-
“ກະສັດທິດເໜືອ” ໃນສະໄໝສຸດທ້າຍຫໍສັງເກດການ (ສຶກສາ)—2020 | ພຶດສະພາ
-
-
ບົດຄວາມສຶກສາທີ 19
“ກະສັດທິດເໜືອ” ໃນສະໄໝສຸດທ້າຍ
“ໃນສະໄໝສຸດທ້າຍ ກະສັດທິດໃຕ້ກັບກະສັດທິດເໜືອຈະຕໍ່ສູ້ກັນ.”—ດາ. 11:40, ລ.ມ.
ເພງ 150 ຈົ່ງຊອກຫາພະເຈົ້າເພື່ອເຈົ້າຈະລອດ
ໃຈຄວາມສຳຄັນa
1. ຄຳພະຍາກອນໃນຄຳພີໄບເບິນຊ່ວຍເຮົາໃຫ້ຮູ້ຫຍັງ?
ໃນອີກບໍ່ດົນປະຊາຊົນຂອງພະເຢໂຫວາຈະເປັນແນວໃດ? ເຮົາສາມາດຮູ້ເລື່ອງນີ້ໄດ້ ຍ້ອນພະຄຳພີຊ່ວຍເຮົາໃຫ້ຮູ້ເຫດການໃຫຍ່ທີ່ຈະເກີດຂຶ້ນເຊິ່ງມີຜົນຕໍ່ເຮົາ. ຄຳພະຍາກອນໃນດານຽນບົດ 11 ຊ່ວຍເຮົາໃຫ້ຮູ້ວ່າການປົກຄອງທີ່ມີອຳນາດຫຼາຍທີ່ສຸດໃນໂລກຈະເຮັດຫຍັງແດ່ ແລະຄຳພະຍາກອນນີ້ເວົ້າເຖິງປະຫວັດສາດຂອງກະສັດສອງອົງທີ່ເປັນປໍລະປັກກັນແລະເອີ້ນກະສັດເຫຼົ່ານີ້ວ່າ ກະສັດທິດເໜືອແລະກະສັດທິດໃຕ້. ຄຳພະຍາກອນນັ້ນສ່ວນຫຼາຍກໍໄດ້ເກີດຂຶ້ນໄປແລ້ວ ດັ່ງນັ້ນເຮົາຈຶ່ງໝັ້ນໃຈວ່າສ່ວນທີ່ເຫຼືອກໍຈະເກີດຂຶ້ນຄືກັນ.
2. ຕາມທີ່ບອກໄວ້ໃນຕົ້ນເດີມ 3:15 ແລະພະນິມິດ 11:7; 12:17 ເຮົາຕ້ອງຈື່ຫຍັງໄວ້ຕອນທີ່ສຶກສາຄຳພະຍາກອນຂອງດານີເອນ?
2 ເພື່ອຈະເຂົ້າໃຈຄຳພະຍາກອນທີ່ບັນທຶກໃນດານຽນບົດ 11 ເຮົາຕ້ອງຈື່ໄວ້ວ່າຄຳພະຍາກອນນີ້ເວົ້າເຖິງຜູ້ປົກຄອງຫຼືລັດຖະບານທີ່ສົ່ງຜົນຕໍ່ປະຊາຊົນຂອງພະເຈົ້າເທົ່ານັ້ນ ແລະເຖິງວ່າຜູ້ຮັບໃຊ້ຂອງພະເຈົ້າຈະມີຈຳນວນໜ້ອຍຫຼາຍຖ້າທຽບໃສ່ປະຊາກອນໂລກ ແຕ່ພວກເຂົາກໍຢູ່ໃຈກາງຂອງເຫດການທີ່ສຳຄັນຂອງໂລກນີ້. ຍ້ອນຫຍັງ? ຍ້ອນວ່າຊາຕານແລະລະບົບຂອງມັນມີເປົ້າໝາຍດຽວກໍຄືກຳຈັດຜູ້ຮັບໃຊ້ຂອງພະເຢໂຫວາແລະພະເຢຊູ. (ອ່ານຕົ້ນເດີມ 3:15 ແລະພະນິມິດ 11:7; 12:17) ນອກຈາກນັ້ນ ເພື່ອຈະເຂົ້າໃຈຄຳພະຍາກອນຂອງດານີເອນ ເຮົາຕ້ອງຈື່ໄວ້ວ່າຄຳພະຍາກອນນີ້ຕ້ອງສອດຄ່ອງກັບຄຳພະຍາກອນອື່ນໃນຄຳພີໄບເບິນ. ທີ່ຈິງ ເຮົາຕ້ອງເບິ່ງສ່ວນອື່ນໆຂອງຄຳພີໄບເບິນນຳເພື່ອຈະເຂົ້າໃຈຄຳພະຍາກອນຂອງດານີເອນໄດ້ຢ່າງຖືກຕ້ອງ.
3. ເຮົາຈະສຶກສາຫຍັງໃນບົດຄວາມນີ້ແລະບົດຄວາມຕໍ່ໄປ?
3 ໃນບົດຄວາມນີ້ເຮົາຈະສຶກສາດານຽນ 11:25-39 ນຳກັນ. ເຮົາຈະເບິ່ງວ່າໃຜແມ່ນກະສັດທິດເໜືອແລະໃຜແມ່ນກະສັດທິດໃຕ້ໃນໄລຍະປີ 1870 ຫາ 1991 ແລະເຮົາຈະເຫັນເຫດຜົນວ່າເປັນຫຍັງເຮົາຕ້ອງປັບປ່ຽນຄວາມເຂົ້າໃຈໃນຄຳພະຍາກອນນີ້ບາງສ່ວນ. ໃນບົດຄວາມຕໍ່ໄປ ເຮົາຈະມາສຶກສາດານຽນ 11:40–12:1 ແລະຈະມາເຂົ້າໃຈວ່າພະຍາກອນນັ້ນເວົ້າຫຍັງກ່ຽວກັບໄລຍະເວລານັບຕັ້ງແຕ່ປີ 1991 ຈົນຮອດສົງຄາມອາມາເຄໂດນ. ຕອນທີ່ເຈົ້າສຶກສາສອງບົດຄວາມນີ້ເຈົ້າຈະໄດ້ຮັບປະໂຫຍດຫຼາຍຖ້າເຈົ້າເບິ່ງແຜນວາດ “ກະສັດຄູ່ແຂ່ງໃນສະໄໝສຸດທ້າຍ.” ທຳອິດເຮົາຕ້ອງຮູ້ກ່ອນວ່າ ກະສັດສອງອົງໃນຄຳພະຍາກອນນັ້ນແມ່ນໃຜ.
ເຮົາຈະຮູ້ໄດ້ແນວໃດວ່າໃຜແມ່ນກະສັດທິດເໜືອແລະກະສັດທິດໃຕ້?
4. ມີລັກສະນະ 3 ຢ່າງຫຍັງແດ່ທີ່ຊ່ວຍໃຫ້ເຮົາຮູ້ວ່າໃຜແມ່ນກະສັດທິດເໜືອແລະກະສັດທິດໃຕ້?
4 ໃນຕອນທຳອິດ “ກະສັດທິດເໜືອ” ກັບ “ກະສັດທິດໃຕ້” ໝາຍເຖິງກະສັດຫຼືຜູ້ປົກຄອງທີ່ຢູ່ທາງເໜືອແລະທາງໃຕ້ຂອງອິດສະຣາເອນ. ເຮົາຮູ້ໄດ້ແນວໃດ? ຂໍໃຫ້ສັງເກດສິ່ງທີ່ທູດສະຫວັນບອກດານີເອນວ່າ: “ເຮົາໄດ້ມາໃຫ້ເຈົ້າເຂົ້າໃຈການທີ່ຈະບັງເກີດມາແກ່ພວກຂອງເຈົ້າໃນຄາວທີ່ສຸດ [“ສະໄໝສຸດທ້າຍ,” ລ.ມ.]” (ດາ. 10:14) ກ່ອນວັນເພັນເຕກອດປີ ຄ.ສ 33 ຊາດອິດສະຣາເອນແມ່ນປະຊາຊົນຂອງພະເຈົ້າ. ແຕ່ເລີ່ມຈາກວັນເພັນເຕກອດເປັນຕົ້ນມາ ພະເຢໂຫວາເຮັດໃຫ້ເຫັນແຈ້ງວ່າປະຊາຊົນຂອງພະອົງແມ່ນລູກສິດຂອງພະເຢຊູ. ດັ່ງນັ້ນ ຄຳພະຍາກອນສ່ວນຫຼາຍໃນດານຽນບົດ 11 ໝາຍເຖິງລູກສິດຂອງພະເຢຊູບໍ່ແມ່ນຊາດອິດສະຣາເອນ. (ກຈກ. 2:1-4; ຣມ. 9:6-8; ຄລຕ. 6:15, 16) ນອກຈາກນັ້ນ ເມື່ອເວລາຜ່ານໄປກະສັດທິດເໜືອແລະກະສັດທິດໃຕ້ກໍປ່ຽນໄປເລື້ອຍໆ. ເຖິງວ່າຈະເປັນແນວນັ້ນ ແຕ່ກໍມີລັກສະນະ 3 ຢ່າງທີ່ບໍ່ປ່ຽນຄື: 1. ກະສັດສອງອົງນີ້ປົກຄອງດິນແດນທີ່ປະຊາຊົນຂອງພະເຈົ້າອາໄສຢູ່. 2. ວິທີທີ່ກະສັດສອງອົງນີ້ເຮັດກັບປະຊາຊົນຂອງພະເຈົ້າສະແດງໃຫ້ເຫັນວ່າພວກເຂົາຊັງພະເຢໂຫວາພະເຈົ້າອົງທ່ຽງແທ້. 3. ກະສັດສອງອົງນີ້ສູ້ກັນເພື່ອຍາດຊີງອຳນາດ.
5. ມີກະສັດທິດເໜືອແລະກະສັດທິດໃຕ້ໃນໄລຍະປີ 100 ຫາ 1870 ບໍ? ຂໍໃຫ້ອະທິບາຍ.
