ບົດທີ 19
ຂ້ອຍຈະບໍລິຫານເງິນແນວໃດ?
ເຈົ້າເຄີຍຮູ້ສຶກວ່າເຈົ້າມີເງິນບໍ່ພໍໃຊ້ບໍ?
□ ບໍ່ເຄີຍ
□ ບາງເທື່ອ
□ ເລື້ອຍໆ
ເຈົ້າມັກຊື້ເຄື່ອງທີ່ມີລາຄາແພງເກີນໄປບໍ?
□ ບໍ່ມັກ
□ ບາງເທື່ອ
□ ມັກຫຼາຍ
ເຈົ້າມັກຊື້ເຄື່ອງທີ່ຫຼຸດລາຄາແຕ່ບໍ່ຈຳເປັນບໍ?
□ ບໍ່ມັກ
□ ບາງເທື່ອ
□ ມັກຫຼາຍ
ເຈົ້າຮູ້ສຶກວ່າເຈົ້າມີເງິນບໍ່ພໍໃຊ້ບໍ? ຖ້າມີເງິນຫຼາຍກວ່ານີ້ ເຈົ້າກໍຈະຊື້ໂທລະສັບທີ່ເຈົ້າຢາກໄດ້. ຖ້າມີເງິນເດືອນຫຼາຍກວ່ານີ້ ເຈົ້າກໍຈະຊື້ເກີບທີ່ເຈົ້າຄິດວ່າຈຳເປັນຕ້ອງມີ. ຫຼືເຈົ້າອາດເຈິສະພາບຄ້າຍໆກັບໂຈ໋ນທີ່ເລົ່າວ່າ: “ບາງເທື່ອໝູ່ຊວນຂ້ອຍໄປທ່ຽວເຊິ່ງຕ້ອງໃຊ້ເງິນຫຼາຍ. ຂ້ອຍຢາກໄປມ່ວນກັບເຂົາເຈົ້າ. ບໍ່ມີໃຜດອກທີ່ຢາກບອກວ່າ ‘ຂໍໂທດເດີ້ ຂ້ອຍໄປບໍ່ໄດ້ເພາະຂ້ອຍບໍ່ມີເງິນ.’”
ແທນທີ່ຈະເສຍໃຈທີ່ເຈົ້າບໍ່ມີເງິນພໍໃຊ້ ເປັນຫຍັງບໍ່ຮຽນຮູ້ທີ່ຈະບໍລິຫານເງິນທີ່ເຈົ້າມີ? ເຈົ້າຈະລໍຖ້າຈົນກວ່າເຈົ້າຈະອອກຈາກເຮືອນໄປໃຊ້ຊີວິດຢູ່ເອງ ແລ້ວຈຶ່ງບໍລິຫານເງິນກໍໄດ້. ແຕ່ລອງຄິດເບິ່ງວ່າ ເຈົ້າຈະໂດດລົງຈາກຍົນໂດຍບໍ່ໄດ້ຮຽນຮູ້ວິທີໃຊ້ຈ້ອງກ່ອນບໍ? ເຈົ້າອາດຄິດເອົາເອງວ່າຕອນທີ່ຕົກລົງມາ ເຮົາອາດຈະຮູ້ວິທີໃຊ້ຈ້ອງເອງກໍໄດ້. ແຕ່ຖ້າເຈົ້າຮູ້ພື້ນຖານຂອງການໃຊ້ຈ້ອງກ່ອນທີ່ຈະໂດດລົງມາກໍໜ້າຈະດີກວ່າແມ່ນບໍ?
ຄ້າຍຄືກັນ ເຈົ້າໜ້າຈະຝຶກບໍລິຫານເງິນຕອນທີ່ຍັງຢູ່ກັບພໍ່ແມ່ກ່ອນທີ່ເຈົ້າຈະຕ້ອງອອກໄປຫາລ້ຽງໂຕເອງ. ກະສັດໂຊໂລໂມນຂຽນວ່າ: “ເງິນປົກປ້ອງຄົນໄດ້.” (ປັນຍາຈານ 7:12) ແຕ່ເງິນຈະປົກປ້ອງເຈົ້າໄດ້ກໍຕໍ່ເມື່ອເຈົ້າຮຽນຮູ້ວິທີຄວບຄຸມການໃຊ້ຈ່າຍ. ຖ້າເຈົ້າເຮັດໄດ້ ເຈົ້າຈະມີຄວາມໝັ້ນໃຈຫຼາຍຂຶ້ນແລະພໍ່ແມ່ກໍຈະໄວ້ໃຈເຈົ້ານຳ.
