ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ບົດທີ 6 ໜ້າ 57-65
  • ຄົນ​ຕາຍ​ແລ້ວ​ໄປ​ຢູ່​ໃສ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄົນ​ຕາຍ​ແລ້ວ​ໄປ​ຢູ່​ໃສ?
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ມີ​ຫຍັງ​ເກີດ​ຂຶ້ນ​ແທ້ໆ ເມື່ອ​ຄົນ​ເຮົາ​ຕາຍ?
  • ສິ່ງ​ທີ່​ພະ​ເຍຊູ​ກ່າວ​ເຖິງ ກ່ຽວ​ກັບ​ຄວາມ​ຕາຍ
  • ສາເຫດ​ທີ່​ມະນຸດ​ຕາຍ
  • ການ​ຮູ້ຈັກ​ຄວາມ​ຈິງ​ໃນ​ເລື່ອງ ຄວາມ​ຕາຍ​ແມ່ນ​ເປັນ​ປະໂຫຍດ
  • ຕາຍ​ແລ້ວ​ເປັນ​ແນວ​ໃດ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ເຂົາ​ເຈົ້າ​ໄດ້​ເຊື່ອ​ຟັງ​ຊາຕານ—ແລ້ວ​ຜົນ​ເປັນ​ແນວ​ໃດ?
    ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
  • ມີ​ຄວາມ​ຫວັງ​ອັນ​ໃດ​ສຳລັບ​ຄົນ​ທີ່​ເຮົາ​ຮັກ​ເຊິ່ງ​ຕາຍ​ໄປ​ແລ້ວ?
    ມີຄວາມຫວັງອັນໃດສຳລັບຄົນທີ່ເຮົາຮັກເຊິ່ງຕາຍໄປແລ້ວ?
  • ຈຸດປະສົງຂອງພະເຢໂຫວາຈະສຳເລັດ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ເບິ່ງຕື່ມ
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ບົດທີ 6 ໜ້າ 57-65

ບົດ​ທີ​ຫົກ

ຄົນ​ຕາຍ​ແລ້ວ​ໄປ​ຢູ່​ໃສ?

  • ເກີດ​ຫຍັງ​ຂຶ້ນ​ກັບ​ເຮົາ​ເມື່ອ​ເຮົາ​ຕາຍ?

  • ເປັນ​ຫຍັງ​ເຮົາ​ຈຶ່ງ​ຕາຍ?

  • ການ​ຮູ້ຈັກ​ຄວາມ​ຈິງ​ເລື່ອງ​ຄວາມ​ຕາຍ​ຈະ​ເປັນ​ການ​ປອບ​ໂຍນ​ບໍ?

1-3. ມີ​ຄຳຖາມ​ຫຍັງ​ແດ່​ທີ່​ຄົນ​ເຮົາ​ມັກ​ຖາມ​ກ່ຽວ​ກັບ​ຄວາມ​ຕາຍ ແລະ​ສາສະໜາ​ຕ່າງໆໃຫ້​ຄຳ​ຕອບ​ວ່າ​ແນວ​ໃດ?

ເປັນ​ເວລາ​ຫຼາຍ​ພັນ​ປີ​ມາ​ແລ້ວ​ທີ່​ຜູ້​ຄົນ​ຄິດ​ເຖິງ​ຄຳຖາມ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້. ຄຳຖາມ​ເຫຼົ່າ​ນີ້​ສຳຄັນ. ບໍ່​ວ່າ​ເຮົາ​ແມ່ນ​ໃຜ​ຫຼື​ດຳລົງ​ຊີວິດ​ຢູ່​ໃສ​ກໍ​ຕາມ ຄຳຕອບ​ກ່ຽວ​ຂ້ອງ​ກັບ​ເຮົາ​ແຕ່​ລະ​ຄົນ.

2 ໃນ​ບົດ​ກ່ອນ ເຮົາ​ໄດ້​ພິ​ຈະ​ລະ​ນາ​ວິທີ​ທີ່​ເຄື່ອງ​ບູຊາ​ໄຖ່​ຂອງ​ພະ​ເຍຊູ​ໄດ້​ເປີດ​ໂອກາດ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ໄດ້​ຮຽນ​ຮູ້​ວ່າ​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ເວລາ​ທີ່ “ຄວາມ​ຕາຍ​ຈະ​ບໍ່​ມີ​ຕໍ່​ໄປ.” (ຄຳປາກົດ 21:4) ກ່ອນ​ຈະ​ເຖິງ​ເວລາ​ນັ້ນ ພວກ​ເຮົາ​ທຸກ​ຄົນ​ຍັງ​ຕ້ອງ​ຕາຍ. ກະສັດ​ຊາໂລໂມນ​ຜູ້​ສະຫຼາດ​ກ່າວ​ວ່າ “ຄົນ​ທັງ​ຫຼາຍ​ທີ່​ຍັງ​ເປັນ​ກໍ​ຮູ້ຈັກ​ວ່າ​ເຂົາ​ຈະ​ຕາຍ​ໄປ.” (ຜູ້ເທສະໜາປ່າວປະກາດ 9:5) ເຮົາ​ພະຍາຍາມ​ທີ່​ຈະ​ມີ​ຊີວິດ​ຍືນ​ຍາວ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ເຮົາ​ກໍ​ອາດ​ສົງໄສ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເຮົາ​ເມື່ອ​ເຮົາ​ຕາຍ.

3 ເມື່ອ​ຄົນ​ທີ່​ເຮົາ​ຮັກ​ເສຍ​ຊີວິດ ເຮົາ​ໂສກ​ເສົ້າ​ເສຍໃຈ ແລະ​ເຮົາ​ອາດ​ຖາມ​ວ່າ ‘ເກີດ​ຫຍັງ​ຂຶ້ນ​ກັບ​ເຂົາ​ເຈົ້າ? ເຂົາ​ເຈົ້າ​ຖືກ​ທໍລະມານ​ບໍ? ເຂົາ​ເຈົ້າ​ເບິ່ງ​ແຍງ​ເຮົາ​ຢູ່​ບໍ? ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ບໍ? ເຮົາ​ຈະ​ເຫັນ​ເຂົາ​ເຈົ້າ​ອີກ​ບໍ?’ ສາສະໜາ​ຕ່າງໆໃນ​ໂລກ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ແຕກຕ່າງ​ກັນ. ບາງ​ສາສະໜາ​ສອນ​ວ່າ​ຖ້າ​ເຮົາ​ເປັນ​ຄົນ​ດີ​ເຮົາ​ຈະ​ໄດ້​ໄປ​ສະຫວັນ ແຕ່​ຖ້າ​ເຮົາ​ເປັນ​ຄົນ​ບໍ່​ດີ​ເຮົາ​ກໍ​ຈະ​ຕົກ​ນາລົກ. ບາງ​ສາສະໜາ​ກໍ​ສອນ​ວ່າ​ເມື່ອ​ຄົນ​ເຮົາ​ຕາຍ ເຮົາ​ຈະ​ໄປ​ຢູ່​ກັບ​ປູ່​ຍ່າ​ຕາ​ນາຍ​ໃນ​ໂລກ​ວິນຍານ. ຍັງ​ມີ​ບາງ​ສາສະໜາ​ອີກ​ທີ່​ສອນ​ວ່າ​ຄົນ​ຕາຍ​ຈະ​ຖືກ​ຕັດສິນ​ໃນ​ແດນ​ຄົນ​ຕາຍ ແລະ​ຈາກ​ນັ້ນ​ກໍ​ມາ​ເກີດ​ໃໝ່​ໃນ​ອີກ​ຮ່າງ​ໜຶ່ງ.

