ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 48
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ຄຳ​ພະຍາກອນ​ກ່ຽວ​ກັບ​ໂມອາບ (1-47)

ເຢເຣມີຢາ 48:1

ໄຂເງື່ອນ

  • *

    ຫຼື “ບ່ອນ​ສູງ​ທີ່​ປອດໄພ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 19:36, 37; ອຊຢ 15:1
  • +ຈຊບ 32:37, 38
  • +ຢຊ 13:15, 19; ອຊກ 25:9
  • +ອຊຢ 15:2

ເຢເຣມີຢາ 48:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 32:37; ອຊຢ 16:8

ເຢເຣມີຢາ 48:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 15:5; ຢຣມ 48:34

ເຢເຣມີຢາ 48:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 15:5

ເຢເຣມີຢາ 48:6

ໄຂເງື່ອນ

  • *

    ຕົ້ນ​ແປກ​ຊະນິດ​ໜຶ່ງ

ເຢເຣມີຢາ 48:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:29; 1ກສ 11:7

ເຢເຣມີຢາ 48:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 25:9

ເຢເຣມີຢາ 48:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຟຢ 2:9

ເຢເຣມີຢາ 48:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:28, 29; ຮຊອ 10:15; ອມ 5:5

ເຢເຣມີຢາ 48:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 16:6

ເຢເຣມີຢາ 48:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 48:8
  • +ອຊຢ 34:2
  • +ພສ 24:8

ເຢເຣມີຢາ 48:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 25:11

ເຢເຣມີຢາ 48:18

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ນັ່ງ​ລົງ​ຢູ່​ດິນ​ແຫ້ງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:30; ຢຊ 13:15, 17; ອຊຢ 15:2
  • +ຢຣມ 48:8

ເຢເຣມີຢາ 48:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 32:34; ພບຍ 2:36

ເຢເຣມີຢາ 48:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:13; ຢຊ 13:8, 9

ເຢເຣມີຢາ 48:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຟຢ 2:9
  • +ຈຊບ 21:23; ອຊຢ 15:4
  • +ຢຊ 13:15, 18

ເຢເຣມີຢາ 48:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 32:34
  • +ຈຊບ 32:3, 4

ເຢເຣມີຢາ 48:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 32:37; ຢຣມ 48:1
  • +ຈຊບ 32:37, 38; ຢຊ 13:15, 17; ອຊກ 25:9

ເຢເຣມີຢາ 48:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອມ 2:2

ເຢເຣມີຢາ 48:25

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຂົາ”

ເຢເຣມີຢາ 48:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 25:15, 16
  • +ຢຣມ 48:42

ເຢເຣມີຢາ 48:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສສ 2:15; ຊຟຢ 2:8

ເຢເຣມີຢາ 48:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 16:6; 25:10, 11; ຊຟຢ 2:9, 10

ເຢເຣມີຢາ 48:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 3:24, 25; ອຊຢ 16:7

ເຢເຣມີຢາ 48:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 32:37, 38; ຢຊ 13:15, 19
  • +ຈຊບ 21:32; 32:34, 35; ຢຊ 21:8, 39
  • +ອຊຢ 16:8, 9; ຢຣມ 48:8

ເຢເຣມີຢາ 48:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 25:10
  • +ອຊຢ 16:10

ເຢເຣມີຢາ 48:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:25; ຢຊ 13:15, 17
  • +ຈຊບ 32:37; ອຊຢ 16:9
  • +ຈຊບ 21:23
  • +ຢຣມ 48:2, 3
  • +ອຊຢ 15:4-6

ເຢເຣມີຢາ 48:36

ໄຂເງື່ອນ

  • *

    ໝາຍເຖິງ​ຂຸ່ຍ​ທີ່​ໃຊ້​ຫຼິ້ນ​ເພງ​ໄວ້ທຸກ​ໃນ​ງານ​ສົບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 16:11

ເຢເຣມີຢາ 48:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 16:6
  • +ລລວ 19:28
  • +ປຖກ 37:34; ອຊຢ 15:2, 3

ເຢເຣມີຢາ 48:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສສ 4:19; ຮບກ 1:8
  • +ຢຣມ 49:22

ເຢເຣມີຢາ 48:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 30:11
  • +ຢຣມ 48:29

ເຢເຣມີຢາ 48:45

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໃນ​ເງົາ​ຂອງ​ເຮັດຊະໂບນ ຄົນ​ທີ່​ໜີ​ໄປ​ຈະ​ໄດ້​ແຕ່​ຢືນ​ຢູ່​ຊື່​ໆ​”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:26, 28
  • +ຈຊບ 24:17; ອມ 2:2