ຮຽນຮູ້ຂັ້ນພື້ນຖານ
ເຈົ້າເຄີຍຖາມພໍ່ແມ່ບໍວ່າເຂົາເຈົ້າເບິ່ງແຍງຄ່າໃຊ້ຈ່າຍໃນເຮືອນແນວໃດ? ຕົວຢ່າງເຊັ່ນ ເຈົ້າຮູ້ບໍວ່າຄອບຄົວເຈົ້າຕ້ອງຈ່າຍຄ່ານ້ຳ ຄ່າໄຟ ຄ່າອາຫານແລະຄ່າເຊົ່າເຮືອນເທົ່າໃດ? ຖ້າມີລົດ ຕ້ອງຈ່າຍຄ່າຜ່ອນລົດຫຼືຄ່າບຳລຸງຮັກສາລົດເທົ່າໃດ? ຈື່ໄວ້ວ່າ ເຈົ້າມີສ່ວນເຮັດໃຫ້ມີຄ່າໃຊ້ຈ່າຍເຫຼົ່ານັ້ນ ແລະຖ້າເຈົ້າອອກໄປຢູ່ເອງ ເຈົ້າກໍຕ້ອງຈ່າຍເອງທັງໝົດ. ດັ່ງນັ້ນ ເຈົ້າໜ້າຈະຮູ້ນຳວ່າຄ່າໃຊ້ຈ່າຍໃນເຮືອນທັງໝົດມີຫຼາຍໜ້ອຍສ່ຳໃດ. ລອງຂໍພໍ່ແມ່ເອົາບິນຄ່າໃຊ້ຈ່າຍມາໃຫ້ເຈົ້າເບິ່ງ ແລະໃຫ້ຕັ້ງໃຈຟັງຕອນທີ່ເຂົາເຈົ້າອະທິບາຍວ່າເປັນຫຍັງຈຶ່ງມີເງິນຈ່າຍບິນເຫຼົ່ານັ້ນໄດ້.
ສຸພາສິດໃນຄຳພີໄບເບິນບອກວ່າ: “ຄົນສະຫຼາດມັກຟັງແລະຮັບເອົາຄຳສັ່ງສອນ. ຄົນຮູ້ຈັກຄິດກໍມັກຮັບເອົາຄຳແນະນຳ.” (ສຸພາສິດ 1:5) ແອນນ້າຂໍຄຳແນະນຳຈາກພໍ່ແມ່ຂອງລາວ. ລາວບອກວ່າ: “ພໍ່ສອນຂ້ອຍໃຫ້ຮູ້ວິທີຕັ້ງງົບປະມານ. ນີ້ເຮັດໃຫ້ຂ້ອຍຮູ້ວ່າການຮູ້ຈັກບໍລິຫານເງິນໃນຄອບຄົວສຳຄັນຫຼາຍສ່ຳໃດ.”
ໃນຂະນະດຽວກັນ ແມ່ຂອງແອນນ້າກໍສອນບົດຮຽນທີ່ມີປະໂຫຍດອື່ນໆໃຫ້ກັບລາວ. ແອນນ້າບອກວ່າ: “ແມ່ສອນຂ້ອຍໃຫ້ປຽບທຽບລາຄາກ່ອນຊື້. ແມ່ຮູ້ວ່າຕ້ອງຊື້ເຄື່ອງແບບໃດຈຶ່ງຈະຄຸ້ມ.” ແອນນ້າໄດ້ຮັບປະໂຫຍດແນວໃດ? ລາວບອກວ່າ: “ຕອນນີ້ຂ້ອຍສາມາດບໍລິຫານລາຍຮັບລາຍຈ່າຍຂອງໂຕເອງໄດ້. ຂ້ອຍໃຊ້ຈ່າຍຢ່າງລະມັດລະວັງ ຈຶ່ງບໍ່ຕ້ອງຢ້ານວ່າຈະເປັນໜີ້.”
