ວັນຈັນທີ 1 ກັນຍາ
ຄວາມອີ່ຕົນນີ້ມາຈາກສະຫວັນຄືກັບແສງສະຫວ່າງຂອງມື້ໃໝ່.—ລກ. 1:78
ພະເຢໂຫວາໃຫ້ອຳນາດພະເຢຊູຈັດການກັບບັນຫາທຸກຢ່າງທີ່ມະນຸດເຈິ. ການອັດສະຈັນທີ່ພະເຢຊູເຮັດ ເຮັດໃຫ້ເຫັນວ່າເພິ່ນມີອຳນາດທີ່ຈະແກ້ໄຂບັນຫາທຸກຢ່າງທີ່ມະນຸດເຮົາບໍ່ສາມາດຈັດການດ້ວຍໂຕເອງໄດ້ ເຊັ່ນ: ພະເຢຊູມີອຳນາດທີ່ຈະກຳຈັດຕົ້ນເຫດຂອງບັນຫາທັງໝົດ ເຊິ່ງກໍຄືບາບແລະຜົນທີ່ເກີດຂຶ້ນຈາກບາບ ບໍ່ວ່າຈະເປັນຄວາມເຈັບປ່ວຍແລະຄວາມຕາຍ. (ມທ. 9:1-6; ຣມ. 5:12, 18, 19) ການອັດສະຈັນທີ່ພະເຢຊູເຮັດພິສູດວ່າເພິ່ນສາມາດປົວພະຍາດ “ທຸກຊະນິດ” ໄດ້ ແລະປຸກຄົນຕາຍໃຫ້ຟື້ນຄືນມາ. (ມທ. 4:23; ຢຮ. 11:43, 44) ເພິ່ນຍັງມີອຳນາດທີ່ຈະຄວບຄຸມພາຍຸ ແລະໄລ່ປີສາດທີ່ເຂົ້າສິງຄົນ. (ມຣກ. 4:37-39; ລກ. 8:2) ເມື່ອເຫັນວ່າພະເຢໂຫວາໃຫ້ອຳນາດແບບນີ້ກັບພະເຢຊູ ເຮັດໃຫ້ເຮົາຮູ້ສຶກໄດ້ກຳລັງໃຈແທ້ໆ! ເຮົາໝັ້ນໃຈໄດ້ວ່າການປົກຄອງຂອງພະເຈົ້າຈະເຮັດໃຫ້ຄຳສັນຍາເກີດຂຶ້ນແທ້. ການອັດສະຈັນຂອງພະເຢຊູເຮັດໃຫ້ເຮົາຮູ້ວ່າເພິ່ນຈະເຮັດສິ່ງທີ່ຍິ່ງໃຫຍ່ກວ່ານັ້ນຕອນທີ່ເພິ່ນເປັນກະສັດປົກຄອງໂລກນີ້. ຫ23.04 ໜ້າ 3-4 ຂໍ້ 5-7
ວັນອັງຄານທີ 2 ກັນຍາ
ພະລັງ [ຂອງພະເຈົ້າ] ເປີດເຜີຍທຸກສິ່ງແລະຍັງເປີດເຜີຍສິ່ງທີ່ເລິກເຊິ່ງຂອງພະເຈົ້ານຳອີກ.—1ກຣ. 2:10
ຖ້າເຈົ້າຢູ່ໃນປະຊາຄົມໃຫຍ່ແລະມີພີ່ນ້ອງຍົກມືຫຼາຍຈົນເຮັດໃຫ້ເຈົ້າບໍ່ຄ່ອຍໄດ້ຕອບ. ເຈົ້າອາດຈະຮູ້ສຶກຢາກຍອມແພ້. ແຕ່ຂໍຢ່າເຊົາອອກຄວາມພະຍາຍາມທີ່ຈະອອກຄວາມຄິດເຫັນ. ໃຫ້ກຽມຄຳຕອບໄວ້ຫຼາຍໆຂໍ້ໃນແຕ່ລະສ່ວນຂອງການປະຊຸມ. ຖ້າຂໍ້ທຳອິດຜູ້ນຳສ່ວນບໍ່ໄດ້ເອີ້ນເຈົ້າ ເຈົ້າກໍຍັງມີໂອກາດຕອບຂໍ້ອື່ນໆໄດ້. ຕອນທີ່ກຽມຫໍສັງເກດການໃຫ້ເຈົ້າລອງຄິດເບິ່ງວ່າແຕ່ລະຂໍ້ກ່ຽວຂ້ອງກັນແນວໃດກັບເລື່ອງຫຼັກຂອງບົດຄວາມ. ຖ້າເຮັດແບບນັ້ນ ເຈົ້າກໍຈະມີຄວາມຄິດເຫັນດີໆທີ່ຈະເອົາມາຕອບ. ນອກຈາກນັ້ນ ເຈົ້າອາດກຽມຄຳຕອບທີ່ມີຄຳສອນເລິກເຊິ່ງທີ່ອາດຈະບໍ່ຄ່ອຍມີໃຜຕອບ. ແຕ່ຖ້າເຈົ້າຍັງບໍ່ໄດ້ຕອບຈັກເທື່ອ ເຈົ້າຈະເຮັດແນວໃດ? ໃຫ້ບອກຜູ້ນຳສ່ວນກ່ອນການປະຊຸມວ່າເຈົ້າຢາກຕອບຂໍ້ໃດ. ຫ23.04 ໜ້າ 21-22 ຂໍ້ 9-10
ວັນພຸດທີ 3 ກັນຍາ
ໂຢເຊັບ . . . ເຮັດຕາມທີ່ທູດສະຫວັນຂອງພະເຢໂຫວາສັ່ງແລະໄດ້ແຕ່ງດອງກັບມາຣິອາ.—ມທ. 1:24
ໂຢເຊັບພ້ອມສະເໝີທີ່ຈະເຮັດຕາມການຊີ້ນຳຂອງພະເຢໂຫວາ. ເລື່ອງນີ້ຈຶ່ງເຮັດໃຫ້ລາວເປັນຜົວທີ່ດີ. ຢ່າງໜ້ອຍມີຢູ່ສາມເທື່ອທີ່ລາວໄດ້ຮັບຄຳແນະນຳຈາກພະເຢໂຫວາເຊິ່ງກ່ຽວຂ້ອງກັບຄອບຄົວຂອງລາວ. ແຕ່ລະເທື່ອທີ່ລາວໄດ້ຮັບຄຳແນະນຳ ລາວກໍໄດ້ເຮັດຕາມທັນທີເຖິງວ່າຈະເປັນເລື່ອງຍາກສຳລັບລາວ. (ມທ. 1:20; 2:13-15, 19-21) ໂດຍເຮັດຕາມການຊີ້ນຳຂອງພະເຢໂຫວາ ໂຢເຊັບສາມາດປົກປ້ອງແລະເບິ່ງແຍງມາຣີໄດ້. ລອງຄິດເບິ່ງວ່າສິ່ງທີ່ໂຢເຊັບເຮັດຈະເຮັດໃຫ້ມາຣີຮູ້ສຶກຮັກແລະນັບຖືໂຢເຊັບຫຼາຍຂະໜາດໃດ. ຜູ້ທີ່ເປັນຜົວ ເຈົ້າສາມາດຮຽນແບບໂຢເຊັບໄດ້ໂດຍຊອກຫາຄຳແນະນຳຈາກຄຳພີໄບເບິນກ່ຽວກັບເລື່ອງຄອບຄົວ. ເມື່ອເຈົ້າເຮັດຕາມຄຳແນະນຳນັ້ນເຖິງວ່າຈະເປັນເລື່ອງຍາກ ກໍສະແດງວ່າເຈົ້າຮັກເມຍແລະຢາກໃຫ້ສາຍສຳພັນໃນຊີວິດຄູ່ຂອງເຈົ້າແໜ້ນແຟ້ນຂຶ້ນ. ພີ່ນ້ອງຍິງຄົນໜຶ່ງທີ່ຢູ່ປະເທດວານົວຕູເຊິ່ງແຕ່ງດອງມາຫຼາຍກວ່າ 20 ປີແລ້ວບອກວ່າ: “ເມື່ອຜົວຂອງຂ້ອຍຊອກຫາຄຳແນະນຳແລະເຮັດຕາມການຊີ້ນຳຂອງພະເຢໂຫວາ ກໍເຮັດໃຫ້ຂ້ອຍນັບຖືລາວຫຼາຍຂຶ້ນ ຮູ້ສຶກອຸ່ນໃຈແລະໝັ້ນໃຈໃນການຕັດສິນໃຈຂອງລາວ.” ຫ23.05 ໜ້າ 21 ຂໍ້ 5