4. ມີ​ແນວ​ຄິດ​ພື້ນຖານ​ອັນ​ໃດ​ກ່ຽວ​ກັບ​ຄວາມ​ຕາຍ​ທີ່​ຫຼາຍ​ສາສະໜາ​ສອນ​ຄື​ກັນ?

4 ຄຳ​ສອນ​ຂອງ​ສາສະໜາ​ເຫຼົ່າ​ນັ້ນ​ລ້ວນ​ແຕ່​ມີ​ແນວ​ຄິດ​ພື້ນຖານ​ຢ່າງ​ໜຶ່ງ​ທີ່​ຄື​ກັນ ນັ້ນ​ກໍ​ຄື​ມີ​ບາງ​ຢ່າງ​ໃນ​ໂຕ​ເຮົາ​ຍັງ​ຢູ່​ຕໍ່​ໄປ​ຫຼັງ​ຈາກ​ຮ່າງກາຍ​ຕາຍ​ແລ້ວ. ຕາມ​ທີ່​ເກືອບ​ທຸກ​ສາສະໜາ​ທັງ​ໃນ​ອະດີດ​ແລະ​ໃນ​ປັດຈຸບັນ​ສອນ ເຮົາ​ຍັງ​ມີ​ຊີວິດ​ຢູ່​ຕໍ່​ໄປ​ໃນ​ຮູບ​ການ​ໃດ​ໜຶ່ງ​ທີ່​ສາມາດ​ເບິ່ງ​ເຫັນ ໄດ້​ຍິນ ແລະ​ນຶກ​ຄິດ. ແຕ່​ຈະ​ເປັນ​ຢ່າງ​ນັ້ນ​ໄດ້​ແນວ​ໃດ? ອິນຊີ​ທັງ​ຫ້າ​ລວມ​ທັງ​ຄວາມ​ຄຶດ​ຂອງ​ເຮົາ​ລ້ວນ​ແຕ່​ກ່ຽວ​ຂ້ອງ​ກັບ​ການ​ເຮັດ​ວຽກ​ຂອງ​ສະໝອງ. ເມື່ອ​ເຮົາ​ຕາຍ ສະໝອງ​ກໍ​ເຊົາ​ເຮັດ​ວຽກ. ຄວາມ​ຊົງ​ຈຳ ຄວາມ​ຮູ້ສຶກ ແລະ​ອິນຊີ​ທັງ​ຫ້າ​ຂອງ​ເຮົາ​ບໍ່​ໄດ້​ເຮັດ​ວຽກ​ດ້ວຍ​ຕົວ​ມັນ​ເອງ​ຕໍ່​ໄປ​ຢ່າງ​ເລິກ​ລັບ. ສິ່ງ​ເຫຼົ່າ​ນີ້​ບໍ່​ໄດ້​ຢູ່​ຕໍ່​ໄປ​ຫຼັງ​ຈາກ​ສະໝອງ​ເຊົາ​ເຮັດ​ວຽກ.

ມີ​ຫຍັງ​ເກີດ​ຂຶ້ນ​ແທ້ໆ ເມື່ອ​ຄົນ​ເຮົາ​ຕາຍ?

5, 6. ກ່ຽວ​ກັບ​ສະພາບ​ຂອງ​ຄົນ​ຕາຍ​ຄຳພີ​ໄບເບິນ​ສອນ​ວ່າ​ແນວ​ໃດ?

5 ສິ່ງ​ທີ່​ເກີດ​ຂຶ້ນ​ຕອນ​ຄົນ​ເຮົາ​ຕາຍ​ບໍ່​ໄດ້​ເປັນ​ເລື່ອງ​ເລິກ​ລັບ​ສຳລັບ​ພະ​ເຢໂຫວາ ເຊິ່ງ​ເປັນ​ຜູ້​ສ້າງ​ສະໝອງ. ພະອົງ​ຮູ້​ຄວາມ​ຈິງ​ແລະ​ໄດ້​ອະທິບາຍ​ສະພາບ​ຂອງ​ຄົນ​ຕາຍ​ໄວ້​ໃນ​ຄຳພີ​ໄບເບິນ​ເຊິ່ງ​ເປັນ​ພະ​ຄຳ​ຂອງ​ພະອົງ. ຄຳ​ສອນ​ທີ່​ຈະ​ແຈ້ງ​ຂອງ​ຄຳພີ​ໄບເບິນ​ກໍ​ຄື ເມື່ອ​ຄົນ​ເຮົາ​ຕາຍ ເຮົາ​ບໍ່​ມີ​ຊີວິດ​ຢູ່​ຕໍ່​ໄປ. ຄວາມ​ຕາຍ​ກົງ​ກັນ​ຂ້າມ​ກັບ​ການ​ມີ​ຊີວິດ. ຄົນ​ຕາຍ​ເບິ່ງ​ບໍ່​ເຫັນ ບໍ່​ໄດ້​ຍິນ ຫຼື​ນຶກ​ຄິດ​ບໍ່​ໄດ້. ເມື່ອ​ຮ່າງກາຍ​ຕາຍ​ໄປ​ແລ້ວ​ບໍ່​ມີ​ແມ່ນ​ແຕ່​ສ່ວນ​ດຽວ​ໃນ​ໂຕ​ເຮົາ​ທີ່​ຢູ່​ຕໍ່​ໄປ. ເຮົາ​ບໍ່​ມີ​ສ່ວນ​ໃດ​ທີ່​ເປັນ​ອະມະຕະ.a

ທຽນມອດກັບແປວທຽນທີ່ຫາຍໄປ

ແປວ​ທຽນ​ໄປ​ໃສ?