ອັນໃດແມ່ນບັນຫາ?
ທີ່ຈິງ ການຄວບຄຸມຄ່າໃຊ້ຈ່າຍອາດເບິ່ງຄືງ່າຍແຕ່ເຮັດຍາກ ໂດຍສະເພາະຖ້າເຈົ້າຍັງຢູ່ເຮືອນກັບພໍ່ແມ່ແລະມີເງິນໃຊ້ບໍ່ວ່າຈະໄດ້ຈາກພໍ່ແມ່ຫຼືຫາມາເອງ. ເປັນຫຍັງ? ກໍຍ້ອນພໍ່ແມ່ຄືຊິເປັນຜູ້ອອກຄ່າໃຊ້ຈ່າຍສ່ວນໃຫຍ່. ດັ່ງນັ້ນ ເຈົ້າເລີຍໃຊ້ເງິນໄດ້ຕາມສະບາຍແລະຮູ້ສຶກມ່ວນນຳແມ່ນບໍ.
ແຕ່ບັນຫາອາດເກີດຂຶ້ນໄດ້ ຖ້າໝູ່ຂອງເຈົ້າກົດດັນໃຫ້ເຈົ້າໃຊ້ເງິນຫຼາຍເກີນໄປ. ເອເລນ້າອາຍຸ 21 ປີ ບອກວ່າ: “ໝູ່ຂ້ອຍມັກເລາະຊື້ເຄື່ອງເປັນຊີວິດຈິດໃຈ ມັນເປັນຄວາມສຸກຂອງລາວ. ເມື່ອຂ້ອຍອອກໄປທາງນອກກັບເຂົາເຈົ້າ ຂ້ອຍຕ້ອງເຮັດຄືເຂົາເຈົ້າເຊິ່ງກໍຄືຕ້ອງໃຊ້ເງິນຈຶ່ງຈະມີຄວາມສຸກ.”
ເປັນເລື່ອງປົກກະຕິທີ່ເຈົ້າຢາກເຂົ້າກັບໝູ່ໄດ້. ແຕ່ລອງຖາມໂຕເອງວ່າ ‘ຂ້ອຍໄປເລາະຊື້ເຄື່ອງຍ້ອນຂ້ອຍມີເງິນຈ່າຍຫຼືຍ້ອນຂ້ອຍຢ້ານເສຍໝູ່?’ ຫຼາຍຄົນໃຊ້ເງິນເພື່ອໃຫ້ໝູ່ຄູ່ຍອມຮັບ. ເຂົາເຈົ້າພະຍາຍາມເຮັດໃຫ້ຄົນອື່ນປະທັບໃຈໃນສິ່ງທີ່ເຂົາເຈົ້າມີ ບໍ່ແມ່ນສິ່ງທີ່ເຂົາເຈົ້າເປັນ. ການເຮັດແບບນີ້ມີແຕ່ຈະເຮັດໃຫ້ເກີດບັນຫາທາງການເງິນ ໂດຍສະເພາະຖ້າເຈົ້າມີບັດເຄຣດິດ. ເຈົ້າຈະປ້ອງກັນບໍ່ໃຫ້ເກີດບັນຫາໄດ້ແນວໃດ?
ຄວບຄຸມໃຫ້ໄດ້
ຢ່າໃຊ້ເຕັມວົງເງິນຂອງບັດເຄຣດິດຫຼືໃຊ້ເງິນເດືອນທັງໝົດຂອງເຈົ້າພາຍໃນຄືນດຽວເມື່ອໄປທ່ຽວກັບໝູ່. ລອງແກ້ບັນຫາຕາມວິທີຂອງເອເລນ້າເບິ່ງ? ລາວບອກວ່າ: “ເມື່ອເງິນເດືອນອອກ ຂ້ອຍຈະເອົາໄປເຂົ້າທະນາຄານ. ກ່ອນອອກໄປນຳໝູ່ ຂ້ອຍຄິດກ່ອນວ່າຈະໃຊ້ເງິນສ່ຳໃດແລ້ວຈຶ່ງຖອນມາໃຫ້ພໍດີກັບຈຳນວນເງິນທີ່ຢາກໃຊ້. ຂ້ອຍຈະໄປເລາະຊື້ເຄື່ອງກັບໝູ່ທີ່ບໍ່ມັກຈ່າຍເງິນຟຸ່ມເຟືອຍແລະຊວນໃຫ້ຂ້ອຍປຽບທຽບລາຄາກ່ອນ ບໍ່ແມ່ນເຫັນຫຍັງປຸບກໍຊື້ປັບ.”
