ເພງທີ 140
ໃນທີ່ສຸດຊີວິດຈະບໍ່ຈົບສິ້ນ
1. ເຮົາເຫັນໄດ້ ດ້ວຍຄວາມເຂົ້າໃຈ
ຄົນທຸກຊາດ ຈະຢູ່ຮ່ວມກັນ
ມີຄວາມສະຫງົບບໍ່ເຈັບປວດ
ເສົ້າໂສກນ້ຳຕາ ບໍ່ມີ
(ທ່ອນຊ້ຳ)
ຮ້ອງເພງດ້ວຍຄວາມຍິນດີ
ຂໍເຊີນມາຮ້ອງດ້ວຍກັນ
ເພື່ອລໍວັນນັ້ນທີ່ຈະມີ
ຊີວິດທີ່ບໍ່ສິ້ນສຸດ
2. ຄົນຊະລາ ກໍກັບມາໜຸ່ມ
ມີສັນຕິ ກັບເຢໂຫວາ
ບໍ່ມີຄວາມທຸກອີກຕໍ່ໄປ
ຮ້ອງໄຫ້ຢ້ານກົວ ບໍ່ມີ
(ທ່ອນຊ້ຳ)
ຮ້ອງເພງດ້ວຍຄວາມຍິນດີ
ຂໍເຊີນມາຮ້ອງດ້ວຍກັນ
ເພື່ອລໍວັນນັ້ນທີ່ຈະມີ
ຊີວິດທີ່ບໍ່ສິ້ນສຸດ
3. ມີຄວາມສຸກ ໃນອຸທິຍານ
ຮ່ວມຮ້ອງເພງ ສັນເສີນພະເຈົ້າ
ຈະຍົກຍ້ອງສັນເສີນພະເຈົ້າ
ຕະຫຼອດຊີວິດ ຂອງເຮົາ
(ທ່ອນຊ້ຳ)
ຮ້ອງເພງດ້ວຍຄວາມຍິນດີ
ຂໍເຊີນມາຮ້ອງດ້ວຍກັນ
ເພື່ອລໍວັນນັ້ນທີ່ຈະມີ
ຊີວິດທີ່ບໍ່ສິ້ນສຸດ
(ເບິ່ງຕື່ມ ໂຢບ 33:25; ເພງ. 72:7; ຄຳປ. 21:4)