ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ມື້ນີ້

ວັນ​ພະຫັດ​ທີ 28 ສິງຫາ

ພະ​ເຢໂຫວາ​ຢູ່​ໃກ້​ທຸກ​ຄົນ​ທີ່​ຮ້ອງ​ຫາ​ເພິ່ນ. ເພິ່ນ​ຢູ່​ໃກ້​ທຸກ​ຄົນ​ທີ່​ຮ້ອງ​ຫາ​ເພິ່ນ​ດ້ວຍ​ຄວາມ​ຈິງໃຈ.—ພສ. 145:18

ພະ​ເຢໂຫວາ “ພະເຈົ້າ​ຜູ້​ມີ​ຄວາມ​ຮັກ” ຢູ່​ກັບ​ເຮົາ. (2ກຣ. 13:11) ເພິ່ນ​ສົນໃຈ​ເຮົາ​ແຕ່​ລະ​ຄົນ​ເປັນ​ສ່ວນ​ໂຕ​ແລະ​ເຮົາ​ໝັ້ນໃຈ​ວ່າ​ເຮົາ​ຈະ​ໄດ້​ຮັບ “ຄວາມ​ຮັກ​ທີ່​ໝັ້ນຄົງ​ຈາກ​ເພິ່ນ.” (ພສ. 32:10) ແຮ່ງ​ເຮົາ​ຄິດ​ຕຶກຕອງ​ກ່ຽວກັບ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ ເຮົາ​ກໍ​ແຮ່ງ​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ​ເພິ່ນ​ເປັນ​ຫ່ວງ​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ. ເຮົາ​ສາມາດ​ອະທິດຖານ​ລົມ​ກັບ​ພະ​ເຢໂຫວາ​ໄດ້​ທຸກ​ເລື່ອງ ບອກ​ເພິ່ນ​ວ່າ​ເຮົາ​ຕ້ອງການ​ຄວາມ​ຮັກ​ຈາກ​ເພິ່ນ​ຫຼາຍ​ແທ້ໆ. ບອກ​ເພິ່ນ​ວ່າ​ເຮົາ​ກັງວົນ​ເລື່ອງ​ຫຍັງ ແລະ​ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ແລະ​ຢາກ​ຊ່ວຍ​ເຮົາ​ແທ້ໆ. (ພສ. 145:19) ໃນ​ມື້​ທີ່​ອາກາດ​ໜາວໆ​ເຮົາ​ຄື​ຊິ​ຢາກ​ຢູ່​ໃກ້ໆ​ກອງ​ໄຟ​ເພື່ອ​ໃຫ້​ຮ່າງກາຍ​ອຸ່ນ. ຄ້າຍຄື​ກັນ ໃນ​ມື້​ທີ່​ຊີວິດ​ຂອງ​ເຮົາ​ມີ​ບັນຫາ​ແລະ​ເຈິ​ຄວາມ​ລຳບາກ ເຮົາ​ກໍ​ຢາກ​ຢູ່​ໃກ້​ພະ​ເຢໂຫວາ​ເພື່ອ​ໃຫ້​ເພິ່ນ​ຊ່ວຍ​ເຮົາ. ດັ່ງນັ້ນ ຂໍ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ທີ່​ພະ​ເຢໂຫວາ​ມອບ​ຄວາມ​ຮັກ​ທີ່​ອົບອຸ່ນ​ໃຫ້​ເຈົ້າ. ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຕອບ​ຮັບ​ຄວາມ​ຮັກ​ນີ້​ໂດຍ​ເວົ້າ​ວ່າ: “ຂ້ອຍ​ຮັກ​ພະ​ເຢໂຫວາ”!—ພສ. 116:1. ຫ24.01 ໜ້າ 31 ຂໍ້ 19-20

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ສຸກ​ທີ 29 ສິງຫາ

ລູກ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້​ຈັກ​ຊື່​ຂອງ​ພໍ່​ແລ້ວ.—ຢຮ. 17:26

