ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄສ ຕອນ 4 ໜ້າ 12-14
  • ວິທີ​ໃຊ້​ວິທີ​ປະຢັດ​ເງິນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວິທີ​ໃຊ້​ວິທີ​ປະຢັດ​ເງິນ
  • ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • 1 ວາງ​ແຜນ​ຢ່າງ​ຮອບຄອບ
  • 2 ສັດ​ຊື່​ແລະ​ເບິ່ງ​ຕາມ​ຕົວ​ຈິງ
  • ເງິນ​ເປັນ​ຮາກ​ເຫງົ້າ​ຂອງ​ຄວາມ​ຊົ່ວ​ທຸກ​ແບບ​ບໍ?
    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
  • ຂ້ອຍ​ຈະ​ບໍລິຫານ​ເງິນ​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ເລື່ອງ​ເງິນ
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
ຄສ ຕອນ 4 ໜ້າ 12-14
ຄູ່​ຜົວ​ເມຍ​ວາງ​ແຜນ​ຈັດການ​ເລື່ອງ​ເງິນ​ຢ່າງ​ຮອບຄອບ

ຕອນ​ທີ 4

ວິທີ​ໃຊ້​ວິທີ​ປະຢັດ​ເງິນ

“ການ​ທັງ​ຫຼາຍ​ກໍ​ຕັ້ງ​ໝັ້ນ​ຄົງ​ຢູ່ [ສຳເລັດ] ດ້ວຍ​ການ​ປຶກສາ​ກັນ.”—ສຸພາສິດ 20:18

ເຮົາ​ທຸກ​ຄົນ​ຕ້ອງ​ມີ​ເງິນ​ເພື່ອ​ຈະ​ມີ​ສິ່ງ​ທີ່​ຈຳເປັນ​ສຳລັບ​ຄອບຄົວ. (ສຸພາສິດ 30:8) ນອກ​ຈາກ​ນັ້ນ ‘ເງິນ​ຍັງ​ໃຫ້​ການ​ປົກ​ປ້ອງ.’ (ຜູ້​ເທສະໜາ​ປ່າວ​ປະກາດ 7:12) ການ​ທີ່​ຜົວ​ແລະ​ເມຍ​ຈະ​ເວົ້າ​ເລື່ອງ​ເງິນ​ນຳ​ກັນ​ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ ແຕ່​ຢ່າ​ຍອມ​ໃຫ້​ເງິນ​ສ້າງ​ບັນຫາ​ໃນ​ຊີວິດ​ຄູ່​ຂອງ​ທ່ານ. (ເອເຟດ 4:32) ເມື່ອ​ຜົວ​ແລະ​ເມຍ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ການ​ໃຊ້​ຈ່າຍ​ເງິນ ທັງ​ສອງ​ຄວນ​ຈະ​ຮ່ວມ​ມື​ແລະ​ໄວ້​ວາງໃຈ​ກັນ.

1 ວາງ​ແຜນ​ຢ່າງ​ຮອບຄອບ

ຄຳພີ​ໄບເບິນ​ແນະນຳ​ວ່າ: “ຖ້າ​ຜູ້​ໃດ​ຢາກ​ກໍ່​ສ້າງ​ປ້ອມ ຜູ້​ນັ້ນ​ຈະ​ບໍ່​ນັ່ງ​ລົງ​ກ່ອນ​ແລະ​ຄຶດ​ລາຄາ​ແລະ​ນັບ​ເບິ່ງ​ວ່າ​ຈະ​ມີ​ເຂົ້າ​ຂອງ​ພໍ​ໄດ້​ກະທຳ​ໃຫ້​ສຸດ​ແລ້ວ​ຫຼື?” (ລືກາ 14:28) ດັ່ງ​ນັ້ນ ສຳຄັນ​ຫຼາຍ​ທີ່​ພວກ​ທ່ານ​ຕ້ອງ​ວາງ​ແຜນ​ນຳ​ກັນ​ກ່ຽວ​ກັບ​ການ​ໃຊ້​ຈ່າຍ​ເງິນ. (ອາໂມດ 3:3) ໃຫ້​ທ່ານ​ຕັດສິນ​ໃຈ​ວ່າ​ສິ່ງ​ໃດ​ຈຳເປັນ​ຕ້ອງ​ຊື້​ແລະ​ຕ້ອງ​ໃຊ້​ເງິນ​ຫຼາຍ​ປານ​ໃດ. (ສຸພາສິດ 31:16) ບໍ່​ແມ່ນ​ວ່າ​ມີເງິນ​ພໍ​ທີ່​ຈະ​ຊື້​ໄດ້ ແລ້ວ​ກໍ​ຊື້​ໂລດ. ຄວນ​ໃຊ້​ຈ່າຍ​ເງິນ​ຕາມ​ທີ່​ມີ​ຢູ່​ນັ້ນ ແລະ​ໃຫ້ຫຼີກ​ລ່ຽງ​ການ​ເປັນ​ໜີ້.—ສຸພາສິດ 21:5; 22:7

