ເງິນເປັນຮາກເຫງົ້າຂອງຄວາມຊົ່ວທຸກແບບບໍ?
ຄຳຕອບຈາກຄຳພີໄບເບິນ
ບໍ່ແມ່ນ. ຄຳພີໄບເບິນບໍ່ໄດ້ບອກວ່າເງິນເປັນສິ່ງຊົ່ວຮ້າຍແລະບໍ່ໄດ້ບອກວ່າເງິນເປັນຕົ້ນເຫດຂອງສິ່ງຊົ່ວຮ້າຍທັງໝົດ ການບອກວ່າ: “ເງິນເປັນຮາກເຫງົ້າຂອງຄວາມຊົ່ວທຸກແບບ” ນັ້ນຍັງບໍ່ຄົບຖ້ວນແລະອາດເຮັດໃຫ້ເຂົ້າໃຈຜິດ. ແທ້ໆແລ້ວຄຳພີໄບເບິນບອກວ່າ: “ການຮັກເງິນເປັນຮາກເຫງົ້າຂອງຄວາມຊົ່ວທຸກແບບ.”—1 ຕີໂມທຽວ 6:10
ຄຳພີໄບເບິນເວົ້າກ່ຽວກັບເງິນແນວໃດ?
ຄຳພີໄບເບິນຍອມຮັບວ່າເງິນມີປະໂຫຍດຖ້າໃຊ້ຢ່າງສະຫຼາດແລະເຖິງກັບ “ປົກປ້ອງຄົນ” ໄດ້. (ປັນຍາຈານ 7:12) ນອກຈາກນັ້ນ ຄຳພີໄບເບິນຍັງຊົມເຊີຍຄົນທີ່ສະແດງນ້ຳໃຈຕໍ່ຄົນອື່ນ ລວມເຖິງການໃຫ້ເງິນເປັນຂອງຂວັນ.—ສຸພາສິດ 11:25
ແຕ່ຄຳພີໄບເບິນກໍເຕືອນເຮົານຳວ່າ ຢ່າໃຫ້ເງິນເປັນສິ່ງສຳຄັນທີ່ສຸດໃນຊີວິດໂດຍບອກວ່າ: “ຢ່າໃຊ້ຊີວິດແບບຄົນຮັກເງິນ ແຕ່ໃຫ້ພວກເຈົ້າພໍໃຈໃນສິ່ງທີ່ມີຢູ່.” (ເຮັບເຣີ 13:5) ບົດຮຽນແມ່ນ ເຮົາຕ້ອງໃຫ້ເງິນຢູ່ໃນລຳດັບທີ່ເໝາະສົມແລະບໍ່ພະຍາຍາມທີ່ຈະເປັນຄົນລວຍ. ແທນທີ່ຈະເຮັດແບບນັ້ນ ເຮົາຄວນຕັ້ງໃຈທີ່ຈະພໍໃຈກັບສິ່ງທີ່ຈຳເປັນຕ້ອງມີ ເຊັ່ນ: ອາຫານ ເຄື່ອງນຸ່ງ ແລະທີ່ຢູ່ອາໄສ.—1 ຕີໂມທຽວ 6:8
ເປັນຫຍັງຄຳພີໄບເບິນເຕືອນກ່ຽວກັບການຮັກເງິນ?
ຄົນໂລບຈະບໍ່ໄດ້ຮັບຊີວິດຕະຫຼອດໄປ. (ເອເຟໂຊ 5:5) ເຫດຜົນໜຶ່ງກໍຄື ຄວາມໂລບເປັນຮູບແບບໜຶ່ງຂອງການໄຫວ້ຮູບບູຊາ ຫຼືການນະມັດສະການປອມ. (ໂກໂລຊາຍ 3:5) ແລະອີກເຫດຜົນໜຶ່ງແມ່ນ ຄົນໂລບພະຍາຍາມເຮັດທຸກຢ່າງເພື່ອໃຫ້ໄດ້ສິ່ງທີ່ໂຕເອງຕ້ອງການ ເຊິ່ງຫຼາຍເທື່ອກໍໃຊ້ວິທີທີ່ບໍ່ຖືກຕ້ອງ. ສຸພາສິດ 28:20 ບອກວ່າ: “ຄົນທີ່ຢາກລວຍທາງລັດຈະມີຄວາມຜິດແນ່ນອນ.” ເຂົາເຈົ້າອາດເຖິງຂັ້ນຖືກລໍ້ໃຈໃຫ້ກໍ່ອາດຊະຍາກຳ ເຊັ່ນ: ຂົ່ມຂູ່ເອົາຊັບສິນ ສໍ້ໂກງ ລັກພາໂຕເພື່ອໃຫ້ຈ່າຍຄ່າໄຖ່ ຫຼືຂ້າຄົນ.
ເຖິງວ່າການຮັກເງິນບໍ່ໄດ້ເຮັດໃຫ້ເຮົາກາຍເປັນຄົນນິດໄສບໍ່ດີ ແຕ່ການຮັກເງິນກໍ່ໃຫ້ເກີດຜົນເສຍຫຼາຍຢ່າງ. ຄຳພີໄບເບິນບອກວ່າ: “ຄົນທີ່ຢາກຮັ່ງຢາກມີກໍຍອມແພ້ຕໍ່ການລໍ້ໃຈແລະຕິດກັບດັກ. ລາວມີຄວາມຕ້ອງການຫຼາຍຢ່າງທີ່ໂງ່ແລະອັນຕະລາຍ.”—1 ຕີໂມທຽວ 6:9
ເຮົາໄດ້ຮັບປະໂຫຍດແນວໃດຈາກຄຳແນະນຳຂອງຄຳພີໄບເບິນກ່ຽວກັບເລື່ອງເງິນ?
ຖ້າເຮົາບໍ່ຍອມເຮັດຫຍັງກໍຕາມທີ່ເຮົາຮູ້ວ່າບໍ່ຖືກຕ້ອງ ແລະເປັນສິ່ງທີ່ພະເຈົ້າບໍ່ມັກພຽງເພື່ອຈະໄດ້ເງິນຊື່ໆ ເຮົາກໍຈະມີຄວາມນັບຖືຕົວເອງ ແຖມພະເຈົ້າຍັງຈະພໍໃຈແລະຊ່ວຍເຫຼືອເຮົາ. ເພິ່ນສັນຍາກັບຄົນທີ່ພະຍາຍາມເຮັດແບບນີ້ວ່າ: “ເຮົາຈະບໍ່ປະບໍ່ຖິ້ມເຈົ້າ ເຮົາຈະຊ່ວຍເຈົ້າຕະຫຼອດ.” (ເຮັບເຣີ 13:5, 6) ພະເຈົ້າຢືນຢັນກັບເຮົານຳວ່າ: “ຄົນສັດຊື່ຈະໄດ້ຮັບພອນຫຼາຍຢ່າງ.”—ສຸພາສິດ 28:20