ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 40
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ເນບູ⁠ຊາຣາດານ​ປ່ອຍ​ເຢເຣມີຢາ (1-6)

      • ເກດາລີຢາ​ຖືກ​ແຕ່ງຕັ້ງ​ໃຫ້​ເບິ່ງແຍງ​ແຜ່ນດິນ (7-12)

      • ວາງ​ແຜນ​ກຳຈັດ​ເກດາລີຢາ (13-16)

ເຢເຣມີຢາ 40:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 39:9; 52:12, 13
  • +ຢຊ 18:21, 25

ເຢເຣມີຢາ 40:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:7

ເຢເຣມີຢາ 40:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 39:11, 12

ເຢເຣມີຢາ 40:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:22; ຢຣມ 39:13, 14; 41:2
  • +2ກສ 22:12, 13; ຢຣມ 26:24
  • +2ກສ 22:8

ເຢເຣມີຢາ 40:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 20:1; 1ກສ 15:22

ເຢເຣມີຢາ 40:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:22; ຢຣມ 39:10

ເຢເຣມີຢາ 40:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:23
  • +2ກສ 25:25
  • +ຢຣມ 41:11, 16; 43:2
  • +ຢຣມ 42:1, 2

ເຢເຣມີຢາ 40:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:24; ຢຣມ 27:11

ເຢເຣມີຢາ 40:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 39:10

ເຢເຣມີຢາ 40:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 41:10
  • +ຢຣມ 41:2

ເຢເຣມີຢາ 40:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:22

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 40:1ຢຣມ 39:9; 52:12, 13
ຢຣມ. 40:1ຢຊ 18:21, 25
ຢຣມ. 40:3ຢຣມ 50:7
ຢຣມ. 40:4ຢຣມ 39:11, 12
ຢຣມ. 40:52ກສ 25:22; ຢຣມ 39:13, 14; 41:2
ຢຣມ. 40:52ກສ 22:12, 13; ຢຣມ 26:24
ຢຣມ. 40:52ກສ 22:8
ຢຣມ. 40:6ຜຕສ 20:1; 1ກສ 15:22
ຢຣມ. 40:72ກສ 25:22; ຢຣມ 39:10
ຢຣມ. 40:82ກສ 25:23
ຢຣມ. 40:82ກສ 25:25
ຢຣມ. 40:8ຢຣມ 41:11, 16; 43:2
ຢຣມ. 40:8ຢຣມ 42:1, 2
ຢຣມ. 40:92ກສ 25:24; ຢຣມ 27:11
ຢຣມ. 40:10ຢຣມ 39:10
ຢຣມ. 40:14ຢຣມ 41:10
ຢຣມ. 40:14ຢຣມ 41:2
ຢຣມ. 40:162ກສ 25:22
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 40:1-16