5 ຫຼັງຈາກປີ ຄ.ສ 100 ມີຄລິດສະຕຽນປອມແຊກເຂົ້າມາໃນປະຊາຄົມຄລິດສະຕຽນຫຼາຍຂຶ້ນເລື້ອຍໆ ພວກເຂົາສອນຄຳສອນປອມແລະປິດບັງຄວາມຈິງໃນຄຳພີໄບເບິນ. ຕັ້ງແຕ່ຕອນນັ້ນຈົນຮອດປີ 1870 ຍັງບໍ່ມີອົງການຂອງພະເຢໂຫວາຢູ່ເທິງໂລກ. ຄລິດສະຕຽນປອມມີເພີ່ມຂຶ້ນເລື້ອຍໆຄືກັບຫຍ້າໃນທົ່ງນາ ຈຶ່ງເຮັດໃຫ້ຍາກທີ່ຈະເບິ່ງອອກວ່າໃຜເປັນຄລິດສະຕຽນແທ້. (ມທ. 13:36-43) ເປັນຫຍັງຂໍ້ມູນນີ້ຈຶ່ງສຳຄັນ? ເພາະນີ້ເຮັດໃຫ້ເຮົາຮູ້ວ່າ ກະສັດຫຼືການປົກຄອງທີ່ມີອຳນາດໃນລະຫວ່າງປີ 100 ຫາ 1870 ບໍ່ໄດ້ເປັນກະສັດທິດເໜືອແລະກະສັດທິດໃຕ້. ຕອນນັ້ນປະຊາຊົນຂອງພະເຈົ້າບໍ່ໄດ້ຖືກລວບລວມເປັນອົງການຈຶ່ງບໍ່ມີໃຜທີ່ກະສັດທິດເໜືອແລະກະສັດທິດໃຕ້ຈະໂຈມຕີໄດ້.b ແຕ່ເຮົາຄາດໝາຍໄດ້ເລີຍວ່າກະສັດທິດເໜືອແລະກະສັດທິດໃຕ້ຈະປາກົດຕົວອີກບໍ່ດົນຫຼັງຈາກປີ 1870. ເຮົາຮູ້ໄດ້ແນວໃດ?
6. ປະຊາຊົນຂອງພະເຈົ້າຖືກລວບລວມໃຫ້ເປັນອົງການອີກເທື່ອໜຶ່ງເມື່ອໃດ?
6 ຕັ້ງແຕ່ປີ 1870 ປະຊາຊົນຂອງພະເຈົ້າກໍຖືກລວບລວມເປັນອົງການ. ໃນປີນັ້ນພີ່ນ້ອງຊາລ ທີ. ຣັດເຊວແລະໝູ່ໄດ້ຕັ້ງກຸ່ມສຶກສາຄຳພີໄບເບິນ. ພີ່ນ້ອງຣັດເຊວແລະໝູ່ເປັນທູດຕາມທີ່ບອກໄວ້ລ່ວງໜ້າວ່າ “ຈະຈັດແຈ່ງທາງ” ໄວ້ກ່ອນການປົກຄອງເມຊີຈະສ້າງຕັ້ງຂຶ້ນ. (ມລກີ. 3:1) ເຫັນໄດ້ແຈ້ງວ່າ ປະຊາຊົນຂອງພະເຈົ້າຖືກລວບລວມອີກເທື່ອໜຶ່ງ! ຕອນນັ້ນຈະມີອຳນາດການປົກຄອງໃດທີ່ສົ່ງຜົນຕໍ່ປະຊາຊົນຂອງພະເຈົ້າ? ໃຫ້ເຮົາມາເບິ່ງນຳກັນ.
ໃຜແມ່ນກະສັດທິດໃຕ້?
7. ໃຜເປັນກະສັດທິດໃຕ້ຈົນຮອດສົງຄາມໂລກຄັ້ງທີ I?
7 ໃນປີ 1870 ອັງກິດເປັນຈັກກະພັດທີ່ໃຫຍ່ທີ່ສຸດໃນໂລກແລະມີກອງທັບທີ່ເຂັ້ມແຂງຫຼາຍທີ່ສຸດ. ຄຳພະຍາກອນຂອງດານີເອນເວົ້າເຖິງເຂົານ້ອຍທີ່ເອົາຊະນະອີກ 3 ເຂົາ. ເຂົານ້ອຍໝາຍເຖິງອັງກິດ ແລະອີກ 3 ເຂົາໝາຍເຖິງຝຣັ່ງ ແອັດສະປາຍ ແລະໂຮນລັງ. (ດາ. 7:7, 8) ອັງກິດເປັນກະສັດທິດໃຕ້ຈົນຮອດສົງຄາມໂລກຄັ້ງທີ I. ໃນໄລຍະນັ້ນສະຫະລັດອາເມຣິກາກໍຂຶ້ນມາເປັນມະຫາອຳນາດທາງເສດຖະກິດແລະເລີ່ມເປັນພັນທະມິດກັບອັງກິດ.
8. ຕະຫຼອດໄລຍະສະໄໝສຸດທ້າຍໃຜແມ່ນກະສັດທິດໃຕ້?
8 ໃນໄລຍະສົງຄາມໂລກຄັ້ງທີ I ສະຫະລັດອາເມຣິກາເປັນພັນທະມິດທາງການທະຫານກັບອັງກິດເຊິ່ງເຮັດໃຫ້ພວກເຂົາມີກອງທັບທີ່ເຂັ້ມແຂງຫຼາຍ. ໃນຕອນນັ້ນສະຫະລັດອາເມຣິກາທີ່ເຄີຍຢູ່ພາຍໃຕ້ການປົກຄອງຂອງອັງກິດໄດ້ຮ່ວມມືກັບອັງກິດແລ້ວກາຍມາເປັນມະຫາອຳນາດໂລກອັງກິດ-ອາເມຣິກາ. ຄືກັບທີ່ດານີເອນພະຍາກອນໄວ້ ກະສັດອົງນີ້ມີ “ກອງທັບອັນໃຫຍ່ອັນມີແຮງຫຼາຍ.” (ດາ. 11:25) ມະຫາອຳນາດໂລກອັງກິດ-ອາເມຣິກາເປັນກະສັດທິດໃຕ້ຕະຫຼອດໄລຍະສະໄໝສຸດທ້າຍ.c ແລ້ວແມ່ນໃຜລະທີ່ເປັນກະສັດທິດເໜືອ?
ກະສັດທິດເໜືອປາກົດຕົວ
9. ກະສັດທິດເໜືອປາກົດຕົວເມື່ອໃດ ແລະດານຽນ 11:25 ເກີດຂຶ້ນແທ້ແນວໃດ?
9 ກະສັດທິດເໜືອປາກົດຕົວໃນປີ 1871 ຫຼັງຈາກທີ່ຣັດເຊວແລະໝູ່ໄດ້ຕັ້ງກຸ່ມສຶກສາຄຳພີໄບເບິນຂຶ້ນມາ. ໃນປີນັ້ນ ອ໋ອດໂທ ວອນ ບິດສະມາກໄດ້ລວບລວມດິນແດນເຂົ້າກັນແລະຊ່ວຍຕັ້ງເປັນຈັກກະພັດເຢຍລະມັນ. ກະສັດເວວແຮມທີ I ຂອງປຣັດເຊຍເປັນຈັກກະພັດອົງທຳອິດແລະລາວໄດ້ແຕ່ງຕັ້ງບິດສະມາກໃຫ້ເປັນນາຍົກລັດຖະມົນຕີຄົນທຳອິດຂອງເຢຍລະມັນ.d ໃນລະຫວ່າງຫຼາຍສິບປີຕໍ່ມາ ເຢຍລະມັນໄດ້ເອົາຫຼາຍປະເທດຢູ່ທະວີບອາຝຼິກກາແລະມະຫາສະໝຸດປາຊີຟິກມາເປັນເມືອງຂຶ້ນ ແລະພະຍາຍາມທີ່ຈະມີອຳນາດຫຼາຍກວ່າອັງກິດ. (ອ່ານດານຽນ 11:25) ຈັກກະພັດເຢຍລະມັນສ້າງກອງກຳລັງທະຫານທີ່ເຂັ້ມແຂງຫຼາຍແລະມີກອງທັບເຮືອທີ່ໃຫຍ່ທີ່ສຸດໃນໂລກອັນດັບສອງຮອງຈາກອັງກິດ. ເຢຍລະມັນໃຊ້ກອງທັບນີ້ແຫຼະສູ້ກັບສັດຕູໃນສົງຄາມໂລກຄັ້ງທີ I.
10. ດານຽນ 11:25 ສ່ວນ ຂ ແລະຂໍ້ 26 ເກີດຂຶ້ນແທ້ແນວໃດ?
10 ດານີເອນຍັງບອກລ່ວງໜ້າວ່າຈະເກີດຫຍັງຂຶ້ນກັບຈັກກະພັດເຢຍລະມັນແລະກອງທັບຂອງມັນ. ຄຳພະຍາກອນຂອງດານີເອນບອກວ່າ ກະສັດທິດເໜືອ “ຈະຢັ້ງຢືນບໍ່ໄດ້” ຫຼືຢູ່ໄດ້ບໍ່ດົນ. ຍ້ອນຫຍັງ? ຍ້ອນວ່າ “ເຂົາຈະພາກັນຜິປອງຮ້າຍຕໍ່ສູ້ທ່ານ. ຄົນທັງຫຼາຍທີ່ໄດ້ກິນອາຫານອັນປະນີດຂອງທ່ານກໍຈະຕີແພ້ທ່ານ.” (ດາ. 11:25 ສ່ວນ ຂ, 26 ສ່ວນ ກ) ໃນສະໄໝຂອງດານີເອນ ຄົນທີ່ກິນ “ອາຫານອັນປະນີດຢ່າງດີຂອງກະສັດ” ກໍລວມເຖິງຄົນທີ່ “ເຝົ້າຢູ່ຕໍ່ໜ້າກະສັດ” ນຳ. (ດາ. 1:5) ຖ້າເປັນແນວນັ້ນ ຄຳພະຍາກອນນີ້ໝາຍເຖິງຫຍັງ? ໝາຍເຖິງເຈົ້າໜ້າທີ່ລະດັບສູງເຊິ່ງລວມເຖິງນາຍພົນແລະທີ່ປຶກສາດ້ານການທະຫານທີ່ຢູ່ພາຍໃຕ້ຄຳສັ່ງຂອງຈອມຈັກກະພັດ ໃນທີ່ສຸດຄົນພວກນີ້ແຫຼະທີ່ໄດ້ໂຄ່ນລົ້ມອຳນາດຂອງຈອມຈັກກະພັດ.e ຄຳພະຍາກອນຂອງດານີເອນບໍ່ພຽງແຕ່ບອກລ່ວງໜ້າວ່າຈັກກະພັດເຢຍລະມັນຈະຫຼົ້ມຈົມ ແຕ່ຍັງບອກເຖິງຜົນຂອງສົງຄາມລະຫວ່າງກະສັດທິດເໜືອກັບກະສັດທິດໃຕ້. ຂໍ້ນັ້ນເວົ້າເຖິງກະສັດທິດເໜືອວ່າ: “ກອງທັບຂອງເຂົາຈະຖືກກວາດລ້າງແລະຜູ້ຄົນຢ່າງຫຼວງຫຼາຍຈະຖືກຂ້າຕາຍ.” (ດາ. 11:26 ສ່ວນ ຂ, ລ.ມ.) ແລ້ວກໍເປັນແບບນັ້ນແທ້ໃນສົງຄາມໂລກຄັ້ງທີ I ກອງທັບເຢຍລະມັນ “ຖືກກວາດລ້າງ” ແລະຜູ້ຄົນຢ່າງຫຼວງຫຼາຍ “ຖືກຂ້າຕາຍ.” ໃນສົງຄາມຄັ້ງນັ້ນມີຄົນຕາຍຫຼາຍກວ່າສົງຄາມໃດໆທີ່ເຄີຍມີມາໃນປະຫວັດສາດ.
