ເຢເຣມີຢາ
48 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນເວົ້າກ່ຽວກັບໂມອາບວ່າ:+
“ເນໂບຈິບຫາຍແລ້ວ+ ຍ້ອນເມືອງນີ້ຖືກທຳລາຍແລ້ວ.
ເມືອງກີຣິອາດທາຢິມ+ຖືກເຮັດໃຫ້ອັບອາຍແລະຖືກຍຶດໄປແລ້ວ.
ບ່ອນລີ້ທີ່ປອດໄພ*ຖືກເຮັດໃຫ້ອັບອາຍຂາຍໜ້າແລະມຸ່ນໝົດແລ້ວ.+
2 ເຂົາເຈົ້າບໍ່ໄດ້ຍົກຍ້ອງໂມອາບອີກຕໍ່ໄປ.
ຢູ່ເຮັດຊະໂບນ+ພວກສັດຕູວາງແຜນທຳລາຍໂມອາບໂດຍເວົ້າວ່າ
‘ໃຫ້ພວກເຮົາມາຊອກຫາວິທີທຳລາຍຊາດນີ້.’
ມັດເມັນເອີ້ຍ ພວກເຈົ້າຄວນມິດຢູ່
ຍ້ອນມີດາບກຳລັງນຳພວກເຈົ້າມາ.
3 ມີສຽງຮ້ອງມາຈາກໂຮໂຣນາຢິມ+
ຍ້ອນເມືອງນີ້ຖືກທຳລາຍແລະພັງລົງມາໝົດແລ້ວ.
4 ໂມອາບຖືກທຳລາຍແລ້ວ
ແລະພວກເດັກນ້ອຍຂອງເມືອງນີ້ກໍພາກັນຮ້ອງໄຫ້.
5 ຄົນທີ່ຢູ່ຫົນທາງທີ່ຂຶ້ນໄປເມືອງລູຮິດກໍພາກັນຮ້ອງໄຫ້ບໍ່ເຊົາ
ແລະຫົນທາງທີ່ລົງມາເມືອງໂຮໂຣນາຢິມກໍມີສຽງຮ້ອງໄຫ້ທຸກໃຈຍ້ອນຄວາມຈິບຫາຍທີ່ເກີດຂຶ້ນ.+
6 ໜີໄປແມ້! ເພື່ອພວກເຈົ້າຈະລອດຊີວິດ.
ພວກເຈົ້າຈະຕ້ອງເປັນຄືກັບຕົ້ນຈູນິເປີ້*ຢູ່ບ່ອນກັນດານ.
7 ຍ້ອນພວກເຈົ້າໄວ້ໃຈໃນຜົນງານແລະຊັບສົມບັດຂອງໂຕເອງ
ພວກເຈົ້າກໍຈະຖືກຈັບໄປຄືກັນ.
ພະເຄມົດ+ຂອງພວກເຈົ້າຈະຖືກຈັບໄປເປັນຊະເລີຍ
ພ້ອມກັບພວກປະໂລຫິດແລະພວກເຈົ້ານາຍທີ່ຮັບໃຊ້ພະນັ້ນ.
8 ພວກຜູ້ທຳລາຍຈະເຂົ້າມາທຸກເມືອງ.
ຈະບໍ່ມີເມືອງໃດລອດເລີຍ.+
ຮ່ອມພູແລະທົ່ງພຽງຈະຖືກທຳລາຍ
ຄືກັບທີ່ພະເຢໂຫວາໄດ້ບອກໄວ້.
9 ໃຫ້ເຮັດປ້າຍບອກທາງໃຫ້ໂມອາບ
ຍ້ອນວ່າເມື່ອເມືອງຕ່າງໆກາຍເປັນຊາກຫັກພັງ ຄົນໂມອາບກໍຈະໜີໄປ.
ຄົນອື່ນໆທີ່ໄດ້ເຫັນເມືອງໂມອາບກໍຈະຕົກໃຈແລະຢ້ານຫຼາຍ.