ຖ້າເຈົ້າມີບັດເຄຣດິດ ໃຫ້ເຮັດຕາມຄຳແນະນຳຕໍ່ໄປນີ້.
● ເກັບບິນໄວ້ປຽບທຽບກັບໃບແຈ້ງຍອດຈາກທະນາຄານແລະກວດໃຫ້ລະອຽດ. ຢ່າໃຫ້ເຂົາເຈົ້າຄິດໄລ່ເກີນທີ່ໄດ້ໃຊ້ໄປ.
● ຖ້າເປັນໄປໄດ້ ໃຫ້ຈ່າຍເງິນທັງໝົດແລະຕາມເວລາກຳນົດ.
● ກ່ອນຈະບອກໝາຍເລກບັດເຄຣດິດແລະວັນໝົດອາຍຸຂອງບັດທາງໂທລະສັບຫຼືທາງອິນເຕີເນັດ ເຈົ້າຕ້ອງໝັ້ນໃຈວ່າບໍລິສັດນັ້ນເຊື່ອຖືໄດ້.
● ຢ່າເບີກເງິນສົດຈາກບັດເຄຣດິດເພາະຕ້ອງຈ່າຍດອກເບ້ຍສູງ.
● ຢ່າໃຫ້ບັດເຄຣດິດຂອງເຈົ້າກັບໃຜ ແມ່ນແຕ່ໝູ່.
ຖ້າເຈົ້າມີເງິນຫຼາຍຂຶ້ນ ບັນຫາຈະໝົດໄປບໍ? ບໍ່ເລີຍ! ລອງຄິດເຖິງຕົວຢ່າງນີ້. ຖ້າເຈົ້າຂັບລົດຢູ່ແຕ່ຄວບຄຸມລົດບໍ່ໄດ້ຫຼືຂັບລົດໂດຍຫຼັບຕາຢູ່ຕະຫຼອດເວລາ ການເຕີມນ້ຳມັນໃສ່ຖັງຫຼາຍໆຈະເຮັດໃຫ້ເຈົ້າໄປເຖິງຈຸດໝາຍປາຍທາງໄດ້ຢ່າງປອດໄພບໍ? ບໍ່ເລີຍ. ຄ້າຍຄືກັນ ຖ້າເຈົ້າບໍ່ຮູ້ຈັກຄວບຄຸມການໃຊ້ຈ່າຍ ເຖິງຈະຫາເງິນມາໄດ້ຫຼາຍກໍບໍ່ໄດ້ເຮັດໃຫ້ສະພາບການຂອງເຈົ້າດີຂຶ້ນ.
ບາງທີເຈົ້າອາດຄິດວ່າເຈົ້າບໍ່ມີບັນຫາເລື່ອງເງິນ. ແຕ່ລອງຖາມໂຕເອງວ່າ: ‘ຂ້ອຍໃຊ້ເງິນໄປເທົ່າໃດໃນເດືອນທີ່ຜ່ານມາ? ຂ້ອຍໃຊ້ມັນໄປກັບຫຍັງ?” ຖ້າເຈົ້າຄິດບໍ່ອອກກໍໃຫ້ລອງເຮັດຕາມວິທີຕໍ່ໄປນີ້ເຊິ່ງຈະຊ່ວຍໃຫ້ເຈົ້າຮູ້ວິທີຄວບຄຸມການໃຊ້ຈ່າຍ ກ່ອນທີ່ມັນຈະຄວບຄຸມເຈົ້າ.
1. ຈົດບັນທຶກໄວ້. ໃຫ້ຈົດວັນທີແລະຈຳນວນເງິນທີ່ເຈົ້າໄດ້ຮັບ. ຂຽນວ່າເຈົ້າຊື້ຫຍັງແດ່ແລະລາຄາເທົ່າໃດ. ເມື່ອຮອດທ້າຍເດືອນ ໃຫ້ລວມລາຍຮັບລາຍຈ່າຍທັງໝົດ. ໃຫ້ເຮັດແບບນີ້ຢ່າງໜ້ອຍໜຶ່ງເດືອນ.