ເຢເຣມີຢາ 48:46

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:29; 1ກສ 11:7
  • +ຢຣມ 48:7

ເຢເຣມີຢາ 48:47

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 25:11

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 48:1ປຖກ 19:36, 37; ອຊຢ 15:1
ຢຣມ. 48:1ຈຊບ 32:37, 38
ຢຣມ. 48:1ຢຊ 13:15, 19; ອຊກ 25:9
ຢຣມ. 48:1ອຊຢ 15:2
ຢຣມ. 48:2ຈຊບ 32:37; ອຊຢ 16:8
ຢຣມ. 48:3ອຊຢ 15:5; ຢຣມ 48:34
ຢຣມ. 48:5ອຊຢ 15:5
ຢຣມ. 48:7ຈຊບ 21:29; 1ກສ 11:7
ຢຣມ. 48:8ອຊກ 25:9
ຢຣມ. 48:9ຊຟຢ 2:9
ຢຣມ. 48:131ກສ 12:28, 29; ຮຊອ 10:15; ອມ 5:5
ຢຣມ. 48:14ອຊຢ 16:6
ຢຣມ. 48:15ຢຣມ 48:8
ຢຣມ. 48:15ອຊຢ 34:2
ຢຣມ. 48:15ພສ 24:8
ຢຣມ. 48:16ອຊກ 25:11
ຢຣມ. 48:18ຈຊບ 21:30; ຢຊ 13:15, 17; ອຊຢ 15:2
ຢຣມ. 48:18ຢຣມ 48:8
ຢຣມ. 48:19ຈຊບ 32:34; ພບຍ 2:36
ຢຣມ. 48:20ຈຊບ 21:13; ຢຊ 13:8, 9
ຢຣມ. 48:21ຊຟຢ 2:9
ຢຣມ. 48:21ຈຊບ 21:23; ອຊຢ 15:4
ຢຣມ. 48:21ຢຊ 13:15, 18
ຢຣມ. 48:22ຈຊບ 32:34
ຢຣມ. 48:22ຈຊບ 32:3, 4
ຢຣມ. 48:23ຈຊບ 32:37; ຢຣມ 48:1
ຢຣມ. 48:23ຈຊບ 32:37, 38; ຢຊ 13:15, 17; ອຊກ 25:9
ຢຣມ. 48:24ອມ 2:2
ຢຣມ. 48:26ຢຣມ 25:15, 16
ຢຣມ. 48:26ຢຣມ 48:42
ຢຣມ. 48:27ສສ 2:15; ຊຟຢ 2:8
ຢຣມ. 48:29ອຊຢ 16:6; 25:10, 11; ຊຟຢ 2:9, 10
ຢຣມ. 48:312ກສ 3:24, 25; ອຊຢ 16:7
ຢຣມ. 48:32ຈຊບ 32:37, 38; ຢຊ 13:15, 19
ຢຣມ. 48:32ຈຊບ 21:32; 32:34, 35; ຢຊ 21:8, 39
ຢຣມ. 48:32ອຊຢ 16:8, 9; ຢຣມ 48:8
ຢຣມ. 48:33ຢຣມ 25:10
ຢຣມ. 48:33ອຊຢ 16:10
ຢຣມ. 48:34ຈຊບ 21:25; ຢຊ 13:15, 17
ຢຣມ. 48:34ຈຊບ 32:37; ອຊຢ 16:9
ຢຣມ. 48:34ຈຊບ 21:23
ຢຣມ. 48:34ຢຣມ 48:2, 3
ຢຣມ. 48:34ອຊຢ 15:4-6
ຢຣມ. 48:36ອຊຢ 16:11
ຢຣມ. 48:37ຢຣມ 16:6
ຢຣມ. 48:37ລລວ 19:28
ຢຣມ. 48:37ປຖກ 37:34; ອຊຢ 15:2, 3
ຢຣມ. 48:40ສສ 4:19; ຮບກ 1:8
ຢຣມ. 48:40ຢຣມ 49:22
ຢຣມ. 48:42ຢຣມ 30:11
ຢຣມ. 48:42ຢຣມ 48:29
ຢຣມ. 48:45ຈຊບ 21:26, 28
ຢຣມ. 48:45ຈຊບ 24:17; ອມ 2:2
ຢຣມ. 48:46ຈຊບ 21:29; 1ກສ 11:7
ຢຣມ. 48:46ຢຣມ 48:7
ຢຣມ. 48:47ອຊກ 25:11
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 48:1-47

ເຢເຣມີຢາ

48 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ກ່ຽວ​ກັບ​ໂມອາບ​ວ່າ:+

“ເນໂບ​ຈິບຫາຍ​ແລ້ວ+ ຍ້ອນ​ເມືອງ​ນີ້​ຖືກ​ທຳລາຍ​ແລ້ວ.

