ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ສິງຫາ ໜ້າ 8-13
  • ຂໍ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂໍ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ເຮົາ​ຕ້ອງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ
  • ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ?
  • ພະ​ເຢຊູ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ
  • ໃຫ້​ໝັ້ນໃຈ​ຢູ່​ສະເໝີ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ
  • ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຄ່າໄຖ່?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ໃຫ້​ຖ່ອມ​ໃຈ​ຍອມຮັບ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຮູ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ສິງຫາ ໜ້າ 8-13

ບົດ​ຄວາມ​ສຶກສາ​ທີ 33

ເພງ​ທີ 4 “ພະ​ເຢໂຫວາ​ເປັນ​ຜູ້​ລ້ຽງ​ຂ້ອຍ”

ຂໍ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ

“ເຮົາ​ຊັກ​ນຳ​ເຈົ້າ​ມາ​ຫາ​ເຮົາ​ດ້ວຍ​ຄວາມ​ຮັກ​ທີ່​ໝັ້ນຄົງ.”—ຢຣມ. 31:3, ໄຂເງື່ອນ

ຈຸດ​ສຳຄັນ

ເຮົາ​ຈະ​ຮຽນ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ​ເພິ່ນ​ຮັກ​ເຮົາ.

1. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ? (ເບິ່ງ​ຮູບ​ນຳ)

ເຈົ້າ​ຈື່​ຕອນ​ທີ່​ເຈົ້າ​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ໄດ້​ບໍ? ເຈົ້າ​ຕັດສິນໃຈ​ແບບ​ນັ້ນ​ຍ້ອນ​ເຈົ້າ​ໄດ້​ຮູ້​ຈັກ​ແລະ​ຮັກ​ເພິ່ນ. ເຈົ້າ​ໄດ້​ສັນຍາ​ວ່າ​ຈະ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ແລະ​ເຈົ້າ​ຈະ​ຮັກ​ເພິ່ນ​ສຸດ​ຫົວໃຈ ສຸດ​ຊີວິດ ສຸດ​ຄວາມ​ຄິດ ແລະ​ສຸດ​ກຳລັງ​ຂອງ​ເຈົ້າ. (ມຣກ. 12:30) ຕັ້ງແຕ່​ນັ້ນ​ມາ​ເຈົ້າ​ກໍ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ. ຖ້າ​ມີ​ຄົນ​ຖາມ​ເຈົ້າ​ວ່າ: “ເຈົ້າ​ຮັກ​ພະ​ເຢໂຫວາ​ແທ້ໆ​ບໍ?” ເຈົ້າ​ຈະ​ຕອບ​ໂດຍ​ບໍ່​ລັງເລ​ວ່າ: “ຂ້ອຍ​ຮັກ​ພະ​ເຢໂຫວາ​ຫຼາຍ​ທີ່​ສຸດ!”

ຮູບ: ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຄິດ​ເຖິງ​ຕອນ​ທີ່​ລາວ​ອຸທິດ​ໂຕ​ແລະ​ຮັບ​ບັບເຕມາ. ຮູບ​ທີ 1. ລາວ​ນັ່ງ​ຢູ່​ທາງ​ນອກ​ແລະ​ອະທິດຖານ. ຮູບ​ທີ 2. ລາວ​ຮັບ​ບັບເຕມາ​ຢູ່​ໃນ​ແມ່​ນ້ຳ.

ເຈົ້າ​ຈື່​ບໍ​ວ່າ​ເຈົ້າ​ຮັກ​ພະ​ເຢໂຫວາ​ຫຼາຍ​ສ່ຳ​ໃດ​ຕອນ​ທີ່​ເຈົ້າ​ອຸທິດ​ໂຕ​ໃຫ້​ເພິ່ນ​ແລະ​ຮັບ​ບັບເຕມາ? (ເບິ່ງ​ຂໍ້ 1)


2-3. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ໃດ ແລະ​ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້? (ເຢເຣມີຢາ 31:3)

2 ແຕ່​ເຈົ້າ​ຈະ​ຕອບ​ແນວ​ໃດ​ຖ້າ​ມີ​ຄົນ​ຖາມ​ວ່າ: “ເຈົ້າ​ໝັ້ນໃຈ​ບໍ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ?” ເຈົ້າ​ລັງເລ​ທີ່​ຈະ​ຕອບ​ບໍ​ຍ້ອນ​ຄິດ​ວ່າ​ເຈົ້າ​ບໍ່​ສົມຄວນ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ພະ​ເຢໂຫວາ? ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຕອນ​ຍັງ​ນ້ອຍ​ບໍ່​ໄດ້​ຮັບ​ຄວາມ​ຮັກ​ຈາກ​ຄອບຄົວ​ເວົ້າ​ວ່າ: “ຂ້ອຍ​ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ ແລະ​ຂ້ອຍ​ໝັ້ນໃຈ​ໃນ​ເລື່ອງ​ນີ້. ແຕ່​ຂ້ອຍ​ກໍ​ສົງໄສ​ຕະຫຼອດ​ວ່າ​ພະ​ເຢໂຫວາ​ຮັກ​ຂ້ອຍ​ຫຼືບໍ່?” ຖ້າ​ເປັນ​ແນວ​ນີ້ ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ເຈົ້າ​ແທ້ໆ?