2. ເຮັດງົບປະມານ. ເບິ່ງຕາຕະລາງໃນໜ້າ 163. ໃນແຖວທຳອິດ ໃຫ້ຂຽນລາຍຮັບທັງໝົດທີ່ເຈົ້າຄິດວ່າຈະໄດ້ໃນໜຶ່ງເດືອນ. ໃນແຖວທີສອງ ໃຫ້ຂຽນວ່າເຈົ້າວາງແຜນຈະໃຊ້ເງິນເພື່ອເຮັດຫຍັງແດ່ໂດຍອາໄສບັນທຶກທີ່ຈົດໄວ້ (ໃນຂໍ້ 1). ສ່ວນຈຳນວນເງິນທີ່ໃຊ້ໄປແທ້ໆໃຫ້ຂຽນໃສ່ແຖວທີສາມ.
3. ປັບນິດໄສການໃຊ້ຈ່າຍ. ຖ້າມີບາງຢ່າງທີ່ເຈົ້າໃຊ້ຈ່າຍເກີນງົບທີ່ຕັ້ງໄວ້ ກໍໃຫ້ປັບນິດໄສການໃຊ້ຈ່າຍ. ຈ່າຍສ່ວນທີ່ຈຳເປັນກ່ອນແລະຫາວິທີຫຼຸດຄ່າໃຊ້ຈ່າຍສ່ວນອື່ນ.
ເງິນອາດເປັນເຄື່ອງມືທີ່ມີປະໂຫຍດໄດ້ຖ້າຮູ້ຈັກໃຊ້ເງິນ. ທີ່ຈິງ ການຫາເງິນແລະການບໍລິຫານເງິນເປັນສ່ວນສຳຄັນໃນຊີວິດ. ແຕ່ກໍຕ້ອງມີຄວາມຄິດທີ່ສົມດຸນ. ຊາຍໜຸ່ມຊື່ແມັດທິວບອກວ່າ: “ເງິນມີຄວາມສຳຄັນ ແຕ່ກໍບໍ່ແມ່ນສິ່ງສຳຄັນທີ່ສຸດ. ມັນບໍ່ຄວນສຳຄັນກວ່າຄອບຄົວຂອງເຮົາຫຼືພະເຢໂຫວາ.”
ຄອບຄົວຂອງເຈົ້າທຸກຍາກບໍ? ຖ້າເປັນແນວນັ້ນ ເຈົ້າຈະເຮັດແນວໃດ?
ຂໍ້ຄຳພີຫຼັກ
“ເງິນປົກປ້ອງຄົນໄດ້ ແຕ່ປະໂຫຍດຂອງຄວາມຮູ້ແລະສະຕິປັນຍາຄື ມັນຊ່ວຍປົກປ້ອງຊີວິດຂອງເຈົ້າຂອງໄດ້.”—ປັນຍາຈານ 7:12
ຄຳແນະນຳ
ຂຽນລາຍການສິ່ງທີ່ຄວນຊື້ກ່ອນໄປຊື້ເຄື່ອງ. ເອົາເງິນໄປພໍດີ ແລະຊື້ແຕ່ໂຕທີ່ມີຢູ່ໃນລາຍການເທົ່ານັ້ນ.
ເຈົ້າຮູ້ບໍ . . . ?
ຖ້າເຈົ້າມີຍອດເງິນຄົງເຫຼືອໃນບັດເຄຣດິດຈຳນວນ 2.000 ໂດລາໂດຍມີອັດຕາດອກເບ້ຍ 18,5 ເປີເຊັນ ແລະເຈົ້າຊຳລະເງິນຂັ້ນຕ່ຳພຽງຢ່າງດຽວ ເຈົ້າຈະຕ້ອງໃຊ້ເວລາ 11 ປີໃນການຊຳລະໜີ້ ແລະຈະຕ້ອງເສຍດອກເບ້ຍເພີ່ມອີກ 1.934 ໂດລາ.
ແຜນພາກປະຕິບັດ!
