ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ22 ມິຖຸນາ ໜ້າ 14-19
  • ຄວາມ​ຮັກ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄວາມ​ຮັກ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຢ້ານ​ຫາ​ລ້ຽງ​ຄອບຄົວ​ບໍ່​ໄດ້
  • ຢ້ານ​ຄົນ​ອື່ນ
  • ຢ້ານ​ຄວາມ​ຕາຍ
  • ເຮົາ​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້
  • ຈົ່ງ​ຮູ້​ຈັກ​ສັດຕູ​ຂອງ​ເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ລະວັງ​ໃຫ້​ດີ—ຊາຕານ​ຢາກ​ກັດ​ກິນ​ເຮົາ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ເຈົ້າ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ແນວ​ໃດ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
ຫ22 ມິຖຸນາ ໜ້າ 14-19

ບົດ​ຄວາມ​ສຶກສາ​ທີ 26

ຄວາມ​ຮັກ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້

“ພະ​ເຢໂຫວາ​ຢູ່ຝ່າຍ​ຂ້ອຍ ຂ້ອຍ​ຈະ​ບໍ່​ຢ້ານ​ກົວ.”—ເພງ. 118:6

ເພງ 105 “ພະເຈົ້າ​ເປັນ​ຄວາມ​ຮັກ”

ໃຈ​ຄວາມ​ສຳຄັນa

1. ພີ່ນ້ອງ​ບາງຄົນ​ຢ້ານ​ຫຍັງ?

ລອງ​ຄິດເຖິງ​ສະພາບການ​ທີ່​ພີ່ນ້ອງ​ບາງຄົນ​ຕ້ອງ​ເຈິ. ເຊັ່ນ: ເນັດສ໌ເຕີ​ແລະ​ມາເຣຍ​ຢາກ​ໄປ​ຮັບ​ໃຊ້​ໃນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ.b ແຕ່​ເພື່ອ​ຈະ​ເຮັດ​ແບບນັ້ນ​ໄດ້ ເຂົາເຈົ້າ​ຕ້ອງ​ໃຊ້​ຊີວິດ​ແບບ​ພໍ​ພຽງ​ແລະ​ໃຊ້​ເງິນ​ໜ້ອຍ​ລົງ. ແຕ່​ເຂົາເຈົ້າ​ກໍ​ຢ້ານ​ວ່າ​ຖ້າ​ເຮັດ​ແບບນັ້ນ ເຂົາເຈົ້າ​ຈະ​ມີ​ຊີວິດ​ທີ່​ບໍ່​ມີ​ຄວາມ​ສຸກ. ເມື່ອ​ບິນນຽມ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ໃນ​ປະເທດ​ທີ່​ວຽກ​ປະກາດ​ຖືກ​ຕໍ່ຕ້ານ ລາວ​ກໍ​ຮູ້​ວ່າ​ຕົວເອງ​ຈະ​ຖືກ​ຕໍ່ຕ້ານ​ຄື​ກັນ. ລາວ​ຮູ້ສຶກ​ຢ້ານ​ຫຼາຍ ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ລາວ​ຢ້ານ​ຫຼາຍ​ກວ່າ​ນັ້ນ​ແມ່ນ ລາວ​ຢ້ານ​ວ່າ​ຄອບຄົວ​ຈະ​ຮູ້ສຶກ​ແນວ​ໃດ​ທີ່​ລາວ​ປ່ຽນ​ມາ​ນັບ​ຖື​ສາສະໜາ​ໃໝ່. ວາລາຣີ​ໄດ້​ກວດ​ພົບ​ວ່າ​ເປັນ​ມະເຮັງ​ທີ່​ຮ້າຍແຮງ ແລະ​ລາວ​ກໍ​ພະຍາຍາມ​ຊອກ​ຫາ​ໝໍ​ຜ່າ​ຕັດ​ທີ່​ນັບ​ຖື​ຄວາມ​ເຊື່ອ​ຂອງ​ລາວ​ເລື່ອງ​ການ​ບໍ່​ໃສ່​ເລືອດ ແລະ​ລາວ​ກໍ​ຢ້ານ​ວ່າ​ຕົວເອງ​ຈະ​ຕາຍ.

