ບົດຄວາມສຶກສາທີ 38
ເພງທີ 120 ຮຽນແບບຄວາມອ່ອນໂຍນຂອງພະຄລິດ
ສະແດງຄວາມນັບຖືຕໍ່ຄົນອື່ນ
“ການໄດ້ຮັບຄວາມນັບຖືກໍດີກວ່າໄດ້ເງິນໄດ້ຄຳ.”—ສພສ. 22:1
ຈຸດສຳຄັນ
ເຮົາຈະຮຽນວ່າເປັນຫຍັງເຮົາຕ້ອງສະແດງຄວາມນັບຖືຕໍ່ຄົນອື່ນ ແລະເຮົາຈະເຮັດແບບນັ້ນໄດ້ແນວໃດເຖິງວ່າຈະເປັນເລື່ອງຍາກ.
1. ເປັນຫຍັງເຮົາຈຶ່ງມັກທີ່ໄດ້ຮັບຄວາມນັບຖື? (ສຸພາສິດ 22:1)
ເຈົ້າມັກບໍເມື່ອມີຄົນສະແດງຄວາມນັບຖືຕໍ່ເຈົ້າ? ແນ່ນອນວ່າເຈົ້າມັກ. ເຮົາທຸກຄົນຢາກໄດ້ຮັບຄວາມນັບຖື. ເຮົາຮູ້ສຶກດີເມື່ອມີຄົນສະແດງຄວາມນັບຖືຕໍ່ເຮົາ. ສະນັ້ນຈຶ່ງບໍ່ແປກທີ່ຄຳພີໄບເບິນບອກວ່າ: “ການໄດ້ຮັບຄວາມນັບຖືກໍດີກວ່າໄດ້ເງິນໄດ້ຄຳ.”—ອ່ານສຸພາສິດ 22:1
2-3. ເປັນຫຍັງຈຶ່ງບໍ່ງ່າຍທີ່ເຮົາຈະສະແດງຄວາມນັບຖືຕໍ່ຄົນອື່ນ ແລະເຮົາຈະຮຽນຫຍັງໃນບົດນີ້?
2 ບາງເທື່ອອາດບໍ່ງ່າຍທີ່ຈະສະແດງຄວາມນັບຖືຕໍ່ຄົນອື່ນ. ເຫດຜົນໜຶ່ງແມ່ນຍ້ອນເຮົາເຫັນຂໍ້ບົກພ່ອງຂອງເຂົາເຈົ້າ. ນອກຈາກນັ້ນ ເຮົາມີຊີວິດຢູ່ໃນໄລຍະທີ່ຄົນສ່ວນຫຼາຍບໍ່ສະແດງຄວາມນັບຖືຕໍ່ກັນ ແຕ່ເຮົາຕ້ອງບໍ່ເປັນຄືກັບເຂົາເຈົ້າ. ຍ້ອນຫຍັງ? ຍ້ອນພະເຢໂຫວາຢາກໃຫ້ເຮົາໃຫ້ກຽດຫຼືສະແດງຄວາມນັບຖືຕໍ່ “ຄົນທຸກປະເພດ.”—1ປຕ. 2:17
3 ໃນບົດນີ້ເຮົາຈະຮຽນວ່າການສະແດງຄວາມນັບຖືຕໍ່ຄົນອື່ນໝາຍຄວາມວ່າແນວໃດ ແລະເຮົາຈະສະແດງຄວາມນັບຖືແນວໃດຕໍ່ (1) ຄົນໃນຄອບຄົວ (2) ພີ່ນ້ອງໃນປະຊາຄົມ ແລະ (3) ຄົນທົ່ວໄປ. ນອກຈາກນັ້ນ ເຮົາຍັງຈະຮຽນວ່າເຮົາຈະສະແດງຄວາມນັບຖືຕໍ່ຄົນອື່ນແນວໃດເຖິງວ່າຈະເປັນເລື່ອງຍາກ.
ການສະແດງຄວາມນັບຖືຕໍ່ຄົນອື່ນໝາຍຄວາມວ່າແນວໃດ?
4. ການສະແດງຄວາມນັບຖືຕໍ່ຄົນອື່ນໝາຍຄວາມວ່າແນວໃດ?
4 ເຈົ້າຈະອະທິບາຍຄວາມໝາຍຂອງຄຳວ່ານັບຖືແນວໃດ? ໃນບາງພາສາຄຳວ່າ “ນັບຖື” ແລະ “ໃຫ້ກຽດ” ກ່ຽວຂ້ອງກັນ. ກ່ຽວຂ້ອງກັນແນວໃດ? ຄຳວ່າ “ນັບຖື” ໝາຍເຖິງວິທີທີ່ເຮົາເບິ່ງຄົນອື່ນ. ເມື່ອເຮົານັບຖືຄົນອື່ນ ເຮົາກໍຈະເບິ່ງວ່າເຂົາເຈົ້າສົມຄວນໄດ້ຮັບຄວາມສົນໃຈແລະຄວາມເຄົາລົບນັບຖືຈາກເຮົາຍ້ອນຄຸນລັກສະນະທີ່ເຂົາເຈົ້າມີ ສິ່ງທີ່ເຂົາເຈົ້າເຮັດໄດ້ສຳເລັດ ຫຼືຕຳແໜ່ງຂອງເຂົາເຈົ້າ. ການ “ໃຫ້ກຽດ” ໝາຍເຖິງວິທີທີ່ເຮົາປະຕິບັດກັບຄົນອື່ນ. ເມື່ອເຮົາໃຫ້ກຽດຄົນອື່ນ ເຮົາກໍຈະປະຕິບັດກັບເຂົາເຈົ້າໃນແບບທີ່ເຮັດໃຫ້ເຂົາເຈົ້າຮູ້ສຶກວ່າມີຄ່າແລະຄິດເຖິງສັກສີຂອງເຂົາເຈົ້າ. ການໃຫ້ກຽດແທ້ໆຕ້ອງອອກມາຈາກຫົວໃຈ.—ມທ. 15:8
5. ອັນໃດຈະຊ່ວຍເຮົາໃຫ້ສະແດງຄວາມນັບຖືຕໍ່ຄົນອື່ນ?