ຂ້ອຍຈະຄວບຄຸມຄ່າໃຊ້ຈ່າຍໄດ້ໂດຍ ․․․․․
ກ່ອນທີ່ຂ້ອຍຈະຊື້ເຄື່ອງດ້ວຍບັດເຄຣດິດ ຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເປັນຫຍັງເຈົ້າຄວນຝຶກບໍລິຫານເງິນຕອນທີ່ເຈົ້າຍັງຢູ່ກັບພໍ່ແມ່?
● ເປັນຫຍັງເຈົ້າຈຶ່ງຮູ້ສຶກວ່າການບໍລິຫານເງິນເປັນເລື່ອງຍາກ?
● ເຈົ້າຈະໃຊ້ເງິນເພື່ອຊ່ວຍເຫຼືອຜູ້ອື່ນໃນທາງໃດໄດ້ແດ່?
[ຖ້ອຍຄຳທີ່ຍົກມາໜ້າ 162]
“ຂ້ອຍຈະບໍ່ຊື້ສິ່ງທີ່ບໍ່ຈຳເປັນແລະພະຍາຍາມບໍ່ໃຊ້ເງິນເກີນງົບ. ຂ້ອຍຈຶ່ງມີເງິນເກັບ.”—ເລອາ
[ຂອບໜ້າ 158]
ວິທີໃຊ້ເງິນບອກໃຫ້ຮູ້ຫຍັງ?
ເຈົ້າໃຊ້ເງິນໄປກັບຫຍັງແດ່? ຖ້າເຈົ້າໃຊ້ເງິນເພື່ອຊ່ວຍເຫຼືອຄົນອື່ນຈົນເປັນນິດໄສກໍສະແດງວ່າເຈົ້າໃສ່ໃຈຄົນອື່ນແທ້ໆ. ບໍ່ແມ່ນເວົ້າແຕ່ປາກ. (ຢາໂກໂບ 2:14-17) ຖ້າເຈົ້າບໍລິຈາກເງິນເປັນປະຈຳເພື່ອສະໜັບສະໜູນການນະມັດສະການແທ້ ເຈົ້າກໍ ‘ໃຫ້ກຽດພະເຢໂຫວາໂດຍໃຫ້ສິ່ງທີ່ມີຄ່າຂອງເຈົ້າ.’ (ສຸພາສິດ 3:9) ແຕ່ຖ້າເຈົ້າມັກຈະໃຊ້ເງິນເພື່ອໂຕເອງພຽງຢ່າງດຽວ ນັ້ນບົ່ງບອກວ່າເຈົ້າເປັນຄົນແນວໃດ?
[ຕາຕະລາງ/ຮູບພາບໜ້າ 163]
ສາລະບານແບບສອບຖາມ
ງົບປະຈຳເດືອນ
ຄັດລອກໜ້ານີ້!
ລາຍຮັບ
ເງິນທີ່ພໍ່ແມ່ໃຫ້
ລາຍໄດ້ເສີມ
ອື່ນໆ
ລວມທັງໝົດ
․․․․․ກີບ
ງົບປະມານສຳລັບຄ່າໃຊ້ຈ່າຍ
ອາຫານ
․․․․․
ເຄື່ອງນຸ່ງ
․․․․․
ໂທລະສັບ
․․․․․
ຄວາມບັນເທີງ
․․․․․
ການບໍລິຈາກ
․․․․․
ເງິນທ້ອນ
․․․․․
ຄ່າໃຊ້ຈ່າຍອື່ນໆ
․․․․․
ລວມທັງໝົດ
․․․․․ກີບ
ຈຳນວນເງິນທີ່ໃຊ້ແທ້
ອາຫານ
․․․․․
ເຄື່ອງນຸ່ງ
․․․․․
ໂທລະສັບ
․․․․․
ຄວາມບັນເທີງ
․․․․․
ການບໍລິຈາກ
․․․․․
ເງິນທ້ອນ
․․․․․
ຄ່າໃຊ້ຈ່າຍອື່ນໆ
․․․․․
ລວມທັງໝົດ
․․․․․ກີບ
[ຮູບພາບໜ້າ 160]
ການບໍ່ຮູ້ຈັກຄວບຄຸມຄ່າໃຊ້ຈ່າຍກໍເປັນຄືກັບການປິດຕາຂັບລົດ