2. ເປັນຫຍັງ​ເຮົາ​ຕ້ອງ​ພະຍາຍາມ​ທີ່​ຈະ​ຄວບຄຸມ​ຄວາມ​ຢ້ານ?

2 ເຈົ້າ​ເຄີຍ​ຮູ້ສຶກ​ຢ້ານ​ແບບນັ້ນ​ບໍ? ພວກ​ເຮົາ​ຫຼາຍ​ຄົນ​ເຄີຍ​ຮູ້ສຶກ​ແບບນັ້ນ. ແຕ່​ຖ້າ​ເຮົາ​ບໍ່​ຄວບຄຸມ​ຄວາມ​ຢ້ານ ເຮົາ​ອາດຈະ​ຕັດສິນ​ໃຈ​ບໍ່​ຄ່ອຍ​ດີເຊິ່ງ​ຈະ​ເປັນ​ອັນຕະລາຍ​ຕໍ່​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. ຊາຕານ​ຢາກ​ໃຫ້​ເຮົາ​ເຮັດ​ແບບນັ້ນ ແລະ​ມັນ​ກໍ​ພະຍາຍາມ​ໃຊ້​ຄວາມ​ຢ້ານ​ນີ້​ມາ​ເຮັດ​ໃຫ້​ເຮົາ​ບໍ່​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ ເຊິ່ງ​ລວມ​ເຖິງ​ຄຳ​ສັ່ງ​ເລື່ອງ​ການ​ປະກາດ​ຂ່າວ​ດີ​ນຳ. (ພນມ. 12:17) ເຖິງ​ວ່າ​ຊາຕານ​ຈະ​ຊົ່ວ​ຮ້າຍ ໂຫດຫ້ຽມ ແລະ​ມີ​ພະລັງ​ອຳນາດ ແຕ່​ເຮົາ​ກໍ​ສາມາດ​ປົກ​ປ້ອງ​ຕົວເອງ​ຈາກ​ມັນ​ໄດ້. ເຮົາ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວ​ໃດ?

3. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້?

3 ເມື່ອ​ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ພ້ອມ​ທີ່​ຈະ​ຊ່ວຍ​ເຮົາ ເຮົາ​ກໍ​ຈະ​ເອົາ​ຊະນະ​ຊາຕານ​ໄດ້. (ເພງ. 118:6) ຂໍ​ໃຫ້​ຄິດເຖິງ​ເລື່ອງ​ຂອງ​ຜູ້​ຂຽນ​ຄຳເພງ​ບົດ 118 ທີ່​ຕ້ອງ​ເຈິ​ຄວາມ​ລຳບາກ​ຫຼາຍ​ຢ່າງ ເຊັ່ນ ລາວ​ມີ​ສັດຕູ​ຫຼາຍ​ຄົນ​ເຊິ່ງ​ບາງຄົນ​ກໍ​ເປັນ​ຜູ້​ທີ່​ມີ​ຕຳແໜ່ງ​ສູງ. (ຂໍ້ 9, 10) ບາງເທື່ອ​ລາວ​ຕ້ອງ​ເຈິ​ຄວາມ​ກົດ​ດັນ​ຫຼາຍ​ຢ່າງ. (ຂໍ້ 13) ແລະ​ລາວ​ກໍ​ໄດ້​ຮັບ​ການ​ສັ່ງ​ສອນ​ຈາກ​ພະ​ເຢໂຫວາ​ຢ່າງ​ໜັກ. (ຂໍ້ 18) ເຖິງ​ວ່າ​ລາວ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ ແຕ່​ລາວ​ກໍ​ຍັງ​ຮ້ອງ​ເພງ​ວ່າ: ‘ຂ້ອຍ​ຈະ​ບໍ່​ຢ້ານ.’ ສິ່ງ​ໃດ​ຊ່ວຍ​ລາວ​ບໍ່​ໃຫ້​ຢ້ານ​ແລະ​ຮູ້ສຶກ​ປອດໄພ? ລາວ​ຮູ້​ວ່າ​ເຖິງ​ພະ​ເຢໂຫວາ​ຈະ​ສັ່ງ​ສອນ​ລາວ ແຕ່​ພະ​ເຢໂຫວາ​ກໍ​ຮັກ​ລາວ​ຫຼາຍ. ລາວ​ໝັ້ນໃຈ​ວ່າ​ບໍ່​ວ່າ​ລາວ​ຈະ​ເຈິ​ບັນຫາ​ແບບ​ໃດ ພະ​ເຢໂຫວາ​ກໍ​ຮັກ​ແລະ​ພ້ອມ​ທີ່​ຈະ​ຊ່ວຍ​ລາວ​ສະເໝີ.—ເພງ. 118:29