5 ພະເຢໂຫວາຢາກໃຫ້ເຮົາສະແດງຄວາມນັບຖືຕໍ່ຄົນອື່ນ. ຕົວຢ່າງເຊັ່ນ: ເພິ່ນບອກເຮົາໃຫ້ສະແດງຄວາມນັບຖືຕໍ່ “ຄົນທີ່ມີອຳນາດປົກຄອງ.” (ຣມ. 13:1, 7) ແຕ່ບາງຄົນເວົ້າວ່າ: “ຂ້ອຍຈະສະແດງຄວາມນັບຖືຕໍ່ຄົນທີ່ສົມຄວນໄດ້ຮັບຄວາມນັບຖືເທົ່ານັ້ນ.” ການຄິດແບບນີ້ຖືກຕ້ອງບໍ? ບໍ່ຖືກຕ້ອງ. ເຮົາທີ່ເປັນຜູ້ຮັບໃຊ້ຂອງພະເຢໂຫວາ ເຮົາເຂົ້າໃຈວ່າເຮົາສະແດງຄວາມນັບຖືຕໍ່ຄົນອື່ນບໍ່ແມ່ນຍ້ອນສິ່ງທີ່ເຂົາເຈົ້າເຮັດ ແຕ່ຍ້ອນເຮົາຮັກພະເຢໂຫວາແລະຢາກເຮັດໃຫ້ເພິ່ນພໍໃຈ.—ຢຊ. 4:14; 1ປຕ. 3:15
6. ເປັນໄປໄດ້ບໍທີ່ຈະສະແດງຄວາມນັບຖືຕໍ່ຄົນທີ່ບໍ່ໄດ້ນັບຖືເຮົາ? ຂໍໃຫ້ອະທິບາຍ (ເບິ່ງຮູບໜ້າປົກນຳ)
6 ບາງຄົນອາດສົງໄສວ່າ ‘ເປັນໄປໄດ້ບໍທີ່ເຮົາຈະສະແດງຄວາມນັບຖືຕໍ່ຄົນທີ່ບໍ່ໄດ້ນັບຖືເຮົາ?’ ເປັນໄປໄດ້ແທ້. ໃຫ້ເຮົາມາເບິ່ງບາງຕົວຢ່າງນຳກັນ. ກະສັດຊາອູນຮ້າຍໂຢນາທານລູກຊາຍຂອງໂຕເອງແລະເຮັດໃຫ້ລາວອັບອາຍຕໍ່ໜ້າຄົນອື່ນ. (1ຊມ. 20:30-34) ແຕ່ໂຢນາທານກໍຍັງສະແດງຄວາມນັບຖືຕໍ່ຊາອູນພໍ່ຂອງລາວເຊິ່ງເປັນກະສັດໃນຕອນນັ້ນ ແລະຊ່ວຍຊາອູນຕໍ່ສູ້ໃນສົງຄາມຈົນຮອດມື້ທີ່ຊາອູນຕາຍ. (ອພຍ. 20:12; 2ຊມ. 1:23) ປະໂລຫິດໃຫຍ່ເອລີເວົ້າໃຫ້ຮັນນາວ່າເມົາເຫຼົ້າ. (1ຊມ. 1:12-14) ແຕ່ຮັນນາກໍເວົ້າກັບເອລີດ້ວຍຄວາມນັບຖືເຖິງວ່າທຸກຄົນໃນອິດສະຣາເອນຮູ້ວ່າເອລີເຮັດໜ້າທີ່ພໍ່ແລະໜ້າທີ່ປະໂລຫິດໄດ້ບໍ່ດີ. (1ຊມ. 1:15-18; 2:22-24) ຜູ້ຊາຍບາງຄົນໃນເມືອງອາແຖນໄດ້ເວົ້າດູຖູກອັກຄະສາວົກໂປໂລໂດຍເວົ້າວ່າ ລາວເປັນຄົນທີ່ “ເວົ້າໂລໆເລໆ.” (ກຈກ. 17:18) ເຖິງຈະເປັນແນວນັ້ນ ໂປໂລກໍເວົ້າກັບເຂົາເຈົ້າດ້ວຍຄວາມນັບຖື. (ກຈກ. 17:22) ຕົວຢ່າງເຫຼົ່ານີ້ສະແດງໃຫ້ເຫັນວ່າຄວາມຮັກທີ່ເລິກເຊິ່ງທີ່ເຮົາມີຕໍ່ພະເຢໂຫວາແລະການຢ້ານວ່າຈະເຮັດໃຫ້ເພິ່ນບໍ່ພໍໃຈສາມາດກະຕຸ້ນເຮົາໃຫ້ສະແດງຄວາມນັບຖືຕໍ່ຄົນອື່ນໄດ້ບໍ່ວ່າຈະເປັນຕອນທີ່ງ່າຍຫຼືຕອນທີ່ຍາກ. ໃຫ້ເຮົາມາເບິ່ງວ່າມີໃຜແດ່ທີ່ເຮົາຄວນສະແດງຄວາມນັບຖືແລະຍ້ອນຫຍັງ.
