ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ມື້ນີ້

ວັນ​ອັງຄານ​ທີ 2 ກັນຍາ

ພະລັງ [ຂອງ​ພະເຈົ້າ] ເປີດເຜີຍ​ທຸກ​ສິ່ງ​ແລະ​ຍັງ​ເປີດເຜີຍ​ສິ່ງ​ທີ່​ເລິກ​ເຊິ່ງ​ຂອງ​ພະເຈົ້າ​ນຳ​ອີກ.—1ກຣ. 2:10

ຖ້າ​ເຈົ້າ​ຢູ່​ໃນ​ປະຊາຄົມ​ໃຫຍ່​ແລະ​ມີ​ພີ່ນ້ອງ​ຍົກ​ມື​ຫຼາຍ​ຈົນ​ເຮັດ​ໃຫ້​ເຈົ້າ​ບໍ່​ຄ່ອຍ​ໄດ້​ຕອບ. ເຈົ້າ​ອາດ​ຈະ​ຮູ້ສຶກ​ຢາກ​ຍອມແພ້. ແຕ່​ຂໍ​ຢ່າ​ເຊົາ​ອອກ​ຄວາມ​ພະຍາຍາມ​ທີ່​ຈະ​ອອກ​ຄວາມ​ຄິດ​ເຫັນ. ໃຫ້​ກຽມ​ຄຳ​ຕອບ​ໄວ້​ຫຼາຍໆ​ຂໍ້​ໃນ​ແຕ່​ລະ​ສ່ວນ​ຂອງ​ການ​ປະຊຸມ. ຖ້າ​ຂໍ້​ທຳອິດ​ຜູ້​ນຳ​ສ່ວນ​ບໍ່​ໄດ້​ເອີ້ນ​ເຈົ້າ ເຈົ້າ​ກໍ​ຍັງ​ມີ​ໂອກາດ​ຕອບ​ຂໍ້​ອື່ນໆ​ໄດ້. ຕອນ​ທີ່​ກຽມ​ຫໍສັງເກດການ​ໃຫ້​ເຈົ້າ​ລອງ​ຄິດ​ເບິ່ງ​ວ່າ​ແຕ່​ລະ​ຂໍ້​ກ່ຽວ​ຂ້ອງ​ກັນ​ແນວ​ໃດ​ກັບ​ເລື່ອງ​ຫຼັກ​ຂອງ​ບົດ​ຄວາມ. ຖ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ມີ​ຄວາມ​ຄິດ​ເຫັນດີໆ​ທີ່​ຈະ​ເອົາ​ມາ​ຕອບ. ນອກ​ຈາກ​ນັ້ນ ເຈົ້າ​ອາດ​ກຽມ​ຄຳ​ຕອບ​ທີ່​ມີ​ຄຳສອນ​ເລິກ​ເຊິ່ງ​ທີ່​ອາດ​ຈະ​ບໍ່​ຄ່ອຍ​ມີ​ໃຜ​ຕອບ. ແຕ່​ຖ້າ​ເຈົ້າ​ຍັງ​ບໍ່​ໄດ້​ຕອບ​ຈັກ​ເທື່ອ ເຈົ້າ​ຈະ​ເຮັດ​ແນວ​ໃດ? ໃຫ້​ບອກ​ຜູ້​ນຳ​ສ່ວນ​ກ່ອນ​ການ​ປະຊຸມ​ວ່າ​ເຈົ້າ​ຢາກ​ຕອບ​ຂໍ້​ໃດ. ຫ23.04 ໜ້າ 21-22 ຂໍ້ 9-10

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ພຸດ​ທີ 3 ກັນຍາ

ໂຢເຊັບ . . . ເຮັດ​ຕາມ​ທີ່​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ສັ່ງ​ແລະ​ໄດ້​ແຕ່ງດອງ​ກັບ​ມາຣິອາ.—ມທ. 1:24