ເຢເຣມີຢາ

40 ພະ​ເຢໂຫວາ​ກໍ​ຍັງ​ມາ​ເວົ້າ​ກັບ​ເຢເຣມີຢາ​ຢູ່​ເລື້ອຍ​ໆ​ຫຼັງ​ຈາກ​ເນບູຊາຣາດານ+​ທີ່​ເປັນ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ປ່ອຍ​ລາວ​ໃຫ້​ເປັນ​ອິດສະຫຼະ​ຢູ່​ເມືອງ​ຣາມາ.+ ເນບູຊາຣາດານ​ເອົາ​ໂສ້​ລ່າມ​ມື​ເຢເຣມີຢາ ແລະ​ພາ​ລາວ​ໄປ​ພ້ອມ​ກັບ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ຄົນ​ຢູດາ​ທີ່​ຖືກ​ພາ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ. 2 ແລ້ວ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ກໍ​ເອີ້ນ​ເຢເຣມີຢາ​ໄປ​ລົມ​ນຳ​ແລະ​ເວົ້າ​ກັບ​ລາວ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ຄວາມ​ຈິບຫາຍ​ຂອງ​ເມືອງ​ນີ້ 3 ແລະ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ມັນ​ເກີດ​ຂຶ້ນ​ຄື​ກັບ​ທີ່​ເພິ່ນ​ເຄີຍ​ບອກ​ໄວ້. ຍ້ອນ​ພວກ​ເຈົ້າ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ແລະ​ບໍ່​ເຊື່ອຟັງ​ເພິ່ນ ຄວາມ​ຈິບຫາຍ​ນີ້​ຈຶ່ງ​ເກີດ​ຂຶ້ນ​ກັບ​ພວກ​ເຈົ້າ.+ 4 ມື້​ນີ້​ຂ້ອຍ​ຈະ​ແກ້​ໂສ້​ຢູ່​ມື​ຂອງ​ເຈົ້າ​ແລະ​ປ່ອຍ​ເຈົ້າ​ໄປ. ຖ້າ​ເຈົ້າ​ຄິດ​ວ່າ​ດີ​ທີ່​ຈະ​ໄປ​ບາບີໂລນ​ນຳ​ຂ້ອຍ ກໍ​ໄປ​ເດີ້. ຂ້ອຍ​ຈະ​ເບິ່ງແຍງ​ເຈົ້າ​ເອງ. ແຕ່​ຖ້າ​ເຈົ້າ​ບໍ່​ຢາກ​ໄປ​ບາບີໂລນ​ນຳ​ຂ້ອຍ ກໍ​ບໍ່​ເປັນ​ຫຍັງ. ແຜ່ນດິນ​ທັງໝົດ​ນີ້​ຢູ່​ຕໍ່​ໜ້າ​ເຈົ້າ​ແລ້ວ ເຈົ້າ​ຢາກ​ໄປ​ບ່ອນ​ໃດ​ເຈົ້າ​ກໍ​ເລືອກ​ເອົາ​ໂລດ.”+

5 ຕອນ​ທີ່​ເຢເຣມີຢາ​ກຳລັງ​ຄິດ​ຢູ່​ວ່າ​ຈະ​ໄປ​ຫຼື​ຈະ​ກັບ​ດີ ເນບູຊາຣາດານ​ກໍ​ບອກ​ລາວ​ວ່າ: “ໃຫ້​ເຈົ້າ​ກັບ​ໄປ​ຫາ​ເກດາລີຢາ+​ລູກ​ຊາຍ​ຂອງ​ອາຮີກາມ+​ຫຼານ​ຊາຍ​ຂອງ​ຊາຟານ+​ທີ່​ກະສັດ​ບາບີໂລນ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເບິ່ງແຍງ​ເມືອງ​ຕ່າງ​ໆ​ຂອງ​ຢູດາ. ໃຫ້​ເຈົ້າ​ໄປ​ຢູ່​ນຳ​ລາວ​ກັບ​ຄົນ​ຂອງ​ລາວ ຫຼື​ຄັນ​ບໍ່​ຊັ້ນ​ກໍ​ໃຫ້​ເຈົ້າ​ໄປ​ບ່ອນ​ທີ່​ເຈົ້າ​ຢາກ​ໄປ.”

ແລ້ວ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ກໍ​ເອົາ​ອາຫານ​ກັບ​ຂອງຂວັນ​ໃຫ້​ເຢເຣມີຢາ​ແລະ​ປ່ອຍ​ລາວ​ໄປ. 6 ເຢເຣມີຢາ​ຈຶ່ງ​ກັບ​ໄປ​ຫາ​ເກດາລີຢາ​ລູກ​ຊາຍ​ຂອງ​ອາຮີກາມ​ຢູ່​ເມືອງ​ມິດຊະປາ+​ແລະ​ຢູ່​ນຳ​ລາວ​ກັບ​ຄົນ​ອື່ນ​ໆ​ໃນ​ແຜ່ນດິນ​ນັ້ນ.