11. ກະສັດທິດເໜືອແລະກະສັດທິດໃຕ້ໄດ້ເຮັດຫຍັງ?
11 ຄຳພະຍາກອນຂອງດານີເອນຍັງບອກສິ່ງທີ່ເກີດຂຶ້ນກ່ອນສົງຄາມໂລກຄັ້ງທີ I ນຳ. ດານຽນ 11:27, 28 ບອກວ່າ ກະສັດທິດເໜືອແລະກະສັດທິດໃຕ້ ‘ຈະເວົ້າຕົວະກັນເມື່ອນັ່ງໂຕະອັນດຽວກັນ.’ ແລ້ວຍັງບອກອີກວ່າ ກະສັດທິດເໜືອຈະມີ “ຊັບສົມບັດຫຼາຍ” ແລ້ວກໍເປັນແບບນັ້ນແທ້. ທັງເຢຍລະມັນແລະອັງກິດບອກວ່າພວກເຂົາຕ້ອງການສັນຕິພາບ ແຕ່ເມື່ອຮອດປີ 1914 ກໍເກີດສົງຄາມໂລກຂຶ້ນເຊິ່ງນີ້ເຮັດໃຫ້ເຫັນຢ່າງຈະແຈ້ງວ່າພວກເຂົາເວົ້າຕົວະ. ນອກນັ້ນ ໃນຫຼາຍສິບປີ ກ່ອນປີ 1914 ເຢຍລະມັນໄດ້ຮັ່ງມີຂຶ້ນເລື້ອຍໆ ແລະເມື່ອຮອດປີ 1914 ກໍມີລະບົບເສດຖະກິດທີ່ໃຫຍ່ທີ່ສຸດອັນດັບສອງຂອງໂລກ. ນອກຈາກນັ້ນ ຄຳພະຍາກອນດານຽນ 11:29 ແລະສ່ວນທຳອິດຂອງຂໍ້ 30 ກໍເກີດຂຶ້ນແທ້ ເຢຍລະມັນຕໍ່ສູ້ກັບກະສັດທິດໃຕ້ແຕ່ກໍບໍ່ຊະນະ.
ກະສັດສອງອົງຂົ່ມເຫງປະຊາຊົນຂອງພະເຈົ້າ
12. ກະສັດທິດເໜືອແລະກະສັດທິດໃຕ້ໄດ້ເຮັດຫຍັງໃນສົງຄາມໂລກຄັ້ງທີ I?
12 ຕັ້ງແຕ່ປີ 1914 ກະສັດສອງອົງເປັນປໍລະປັກກັນແລະຂົ່ມເຫງປະຊາຊົນຂອງພະເຈົ້າຢ່າງໜັກໜ່ວງ ເຊັ່ນ: ສົງຄາມໂລກຄັ້ງທີ I ທັງລັດຖະບານເຢຍລະມັນແລະອັງກິດໄດ້ຂົ່ມເຫງປະຊາຊົນຂອງພະເຈົ້າທີ່ບໍ່ຍອມໄປສູ້ຮົບໃນສົງຄາມ. ສ່ວນລັດຖະບານຂອງສະຫະລັດອາເມຣິກາກໍໄດ້ຈັບຄົນທີ່ນຳໜ້າໃນການປະກາດເຂົ້າຄຸກ. ການຂົ່ມເຫງເຫຼົ່ານີ້ເຮັດໃຫ້ຄຳພະຍາກອນໃນພະນິມິດ 11:7-10 ເກີດຂຶ້ນແທ້.
13. ກະສັດທິດເໜືອແລະກະສັດທິດໃຕ້ໄດ້ເຮັດຫຍັງຫຼັງຈາກປີ 1930 ແລະໃນໄລຍະສົງຄາມໂລກຄັ້ງທີ II?
13 ຕໍ່ມາຫຼັງຈາກປີ 1930 ໂດຍສະເພາະໃນໄລຍະສົງຄາມໂລກຄັ້ງທີ II ກະສັດທິດເໜືອໄດ້ໂຈມຕີປະຊາຊົນຂອງພະເຈົ້າຢ່າງໜັກ. ຕອນທີ່ພັກນາຊີຄວບຄຸມອຳນາດຂອງເຢຍລະມັນ ຮິດເລີແລະຜູ້ທີ່ສະໜັບສະໜູນລາວໄດ້ສັ່ງຫ້າມວຽກງານຂອງປະຊາຊົນຂອງພະເຈົ້າ. ກະສັດທິດເໜືອໄດ້ຂ້າປະຊາຊົນຂອງພະເຈົ້າປະມານ 1.500 ຄົນ ແລະສົ່ງຫຼາຍພັນຄົນໄປຄ້າຍກັກຂັງ. ເຫດການເຫຼົ່ານີ້ຖືກຕ້ອງຕາມທີ່ດານີເອນພະຍາກອນໄວ້. ກະສັດທິດເໜືອ “ເຮັດໃຫ້ບ່ອນສັກສິດ . . . ເປິເປື້ອນ ແລະເຮັດໃຫ້ການຖວາຍເຄື່ອງບູຊາເປັນປະຈຳຕ້ອງຢຸດໄປ” ໂດຍເຮັດໃຫ້ຜູ້ຮັບໃຊ້ຂອງພະເຢໂຫວາບໍ່ມີອິດສະຫຼະໃນການປະກາດ. (ດາ. 11:30 ສ່ວນ ຂ, 31 ສ່ວນ ກ, ລ.ມ.) ຮິດເລີເຊິ່ງເປັນຜູ້ນຳຂອງເຢຍລະມັນເຖິງຂັ້ນສາບານວ່າຈະກວາດລ້າງປະຊາຊົນຂອງພະເຈົ້າໃຫ້ໝົດໄປຈາກເຢຍລະມັນ.
ກະສັດທິດເໜືອອົງໃໝ່
14. ຫຼັງຈາກສົງຄາມໂລກຄັ້ງທີ II ໃຜເປັນກະສັດທິດເໜືອ? ຂໍໃຫ້ອະທິບາຍ.
14 ຫຼັງຈາກສົງຄາມໂລກຄັ້ງທີ II ລັດຖະບານຄອມມູນິດຂອງສະຫະພາບໂຊວຽດໄດ້ຍຶດດິນແດນທີ່ເຄີຍເປັນຂອງເຢຍລະມັນ ແລະສະຫະພາບໂຊວຽດກໍກາຍເປັນກະສັດທິດເໜືອ. ຄືກັບການປົກຄອງທີ່ຜະເດັດການຂອງນາຊີ ສະຫະພາບໂຊວຽດໄດ້ຂົ່ມເຫງທຸກຄົນທີ່ນະມັດສະການແລະເຊື່ອຟັງພະເຈົ້າອົງທ່ຽງແທ້ຫຼາຍກວ່າເຊື່ອຟັງລັດ.
15. ກະສັດທິດເໜືອໄດ້ເຮັດຫຍັງຫຼັງຈາກສົງຄາມໂລກຄັ້ງທີ II ຈົບລົງ?
15 ບໍ່ດົນຫຼັງຈາກສົງຄາມໂລກຄັ້ງທີ II ຈົບລົງ ກະສັດທິດເໜືອອົງໃໝ່ຄືສະຫະພາບໂຊວຽດກັບພັນທະມິດໄດ້ໂຈມຕີປະຊາຊົນຂອງພະເຈົ້າຢ່າງໜັກໜ່ວງ. ນີ້ສອດຄ່ອງກັບຄຳພະຍາກອນທີ່ບັນທຶກໃນພະນິມິດ 12:15-17 ກະສັດອົງນີ້ສັ່ງຫ້າມການປະກາດແລະເນລະເທດປະຊາຊົນຂອງພະເຢໂຫວາຫຼາຍພັນຄົນ. ທີ່ຈິງ ຕະຫຼອດໄລຍະສະໄໝສຸດທ້າຍ ກະສັດທິດເໜືອໃຊ້ “ແມ່ນ້ຳ” ເຊິ່ງໝາຍເຖິງການຂົ່ມເຫງເພື່ອພະຍາຍາມຢຸດວຽກທີ່ປະຊາຊົນຂອງພະເຈົ້າເຮັດ ແຕ່ກໍບໍ່ມີທາງສຳເລັດ.f
16. ສະຫະພາບໂຊວຽດເຮັດໃຫ້ຄຳພະຍາກອນໃນດານຽນ 11:37-39 ເກີດຂຶ້ນແທ້ແນວໃດ?
16 ອ່ານດານຽນ 11:37-39. ຄຳພະຍາກອນນີ້ບອກວ່າກະສັດທິດເໜືອ “ບໍ່ນັບຖືພະເຈົ້າຂອງປູ່ຍ່າຕານາຍແຫ່ງຕົນ.” ເລື່ອງນີ້ເກີດຂຶ້ນແທ້ແນວໃດ? ສະຫະພາບໂຊວຽດມີເປົ້າໝາຍຈະກຳຈັດສາສະໜາໃຫ້ໝົດໄປໂດຍພະຍາຍາມເຮັດໃຫ້ສາສະໜາທີ່ນັບຖືກັນມາບໍ່ມີອຳນາດຕໍ່ໄປ. ເພື່ອຈະເຮັດຕາມເປົ້າໝາຍນີ້ ໃນປີ 1918 ລັດຖະບານໂຊວຽດໄດ້ອອກຄຳສັ່ງໃຫ້ໂຮງຮຽນທຸກແຫ່ງສອນວ່າບໍ່ມີພະເຈົ້າ. ແລ້ວກະສັດທິດເໜືອ “ນັບຖືພະຂອງຫໍປ້ອມທັງຫຼາຍໃນບ່ອນແຫ່ງຕົນ” ແນວໃດ? ສະຫະພາບໂຊວຽດໃຊ້ເງິນຈຳນວນມະຫາສານເພື່ອສ້າງກອງທັບແລະອາວຸດນິວເຄຼຍເພື່ອຈະເຮັດໃຫ້ຕົວເອງມີອຳນາດຫຼາຍຂຶ້ນ. ໃນທີ່ສຸດ ທັງກະສັດທິດເໜືອແລະກະສັດທິດໃຕ້ມີອາວຸດມະຫາສານທີ່ຈະຂ້າລ້າງມະນຸດເປັນຕື້ໆຄົນໄດ້!
ກະສັດສອງອົງຮ່ວມມືກັນ
17. “ຂອງອັນໜ້າກຽດໜ້າຊັງທີ່ທຳລາຍໃຫ້ຈິບຫາຍ” ແມ່ນຫຍັງ?