ຈະບໍ່ມີໃຜອາໄສຢູ່ແຜ່ນດິນນັ້ນເລີຍ.+
10 ຄົນທີ່ບໍ່ຕັ້ງໃຈເຮັດວຽກຂອງພະເຢໂຫວາຈະຖືກສາບແຊ່ງ.
ຄົນທີ່ບໍ່ຍອມໃຊ້ດາບເພື່ອຂ້າຟັນກໍຈະຖືກສາບແຊ່ງຄືກັນ.
11 ຄົນໂມອາບບໍ່ເຄີຍຖືກລົບກວນຕັ້ງແຕ່ຕອນຍັງໜຸ່ມ.
ເຂົາເຈົ້າເປັນຄືກັບເຫຼົ້າແວງທີ່ຕົກຕະກອນຢູ່ໃນໂຖ
ແລະບໍ່ເຄີຍຖືກເທໃສ່ໂຖໃໝ່.
ເຂົາເຈົ້າບໍ່ເຄີຍຖືກຈັບໄປເປັນຊະເລີຍ
ຍ້ອນແນວນີ້ ລົດຊາດຂອງເຂົາເຈົ້າຈຶ່ງຍັງຄືເກົ່າ
ແລະກິ່ນຂອງເຂົາເຈົ້າກໍບໍ່ປ່ຽນເລີຍ.
12 ພະເຢໂຫວາບອກວ່າ ‘ເບິ່ງແມ້! ອີກຈັກໜ້ອຍເຮົາຈະສົ່ງຄົນໄປຂວ້ຳເຂົາເຈົ້າ. ຄົນເຫຼົ່ານັ້ນຈະຂວ້ຳເຂົາເຈົ້າ ເທເຂົາເຈົ້າອອກຈາກໂຖຈົນບໍ່ເຫຼືອ ແລະທຸບໂຖໃຫຍ່ເຫຼົ່ານັ້ນຈົນແຕກເປັນປ່ຽງໆ. 13 ຄົນໂມອາບຈະຕ້ອງອັບອາຍຍ້ອນພະເຄມົດ ຄືກັບທີ່ຄົນອິດສະຣາເອນຕ້ອງອັບອາຍຍ້ອນເຂົາເຈົ້າເຄີຍໝັ້ນໃຈໃນການນະມັດສະການປອມຂອງເຂົາເຈົ້າຢູ່ເມືອງເບເທນ.+
14 ພວກເຈົ້າກ້າເວົ້າໄດ້ແນວໃດວ່າ “ພວກເຮົາເປັນທະຫານທີ່ເກັ່ງຫຼາຍແລະພ້ອມອອກໄປສູ້ຮົບ”?+
15 ໂມອາບຖືກທຳລາຍແລ້ວ
ແລະເມືອງຕ່າງໆຂອງໂມອາບກໍຖືກບຸກໂຈມຕີແລ້ວ.+
ຄົນໜຸ່ມທີ່ດີທີ່ສຸດຂອງເຂົາເຈົ້າກໍຖືກຂ້າແລ້ວ.’+
ກະສັດຜູ້ມີຊື່ວ່າພະເຢໂຫວາຜູ້ບັນຊາການກອງທັບໄດ້ເວົ້າໄວ້ແນວນີ້.+
16 ຄວາມຈິບຫາຍຂອງຄົນໂມອາບມາໃກ້ແລ້ວ.
ອີກບໍ່ດົນເຂົາເຈົ້າຈະຖືກທຳລາຍ.+
17 ຄົນທີ່ຢູ່ອ້ອມຂ້າງເຂົາເຈົ້າຈະເຫັນອົກເຫັນໃຈເຂົາເຈົ້າ.
ທຸກຄົນທີ່ຮູ້ຈັກຊື່ຂອງເຂົາເຈົ້າຈະເວົ້າກັບເຂົາເຈົ້າວ່າ
‘ໄມ້ທີ່ມີກຽດແລະໄມ້ຄ້ອນເທົ້າທີ່ງາມໆຖືກຫັກແລ້ວ.’
