ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ມື້ນີ້

ວັນ​ສຸກ​ທີ 29 ສິງຫາ

ລູກ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້​ຈັກ​ຊື່​ຂອງ​ພໍ່​ແລ້ວ.—ຢຮ. 17:26

ພະ​ເຢຊູ​ບໍ່​ພຽງ​ແຕ່​ບອກ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ພະເຈົ້າ​ຊື່​ເຢໂຫວາ ແຕ່​ເພິ່ນ​ຍັງ “ເປັນ​ຜູ້​ທີ່​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ຮູ້​ຈັກ​ພະເຈົ້າ.” (ຢຮ. 1:17, 18) ຄົນ​ຢິວ​ໃນ​ສະໄໝ​ພະ​ເຢຊູ​ຮູ້​ແລ້ວ​ວ່າ​ພະເຈົ້າ​ຊື່​ຫຍັງ. ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ບອກ​ວ່າ ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເມດຕາ​ແລະ​ໃຈ​ດີ. (ອພຍ. 34:5-7) ແຕ່​ພະ​ເຢຊູ​ເຮັດ​ໃຫ້​ຄວາມ​ຈິງ​ນີ້​ແຈ້ງ​ຂຶ້ນ​ອີກ​ໂດຍ​ຍົກ​ຕົວຢ່າງ​ປຽບທຽບ​ເລື່ອງ​ລູກ​ທີ່​ຫຼົງ​ທາງ. ໃນ​ຕົວຢ່າງ​ນັ້ນ​ພະ​ເຢຊູ​ເວົ້າ​ວ່າ ພໍ່​ແນມ​ເຫັນ​ລູກ​ທີ່​ກັບໃຈ​ຕອນ​ທີ່​ລາວ​ຍັງ​ຢູ່​ໄກໆ “ພໍ່​ຈຶ່ງ​ແລ່ນ​ໄປ​ຫາ” ແລະ​ກອດ​ລາວ​ແລະ​ຍົກໂທດ​ໃຫ້​ລາວ. ຕົວຢ່າງ​ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ແຈ້ງ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເມດຕາ​ແລະ​ມີ​ຄວາມ​ອີ່ຕົນ. (ລກ. 15:11-32) ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ແບບ​ໃດ​ແທ້ໆ. ຫ24.02 ໜ້າ 10 ຂໍ້ 8-9

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ເສົາ​ທີ 30 ສິງຫາ

ຍ້ອນ​ພວກ​ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ພະເຈົ້າ ພວກ​ເຮົາ​ຈຶ່ງ​ຮູ້​ວິທີ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ.—2ກຣ. 1:4

ກຳລັງ​ໃຈ​ຈາກ​ພະ​ເຢໂຫວາ​ເຮັດ​ໃຫ້​ຄົນ​ທີ່​ທຸກໃຈ​ສົດ​ຊື່ນ. ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແນວ​ໃດ​ໃນ​ການ​ເຫັນອົກເຫັນໃຈ​ຄົນ​ອື່ນ​ແລະ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ? ວິທີ​ໜຶ່ງ​ກໍ​ຄື​ການ​ປູກ​ຝັງ​ຄຸນລັກສະນະ​ຕ່າງໆ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນອົກເຫັນໃຈ​ແລະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ. ຄຸນລັກສະນະ​ເຫຼົ່າ​ນັ້ນ​ມີ​ຫຍັງ​ແດ່? ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກ​ກັນ​ຕໍ່ໆ​ໄປ​ແລະ “ໃຫ້​ກຳລັງ​ໃຈ​ກັນ​ສະເໝີ” ໃນ​ທຸກໆ​ມື້? (1ທຊ. 4:18) ເຮົາ​ຕ້ອງ​ປູກ​ຝັງ​ຄຸນລັກສະນະ​ຕ່າງໆ​ເຊັ່ນ: ຄວາມ​ເຫັນອົກເຫັນໃຈ ການ​ຮັກ​ກັນ​ແບບ​ພີ່ນ້ອງ ແລະ​ຄວາມ​ເມດຕາ. (ກລຊ. 3:12; 1ປຕ. 3:8) ຄຸນລັກສະນະ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ແນວ​ໃດ? ເມື່ອ​ເຮົາ​ເຫັນອົກເຫັນໃຈ​ພີ່ນ້ອງ​ແລະ​ສົນໃຈ​ເຂົາເຈົ້າ​ແທ້ໆ ເຮົາ​ກໍ​ຈະ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ​ເມື່ອ​ເຂົາເຈົ້າ​ເຈິ​ຄວາມ​ຍາກ​ລຳບາກ. ຄື​ກັບ​ທີ່​ພະ​ເຢຊູ​ເວົ້າ​ວ່າ: “ໃຈ​ເຕັມ​ໄປ​ດ້ວຍ​ສິ່ງ​ໃດ ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ. ຄົນ​ດີ​ເວົ້າ​ແຕ່​ສິ່ງ​ດີໆ​ທີ່​ຢູ່​ໃນ​ໃຈ​ຂອງ​ລາວ.” (ມທ. 12:34, 35) ການ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໃນ​ຍາມ​ທີ່​ເຂົາເຈົ້າ​ຕ້ອງການ​ເປັນ​ວິທີ​ທີ່​ສຳຄັນ​ຫຼາຍ​ທີ່​ສະແດງ​ວ່າ​ເຮົາ​ຮັກ​ເຂົາເຈົ້າ. ຫ23.11 ໜ້າ 10 ຂໍ້ 10-11

