-
ຮຽນຈາກຕົວຢ່າງຂອງດານີເອນຫໍສັງເກດການ (ສຶກສາ)—2023 | ສິງຫາ
-
-
6. ສິ່ງໃດອາດຊ່ວຍດານີເອນໃຫ້ກ້າຫານ?
6 ສິ່ງໃດອາດຊ່ວຍດານີເອນໃຫ້ກ້າຫານຕະຫຼອດຊີວິດຂອງລາວ? ຕອນທີ່ລາວຍັງນ້ອຍ ລາວຄືຊິໄດ້ເຫັນຕົວຢ່າງທີ່ດີຂອງພໍ່ແມ່ ແລະພໍ່ແມ່ຂອງລາວກໍເຊື່ອຟັງຄຳສັ່ງຂອງພະເຢໂຫວາທີ່ໃຫ້ພໍ່ແມ່ຄົນອິດສະຣາເອນສອນກົດໝາຍພະເຈົ້າໃຫ້ກັບລູກ. (ພບຍ. 6:6-9) ດານີເອນບໍ່ພຽງແຕ່ມີຄວາມຮູ້ພື້ນຖານກົດໝາຍຂອງໂມເຊ ເຊັ່ນ ກົດໝາຍ 10 ຂໍ້ເທົ່ານັ້ນ ແຕ່ລາວຍັງຮູ້ຈັກກົດໝາຍເປັນຢ່າງດີ ເຊັ່ນ ລາວຮູ້ວ່າສິ່ງໃດກິນໄດ້ແລະສິ່ງໃດກິນບໍ່ໄດ້.c (ລລວ. 11:4-8; ດນອ. 1:8, 11-13) ນອກຈາກນັ້ນ ດານີເອນຍັງໄດ້ຮຽນຮູ້ປະຫວັດຂອງປະຊາຊົນຂອງພະເຢໂຫວາແລະຮູ້ວ່າເກີດຫຍັງຂຶ້ນຕອນທີ່ເຂົາເຈົ້າບໍ່ເຊື່ອຟັງ. (ດນອ. 9:10, 11) ແລະຕະຫຼອດຊີວິດຂອງດານີເອນລາວໄດ້ເຫັນດ້ວຍໂຕເອງວ່າ ພະເຢໂຫວາແລະທູດສະຫວັນຄອຍຊ່ວຍເຫຼືອລາວຢູ່.—ດນອ. 2:19-24; 10:12, 18, 19
-
-
ຮຽນຈາກຕົວຢ່າງຂອງດານີເອນຫໍສັງເກດການ (ສຶກສາ)—2023 | ສິງຫາ
-
-
c ອາດມີສາມເຫດຜົນທີ່ດານີເອນບໍ່ກິນອາຫານຂອງພວກບາບີໂລນ ເຊັ່ນ: (1) ຊີ້ນສັດທີ່ເອົາມາເຮັດອາຫານອາດເປັນສັດທີ່ກົດໝາຍຂອງໂມເຊຫ້າມກິນ. (ພບຍ. 14:7, 8) (2) ຊີ້ນສັດນັ້ນອາດເອົາເລືອດອອກບໍ່ຖືກວິທີ. (ລລວ. 17:10-12) (3) ພວກບາບີໂລນມັກເອົາສັດໄປຖວາຍບູຊາໃຫ້ເທບພະເຈົ້າກ່ອນແລ້ວຈຶ່ງເອົາອາຫານນັ້ນມາກິນ. ການກິນອາຫານເຫຼົ່ານີ້ອາດເຮັດໃຫ້ຄົນອື່ນຄິດວ່າລາວນະມັດສະການພະປອມ.—ສົມທຽບກັບລະບຽບພວກເລວີ 7:15; 1 ໂກຣິນໂທ 10:18, 21, 22
-