ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສດຮ ບົດຮຽນ 2
  • ເປັນ​ທຳມະຊາດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເປັນ​ທຳມະຊາດ
  • ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສິ່ງ​ທີ່​ຟີລິບ​ເຮັດ
  • ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຟີລິບ?
  • ຮຽນ​ແບບ​ຟີລິບ
  • ສົນໃຈ​ຄົນ​ອື່ນ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • “ບອກ​ຂ່າວ​ດີ​ເລື່ອງ​ພະເຢຊູ”
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
  • ປັບ​ປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ—ການ​ເລີ່ມ​ສົນທະນາ​ທີ່​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ປະກາດ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ເຈົ້າ​ຄວນ​ເຊົາ​ລົມ​ບໍ?
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ເບິ່ງຕື່ມ
ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ສດຮ ບົດຮຽນ 2

ເລີ່ມ​ລົມ

ຟີລິບ​ຜູ້​ປະກາດ​ຂ່າວດີ​ກຳລັງ​ລົມ​ກັບ​ຜູ້​ຊາຍ​ຄົນ​ເອທິໂອເປຍ​ຄົນ​ໜຶ່ງ​ເຊິ່ງ​ກຳລັງ​ອ່ານ​ມ່ວນ​ໜັງສື​ຕອນ​ທີ່​ນັ່ງ​ຢູ່​ເທິງ​ລົດ​ມ້າ.

ກຈກ. 8:30, 31

ບົດ​ທີ 2

ເປັນ​ທຳມະຊາດ

ຫຼັກການ: “ຄຳ​ເວົ້າ​ທີ່​ເວົ້າ​ຖືກ​ຈັງຫວະ​ກໍ​ດີ​ຫຼາຍ​ແທ້​ໆ.”—ສພສ. 15:23

ສິ່ງ​ທີ່​ຟີລິບ​ເຮັດ

ຟີລິບ​ຜູ້​ປະກາດ​ຂ່າວດີ​ກຳລັງ​ລົມ​ກັບ​ຜູ້​ຊາຍ​ຄົນ​ເອທິໂອເປຍ​ຄົນ​ໜຶ່ງ​ເຊິ່ງ​ກຳລັງ​ອ່ານ​ມ່ວນ​ໜັງສື​ຕອນ​ທີ່​ນັ່ງ​ຢູ່​ເທິງ​ລົດ​ມ້າ.

ວິດີໂອ: ຟີລິບ​ປະກາດ​ກັບ​ຂ້າລາຊະການ​ຄົນ​ເອທິໂອເປຍ

1. ເບິ່ງ ວິດີໂອ ຫຼື​ອ່ານ​ກິດຈະການ 8:30, 31. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1. ກ. ຟີລິບ​ເລີ່ມ​ລົມ​ແນວ​ໃດ?

  2. ຂ. ເປັນ​ຫຍັງ​ຈຶ່ງ​ເປັນ​ວິທີ​ທີ່​ເປັນ​ທຳມະຊາດ​ໃນ​ການ​ເລີ່ມ​ລົມ​ແລະ​ສອນ​ສິ່ງ​ໃໝ່​ໆ​ໃຫ້​ຜູ້​ຊາຍ​ຄົນ​ນັ້ນ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຟີລິບ?

2. ຖ້າ​ເຮົາ​ລົມ​ແບບ​ເປັນ​ທຳມະຊາດ ກໍ​ເປັນ​ໄປ​ໄດ້​ທີ່​ເຂົາ​ເຈົ້າ​ຈະ​ຮູ້ສຶກ​ຜ່ອນຄາຍ​ແລະ​ເຕັມໃຈ​ຟັງ​ສິ່ງ​ທີ່​ເຮົາ​ເວົ້າ​ຫຼາຍ​ຂຶ້ນ.

ຮຽນ​ແບບ​ຟີລິບ

3. ເປັນ​ຄົນ​ຮູ້​ຈັກ​ສັງເກດ. ເຈົ້າ​ຈະ​ຮູ້​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທີ່​ເຈົ້າ​ລົມ​ນຳ​ໄດ້​ໂດຍ​ສັງເກດ​ເບິ່ງ​ສີ​ໜ້າ​ທ່າທາງ​ຂອງ​ລາວ. ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ລາວ​ເຕັມໃຈ​ທີ່​ຈະ​ລົມ​ນຳ​ເຈົ້າຫຼື​ບໍ່? ເຈົ້າ​ອາດ​ເລີ່ມ​ເວົ້າ​ເຖິງ​ບາງ​ຢ່າງ​ຈາກ​ຄຳພີ​ໄບເບິນ​ໂດຍ​ພຽງ​ແຕ່​ຖາມ​ວ່າ “ເຈົ້າ​ຮູ້​ບໍ​ວ່າ . . . ?” ບໍ່​ຄວນ​ບັງຄັບ​ລາວ​ໃຫ້​ລົມ​ຕໍ່​ຖ້າ​ລາວ​ບໍ່​ຢາກ​ລົມ.

4. ອົດທົນ. ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ເລີ່ມ​ເວົ້າ​ເຖິງ​ຄຳພີ​ໄບເບິນ​ທັນທີ. ໃຫ້​ລໍ​ຖ້າ​ໂອກາດ​ທີ່​ເໝາະ​ສົມ​ເພື່ອ​ເຈົ້າ​ຈະ​ເວົ້າ​ໄດ້​ເປັນ​ທຳມະຊາດ. ບາງ​ເທື່ອ ເຈົ້າ​ອາດຈະ​ຕ້ອງ​ລໍຖ້າ​ຈົນ​ກວ່າ​ຈະ​ໄດ້​ລົມ​ນຳ​ລາວ​ອີກ​ໃນ​ເທື່ອ​ໜ້າ.

5. ພ້ອມ​ຈະ​ປັບ​ໂຕ. ຄົນ​ທີ່​ເຈົ້າ​ລົມ​ນຳ​ອາດ​ເວົ້າ​ເຖິງ​ເລື່ອງ​ທີ່​ເຈົ້າ​ບໍ່​ຄາດ​ຄິດ. ດັ່ງ​ນັ້ນ ຂໍ​ໃຫ້​ພ້ອມ​ທີ່​ຈະ​ເວົ້າ​ບາງ​ເລື່ອງ​ທີ່​ເໝາະ​ກັບ​ລາວ ເຖິງ​ວ່າ​ຈະ​ບໍ່​ແມ່ນ​ເລື່ອງ​ທີ່​ເຈົ້າ​ຄິດ​ໄວ້​ວ່າ​ຈະ​ລົມ​ນຳ​ລາວ​ກໍ​ຕາມ.

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ

ປຍຈ. 3:1, 7; 1 ກຣ. 9:22; 2 ກຣ. 2:17; ກລຊ. 4:6

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