3 ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ໝັ້ນໃຈ​ວ່າ​ເພິ່ນ​ຮັກ​ເຈົ້າ. (ອ່ານ​ເຢເຣມີຢາ 31:3) ເພິ່ນ​ຈຶ່ງ​ຊັກ​ນຳ​ເຈົ້າ​ໃຫ້​ເຂົ້າ​ມາ​ຫາ​ເພິ່ນ. ເມື່ອ​ເຈົ້າ​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ ເພິ່ນ​ກໍ​ໄດ້​ໃຫ້​ສິ່ງ​ໜຶ່ງ​ທີ່​ມີ​ຄ່າ​ຫຼາຍ​ກັບ​ເຈົ້າ ນັ້ນ​ຄື​ຄວາມ​ຮັກ​ທີ່​ໝັ້ນຄົງ. ຄວາມ​ຮັກ​ນີ້​ເປັນ​ຄວາມ​ຜູກພັນ​ທີ່​ເລິກ​ເຊິ່ງ​ແລະ​ຢູ່​ຕະຫຼອດ​ໄປ. ຍ້ອນ​ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ ເພິ່ນ​ຈຶ່ງ​ເບິ່ງ​ເຂົາເຈົ້າ​ແລະ​ລວມ​ເຖິງ​ເຈົ້າ​ນຳ​ວ່າ​ເປັນ “ຊັບ​ສົມບັດ​ທີ່​ມີ​ຄ່າ.” (ມລກ. 3:17, ໄຂເງື່ອນ) ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ໝັ້ນໃຈ​ວ່າ​ເພິ່ນ​ຮັກ​ເຈົ້າ​ຄື​ກັບ​ທີ່​ເພິ່ນ​ຮັກ​ໂປໂລ. ໂປໂລ​ໝັ້ນໃຈ​ໃນ​ເລື່ອງ​ນີ້​ຈົນ​ຂຽນ​ວ່າ: “ຂ້ອຍ​ໝັ້ນໃຈ​ວ່າ​ຈະ​ບໍ່​ມີ​ຫຍັງ​ສາມາດ​ຂັດຂວາງ​ຄວາມ​ຮັກ​ທີ່​ພະເຈົ້າ​ສະແດງ​ຕໍ່​ພວກ​ເຮົາ ບໍ່​ວ່າ​ຈະ​ເປັນ​ຄວາມ​ຕາຍ ຫຼື​ຊີວິດ ຫຼື​ທູດສະຫວັນ ຫຼື​ລັດຖະບານ ຫຼື​ສິ່ງ​ທີ່​ມີ​ຢູ່​ຕອນນີ້ ຫຼື​ສິ່ງ​ທີ່​ຈະ​ມາ​ໃນ​ອະນາຄົດ ຫຼື​ອຳນາດ ຫຼື​ຄວາມ​ສູງ ຫຼື​ຄວາມ​ເລິກ ຫຼື​ສິ່ງ​ອື່ນໆ​ທີ່​ຖືກ​ສ້າງ​ຂຶ້ນ​ມາ ບໍ່​ມີ​ຫຍັງ​ຈະ​ສາມາດ​ຂັດຂວາງ​ຄວາມ​ຮັກ​ທີ່​ພະເຈົ້າ​ສະແດງ​ຕໍ່​ພວກ​ເຮົາ.” (ຣມ. 8:38, 39) ໃນ​ບົດ​ນີ້​ເຮົາ​ຈະ​ຮຽນ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໝັ້ນໃຈ​ໃນ​ເລື່ອງ​ນີ້.

ເປັນ​ຫຍັງ​ເຮົາ​ຕ້ອງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ

4. ຄຳ​ຕົວະ​ຫຍັງ​ທີ່​ຊາຕານ​ຢາກ​ໃຫ້​ເຮົາ​ເຊື່ອ ແລະ​ເຮົາ​ຈະ​ຕໍ່ຕ້ານ​ຊາຕານ​ໄດ້​ແນວ​ໃດ?

4 ຖ້າ​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ເຮົາ​ກໍ​ຈະ “ຢືນຢັດ​ຕໍ່ສູ້​ກັບ​ກົນ​ອຸບາຍ” ຂອງ​ຊາຕານ​ໄດ້. (ອຟຊ. 6:11) ຊາຕານ​ຢາກ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ມັນ​ຈະ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ເປົ້າໝາຍ​ຂອງ​ມັນ​ສຳເລັດ. ວິທີ​ໜຶ່ງ​ທີ່​ມັນ​ພະຍາຍາມ​ເຮັດ​ແມ່ນ​ເຮັດ​ໃຫ້​ເຮົາ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ເຮົາ​ເຊິ່ງ​ການ​ເຮັດ​ແບບ​ນັ້ນ​ເປັນ​ຄຳ​ຕົວະ​ທີ່​ຊົ່ວ​ຮ້າຍ​ຫຼາຍ. ຄຳພີ​ໄບເບິນ​ສົມທຽບ​ຊາຕານ​ວ່າ​ເປັນ​ຄື​ກັບ​ໂຕ​ສິງ. (1ປຕ. 5:8, 9) ສິງ​ມັກ​ໂຈມຕີ​ສັດ​ທີ່​ອ່ອນແອ​ແລະ​ປົກປ້ອງ​ໂຕເອງ​ບໍ່​ໄດ້. ຄ້າຍຄື​ກັນ ຊາຕານ​ມັກ​ໂຈມຕີ​ເຮົາ​ຕອນ​ທີ່​ເຮົາ​ຮູ້ສຶກ​ອ່ອນແອ ຮູ້ສຶກ​ເມື່ອຍ ຫຼື​ໂສກເສົ້າ​ຍ້ອນ​ເຈິ​ເລື່ອງ​ທີ່​ເຮັດ​ໃຫ້​ເຈັບ​ປວດ​ໃຈ​ໃນ​ອະດີດ ກຳລັງ​ເຈິ​ກັບ​ບັນຫາ​ໃນ​ຕອນນີ້ ຫຼື​ຢ້ານ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. (ສພສ. 24:10) ຊາຕານ​ຫວັງ​ວ່າ​ມັນ​ຈະ​ເຮັດ​ໃຫ້​ເຮົາ​ອ່ອນແອ​ຈົນ​ເຊົາ​ຮັບໃຊ້​ພະ​ເຢໂຫວາ ແຕ່​ເຮົາ​ສາມາດ “ຕໍ່ຕ້ານ​ມານ​ຮ້າຍ” ແລະ​ການ​ໂຈມຕີ​ຂອງ​ມັນ​ໄດ້​ໂດຍ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຈະ​ໝັ້ນໃຈ​ແທ້ໆ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ.—ຢກບ. 4:7

5. ເປັນ​ຫຍັງ​ເຮົາ​ຕ້ອງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເຫັນຄ່າ​ເຮົາ?

