ຖືກຂອງໂຕເອງ. (ຣມ. 14:1-4) ຍ້ອນແນວນີ້ຜູ້ເບິ່ງແຍງຕ້ອງສຳນຶກວ່າຖ້າພີ່ນ້ອງຕັດສິນໃຈຕ່າງຈາກເຂົາເຈົ້າມັນບໍ່ໄດ້ໝາຍຄວາມວ່າພີ່ນ້ອງຜູ້ນັ້ນກຳລັງເຮັດສິ່ງທີ່ພະເຢໂຫວາບໍ່ພໍໃຈ. ແຕ່ຖ້າພີ່ນ້ອງຜູ້ໜຶ່ງກຳລັງໄປຜິດທາງແທ້ໆແລະຜູ້ເບິ່ງແຍງຕັດສິນໃຈວ່າເຂົາເຈົ້າຕ້ອງເປັນຝ່າຍໃຫ້ຄຳແນະນຳບາງຢ່າງກັບລາວເດ?
10-12. ຜູ້ເບິ່ງແຍງຄວນເຮັດຫຍັງເມື່ອຕ້ອງໃຫ້ຄຳແນະນຳຜູ້ທີ່ບໍ່ໄດ້ຂໍຄຳແນະນຳຈາກລາວ? ຂໍໃຫ້ຍົກຕົວຢ່າງ. (ເບິ່ງຮູບນຳ)
10 ມັນບໍ່ງ່າຍສຳລັບຜູ້ເບິ່ງແຍງທີ່ຈະໃຫ້ຄຳແນະນຳບາງຄົນທີ່ບໍ່ໄດ້ຂໍຄຳແນະນຳຈາກເຂົາເຈົ້າ. ຍ້ອນຫຍັງ? ໂປໂລບອກວ່າບາງຄົນອາດບໍ່ໄດ້ສຳນຶກວ່າລາວກຳລັງໄປຜິດທາງ. ເມື່ອເປັນແນວນັ້ນ ຖ້າຜູ້ເບິ່ງແຍງໃຫ້ຄຳແນະນຳລາວ ລາວອາດຈະບໍ່ຍອມຮັບ. ສະນັ້ນ ກ່ອນທີ່ຜູ້ເບິ່ງແຍງຈະໃຫ້ຄຳແນະນຳລາວ ມີບາງຢ່າງທີ່ເຂົາເຈົ້າຄວນເຮັດເພື່ອໃຫ້ມັນງ່າຍຂຶ້ນທີ່ລາວຈະຟັງຄຳແນະນຳຈາກເຂົາເຈົ້າ.
11 ການໃຫ້ຄຳແນະນຳຄົນທີ່ບໍ່ໄດ້ຂໍຄຳແນະນຳຈາກເຮົາເປັນຄືກັບການພະຍາຍາມປູກພືດໃສ່ດິນທີ່ແຂງໆ. ກ່ອນທີ່ຊາວສວນຈະປູກພືດ ລາວຕ້ອງກຽມດິນກ່ອນ. ການເຮັດແບບນີ້ຈະເຮັດໃຫ້ດິນອ່ອນເພື່ອພ້ອມທີ່ຈະປູກພືດ ແລ້ວຫຼັງຈາກນັ້ນຈຶ່ງປູກເມັດພືດໃສ່. ສຸດທ້າຍ ລາວຫົດນ້ຳເພື່ອໃຫ້ເມັດພືດເຕີບໃຫຍ່. ຄ້າຍຄືກັນ ກ່ອນທີ່ຜູ້ເບິ່ງແຍງຈະໃຫ້ຄຳແນະນຳກັບຄົນທີ່ບໍ່ໄດ້ຂໍຄຳແນະນຳຈາກລາວ ລາວຕ້ອງກຽມດິນດີໆກ່ອນເພື່ອໃຫ້ມັນງ່າຍຂຶ້ນສຳລັບພີ່ນ້ອງທີ່ຈະຟັງຄຳແນະນຳຈາກລາວ. ຕົວຢ່າງເຊັ່ນ: ຜູ້ເບິ່ງແຍງຖ້າໃຫ້ຮອດເວລາທີ່ເໝາະສົມ ແລ້ວຫຼັງຈາກນັ້ນກໍບອກພີ່ນ້ອງວ່າລາວເປັນຫ່ວງພີ່ນ້ອງແລະມີບາງຢ່າງທີ່ລາວຢາກລົມນຳ. ຖ້າຜູ້ທີ່ໃຫ້ຄຳແນະນຳມີຊື່ສຽງວ່າເປັນຄົນທີ່ມີຄວາມຮັກແລະອ່ອນໂຍນ ມັນກໍຈະງ່າຍຂຶ້ນສຳລັບຄົນອື່ນທີ່ຈະຮັບເອົາຄຳແນະນຳຈາກລາວ.