6 ຫຼັງ​ຈາກ​ທີ່​ຊາໂລໂມນ​ໄດ້​ກ່າວ​ວ່າ​ຄົນ​ທັງ​ຫຼາຍ​ທີ່​ຍັງ​ເປັນ​ກໍ​ຮູ້ຈັກ​ວ່າ​ເຂົາ​ຈະ​ຕາຍ​ໄປ ລາວ​ໄດ້​ຂຽນ​ວ່າ “ພວກ​ຄົນ​ຕາຍ​ແລ້ວ​ບໍ່​ຮູ້ຈັກ​ສິ່ງ​ໃດ.” ຈາກ​ນັ້ນ​ລາວ​ໄດ້​ຂະຫຍາຍ​ຄວາມ​ຈິງ​ພື້ນຖານ​ນັ້ນ​ໂດຍ​ກ່າວ​ວ່າ​ຄົນ​ຕາຍ​ບໍ່​ຮູ້ຈັກ​ຮັກ ຫຼື​ບໍ່​ຮູ້ຈັກ​ກຽດ​ຊັງ ແລະ “[ໃນ​ຂຸມ​ຝັງ​ສົບ] ບໍ່​ມີ​ກິດຈະການ ບໍ່​ມີ​ຄວາມ​ຄຶດ ບໍ່​ມີ​ວິຊາ​ຄວາມ​ຮູ້ ບໍ່​ມີ​ຄວາມ​ປັນຍາ.” (ຜູ້ເທສະໜາປ່າວປະກາດ 9:5, 6, 10) ຄ້າຍ​ຄື​ກັນ ຄຳເພງ 146:4 ກ່າວ​ວ່າ ເມື່ອ​ຄົນ​ເຮົາ​ຕາຍ ຄວາມ​ຄິດ​ຫຼື “ຄວາມໝາຍ​ໃຈ​ແຫ່ງ​ຕົນ​ກໍ​ຈິບຫາຍ​ໄປ.” ເຮົາ​ທຸກ​ຄົນ​ເປັນ​ມະນຸດ​ທີ່​ຕ້ອງ​ຕາຍ​ແລະ​ບໍ່​ໄດ້​ຢູ່​ຕໍ່​ໄປ​ເມື່ອ​ຮ່າງກາຍ​ຕາຍ​ແລ້ວ. ຊີວິດ​ທີ່​ເຮົາ​ມີ​ຢູ່​ຄື​ກັນ​ກັບ​ແປວ​ທຽນ. ເມື່ອ​ທຽນ​ມອດ ແປວ​ທຽນ​ບໍ່​ໄດ້​ໄປ ໃສ. ແປວ​ທຽນ​ນັ້ນ​ມີ​ແຕ່​ມອດ​ໄປ​ຊື່ໆ.

ສິ່ງ​ທີ່​ພະ​ເຍຊູ​ກ່າວ​ເຖິງ ກ່ຽວ​ກັບ​ຄວາມ​ຕາຍ

7. ພະ​ເຍຊູ​ອະທິບາຍ​ວ່າ​ຄວາມ​ຕາຍ​ເປັນ​ຄື​ກັບ​ຫຍັງ?

7 ພະ​ເຍຊູ​ຄລິດ​ກ່າວ​ເຖິງ​ສະພາບ​ຂອງ​ຄົນ​ຕາຍ. ຕໍ່​ກັບ​ເລື່ອງ​ນີ້​ພະອົງ​ໄດ້​ກ່າວ​ເຖິງ​ລາຊະໂລ ຊາຍ​ຄົນ​ໜຶ່ງ​ທີ່​ພະອົງ​ຮູ້ຈັກ​ດີ​ແລະ​ໄດ້​ເສຍ​ຊີວິດ. ພະອົງ​ບອກ​ພວກ​ສາວົກ​ວ່າ “ລາຊະໂລ​ສ່ຽວ​ຂອງ​ເຮົາ​ທັງ​ຫຼາຍ​ກໍ​ໄດ້​ຫຼັບ​ຢູ່.” ພວກ​ສາວົກ​ພາ​ກັນ​ຄິດ​ວ່າ​ພະ​ເຍຊູ​ໝາຍ​ຄວາມ​ວ່າ​ລາຊະໂລ​ພວມ​ນອນ​ຫຼັບ​ພັກຜ່ອນ​ຢູ່​ເພື່ອ​ອາການ​ຈະ​ດີ​ຂຶ້ນ. ແຕ່​ພະ​ເຍຊູ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ແນວ​ນັ້ນ. ພະ​ເຍຊູ​ຈຶ່ງ​ໄດ້​ບອກ​ກົງໆວ່າ “ລາຊະໂລ​ໄດ້​ຕາຍ​ແລ້ວ.” (ໂຢຮັນ 11:11-14) ຂໍ​ໃຫ້​ສັງເກດ​ວ່າ​ພະ​ເຍຊູ​ປຽບ​ທຽບ​ຄວາມ​ຕາຍ​ຄື​ກັບ​ນອນ​ພັກຜ່ອນ. ລາຊະໂລ​ບໍ່​ໄດ້​ຢູ່​ໃນ​ສະຫວັນ ຫຼື​ຢູ່​ໃນ​ນາລົກ​ທີ່​ມີ​ໄຟ​ລຸກ​ໄໝ້. ລາວ​ບໍ່​ໄດ້​ໄປ​ພົບ​ກັບ​ເທວະດາ​ຫຼື​ປູ່​ຍ່າ​ຕາ​ນາຍ. ລາຊະໂລ​ບໍ່​ໄດ້​ກັບ​ມາ​ເກີດ​ເປັນ​ມະນຸດ​ອີກ. ລາວ​ພັກຜ່ອນ​ຢູ່​ໃນ​ຄວາມ​ຕາຍ​ເຊິ່ງ​ຄື​ກັບ​ນອນ​ຫຼັບ​ສະໜິດ​ໂດຍ​ທີ່​ບໍ່​ໄດ້​ຝັນ​ເລີຍ. ຂໍ້​ພະ​ຄຳພີ​ອື່ນໆຍັງ​ປຽບ​ທຽບ​ຄວາມ​ຕາຍ​ຄື​ກັບ​ການ​ນອນ​ຫຼັບ. ຕົວຢ່າງ​ເຊັ່ນ ເມື່ອ​ເອຕຽນ​ຜູ້​ເປັນ​ສາວົກ​ຖືກ​ຄວ່າງ​ກ້ອນ​ຫີນ​ໃສ່​ຈົນ​ຕາຍ ຄຳພີ​ໄບເບິນ​ບອກ​ວ່າ​ລາວ “ໄດ້​ຫຼັບ​ໄປ.” (ກິດຈະການ 7:60) ຄ້າຍ​ກັນ ອັກຄະສາວົກ​ໂປໂລ​ໄດ້​ຂຽນ​ກ່ຽວ​ກັບ​ບາງ​ຄົນ​ໃນ​ສະໄໝ​ຂອງ​ລາວ​ເຊິ່ງ “ລ່ວງ​ລັບ​ໄປ​ແລ້ວ” ໃນ​ຄວາມ​ຕາຍ.—1 ໂກລິນໂທ 15:6.

ຜົວເມຍຄູ່ໜຶ່ງກຳລັງນັ່ງຢູ່ໃນສວນແລະຈ້ອງເບິ່ງດອກໄມ້

ພະ​ເຢໂຫວາ​ສ້າງ​ມະນຸດ​ເພື່ອ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ

8. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ບໍ່​ຢາກ​ໃຫ້​ຄົນ​ເຮົາ​ຕາຍ?