ໂຢເຊັບ​ພ້ອມ​ສະເໝີ​ທີ່​ຈະ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ. ເລື່ອງ​ນີ້​ຈຶ່ງ​ເຮັດ​ໃຫ້​ລາວ​ເປັນ​ຜົວ​ທີ່​ດີ. ຢ່າງ​ໜ້ອຍ​ມີ​ຢູ່​ສາມ​ເທື່ອ​ທີ່​ລາວ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ພະ​ເຢໂຫວາ​ເຊິ່ງ​ກ່ຽວ​ຂ້ອງ​ກັບ​ຄອບຄົວ​ຂອງ​ລາວ. ແຕ່​ລະ​ເທື່ອ​ທີ່​ລາວ​ໄດ້​ຮັບ​ຄຳ​ແນະນຳ ລາວ​ກໍ​ໄດ້​ເຮັດ​ຕາມ​ທັນທີ​ເຖິງ​ວ່າ​ຈະ​ເປັນ​ເລື່ອງ​ຍາກ​ສຳລັບ​ລາວ. (ມທ. 1:20; 2:13-15, 19-21) ໂດຍ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ ໂຢເຊັບ​ສາມາດ​ປົກປ້ອງ​ແລະ​ເບິ່ງແຍງ​ມາຣີ​ໄດ້. ລອງ​ຄິດ​ເບິ່ງ​ວ່າ​ສິ່ງ​ທີ່​ໂຢເຊັບ​ເຮັດ​ຈະ​ເຮັດ​ໃຫ້​ມາຣີ​ຮູ້ສຶກ​ຮັກ​ແລະ​ນັບຖື​ໂຢເຊັບ​ຫຼາຍ​ຂະໜາດ​ໃດ. ຜູ້​ທີ່​ເປັນ​ຜົວ ເຈົ້າ​ສາມາດ​ຮຽນ​ແບບ​ໂຢເຊັບ​ໄດ້​ໂດຍ​ຊອກ​ຫາ​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ກ່ຽວກັບ​ເລື່ອງ​ຄອບຄົວ. ເມື່ອ​ເຈົ້າ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ​ເຖິງ​ວ່າ​ຈະ​ເປັນ​ເລື່ອງ​ຍາກ ກໍ​ສະແດງ​ວ່າ​ເຈົ້າ​ຮັກ​ເມຍ​ແລະ​ຢາກ​ໃຫ້​ສາຍ​ສຳພັນ​ໃນ​ຊີວິດ​ຄູ່​ຂອງ​ເຈົ້າ​ແໜ້ນແຟ້ນ​ຂຶ້ນ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຢູ່​ປະເທດ​ວານົວຕູ​ເຊິ່ງ​ແຕ່ງດອງ​ມາ​ຫຼາຍ​ກວ່າ 20 ປີ​ແລ້ວ​ບອກ​ວ່າ: “ເມື່ອ​ຜົວ​ຂອງ​ຂ້ອຍ​ຊອກ​ຫາ​ຄຳ​ແນະນຳ​ແລະ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ ກໍ​ເຮັດ​ໃຫ້​ຂ້ອຍ​ນັບຖື​ລາວ​ຫຼາຍ​ຂຶ້ນ ຮູ້ສຶກ​ອຸ່ນ​ໃຈ​ແລະ​ໝັ້ນໃຈ​ໃນ​ການ​ຕັດສິນໃຈ​ຂອງ​ລາວ.” ຫ23.05 ໜ້າ 21 ຂໍ້ 5

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ພະຫັດ​ທີ 4 ກັນຍາ

ຈະ​ມີ​ທາງ​ຫຼັກ​ເສັ້ນ​ໜຶ່ງ ທາງ​ເສັ້ນ​ນັ້ນ​ຈະ​ຖືກ​ເອີ້ນ​ວ່າ​ທາງ​ບໍລິສຸດ.—ອຊຢ. 35:8

ຄົນ​ຢິວ​ທີ່​ກັບ​ໄປ​ອິດສະຣາເອນ​ຈະ​ກາຍ​ເປັນ “ຊາດ​ທີ່​ບໍລິສຸດ” ຂອງ​ພະ​ເຢໂຫວາ. (ພບຍ. 7:6) ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄົນ​ທີ່​ອອກ​ຈາກ​ບາບີໂລນ​ຈະ​ບໍ່​ຕ້ອງ​ປ່ຽນແປງ​ໂຕເອງ​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. ຄົນ​ຢິວ​ສ່ວນ​ຫຼາຍ​ທີ່​ເກີດ​ຢູ່​ບາບີໂລນ​ລຶ້ງ​ກັບ​ວັດທະນະທຳ ການ​ໃຊ້​ຊີວິດ ແລະ​ຄວາມ​ຄິດ​ຂອງ​ຄົນ​ຢູ່​ຫັ້ນ. ຫຼາຍ​ສິບ​ປີ​ຫຼັງ​ຈາກ​ທີ່​ຄົນ​ຢິວ​ກຸ່ມ​ທຳອິດ​ກັບ​ໄປ​ອິດສະຣາເອນ ເນເຮມີຢາ​ທີ່​ເປັນ​ເຈົ້າແຂວງ​ຕົກໃຈ​ຫຼາຍ​ທີ່​ເຫັນ​ຄົນ​ຢິວ​ທີ່​ເກີດ​ຢູ່​ອິດສະຣາເອນ​ເວົ້າ​ພາສາ​ເຮັບເຣີ​ບໍ່​ໄດ້. (ພບຍ. 6:6, 7; ນຮຢ. 13:23, 24) ເດັກນ້ອຍ​ເຫຼົ່າ​ນີ້​ຈະ​ຮັກ​ພະ​ເຢໂຫວາ​ແລະ​ນະມັດສະການ​ເພິ່ນ​ໄດ້​ແນວ​ໃດ​ຖ້າ​ເຂົາເຈົ້າ​ບໍ່​ເຂົ້າໃຈ​ພາສາ​ເຮັບເຣີ​ເຊິ່ງ​ເປັນ​ພາສາ​ຫຼັກ​ທີ່​ໃຊ້​ໃນ​ການ​ຂຽນ​ຄຳພີ​ໄບເບິນ​ໃນ​ຕອນ​ນັ້ນ? (ອຊຣ. 10:3, 44) ດັ່ງນັ້ນ ຄົນ​ຢິວ​ເຫຼົ່າ​ນີ້​ຕ້ອງ​ປ່ຽນແປງ​ໂຕເອງ ແລະ​ມັນ​ກໍ​ຈະ​ງ່າຍ​ກວ່າ​ຖ້າ​ເຂົາເຈົ້າ​ປ່ຽນແປງ​ໂຕເອງ​ຕອນ​ທີ່​ຢູ່​ອິດສະຣາເອນ​ເຊິ່ງ​ເປັນ​ບ່ອນ​ທີ່​ການ​ນະມັດສະການ​ບໍລິສຸດ​ກຳລັງ​ໄດ້​ຮັບ​ການ​ຟື້ນຟູ.—ນຮຢ. 8:8, 9. ຫ23.05 ໜ້າ 15 ຂໍ້ 6-7

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