12 ຕອນທີ່ລົມກັນ ຜູ້ເບິ່ງແຍງຕ້ອງເຮັດໃຫ້ດິນອ່ອນຕໍ່ໆໄປໂດຍບອກວ່າເຮົາທຸກຄົນເຮັດຜິດພາດແລະຕ້ອງໄດ້ຮັບຄຳແນະນຳໃນບາງເທື່ອ. (ຣມ. 3:23) ຜູ້ເບິ່ງແຍງຈະເວົ້າກັບລາວດ້ວຍນ້ຳສຽງທີ່ອ່ອນໂຍນແລະສະແດງຄວາມນັບຖືເມື່ອໃຫ້ລາວເບິ່ງຈາກພະຄຳພີວ່າລາວກຳລັງໄປຜິດທາງແນວໃດ. ເມື່ອພີ່ນ້ອງຄົນນັ້ນຍອມຮັບວ່າແລ້ວໄດ້ເຮັດຜິດ ຜູ້ເບິ່ງແຍງຈະ “ປູກເມັດພືດ” ໂດຍອະທິບາຍໃຫ້ລາວຟັງໃນແບບທີ່ຈະແຈ້ງແລະເຂົ້າໃຈງ່າຍວ່າລາວຕ້ອງເຮັດແນວໃດເພື່ອປັບປຸງໂຕເອງ. ໃນຕອນທ້າຍຂອງການລົມກັນ ຜູ້ເບິ່ງແຍງຈະ “ຫົດນ້ຳ” ໃສ່ເມັດພືດໂດຍຊົມເຊີຍພີ່ນ້ອງຜູ້ນັ້ນຈາກໃຈກ່ຽວກັບສິ່ງດີໆທີ່ລາວກຳລັງເຮັດແລະອະທິດຖານກັບລາວ.—ຢກບ. 5:15
ການໃຫ້ຄຳແນະນຳຄົນທີ່ບໍ່ໄດ້ຂໍຈາກເຮົາ ເຮົາຕ້ອງສະແດງຄວາມຮັກແລະຮູ້ຈັກວິທີເວົ້າ (ເບິ່ງຂໍ້ 10-12)
13. ຜູ້ເບິ່ງແຍງຈະແນ່ໃຈໄດ້ແນວໃດວ່າພີ່ນ້ອງເຂົ້າໃຈຄຳແນະນຳແທ້ໆ?
13 ບາງເທື່ອຜູ້ທີ່ໄດ້ຮັບຄຳແນະນຳອາດບໍ່ເຂົ້າໃຈຄຳແນະນຳນັ້ນແທ້ໆ ຜູ້ເບິ່ງແຍງຄວນເຮັດແນວໃດເພື່ອບໍ່ໃຫ້ເລື່ອງແບບນີ້ເກີດຂຶ້ນ? ຜູ້ເບິ່ງແຍງຄວນຖາມລາວໃນແບບທີ່ສະແດງຄວາມນັບຖືເພື່ອໃຫ້ແນ່ໃຈວ່າພີ່ນ້ອງຜູ້ນັ້ນເຂົ້າໃຈແທ້ໆແລະຮູ້ວ່າຈະເອົາຄຳແນະນຳນັ້ນໄປໃຊ້ແນວໃດ.—ປຍຈ. 12:11
ໃຫ້ຄຳແນະນຳຖືກເວລາແລະຖືກວິທີ
14. ເປັນຫຍັງເຮົາບໍ່ຄວນໃຫ້ຄຳແນະນຳຕອນທີ່ໃຈຮ້າຍ?
