ເພງທີ 35
“ເບິ່ງໃຫ້ອອກວ່າສິ່ງໃດສຳຄັນກວ່າ”
(ຟີລິບ 1:10, ລ.ມ.)
1. ຕອນນີ້ຈຳເປັນທີ່ເຮົາຕ້ອງສຸຂຸມເພື່ອຈະຮູ້
ສິ່ງໃດເປັນຄວາມຈິງ
ເພື່ອເຮົາຈະເບິ່ງໃຫ້ອອກວ່າສິ່ງໃດທີ່
ສຳຄັນສິ່ງໃດທີ່ຕ້ອງເຮັດ!
(ທ່ອນຊ້ຳ)
ສິ່ງດີເຮົາຮັກ ກຽດຊັງສິ່ງຊົ່ວ
ພະເຈົ້າຍິນດີ
ພະອົງອວຍພອນລົ້ນເຫຼືອເມື່ອເຮົາຮຽນຮູ້
ເມື່ອເຮົາເຂົ້າໃຈ
ເມື່ອເຮົາເຮັດໃນສິ່ງທີ່ສຳຄັນກວ່າ!
2. ການປະກາດຂ່າວເລື່ອງລາຊະອານາຈັກພະເຈົ້າ
ສຳຄັນເໜືອສິ່ງໃດ
ຊອກຫາຄົນທີ່ຕ້ອງການຮຽນຮູ້ຄວາມຈິງ
ເພື່ອຈະເລືອກທາງຂອງພະເຈົ້າ
(ທ່ອນຊ້ຳ)
ສິ່ງດີເຮົາຮັກ ກຽດຊັງສິ່ງຊົ່ວ
ພະເຈົ້າຍິນດີ
ພະອົງອວຍພອນລົ້ນເຫຼືອເມື່ອເຮົາຮຽນຮູ້
ເມື່ອເຮົາເຂົ້າໃຈ
ເມື່ອເຮົາເຮັດໃນສິ່ງທີ່ສຳຄັນກວ່າ!
3. ຖ້າເຮົາໃສ່ໃຈໃນວຽກທີ່ສຳຄັນກວ່າເຮົາກໍ
ຈະມີຄວາມສຸກແທ້
ໄດ້ພົບຄວາມສະຫງົບທີ່ເກີນຈະເຂົ້າໃຈ
ທີ່ຄອຍປົກປ້ອງຈິດໃຈເຮົາ
(ທ່ອນຊ້ຳ)
ສິ່ງດີເຮົາຮັກ ກຽດຊັງສິ່ງຊົ່ວ
ພະເຈົ້າຍິນດີ
ພະອົງອວຍພອນລົ້ນເຫຼືອເມື່ອເຮົາຮຽນຮູ້
ເມື່ອເຮົາເຂົ້າໃຈ
ເມື່ອເຮົາເຮັດໃນສິ່ງທີ່ສຳຄັນກວ່າ!
(ເບິ່ງຕື່ມ ເພງ. 97:10; ໂຢ. 21:15-17; ຟີລິບ 4:7)