8 ໃຈ​ປະສົງ​ດັ້ງເດີມ​ຂອງ​ພະເຈົ້າ​ແມ່ນ​ຢາກ​ໃຫ້​ມະນຸດ​ຕາຍ​ບໍ? ບໍ່​ແມ່ນ! ພະ​ເຢໂຫວາ​ສ້າງ​ມະນຸດ​ເພື່ອ​ໃຫ້​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ຕະຫຼອດ​ໄປ. ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ຕົ້ນໆໃນ​ປຶ້ມ​ນີ້ ພະເຈົ້າ​ຈັດ​ຕຽມ​ໃຫ້​ມະນຸດ​ຄູ່​ທຳອິດ​ຢູ່​ໃນ​ອຸທິຍານ​ທີ່​ເຮັດ​ໃຫ້​ເພີດເພີນ​ໃຈ. ພະອົງ​ສ້າງ​ເຂົາ​ເຈົ້າ​ໃຫ້​ມີ​ສຸຂະພາບ​ສົມບູນ​ແບບ. ພະ​ເຢໂຫວາ​ຢາກ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ແຕ່​ສິ່ງ​ດີໆ. ມີ​ພໍ່​ແມ່​ທີ່​ມີ​ຄວາມ​ຮັກ​ຜູ້​ໃດ​ຢາກ​ໃຫ້​ລູກ​ຂອງ​ຕົນ​ທໍລະມານ​ຍ້ອນ​ຄວາມ​ເຖົ້າ​ແກ່​ແລະ​ໃນ​ທີ່​ສຸດ​ກໍ​ຕາຍ​ໄປ​ບໍ? ບໍ່​ມີ! ພະ​ເຢໂຫວາ​ຮັກ​ພວກ​ລູກ​ຂອງ​ພະອົງ​ແລະ​ຢາກ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ທີ່​ບໍ່​ຈົບ​ສິ້ນ​ຢູ່​ເທິງ​ແຜ່ນດິນ​ໂລກ. ຄຳພີ​ໄບເບິນ​ກ່າວ​ເຖິງ​ມະນຸດ​ວ່າ “[ພະ​ເຢໂຫວາ] ໄດ້​ໃສ່​ເວລາ​ທີ່​ບໍ່​ມີ​ກຳນົດ​ໄວ້​ໃນ​ໃຈ​ຂອງ​ພວກ​ເຂົາ.” (ຜູ້ເທສະໜາປ່າວປະກາດ 3:11, ລ.ມ.) ພະເຈົ້າ​ສ້າງ​ເຮົາ​ພ້ອມ​ກັບ​ຄວາມ​ປາຖະໜາ​ທີ່​ຈະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ. ແລະ​ພະອົງ​ໄດ້​ຕຽມ​ການ​ໄວ້​ເພື່ອ​ໃຫ້​ເຮົາ​ສົມ​ຫວັງ.

ສາເຫດ​ທີ່​ມະນຸດ​ຕາຍ

9. ພະ​ເຢໂຫວາ​ສັ່ງ​ຫ້າມ​ອາດາມ​ໃນ​ເລື່ອງ​ໃດ ແລະ​ເປັນ​ຫຍັງ​ການ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ນີ້​ຈຶ່ງ​ບໍ່​ຍາກ?

9 ຄັນ​ຊັ້ນ​ເປັນ​ຫຍັງ​ມະນຸດ​ຈຶ່ງ​ຕາຍ? ເພື່ອ​ຈະ​ຮູ້​ຄຳຕອບ ເຮົາ​ຕ້ອງ​ຄົ້ນ​ຄວ້າ​ເລື່ອງ​ທີ່​ເກີດ​ຂຶ້ນ​ຢູ່​ເທິງ​ແຜ່ນດິນ​ໂລກ​ຕອນ​ທີ່​ມີ​ແຕ່​ຊາຍ​ແລະ​ຍິງ​ຄູ່​ດຽວ​ເທົ່າ​ນັ້ນ. ຄຳພີ​ໄບເບິນ​ອະທິບາຍ​ວ່າ “ຜົນລະໄມ້​ທຸກ​ຢ່າງ​ທີ່​ຊອບ​ຕາ​ແລະ​ໃຊ້​ເປັນ​ອາຫານ​ກິນ ພະ​ເຢໂຫວາ​ພະເຈົ້າ​ໄດ້​ກະທຳ​ໃຫ້​ງອກ​ປົ່ງ​ຂຶ້ນ​ຈາກ​ດິນ.” (ຕົ້ນເດີມ 2:9) ແຕ່​ກໍ​ມີ​ຂໍ້​ຫ້າມ​ຢູ່​ຂໍ້​ໜຶ່ງ. ພະ​ເຢໂຫວາ​ສັ່ງ​ອາດາມ​ວ່າ “ໝາກ​ໄມ້​ທຸກ​ຢ່າງ​ໃນ​ສວນ​ນີ້​ເຈົ້າ​ກິນ​ໄດ້. ແຕ່​ວ່າ​ແຕ່​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ການ​ດີ​ແລະ​ຊົ່ວ ເຈົ້າ​ຢ່າຊູ່​ກິນ ເຫດ​ວ່າ​ໃນ​ວັນ​ໃດ​ເຈົ້າ​ຫາກ​ກິນ​ແຕ່​ໝາກ​ນັ້ນ ເຈົ້າ​ຈະ​ຕາຍ​ໄປ​ເປັນ​ແທ້.” (ຕົ້ນເດີມ 2:16, 17) ການ​ເຊື່ອ​ຟັງ​ຄຳ​ສັ່ງ​ນີ້​ກໍ​ບໍ່​ຍາກ. ມີ​ໝາກ​ໄມ້​ອື່ນໆຈາກ​ຫຼາຍ​ຕົ້ນ​ທີ່​ອາດາມ​ແລະ​ເອວາ​ສາມາດ​ກິນ​ໄດ້ ແຕ່​ຕອນ​ນີ້​ເປັນ​ໂອກາດ​ພິເສດ​ທີ່​ຈະ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ຕໍ່​ພະເຈົ້າ​ຜູ້​ທີ່​ໃຫ້​ທຸກ​ສິ່ງ​ແກ່​ເຂົາ​ເຈົ້າ ເຊິ່ງ​ລວມ​ເຖິງ​ຊີວິດ​ທີ່​ສົມບູນ​ແບບ. ການ​ເຊື່ອ​ຟັງ​ຄຳ​ສັ່ງ​ນີ້​ຈະ​ສະແດງ​ອີກ​ວ່າ​ເຂົາ​ເຈົ້າ​ນັບຖື​ສິດ​ຂອງ​ຜູ້​ເປັນ​ພໍ່​ທີ່​ຢູ່​ທາງ​ພາກ​ສະຫວັນ​ແລະ​ຕ້ອງການ​ການ​ຊີ້​ນຳ​ດ້ວຍ​ຄວາມ​ຮັກ​ຈາກ​ພະອົງ.

10, 11. (ກ) ມະນຸດ​ຄູ່​ທຳອິດ​ບໍ່​ໄດ້​ເຊື່ອ​ຟັງ​ພະເຈົ້າ​ໂດຍ​ວິທີ​ໃດ? (ຂ) ເປັນ​ຫຍັງ​ການ​ບໍ່​ເຊື່ອ​ຟັງ​ຂອງ​ອາດາມ​ແລະ​ເອວາ​ຈຶ່ງ​ເປັນ​ເລື່ອງ​ຮ້າຍແຮງ?