7 ຕໍ່​ມາ ພວກ​ຫົວໜ້າ​ກອງທັບ​ທີ່​ຢູ່​ກັບ​ທະຫານ​ຂອງ​ເຂົາ​ເຈົ້າ​ໃນ​ບ່ອນ​ຕ່າງ​ໆ​ທົ່ວ​ແຜ່ນດິນ​ກໍ​ໄດ້​ຍິນ​ວ່າ​ກະສັດ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເກດາລີຢາ​ລູກ​ຊາຍ​ຂອງ​ອາຮີກາມ​ໃຫ້​ເບິ່ງແຍງ​ແຜ່ນດິນ ແລະ​ເບິ່ງແຍງ​ພວກ​ຄົນ​ທຸກ​ກັບ​ລູກ​ຂອງ​ເຂົາ​ເຈົ້າ​ທີ່​ບໍ່​ໄດ້​ຖືກ​ພາ​ໄປ​ບາບີໂລນ.+ 8 ເຂົາ​ເຈົ້າ​ຈຶ່ງ​ພາກັນ​ມາ​ຫາ​ເກດາລີຢາ​ຢູ່​ເມືອງ​ມິດຊະປາ+​ພ້ອມ​ກັບ​ທະຫານ​ຂອງ​ເຂົາ​ເຈົ້າ. ຄົນ​ເຫຼົ່າ​ນັ້ນ​ມີ: ອິດຊະມາເອນ+​ລູກ​ຊາຍ​ຂອງ​ເນທານີອາ ໂຢຮານານ+​ກັບ​ໂຢນາທານ​ລູກ​ຊາຍ​ຂອງ​ກາເຣອາ ເສຣາຢາ​ລູກ​ຊາຍ​ຂອງ​ຕັນຮູເມັດ ພວກ​ລູກ​ຊາຍ​ຂອງ​ເອຟາຍ​ຄົນ​ເນໂຕຟາ ແລະ​ເຢຊານີຢາ+​ລູກ​ຊາຍ​ຂອງ​ຄົນ​ມາອາກາ. 9 ເກດາລີຢາ​ລູກ​ຊາຍ​ຂອງ​ອາຮີກາມ​ຫຼານ​ຊາຍ​ຂອງ​ຊາຟານ​ສາບານ​ກັບ​ພວກ​ຫົວໜ້າ​ກອງທັບ​ແລະ​ພວກ​ທະຫານ​ຂອງ​ເຂົາ​ເຈົ້າ ແລະ​ບອກ​ວ່າ: “ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ຮັບ​ໃຊ້​ພວກ​ການເດອາ. ໃຫ້​ຢູ່​ແຜ່ນດິນ​ນີ້​ແລະ​ຮັບ​ໃຊ້​ກະສັດ​ບາບີໂລນ ແລ້ວ​ພວກ​ເຈົ້າ​ຈະ​ມີ​ຊີວິດ​ທີ່​ດີ.+ 10 ສ່ວນ​ຂ້ອຍ ຂ້ອຍ​ຈະ​ຢູ່​ເມືອງ​ມິດຊະປາ​ເພື່ອ​ເປັນ​ຕົວແທນ​ໃຫ້​ພວກ​ເຈົ້າ​ຕອນ​ທີ່​ພວກ​ການເດອາ​ມາ​ຫາ​ພວກ​ເຮົາ. ແຕ່​ພວກ​ເຈົ້າ​ຕ້ອງ​ລວບລວມ​ໝາກ​ໄມ້​ລະດູ​ຮ້ອນ ເຫຼົ້າແວງ ແລະ​ນ້ຳມັນ​ໄວ້​ໃນ​ໄຫ ແລະ​ໃຫ້​ພວກ​ເຈົ້າ​ຢູ່​ຕາມ​ເມືອງ​ຕ່າງ​ໆ​ທີ່​ພວກ​ເຈົ້າ​ຍຶດ​ໄດ້​ນັ້ນ.”+