17 ກະສັດທິດເໜືອຮ່ວມມືກັບກະສັດທິດໃຕ້ໃນການເຮັດຕາມເປົ້າໝາຍດຽວກໍຄື ພວກເຂົາ “ຈະເອົາຂອງອັນໜ້າກຽດໜ້າຊັງທີ່ທຳລາຍໃຫ້ຈິບຫາຍມາຕັ້ງຢູ່ທີ່ນັ້ນ.” (ດາ. 11:31) “ຂອງອັນໜ້າກຽດໜ້າຊັງ” ນັ້ນແມ່ນອົງການສະຫະປະຊາຊາດ.
18. ເປັນຫຍັງອົງການສະຫະປະຊາຊາດຈຶ່ງຖືກເອີ້ນວ່າ “ຂອງອັນໜ້າກຽດໜ້າຊັງ”?
18 ອົງການສະຫະປະຊາຊາດຖືກເອີ້ນວ່າ “ຂອງອັນໜ້າກຽດໜ້າຊັງ” ຍ້ອນວ່າອົງການນີ້ອ້າງວ່າສາມາດເຮັດໃຫ້ໂລກມີສັນຕິພາບ ເຊິ່ງຄວາມເປັນຈິງແລ້ວມີແຕ່ການປົກຄອງຂອງພະເຢໂຫວາເທົ່ານັ້ນທີ່ເຮັດໄດ້. ຄຳພະຍາກອນນັ້ນຍັງບອກອີກວ່າ ຂອງອັນໜ້າກຽດໜ້າຊັງຈະ “ທຳລາຍໃຫ້ຈິບຫາຍ” ເພາະອົງການສະຫະປະຊາຊາດຈະມີບົດບາດສຳຄັນໃນການທຳລາຍສາສະໜາປອມທັງໝົດ. “ກະສັດຄູ່ແຂ່ງໃນສະໄໝສຸດທ້າຍ.”
ເປັນຫຍັງເຮົາຕ້ອງຮູ້ປະຫວັດສາດເລື່ອງນີ້?
19-20. (ກ) ເປັນຫຍັງເຮົາຕ້ອງຮູ້ປະຫວັດສາດເລື່ອງນີ້? (ຂ) ເຮົາຈະໄດ້ຄຳຕອບສຳລັບຄຳຖາມຫຍັງໃນບົດຄວາມຕໍ່ໄປ?
19 ເຮົາຕ້ອງຮູ້ປະຫວັດສາດເລື່ອງນີ້ເພາະເລື່ອງນີ້ພິສູດວ່າຄຳພະຍາກອນຂອງດານີເອນກ່ຽວກັບກະສັດທິດເໜືອແລະກະສັດທິດໃຕ້ໄດ້ເກີດຂຶ້ນແທ້ໃນໄລຍະປີ 1870-1991 ແລະຍ້ອນແນວນັ້ນ ເຮົາຈຶ່ງໝັ້ນໃຈໄດ້ວ່າຄຳພະຍາກອນສ່ວນທີ່ເຫຼືອຈະຕ້ອງເກີດຂຶ້ນແທ້ແນ່ນອນ.
20 ເມື່ອສະຫະພາບໂຊວຽດລົ້ມລະລາຍໃນປີ 1991 ແລ້ວແມ່ນໃຜລະທີ່ເປັນກະສັດທິດເໜືອໃນທຸກມື້ນີ້? ເຮົາຈະໄດ້ຄຳຕອບໃນບົດຄວາມຕໍ່ໄປ.
ເພງ 128 ອົດທົນຈົນເຖິງທີ່ສຸດ
a ເຮົາເຫັນຫຼັກຖານທີ່ສະແດງວ່າຄຳພະຍາກອນຂອງດານີເອນກ່ຽວກັບ “ກະສັດທິດເໜືອ” ແລະ “ກະສັດທິດໃຕ້” ກຳລັງເກີດຂຶ້ນແທ້. ເຮົາຮູ້ໄດ້ແນວໃດ? ແລະເປັນຫຍັງເຮົາຕ້ອງເຂົ້າໃຈລາຍລະອຽດກ່ຽວກັບຄຳພະຍາກອນນີ້?
b ຈາກເຫດຜົນທີ່ບອກໃນນີ້ ຈອມຈັກກະພັດໂຣມທີ່ຊື່ ໂອເຣລຽນ (ຄ.ສ 270-275) ບໍ່ໄດ້ເປັນ “ກະສັດທິດເໜືອ” ແລະລາຊີນີເຊໂນເບຍ (ຄ.ສ 267-272) ບໍ່ໄດ້ເປັນ “ກະສັດທິດໃຕ້.” ນີ້ເປັນການປ່ຽນຄວາມເຂົ້າໃຈໃນປຶ້ມຈົ່ງເອົາໃຈໃສ່ຄຳພະຍາກອນຂອງດານີເອນ! ບົດ 13 ແລະ 14 (ພາສາໄທ).
d ໃນປີ 1890 ໄຄເຊີ ເວວແຮມທີ II ບັງຄັບໃຫ້ບິດສະມາກອອກຈາກຕຳແໜ່ງ.
e ພວກເຂົາໃຊ້ຫຼາຍວິທີເພື່ອໂຄ່ນລົ້ມອຳນາດຈັກກະພັດ ເຊັ່ນ: ບໍ່ສະໜັບສະໜູນກະສັດໄຄເຊີອີກຕໍ່ໄປ ປ່ອຍຂໍ້ມູນລັບກ່ຽວກັບສົງຄາມ ແລະບີບບັງຄັບກະສັດໄຄເຊີໃຫ້ສະລະການປົກຄອງ.
f ຕາມທີ່ບອກໄວ້ໃນ ດານຽນ 11:34 ກະສັດທິດເໜືອບໍ່ໄດ້ຂົ່ມເຫງຄລິດສະຕຽນໄລຍະໜຶ່ງ ເຊັ່ນ ຕອນທີ່ສະຫະພາບໂຊວຽດລົ້ມລະລາຍໃນປີ 1991.
-
-
ໃຜແມ່ນ “ກະສັດທິດເໜືອ” ໃນປັດຈຸບັນ?ຫໍສັງເກດການ (ສຶກສາ)—2020 | ພຶດສະພາ
-
-
ບົດຄວາມສຶກສາທີ 20
ໃຜແມ່ນ “ກະສັດທິດເໜືອ” ໃນປັດຈຸບັນ?
“ເພິ່ນຈະເຖິງທີ່ສຸດແຫ່ງຕົນແລະບໍ່ມີຜູ້ໃດຈະຊ່ອຍເພິ່ນ.”—ດາ. 11:45
ເພງ 95 ແສງສະຫວ່າງທີ່ແຮງກ້າຂຶ້ນ
ໃຈຄວາມສຳຄັນa
1-2. ເຮົາຈະຮຽນຫຍັງໃນບົດຄວາມນີ້?
ເຮົາເຫັນຫຼັກຖານຫຼາຍກວ່າແຕ່ກ່ອນທີ່ບອກໃຫ້ຮູ້ວ່າ ເຮົາມີຊີວິດຢູ່ໃນໄລຍະທ້າຍໆຂອງສະໄໝສຸດທ້າຍ. ອີກບໍ່ດົນ ພະເຢໂຫວາແລະພະເຢຊູຄລິດຈະທຳລາຍການປົກຄອງທັງໝົດທີ່ຕໍ່ຕ້ານການປົກຄອງຂອງພະເຈົ້າ. ແຕ່ກ່ອນທີ່ເຫດການນັ້ນຈະເກີດຂຶ້ນ ກະສັດທິດເໜືອແລະກະສັດທິດໃຕ້ຈະຕໍ່ສູ້ກັນ ແລະຕໍ່ຕ້ານປະຊາຊົນຂອງພະເຈົ້ານຳ.
2 ໃນບົດຄວາມນີ້ ເຮົາຈະຮຽນກ່ຽວກັບຄຳພະຍາກອນທີ່ຂຽນໄວ້ໃນດານຽນ 11:40–12:1. ເຮົາຈະມາເບິ່ງວ່າໃຜເປັນກະສັດທິດເໜືອ ແລະເປັນຫຍັງເຮົາຈຶ່ງສາມາດສະຫງົບໃຈແລະໝັ້ນໃຈໄດ້ວ່າພະເຢໂຫວາຈະຊ່ວຍເຮົາໃຫ້ລອດບໍ່ວ່າຈະເກີດຫຍັງຂຶ້ນ.
ກະສັດທິດເໜືອອົງໃໝ່
3-4. ໃຜເປັນກະສັດທິດເໜືອໃນປັດຈຸບັນ? ຂໍໃຫ້ອະທິບາຍ.
3 ຫຼັງຈາກສະຫະພາບໂຊວຽດລົ້ມລະລາຍໃນປີ 1991 ປະຊາຊົນຂອງພະເຈົ້າທີ່ຢູ່ໃນເຂດການປົກຄອງນັ້ນໄດ້ຮັບ “ການຊ່ວຍເຫຼືອເລັກນ້ອຍ” ເຊິ່ງກໍຄືມີອິດສະຫຼະໃນໄລຍະໜຶ່ງ. (ດາ. 11:34, ລ.ມ.) ນີ້ໄດ້ເຮັດໃຫ້ພວກເຂົາມີອິດສະຫຼະໃນການປະກາດ ແລະບໍ່ດົນກໍມີຜູ້ປະກາດທີ່ຢູ່ໃນບັນດາປະເທດທີ່ເປັນຄອມມູນິດເພີ່ມຂຶ້ນຫຼາຍແສນຄົນ. ແຕ່ຫຼັງຈາກບໍ່ເທົ່າໃດປີ ຣັດເຊຍແລະພັນທະມິດກໍກາຍເປັນກະສັດທິດເໜືອ. ດັ່ງທີ່ເຮົາໄດ້ຮຽນໃນບົດຄວາມກ່ອນແລ້ວວ່າ ຜູ້ທີ່ຈະເປັນກະສັດທິດເໜືອຫຼືກະສັດທິດໃຕ້ຕ້ອງເຮັດ 3 ຢ່າງຕໍ່ໄປນີ້ຄື: (1) ປົກຄອງດິນແດນທີ່ປະຊາຊົນຂອງພະເຈົ້າອາໄສຢູ່ (2) ເຮັດສິ່ງທີ່ສະແດງວ່າກຽດຊັງພະເຢໂຫວາແລະປະຊາຊົນຂອງພະອົງ ແລະ (3) ຕໍ່ສູ້ກັບກະສັດຄູ່ແຂ່ງເພື່ອຍາດຊີງອຳນາດ.