ເຖິງວ່າຊາອູນເຮັດໃຫ້ໂຢນາທານອັບອາຍຕໍ່ໜ້າຄົນອື່ນ ແຕ່ໂຢນາທານກໍຍັງປົກປ້ອງແລະສະໜັບສະໜູນຊາອູນພໍ່ຂອງລາວທີ່ເປັນກະສັດ (ເບິ່ງຂໍ້ 6)
ສະແດງຄວາມນັບຖືຕໍ່ຄົນໃນຄອບຄົວ
7. ອັນໃດອາດເຮັດໃຫ້ຍາກທີ່ຄົນໃນຄອບຄົວຈະສະແດງຄວາມນັບຖືຕໍ່ກັນ?
7 ສິ່ງໃດທີ່ເຮັດໃຫ້ຍາກ. ຍ້ອນເຮົາໃຊ້ເວລາຫຼາຍກັບຄົນໃນຄອບຄົວ ເຮົາຈຶ່ງເຫັນທັງດ້ານດີແລະດ້ານທີ່ບໍ່ດີຂອງເຂົາເຈົ້າ. ບາງຄົນໃນຄອບຄົວອາດບໍ່ສະບາຍຫຼືເຈັບປ່ວຍທາງດ້ານຈິດໃຈເຊິ່ງເຮັດໃຫ້ຍາກທີ່ເຮົາຈະເບິ່ງແຍງເຂົາເຈົ້າ. ບາງຄົນອາດເຖິງຂັ້ນເວົ້າຫຼືເຮັດບາງຢ່າງທີ່ເຮັດໃຫ້ເຮົາເສຍໃຈຫຼາຍ. ສ່ວນບາງຄົນໃນຄອບຄົວກໍບໍ່ໄດ້ສະແດງຄວາມນັບຖືຕໍ່ກັນຈຶ່ງເຮັດໃຫ້ເຮືອນບໍ່ມີຄວາມສະຫງົບສຸກ. ສິ່ງເຫຼົ່ານີ້ເຮັດໃຫ້ຄອບຄົວມີແຕ່ບັນຫາ. ເຮົາສາມາດສົມທຽບຄອບຄົວເປັນຄືກັບຮ່າງກາຍ. ຄືກັບທີ່ພະຍາດຂໍ້ຕໍ່ກະດູກອັກເສບເຮັດໃຫ້ສ່ວນຕ່າງໆຂອງຮ່າງກາຍເຮັດວຽກນຳກັນບໍ່ໄດ້ດີຍ້ອນຄົນທີ່ເປັນພະຍາດນີ້ຈະເຮັດຫັ້ນເຮັດນີ້ຫຼືຈັບນັ້ນຈັບນີ້ບໍ່ສະດວກ ການບໍ່ສະແດງຄວາມນັບຖືຕໍ່ກັນກໍເຮັດໃຫ້ຄອບຄົວບໍ່ສາມາດຮ່ວມມືກັນໄດ້ດີ. ເຖິງວ່າຍັງບໍ່ມີວິທີປິ່ນປົວພະຍາດຂໍ້ຕໍ່ກະດູກອັກເສບໃຫ້ເຊົາໄດ້ ແຕ່ບັນຫາເລື່ອງການບໍ່ສະແດງຄວາມນັບຖືໃນຄອບຄົວເປັນສິ່ງທີ່ສາມາດແກ້ໄຂໄດ້ເພື່ອບໍ່ໃຫ້ສາຍສຳພັນໃນຄອບຄົວຖືກທຳລາຍ.
8. ເປັນຫຍັງການສະແດງຄວາມນັບຖືຕໍ່ຄົນໃນຄອບຄົວຈຶ່ງສຳຄັນ? (1 ຕີໂມທຽວ 5:4, 8)
8 ເປັນຫຍັງຕ້ອງສະແດງຄວາມນັບຖື? (ອ່ານ 1 ຕີໂມທຽວ 5:4, 8) ໃນຈົດໝາຍສະບັບທຳອິດທີ່ໂປໂລຂຽນໄປຫາຕີໂມທຽວ ລາວແນະນຳວ່າຄວນເອົາໃຈໃສ່ເບິ່ງແຍງຄວາມຈຳເປັນຂອງຄົນໃນຄອບຄົວແນວໃດ. ລາວອະທິບາຍວ່າເຫດຜົນຫຼັກທີ່ເຮົາຕ້ອງໃຫ້ກຽດຄົນໃນຄອບຄົວບໍ່ແມ່ນຍ້ອນໜ້າທີ່ເທົ່ານັ້ນ ແຕ່ເປັນການ “ສະແດງຄວາມນັບຖືພະເຈົ້າ.” ນີ້ໝາຍຄວາມວ່າເຮົາໃຫ້ກຽດຄົນໃນຄອບຄົວຍ້ອນເຮົາຮັກພະເຢໂຫວາແລະເບິ່ງວ່າມັນເປັນສ່ວນໜຶ່ງໃນການນະມັດສະການເພິ່ນ. ພະເຢໂຫວາເປັນຜູ້ກໍ່ຕັ້ງຄອບຄົວ. (ອຟຊ. 3:14, 15) ສະນັ້ນ ເມື່ອເຮົາໃຫ້ກຽດຄົນໃນຄອບຄົວ ເຮົາກໍກຳລັງໃຫ້ກຽດພະເຢໂຫວາທີ່ເປັນຜູ້ກໍ່ຕັ້ງຄອບຄົວ. (1ຕມ. 5:4) ນີ້ເປັນເຫດຜົນທີ່ສຳຄັນຫຼາຍແທ້ໆທີ່ເຮົາຈະສະແດງຄວາມນັບຖືຕໍ່ຄົນໃນຄອບຄົວ.
