ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສດຮ ບົດຮຽນ 1
  • ສົນໃຈ​ຄົນ​ອື່ນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສົນໃຈ​ຄົນ​ອື່ນ
  • ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສິ່ງ​ທີ່​ພະ​ເຢຊູ​ເຮັດ
  • ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?
  • ຮຽນ​ແບບ​ພະ​ເຢຊູ
  • ເປັນ​ທຳມະຊາດ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ປັບ​ປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ—ການ​ເລີ່ມ​ສົນທະນາ​ທີ່​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ປະກາດ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ເມດຕາ​ກະລຸນາ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ສດຮ ບົດຮຽນ 1

ເລີ່ມ​ລົມ

ພະ​ເຢຊູ​ລົມ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ນ້ຳ​ສ້າງ.

ຢຮ. 4:6-9

ບົດ​ທີ 1

ສົນໃຈ​ຄົນ​ອື່ນ

ຫຼັກການ: “ຄວາມ​ຮັກ . . . ບໍ່​ເຫັນ​ແກ່​ໂຕ.”—1 ກຣ. 13:4, 5

ສິ່ງ​ທີ່​ພະ​ເຢຊູ​ເຮັດ

ພະ​ເຢຊູ​ລົມ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ນ້ຳ​ສ້າງ.

ວິດີໂອ: ພະ​ເຢຊູ​ລົມ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ນ້ຳ​ສ້າງ

1. ເບິ່ງ ວິດີໂອ ຫຼື​ອ່ານ​ໂຢຮັນ 4:6-9. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1. ກ. ພະ​ເຢຊູ​ສັງເກດ​ເຫັນ​ຫຍັງ​ກ່ຽວກັບ​ຜູ້​ຍິງ​ຄົນ​ນັ້ນ​ກ່ອນ​ເລີ່ມ​ລົມ?

  2. ຂ. ພະ​ເຢຊູ​ເວົ້າ​ວ່າ: “ຂ້ອຍ​ຂໍ​ກິນ​ນ້ຳ​ແດ່.” ເປັນ​ຫຍັງ​ວິທີ​ນີ້​ຈຶ່ງ​ເປັນ​ວິທີ​ທີ່​ໄດ້​ຜົນ​ໃນ​ການ​ເລີ່ມ​ລົມ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?

2. ເຮົາ​ຈະ​ລົມ​ນຳ​ຄົນ​ອື່ນ​ໄດ້​ງ່າຍ​ຂຶ້ນ​ຖ້າ​ເຮົາ​ເລີ່ມ​ໂດຍ​ໃຊ້​ເລື່ອງ​ທີ່​ເຂົາເຈົ້າ​ສົນໃຈ.

ຮຽນ​ແບບ​ພະ​ເຢຊູ

3. ພ້ອມ​ຈະ​ປັບ​ປ່ຽນ. ຢ່າ​ພະຍາຍາມ​ທີ່​ຈະ​ເລີ່ມ​ລົມ​ໃນ​ເລື່ອງ​ທີ່​ເຈົ້າ​ໄດ້​ກຽມ​ໄວ້​ເທົ່າ​ນັ້ນ. ແຕ່​ໃຫ້​ເລີ່ມ​ດ້ວຍ​ເລື່ອງ​ທີ່​ຄົນ​ອື່ນ​ກຳລັງ​ສົນໃຈ​ໃນ​ຕອນ​ນັ້ນ. ໃຫ້​ຖາມ​ໂຕເອງ​ວ່າ:

  1. ກ. ‘ຊ່ວງ​ນີ້​ມີ​ຂ່າວ​ຫຍັງ​ແດ່?’

  2. ຂ. ‘ເພື່ອນ​ບ້ານ ໝູ່​ຢູ່​ບ່ອນ​ເຮັດ​ວຽກ ຫຼື​ໝູ່​ຢູ່​ໂຮງຮຽນ​ກຳລັງ​ເວົ້າ​ເຖິງ​ເລື່ອງ​ຫຍັງ?’

4. ເປັນ​ຄົນ​ມັກ​ສັງເກດ. ໃຫ້​ຖາມ​ໂຕເອງ​ວ່າ:

  1. ກ. ‘ຄົນ​ທີ່​ເຮົາ​ລົມ​ນຳ​ກຳລັງ​ເຮັດ​ຫຍັງ​ຢູ່? ລາວ​ອາດຈະ​ກຳລັງ​ຄິດ​ຫຍັງ​ຢູ່?’

  2. ຂ. ‘ເຄື່ອງນຸ່ງ ຮູບ​ຮ່າງ​ໜ້າ​ຕາ ຫຼື​ເຮືອນ​ຂອງ​ລາວ​ບອກ​ຫຍັງ​ຂ້ອຍ​ກ່ຽວກັບ​ຄວາມ​ເຊື່ອ​ຫຼື​ວັດທະນະທຳ​ຂອງ​ລາວ?’

  3. ຄ. ‘ຕອນນີ້​ເໝາະ​ບໍ​ທີ່​ຈະ​ລົມ​ນຳ​ລາວ?’

5. ຕັ້ງໃຈ​ຟັງ.

  1. ກ. ພະຍາຍາມ​ຢ່າ​ເວົ້າ​ຫຼາຍ​ເກີນ​ໄປ.

  2. ຂ. ກະຕຸ້ນ​ຄົນ​ທີ່​ເຮົາ​ລົມ​ນຳ​ໃຫ້​ສະແດງ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ອອກ​ມາ. ເມື່ອ​ເຫັນ​ວ່າ​ເໝາະ​ສົມ ກໍ​ຖາມ​ຄຳ​ຖາມ​ລາວ.

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ

ມທ. 7:12; 1 ກຣ. 9:20-23; ຟລປ. 2:4; ຢກບ. 1:19

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