ຄຳ​ແນະນຳ:

  • ຖ້າ​ທ່ານ​ມີ​ເງິນ​ເຫຼືອ​ໃນ​ຕອນ​ທ້າຍ​ຂອງ​ເດືອນ ໃຫ້​ຕັດສິນ​ໃຈ​ນຳ​ກັນ​ວ່າ​ຈະ​ເຮັດ​ຫຍັງ​ກັບ​ເງິນ​ນັ້ນ

  • ຖ້າ​ທ່ານ​ຈ່າຍ​ເງິນ​ເກີນ​ງົບ​ທີ່​ຕັ້ງ​ໄວ້ ໃຫ້​ວາງ​ແຜນ​ຢ່າງ​ຄັກ​ແນ່​ເພື່ອ​ຫຼຸດ​ຜ່ອນ​ການ​ໃຊ້​ຈ່າຍ​ລົງ. ເຊັ່ນ​ວ່າ ທ່ານ​ສາມາດ​ແຕ່ງ​ກິນ​ເອງ​ແທນ​ທີ່​ຈະ​ໄປ​ຊື້​ຂອງ​ກິນ​ສຸກ​ຫຼື​ໄປກິນ​ຢູ່​ຮ້ານ​ອາຫານ

ຄູ່​ຜົວ​ເມຍ​ກວດ​ສອບ​ເບິ່ງ​ຄ່າ​ໃຊ້​ຈ່າຍ​ທີ່​ສຳຄັນ​ຂອງ​ເຂົາ​ເຈົ້າ

2 ສັດ​ຊື່​ແລະ​ເບິ່ງ​ຕາມ​ຕົວ​ຈິງ

ຄຳພີ​ໄບເບິນ​ແນະນຳ​ວ່າ: ໃຫ້ “ຊອກ​ຫາ​ສິ່ງ​ທີ່​ສັດ​ຊື່​ຕໍ່​ໜ້າ​ພະອົງ​ເຈົ້າ [ພະ​ເຢໂຫວາ] ບໍ່​ໃຊ່​ເທົ່າ​ນັ້ນ​ແຕ່​ວ່າ​ຕໍ່​ໜ້າ​ຄົນ​ທັງ​ປວງ​ດ້ວຍ.” (2 ໂກລິນໂທ 8:21) ທ່ານ​ຄວນ​ສັດ​ຊື່​ຕໍ່​ຄູ່​ຂອງ​ທ່ານ​ໃນ​ເລື່ອງ​ລາຍ​ຮັບ​ລາຍ​ຈ່າຍ​ຂອງ​ທ່ານ.

ໃຫ້​ປຶກສາ​ຫາ​ລື​ກັບ​ຄູ່​ຂອງ​ທ່ານ​ເມື່ອ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ໃຫຍ່ໆທາງ​ການ​ເງິນ. (ສຸພາສິດ 13:10) ການ​ປຶກສາ​ກັນ​ກ່ອນ​ໃນ​ເລື່ອງ​ເງິນ​ຈະ​ຊ່ວຍ​ຫຼີກ​ລ່ຽງ​ການ​ຜິດ​ຖຽງ​ກັນ​ໄດ້. ໃຫ້​ຄິດ​ວ່າ​ລາຍ​ຮັບ​ທີ່​ທ່ານ​ຫາ​ມາ​ໄດ້​ນັ້ນ​ບໍ່​ແມ່ນເງິນ​ສ່ວນ​ຕົວ ແຕ່​ແມ່ນ​ເງິນ​ຂອງ​ຄອບຄົວ.—1 ຕີໂມເຕ 5:8