9. ຜົວແລະເມຍຈະສະແດງຄວາມນັບຖືຕໍ່ກັນໄດ້ແນວໃດ? (ເບິ່ງຮູບນຳ)
9 ຈະສະແດງຄວາມນັບຖືແນວໃດ? ຜົວທີ່ໃຫ້ກຽດເມຍຈະສະແດງໃຫ້ເຫັນວ່າເມຍມີຄ່າຕໍ່ລາວທັງໃນຕອນທີ່ຢູ່ຕໍ່ໜ້າຄົນອື່ນແລະຕອນທີ່ຢູ່ນຳກັນ 2 ຄົນ. (ສພສ. 31:28; 1ປຕ. 3:7) ລາວຈະບໍ່ທຳຮ້າຍເມຍ ບໍ່ເຮັດໃຫ້ເມຍອັບອາຍ ຫຼືເຮັດໃຫ້ເມຍຮູ້ສຶກບໍ່ມີຄ່າ. ພີ່ນ້ອງອາຣິເອaທີ່ຢູ່ປະເທດອາເຈນຕິນາເວົ້າວ່າ: “ຍ້ອນເມຍຂ້ອຍບໍ່ສະບາຍ ບາງເທື່ອລາວຈຶ່ງເວົ້າບາງຢ່າງທີ່ເຮັດໃຫ້ຂ້ອຍເສຍໃຈ. ເມື່ອເລື່ອງແບບນີ້ເກີດຂຶ້ນ ຂ້ອຍຈະເຕືອນໂຕເອງວ່າສິ່ງທີ່ລາວເວົ້າບໍ່ໄດ້ໝາຍຄວາມວ່າແບບນັ້ນແທ້ໆ. ໃນເວລາທີ່ເຄັ່ງຕຶງແບບນັ້ນ ຂ້ອຍຈະຄິດເຖິງ 1 ໂກຣິນໂທ 13:5 ເຊິ່ງຊ່ວຍຂ້ອຍໃຫ້ເວົ້າກັບລາວດ້ວຍຄວາມນັບຖືແທນທີ່ຈະເວົ້າແບບໃຈຮ້າຍ.” (ສພສ. 19:11) ເມຍທີ່ໃຫ້ກຽດຜົວຈະເວົ້າເຖິງຜົວດ້ວຍຄວາມນັບຖືຕອນທີ່ລົມກັບຄົນອື່ນ. (ອຟຊ. 5:33) ລາວຈະບໍ່ເວົ້າສຽດສີ ເວົ້າເຍາະເຍີ້ຍ ແລະຕັ້ງສາຍາແບບຕະຫຼົກໃຫ້ຜົວ. ລາວຮູ້ວ່າການເຮັດແບບນັ້ນຈະທຳລາຍສາຍສຳພັນຂອງລາວກັບຜົວ. (ສພສ. 14:1) ພີ່ນ້ອງຍິງຄົນໜຶ່ງຢູ່ປະເທດອີຕາລີທີ່ຜົວຂອງລາວເປັນໂລກວິຕົກກັງວົນເວົ້າວ່າ: “ບາງເທື່ອຂ້ອຍຮູ້ສຶກວ່າຜົວຂ້ອຍກັງວົນຫຼາຍໂພດ. ແຕ່ກີ້ຄຳເວົ້າແລະສີໜ້າຂອງຂ້ອຍສະແດງໃຫ້ເຫັນເລີຍວ່າຂ້ອຍບໍ່ໄດ້ນັບຖືລາວ. ແຕ່ຂ້ອຍເຫັນວ່າເມື່ອຂ້ອຍຄົບຫາກັບຄົນທີ່ເວົ້າເຖິງຄົນອື່ນດ້ວຍຄວາມນັບຖື ຂ້ອຍກໍຖືກກະຕຸ້ນໃຫ້ສະແດງຄວາມນັບຖືຕໍ່ຜົວຫຼາຍຂຶ້ນ.”
ເມື່ອເຮົາສະແດງຄວາມນັບຖືຕໍ່ຄົນໃນຄອບຄົວເຮົາກໍກຳລັງໃຫ້ກຽດພະເຢໂຫວາທີ່ເປັນຫົວໜ້າຄອບຄົວ (ເບິ່ງຂໍ້ 9)
10. ລູກຈະສະແດງຄວາມນັບຖືຕໍ່ພໍ່ແມ່ແນວໃດ?