18 ພວກຜູ້ຍິງທີ່ຢູ່ດີໂບນເອີ້ຍ+ ໃຫ້ລົງມາຈາກຕຳແໜ່ງທີ່ມີກຽດຂອງພວກເຈົ້າ
ແລະນັ່ງລົງດ້ວຍຄວາມຫິວນ້ຳ*
ຍ້ອນຜູ້ທຳລາຍຂອງໂມອາບມາຕໍ່ສູ້ພວກເຈົ້າແລ້ວ.
ລາວຈະເຮັດໃຫ້ບ່ອນຕ່າງໆທີ່ມີປ້ອມສູງຂອງພວກເຈົ້າກາຍເປັນຊາກຫັກພັງ.+
19 ຄົນທີ່ຢູ່ໃນເມືອງອາໂຣເອເອີ້ຍ+ ໃຫ້ຢືນຢູ່ແຄມທາງແລະແນມເບິ່ງ.
ໃຫ້ຖາມຜູ້ຊາຍແລະຜູ້ຍິງທີ່ໜີໄປວ່າ ‘ເກີດຫຍັງຂຶ້ນ?’
20 ໂມອາບຖືກເຮັດໃຫ້ຢ້ານແລະອັບອາຍ.
ໃຫ້ຮ້ອງໄຫ້ແລະຮ້ອງອອກມາດັງໆ.
ໃຫ້ປະກາດຢູ່ອາໂນນ+ວ່າໂມອາບຖືກທຳລາຍແລ້ວ.
21 ພະເຈົ້າໄດ້ຕັດສິນທົ່ງພຽງແລ້ວ.+ ເພິ່ນໄດ້ຕັດສິນໂຮໂລນ ຢາຮາດ+ ເມຟະອາດ+ 22 ດີໂບນ+ ເນໂບ+ ເບັດດີບລາທາຢິມ 23 ກີຣິອາດທາຢິມ+ ເບັດກາມູນ ເບັດເມໂອນ+ 24 ເກຣີໂຢດ+ ໂບຊະຣາ ແລະເມືອງທັງໝົດໃນແຜ່ນດິນໂມອາບທັງໃກ້ແລະໄກ.
25 ພະເຢໂຫວາບອກວ່າ ‘ໂມອາບຖືກຕັດກຳລັງ*ແລ້ວ.
ແຂນຂອງລາວຖືກຫັກແລ້ວ.
26 ໃຫ້ເຮັດໃຫ້ລາວເມົາ+ຍ້ອນລາວເຮັດໃຫ້ໂຕເອງສູງກວ່າພະເຢໂຫວາ.+
ໂມອາບນອນເກືອກຮາກຂອງໂຕເອງ
ແລະລາວຖືກຄົນອື່ນເຍາະເຍີ້ຍ.
27 ເຈົ້າເຄີຍເຍາະເຍີ້ຍອິດສະຣາເອນບໍ່ແມ່ນບໍ?+
ລາວເປັນຂີ້ລັກບໍ
ເຈົ້າຈຶ່ງແກວ່ງຫົວໃສ່ລາວແລະເວົ້າໃຫ້ລາວ?
28 ຄົນທີ່ຢູ່ໂມອາບເອີ້ຍ ໃຫ້ອອກຈາກເມືອງຂອງພວກເຈົ້າແລະໄປຢູ່ຫຼືບຫີນ.
ໃຫ້ພວກເຈົ້າເປັນຄືກັບນົກເຂົາທີ່ເຮັດຮັງຢູ່ໜ້າຜາສູງຊັນ.’”
29 “ພວກເຮົາໄດ້ຍິນເລື່ອງຄວາມຍິ່ງຂອງໂມອາບແລ້ວ. ລາວຈອງຫອງຫຼາຍ.
ພວກເຮົາໄດ້ຍິນວ່າລາວເປັນຄົນຍິ່ງຈອງຫອງແທ້ໆ.”+
30 “ພະເຢໂຫວາບອກວ່າ ‘ເຮົາຮູ້ວ່າລາວໃຈຮ້າຍຫຼາຍ
ແຕ່ຄຳເວົ້າໂອ້ອວດຂອງລາວຈະບໍ່ມີປະໂຫຍດຫຍັງ.
ຄົນໂມອາບຈະບໍ່ເຮັດຫຍັງເລີຍ.