4 ເຮົາສາມາດບອກໄດ້ວ່າກະສັດທິດເໜືອໃນປັດຈຸບັນແມ່ນຣັດເຊຍແລະພັນທະມິດກໍຍ້ອນເຫດຜົນເຫຼົ່ານີ້: (1) ພວກເຂົາໂຈມຕີປະຊາຊົນຂອງພະເຈົ້າໂດຍສັ່ງຫ້າມວຽກປະກາດແລະຂົ່ມເຫງພີ່ນ້ອງຫຼາຍແສນຄົນທີ່ອາໄສຢູ່ດິນແດນທີ່ພວກເຂົາປົກຄອງ (2) ການກະທຳເຫຼົ່ານີ້ສະແດງໃຫ້ເຫັນວ່າພວກເຂົາກຽດຊັງພະເຢໂຫວາແລະປະຊາຊົນຂອງພະອົງ (3) ພວກເຂົາຕໍ່ສູ້ກັບກະສັດທິດໃຕ້ເຊິ່ງກໍຄືມະຫາອຳນາດໂລກອັງກິດ-ອາເມຣິກາ. ໃຫ້ເຮົາມາເບິ່ງນຳກັນວ່າຣັດເຊຍແລະພັນທະມິດໄດ້ສະແດງໃຫ້ເຫັນແນວໃດວ່າເປັນກະສັດທິດເໜືອ.
ກະສັດທິດເໜືອຕໍ່ສູ້ກັບກະສັດທິດໃຕ້
5. ດານຽນ 11:40-43 ເວົ້າເຖິງຫຍັງ ແລະມີຫຍັງເກີດຂຶ້ນໃນໄລຍະເວລານັ້ນ?
5 ອ່ານດານຽນ 11:40-43. ຄຳພະຍາກອນສ່ວນນີ້ເວົ້າເຖິງພາບລວມຂອງສະໄໝສຸດທ້າຍ. ຄຳພະຍາກອນນີ້ຍັງບອກໃຫ້ຮູ້ວ່າກະສັດທິດເໜືອແລະກະສັດທິດໃຕ້ຈະສູ້ກັນແນວໃດ. ຄືກັບທີ່ດານີເອນບອກລ່ວງໜ້າວ່າ ໃນສະໄໝສຸດທ້າຍກະສັດທິດໃຕ້ແລະກະສັດທິດເໜືອຈະ “ຕໍ່ສູ້” ກັນ.—ດາ. 11:40
6. ກະສັດທິດເໜືອຕໍ່ສູ້ກັບກະສັດທິດໃຕ້ແນວໃດ?
6 ກະສັດທິດໃຕ້ແລະກະສັດທິດເໜືອຕໍ່ສູ້ກັນເພື່ອຢາກເປັນມະຫາອຳນາດໂລກ. ຕົວຢ່າງ: ຫຼັງຈາກສົງຄາມໂລກຄັ້ງທີ II ສະຫະພາບໂຊວຽດເລີ່ມມີອິດທິພົນຫຼາຍໃນເອີຣົບ ສະນັ້ນກະສັດທິດໃຕ້ຈຶ່ງຕົກລົງທີ່ຈະຮ່ວມມືກັບປະເທດອື່ນທາງການທະຫານເຊິ່ງເປັນອົງການທີ່ເອີ້ນວ່າ ອົງການນາໂຕ (NATO) ເພື່ອຕໍ່ສູ້ກັບກະສັດທິດເໜືອ. ກະສັດທິດເໜືອແລະກະສັດທິດໃຕ້ຍັງໃຊ້ເງິນຈຳນວນຫຼາຍໃນການສ້າງອາວຸດທີ່ມີພະລັງມະຫາສານ. ພວກເຂົາເຄີຍຕໍ່ສູ້ກັນໃນສົງຄາມໂດຍໃຊ້ຕົວແທນເປັນຜູ້ສູ້ຮົບຢູ່ໃນເຂດອາຝຼິກກາ ອາຊີ ແລະອາເມຣິກາລາຕິນ. ໃນບໍ່ເທົ່າໃດປີມານີ້ ຣັດເຊຍແລະພັນທະມິດໄດ້ຂະຫຍາຍອຳນາດໄປທົ່ວໂລກ ແລະພວກເຂົາໄດ້ຕໍ່ສູ້ກັບກະສັດທິດໃຕ້ໂດຍໃຊ້ສົງຄາມທາງຄອມພິວເຕີ. ກະສັດເຫຼົ່ານີ້ໄດ້ໃຊ້ໂປຣແກມຄອມພິວເຕີເພື່ອສ້າງຄວາມເສຍຫາຍທາງດ້ານການເມືອງແລະເສດຖະກິດຂອງອີກຝ່າຍໜຶ່ງ. ນອກຈາກນັ້ນ ກະສັດທິດເໜືອຍັງຈະໂຈມຕີປະຊາຊົນຂອງພະເຈົ້ານຳຄືກັບທີ່ດານີເອນບອກໄວ້ລ່ວງໜ້າ.—ດາ. 11:41
ກະສັດທິດເໜືອເຂົ້າໄປໃນ ‘ແຜ່ນດິນທີ່ງາມທີ່ສຸດ’
7. ‘ແຜ່ນດິນທີ່ງາມທີ່ສຸດ’ ແມ່ນຫຍັງ?
7 ດານຽນ 11:41 ບອກວ່າກະສັດທິດເໜືອຈະເຂົ້າໄປໃນ ‘ແຜ່ນດິນທີ່ງາມທີ່ສຸດ.’ ແຜ່ນດິນນັ້ນແມ່ນຫຍັງ? ໃນສະໄໝທີ່ຂຽນຄຳພີໄບເບິນ ດິນແດນອິດສະຣາເອນເປັນ “ແຜ່ນດິນທີ່ງາມທີ່ສຸດ.” (ເອເຊກ. 20:6, ລ.ມ.) ແຕ່ສິ່ງທີ່ເຮັດໃຫ້ແຜ່ນດິນນີ້ງາມທີ່ສຸດກໍຍ້ອນເປັນບ່ອນນະມັດສະການແທ້. ຕັ້ງແຕ່ວັນເພັນເຕກອດປີ ຄ.ສ 33 ‘ແຜ່ນດິນທີ່ງາມທີ່ສຸດ’ ບໍ່ໄດ້ມີສະເພາະບ່ອນໃດບ່ອນໜຶ່ງໃນໂລກອີກຕໍ່ໄປເພາະໃນທຸກມື້ນີ້ປະຊາຊົນຂອງພະເຈົ້າອາໄສຢູ່ທົ່ວໂລກ. ແຕ່ “ແຜ່ນດິນທີ່ງາມທີ່ສຸດ” ໃນທຸກມື້ນີ້ກໍຄື ວຽກງານທັງໝົດທີ່ປະຊາຊົນຂອງພະເຢໂຫວາເຮັດເຊິ່ງລວມເອົາການນະມັດສະການພະອົງໃນການປະຊຸມແລະການປະກາດ.
8. ກະສັດທິດເໜືອເຂົ້າໄປໃນ ‘ແຜ່ນດິນທີ່ງາມທີ່ສຸດ’ ແນວໃດ?
8 ໃນສະໄໝສຸດທ້າຍ ກະສັດທິດເໜືອໄດ້ເຂົ້າໄປໃນ ‘ແຜ່ນດິນທີ່ງາມທີ່ສຸດ’ ຫຼາຍເທື່ອ ເຊັ່ນ: ໃນໄລຍະສົງຄາມໂລກຄັ້ງທີ II ຕອນທີ່ນາຊີເຢຍລະມັນເປັນກະສັດທິດເໜືອ ພວກນາຊີໄດ້ເຂົ້າໄປໃນ ‘ແຜ່ນດິນທີ່ງາມທີ່ສຸດ’ ໂດຍການຂົ່ມເຫງແລະຂ້າປະຊາຊົນຂອງພະເຈົ້າ. ແລະຫຼັງຈາກສົງຄາມໂລກຄັ້ງທີ II ເມື່ອສະຫະພາບໂຊວຽດເປັນກະສັດທິດເໜືອ ໂຊວຽດໄດ້ເຂົ້າໄປໃນ ‘ແຜ່ນດິນທີ່ງາມທີ່ສຸດ’ ໂດຍຂົ່ມເຫງປະຊາຊົນຂອງພະເຈົ້າ ແລະເນລະເທດພວກເຂົາ.
9. ໃນບໍ່ເທົ່າໃດປີມານີ້ ຣັດເຊຍແລະພັນທະມິດໄດ້ເຂົ້າໄປໃນ ‘ແຜ່ນດິນທີ່ງາມທີ່ສຸດ’ ແນວໃດ?
9 ໃນບໍ່ເທົ່າໃດປີມານີ້ ຣັດເຊຍແລະພັນທະມິດໄດ້ເຂົ້າໄປໃນ ‘ແຜ່ນດິນທີ່ງາມທີ່ສຸດ’ ແນວໃດ? ໃນປີ 2017 ຣັດເຊຍເຊິ່ງເປັນກະສັດທິດເໜືອໃນປັດຈຸບັນໄດ້ສັ່ງຫ້າມວຽກທີ່ປະຊາຊົນຂອງພະເຢໂຫວາເຮັດແລະຈັບພີ່ນ້ອງບາງຄົນເຂົ້າຄຸກ. ກະສັດທິດເໜືອຍັງສັ່ງຫ້າມປຶ້ມຕ່າງໆລວມທັງຄຳພີໄບເບິນສະບັບແປໂລກໃໝ່ ແລະຍຶດເອົາສຳນັກງານສາຂາ ແລະຫໍປະຊຸມຢູ່ບ່ອນຕ່າງໆໃນຣັດເຊຍ. ຍ້ອນແນວນັ້ນ ໃນປີ 2018 ຄະນະກຳມະການປົກຄອງຈຶ່ງບອກວ່າຣັດເຊຍແລະພັນທະມິດເປັນກະສັດທິດເໜືອ. ເຖິງວ່າປະຊາຊົນຂອງພະເຢໂຫວາຈະຖືກຂົ່ມເຫງຢ່າງໜັກ ແຕ່ພວກເຂົາກໍບໍ່ເຄີຍຕໍ່ຕ້ານອຳນາດການປົກຄອງ. ພວກເຂົາໄດ້ເຮັດຕາມຄຳແນະນຳໃນຄຳພີໄບເບິນທີ່ໃຫ້ອະທິດຖານເພື່ອ “ຄົນທີ່ຢູ່ໃນຕຳແໜ່ງສູງ” ໂດຍສະເພາະຕອນທີ່ອຳນາດການປົກຄອງກຳລັງຕັດສິນວ່າຈະໃຫ້ອິດສະຫຼະໃນການນະມັດສະການຫຼືບໍ່.—1 ຕມ. 2:1, 2
ກະສັດທິດເໜືອຈະທຳລາຍກະສັດທິດໃຕ້ບໍ?