14 ເຮົາທຸກຄົນບໍ່ສົມບູນແບບ ບາງເທື່ອເຮົາຈຶ່ງເວົ້າແລະເຮັດສິ່ງທີ່ເຮັດໃຫ້ຄົນອື່ນເສຍໃຈ. (ກລຊ. 3:13) ຄຳພີໄບເບິນບອກວ່າ ບາງເທື່ອເຮົາອາດເວົ້າຫຼືເຮັດສິ່ງທີ່ເຮັດໃຫ້ຄົນອື່ນໃຈຮ້າຍຊ້ຳ. (ອຟຊ. 4:26) ແຕ່ເຮົາຕ້ອງລະວັງທີ່ຈະບໍ່ໃຫ້ຄຳແນະນຳຕອນທີ່ໃຈຮ້າຍ. ຍ້ອນຫຍັງ? ຍ້ອນວ່າ “ຖ້າຜູ້ໃດໃຈຮ້າຍ ມັນກໍບໍ່ໄດ້ຊ່ວຍໃຫ້ລາວເຮັດສິ່ງທີ່ພະເຈົ້າເຫັນວ່າຖືກຕ້ອງ.” (ຢກບ. 1:20) ຖ້າເຮົາໃຫ້ຄຳແນະນຳຕອນທີ່ໃຈຮ້າຍ ເຮົາອາດເຮັດໃຫ້ສະຖານະການຮ້າຍແຮງກວ່າເກົ່າ. ນີ້ບໍ່ໄດ້ໝາຍຄວາມວ່າເຮົາຈະບອກສິ່ງທີ່ເຮົາຄິດຫຼືຮູ້ສຶກບໍ່ໄດ້ ແຕ່ເຮົາຈະລົມກັບຜູ້ທີ່ເຮັດໃຫ້ເຮົາໃຈຮ້າຍໄດ້ດີກວ່າຖ້າເຮົາລໍຖ້າໃຫ້ໃຈເຢັນລົງກ່ອນ.
15. ເຮົາຮຽນຫຍັງຈາກຕົວຢ່າງຂອງເອລີຮູ? (ເບິ່ງຮູບນຳ)
15 ໃຫ້ເຮົາເບິ່ງຕົວຢ່າງຂອງເອລີຮູທີ່ໃຫ້ຄຳແນະນຳທີ່ດີກັບໂຢບ. ເອລີຮູອົດທົນຟັງໂຢບເວົ້າປົກປ້ອງໂຕເອງຈາກສິ່ງທີ່ໝູ່ຈອມປອມ 3 ຄົນກ່າວຫາລາວ. ເອລີຮູເຫັນໃຈໂຢບ ແຕ່ລາວກໍໃຈຮ້າຍຄືກັນຍ້ອນໂຢບຄິດເຖິງແຕ່ໂຕເອງແລະພະຍາຍາມພິສູດວ່າລາວບໍ່ຜິດ ແລະເວົ້າສິ່ງທີ່ບໍ່ແມ່ນຄວາມຈິງກ່ຽວກັບພະເຢໂຫວາ. ເຖິງວ່າຮູ້ສຶກແບບນັ້ນ ແຕ່ເອລີຮູກໍຖ້າຈົນຮອດເວລາທີ່ລາວຈະເວົ້າ ແລ້ວລາວກໍເວົ້າແບບໃຈເຢັນໆແລະສະແດງຄວາມນັບຖືເມື່ອໃຫ້ຄຳແນະນຳໂຢບ. (ໂຢບ 32:2; 33:1-7) ຕົວຢ່າງຂອງເອລີຮູສອນບົດຮຽນທີ່ສຳຄັນຢ່າງໜຶ່ງໃຫ້ເຮົາ ນັ້ນຄືຄຳແນະນຳທີ່ດີແມ່ນຕ້ອງໃຫ້ຖືກເວລາແລະຖືກວິທີ ແລະເຮັດດ້ວຍຄວາມຮັກແລະດ້ວຍຄວາມນັບຖື.—ປຍຈ. 3:1, 7
ເຖິງວ່າເອລີຮູໃຈຮ້າຍຫຼາຍໃນສິ່ງທີ່ໂຢບເວົ້າ ແຕ່ລາວກໍໃຫ້ຄຳແນະນຳໂຢບດ້ວຍຄວາມອ່ອນໂຍນແລະສະແດງຄວາມນັບຖື (ເບິ່ງຂໍ້ 15)
ໃຫ້ຄຳແນະນຳຕໍ່ໆໄປແລະຮັບເອົາຄຳແນະນຳຕໍ່ໆໄປ
16. ເຮົາຮຽນຫຍັງຈາກເພງສັນລະເສີນ 32:8?