10 ເປັນ​ຕາ​ເສຍໃຈ ມະນຸດ​ຄູ່​ທຳອິດ​ເລືອກ​ທີ່​ຈະ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ. ໂດຍ​ເວົ້າ​ຜ່ານ​ທາງ​ງູ ຊາຕານ​ຖາມ​ເອວາ​ວ່າ “ຈິງ​ຫຼື​ພະເຈົ້າ​ໄດ້​ບອກ​ຫ້າມ​ວ່າ​ພວກ​ເຈົ້າ​ຢ່າຊູ່​ກິນ​ໝາກ​ໄມ້​ທຸກ​ຢ່າງ​ໃນ​ສວນ​ນີ້​ຫຼື?” ເອວາ​ຕອບ​ວ່າ “ໝາກ​ໄມ້​ທັງ​ປວງ​ທີ່​ຢູ່​ໃນ​ສວນ​ນີ້​ພວກ​ເຮົາ​ພາ​ກັນ​ກິນ​ໄດ້. ແຕ່​ວ່າ​ໝາກ​ຜົນລະໄມ້​ນັ້ນ​ທີ່​ຢູ່​ກາງ​ສວນ ພະເຈົ້າ​ໄດ້​ຫ້າມ​ວ່າ ‘ຢ່າ​ກິນ​ແລະ​ຢ່າ​ບາຍ ຢ້ານ​ວ່າ​ພວກ​ເຈົ້າ​ຈະ​ຕາຍ​ໄປ.’”—ຕົ້ນເດີມ 3:1-3.

11 ຊາຕານ​ບອກ​ວ່າ “ພວກ​ເຈົ້າ​ຈະ​ບໍ່​ຕາຍ​ດອກ ເພາະ​ວ່າ​ພະເຈົ້າ​ຮູ້​ຢູ່​ວ່າ​ພວກ​ເຈົ້າ​ຫາກ​ກິນ​ໝາກ​ໄມ້​ນັ້ນ​ໃນ​ວັນ​ໃດ ຕາ​ຂອງ​ພວກ​ເຈົ້າ​ຈະ​ມືນ​ແຈ້ງ​ຂຶ້ນ​ໃນ​ວັນ​ນັ້ນ ແລະ​ພວກ​ເຈົ້າ​ຈະ​ເປັນ​ເໝືອນ​ພະເຈົ້າ ຮູ້ຈັກ​ການ​ດີ​ແລະ​ຊົ່ວ.” (ຕົ້ນເດີມ 3:4, 5) ຊາຕານ​ຕ້ອງການ​ໃຫ້​ເອວາ​ເຊື່ອ​ວ່າ​ຕົນ​ຈະ​ໄດ້​ປະໂຫຍດ​ຖ້າ​ກິນ​ໝາກ​ໄມ້​ທີ່​ຫ້າມ​ນັ້ນ. ຊາຕານ​ບອກ​ວ່າ ເອວາ​ມີ​ສິດ​ທີ່​ຈະ​ຕັດສິນ​ໃຈ​ເອົາ​ເອງ​ໃນ​ສິ່ງ​ທີ່​ຖືກ​ແລະ​ຜິດ ເອວາ​ຈະ​ເຮັດ​ອັນ​ໃດ​ກໍ​ໄດ້​ທີ່​ຕົນ​ຕ້ອງການ. ຊາຕານ​ຍັງ​ບອກ​ວ່າ​ພະ​ເຢໂຫວາ​ຕົວະ​ເລື່ອງ​ຜົນ​ທີ່​ຈະ​ໄດ້​ຮັບ​ຈາກ​ການ​ກິນ​ໝາກ​ໄມ້​ນັ້ນ. ເອວາ​ເຊື່ອ​ຊາຕານ. ດັ່ງ​ນັ້ນ ເອວາ​ຈຶ່ງ​ປິດ​ເອົາ​ໝາກ​ໄມ້​ນັ້ນ​ມາ​ກິນ. ຈາກ​ນັ້ນ​ກໍ​ຍື່ນ​ໃຫ້​ຜົວ​ກິນ​ນຳ. ບໍ່​ແມ່ນ​ວ່າ​ເຂົາ​ເຈົ້າ​ໄດ້​ເຮັດ​ຍ້ອນ​ບໍ່​ຮູ້ ແຕ່​ເຂົາ​ເຈົ້າ​ຮູ້​ວ່າ​ຕົນ​ເອງ​ພວມ​ເຮັດ​ໃນ​ສິ່ງ​ທີ່​ພະເຈົ້າ​ສັ່ງ​ວ່າ​ຢ່າ​ເຮັດ​ເດັດ​ຂາດ. ໂດຍ​ການ​ກິນ​ໝາກ​ໄມ້​ນັ້ນ ທັງ​ສອງ​ເຈຕະນາ​ທີ່​ຈະ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ທີ່​ທັງ​ງ່າຍ​ດາຍ​ແລະ​ມີ​ເຫດຜົນ. ເຂົາ​ເຈົ້າ​ໄດ້​ໝິ່ນ​ປະໝາດ​ພໍ່​ຜູ້​ຢູ່​ທາງ​ພາກ​ສະຫວັນ​ແລະ​ດູຖູກ​ສິດ​ຂອງ​ພະອົງ. ການ​ຂາດ​ຄວາມ​ນັບຖື​ແບບ​ນັ້ນ​ຕໍ່​ຜູ້​ສ້າງ​ທີ່​ປ່ຽມ​ລົ້ນ​ດ້ວຍ​ຄວາມ​ຮັກ​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ມີ​ຂໍ້​ແກ້​ຕົວ​ໄດ້​ເລີຍ!

12. ອັນ​ໃດ​ອາດ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ພະ​ເຢໂຫວາ​ເມື່ອ​ອາດາມ​ແລະ​ເອວາ​ໄດ້​ເລືອກ​ເອົາ​ແນວ​ທາງ​ທີ່​ຂັດຂືນ​ພະອົງ?

12 ເພື່ອ​ເປັນ​ຕົວຢ່າງ ຖ້າ​ລູກ​ສາວ​ຫຼື​ລູກ​ຊາຍ​ທີ່​ເຈົ້າ​ລ້ຽງ​ແລະ​ເບິ່ງ​ແຍງ​ກາຍ​ເປັນ​ຄົນ​ທີ່​ບໍ່​ເຊື່ອ​ຟັງ​ເຈົ້າ​ແລະ​ທັງ​ບໍ່​ນັບຖື​ແລະ​ບໍ່​ມີ​ຄວາມ​ຮັກ​ຕໍ່​ເຈົ້າ​ເລີຍ ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ? ການ​ກະທຳ​ແບບ​ນັ້ນ​ຄົງ​ຈະ​ເຮັດ​ໃຫ້​ເຈົ້າ​ເຈັບ​ປວດ​ໃຈ​ຫຼາຍ. ລອງ​ນຶກ​ພາບ​ເບິ່ງ​ວ່າ ເມື່ອ​ທັງ​ອາດາມ​ແລະ​ເອວາ​ເລືອກ​ເອົາ​ແນວ​ທາງ​ທີ່​ຂັດຂືນ​ພະ​ເຢໂຫວາ ພະອົງ​ຄົງ​ເຈັບ​ປວດ​ໃຈ​ຫຼາຍ​ສ່ຳ​ໃດ.