10 ຄົນທີ່ເປັນລູກ ໃຫ້ເຊື່ອຟັງກົດໃນຄອບຄົວທີ່ພໍ່ແມ່ຕັ້ງໄວ້. (ອຟຊ. 6:1-3) ໃຫ້ເວົ້າກັບພໍ່ແມ່ດ້ວຍຄວາມນັບຖື. (ອພຍ. 21:17) ເມື່ອພໍ່ແມ່ອາຍຸຫຼາຍຂຶ້ນ ພວກເພິ່ນອາດຕ້ອງການຄວາມຊ່ວຍເຫຼືອຈາກເຈົ້າຫຼາຍຂຶ້ນ. ໃຫ້ເບິ່ງແຍງພໍ່ແມ່ໃຫ້ດີທີ່ສຸດ. ໃຫ້ເຮົາມາເບິ່ງເລື່ອງຂອງມາເຣຍ. ພໍ່ຂອງລາວບໍ່ແມ່ນພະຍານພະເຢໂຫວາ. ຕອນທີ່ພໍ່ຂອງມາເຣຍບໍ່ສະບາຍແຮງ ມັນບໍ່ງ່າຍທີ່ມາເຣຍຈະເບິ່ງແຍງພໍ່ຍ້ອນພໍ່ເວົ້າສິ່ງທີ່ເຮັດໃຫ້ລາວເສຍໃຈຫຼາຍ. ມາເຣຍເວົ້າວ່າ: “ຂ້ອຍອະທິດຖານບໍ່ພຽງແຕ່ຂໍໃຫ້ມີຄວາມນັບຖືຕໍ່ພໍ່ເທົ່ານັ້ນ ແຕ່ຂໍໃຫ້ຂ້ອຍສະແດງຄວາມນັບຖືອອກມານຳ. ຂ້ອຍຫາເຫດຜົນກັບໂຕເອງວ່າ ຖ້າພະເຢໂຫວາບອກຂ້ອຍໃຫ້ນັບຖືພໍ່ແມ່ ເພິ່ນກໍຈະໃຫ້ກຳລັງຂ້ອຍເພື່ອຈະເຮັດແບບນັ້ນໄດ້ ແລະຂ້ອຍໄດ້ເຂົ້າໃຈວ່າບໍ່ວ່າພໍ່ຈະເປັນແນວໃດ ຂ້ອຍກໍຕ້ອງສະແດງຄວາມນັບຖືເພິ່ນ.” ເມື່ອເຮົາສະແດງຄວາມນັບຖືຄົນໃນຄອບຄົວເຖິງວ່າເຂົາເຈົ້າຈະມີຂໍ້ບົກພ່ອງ ເຮົາກໍສະແດງໃຫ້ເຫັນວ່າເຮົານັບຖືການຈັດກຽມຂອງພະເຢໂຫວາໃນເລື່ອງຄອບຄົວ.
ສະແດງຄວາມນັບຖືຕໍ່ພີ່ນ້ອງຮ່ວມຄວາມເຊື່ອ
11. ເປັນຫຍັງອາດຍາກທີ່ເຮົາຈະສະແດງຄວາມນັບຖືຕໍ່ພີ່ນ້ອງຮ່ວມຄວາມເຊື່ອ?
11 ສິ່ງໃດທີ່ເຮັດໃຫ້ຍາກ? ພີ່ນ້ອງທຸກຄົນພະຍາຍາມເຕັມທີທີ່ຈະໃຊ້ຊີວິດຕາມສິ່ງທີ່ຄຳພີໄບເບິນສອນ ແຕ່ບາງເທື່ອອາດຈະມີພີ່ນ້ອງບາງຄົນເຮັດບໍ່ດີກັບເຮົາ ເຂົ້າໃຈເຮົາຜິດ ຫຼືເຮັດໃຫ້ເຮົາຫງຸດຫງິດ. ຖ້າພີ່ນ້ອງເຮັດໃຫ້ເຮົາ “ມີສາເຫດຈະຈົ່ມ” ເຮົາກໍອາດຮູ້ສຶກວ່າຍາກທີ່ຈະສະແດງຄວາມນັບຖືຕໍ່ລາວ. (ກລຊ. 3:13) ເມື່ອເປັນແບບນັ້ນ ອັນໃດຈະຊ່ວຍເຮົາໄດ້?
12. ເປັນຫຍັງການສະແດງຄວາມນັບຖືຕໍ່ພີ່ນ້ອງຮ່ວມຄວາມເຊື່ອຈຶ່ງສຳຄັນ? (2 ເປໂຕ 2:9-12)
12 ເປັນຫຍັງຕ້ອງສະແດງຄວາມນັບຖື? (ອ່ານ 2 ເປໂຕ 2:9-12) ໃນຈົດໝາຍສະບັບທີ 2 ທີ່ເປໂຕຂຽນ ລາວເວົ້າເຖິງຄລິດສະຕຽນບາງຄົນໃນສະຕະວັດທຳອິດທີ່ເວົ້າແບບບໍ່ນັບຖືຕໍ່ “ຄົນທີ່ພະເຈົ້າຍົກຍ້ອງ” ເຊິ່ງກໍຄືຜູ້ເບິ່ງແຍງໃນປະຊາຄົມ. ເມື່ອທູດສະຫວັນທີ່ສັດຊື່ເຫັນສິ່ງທີ່ເກີດຂຶ້ນ ເຂົາເຈົ້າເຮັດແນວໃດ? ເຂົາເຈົ້າບໍ່ໄດ້ເວົ້າສິ່ງທີ່ບໍ່ດີໃຫ້ຄົນເຫຼົ່ານັ້ນແມ່ນແຕ່ຄຳດຽວຍ້ອນເຂົາເຈົ້າ “ນັບຖືພະເຢໂຫວາ.” ເລື່ອງນີ້ເປັນຕາໜ້າສົນໃຈແທ້ໆ! ທູດສະຫວັນດີກວ່າມະນຸດທີ່ບໍ່ສົມບູນແບບຫຼາຍເທົ່າ ເຖິງຈະເປັນແນວນັ້ນ ເຂົາເຈົ້າກໍບໍ່ໄດ້ເວົ້າຄຳຫຍາບຄາຍໃຫ້ຄົນທີ່ຈອງຫອງເຫຼົ່ານັ້ນເລີຍ ແຕ່ເຂົາເຈົ້າປ່ອຍໃຫ້ພະເຢໂຫວາເປັນຜູ້ຕຳໜິແລະຕັດສິນລົງໂທດຄົນເຫຼົ່ານັ້ນ. (ຣມ. 14:10-12; ສົມທຽບກັບຢູດາ 9) ເຮົາໄດ້ບົດຮຽນຫຍັງຈາກທູດສະຫວັນ? ຖ້າເຮົາຕ້ອງສະແດງຄວາມນັບຖືຕໍ່ຜູ້ທີ່ຕໍ່ຕ້ານ ເຮົາກໍແຮ່ງຕ້ອງສະແດງຄວາມນັບຖືຕໍ່ພີ່ນ້ອງຮ່ວມຄວາມເຊື່ອຫຼາຍກວ່ານັ້ນອີກ. ເຮົາຕ້ອງ “ເປັນຝ່າຍເລີ່ມ” ສະແດງຄວາມນັບຖືຕໍ່ພີ່ນ້ອງ. (ຣມ. 12:10) ເມື່ອເຮັດແບບນີ້ ເຮົາກໍສະແດງໃຫ້ເຫັນວ່າເຮົານັບຖືພະເຢໂຫວາ.