10. ກະສັດທິດເໜືອຈະທຳລາຍກະສັດທິດໃຕ້ບໍ? ຂໍໃຫ້ອະທິບາຍ
10 ຄຳພະຍາກອນໃນດານຽນ 11:40-45 ສ່ວນຫຼາຍແລ້ວເວົ້າເຖິງກະສັດທິດເໜືອ. ນີ້ໝາຍຄວາມວ່າກະສັດທິດເໜືອຈະທຳລາຍກະສັດທິດໃຕ້ບໍ? ບໍ່. ກະສັດທິດໃຕ້ຍັງ “ມີຊີວິດຢູ່” ເມື່ອພະເຢໂຫວາແລະພະເຢຊູມາທຳລາຍການປົກຄອງຂອງມະນຸດທັງໝົດໃນສົງຄາມອາມາເຄໂດນ. (ພນມ. 19:20) ເປັນຫຍັງເຮົາຈຶ່ງສະຫຼຸບແບບນັ້ນ? ຂໍໃຫ້ມາເບິ່ງຄຳພະຍາກອນໃນດານຽນແລະພະນິມິດ.
ໃນອາມາເຄໂດນ ການປົກຄອງຂອງພະເຈົ້າເຊິ່ງເປັນຄືກັບກ້ອນຫີນຈະທຳລາຍຮູບປັ້ນເຊິ່ງໝາຍເຖິງການປົກຄອງຂອງມະນຸດ (ເບິ່ງຂໍ້ 11)
11. ດານຽນ 2:43-45 ບອກໃຫ້ຮູ້ຫຍັງ? (ເບິ່ງຮູບໜ້າປົກ)
11 ອ່ານດານຽນ 2:43-45. ພາກສ່ວນຕ່າງໆຂອງຮູບປັ້ນທີ່ເຮັດຈາກໂລຫະທີ່ດານີເອນເຫັນແມ່ນ ການປົກຄອງຂອງມະນຸດທີ່ມີຜົນກະທົບຕໍ່ປະຊາຊົນຂອງພະເຈົ້າໂດຍກົງ. ການປົກຄອງສ່ວນສຸດທ້າຍຂອງມະນຸດແມ່ນຕີນຂອງຮູບປັ້ນນັ້ນທີ່ເປັນເຫຼັກປະສົມດິນໜຽວເຊິ່ງໝາຍເຖິງມະຫາອຳນາດໂລກອັງກິດ-ອາເມຣິກາ. ຄຳພະຍາກອນນີ້ບອກໃຫ້ຮູ້ວ່າອັງກິດກັບອາເມຣິກາຈະຍັງປົກຄອງຕອນທີ່ການປົກຄອງພະເຈົ້າມາທຳລາຍການປົກຄອງຂອງມະນຸດທັງໝົດ.
12. ຫົວທີເຈັດຂອງສັດຮ້າຍໝາຍເຖິງຫຍັງ ແລະເປັນຫຍັງການຮູ້ເລື່ອງນີ້ຈຶ່ງສຳຄັນ?
12 ອັກຄະສາວົກໂຢຮັນຍັງເວົ້າເຖິງມະຫາອຳນາດໂລກຕ່າງໆທີ່ສົ່ງຜົນຕໍ່ປະຊາຊົນຂອງພະເຢໂຫວາ. ໂຢຮັນບອກວ່າການປົກຄອງຂອງມະນຸດທັງໝົດເປັນຄືກັບສັດຮ້າຍທີ່ມີ 7 ຫົວ. ຫົວທີ 7 ຂອງສັດຮ້າຍນັ້ນແມ່ນມະຫາອຳນາດໂລກອັງກິດ-ອາເມຣິກາ. ເປັນຫຍັງເລື່ອງນີ້ຈຶ່ງສຳຄັນ? ເພາະມັນເປັນຫົວສຸດທ້າຍເຊິ່ງຈະບໍ່ມີຫົວອື່ນຂຶ້ນມາອີກ. ຫົວທີ 7 ຂອງສັດຮ້າຍຍັງຈະປົກຄອງຕອນທີ່ພະຄລິດແລະກອງທັບສະຫວັນມາທຳລາຍສັດຮ້າຍນັ້ນ.b—ພນມ. 13:1, 2; 17:13, 14
ອີກບໍ່ດົນກະສັດທິດເໜືອຈະເຮັດຫຍັງ?
13-14. “ໂຄກໃນປະເທດມາໂຄກ” ແມ່ນໃຜ ແລະສິ່ງໃດອາດເຮັດໃຫ້ພວກເຂົາມາໂຈມຕີປະຊາຊົນຂອງພະເຈົ້າ?
13 ຄຳພະຍາກອນໃນເອເຊກຽນຊ່ວຍເຮົາໃຫ້ເຂົ້າໃຈສິ່ງທີ່ອາດເກີດຂຶ້ນກ່ອນກະສັດທິດເໜືອແລະກະສັດທິດໃຕ້ຈະຖືກທຳລາຍ. ຖ້າຄຳພະຍາກອນໃນເອເຊກຽນ 38:10-23; ດານຽນ 2:43-45; 11:44–12:1 ແລະຄຳພະຍາກອນໃນພະນິມິດ 16:13-16, 21 ເວົ້າເຖິງເວລາແລະເຫດການດຽວກັນ ເຮົາກໍສາມາດຄາດໝາຍໄດ້ວ່າເຫດການຕໍ່ໄປນີ້ຈະເກີດຂຶ້ນ.
14 ຫຼັງຈາກຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນ “ກະສັດທົ່ວໂລກ” ຈະມາລວມຕົວກັນເປັນກຸ່ມໜຶ່ງ. (ພນມ. 16:13, 14; 19:19) ຄຳພີໄບເບິນເອີ້ນກຸ່ມນັ້ນວ່າ “ໂຄກໃນປະເທດມາໂຄກ.” (ເອເຊກ. 38:2) ກຸ່ມປະເທດນັ້ນຈະໂຈມຕີແລະພະຍາຍາມທຳລາຍປະຊາຊົນຂອງພະເຢໂຫວາ. ເປັນຫຍັງພວກເຂົາຈຶ່ງພະຍາຍາມເຮັດແບບນັ້ນ? ເມື່ອເວົ້າເຖິງເວລານີ້ ໂຢຮັນເຫັນພາຍຸໝາກເຫັບທີ່ໃຫຍ່ຜິດປົກກະຕິຕົກໃສ່ສັດຕູຂອງພະເຈົ້າ. ພາຍຸໝາກເຫັບໃຫຍ່ນີ້ອາດໝາຍເຖິງຄຳພິພາກສາທີ່ຮຸນແຮງເຊິ່ງປະຊາຊົນຂອງພະເຈົ້າປະກາດ. ຄຳພິພາກສານີ້ອາດເຮັດໃຫ້ໂຄກແຫ່ງມາໂຄກໂຈມຕີປະຊາຊົນຂອງພະເຈົ້າເພື່ອກວາດລ້າງພວກເຂົາທັງໝົດ.—ພນມ. 16:21
15-16. (ກ) ດານຽນ 11:44, 45 ອາດໝາຍເຖິງເຫດການຫຍັງ? (ຂ) ຈະເກີດຫຍັງຂຶ້ນກັບກະສັດທິດເໜືອແລະຊາດຕ່າງໆທີ່ເປັນໂຄກແຫ່ງມາໂຄກ?
15 ການປະກາດຄຳພິພາກສາທີ່ໜັກນີ້ແລະການໂຈມຕີປະຊາຊົນຂອງພະເຈົ້າຄັ້ງສຸດທ້າຍອາດເປັນເຫດການທີ່ຂຽນໄວ້ໃນດານຽນ 11:44, 45. (ອ່ານ) ທີ່ບອກວ່າ “ຂ່າວມາແຕ່ທິດບົວລະພາ [ທິດຕາເວັນອອກ] ມາແຕ່ທິດອຸດອນ [ທິດເໜືອ]” ຈະເຮັດໃຫ້ກະສັດທິດເໜືອ “ຄຽດຮ້າຍຫຼາຍ.” ກະສັດທິດເໜືອຢາກ “ທຳລາຍຫຼາຍຄົນໃຫ້ຈິບຫາຍໝົດສ້ຽງ.” ໃນນີ້ຄຳວ່າ “ຫຼາຍຄົນ” ເບິ່ງຄືວ່າໝາຍເຖິງປະຊາຊົນຂອງພະເຢໂຫວາ.c ດັ່ງນັ້ນ ດານີເອນອາດໝາຍເຖິງການໂຈມຕີປະຊາຊົນຂອງພະເຈົ້າຄັ້ງສຸດທ້າຍ.
16 ເມື່ອກະສັດທິດເໜືອລວມທັງອຳນາດການປົກຄອງຕ່າງໆມາໂຈມຕີປະຊາຊົນຂອງພະເຈົ້າ ນີ້ຈະເຮັດໃຫ້ພະເຢໂຫວາໃຈຮ້າຍຫຼາຍແລະເຮັດໃຫ້ເກີດສົງຄາມອາມາເຄໂດນ. (ພນມ. 16:14, 16) ໃນເວລານັ້ນ ກະສັດທິດເໜືອແລະຊາດຕ່າງໆທີ່ເປັນໂຄກແຫ່ງມາໂຄກຈະຖືກທຳລາຍ ແລະຈະ “ບໍ່ມີຜູ້ໃດຈະຊ່ອຍເພິ່ນ.”—ດາ. 11:45
ໃນສົງຄາມອາມາເຄໂດນ ພະເຢຊູຄລິດແລະກອງທັບສະຫວັນຈະທຳລາຍໂລກຊົ່ວຂອງຊາຕານແລະຊ່ວຍປະຊາຊົນຂອງພະເຈົ້າໃຫ້ລອດ (ເບິ່ງຂໍ້ 17)
17. ມີຄາເອນເຊິ່ງເປັນ “ເຈົ້າຊາຍອົງຍິ່ງໃຫຍ່” ທີ່ດານຽນ 12:1 ເວົ້າເຖິງແມ່ນໃຜ ແລະເພິ່ນຈະເຮັດຫຍັງ?
17 ອ່ານດານຽນ 12:1.d ຂໍ້ນີ້ເວົ້າກ່ຽວກັບວິທີທີ່ກະສັດທິດເໜືອແລະພັນທະມິດຈະຖືກທຳລາຍ ແລະວິທີທີ່ເຮົາຈະລອດຊີວິດ. ຂໍ້ນີ້ບອກວ່າມີຄາເອນເຊິ່ງເປັນອີກຊື່ໜຶ່ງຂອງພະເຢຊູຄລິດທີ່ກຳລັງປົກຄອງຢູ່ ໄດ້ “ຊ່ວຍເຫຼືອ” ປະຊາຊົນຂອງພະເຈົ້າຕັ້ງແຕ່ປີ 1914 ເມື່ອເພິ່ນເປັນກະສັດທີ່ປົກຄອງໃນສະຫວັນ. ອີກບໍ່ດົນເພິ່ນຈະ “ປະຕິບັດການ” ເຊິ່ງໝາຍເຖິງທຳລາຍສັດຕູໃນສົງຄາມອາມາເຄໂດນ. ສົງຄາມນັ້ນຈະເປັນເຫດການສຸດທ້າຍທີ່ດານີເອນເວົ້າເຖິງເຊິ່ງບອກວ່າເປັນ “ເວລາທີ່ທຸກຍາກລຳບາກ” ແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ແລະໂຢຮັນກໍບອກໃນພະນິມິດວ່າເປັນເວລາ “ຄວາມທຸກລຳບາກຄັ້ງໃຫຍ່.”—ພນມ. 6:2; 7:14
ຊື່ຂອງເຈົ້າຈະຖືກ “ຂຽນໄວ້ໃນປຶ້ມຂອງພະເຈົ້າ” ບໍ?