ຕອນທີ່ອາດາມຖືກສ້າງ ລາວມາຈາກຂີ້ຝຸ່ນດິນ

ອາດາມ​ມາ​ຈາກ​ຂີ້ຝຸ່ນ​ດິນ ແລະ​ກໍ​ກັບ​ໄປ​ເປັນ​ຂີ້ຝຸ່ນ​ດິນ​ອີກ

13. ພະ​ເຢໂຫວາ​ບອກ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ເມື່ອ​ອາດາມ​ຕາຍ ແລະ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ?

13 ບໍ່​ມີ​ເຫດຜົນ​ທີ່​ພະ​ເຢໂຫວາ​ຕ້ອງ​ຄ້ຳຈູນ​ອາດາມ​ແລະ​ເອວາ​ຜູ້​ທີ່​ບໍ່​ເຊື່ອ​ຟັງ​ໃຫ້​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ. ທັງ​ສອງ​ຕາຍ​ດັ່ງ​ທີ່​ພະອົງ​ບອກ​ໄວ້​ແລ້ວ. ອາດາມ​ແລະ​ເອວາ​ບໍ່​ມີ​ຊີວິດ​ອີກ​ຕໍ່​ໄປ. ທັງ​ສອງ​ບໍ່​ໄດ້​ໄປ​ຢູ່​ໃນ​ໂລກ​ວິນຍານ. ເຮົາ​ຮູ້​ເລື່ອງ​ນີ້​ຈາກ​ຖ້ອຍຄຳ​ທີ່​ພະ​ເຢໂຫວາ​ບອກ​ອາດາມ​ຫຼັງ​ຈາກ​ທີ່​ໄດ້​ເອີ້ນ​ລາວ​ມາ​ອະທິບາຍ​ໃນ​ເລື່ອງ​ການ​ບໍ່​ເຊື່ອ​ຟັງ​ນັ້ນ. ພະເຈົ້າ​ບອກ​ວ່າ “ເຈົ້າ​ຈະ​ຫຼົບ​ໄປ​ໃນ​ດິນ​ອີກ ເພາະ​ວ່າ​ເຈົ້າ​ໄດ້​ອອກ​ມາ​ຈາກ​ດິນ ເພາະ​ວ່າ​ເຈົ້າ​ເປັນ​ຂີ້ຝຸ່ນ ແລະ​ເຈົ້າ​ຈະ​ຫຼົບ​ໄປ​ໃນ​ຂີ້ຝຸ່ນ​ອີກ.” (ຕົ້ນເດີມ 3:19) ພະເຈົ້າ​ໄດ້​ສ້າງ​ອາດາມ​ຈາກ​ຂີ້ຝຸ່ນ​ດິນ. (ຕົ້ນເດີມ 2:7) ກ່ອນ​ໜ້າ​ນັ້ນ ອາດາມ​ບໍ່​ໄດ້​ມີ​ຊີວິດ​ຢູ່. ດັ່ງ​ນັ້ນ ເມື່ອ​ພະ​ເຢໂຫວາ​ບອກ​ວ່າ​ອາດາມ​ຈະ​ກັບ​ໄປ​ເປັນ​ຂີ້ຝຸ່ນ​ດິນ ພະອົງ​ໝາຍ​ຄວາມ​ວ່າ​ອາດາມ​ຈະ​ກັບ​ໄປ​ຢູ່​ໃນ​ສະພາບ​ທີ່​ບໍ່​ມີ​ຊີວິດ. ອາດາມ​ຈະ​ຢູ່​ໃນ​ສະພາບ​ທີ່​ບໍ່​ມີ​ຊີວິດ​ຄື​ກັນ​ກັບ​ຂີ້ຝຸ່ນ​ທີ່​ພະເຈົ້າ​ໃຊ້​ໃນ​ການ​ສ້າງ​ລາວ.

14. ເປັນ​ຫຍັງ​ຄົນ​ເຮົາ​ຈຶ່ງ​ຕາຍ?

14 ອາດາມ​ແລະ​ເອວາ​ຄົງ​ຈະ​ມີ​ຊີວິດ​ຢູ່​ຈົນ​ຮອດ​ທຸກ​ມື້​ນີ້ ແຕ່​ເຂົາ​ເຈົ້າ​ຕ້ອງ​ຕາຍ​ກໍ​ຍ້ອນ​ເລືອກ​ທີ່​ຈະ​ບໍ່​ເຊື່ອ​ຟັງ​ພະເຈົ້າ ແລະ​ດ້ວຍ​ເຫດ​ນີ້​ເຂົາ​ເຈົ້າ​ຈຶ່ງ​ເຮັດ​ບາບ. ເຫດຜົນ​ທີ່​ພວກ​ເຮົາ​ຕ້ອງ​ຕາຍ​ກໍ​ຍ້ອນ​ວ່າ​ອາດາມ​ໄດ້​ຖ່າຍ​ທອດ​ສະພາບ​ທີ່​ຜິດ​ບາບ​ພ້ອມ​ທັງ​ຄວາມ​ຕາຍ​ມາ​ໃຫ້​ລູກ​ຫຼານ​ໝົດ​ທຸກ​ຄົນ. (ໂລມ 5:12) ບາບ​ນີ້​ຄື​ກັບ​ເຊື້ອ​ພະຍາດ​ທີ່​ຮ້າຍແຮງ​ເຊິ່ງ​ມີ​ການ​ຖ່າຍ​ທອດ​ໃຫ້​ຕໍ່ໆກັນ ແລະ​ບໍ່​ມີ​ໃຜ​ສາມາດ​ຫຼີກ​ໜີ​ໄດ້. ຄວາມ​ຕາຍ​ເຊິ່ງ​ກໍ​ຄື​ຜົນ​ຂອງ​ບາບ​ນັ້ນ ເປັນ​ຄວາມ​ເສຍຫາຍ​ອັນ​ໃຫຍ່​ຫຼວງ. ຄວາມ​ຕາຍ​ເປັນ​ສັດຕູ ບໍ່​ແມ່ນ​ມິດ. (1 ໂກລິນໂທ 15:26) ເຮົາ​ຮູ້ສຶກ​ຂອບໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ພະ​ເຢໂຫວາ​ໄດ້​ຈັດ​ຕຽມ​ຄ່າໄຖ່​ເພື່ອ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ສັດຕູ​ທີ່​ຮ້າຍກາດ​ນີ້!

ການ​ຮູ້ຈັກ​ຄວາມ​ຈິງ​ໃນ​ເລື່ອງ ຄວາມ​ຕາຍ​ແມ່ນ​ເປັນ​ປະໂຫຍດ

15. ເປັນ​ຫຍັງ​ການ​ຮູ້ຈັກ​ຄວາມ​ຈິງ​ໃນ​ເລື່ອງ​ຄວາມ​ຕາຍ​ຈຶ່ງ​ເປັນ​ການ​ປອບ​ໂຍນ?