5 ຖ້າ​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ເຮົາ​ກໍ​ຈະ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ແບບ​ນັ້ນ? ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ຢາກ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ແລະ​ຢາກ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ຄົນ​ອື່ນ​ຄື​ກັນ. ເມື່ອ​ບາງ​ຄົນ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ ມັນ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ສະແດງ​ຄວາມ​ຮັກ​ຕໍ່​ລາວ​ຄືນ. ສະນັ້ນ ແຮ່ງ​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເຫັນຄ່າ​ເຮົາ ເຮົາ​ກໍ​ແຮ່ງ​ຈະ​ຮັກ​ເພິ່ນ​ຫຼາຍ​ຂຶ້ນ. (1ຢຮ. 4:19) ແຮ່ງ​ເຮົາ​ຮັກ​ເພິ່ນ​ຫຼາຍ​ເທົ່າ​ໃດ ຄວາມ​ຮັກ​ທີ່​ເພິ່ນ​ມີ​ຕໍ່​ເຮົາ​ກໍ​ຈະ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ. ຄຳພີ​ໄບເບິນ​ບອກ​ວ່າ: “ໃຫ້​ໃກ້ຊິດ​ກັບ​ພະເຈົ້າ ແລ້ວ​ເພິ່ນ​ຈະ​ໃກ້ຊິດ​ກັບ​ພວກ​ເຈົ້າ.” (ຢກບ. 4:8) ແຕ່​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ?

ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ?

6. ເຈົ້າ​ຄວນ​ເຮັດ​ແນວ​ໃດ​ຖ້າ​ບໍ່​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ?

6 ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ເຈົ້າ​ແລະ​ອະທິດຖານ​ກ່ຽວກັບ​ເລື່ອງ​ນີ້​ເລື້ອຍໆ. (ລກ. 18:1; ຣມ. 12:12) ເຈົ້າ​ອາດ​ຕ້ອງ​ອະທິດຖານ​ຫາ​ພະ​ເຢໂຫວາ​ຫຼາຍໆ​ເທື່ອ​ໃນ​ແຕ່​ລະ​ມື້​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ໂຕເອງ​ໃນ​ແບບ​ທີ່​ເພິ່ນ​ເຫັນ. ບາງ​ເທື່ອ​ເຈົ້າ​ອາດ​ຮູ້ສຶກ​ບໍ່​ດີ​ກັບ​ໂຕເອງ​ເອົາ​ແທ້​ເອົາ​ວ່າ​ຈົນ​ເຮັດ​ໃຫ້​ຍາກ​ທີ່​ຈະ​ເຊື່ອ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຮູ້​ຈັກ​ເຈົ້າ​ດີ​ກວ່າ​ທີ່​ເຈົ້າ​ຮູ້​ຈັກ​ໂຕເອງ. (1ຢຮ. 3:19, 20) ເພິ່ນ​ເຫັນ​ສິ່ງ​ດີໆ​ໃນ​ໂຕ​ເຈົ້າ​ທີ່​ເຈົ້າ​ອາດ​ເບິ່ງ​ບໍ່​ເຫັນ. (1ຊມ. 16:7; 2ຂຄ. 6:30) ສະນັ້ນ ບໍ່​ຕ້ອງ​ລັງເລ​ທີ່​ຈະ “ລະບາຍ” ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ​ແລະ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ເຈົ້າ​ໃຫ້​ໝັ້ນໃຈ​ວ່າ​ເພິ່ນ​ຮັກ​ເຈົ້າ. (ພສ. 62:8) ຈາກ​ນັ້ນ ໃຫ້​ເຈົ້າ​ເຮັດ​ສອດ​ຄ່ອງ​ກັບ​ຄຳ​ອະທິດຖານ​ໂດຍ​ເຮັດ​ຕາມ​ຄຳ​ແນະນຳ​ຕໍ່​ໄປ​ນີ້.

7-8. ປຶ້ມ​ເພງ​ສັນລະເສີນ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ?

7 ໃຫ້​ເຊື່ອ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ໃນ​ຄຳພີ​ໄບເບິນ. ພະ​ເຢໂຫວາ​ດົນໃຈ​ຜູ້​ຂຽນ​ຄຳພີ​ໄບເບິນ​ໃຫ້​ເວົ້າ​ກ່ຽວກັບ​ເພິ່ນ​ຕາມ​ທີ່​ເພິ່ນ​ເປັນ. ໃຫ້​ເຮົາ​ມາ​ເບິ່ງ​ຄຳເວົ້າ​ຂອງ​ດາວິດ​ໃນ​ປຶ້ມ​ເພງ​ສັນລະເສີນ. ລາວ​ເວົ້າ​ເຖິງ​ພະ​ເຢໂຫວາ​ຢ່າງ​ອົບອຸ່ນ​ວ່າ: “ພະ​ເຢໂຫວາ​ຢູ່​ໃກ້​ຄົນ​ທີ່​ຫົວໃຈ​ແຕກ​ສະຫຼາຍ ເພິ່ນ​ຊ່ວຍ​ຄົນ​ທີ່​ທໍ້ໃຈ​ແຮງ.” (ພສ. 34:18) ຕອນ​ທີ່​ທໍ້ໃຈ ເຈົ້າ​ອາດ​ຮູ້ສຶກ​ວ່າ​ບໍ່​ມີ​ໃຜ​ເຂົ້າໃຈ​ເຈົ້າ​ຫຼື​ບໍ່​ມີ​ໃຜ​ຊ່ວຍ​ເຈົ້າ​ໄດ້. ແຕ່​ພະ​ເຢໂຫວາ​ສັນຍາ​ວ່າ​ໃນ​ເວລາ​ແບບ​ນັ້ນ​ເພິ່ນ​ຈະ​ຢູ່​ກັບ​ເຈົ້າ​ຍ້ອນ​ເພິ່ນ​ຮູ້​ວ່າ​ເຈົ້າ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ. ໃນ​ເພງ​ສັນລະເສີນ​ອີກ​ບົດ​ໜຶ່ງ ດາວິດ​ຂຽນ​ວ່າ: “ຂໍ​ພະອົງ​ເກັບ​ນ້ຳ​ຕາ​ຂອງ​ລູກ​ໄວ້​ໃນ​ຖົງໜັງ​ຂອງ​ພະອົງ.” (ພສ. 56:8) ພະ​ເຢໂຫວາ​ເຫັນ​ຕອນ​ທີ່​ເຈົ້າ​ທຸກໃຈ. ເພິ່ນ​ເປັນ​ຫ່ວງ​ເຈົ້າ​ຫຼາຍ​ແລະ​ຮູ້​ວ່າ​ເຈົ້າ​ເຈັບ​ປວດ​ໃຈ. ນ້ຳ​ຕາ​ຂອງ​ເຈົ້າ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ​ຄື​ກັບ​ທີ່​ນ້ຳ​ແຕ່​ລະ​ຢົດ​ໃນ​ຖົງໜັງ​ມີ​ຄ່າ​ຕໍ່​ນັກ​ເດີນທາງ​ຕອນ​ທີ່​ເຂົາເຈົ້າ​ຢູ່​ທະເລ​ຊາຍ. ໃນ​ເພງ​ສັນລະເສີນ 139:3 ດາວິດ​ເວົ້າ​ວ່າ: ‘ພະອົງ​ສັງເກດ​ເບິ່ງ​ລູກ. ພະອົງ​ຮູ້​ທຸກ​ຢ່າງ​ທີ່​ລູກ​ເຮັດ.’ ພະ​ເຢໂຫວາ​ເຫັນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ ແຕ່​ເພິ່ນ​ສົນໃຈ​ສະເພາະ​ສິ່ງ​ດີໆ​ທີ່​ເຈົ້າ​ເຮັດ. (ຮຣ. 6:10) ຍ້ອນຫຍັງ? ຍ້ອນ​ເພິ່ນ​ເຫັນຄ່າ​ທຸກ​ສິ່ງ​ທີ່​ເຈົ້າ​ພະຍາຍາມ​ເຮັດ​ເພື່ອ​ໃຫ້​ເພິ່ນ​ພໍໃຈ.a