13-14. ເຮົາຈະສະແດງຄວາມນັບຖືຕໍ່ພີ່ນ້ອງໃນປະຊາຄົມໄດ້ແນວໃດ? ຂໍໃຫ້ຍົກຕົວຢ່າງ (ເບິ່ງຮູບນຳ)
13 ຈະສະແດງຄວາມນັບຖືແນວໃດ? ຜູ້ເບິ່ງແຍງ ເມື່ອເຈົ້າສອນພີ່ນ້ອງ ໃຫ້ເຈົ້າສອນດ້ວຍຄວາມຮັກສະເໝີ. (ຟລມ. 8, 9) ຖ້າຈຳເປັນຕ້ອງໃຫ້ຄຳແນະນຳບາງຄົນ ໃຫ້ເຈົ້າເຮັດແບບກະລຸນາແລະຢ່າໃຫ້ຄຳແນະນຳຕອນທີ່ເຈົ້າໃຈຮ້າຍ. ພີ່ນ້ອງຍິງ ເຈົ້າສາມາດຊ່ວຍພີ່ນ້ອງໃນປະຊາຄົມໃຫ້ສະແດງຄວາມນັບຖືຕໍ່ກັນໂດຍບໍ່ເວົ້າເຖິງຄົນອື່ນໃນແງ່ລົບຫຼືບໍ່ເວົ້າໃສ່ຮ້າຍຄົນອື່ນ. (ຕຕ. 2:3-5) ເຮົາທຸກຄົນສາມາດສະແດງຄວາມນັບຖືຕໍ່ຜູ້ເບິ່ງແຍງໃນປະຊາຄົມໂດຍຮ່ວມມືກັບເຂົາເຈົ້າ ແລະເຮັດໃຫ້ເຂົາເຈົ້າເຫັນວ່າເຮົາເຫັນຄ່າວຽກໜັກທີ່ເຂົາເຈົ້າເຮັດໃນການນຳສ່ວນການປະຊຸມ ນຳກຸ່ມປະກາດ ແລະຊ່ວຍຄົນທີ່ “ກຳລັງໄປຜິດທາງ.”—ຄລຕ. 6:1; 1ຕມ. 5:17
14 ພີ່ນ້ອງຍິງຊື່ໂຣຊິໂອ້ຮູ້ສຶກວ່າຍາກທີ່ຈະສະແດງຄວາມນັບຖືຕໍ່ຜູ້ເບິ່ງແຍງທີ່ໃຫ້ຄຳແນະນຳລາວ. ລາວເວົ້າວ່າ: “ຂ້ອຍບໍ່ມັກຍ້ອນຮູ້ສຶກວ່າຜູ້ເບິ່ງແຍງຄົນນັ້ນເວົ້າບໍ່ດີກັບຂ້ອຍ. ຕອນຢູ່ເຮືອນ ຂ້ອຍໄດ້ເວົ້າໃນແງ່ລົບກ່ຽວກັບລາວ. ເຖິງວ່າຂ້ອຍພະຍາຍາມທີ່ຈະບໍ່ສະແດງອອກມາ ແຕ່ຂ້ອຍຮູ້ສຶກວ່າລາວບໍ່ໄດ້ຢາກຊ່ວຍຂ້ອຍແທ້ໆ ຂ້ອຍຈຶ່ງບໍ່ຟັງຄຳແນະນຳຂອງລາວ.” ອັນໃດຊ່ວຍໂຣຊິໂອ້ໃຫ້ປ່ຽນຄວາມຄິດ? ລາວເວົ້າວ່າ: “ຕອນທີ່ອ່ານຄຳພີໄບເບິນ ຂ້ອຍໄດ້ອ່ານ 1 ເທຊະໂລນິກ 5:12, 13. ເມື່ອອ່ານຂໍ້ນີ້ ຂ້ອຍກໍຮູ້ວ່າຂ້ອຍບໍ່ໄດ້ສະແດງຄວາມນັບຖືຕໍ່ຜູ້ເບິ່ງແຍງຄົນນີ້ເລີຍ ໃຈຮູ້ຜິດຮູ້ຖືກກໍເລີ່ມລົບກວນຂ້ອຍ. ຂ້ອຍໄດ້ອະທິດຖານຫາພະເຢໂຫວາແລະຄົ້ນຄວ້າປຶ້ມຕ່າງໆຂອງອົງການເພື່ອຊອກຫາຂໍ້ມູນກ່ຽວກັບເລື່ອງນີ້ເຊິ່ງຈະຊ່ວຍຂ້ອຍໃຫ້ປັບປ່ຽນຄວາມຄິດຂອງໂຕເອງ. ໃນທີ່ສຸດ ຂ້ອຍກໍຮູ້ວ່າບັນຫາບໍ່ໄດ້ເປັນຍ້ອນຜູ້ເບິ່ງແຍງຄົນນັ້ນ ແຕ່ເປັນຍ້ອນຂ້ອຍຍິ່ງໂພດ. ຕອນນີ້ຂ້ອຍເຂົ້າໃຈແລ້ວວ່າເພື່ອຈະສະແດງຄວາມນັບຖືຕໍ່ຄົນອື່ນ ຂ້ອຍຕ້ອງເປັນຄົນຖ່ອມ. ຂ້ອຍຍັງຕ້ອງພະຍາຍາມຕໍ່ໆໄປເພື່ອຈະສະແດງຄວາມນັບຖືຕໍ່ຄົນອື່ນຫຼາຍຂຶ້ນ ແລະຂ້ອຍຮູ້ສຶກວ່າພະເຢໂຫວາເຫັນຄ່າທີ່ຂ້ອຍກຳລັງພະຍາຍາມເຮັດແບບນັ້ນ.”