15 ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ກ່ຽວ​ກັບ​ສະພາບ​ຂອງ​ຄົນ​ຕາຍ​ແມ່ນ​ເປັນ​ການ​ປອບ​ໂຍນ​ແທ້ໆ. ດັ່ງ​ທີ່​ເຮົາ​ໄດ້​ເຫັນ​ແລ້ວ ຄົນ​ຕາຍ​ບໍ່​ໄດ້​ທຸກ​ທໍລະມານ​ຫຼື​ເຈັບ​ປວດ​ໃຈ. ດັ່ງ​ນັ້ນ​ຈຶ່ງ​ບໍ່​ມີ​ເຫດຜົນ​ທີ່​ຈະ​ຢ້ານ​ຄົນ​ຕາຍ ເນື່ອງ​ຈາກ​ເຂົາ​ເຈົ້າ​ທຳ​ຮ້າຍ​ເຮົາ​ບໍ່​ໄດ້. ເຂົາ​ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ເຮົາ ແລະ​ເຂົາ​ເຈົ້າ​ກໍ​ບໍ່​ສາມາດ​ຊ່ວຍ​ເຮົາ​ໄດ້. ເຮົາ​ເວົ້າ​ກັບ​ເຂົາ​ເຈົ້າ​ບໍ່​ໄດ້ ແລະ​ເຂົາ​ເຈົ້າ​ກໍ​ເວົ້າ​ກັບ​ເຮົາ​ບໍ່​ໄດ້. ພວກ​ຫົວ​ໜ້າ​ສາສະໜາ​ຫຼາຍ​ຄົນ​ອ້າງ​ແບບ​ຜິດໆວ່າ​ຕົນ​ເອງ​ສາມາດ​ຊ່ວຍ​ຄົນ​ທີ່​ຕາຍ​ແລ້ວ​ໄດ້ ແລະ​ຜູ້​ທີ່​ເຊື່ອ​ກໍ​ເອົາ​ເງິນ​ໃຫ້​ເຂົາ​ເຈົ້າ. ແຕ່​ການ​ຮູ້ຈັກ​ຄວາມ​ຈິງ​ກ່ຽວ​ກັບ​ຄວາມ​ຕາຍ​ຊ່ວຍ​ປ້ອງກັນ​ເຮົາ​ບໍ່​ໃຫ້​ຖືກ​ຄົນ​ທີ່​ສອນ​ເລື່ອງ​ຕົວະ​ແບບ​ນັ້ນ​ຫຼອກ​ລວງ.

16. ຄຳ​ສອນ​ຂອງ​ຫຼາຍ​ສາສະໜາ​ຢູ່​ໃຕ້​ອຳນາດ​ຊັກ​ຈູງ​ຂອງ​ໃຜ ແລະ​ໂດຍ​ວິທີ​ໃດ?

16 ສາສະໜາ​ສ່ວນ​ຫຼາຍ​ເຫັນ​ດີ​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ກ່ຽວ​ກັບ​ຄົນ​ຕາຍ​ບໍ? ສ່ວນ​ຫຼາຍ​ບໍ່​ເຫັນ​ດີ​ນຳ. ຍ້ອນ​ຫຍັງ? ຍ້ອນ​ການ​ສອນ​ຂອງ​ເຂົາ​ເຈົ້າ​ຢູ່​ໃຕ້​ອຳນາດ​ຊັກ​ຈູງ​ຂອງ​ຊາຕານ. ມັນ​ໃຊ້​ສາສະໜາ​ປອມ​ສອນ​ຄົນ​ໃຫ້​ເຊື່ອ​ວ່າ​ຫຼັງ​ຈາກ​ທີ່​ຮ່າງກາຍ​ຕາຍ​ໄປ​ແລ້ວ ເຮົາ​ຈະ​ມີ​ຊີວິດ​ຢູ່​ຕໍ່​ໄປ​ໃນ​ໂລກ​ວິນຍານ. ນີ້​ເປັນ​ເລື່ອງ​ຕົວະ​ທີ່​ຊາຕານ​ເອົາ​ມາ​ປົນ​ກັບ​ຄຳ​ຕົວະ​ອື່ນໆເພື່ອ​ເຮັດ​ໃຫ້​ຜູ້​ຄົນ​ຫັນ​ໜີ​ຈາກ​ພະ​ເຢໂຫວາ. ເປັນ​ແນວ​ນັ້ນ​ໄດ້​ຈັ່ງ​ໃດ?

17. ເປັນ​ຫຍັງ​ຄຳ​ສອນ​ເລື່ອງ​ການ​ທໍລະມານ​ຕະຫຼອດ​ໄປ​ຈຶ່ງ​ເຮັດ​ໃຫ້​ພະ​ເຢໂຫວາ​ເສື່ອມ​ເສຍ​ກຽດ?

17 ດັ່ງ​ທີ່​ໄດ້​ກ່າວ​ໃນ​ຕອນ​ຕົ້ນ ບາງ​ສາສະໜາ​ສອນ​ວ່າ​ຖ້າ​ໃຜ​ເປັນ​ຄົນ​ບໍ່​ດີ ເມື່ອ​ຕາຍ​ໄປ​ແລ້ວ​ຜູ້​ນັ້ນ​ຈະ​ຮັບ​ທຸກ​ຕະຫຼອດ​ໄປ​ໃນ​ບ່ອນ​ທີ່​ມີ​ໄຟ​ລຸກ​ໄໝ້. ຄຳ​ສອນ​ນີ້​ເຮັດ​ໃຫ້​ພະເຈົ້າ​ເສື່ອມ​ເສຍ​ກຽດ. ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ ແລະ​ພະອົງ​ຈະ​ບໍ່​ທໍລະມານ​ຜູ້​ຄົນ​ໃນ​ແບບ​ດັ່ງ​ກ່າວ. (1 ໂຢຮັນ 4:8) ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ຜູ້​ທີ່​ລົງໂທດ​ລູກ​ທີ່​ບໍ່​ເຊື່ອ​ຟັງ​ໂດຍ​ຈັບ​ມື​ທັງ​ສອງ​ຂ້າງ​ຂອງ​ລູກ​ລົນ​ໄຟ? ເຈົ້າ​ຈະ​ນັບຖື​ຄົນ​ແບບ​ນັ້ນ​ບໍ? ທີ່​ຈິງ​ແລ້ວ ເຈົ້າ​ຢາກ​ຈະ​ຮູ້ຈັກ​ລາວ​ບໍ? ບໍ່​ຢາກ​ຮູ້ຈັກ​ໜ້ອຍ! ເຈົ້າ​ຄົງ​ຈະ​ຄິດ​ວ່າ​ລາວ​ໂຫດ​ຫ້ຽມ​ໂພດ. ເຖິງ​ແນວ​ໃດ​ກໍ​ຕາມ ຊາຕານ​ຢາກ​ໃຫ້​ເຮົາ​ເຊື່ອ​ວ່າ​ພະ​ເຢໂຫວາ​ທໍລະມານ​ຄົນ​ຕະຫຼອດ​ໄປ​ໃນ​ໄຟ!