8 ໂດຍ​ທາງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ທີ່​ໃຫ້​ກຳລັງ​ໃຈ ພະ​ເຢໂຫວາ​ກຳລັງ​ບອກ​ວ່າ: “ພໍ່​ຢາກ​ໃຫ້​ລູກ​ຮູ້​ວ່າ​ພໍ່​ຮັກ​ແລະ​ເປັນ​ຫ່ວງ​ລູກ​ຫຼາຍ.” ແຕ່​ຄື​ກັບ​ທີ່​ໄດ້​ຮຽນ​ໃນ​ຕອນ​ຕົ້ນ​ຂອງ​ບົດ​ນີ້ ຊາຕານ​ຢາກ​ໃຫ້​ເຈົ້າ​ເຊື່ອ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ເຈົ້າ. ສະນັ້ນ ຖ້າ​ບາງ​ເທື່ອ​ເຈົ້າ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ​ຫຼື​ບໍ່ ໃຫ້​ຢຸດ​ຄິດ​ແລະ​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ຈະ​ເຊື່ອ​ໃຜ​ລະຫວ່າງ​ຊາຕານ​ທີ່​ເປັນ “ພໍ່​ຂອງ​ການ​ຕົວະ” ກັບ​ພະ​ເຢໂຫວາ​ທີ່​ເປັນ “ພະເຈົ້າ​ທີ່​ເວົ້າ​ແຕ່​ຄວາມ​ຈິງ”?’—ຢຮ. 8:44; ພສ. 31:5

9. ພະ​ເຢໂຫວາ​ສັນຍາ​ຫຍັງ​ກັບ​ຄົນ​ທີ່​ຮັກ​ເພິ່ນ? (ອົບພະຍົບ 20:5, 6)

9 ໃຫ້​ຄິດ​ຕຶກຕອງ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ຄົນ​ທີ່​ຮັກ​ເພິ່ນ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ເວົ້າ​ຫຍັງ​ກັບ​ໂມເຊ​ແລະ​ຄົນ​ອິດສະຣາເອນ. (ອ່ານ​ອົບພະຍົບ 20:5, 6) ພະ​ເຢໂຫວາ​ສັນຍາ​ວ່າ​ເພິ່ນ​ຈະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ຄົນ​ທີ່​ຮັກ​ເພິ່ນ. ຄຳເວົ້າ​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ເປັນ​ໄປ​ບໍ່​ໄດ້​ທີ່​ພະ​ເຢໂຫວາ​ຈະ​ບໍ່​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ທີ່​ຮັກ​ເພິ່ນ. (ນຮຢ. 1:5) ສະນັ້ນ ຖ້າ​ບາງ​ເທື່ອ​ເຈົ້າ​ຢາກ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ​ບໍ ໃຫ້​ຢຸດ​ຄິດ​ແລະ​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ຮັກ​ພະ​ເຢໂຫວາ​ບໍ?’ ຈາກ​ນັ້ນ​ໃຫ້​ຄິດ​ແບບ​ນີ້: ຖ້າ​ເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ພະຍາຍາມ​ເຕັມທີ​ເພື່ອ​ຈະ​ເຮັດ​ໃຫ້​ເພິ່ນ​ພໍໃຈ ເຈົ້າ​ກໍ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ​ຫຼາຍ​ແທ້ໆ. (ດນອ. 9:4; 1ກຣ. 8:3) ເວົ້າ​ອີກ​ຢ່າງ​ໜຶ່ງ​ກໍ​ຄື ຖ້າ​ເຈົ້າ​ໝັ້ນໃຈ​ວ່າ​ເຈົ້າ​ຮັກ​ພະ​ເຢໂຫວາ ເຈົ້າ​ກໍ​ບໍ່​ຕ້ອງ​ສົງໄສ​ວ່າ​ເພິ່ນ​ຮັກ​ເຈົ້າ​ບໍ? ເຈົ້າ​ໝັ້ນໃຈ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ຈະ​ຮັກ​ເຈົ້າ​ສະເໝີ​ແລະ​ຈະ​ບໍ່​ມີ​ວັນ​ປະຖິ້ມ​ເຈົ້າ.