ເຮົາທຸກຄົນສາມາດສະແດງຄວາມນັບຖືຕໍ່ຜູ້ເບິ່ງແຍງໃນປະຊາຄົມໂດຍຮ່ວມມືກັບເຂົາເຈົ້າແລະເຮັດໃຫ້ເຂົາເຈົ້າເຫັນວ່າເຮົາເຫັນຄ່າວຽກໜັກທີ່ເຂົາເຈົ້າເຮັດ (ເບິ່ງຂໍ້ 13-14)
ສະແດງຄວາມນັບຖືຕໍ່ຄົນທົ່ວໄປ
15. ເປັນຫຍັງອາດຍາກທີ່ເຮົາຈະສະແດງຄວາມນັບຖືຕໍ່ຄົນທົ່ວໄປ?
15 ສິ່ງໃດທີ່ເຮັດໃຫ້ຍາກ? ໃນການປະກາດ ເຮົາມັກເຈິກັບຄົນທີ່ບໍ່ສົນໃຈເລື່ອງພະເຈົ້າຫຼືຄຳພີໄບເບິນ. (ອຟຊ. 4:18) ບາງຄົນບໍ່ຢາກຟັງເລື່ອງທີ່ເຮົາເວົ້າຍ້ອນເຂົາເຈົ້າຖືກສອນວ່າໃຫ້ເຊື່ອສິ່ງທີ່ເຊື່ອມາແຕ່ນ້ອຍ. ບາງຄົນຢູ່ບ່ອນເຮັດວຽກຫຼືຢູ່ໂຮງຮຽນອາດເວົ້າບໍ່ດີກັບເຮົາ ແລະບາງເທື່ອຫົວໜ້າຫຼືຄູຢູ່ໂຮງຮຽນອາດບໍ່ມັກວຽກປະກາດຂອງເຮົາ ເມື່ອເປັນແບບນີ້ ເຮົາອາດນັບຖືເຂົາເຈົ້າໜ້ອຍລົງແລະບໍ່ຢາກປະຕິບັດແບບທີ່ດີໆກັບເຂົາເຈົ້າ.
16. ເປັນຫຍັງການສະແດງຄວາມນັບຖືຕໍ່ຄົນທີ່ມີຄວາມເຊື່ອຕ່າງຈາກເຮົາຈຶ່ງສຳຄັນ? (1 ເປໂຕ 2:12; 3:15)
16 ເປັນຫຍັງຕ້ອງສະແດງຄວາມນັບຖື? ຂໍໃຫ້ຈື່ວ່າພະເຢໂຫວາສົນໃຈວິທີທີ່ເຮົາປະຕິບັດກັບຄົນທີ່ມີຄວາມເຊື່ອຕ່າງຈາກເຮົາ. ເປໂຕເຕືອນພີ່ນ້ອງວ່າ ການປະພຶດທີ່ດີຂອງເຂົາເຈົ້າອາດເຮັດໃຫ້ບາງຄົນ “ຍ້ອງຍໍສັນລະເສີນພະເຈົ້າ” ກໍໄດ້. ຍ້ອນແນວນີ້ ລາວຈຶ່ງແນະນຳເຂົາເຈົ້າວ່າຕອນທີ່ເວົ້າປົກປ້ອງຄວາມເຊື່ອຂອງໂຕເອງ “ໃຫ້ເຮັດແບບສຸພາບແລະດ້ວຍຄວາມນັບຖື.” (ອ່ານ 1 ເປໂຕ 2:12; 3:15) ສະນັ້ນ ບໍ່ວ່າເຮົາຈະເວົ້າປົກປ້ອງຄວາມເຊື່ອຂອງໂຕເອງຕອນທີ່ຂຶ້ນສານຫຼືຕອນທີ່ລົມກັບຄົນອື່ນ ເຮົາຕ້ອງສະແດງຄວາມນັບຖືຕໍ່ຄົນອື່ນຄືກັບວ່າເຮົາກຳລັງຢູ່ຕໍ່ໜ້າພະເຈົ້າ. ພະເຢໂຫວາກຳລັງເບິ່ງເຮົາຢູ່ແລະສົນໃຈຟັງສິ່ງທີ່ເຮົາເວົ້າແລະວິທີທີ່ເຮົາເວົ້າ. ເລື່ອງນີ້ເປັນເຫດຜົນສຳຄັນຫຼາຍແທ້ໆທີ່ເຮົາຕ້ອງນັບຖືຄົນທີ່ມີຄວາມເຊື່ອຕ່າງຈາກເຮົາ.