18. ການ​ນະມັດສະການ​ຄົນ​ຕາຍ​ດັ່ງ​ບາງ​ສາສະໜາ​ສອນ​ມາ​ຈາກ​ຄຳ​ຕົວະ​ອັນ​ໃດ?

18 ນອກ​ຈາກ​ນີ້ ຊາຕານ​ຍັງ​ໃຊ້​ບາງ​ສາສະໜາ​ໃຫ້​ສອນ​ວ່າ​ເມື່ອ​ຄົນ​ເຮົາ​ຕາຍ ວິນຍານ​ຈະ​ອອກ​ຈາກ​ຮ່າງກາຍ​ແລະ​ຄົນ​ທີ່​ມີ​ຊີວິດ​ຢູ່​ຕ້ອງ​ເຄົາລົບ​ແລະ​ໃຫ້​ກຽດ​ວິນຍານ​ນັ້ນ. ຕາມ​ຄຳ​ສອນ​ນີ້ ວິນຍານ​ຂອງ​ຄົນ​ຕາຍ​ອາດ​ກາຍ​ເປັນ​ເພື່ອນ​ທີ່​ມີ​ລິດເດດ​ຫຼື​ເປັນ​ສັດຕູ​ທີ່​ໜ້າ​ຢ້ານ​ກົວ​ກໍ​ໄດ້. ຫຼາຍ​ຄົນ​ເຊື່ອ​ຄຳ​ຕົວະ​ນີ້. ເຂົາ​ເຈົ້າ​ຢ້ານ​ຄົນ​ຕາຍ ແລະ​ດັ່ງ​ນັ້ນ​ຈຶ່ງ​ເຄົາລົບ​ແລະ​ນະມັດສະການ​ຄົນ​ຕາຍ. ກົງ​ກັນ​ຂ້າມ ຄຳພີ​ໄບເບິນ​ສອນ​ວ່າ​ຄົນ​ຕາຍ​ຄື​ກັບ​ຄົນ​ທີ່​ພວມ​ນອນ​ຫຼັບ​ຢູ່ ແລະ​ເຮົາ​ຄວນ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ທ່ຽງ​ແທ້​ແຕ່​ອົງ​ດຽວ​ເທົ່າ​ນັ້ນ​ເຊິ່ງ​ເປັນ​ຜູ້​ສ້າງ​ແລະ​ຈັດ​ຕຽມ​ສິ່ງ​ຕ່າງໆໃຫ້​ເຮົາ.—ຄຳປາກົດ 4:11.

19. ການ​ຮູ້ຈັກ​ຄວາມ​ຈິງ​ກ່ຽວ​ກັບ​ຄວາມ​ຕາຍ​ຊ່ວຍ​ໃຫ້​ເຂົ້າ​ໃຈ​ຄຳ​ສອນ​ອັນ​ໃດ​ອີກ​ໃນ​ຄຳພີ​ໄບເບິນ?

19 ການ​ຮູ້ຈັກ​ຄວາມ​ຈິງ​ກ່ຽວ​ກັບ​ຄົນ​ຕາຍ​ຊ່ວຍ​ປ້ອງກັນ​ເຈົ້າ​ບໍ່​ໃຫ້​ຖືກ​ຕົວະ​ຈາກ​ສາສະໜາ​ທີ່​ຊັກ​ຈູງ​ໃຫ້​ຫຼົງ​ຜິດ. ການ​ຮູ້ຈັກ​ຄວາມ​ຈິງ​ນີ້​ຍັງ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຄຳ​ສອນ​ອື່ນໆໃນ​ຄຳພີ​ໄບເບິນ. ຕົວຢ່າງ​ເຊັ່ນ ຖ້າ​ເຈົ້າ​ຮູ້​ແລ້ວ​ວ່າ​ເມື່ອ​ຕາຍ​ຄົນ​ເຮົາ​ບໍ່​ໄດ້​ໄປ​ຢູ່​ໂລກ​ວິນຍານ ຄຳ​ສັນຍາ​ເລື່ອງ​ຊີວິດ​ຕະຫຼອດ​ໄປ​ໃນ​ອຸທິຍານ​ຢູ່​ເທິງ​ແຜ່ນດິນ​ໂລກ​ຍ່ອມ​ມີ​ຄວາມໝາຍ​ແທ້ໆຕໍ່​ເຈົ້າ.

20. ເຮົາ​ຈະ​ພິຈາລະນາ​ຄຳຖາມ​ອັນ​ໃດ​ໃນ​ບົດ​ຕໍ່​ໄປ?

20 ດົນ​ນານ​ມາ​ແລ້ວ ໂຢບ​ຊາຍ​ຜູ້​ຊອບທຳ​ໄດ້​ຍົກ​ຄຳຖາມ​ນີ້​ຂຶ້ນ​ມາ​ຖາມ​ວ່າ “ຖ້າ​ຄົນ​ຜູ້​ໜຶ່ງ​ຕາຍ​ເພິ່ນ​ຈະ​ຄືນ​ມາ​ອີກ​ຫຼື?” (ໂຢບ 14:14) ຄົນ​ທີ່​ເສຍ​ຊີວິດ​ເຊິ່ງ​ນອນ​ຫຼັບ​ຢູ່​ໃນ​ຄວາມ​ຕາຍ​ຈະ​ກັບ​ມາ​ມີ​ຊີວິດ​ອີກ​ໄດ້​ບໍ? ດັ່ງ​ທີ່​ບົດ​ຕໍ່​ໄປ​ຈະ​ບອກ​ໃຫ້​ຮູ້ ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ໃນ​ເລື່ອງ​ນີ້​ໃຫ້​ການ​ປອບ​ໂຍນ​ຫຼາຍ.

a ສຳລັບ​ຄຳຖາມ​ທີ່​ວ່າ​ຄົນ​ເຮົາ​ມີ​ສ່ວນ​ໃດ​ເປັນ​ອະມະຕະ​ຫຼື​ບໍ່ ຂໍ​ໃຫ້​ເບິ່ງ​ພາກ​ຜະໜວກ​ໜ້າ 208-211.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ

  • ຄົນ​ຕາຍ​ເບິ່ງ​ບໍ່​ເຫັນ ບໍ່​ໄດ້​ຍິນ ແລະ​ບໍ່​ມີ​ຄວາມ​ນຶກ​ຄິດ.—ຜູ້ເທສະໜາປ່າວປະກາດ 9:5.

  • ຄົນ​ຕາຍ​ນອນ​ຫຼັບ​ຢູ່ ເຂົາ​ເຈົ້າ​ບໍ່​ໄດ້​ເຈັບ​ປວດ​ທໍລະມານ.—ໂຢຮັນ 11:11.

  • ເຮົາ​ຕາຍ​ກໍ​ຍ້ອນ​ເຮົາ​ສືບ​ທອດ​ບາບ​ມາ​ຈາກ​ອາດາມ.—ໂລມ 5:12.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