16 ໃນຂໍ້ພະຄຳພີຫຼັກຂອງບົດນີ້ ພະເຢໂຫວາເວົ້າວ່າ: “ເຮົາຈະໃຫ້ຄຳແນະນຳເຈົ້າແລະເບິ່ງແຍງເຈົ້າສະເໝີ.” (ອ່ານເພງສັນລະເສີນ 32:8) ນີ້ໝາຍຄວາມວ່າພະເຢໂຫວາຈະສອນເຮົາຕໍ່ໆໄປ. ເພິ່ນບໍ່ພຽງແຕ່ໃຫ້ຄຳແນະນຳເຮົາເທົ່ານັ້ນ ແຕ່ເພິ່ນຍັງຊ່ວຍເຮົາໃຫ້ຮູ້ເອົາຄຳແນະນຳນັ້ນໄປໃຊ້ຄືກັນ. ພະເຢໂຫວາເປັນຕົວຢ່າງທີ່ດີແທ້ໆສຳລັບເຮົາເມື່ອເຮົາຕ້ອງໃຫ້ຄຳແນະນຳຄົນອື່ນ. ຂໍໃຫ້ເຮົາຮຽນແບບພະເຢໂຫວາໂດຍໃຫ້ກຳລັງໃຈເຂົາເຈົ້າຕໍ່ໆໄປແລະຊ່ວຍເຂົາເຈົ້າໃຫ້ຕັດສິນໃຈຢ່າງຖືກຕ້ອງ.
17. ຜູ້ເບິ່ງແຍງທີ່ໃຫ້ຄຳແນະນຳທີ່ສະເພາະເຈາະຈົງຈາກຄຳພີໄບເບິນ ເຂົາເຈົ້າເປັນຄືກັບຫຍັງ? (ເອຊາຢາ 32:1, 2)
17 ຕອນນີ້ເຮົາຈຳເປັນຕ້ອງໄດ້ໃຫ້ຄຳແນະນຳທີ່ດີແລະຮັບເອົາຄຳແນະນຳທີ່ດີຫຼາຍກວ່າແຕ່ກ່ອນ. (2ຕມ. 3:1) ຜູ້ເບິ່ງແຍງທີ່ໃຫ້ຄຳແນະນຳທີ່ສະເພາະເຈາະຈົງຈາກຄຳພີໄບເບິນ “ເປັນຄືກັບແມ່ນ້ຳໃນແຜ່ນດິນທີ່ບໍ່ມີນ້ຳ.” (ອ່ານເອຊາຢາ 32:1, 2) ໝູ່ທີ່ຮູ້ວ່າເຮົາຢາກໄດ້ຍິນຄຳແນະນຳແບບໃດ ແຕ່ກໍຍັງກ້າໃຫ້ຄຳແນະນຳໃນສິ່ງທີ່ເຮົາຈຳເປັນຕ້ອງໄດ້ຮັບ ເຂົາເຈົ້າເປັນຂອງຂວັນທີ່ມີຄ່າຄືກັບ “ໝາກແອັບເປິ້ນຄຳທີ່ຢູ່ໃນກະຕ່າເງິນ.” (ສພສ. 25:11) ຂໍໃຫ້ເຮົາທຸກຄົນຮຽນຮູ້ທີ່ຈະໃຫ້ຄຳແນະນຳທີ່ດີແລະຍອມຮັບເອົາຄຳແນະນຳຕໍ່ໆໄປ.
ເພງທີ 109 ຮັກທີ່ແຮງກ້າສຸດຫົວໃຈ