11 ຄົນ​ຢິວ​ຄົນ​ອື່ນ​ໆ​ທີ່​ຢູ່​ໃນ​ໂມອາບ ອຳໂມນ ເອໂດມ ແລະ​ຢູ່​ແຜ່ນດິນ​ອື່ນ​ໆ​ກໍ​ໄດ້​ຍິນ​ຄື​ກັນ​ວ່າ​ກະສັດ​ບາບີໂລນ​ໄດ້​ໃຫ້​ບາງ​ຄົນ​ຢູ່​ໃນ​ຢູດາ​ຕໍ່ ແລະ​ໄດ້​ຍິນ​ວ່າ​ກະສັດ​ໄດ້​ແຕ່ງຕັ້ງ​ເກດາລີຢາ​ລູກ​ຊາຍ​ຂອງ​ອາຮີກາມ​ຫຼານ​ຊາຍ​ຂອງ​ຊາຟານ​ໃຫ້​ເບິ່ງແຍງ​ເຂົາ​ເຈົ້າ. 12 ຄົນ​ຢິວ​ທັງໝົດ​ນັ້ນ​ກໍ​ເລີ່ມ​ພາກັນ​ມາ​ຈາກ​ບ່ອນ​ທີ່​ເຂົາ​ເຈົ້າ​ກະຈັດກະຈາຍ​ກັນ​ໄປ​ຢູ່ ແລະ​ມາ​ແຜ່ນດິນ​ຢູດາ​ເພື່ອ​ມາ​ຫາ​ເກດາລີຢາ​ຢູ່​ເມືອງ​ມິດຊະປາ. ເຂົາ​ເຈົ້າ​ລວບລວມ​ໝາກ​ໄມ້​ລະດູ​ຮ້ອນ​ແລະ​ເຫຼົ້າແວງ​ໄວ້​ຫຼາຍ​ແທ້​ຫຼາຍ​ວ່າ.

13 ໂຢຮານານ​ລູກ​ຊາຍ​ຂອງ​ກາເຣອາ​ແລະ​ຫົວໜ້າ​ກອງທັບ​ທຸກ​ຄົນ​ທົ່ວ​ແຜ່ນດິນ​ໄດ້​ພາກັນ​ມາ​ຫາ​ເກດາລີຢາ​ຢູ່​ເມືອງ​ມິດຊະປາ. 14 ເຂົາ​ເຈົ້າ​ບອກ​ລາວ​ວ່າ: “ເຈົ້າ​ບໍ່​ຮູ້​ບໍ​ວ່າ​ບາອາລິດ​ກະສັດ​ຂອງ​ພວກ​ອຳໂມນ+​ໄດ້​ສົ່ງ​ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ມາ​ຂ້າ​ເຈົ້າ?”+ ແຕ່​ເກດາລີຢາ​ລູກ​ຊາຍ​ຂອງ​ອາຮີກາມ​ບໍ່​ເຊື່ອ​ເຂົາ​ເຈົ້າ.

15 ໂຢຮານານ​ລູກ​ຊາຍ​ຂອງ​ກາເຣອາ​ໄດ້​ລັກ​ມາ​ບອກ​ເກດາລີຢາ​ຢູ່​ເມືອງ​ມິດຊະປາ​ວ່າ: “ຂ້ອຍ​ຈະ​ໄປ​ຂ້າ​ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ໂດຍ​ບໍ່​ໃຫ້​ໃຜ​ຮູ້. ຄັນ​ບໍ່​ຊັ້ນ ລາວ​ຈະ​ມາ​ຂ້າເຈົ້າ​ແລະ​ປະຊາຊົນ​ຂອງ​ຢູດາ​ຈະ​ກະຈັດ​ກະຈາຍ​ໄປ ແລະ​ຄົນ​ທີ່​ເຫຼືອ​ຢູ່​ຢູດາ​ກໍ​ຈະ​ຕາຍ.” 16 ແຕ່​ເກດາລີຢາ+​ລູກ​ຊາຍ​ຂອງ​ອາຮີກາມ​ເວົ້າ​ກັບ​ໂຢຮານານ​ລູກ​ຊາຍ​ຂອງ​ກາເຣອາ​ວ່າ: “ເຈົ້າ​ບໍ່​ຕ້ອງ​ເຮັດ​ແນວ​ນັ້ນ ຍ້ອນ​ເລື່ອງ​ທີ່​ເຈົ້າ​ເວົ້າ​ກ່ຽວ​ກັບ​ອິດຊະມາເອນ​ບໍ່​ແມ່ນ​ຄວາມ​ຈິງ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