10-11. ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ເບິ່ງ​ຄ່າໄຖ່​ແນວ​ໃດ? (ຄາລາເຕຍ 2:20)

10 ໃຫ້​ຄິດ​ຕຶກຕອງ​ກ່ຽວກັບ​ຄ່າໄຖ່. ຄ່າໄຖ່​ຂອງ​ພະ​ເຢຊູ​ເປັນ​ຂອງຂວັນ​ທີ່​ມີ​ຄ່າ​ຫຼາຍ​ທີ່​ສຸດ​ທີ່​ພະ​ເຢໂຫວາ​ໃຫ້​ມະນຸດ. (ຢຮ. 3:16) ແຕ່​ມັນ​ເປັນ​ຂອງຂວັນ​ສຳລັບ​ເຈົ້າ​ນຳ​ບໍ? ແມ່ນ​ແລ້ວ! ຂໍ​ໃຫ້​ເບິ່ງ​ເລື່ອງ​ຂອງ​ໂປໂລ. ລາວ​ເຄີຍ​ເຮັດ​ຜິດ​ຮ້າຍ​ແຮງ​ບາງ​ຢ່າງ​ກ່ອນ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ແລະ​ເມື່ອ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ແລ້ວ​ລາວ​ຍັງ​ຕ້ອງ​ຕໍ່ສູ້​ກັບ​ຂໍ້​ອ່ອນແອ​ຂອງ​ໂຕເອງ​ຕໍ່ໆ​ໄປ. (ຣມ. 7:24, 25; 1ຕມ. 1:12-14) ເຖິງ​ຈະ​ເປັນ​ແບບ​ນັ້ນ ແຕ່​ໂປໂລ​ກໍ​ເບິ່ງ​ວ່າ​ຄ່າໄຖ່​ເປັນ​ຂອງຂວັນ​ທີ່​ພະ​ເຢໂຫວາ​ໃຫ້​ລາວ​ເປັນ​ສ່ວນ​ໂຕ. (ອ່ານ​ຄາລາເຕຍ 2:20) ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ໄດ້​ໃຫ້​ໂປໂລ​ຂຽນ​ເລື່ອງ​ນີ້​ໄວ້​ໃນ​ຄຳພີ​ໄບເບິນ​ແລະ​ທຸກ​ສິ່ງ​ທີ່​ຢູ່​ໃນ​ນັ້ນ​ກໍ​ຂຽນ​ໄວ້​ເພື່ອ​ສອນ​ເຮົາ. (ຣມ. 15:4) ຄຳເວົ້າ​ຂອງ​ໂປໂລ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ເບິ່ງ​ວ່າ​ຄ່າໄຖ່​ເປັນ​ຂອງຂວັນ​ທີ່​ເພິ່ນ​ໃຫ້​ເຈົ້າ​ເປັນ​ສ່ວນ​ໂຕ. ເມື່ອ​ເຈົ້າ​ເບິ່ງ​ຄ່າໄຖ່​ແບບ​ນີ້ ເຈົ້າ​ກໍ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ.

11 ເຮົາ​ຂອບໃຈ​ພະ​ເຢໂຫວາ​ແທ້ໆ​ທີ່​ສົ່ງ​ພະ​ເຢຊູ​ມາ​ໂລກ​ນີ້​ໃຫ້​ມາ​ຕາຍ​ເພື່ອ​ເຮົາ. ແຕ່​ອີກ​ເຫດຜົນ​ໜຶ່ງ​ທີ່​ພະ​ເຢຊູ​ມາ​ໂລກ​ນີ້​ກໍ​ເພື່ອ​ບອກ​ຄວາມ​ຈິງ​ກ່ຽວກັບ​ພະ​ເຢໂຫວາ​ໃຫ້​ຄົນ​ອື່ນ​ຮູ້. (ຢຮ. 18:37) ຄວາມ​ຈິງ​ນັ້ນ​ຍັງ​ລວມ​ເຖິງ​ເລື່ອງ​ທີ່​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ທີ່​ເປັນ​ລູກ​ຂອງ​ເພິ່ນ.

ພະ​ເຢຊູ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ

12. ເປັນ​ຫຍັງ​ເຮົາ​ຈຶ່ງ​ເຊື່ອ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ກ່ຽວກັບ​ພະ​ເຢໂຫວາ?

12 ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ​ນີ້ ເພິ່ນ​ມີ​ຄວາມ​ສຸກ​ທີ່​ໄດ້​ບອກ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ. (ລກ. 10:22) ເຮົາ​ເຊື່ອ​ວ່າ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ກ່ຽວກັບ​ພະ​ເຢໂຫວາ​ເປັນ​ຄວາມ​ຈິງ. ຍ້ອນຫຍັງ? ຍ້ອນ​ພະ​ເຢຊູ​ຢູ່​ກັບ​ພະ​ເຢໂຫວາ​ໃນ​ສະຫວັນ​ຫຼາຍພັນ​ລ້ານ​ປີ​ກ່ອນ​ທີ່​ເພິ່ນ​ຈະ​ມາ​ໂລກ​ນີ້. (ກລຊ. 1:15) ພະ​ເຢຊູ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເພິ່ນ​ຫຼາຍ ແລະ​ເພິ່ນ​ຍັງ​ໄດ້​ເຫັນ​ດ້ວຍ​ໂຕເອງ​ວ່າ​ພະ​ເຢໂຫວາ​ຮັກ​ພວກ​ທູດສະຫວັນ​ທີ່​ສັດຊື່​ແລະ​ຮັກ​ຜູ້​ຮັບໃຊ້​ຊາຍ​ຍິງ​ທີ່​ສັດຊື່​ໃນ​ໂລກ​ນີ້​ນຳ. ພະ​ເຢຊູ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ?

13. ພະ​ເຢຊູ​ຢາກ​ໃຫ້​ເຮົາ​ເບິ່ງ​ພະ​ເຢໂຫວາ​ແນວ​ໃດ?