31 ຍ້ອນແນວນີ້ ເຮົາຈະຮ້ອງໄຫ້ໃຫ້ໂມອາບ
ເຮົາຈະຮ້ອງສຽງດັງເພື່ອຄົນໂມອາບທັງໝົດ
ແລະຈະຮ້ອງຄາງເພື່ອຄົນໃນກີເຣເຫເຣດ.+
32 ເຄືອໝາກລະແຊັງຂອງສິບມາເອີ້ຍ+
ເຮົາຈະຮ້ອງໄຫ້ໃຫ້ເຈົ້າຫຼາຍກວ່າທີ່ເຮົາຮ້ອງໄຫ້ໃຫ້ຢາເຊ.+
ງ່າຂອງພວກເຈົ້າຂະຫຍາຍໃຫຍ່ແລະຂ້າມທະເລໄປແລ້ວ.
ມັນຂະຫຍາຍໄປຈົນຮອດທະເລແລະຮອດຢາເຊແລ້ວ.
ພວກສັດຕູໄດ້ທຳລາຍໝາກໄມ້ລະດູຮ້ອນ
ແລະການເກັບກ່ຽວໝາກລະແຊັງຂອງພວກເຈົ້າແລ້ວ.+
33 ຄວາມສຸກຄວາມຍິນດີຖືກເອົາໄປຈາກສວນໝາກໄມ້
ແລະແຜ່ນດິນໂມອາບແລ້ວ.+
ເຮົາໄດ້ເຮັດໃຫ້ເຫຼົ້າແວງເຊົາໄຫຼຈາກອ່າງຢຽບໝາກລະແຊັງ.
ຈະບໍ່ມີໃຜຮ້ອງສຽງດັງດ້ວຍຄວາມດີໃຈ
ແລະຈະບໍ່ມີສຽງຮ້ອງຍິນດີຄືເກົ່າອີກແລ້ວ.+
34 ສຽງຮ້ອງຈາກເຮັດຊະໂບນ+ດັງໄປຮອດເອເລອາເລ.+
ເຂົາເຈົ້າຮ້ອງສຽງດັງໄປຈົນຮອດຢາຮາດ.+
ສຽງຈາກໂຊອາກໍດັງໄປຮອດໂຮໂຣນາຢິມ+ແລະເອັກລາດເຊລີຊີຢາ.
ແມ່ນແຕ່ນ້ຳທີ່ຢູ່ນິມຣີມກໍຈະບົກແຫ້ງ.’+
35 ພະເຢໂຫວາບອກວ່າ ‘ຄົນທີ່ເອົາເຄື່ອງບູຊາໄປໃຫ້ຢູ່ບ່ອນນະມັດສະການ
ແລະຄົນທີ່ເຜົາເຄື່ອງຫອມໃຫ້ພະເຈົ້າຂອງເຂົາເຈົ້າ
ເຮົາຈະເຮັດໃຫ້ໝົດໄປຈາກໂມອາບ.
36 ຍ້ອນແນວນີ້ ຫົວໃຈຂອງເຮົາຈະສົ່ງສຽງຮ້ອງຄາງເພື່ອໂມອາບຄືກັບສຽງຂຸ່ຍ*+
ແລະຫົວໃຈຂອງເຮົາຈະສົ່ງສຽງຮ້ອງຄາງເພື່ອຄົນກີເຣເຫເຣດຄືກັບສຽງຂຸ່ຍຄືກັນ
ຍ້ອນຊັບສົມບັດທີ່ເຂົາເຈົ້າສະສົມມາຈະຖືກທຳລາຍ.
37 ທຸກຄົນພາກັນແຖຫົວ+
ແລະຕັດເຄົາ.
38 ພະເຢໂຫວາບອກວ່າ ‘ຢູ່ເທິງດາດຟ້າທັງໝົດ
ແລະຢູ່ເດີ່ນທັງໝົດຂອງເມືອງໂມອາບ
ມີແຕ່ສຽງຮ້ອງໄຫ້
ຍ້ອນເຮົາໄດ້ເຮັດໃຫ້ໂມອາບແຕກ
ຄືກັບໄຫທີ່ຖືກຖິ້ມລົງພື້ນ.