ພະ​ເຢຊູ​ບໍ່​ພຽງ​ແຕ່​ບອກ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ພະເຈົ້າ​ຊື່​ເຢໂຫວາ ແຕ່​ເພິ່ນ​ຍັງ “ເປັນ​ຜູ້​ທີ່​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ຮູ້​ຈັກ​ພະເຈົ້າ.” (ຢຮ. 1:17, 18) ຄົນ​ຢິວ​ໃນ​ສະໄໝ​ພະ​ເຢຊູ​ຮູ້​ແລ້ວ​ວ່າ​ພະເຈົ້າ​ຊື່​ຫຍັງ. ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ບອກ​ວ່າ ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເມດຕາ​ແລະ​ໃຈ​ດີ. (ອພຍ. 34:5-7) ແຕ່​ພະ​ເຢຊູ​ເຮັດ​ໃຫ້​ຄວາມ​ຈິງ​ນີ້​ແຈ້ງ​ຂຶ້ນ​ອີກ​ໂດຍ​ຍົກ​ຕົວຢ່າງ​ປຽບທຽບ​ເລື່ອງ​ລູກ​ທີ່​ຫຼົງ​ທາງ. ໃນ​ຕົວຢ່າງ​ນັ້ນ​ພະ​ເຢຊູ​ເວົ້າ​ວ່າ ພໍ່​ແນມ​ເຫັນ​ລູກ​ທີ່​ກັບໃຈ​ຕອນ​ທີ່​ລາວ​ຍັງ​ຢູ່​ໄກໆ “ພໍ່​ຈຶ່ງ​ແລ່ນ​ໄປ​ຫາ” ແລະ​ກອດ​ລາວ​ແລະ​ຍົກໂທດ​ໃຫ້​ລາວ. ຕົວຢ່າງ​ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ແຈ້ງ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເມດຕາ​ແລະ​ມີ​ຄວາມ​ອີ່ຕົນ. (ລກ. 15:11-32) ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ແບບ​ໃດ​ແທ້ໆ. ຫ24.02 ໜ້າ 10 ຂໍ້ 8-9

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ເສົາ​ທີ 30 ສິງຫາ

ຍ້ອນ​ພວກ​ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ພະເຈົ້າ ພວກ​ເຮົາ​ຈຶ່ງ​ຮູ້​ວິທີ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ.—2ກຣ. 1:4

ກຳລັງ​ໃຈ​ຈາກ​ພະ​ເຢໂຫວາ​ເຮັດ​ໃຫ້​ຄົນ​ທີ່​ທຸກໃຈ​ສົດ​ຊື່ນ. ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແນວ​ໃດ​ໃນ​ການ​ເຫັນອົກເຫັນໃຈ​ຄົນ​ອື່ນ​ແລະ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ? ວິທີ​ໜຶ່ງ​ກໍ​ຄື​ການ​ປູກ​ຝັງ​ຄຸນລັກສະນະ​ຕ່າງໆ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນອົກເຫັນໃຈ​ແລະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ. ຄຸນລັກສະນະ​ເຫຼົ່າ​ນັ້ນ​ມີ​ຫຍັງ​ແດ່? ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກ​ກັນ​ຕໍ່ໆ​ໄປ​ແລະ “ໃຫ້​ກຳລັງ​ໃຈ​ກັນ​ສະເໝີ” ໃນ​ທຸກໆ​ມື້? (1ທຊ. 4:18) ເຮົາ​ຕ້ອງ​ປູກ​ຝັງ​ຄຸນລັກສະນະ​ຕ່າງໆ​ເຊັ່ນ: ຄວາມ​ເຫັນອົກເຫັນໃຈ ການ​ຮັກ​ກັນ​ແບບ​ພີ່ນ້ອງ ແລະ​ຄວາມ​ເມດຕາ. (ກລຊ. 3:12; 1ປຕ. 3:8) ຄຸນລັກສະນະ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ແນວ​ໃດ? ເມື່ອ​ເຮົາ​ເຫັນອົກເຫັນໃຈ​ພີ່ນ້ອງ​ແລະ​ສົນໃຈ​ເຂົາເຈົ້າ​ແທ້ໆ ເຮົາ​ກໍ​ຈະ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ​ເມື່ອ​ເຂົາເຈົ້າ​ເຈິ​ຄວາມ​ຍາກ​ລຳບາກ. ຄື​ກັບ​ທີ່​ພະ​ເຢຊູ​ເວົ້າ​ວ່າ: “ໃຈ​ເຕັມ​ໄປ​ດ້ວຍ​ສິ່ງ​ໃດ ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ. ຄົນ​ດີ​ເວົ້າ​ແຕ່​ສິ່ງ​ດີໆ​ທີ່​ຢູ່​ໃນ​ໃຈ​ຂອງ​ລາວ.” (ມທ. 12:34, 35) ການ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໃນ​ຍາມ​ທີ່​ເຂົາເຈົ້າ​ຕ້ອງການ​ເປັນ​ວິທີ​ທີ່​ສຳຄັນ​ຫຼາຍ​ທີ່​ສະແດງ​ວ່າ​ເຮົາ​ຮັກ​ເຂົາເຈົ້າ. ຫ23.11 ໜ້າ 10 ຂໍ້ 10-11

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