17. ເຮົາຈະສະແດງຄວາມນັບຖືຕໍ່ຄົນທົ່ວໄປໄດ້ແນວໃດ?
17 ຈະສະແດງຄວາມນັບຖືແນວໃດ? ຕອນທີ່ເຮົາປະກາດ ເຮົາບໍ່ຢາກເຮັດໃຫ້ຄົນອື່ນຮູ້ສຶກວ່າເຮົາດູຖູກເຂົາເຈົ້າຍ້ອນເຂົາເຈົ້າມີຄວາມຮູ້ເລື່ອງຄຳພີໄບເບິນແຕ່ໜ້ອຍດຽວຫຼືບໍ່ມີເລີຍ. ແທນທີ່ຈະເປັນແບບນັ້ນ ເຮົາຄວນເບິ່ງວ່າເຂົາເຈົ້າມີຄ່າຕໍ່ພະເຢໂຫວາແລະດີກວ່າເຮົາ. (ຮກ. 2:7; ຟລປ. 2:3) ຖ້າມີຄົນດູຖູກເຈົ້າຍ້ອນສິ່ງທີ່ເຈົ້າເຊື່ອ ຢ່າຕອບໂຕ້ຄືນໂດຍໃຊ້ຄຳເວົ້າທີ່ຟັງຄືວ່າດີ ແຕ່ພັດເປັນການເວົ້າໃສ່. (1ປຕ. 2:23) ແຕ່ຖ້າເຈົ້າໄດ້ເວົ້າບາງຢ່າງແລ້ວຮູ້ສຶກວ່າບໍ່ຄວນເວົ້າແບບນັ້ນ ໃຫ້ຟ້າວຂໍໂທດທັນທີ. ເຈົ້າຈະສະແດງຄວາມນັບຖືຕໍ່ຄົນທີ່ຢູ່ບ່ອນເຮັດວຽກໄດ້ແນວໃດ? ໃຫ້ເປັນຄົນດຸໝັ່ນແລະພະຍາຍາມເບິ່ງຈຸດດີຂອງຄົນທີ່ເຈົ້າເຮັດວຽກນຳແລະຄົນທີ່ເຈົ້າເຮັດວຽກໃຫ້. (ຕຕ. 2:9, 10) ເມື່ອເຈົ້າເປັນຄົນສັດຊື່ ດຸໝັ່ນ ແລະຕັ້ງໃຈເຮັດວຽກ ຄົນອື່ນອາດຈະພໍໃຈຫຼືອາດຈະບໍ່ພໍໃຈໃນສິ່ງທີ່ເຈົ້າເຮັດກໍໄດ້ ແຕ່ຂໍໃຫ້ໝັ້ນໃຈວ່າພະເຢໂຫວາຈະພໍໃຈເຈົ້າແນ່ນອນ.—ກລຊ. 3:22, 23
18. ເປັນຫຍັງການສະແດງຄວາມນັບຖືຕໍ່ຄົນອື່ນຈຶ່ງສຳຄັນ?
18 ມີເຫດຜົນທີ່ດີຫຼາຍຢ່າງທີ່ເຮົາຈະສະແດງຄວາມນັບຖືຕໍ່ຄົນອື່ນ. ເຮົາໄດ້ເຫັນແລ້ວວ່າເມື່ອເຮົາສະແດງຄວາມນັບຖືຕໍ່ຄົນໃນຄອບຄົວ ເຮົາກໍກຳລັງໃຫ້ກຽດພະເຢໂຫວາທີ່ເປັນຫົວໜ້າຄອບຄົວ. ເມື່ອເຮົາສະແດງຄວາມນັບຖືຕໍ່ພີ່ນ້ອງຮ່ວມຄວາມເຊື່ອ ເຮົາກໍກຳລັງໃຫ້ກຽດພະເຢໂຫວາພໍ່ທີ່ຢູ່ໃນສະຫວັນ. ເມື່ອເຮົາສະແດງຄວາມນັບຖືຕໍ່ຄົນທົ່ວໄປ ເຮົາກໍກຳລັງເປີດໂອກາດໃຫ້ເຂົາເຈົ້າຍ້ອງຍໍສັນລະເສີນພະເຈົ້າຜູ້ຍິ່ງໃຫຍ່. ເຖິງວ່າບາງຄົນບໍ່ໄດ້ສະແດງຄວາມນັບຖືຕໍ່ເຮົາ ແຕ່ເປັນເລື່ອງສຳຄັນທີ່ເຮົາຈະສະແດງຄວາມນັບຖືຕໍ່ເຂົາເຈົ້າສະເໝີ. ຍ້ອນຫຍັງ? ຍ້ອນພະເຢໂຫວາຈະອວຍພອນເຮົາ. ເພິ່ນສັນຍາວ່າ: “ເພິ່ນຈະໃຫ້ກຽດຜູ້ທີ່ໃຫ້ກຽດເພິ່ນ.”—1ຊມ. 2:30
ເພງທີ 129 ເຮົາຈະອົດທົນຕໍ່ໄປ
a ຊື່ສົມມຸດ.