ເມືອງ​ກີຣິອາດທາຢິມ+​ຖືກ​ເຮັດ​ໃຫ້​ອັບອາຍ​ແລະ​ຖືກ​ຍຶດ​ໄປ​ແລ້ວ.

ບ່ອນ​ລີ້​ທີ່​ປອດໄພ*​ຖືກ​ເຮັດ​ໃຫ້​ອັບອາຍ​ຂາຍ​ໜ້າ​ແລະ​ມຸ່ນ​ໝົດ​ແລ້ວ.+

 2 ເຂົາ​ເຈົ້າ​ບໍ່​ໄດ້​ຍົກ​ຍ້ອງ​ໂມອາບ​ອີກ​ຕໍ່​ໄປ.

ຢູ່​ເຮັດຊະໂບນ+​ພວກ​ສັດຕູ​ວາງ​ແຜນ​ທຳລາຍ​ໂມອາບ​ໂດຍ​ເວົ້າ​ວ່າ

‘ໃຫ້​ພວກ​ເຮົາ​ມາ​ຊອກ​ຫາ​ວິທີ​ທຳລາຍ​ຊາດ​ນີ້.’

ມັດເມັນ​ເອີ້ຍ ພວກ​ເຈົ້າ​ຄວນ​ມິດ​ຢູ່

ຍ້ອນ​ມີ​ດາບ​ກຳລັງ​ນຳ​ພວກ​ເຈົ້າ​ມາ.

 3 ມີ​ສຽງ​ຮ້ອງ​ມາ​ຈາກ​ໂຮໂຣນາຢິມ+

ຍ້ອນ​ເມືອງ​ນີ້​ຖືກ​ທຳລາຍ​ແລະ​ພັງ​ລົງ​ມາ​ໝົດ​ແລ້ວ.

 4 ໂມອາບ​ຖືກ​ທຳລາຍ​ແລ້ວ

ແລະ​ພວກ​ເດັກນ້ອຍ​ຂອງ​ເມືອງ​ນີ້​ກໍ​ພາກັນ​ຮ້ອງໄຫ້.

 5 ຄົນ​ທີ່​ຢູ່​ຫົນ​ທາງ​ທີ່​ຂຶ້ນ​ໄປ​ເມືອງ​ລູຮິດ​ກໍ​ພາກັນ​ຮ້ອງໄຫ້​ບໍ່​ເຊົາ

ແລະ​ຫົນ​ທາງ​ທີ່​ລົງ​ມາ​ເມືອງ​ໂຮໂຣນາຢິມ​ກໍ​ມີ​ສຽງ​ຮ້ອງ​ໄຫ້​ທຸກ​ໃຈ​ຍ້ອນ​ຄວາມ​ຈິບຫາຍ​ທີ່​ເກີດ​ຂຶ້ນ.+

 6 ໜີ​ໄປ​ແມ້! ເພື່ອ​ພວກ​ເຈົ້າ​ຈະ​ລອດ​ຊີວິດ.

ພວກ​ເຈົ້າ​ຈະ​ຕ້ອງ​ເປັນ​ຄື​ກັບ​ຕົ້ນ​ຈູນິເປີ້*​ຢູ່​ບ່ອນ​ກັນດານ.

 7 ຍ້ອນ​ພວກ​ເຈົ້າ​ໄວ້ໃຈ​ໃນ​ຜົນ​ງານ​ແລະ​ຊັບ​ສົມບັດ​ຂອງ​ໂຕເອງ

ພວກ​ເຈົ້າ​ກໍ​ຈະ​ຖືກ​ຈັບ​ໄປ​ຄື​ກັນ.

ພະ​ເຄມົດ+​ຂອງ​ພວກ​ເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ

ພ້ອມ​ກັບ​ພວກ​ປະໂລຫິດ​ແລະ​ພວກ​ເຈົ້າ​ນາຍ​ທີ່​ຮັບ​ໃຊ້​ພະ​ນັ້ນ.

 8 ພວກ​ຜູ້​ທຳລາຍ​ຈະ​ເຂົ້າ​ມາ​ທຸກ​ເມືອງ.

ຈະ​ບໍ່​ມີ​ເມືອງ​ໃດ​ລອດ​ເລີຍ.+

ຮ່ອມ​ພູ​ແລະ​ທົ່ງ​ພຽງ​ຈະ​ຖືກ​ທຳລາຍ

ຄື​ກັບ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ໄວ້.