13 ພະ​ເຢຊູ​ຢາກ​ໃຫ້​ເຮົາ​ເບິ່ງ​ພະ​ເຢໂຫວາ​ຄື​ກັບ​ທີ່​ເພິ່ນ​ເບິ່ງ. ໃນ​ປຶ້ມ​ຂ່າວ​ດີ​ກ່ຽວກັບ​ຊີວິດ​ຂອງ​ພະ​ເຢຊູ ເພິ່ນ​ເອີ້ນ​ພະ​ເຢໂຫວາ​ວ່າ “ພໍ່” ຫຼາຍ​ກວ່າ 160 ເທື່ອ. ຕອນ​ທີ່​ພະ​ເຢຊູ​ເວົ້າ​ກັບ​ພວກ​ລູກສິດ ເພິ່ນ​ໃຊ້​ຄຳ​ວ່າ “ພະເຈົ້າ​ພໍ່​ຂອງ​ພວກ​ເຈົ້າ” ຫຼື “ພະເຈົ້າ​ພໍ່​ຂອງ​ພວກ​ເຈົ້າ​ໃນ​ສະຫວັນ.” (ມທ. 5:16; 6:26) ກ່ອນ​ພະ​ເຢຊູ​ມາ​ໂລກ​ນີ້ ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ເອີ້ນ​ພະ​ເຢໂຫວາ​ວ່າ “ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ” “ພະເຈົ້າ​ສູງ​ສຸດ” “ຜູ້​ສ້າງ​ທີ່​ຍິ່ງໃຫຍ່” ແລະ​ຕຳແໜ່ງ​ອື່ນໆ​ທີ່​ຄ້າຍໆ​ກັນ​ນີ້. ແຕ່​ພະ​ເຢຊູ​ມັກ​ເອີ້ນ​ພະ​ເຢໂຫວາ​ວ່າ “ພໍ່.” ການ​ທີ່​ພະ​ເຢຊູ​ເອີ້ນ​ພະ​ເຢໂຫວາ​ແບບ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຮູ້ສຶກ​ໃກ້ຊິດ​ກັບ​ເພິ່ນ​ຄື​ກັບ​ທີ່​ລູກ​ຮູ້ສຶກ​ໃກ້ຊິດ​ກັບ​ພໍ່​ທີ່​ມີ​ຄວາມ​ຮັກ. ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢຊູ​ຢາກ​ໃຫ້​ເຮົາ​ເບິ່ງ​ພະ​ເຢໂຫວາ​ຄື​ກັບ​ທີ່​ເພິ່ນ​ເບິ່ງ ນັ້ນ​ຄື​ພະ​ເຢໂຫວາ​ເປັນ​ພໍ່​ທີ່​ມີ​ຄວາມ​ຮັກ​ທີ່​ຮັກ​ພວກ​ລູກ​ຂອງ​ເພິ່ນ​ຫຼາຍ. ເຮົາ​ຈະ​ມາ​ເບິ່ງ​ຕົວຢ່າງ 2 ເລື່ອງ​ທີ່​ພະ​ເຢຊູ​ໃຊ້​ຄຳ​ວ່າ “ພໍ່.”

14. ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ແຕ່​ລະ​ຄົນ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ? (ມັດທາຍ 10:29-31) (ເບິ່ງ​ຮູບ​ນຳ)

14 ທຳອິດ ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ໃນ​ມັດທາຍ 10:29-31. (ອ່ານ) ເຖິງ​ວ່າ​ນົກ​ກະຈອກ​ໂຕ​ນ້ອຍໆ​ບໍ່​ໄດ້​ຮັກ​ແລະ​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ ແຕ່​ເມື່ອ​ມີ​ໂຕ​ດຽວ​ຕົກ​ລົງ​ດິນ​ເພິ່ນ​ກໍ​ຮູ້. ຖ້າ​ພະ​ເຢໂຫວາ​ສົນໃຈ​ແລະ​ເຫັນຄ່າ​ນົກ​ໂຕ​ນ້ອຍໆ​ຫຼາຍ​ປານ​ນັ້ນ ເພິ່ນ​ກໍ​ແຮ່ງ​ສົນໃຈ​ແລະ​ເຫັນຄ່າ​ເຮົາ​ແຕ່​ລະ​ຄົນ​ຫຼາຍ​ກວ່າ​ນັ້ນ​ອີກ​ຍ້ອນ​ເຮົາ​ຮັກ​ແລະ​ນະມັດສະການ​ເພິ່ນ. ພະ​ເຢຊູ​ຍັງ​ເວົ້າ​ວ່າ: “ຂະໜາດ​ຜົມ​ຂອງ​ພວກ​ເຈົ້າ​ເພິ່ນ​ກໍ​ນັບ​ໄວ້​ແລ້ວ​ທຸກ​ເສັ້ນ.” ການ​ທີ່​ພະ​ເຢໂຫວາ​ຮູ້​ລາຍລະອຽດ​ເລັກໆ​ນ້ອຍໆ​ແບບ​ນີ້​ຢືນຢັນ​ວ່າ​ເພິ່ນ​ສົນໃຈ​ເຮົາ​ແຕ່​ລະ​ຄົນ​ຫຼາຍ. ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢຊູ​ຢາກ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ເຮົາ​ແຕ່​ລະ​ຄົນ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ.

ພະ​ເຢຊູ​ຊີ້​ໃຫ້​ພວກ​ລູກສິດ​ເບິ່ງ​ນົກ​ກະຈອກ​ໂຕ​ໜຶ່ງ​ທີ່​ກຳລັງ​ບິນ​ລົງ​ດິນ. ພວກ​ລູກສິດ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ.

ຖ້າ​ພະ​ເຢໂຫວາ​ເຫັນຄ່າ​ນົກ​ກະຈອກ​ພຽງ​ແຕ່​ໂຕ​ດຽວ​ແລະ​ເຖິງຂັ້ນ​ຮູ້​ວ່າ​ມັນ​ຕົກ​ລົງ​ດິນ​ຕອນ​ໃດ ເພິ່ນ​ກໍ​ແຮ່ງ​ເຫັນຄ່າ​ເຈົ້າ​ຫຼາຍ​ກວ່າ​ນັ້ນ​ອີກ​ຍ້ອນ​ເຈົ້າ​ເປັນ​ຜູ້​ຮັບໃຊ້​ທີ່​ສັດຊື່​ແລະ​ຮັກ​ເພິ່ນ! (ເບິ່ງ​ຂໍ້ 14)


15. ຄຳເວົ້າ​ຂອງ​ພະ​ເຢຊູ​ໃນ​ໂຢຮັນ 6:44 ບອກ​ໃຫ້​ເຮົາ​ຮູ້​ຫຍັງ​ກ່ຽວກັບ​ພະ​ເຢໂຫວາ?