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ອາທິດ​ທີ 31 ສິງຫາ

ຄົນ​ທີ່​ຮູ້​ຈັກ​ຄິດ​ຈະ​ເຂົ້າໃຈ.—ດນອ. 12:10

ເຮົາ​ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຖ້າ​ເຮົາ​ຢາກ​ເຂົ້າໃຈ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ. ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ປຽບທຽບ​ນີ້: ສົມມຸດ​ວ່າ​ເຈົ້າ​ກຳລັງ​ຈະ​ເດີນທາງ​ໄປ​ບ່ອນ​ທີ່​ເຈົ້າ​ບໍ່​ເຄີຍ​ໄປ ແຕ່​ໝູ່​ທີ່​ໄປ​ນຳ​ເຈົ້າ​ຮູ້​ຈັກ​ບ່ອນ​ນັ້ນ​ດີ. ລາວ​ຮູ້​ວ່າ​ເຈົ້າ​ກັບ​ລາວ​ຢູ່​ຈຸດ​ໃດ​ແລະ​ຮູ້​ວ່າ​ທາງ​ແຕ່​ລະ​ເສັ້ນ​ຈະ​ໄປ​ຮອດ​ໃສ. ເຈົ້າ​ຄື​ຊິ​ດີ​ໃຈ​ຫຼາຍ​ແທ້ໆ​ທີ່​ມີ​ໝູ່​ຮ່ວມ​ເດີນທາງ​ໄປ​ກັບ​ເຈົ້າ! ຄ້າຍຄື​ກັນ ພະ​ເຢໂຫວາ​ຮູ້​ດີ​ວ່າ​ເຮົາ​ຢູ່​ຈຸດ​ໃດ​ຂອງ​ຊ່ວງ​ເວລາ​ແລະ​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ. ດັ່ງນັ້ນ ຖ້າ​ເຮົາ​ຢາກ​ເຂົ້າໃຈ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ ເຮົາ​ກໍ​ຕ້ອງ​ຖ່ອມ​ໃຈ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເພິ່ນ. (ດນອ. 2:28; 2ປຕ. 1:19, 20) ຄື​ກັບ​ພໍ່​ແມ່​ທີ່​ຮັກ​ລູກ ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ເຮົາ​ມີ​ອະນາຄົດ​ທີ່​ດີ​ແລະ​ມີ​ຄວາມ​ສຸກ. (ຢຣມ. 29:11) ແຕ່​ພະ​ເຢໂຫວາ​ຕ່າງ​ຈາກ​ພໍ່​ແມ່​ທີ່​ເປັນ​ມະນຸດ ຍ້ອນ​ເພິ່ນ​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ​ແລະ​ເພິ່ນ​ບອກ​ໄດ້​ຢ່າງ​ຖືກຕ້ອງ​ສະເໝີ. ພະ​ເຢໂຫວາ​ໃຫ້​ມີ​ຄຳ​ພະຍາກອນ​ຫຼາຍ​ເລື່ອງ​ໃນ​ຄຳພີ​ໄບເບິນ​ເພື່ອ​ໃຫ້​ເຮົາ​ຮູ້​ວ່າ​ຈະ​ມີ​ເຫດການ​ທີ່​ສຳຄັນ​ຫຍັງ​ແດ່​ເກີດຂຶ້ນ.—ອຊຢ. 46:10. ຫ23.08 ໜ້າ 8 ຂໍ້ 3-4

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