 9 ໃຫ້​ເຮັດ​ປ້າຍ​ບອກ​ທາງ​ໃຫ້​ໂມອາບ

ຍ້ອນ​ວ່າ​ເມື່ອ​ເມືອງ​ຕ່າງ​ໆ​ກາຍ​ເປັນ​ຊາກຫັກພັງ ຄົນ​ໂມອາບ​ກໍ​ຈະ​ໜີ​ໄປ.

ຄົນ​ອື່ນ​ໆ​ທີ່​ໄດ້​ເຫັນ​ເມືອງ​ໂມອາບ​ກໍ​ຈະ​ຕົກໃຈ​ແລະ​ຢ້ານ​ຫຼາຍ.

ຈະ​ບໍ່​ມີ​ໃຜ​ອາໄສ​ຢູ່​ແຜ່ນດິນ​ນັ້ນ​ເລີຍ.+

10 ຄົນ​ທີ່​ບໍ່​ຕັ້ງໃຈ​ເຮັດ​ວຽກ​ຂອງ​ພະ​ເຢໂຫວາ​ຈະ​ຖືກ​ສາບ​ແຊ່ງ.

ຄົນ​ທີ່​ບໍ່​ຍອມ​ໃຊ້​ດາບ​ເພື່ອ​ຂ້າ​ຟັນ​ກໍ​ຈະ​ຖືກ​ສາບແຊ່ງ​ຄື​ກັນ.

11 ຄົນ​ໂມອາບ​ບໍ່​ເຄີຍ​ຖືກ​ລົບກວນ​ຕັ້ງແຕ່​ຕອນ​ຍັງ​ໜຸ່ມ.

ເຂົາ​ເຈົ້າ​ເປັນ​ຄື​ກັບ​ເຫຼົ້າແວງ​ທີ່​ຕົກ​ຕະກອນ​ຢູ່​ໃນ​ໂຖ

ແລະ​ບໍ່​ເຄີຍ​ຖືກ​ເທ​ໃສ່​ໂຖ​ໃໝ່.

ເຂົາ​ເຈົ້າ​ບໍ່​ເຄີຍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ

ຍ້ອນ​ແນວ​ນີ້ ລົດ​ຊາດ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ຍັງ​ຄື​ເກົ່າ

ແລະ​ກິ່ນ​ຂອງ​ເຂົາ​ເຈົ້າ​ກໍ​ບໍ່​ປ່ຽນ​ເລີຍ.

12 ພະ​ເຢໂຫວາ​ບອກ​ວ່າ ‘ເບິ່ງ​ແມ້! ອີກ​ຈັກ​ໜ້ອຍ​ເຮົາ​ຈະ​ສົ່ງ​ຄົນ​ໄປ​ຂວ້ຳ​ເຂົາ​ເຈົ້າ. ຄົນ​ເຫຼົ່າ​ນັ້ນ​ຈະ​ຂວ້ຳ​ເຂົາ​ເຈົ້າ ເທ​ເຂົາ​ເຈົ້າ​ອອກ​ຈາກ​ໂຖ​ຈົນ​ບໍ່​ເຫຼືອ ແລະ​ທຸບ​ໂຖ​ໃຫຍ່​ເຫຼົ່າ​ນັ້ນ​ຈົນ​ແຕກ​ເປັນ​ປ່ຽງ​ໆ​. 13 ຄົນ​ໂມອາບ​ຈະ​ຕ້ອງ​ອັບອາຍ​ຍ້ອນ​ພະ​ເຄມົດ ຄື​ກັບ​ທີ່​ຄົນ​ອິດສະຣາເອນ​ຕ້ອງ​ອັບອາຍ​ຍ້ອນ​ເຂົາ​ເຈົ້າ​ເຄີຍ​ໝັ້ນ​ໃຈ​ໃນ​ການ​ນະມັດສະການ​ປອມ​ຂອງ​ເຂົາ​ເຈົ້າ​ຢູ່​ເມືອງ​ເບເທນ.+

14 ພວກ​ເຈົ້າ​ກ້າ​ເວົ້າ​ໄດ້​ແນວ​ໃດ​ວ່າ “ພວກ​ເຮົາ​ເປັນ​ທະຫານ​ທີ່​ເກັ່ງ​ຫຼາຍ​ແລະ​ພ້ອມ​ອອກ​ໄປ​ສູ້ຮົບ”?+

15 ໂມອາບ​ຖືກ​ທຳລາຍ​ແລ້ວ

ແລະ​ເມືອງ​ຕ່າງ​ໆ​ຂອງ​ໂມອາບ​ກໍ​ຖືກ​ບຸກ​ໂຈມຕີ​ແລ້ວ.+

ຄົນ​ໜຸ່ມ​ທີ່​ດີ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ​ກໍ​ຖືກ​ຂ້າ​ແລ້ວ.’+

ກະສັດ​ຜູ້​ມີ​ຊື່​ວ່າ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ໄດ້​ເວົ້າ​ໄວ້​ແນວ​ນີ້.+

16 ຄວາມ​ຈິບຫາຍ​ຂອງ​ຄົນ​ໂມອາບ​ມາ​ໃກ້​ແລ້ວ.