18. ເປັນຫຍັງເຮົາສາມາດໝັ້ນໃຈເລື່ອງອະນາຄົດໄດ້?
18 ເຮົາສາມາດໝັ້ນໃຈເລື່ອງອະນາຄົດໄດ້ຍ້ອນດານີເອນແລະໂຢຮັນຢືນຢັນວ່າຜູ້ທີ່ຮັບໃຊ້ພະເຢໂຫວາແລະພະເຢຊູຈະລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່. ດານີເອນບອກວ່າຄົນທີ່ລອດຈະມີຊື່ “ຂຽນໄວ້ໃນປຶ້ມຂອງພະເຈົ້າ.” (ດາ. 12:1, ລ.ມ.) ເຮົາຕ້ອງເຮັດຫຍັງເພື່ອຈະມີຊື່ຢູ່ໃນປຶ້ມນັ້ນ? ເຮົາຕ້ອງສະແດງຄວາມເຊື່ອໃນພະເຢຊູລູກແກະຂອງພະເຈົ້າ. (ຢຮ. 1:29) ເຮົາຕ້ອງອຸທິດຕົວໃຫ້ພະເຈົ້າແລະຮັບບັບເຕມາ. (1 ປຕ. 3:21) ແລະເຮົາຕ້ອງສະແດງວ່າເຮົາຢູ່ຝ່າຍການປົກຄອງຂອງພະເຈົ້າໂດຍການຊ່ວຍຄົນອື່ນຮຽນຮູ້ເລື່ອງພະເຢໂຫວາ.
19. ຕອນນີ້ເຮົາຕ້ອງເຮັດຫຍັງ ແລະຍ້ອນຫຍັງ?
19 ຕອນນີ້ເປັນເວລາທີ່ເຮົາຕ້ອງວາງໃຈພະເຢໂຫວາແລະອົງການຂອງພະອົງຫຼາຍຂຶ້ນ ແລະສະໜັບສະໜູນການປົກຄອງຂອງພະອົງ. ຖ້າເຮົາເຮັດແບບນີ້ ເຮົາກໍຈະລອດຕອນທີ່ການປົກຄອງຂອງພະເຈົ້າມາທຳລາຍກະສັດທິດເໜືອແລະກະສັດທິດໃຕ້.
ເພງ 149 ເພງສະຫຼອງໄຊຊະນະ
a ໃຜແມ່ນກະສັດທິດເໜືອໃນປັດຈຸບັນ ແລະກະສັດທິດເໜືອຈະຖືກທຳລາຍແນວໃດ? ການຮູ້ຄຳຕອບນີ້ຈະຊ່ວຍເສີມຄວາມເຊື່ອຂອງເຮົາໃຫ້ເຂັ້ມແຂງຂຶ້ນ ແລະຊ່ວຍເຮົາໃຫ້ພ້ອມທີ່ຈະປະສົບກັບການທົດສອບໃນອີກບໍ່ດົນ.
b ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບດານຽນ 2:36-45 ແລະ ພະນິມິດ 13:1, 2 ໃຫ້ເບິ່ງຫໍສັງເກດການ 15 ມິຖຸນາ 2012 ໜ້າ 7-19. (ພາສາໄທ)
c ສຳລັບຂໍ້ມູນເພີ່ມເຕີມໃຫ້ເບິ່ງຫໍສັງເກດການ 15 ພຶດສະພາ 2015 ໜ້າ 27-28.
d ດານຽນ 12:1 (ລ.ມ.): “ໃນໄລຍະເວລານັ້ນມີຄາເອນເຈົ້າຊາຍອົງຍິ່ງໃຫຍ່ເຊິ່ງຄອຍຊ່ວຍເຫຼືອເພື່ອນຮ່ວມຊາດຂອງເຈົ້າຢູ່ກໍຈະເລີ່ມປະຕິບັດການ ແລະຈະເກີດໄລຍະເວລາທີ່ທຸກຍາກລຳບາກແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນຕັ້ງແຕ່ເລີ່ມມີຊາດຕ່າງໆ ໃນໄລຍະເວລານັ້ນເພື່ອນຮ່ວມຊາດຂອງເຈົ້າທຸກຄົນທີ່ມີຊື່ຂຽນໄວ້ໃນປຶ້ມຂອງພະເຈົ້າຈະລອດພົ້ນ.”
-
-
ກະສັດຄູ່ແຂ່ງໃນສະໄໝສຸດທ້າຍຫໍສັງເກດການ (ສຶກສາ)—2020 | ພຶດສະພາ
-
-
ກະສັດຄູ່ແຂ່ງໃນສະໄໝສຸດທ້າຍ
ຄຳພະຍາກອນທີ່ເວົ້າເຖິງໃນແຜນວາດນີ້ອະທິບາຍເຫດການທີ່ເກີດຂຶ້ນໃນໄລຍະເວລາດຽວກັນ. ເຫດການເຫຼົ່ານີ້ພິສູດວ່າເຮົາກຳລັງຢູ່ໃນ “ສະໄໝສຸດທ້າຍ.”—ດາ. 12:4, ລ.ມ.
ຂໍ້ພະຄຳພີ ພນມ. 11:7; 12:13, 17; 13:1-8, 12
ຄຳພະຍາກອນ “ສັດຮ້າຍ” ປົກຄອງຜູ້ຄົນໃນໂລກມາຫຼາຍພັນປີແລ້ວ. ໃນສະໄໝສຸດທ້າຍ ຫົວທີ 7 ຂອງມັນໄດ້ຮັບບາດເຈັບ. ຫຼັງຈາກນັ້ນ ຫົວນັ້ນໄດ້ຮັບການປິ່ນປົວໃຫ້ເຊົາແລະ “ຄົນທົ່ວໂລກ” ກໍຕິດຕາມສັດຮ້າຍ. ຊາຕານໃຊ້ສັດຮ້າຍໂຕນີ້ໃຫ້ “ອອກໄປເຮັດສົງຄາມກັບລູກຫຼານຂອງລາວ [ຜູ້ຍິງ] ທີ່ຍັງເຫຼືອຢູ່.”
ເກີດຂຶ້ນແທ້ ຫຼັງຈາກນ້ຳຖ້ວມໂລກ ການປົກຄອງຂອງມະນຸດທີ່ຕໍ່ຕ້ານພະເຢໂຫວາກໍປົກຄອງມະນຸດ. ຫຼາຍພັນປີຕໍ່ມາ ໃນໄລຍະສົງຄາມໂລກຄັ້ງທີ I ຈັກກະພັດອັງກິດສູນເສຍອຳນາດ ແຕ່ເມື່ອຮ່ວມມືກັບສະຫະລັດອາເມຣິກາ ອັງກິດກໍເລີ່ມມີອຳນາດອີກເທື່ອໜຶ່ງ. ໃນໄລຍະສະໄໝສຸດທ້າຍນີ້ ຊາຕານໃຊ້ລະບົບການເມືອງຂອງມັນຂົ່ມເຫງປະຊາຊົນຂອງພະເຈົ້າ.
ຂໍ້ພະຄຳພີ ດາ. 11:25-45
ຄຳພະຍາກອນ ໃນໄລຍະສະໄໝສຸດທ້າຍ ກະສັດທິດເໜືອແລະກະສັດທິດໃຕ້ຈະຕໍ່ສູ້ກັນເພື່ອຍາດຊີງອຳນາດ.
ເກີດຂຶ້ນແທ້ ເຢຍລະມັນຕໍ່ສູ້ກັບມະຫາອຳນາດອັງກິດ-ອາເມຣິກາ. ໃນປີ 1945 ສະຫະພາບໂຊວຽດແລະພັນທະມິດເປັນກະສັດທິດເໜືອ. ໃນປີ 1991 ສະຫະພາບໂຊວຽດລົ້ມລະລາຍ ແລະຕໍ່ມາຣັດເຊຍກັບພັນທະມິດກໍຂຶ້ນມາເປັນກະສັດທິດເໜືອແທນ.
ຂໍ້ພະຄຳພີ ເອຊາ. 61:1; ມລກີ. 3:1; ລກ. 4:18
ຄຳພະຍາກອນ ພະເຢໂຫວາຈະສົ່ງ “ຜູ້ຮັບໃຊ້” ຫຼືທູດຂອງພະອົງໃຫ້ໄປ “ຈັດແຈ່ງທາງ” ໄວ້ກ່ອນການປົກຄອງເມຊີຈະສ້າງຕັ້ງຂຶ້ນ. ຄົນກຸ່ມນີ້ເລີ່ມ “ປະກາດຂ່າວດີແກ່ຄົນທຸກຍາກ.”
ເກີດຂຶ້ນແທ້ ຕັ້ງແຕ່ປີ 1870 ພີ່ນ້ອງຊີ ທີ ຣັດເຊວ ແລະໝູ່ໄດ້ດຸໝັ່ນສຶກສາຄຳພີໄບເບິນເພື່ອຊອກຫາຄວາມຈິງ. ໃນປີ 1881 ພວກເຂົາກໍຮູ້ວ່າເປັນເລື່ອງສຳຄັນຫຼາຍທີ່ຜູ້ຮັບໃຊ້ພະເຈົ້າຈະຕ້ອງໄປປະກາດ. ພວກເຂົາໄດ້ພິມຫຼາຍບົດຄວາມອອກມາ ເຊັ່ນ “ຕ້ອງການຜູ້ປະກາດຫຼາຍພັນຄົນ” ແລະ “ໄດ້ຮັບການເຈີມໃຫ້ປະກາດ.”
ຂໍ້ພະຄຳພີ ມທ. 13:24-30, 36-43
ຄຳພະຍາກອນ ສັດຕູມາລັກຫວ່ານຫຍ້າໃນທົ່ງນາເຂົ້າ ຫຍ້າຈຶ່ງປົ່ງຂຶ້ນມາບັງຕົ້ນເຂົ້າຈົນຮອດລະດູກ່ຽວ ແລ້ວຫຍ້າກໍຖືກແຍກອອກຈາກເຂົ້າ.
ເກີດຂຶ້ນແທ້ ຕັ້ງແຕ່ປີ 1870 ຄວາມແຕກຕ່າງລະຫວ່າງຄລິດສະຕຽນແທ້ກັບຄລິດສະຕຽນປອມກໍເຫັນແຈ້ງຂຶ້ນເລື້ອຍໆ. ໃນສະໄໝສຸດທ້າຍ ຄລິດສະຕຽນແທ້ຖືກລວບລວມແລະແຍກອອກຈາກຄລິດສະຕຽນປອມ.