15 ໃຫ້​ເຮົາ​ມາ​ເບິ່ງ​ອີກ​ຕົວຢ່າງ​ໜຶ່ງ​ທີ່​ພະ​ເຢຊູ​ໃຊ້​ຄຳ​ວ່າ “ພໍ່.” (ອ່ານ​ໂຢຮັນ 6:44) ພະເຈົ້າ​ພໍ່​ຂອງ​ເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ຊັກ​ນຳ​ເຈົ້າ​ໃຫ້​ມາ​ຮູ້​ຈັກ​ເພິ່ນ​ແລະ​ຮັກ​ເພິ່ນ. ເປັນ​ຫຍັງ​ເພິ່ນ​ຈຶ່ງ​ເຮັດ​ແນວ​ນັ້ນ? ຍ້ອນ​ເພິ່ນ​ເຫັນ​ວ່າ​ເຈົ້າ​ມີ​ຫົວໃຈ​ທີ່​ດີ​ທີ່​ເຕັມໃຈ​ຕອບ​ຮັບ​ຄວາມ​ຈິງ. (ກຈກ. 13:48) ເມື່ອ​ພະ​ເຢຊູ​ເວົ້າ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ໂຢຮັນ 6:44 ເພິ່ນ​ອາດ​ໝາຍ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ຄົນ​ອິດສະຣາເອນ​ໃນ​ເຢເຣມີຢາ 31:3 ທີ່​ວ່າ: “ເຮົາ​ຊັກ​ນຳ​ເຈົ້າ​ມາ​ຫາ​ເຮົາ​ດ້ວຍ​ຄວາມ​ຮັກ​ທີ່​ໝັ້ນຄົງ.” (ຢຣມ. 31:3, ໄຂເງື່ອນ; ສົມທຽບ​ກັບ​ໂຮເຊອາ 11:4) ໃຫ້​ຄິດ​ເບິ່ງ​ວ່າ​ເປັນ​ຫຍັງ​ຈຶ່ງ​ເວົ້າ​ວ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເປັນ​ຄວາມ​ຮັກ​ທີ່​ໝັ້ນຄົງ? ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ເຊິ່ງ​ມີ​ຄວາມ​ຮັກ​ເຫັນ​ສິ່ງ​ທີ່​ດີ​ໃນ​ໂຕ​ເຈົ້າ​ສະເໝີ​ເຖິງ​ວ່າ​ເຈົ້າ​ອາດ​ຈະ​ເບິ່ງ​ບໍ່​ເຫັນ.

16. (ກ) ພະ​ເຢຊູ​ບອກ​ຫຍັງ​ເຮົາ ແລະ​ເປັນ​ຫຍັງ​ເຮົາ​ຄວນ​ເຊື່ອ​ເພິ່ນ? (ຂ) ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ເປັນ​ພໍ່​ທີ່​ດີ​ທີ່​ສຸດ​ທີ່​ເຈົ້າ​ຢາກ​ມີ? (ເບິ່ງ​ຂອບ “ພໍ່​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ຢາກ​ມີ”)

16 ການ​ທີ່​ພະ​ເຢຊູ​ເອີ້ນ​ພະ​ເຢໂຫວາ​ວ່າ​ພໍ່​ຂອງ​ພວກ​ເຮົາ​ກໍ​ເປັນ​ຄື​ກັບ​ພະ​ເຢຊູ​ກຳລັງ​ບອກ​ເຮົາ​ວ່າ: “ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ແຕ່​ພໍ່​ຂອງ​ຂ້ອຍ​ເທົ່າ​ນັ້ນ ແຕ່​ເປັນ​ພໍ່​ຂອງ​ພວກ​ເຈົ້າ​ນຳ. ຂ້ອຍ​ຢາກ​ໃຫ້​ພວກ​ເຈົ້າ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ພວກ​ເຈົ້າ​ແຕ່​ລະ​ຄົນ​ຫຼາຍ.” ສະນັ້ນ ຖ້າ​ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ບໍ່​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ​ຫຼື​ບໍ່ ໃຫ້​ຢຸດ​ຄິດ​ແລະ​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ຄວນ​ເຊື່ອ​ຄຳເວົ້າ​ຂອງ​ພະ​ເຢຊູ​ແມ່ນ​ບໍ​ຍ້ອນ​ເພິ່ນ​ຮູ້​ຈັກ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ດີ​ທີ່​ສຸດ ແລະ​ເພິ່ນ​ເວົ້າ​ຄວາມ​ຈິງ​ສະເໝີ?’—1ປຕ. 2:22

“ພໍ່​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ຢາກ​ມີ”

ຄຳເວົ້າ​ທີ່​ຢູ່​ໃນ​ຄຳນຳ​ຂອງ​ປຶ້ມ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ອະທິບາຍ​ຈຸດປະສົງ​ຂອງ​ປຶ້ມ​ຫົວ​ນີ້​ວ່າ: “ເຮົາ . . . ຈະ​ເຫັນ​ວ່າ​ພະ​ເຢໂຫວາ . . . ເປັນ​ພໍ່​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ຢາກ​ມີ. ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ໃນ​ສະຫວັນ​ມີ​ລິດເດດ ເພິ່ນ​ຍຸຕິທຳ ມີ​ສະຕິ​ປັນຍາ ແລະ​ຄວາມ​ຮັກ. ເພິ່ນ​ຈະ​ບໍ່​ປະ​ບໍ່​ຖິ້ມ​ພວກ​ລູກ​ທີ່​ສັດຊື່​ຂອງ​ເພິ່ນ​ຈັກ​ເທື່ອ.”

ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຖືກ​ປະຕິບັດ​ແບບ​ໂຫດ​ຮ້າຍ​ຈາກ​ພໍ່​ຂອງ​ລາວ​ອະທິບາຍ​ວ່າ​ປຶ້ມ​ຫົວ​ນີ້​ຊ່ວຍ​ລາວ​ແນວ​ໃດ. ລາວ​ເວົ້າ​ວ່າ: “ປຶ້ມ​ຫົວ​ນີ້​ສອນ​ຂ້ອຍ​ໃຫ້​ຮູ້​ວ່າ ຄຳ​ວ່າ ‘ພໍ່’ ບໍ່​ແມ່ນ​ຄຳ​ທີ່​ເປັນ​ຕາ​ຢ້ານ. ຕອນນີ້​ຂ້ອຍ​ເຂົ້າໃຈ​ແລ້ວ​ວ່າ​ພໍ່​ທີ່​ດີ​ເປັນ​ແນວ​ໃດ. ຂ້ອຍ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ຂ້ອຍ​ແລະ​ຂ້ອຍ​ກໍ​ຮັກ​ເພິ່ນ​ຄື​ກັບ​ພໍ່.” ຫຼັງ​ຈາກ​ທີ່​ພີ່ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ​ອ່ານ​ປຶ້ມ​ຫົວ​ນີ້​ແລ້ວ ລາວ​ເວົ້າ​ວ່າ: “ພະ​ເຢໂຫວາ​ເປັນ​ພໍ່​ທີ່​ດີ​ທີ່​ສຸດ​ໃນ​ໂລກ!”

ເພື່ອ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ເປັນ​ພໍ່​ທີ່​ຮັກ​ເຈົ້າ ໃຫ້​ເຈົ້າ​ອ່ານ​ປຶ້ມ​ຫົວ​ນີ້ ຫຼື​ຖ້າ​ເຈົ້າ​ເຄີຍ​ອ່ານ​ແລ້ວ ໃຫ້​ອ່ານ​ຄືນ​ອີກ.

ໃຫ້​ໝັ້ນໃຈ​ຢູ່​ສະເໝີ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ

17. ເປັນ​ຫຍັງ​ເຮົາ​ຕ້ອງ​ໝັ້ນໃຈ​ຢູ່​ສະເໝີ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ?

17 ເຮົາ​ຕ້ອງ​ໝັ້ນໃຈ​ຢູ່​ສະເໝີ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ. ຂໍ​ໃຫ້​ຈື່​ໄວ້​ວ່າ​ຊາຕານ​ກຳລັງ​ເຮັດ​ທຸກ​ສິ່ງ​ທີ່​ມັນ​ເຮັດ​ໄດ້​ເພື່ອ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ມັນ​ຢາກ​ໃຫ້​ເຮົາ​ອ່ອນແອ. ດັ່ງນັ້ນ ມັນ​ຈຶ່ງ​ພະຍາຍາມ​ຕໍ່ໆ​ໄປ​ເພື່ອ​ເຮັດ​ໃຫ້​ເຮົາ​ເຊື່ອ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ເຮົາ. ແຕ່​ເຮົາ​ຕ້ອງ​ບໍ່​ເຊື່ອ​ຄຳ​ຕົວະ​ຂອງ​ຊາຕານ!—ໂຢບ 27:5

18. ເຈົ້າ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ?

18 ເພື່ອ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ ໃຫ້​ເຈົ້າ​ອະທິດຖານ​ຕໍ່ໆ​ໄປ​ເພື່ອ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ເບິ່ງ​ໂຕເອງ​ໃນ​ແບບ​ທີ່​ເພິ່ນ​ເບິ່ງ. ໃຫ້​ຄິດ​ຕຶກຕອງ​ກ່ຽວກັບ​ຂໍ້​ຄຳພີ​ຕ່າງໆ​ທີ່​ບອກ​ວ່າ​ພະ​ເຢໂຫວາ​ສົນໃຈ​ຄົນ​ທີ່​ຮັກ​ເພິ່ນ. ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຈະ​ຮັກ​ຄົນ​ທີ່​ສະແດງ​ຄວາມ​ຮັກ​ຕໍ່​ເພິ່ນ​ສະເໝີ. ໃຫ້​ຈື່​ວ່າ​ຄ່າໄຖ່​ເປັນ​ຂອງຂວັນ​ທີ່​ພະ​ເຢໂຫວາ​ໃຫ້​ເຈົ້າ​ເປັນ​ສ່ວນ​ໂຕ. ໃຫ້​ເຊື່ອ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ບອກ​ວ່າ​ພະ​ເຢໂຫວາ​ເປັນ​ພໍ່​ຂອງ​ເຈົ້າ​ທີ່​ຢູ່​ໃນ​ສະຫວັນ. ຖ້າ​ເຈົ້າ​ເຮັດ​ທັງໝົດ​ນີ້ ເມື່ອ​ມີ​ຄົນ​ຖາມ​ເຈົ້າ​ວ່າ: “ເຈົ້າ​ໝັ້ນໃຈ​ບໍ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ?” ເຈົ້າ​ກໍ​ຈະ​ຕອບ​ດ້ວຍ​ຄວາມ​ໝັ້ນໃຈ​ວ່າ: “ແມ່ນ​ແລ້ວ ພະ​ເຢໂຫວາ​ຮັກ​ຂ້ອຍ! ຂ້ອຍ​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ​ທຸກໆ​ມື້​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ຂ້ອຍ​ຮັກ​ເພິ່ນ!”

ເຈົ້າ​ຈະ​ຕອບ​ແນວ​ໃດ?

  •  ເປັນ​ຫຍັງ​ເຮົາ​ຕ້ອງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ?

  •  ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ?

  •  ພະ​ເຢຊູ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ?

ເພງ​ທີ 154 ຮັກ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ

a ສຳລັບ​ຂໍ້​ຄຳພີ​ອື່ນໆ​ທີ່​ໃຫ້​ກຳລັງ​ໃຈ​ເຊິ່ງ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ. ໃຫ້​ເບິ່ງ​ຫົວຂໍ້ “ສົງໄສ” ໃນ​ປຶ້ມ​ຂໍ້​ຄຳພີ​ສຳລັບ​ການ​ໃຊ້​ຊີວິດ​ຂອງ​ຄລິດສະຕຽນ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