ອີກ​ບໍ່​ດົນ​ເຂົາ​ເຈົ້າ​ຈະ​ຖືກ​ທຳລາຍ.+

17 ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຂົາ​ເຈົ້າ​ຈະ​ເຫັນ​ອົກ​ເຫັນ​ໃຈ​ເຂົາ​ເຈົ້າ.

ທຸກ​ຄົນ​ທີ່​ຮູ້​ຈັກ​ຊື່​ຂອງ​ເຂົາ​ເຈົ້າ​ຈະ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ

‘ໄມ້​ທີ່​ມີ​ກຽດ​ແລະ​ໄມ້​ຄ້ອນ​ເທົ້າ​ທີ່​ງາມ​ໆ​ຖືກ​ຫັກ​ແລ້ວ.’

18 ພວກ​ຜູ້​ຍິງ​ທີ່​ຢູ່​ດີໂບນ​ເອີ້ຍ+ ໃຫ້​ລົງ​ມາ​ຈາກ​ຕຳແໜ່ງ​ທີ່​ມີ​ກຽດ​ຂອງ​ພວກ​ເຈົ້າ

ແລະ​ນັ່ງ​ລົງ​ດ້ວຍ​ຄວາມ​ຫິວ​ນ້ຳ*

ຍ້ອນ​ຜູ້​ທຳລາຍ​ຂອງ​ໂມອາບ​ມາ​ຕໍ່ສູ້​ພວກ​ເຈົ້າ​ແລ້ວ.

ລາວ​ຈະ​ເຮັດ​ໃຫ້​ບ່ອນ​ຕ່າງ​ໆ​ທີ່​ມີ​ປ້ອມ​ສູງ​ຂອງ​ພວກ​ເຈົ້າ​ກາຍ​ເປັນ​ຊາກ​ຫັກ​ພັງ.+

19 ຄົນ​ທີ່​ຢູ່​ໃນ​ເມືອງ​ອາໂຣເອ​ເອີ້ຍ+ ໃຫ້​ຢືນ​ຢູ່​ແຄມ​ທາງ​ແລະ​ແນມ​ເບິ່ງ.

ໃຫ້​ຖາມ​ຜູ້​ຊາຍ​ແລະ​ຜູ້​ຍິງ​ທີ່​ໜີ​ໄປ​ວ່າ ‘ເກີດ​ຫຍັງ​ຂຶ້ນ?’

20 ໂມອາບ​ຖືກ​ເຮັດ​ໃຫ້​ຢ້ານ​ແລະ​ອັບອາຍ.

ໃຫ້​ຮ້ອງ​ໄຫ້​ແລະ​ຮ້ອງ​ອອກ​ມາ​ດັງ​ໆ​.

ໃຫ້​ປະກາດ​ຢູ່​ອາໂນນ+​ວ່າ​ໂມອາບ​ຖືກ​ທຳລາຍ​ແລ້ວ.

21 ພະເຈົ້າ​ໄດ້​ຕັດສິນ​ທົ່ງ​ພຽງ​ແລ້ວ.+ ເພິ່ນ​ໄດ້​ຕັດສິນ​ໂຮໂລນ ຢາຮາດ+ ເມຟະອາດ+ 22 ດີໂບນ+ ເນໂບ+ ເບັດດີບລາທາຢິມ 23 ກີຣິອາດທາຢິມ+ ເບັດ​ກາມູນ ເບັດເມໂອນ+ 24 ເກຣີໂຢດ+ ໂບຊະຣາ ແລະ​ເມືອງ​ທັງໝົດ​ໃນ​ແຜ່ນດິນ​ໂມອາບ​ທັງ​ໃກ້​ແລະ​ໄກ.

25 ພະ​ເຢໂຫວາ​ບອກ​ວ່າ ‘ໂມອາບ​ຖືກ​ຕັດ​ກຳລັງ*​ແລ້ວ.

ແຂນ​ຂອງ​ລາວ​ຖືກ​ຫັກ​ແລ້ວ.

26 ໃຫ້​ເຮັດ​ໃຫ້​ລາວ​ເມົາ+​ຍ້ອນ​ລາວ​ເຮັດ​ໃຫ້​ໂຕເອງ​ສູງ​ກວ່າ​ພະ​ເຢໂຫວາ.+

ໂມອາບ​ນອນ​ເກືອກ​ຮາກ​ຂອງ​ໂຕເອງ

ແລະ​ລາວ​ຖືກ​ຄົນ​ອື່ນ​ເຍາະເຍີ້ຍ.