ຄູ່​ຜົວ​ເມຍ​ຄິດ​ເຖິງ​ລາຍການ​ທີ່​ຈະ​ຊື້

ຄຳ​ແນະນຳ:

  • ໃຫ້​ຕົກ​ລົງ​ກັນ​ໃນ​ເລື່ອງ​ຈຳນວນ​ເງິນ​ທີ່​ແຕ່ລະ​ຄົນ​ສາມາດ​ຈ່າຍ​ໄດ້​ໂດຍ​ທີ່​ບໍ່​ຕ້ອງ​ຖາມ​ກັນ​ກ່ອນ

  • ບໍ່​ຄວນ​ລໍ​ຖ້າ​ໃຫ້​ບັນຫາ​ເກີດ​ຂຶ້ນ​ກ່ອນ ແລ້ວ​ຈຶ່ງ​ລົມ​ກັນ​ເລື່ອງ​ເງິນ

ຄວາມ​ຄິດ​ທີ່​ຖືກຕ້ອງ​ໃນ​ເລື່ອງ​ເງິນ

ເຖິງ​ວ່າ​ເງິນ​ຈະ​ສຳຄັນ ແຕ່​ຢ່າ​ຍອມ​ໃຫ້​ມັນ​ມາ​ທຳລາຍ​ຊີວິດ​ຄູ່​ຂອງ​ທ່ານ ຫຼື​ເປັນ​ສາເຫດ​ທີ່​ເຮັດ​ໃຫ້​ກະວົນກະວາຍ​ໂດຍ​ບໍ່​ຈຳເປັນ. (ມັດທາຍ 6:25-34) ທ່ານ​ບໍ່​ຈຳເປັນ​ຕ້ອງ​ມີ​ເງິນ​ຫຼາຍໆເພື່ອ​ຈະ​ມີ​ຄວາມ​ສຸກ​ໃນ​ຊີວິດ. ຄຳພີ​ໄບເບິນ​ກ່າວ​ວ່າ​ໃຫ້ “ຮັກສາ​ຕົວ​ຈາກ​ການ​ຂີ້​ຖີ່ [ໂລບ] ທຸກ​ຢ່າງ.” (ລືກາ 12:15) ບໍ່​ມີ​ຫຍັງ​ທີ່​ເງິນ​ຈະ​ຊື້​ໄດ້​ເຊິ່ງ​ມີ​ຄ່າ​ກວ່າ​ຊີວິດ​ຄູ່​ຂອງ​ທ່ານ. ດັ່ງ​ນັ້ນ ໃຫ້​ພໍ​ໃຈ​ກັບ​ສິ່ງ​ທີ່​ທ່ານ​ມີ​ຢູ່ ແລະ​ຢ່າ​ໃຫ້​ສິ່ງ​ໃດ​ມາ​ເຮັດ​ໃຫ້​ທ່ານ​ຫ່າງ​ເຫີນ​ຈາກ​ພະເຈົ້າ. ຖ້າເຮັດ​ໄດ້​ຕາມ​ທີ່​ກ່າວ​ມາ​ນັ້ນ ຄອບຄົວ​ຂອງ​ທ່ານ​ກໍ​ຈະ​ມີ​ຄວາມ​ສຸກ​ແລະ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ຍິນດີ.—ເຫບເລີ 13:5

ຖາມ​ຕົວ​ເອງ​ວ່າ . . .

  • ເຮົາ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຄອບຄົວ​ຈະ​ບໍ່​ມີ​ໜີ້?

  • ເມື່ອ​ໃດ​ເປັນ​ເທື່ອ​ສຸດ​ທ້າຍ​ທີ່​ຂ້ອຍ​ກັບ​ຄູ່​ຂອງ​ຂ້ອຍ​ລົມ​ກັນ​ເລື່ອງ​ເງິນ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