39 ໂມອາບຢ້ານຫຼາຍ. ຄົນທີ່ຢູ່ໃນເມືອງເອີ້ຍ ໃຫ້ພາກັນຮ້ອງໄຫ້ເດີ້.
ໂມອາບຫັນຫຼັງດ້ວຍຄວາມອັບອາຍ.
ໂມອາບຖືກເຍາະເຍີ້ຍ
ແລະຄົນອ້ອມຂ້າງທັງໝົດທີ່ໄດ້ເຫັນໂມອາບກໍພາກັນຢ້ານຫຼາຍ.’
40 ພະເຢໂຫວາບອກວ່າ
41 ເມືອງຕ່າງໆຈະຖືກຍຶດ
ແລະປ້ອມທີ່ແຂງແຮງຂອງເມືອງເຫຼົ່ານັ້ນກໍຈະຖືກຍຶດຄືກັນ.
ໃນມື້ນັ້ນທະຫານທີ່ເກັ່ງໆຂອງໂມອາບຈະຮູ້ສຶກຢ້ານຫຼາຍ
ຄືກັບຜູ້ຍິງທີ່ກຳລັງເກີດລູກ.
42 ໂມອາບຈະຖືກທຳລາຍຈົນບໍ່ຖືກນັບເປັນຊາດໜຶ່ງອີກຕໍ່ໄປ+
ຍ້ອນໂມອາບໄດ້ຍົກໂຕເອງຕໍ່ສູ້ພະເຢໂຫວາ.’+
43 ພະເຢໂຫວາບອກວ່າ ‘ຄົນທີ່ຢູ່ໃນໂມອາບເອີ້ຍ
ຄວາມຢ້ານ ຂຸມເລິກ ແລະກັບດັກກໍຢູ່ຕໍ່ໜ້າພວກເຈົ້າແລ້ວ.
44 ຜູ້ທີ່ໜີມາຈາກຄວາມຢ້ານຈະຕົກລົງໄປໃນຂຸມເລິກ
ແລະຜູ້ທີ່ຂຶ້ນມາຈາກຂຸມເລິກໄດ້ກໍຈະຖືກກັບດັກ
ຍ້ອນເຮົາຈະເອົາປີຂອງການລົງໂທດມາໃຫ້ໂມອາບ.’ ພະເຢໂຫວາເວົ້າໄວ້ແນວນີ້.
45 ‘ຄົນທີ່ໜີໄປເຮັດຊະໂບນເພື່ອຫວັງວ່າຈະໄດ້ຮັບການປົກປ້ອງຈະບໍ່ໄດ້ຮັບຄວາມຊ່ວຍເຫຼືອ*
ຍ້ອນໄຟຈະອອກມາຈາກເຮັດຊະໂບນ
ແລະອອກມາຈາກສີໂຮນ.+
ໄຟນັ້ນຈະເຜົາໄໝ້ໜ້າຜາກຂອງໂມອາບ
ແລະຈະເຜົາໄໝ້ຫົວກະໂຫຼກຂອງພວກທະຫານທີ່ມັກຄວາມຮຸນແຮງ.+
46 ໂມອາບເອີ້ຍ ພວກເຈົ້າຈະຕ້ອງຈິບຫາຍ.
ຄົນຂອງພະເຄມົດ+ຖືກທຳລາຍແລ້ວ.
ພວກລູກຊາຍຂອງພວກເຈົ້າຖືກຈັບໄປແລ້ວ
ແລະພວກລູກສາວຂອງພວກເຈົ້າກໍໄປເປັນຊະເລີຍແລ້ວ.+
47 ແຕ່ໃນສະໄໝສຸດທ້າຍ ເຮົາຈະລວບລວມພວກໂມອາບທີ່ຖືກຈັບໄປເປັນຊະເລີຍໃຫ້ກັບມາ.
ທັງໝົດນີ້ແມ່ນຄຳຕັດສິນກ່ຽວກັບພວກໂມອາບ.’+ ພະເຢໂຫວາເວົ້າໄວ້ແນວນີ້.”