27 ເຈົ້າ​ເຄີຍ​ເຍາະເຍີ້ຍ​ອິດສະຣາເອນ​ບໍ່​ແມ່ນ​ບໍ?+

ລາວ​ເປັນ​ຂີ້​ລັກ​ບໍ

ເຈົ້າ​ຈຶ່ງ​ແກວ່ງ​ຫົວ​ໃສ່​ລາວ​ແລະ​ເວົ້າ​ໃຫ້​ລາວ?

28 ຄົນ​ທີ່​ຢູ່​ໂມອາບ​ເອີ້ຍ ໃຫ້​ອອກ​ຈາກ​ເມືອງ​ຂອງ​ພວກ​ເຈົ້າ​ແລະ​ໄປ​ຢູ່​ຫຼືບ​ຫີນ.

ໃຫ້​ພວກ​ເຈົ້າ​ເປັນ​ຄື​ກັບ​ນົກ​ເຂົາ​ທີ່​ເຮັດ​ຮັງ​ຢູ່​ໜ້າ​ຜາ​ສູງ​ຊັນ.’”

29 “ພວກ​ເຮົາ​ໄດ້​ຍິນ​ເລື່ອງ​ຄວາມ​ຍິ່ງ​ຂອງ​ໂມອາບ​ແລ້ວ. ລາວ​ຈອງຫອງ​ຫຼາຍ.

ພວກ​ເຮົາ​ໄດ້​ຍິນ​ວ່າ​ລາວ​ເປັນ​ຄົນ​ຍິ່ງ​ຈອງຫອງ​ແທ້​ໆ​.”+

30 “ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຮູ້​ວ່າ​ລາວ​ໃຈ​ຮ້າຍ​ຫຼາຍ

ແຕ່​ຄຳ​ເວົ້າ​ໂອ້​ອວດ​ຂອງ​ລາວ​ຈະ​ບໍ່​ມີ​ປະໂຫຍດ​ຫຍັງ.

ຄົນ​ໂມອາບ​ຈະ​ບໍ່​ເຮັດ​ຫຍັງ​ເລີຍ.

31 ຍ້ອນ​ແນວ​ນີ້ ເຮົາ​ຈະ​ຮ້ອງ​ໄຫ້​ໃຫ້​ໂມອາບ

ເຮົາ​ຈະ​ຮ້ອງ​ສຽງ​ດັງ​ເພື່ອ​ຄົນ​ໂມອາບ​ທັງໝົດ

ແລະ​ຈະ​ຮ້ອງ​ຄາງ​ເພື່ອ​ຄົນ​ໃນ​ກີເຣເຫເຣດ.+

32 ເຄືອ​ໝາກ​ລະແຊັງ​ຂອງ​ສິບມາ​ເອີ້ຍ+

ເຮົາ​ຈະ​ຮ້ອງ​ໄຫ້​ໃຫ້​ເຈົ້າ​ຫຼາຍ​ກວ່າ​ທີ່​ເຮົາ​ຮ້ອງ​ໄຫ້​ໃຫ້​ຢາເຊ.+

ງ່າ​ຂອງ​ພວກ​ເຈົ້າ​ຂະຫຍາຍ​ໃຫຍ່​ແລະ​ຂ້າມ​ທະເລ​ໄປ​ແລ້ວ.

ມັນ​ຂະຫຍາຍ​ໄປ​ຈົນ​ຮອດ​ທະເລ​ແລະ​ຮອດ​ຢາເຊ​ແລ້ວ.

ພວກ​ສັດຕູ​ໄດ້​ທຳລາຍ​ໝາກ​ໄມ້​ລະດູ​ຮ້ອນ

ແລະ​ການ​ເກັບ​ກ່ຽວ​ໝາກ​ລະແຊັງ​ຂອງ​ພວກ​ເຈົ້າ​ແລ້ວ.+

33 ຄວາມ​ສຸກ​ຄວາມ​ຍິນດີ​ຖືກ​ເອົາ​ໄປ​ຈາກ​ສວນ​ໝາກ​ໄມ້

ແລະ​ແຜ່ນດິນ​ໂມອາບ​ແລ້ວ.+

ເຮົາ​ໄດ້​ເຮັດ​ໃຫ້​ເຫຼົ້າແວງ​ເຊົາ​ໄຫຼ​ຈາກ​ອ່າງ​ຢຽບ​ໝາກ​ລະແຊັງ.