ຂໍ້ພະຄຳພີ ດາ. 2:31-33, 41-43
ຄຳພະຍາກອນ ຕີນທີ່ເປັນເຫຼັກປະສົມກັບດິນໜຽວຂອງຮູບປັ້ນທີ່ເຮັດມາຈາກໂລຫະຕ່າງໆ.
ເກີດຂຶ້ນແທ້ ດິນໜຽວໝາຍເຖິງຄົນທຳມະດາສາມັນທີ່ຢູ່ພາຍໃຕ້ການປົກຄອງຂອງມະຫາອຳນາດໂລກອັງກິດ-ອາເມຣິກາເຊິ່ງຕໍ່ຕ້ານການປົກຄອງນັ້ນ. ຄົນເຫຼົ່ານີ້ເຮັດໃຫ້ມະຫາອຳນາດນີ້ບໍ່ສາມາດປົກຄອງໂດຍໃຊ້ອຳນາດເດັດຂາດແລະແຂງຄືເຫຼັກໄດ້.
ຂໍ້ພະຄຳພີ ມທ. 13:30; 24:14, 45; 28:19, 20
ຄຳພະຍາກອນ “ເຂົ້າ” ຖືກລວບລວມຢູ່ໃນ “ເລົ້າ” ແລະ “ທາດທີ່ສັດຊື່ແລະສຸຂຸມ” ໄດ້ຖືກແຕ່ງຕັ້ງໃຫ້ເບິ່ງແຍງ “ພວກຄົນຮັບໃຊ້.” ມີການເລີ່ມປະກາດ “ຂ່າວດີເລື່ອງການປົກຄອງຂອງພະເຈົ້າໄປທົ່ວໂລກ.”
ເກີດຂຶ້ນແທ້ ໃນປີ 1919 ທາດທີ່ສັດຊື່ແລະສຸຂຸມໄດ້ຖືກແຕ່ງຕັ້ງໃຫ້ເບິ່ງແຍງປະຊາຊົນຂອງພະເຈົ້າ. ຕັ້ງແຕ່ນັ້ນມາ ນັກສຶກສາຄຳພີໄບເບິນກໍປະກາດຫຼາຍຂຶ້ນເລື້ອຍໆ. ປັດຈຸບັນ ພະຍານພະເຢໂຫວາປະກາດໃນຫຼາຍກວ່າ 200 ດິນແດນ ແລະຜະລິດປຶ້ມແລະສື່ຕ່າງໆກ່ຽວກັບຄຳພີໄບເບິນຫຼາຍກວ່າ 1.000 ພາສາ.
ຂໍ້ພະຄຳພີ ດາ. 12:11; ພນມ. 13:11, 14, 15
ຄຳພະຍາກອນ ສັດຮ້າຍທີ່ມີ 2 ເຂົາບອກຜູ້ຄົນໃນໂລກໃຫ້ເຮັດ “ຮູບປັ້ນຂອງສັດຮ້າຍ” ທີ່ມີ 7 ຫົວ ແລະໃຫ້ “ລົມຫາຍໃຈແກ່ຮູບປັ້ນ” ນັ້ນ.
ເກີດຂຶ້ນແທ້ ມະຫາອຳນາດໂລກອັງກິດ-ອາເມຣິກາເປັນຜູ້ນຳໃນການສ້າງຕັ້ງອົງການສັນນິບາດຊາດ. ຊາດຕ່າງໆໄດ້ຮ່ວມມືກັບອົງການນີ້.ກະສັດທິດເໜືອກໍໄດ້ເຂົ້າເປັນສະມາຊິກຂອງອົງການສັນນິບາດຊາດໃນປີ 1926-1933. ຜູ້ຄົນເຊື່ອວ່າອົງການສັນນິບາດຊາດເຊິ່ງຕໍ່ມາເປັນສະຫະປະຊາຊາດຈະເຮັດໃຫ້ໂລກມີສັນຕິສຸກ ເຊິ່ງຄວາມຈິງແລ້ວມີພຽງແຕ່ການປົກຄອງຂອງພະເຈົ້າເທົ່ານັ້ນທີ່ເຮັດໄດ້.
ຂໍ້ພະຄຳພີ ດາ. 8:23, 24
ຄຳພະຍາກອນ ກະສັດອົງໜຶ່ງທີ່ເປັນຕາຢ້ານ “ຈະທຳລາຍດ້ວຍການອັນອັດສະຈັນໃຈ.”
ເກີດຂຶ້ນແທ້ ມະຫາອຳນາດໂລກອັງກິດ-ອາເມຣິກາເຮັດໃຫ້ເກີດຄວາມເສຍຫາຍຫຼາຍຢ່າງແທ້ໆເຊັ່ນ ໃນໄລຍະສົງຄາມໂລກຄັ້ງທີ II ສະຫະລັດອາເມຣິກາຖິ້ມລະເບີດນິວເຄຼຍ 2 ລູກເພື່ອໂຈມຕີປະເທດໜຶ່ງທີ່ເປັນສັດຕູຂອງມະຫາອຳນາດໂລກອັງກິດ-ອາເມຣິກາເຊິ່ງເຮັດໃຫ້ເກີດຄວາມເສຍຫາຍຮ້າຍແຮງແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ.
ຂໍ້ພະຄຳພີ ດາ. 11:31; ພນມ. 17:3, 7-11, 16
ຄຳພະຍາກອນ “ສັດຮ້າຍສີແດງສົດ” ທີ່ມີເຂົາ 10 ເຂົາຂຶ້ນມາຈາກເຫວເລິກແລະເປັນກະສັດອົງທີ 8. ປຶ້ມດານຽນເວົ້າເຖິງກະສັດອົງນີ້ວ່າເປັນ “ຂອງອັນຫນ້າກຽດຫນ້າຊັງທີ່ທຳລາຍໃຫ້ຈິບຫາຍ.”
ເກີດຂຶ້ນແທ້ ອົງການສັນນິບາດຊາດຖືກຍົກເລີກໃນໄລຍະສົງຄາມໂລກຄັ້ງທີ II. ຫຼັງຈາກນັ້ນ ອົງການສະຫະປະຊາຊາດກໍຖືກ ‘ຕັ້ງຂຶ້ນ.’ ຄືກັບທີ່ຜູ້ຄົນເຄີຍເຊື່ອໃນອົງການສັນນິບາດຊາດ ຜູ້ຄົນກໍເຊື່ອວ່າອົງການສະຫະປະຊາຊາດຈະເຮັດໃຫ້ໂລກມີສັນຕິພາບເຊິ່ງຄວາມຈິງແລ້ວມີພຽງແຕ່ການປົກຄອງຂອງພະເຈົ້າເທົ່ານັ້ນທີ່ເຮັດໄດ້. ສະຫະປະຊາຊາດຈະໂຈມຕີສາສະໜາ.
ຂໍ້ພະຄຳພີ 1 ທຊ. 5:3; ພນມ. 17:16
ຄຳພະຍາກອນ ຊາດຕ່າງໆຈະປະກາດວ່າ “ສະຫງົບສຸກແລະປອດໄພແລ້ວ” ແລະ “ເຂົາ 10 ເຂົາ” ກັບ “ສັດຮ້າຍ” ຈະໂຈມຕີ “ຜູ້ຍິງໂສເພນີ” ແລະທຳລາຍຍິງນັ້ນ. ຫຼັງຈາກນັ້ນຊາດຕ່າງໆຈະຖືກທຳລາຍ.
ເກີດຂຶ້ນແທ້ ຊາດຕ່າງໆອາດອ້າງວ່າພວກເຂົາເຮັດໃຫ້ໂລກສະຫງົບສຸກແລະປອດໄພໄດ້ແລ້ວ. ຫຼັງຈາກນັ້ນ ປະເທດຕ່າງໆທີ່ສະໜັບສະໜູນອົງການສະຫະປະຊາຊາດຈະທຳລາຍສາສະໜາປອມ. ນີ້ເປັນການເລີ່ມຕົ້ນຂອງຄວາມທຸກຍາກລຳບາກຄັ້ງໃຫຍ່. ຄວາມທຸກຍາກລຳບາກຄັ້ງໃຫຍ່ຈະຈົບລົງໂດຍການທຳລາຍສ່ວນທີ່ຍັງເຫຼືອຂອງໂລກຊາຕານທັງໝົດໃນອາມາເຄໂດນ.
ຂໍ້ພະຄຳພີ ເອເຊກ. 38:11, 14-17; ມທ. 24:31
ຄຳພະຍາກອນ ໂຄກບຸກເຂົ້າໄປໃນແຜ່ນດິນຂອງປະຊາຊົນຂອງພະເຈົ້າ. ຈາກນັ້ນ ພວກທູດສະຫວັນກໍລວບລວມ “ຄົນທີ່ພະເຈົ້າເລືອກໄວ້.”
ເກີດຂຶ້ນແທ້ ກະສັດທິດເໜືອແລະການປົກຄອງຕ່າງໆຂອງໂລກຈະໂຈມຕີປະຊາຊົນຂອງພະເຈົ້າ. ຜູ້ຖືກເຈີມທີ່ເຫຼືອຢູ່ຖືກລວບລວມໄປສະຫວັນຫຼັງຈາກການໂຈມຕີນີ້ເລີ່ມຕົ້ນ.
ຂໍ້ພະຄຳພີ ເອເຊກ. 38:18-23; ດາ. 2:34, 35, 44, 45; ພນມ. 6:2; 16:14, 16; 17:14; 19:20
ຄຳພະຍາກອນ ‘ຄົນທີ່ຂີ່ມ້າສີຂາວ’ ໄດ້ “ໄຊຊະນະຢ່າງເດັດຂາດ” ໂດຍທຳລາຍໂຄກແລະກອງທັບຂອງມັນ. “ສັດຮ້າຍ” ຖືກໂຍນ “ລົງໄປໃນບຶງໄຟ” ແລະຫີນກ້ອນໜຶ່ງໄດ້ເຮັດໃຫ້ຮູບປັ້ນຂະໜາດໃຫຍ່ແຕກຈົນມຸ່ນ.
ເກີດຂຶ້ນແທ້ ພະເຢຊູເຊິ່ງເປັນກະສັດໃນການປົກຄອງຂອງພະເຈົ້າມາຊ່ວຍປະຊາຊົນຂອງພະເຈົ້າໃຫ້ລອດ. ເພິ່ນກັບກອງທັບທູດສະຫວັນແລະ 144.000 ຄົນທີ່ຮ່ວມປົກຄອງກັບເພິ່ນທຳລາຍກຸ່ມຊາດຕ່າງໆທີ່ຮ່ວມມືກັນໂຈມຕີປະຊາຊົນຂອງພະເຈົ້າ ແລະນີ້ຈະເປັນຈຸດຈົບຂອງໂລກຊາຕານ.
-