ຈະ​ບໍ່​ມີ​ໃຜ​ຮ້ອງ​ສຽງ​ດັງ​ດ້ວຍ​ຄວາມ​ດີ​ໃຈ

ແລະ​ຈະ​ບໍ່​ມີ​ສຽງ​ຮ້ອງ​ຍິນດີ​ຄື​ເກົ່າ​ອີກ​ແລ້ວ.+

34 ສຽງ​ຮ້ອງ​ຈາກ​ເຮັດຊະໂບນ+​ດັງ​ໄປ​ຮອດ​ເອເລອາເລ.+

ເຂົາ​ເຈົ້າ​ຮ້ອງ​ສຽງ​ດັງ​ໄປ​ຈົນ​ຮອດ​ຢາຮາດ.+

ສຽງ​ຈາກ​ໂຊອາ​ກໍ​ດັງ​ໄປ​ຮອດ​ໂຮໂຣນາຢິມ+​ແລະ​ເອັກລາດເຊລີຊີຢາ.

ແມ່ນ​ແຕ່​ນ້ຳ​ທີ່​ຢູ່​ນິມຣີມ​ກໍ​ຈະ​ບົກ​ແຫ້ງ.’+

35 ພະ​ເຢໂຫວາ​ບອກ​ວ່າ ‘ຄົນ​ທີ່​ເອົາ​ເຄື່ອງ​ບູຊາ​ໄປ​ໃຫ້​ຢູ່​ບ່ອນ​ນະມັດສະການ

ແລະ​ຄົນ​ທີ່​ເຜົາ​ເຄື່ອງ​ຫອມ​ໃຫ້​ພະເຈົ້າ​ຂອງ​ເຂົາ​ເຈົ້າ

ເຮົາ​ຈະ​ເຮັດ​ໃຫ້​ໝົດ​ໄປ​ຈາກ​ໂມອາບ.

36 ຍ້ອນ​ແນວ​ນີ້ ຫົວໃຈ​ຂອງ​ເຮົາ​ຈະ​ສົ່ງ​ສຽງ​ຮ້ອງ​ຄາງ​ເພື່ອ​ໂມອາບ​ຄື​ກັບ​ສຽງ​ຂຸ່ຍ*+

ແລະ​ຫົວໃຈ​ຂອງ​ເຮົາ​ຈະ​ສົ່ງ​ສຽງ​ຮ້ອງ​ຄາງ​ເພື່ອ​ຄົນ​ກີເຣເຫເຣດ​ຄື​ກັບ​ສຽງ​ຂຸ່ຍ​ຄື​ກັນ

ຍ້ອນ​ຊັບ​ສົມບັດ​ທີ່​ເຂົາ​ເຈົ້າ​ສະສົມ​ມາ​ຈະ​ຖືກ​ທຳລາຍ.

37 ທຸກ​ຄົນ​ພາກັນ​ແຖ​ຫົວ+

ແລະ​ຕັດ​ເຄົາ.

ທຸກ​ຄົນ​ປາດ​ມື​ຂອງ​ໂຕເອງ+

ແລະ​ນຸ່ງ​ຜ້າ​ເນື້ອ​ຫຍາບ.’+

38 ພະ​ເຢໂຫວາ​ບອກ​ວ່າ ‘ຢູ່​ເທິງ​ດາດ​ຟ້າ​ທັງໝົດ

ແລະ​ຢູ່​ເດີ່ນ​ທັງໝົດ​ຂອງ​ເມືອງ​ໂມອາບ

ມີ​ແຕ່​ສຽງ​ຮ້ອງໄຫ້

ຍ້ອນ​ເຮົາ​ໄດ້​ເຮັດ​ໃຫ້​ໂມອາບ​ແຕກ

ຄື​ກັບ​ໄຫ​ທີ່​ຖືກ​ຖິ້ມ​ລົງ​ພື້ນ.

39 ໂມອາບ​ຢ້ານ​ຫຼາຍ. ຄົນ​ທີ່​ຢູ່​ໃນ​ເມືອງ​ເອີ້ຍ ໃຫ້​ພາກັນ​ຮ້ອງໄຫ້​ເດີ້.

ໂມອາບ​ຫັນ​ຫຼັງ​ດ້ວຍ​ຄວາມ​ອັບອາຍ.

ໂມອາບ​ຖືກ​ເຍາະເຍີ້ຍ

ແລະ​ຄົນ​ອ້ອມ​ຂ້າງ​ທັງໝົດ​ທີ່​ໄດ້​ເຫັນ​ໂມອາບ​ກໍ​ພາກັນ​ຢ້ານ​ຫຼາຍ.’

40 ພະ​ເຢໂຫວາ​ບອກ​ວ່າ

‘ຄື​ກັບ​ນົກ​ອິນຊີ​ທີ່​ບິນ​ເຈີດ​ລົງ​ມາ+

ສັດຕູ​ກໍ​ຈະ​ກາງ​ປີກ​ແລະ​ມາ​ຄຸບ​ເອົາ​ໂມອາບ.+

41 ເມືອງ​ຕ່າງ​ໆ​ຈະ​ຖືກ​ຍຶດ

ແລະ​ປ້ອມ​ທີ່​ແຂງແຮງ​ຂອງ​ເມືອງ​ເຫຼົ່າ​ນັ້ນ​ກໍ​ຈະ​ຖືກ​ຍຶດ​ຄື​ກັນ.

ໃນ​ມື້​ນັ້ນ​ທະຫານ​ທີ່​ເກັ່ງ​ໆ​ຂອງ​ໂມອາບ​ຈະ​ຮູ້ສຶກ​ຢ້ານ​ຫຼາຍ

ຄື​ກັບ​ຜູ້​ຍິງ​ທີ່​ກຳລັງ​ເກີດ​ລູກ.

42 ໂມອາບ​ຈະ​ຖືກ​ທຳລາຍ​ຈົນ​ບໍ່​ຖືກ​ນັບ​ເປັນ​ຊາດ​ໜຶ່ງ​ອີກ​ຕໍ່​ໄປ+

ຍ້ອນ​ໂມອາບ​ໄດ້​ຍົກ​ໂຕເອງ​ຕໍ່ສູ້​ພະ​ເຢໂຫວາ.’+

43 ພະ​ເຢໂຫວາ​ບອກ​ວ່າ ‘ຄົນ​ທີ່​ຢູ່​ໃນ​ໂມອາບ​ເອີ້ຍ

ຄວາມ​ຢ້ານ ຂຸມ​ເລິກ ແລະ​ກັບດັກ​ກໍ​ຢູ່​ຕໍ່​ໜ້າ​ພວກ​ເຈົ້າ​ແລ້ວ.

44 ຜູ້​ທີ່​ໜີ​ມາ​ຈາກ​ຄວາມ​ຢ້ານ​ຈະ​ຕົກ​ລົງ​ໄປ​ໃນ​ຂຸມ​ເລິກ

ແລະ​ຜູ້​ທີ່​ຂຶ້ນ​ມາ​ຈາກ​ຂຸມ​ເລິກ​ໄດ້​ກໍ​ຈະ​ຖືກ​ກັບດັກ

ຍ້ອນ​ເຮົາ​ຈະ​ເອົາ​ປີ​ຂອງ​ການ​ລົງໂທດ​ມາ​ໃຫ້​ໂມອາບ.’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

45 ‘ຄົນ​ທີ່​ໜີ​ໄປ​ເຮັດຊະໂບນ​ເພື່ອ​ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ປົກປ້ອງ​ຈະ​ບໍ່​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ*

ຍ້ອນ​ໄຟ​ຈະ​ອອກ​ມາ​ຈາກ​ເຮັດຊະໂບນ

ແລະ​ອອກ​ມາ​ຈາກ​ສີໂຮນ.+

ໄຟ​ນັ້ນ​ຈະ​ເຜົາ​ໄໝ້​ໜ້າ​ຜາກ​ຂອງ​ໂມອາບ

ແລະ​ຈະ​ເຜົາ​ໄໝ້​ຫົວ​ກະໂຫຼກ​ຂອງ​ພວກ​ທະຫານ​ທີ່​ມັກ​ຄວາມ​ຮຸນແຮງ.+

46 ໂມອາບ​ເອີ້ຍ ພວກ​ເຈົ້າ​ຈະ​ຕ້ອງ​ຈິບຫາຍ.

ຄົນ​ຂອງ​ພະ​ເຄມົດ+​ຖືກ​ທຳລາຍ​ແລ້ວ.

ພວກ​ລູກ​ຊາຍ​ຂອງ​ພວກ​ເຈົ້າ​ຖືກ​ຈັບ​ໄປ​ແລ້ວ

ແລະ​ພວກ​ລູກ​ສາວ​ຂອງ​ພວກ​ເຈົ້າ​ກໍ​ໄປ​ເປັນ​ຊະເລີຍ​ແລ້ວ.+

47 ແຕ່​ໃນ​ສະໄໝ​ສຸດ​ທ້າຍ ເຮົາ​ຈະ​ລວບ​ລວມ​ພວກ​ໂມອາບ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃຫ້​ກັບ​ມາ.

ທັງໝົດ​ນີ້​ແມ່ນ​ຄຳ​ຕັດສິນ​ກ່ຽວ​ກັບ​ພວກ​ໂມອາບ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