4. ຖ້າ​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ເຮົາ​ຈະ​ເອົາ​ຊະນະ​ຄວາມ​ຢ້ານ​ຫຍັງ​ແດ່?

4 ເຮົາ​ຕ້ອງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ເພາະ​ການ​ຮູ້​ເລື່ອງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ 3 ຢ່າງເຊິ່ງ​ກໍ​ຄື: (1) ຢ້ານ​ຫາ​ລ້ຽງ​ຄອບຄົວ​ບໍ່​ໄດ້ (2) ຢ້ານ​ຄົນ​ອື່ນ (3) ຢ້ານ​ຄວາມ​ຕາຍ. ພີ່ນ້ອງ​ທີ່​ເຮົາ​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ສາມາດ​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້​ຍ້ອນ​ເຂົາເຈົ້າ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຂົາເຈົ້າ.

ຢ້ານ​ຫາ​ລ້ຽງ​ຄອບຄົວ​ບໍ່​ໄດ້

ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ກັບ​ລູກ​ຂອງ​ລາວ​ກຳລັງ​ຫາ​ປາ​ໂດຍ​ຫວ່ານ​ແຫ.

ພີ່ນ້ອງ​ຊາຍ​ກັບ​ລູກ​ຊາຍ​ຂອງ​ລາວ​ເຮັດ​ວຽກ​ຫາ​ປາ​ເພື່ອ​ຫາ​ລ້ຽງ​ຄອບຄົວ (ເບິ່ງ​ຂໍ້ 5)

5. ຫົວ​ໜ້າ​ຄອບຄົວ​ອາດຈະ​ຢ້ານ​ຫຍັງ​ແດ່? (ເບິ່ງ​ຮູບ​ໜ້າ​ປົກ)

5 ຫົວ​ໜ້າ​ຄອບຄົວ​ມີ​ໜ້າ​ທີ່​ຮັບຜິດຊອບ​ທີ່​ສຳຄັນ​ໃນ​ການ​ຫາ​ລ້ຽງ​ຄອບຄົວ. (1 ຕມ. 5:8) ຖ້າ​ເຈົ້າ​ເປັນ​ຫົວ​ໜ້າ​ຄອບຄົວ ເຈົ້າ​ອາດ​ຢ້ານ​ວ່າ​ຈະ​ຕົກ​ວຽກ​ໃນ​ຊ່ວງ​ທີ່​ມີ​ໂລກລະບາດ​ນີ້ ຢ້ານ​ວ່າ​ຈະ​ບໍ່​ມີ​ເງິນ​ຊື້​ອາຫານ​ຫຼື​ຈ່າຍ​ຄ່າ​ເຊົ່າ​ເຮືອນ ແລະ​ຢ້ານ​ວ່າຖ້າ​ຕົກ​ວຽກ​ຈະ​ຊອກ​ຫາ​ວຽກ​ໃໝ່​ບໍ່​ໄດ້. ຫຼື​ເຈົ້າ​ອາດຈະ​ຮູ້ສຶກ​ຄື​ກັບ​ເນັດສ໌ເຕີ​ແລະ​ມາເຣຍ​ທີ່​ຢ້ານ​ວ່າ ຖ້າ​ເຮັດ​ວຽກ​ໜ້ອຍ​ລົງ​ຈະ​ມີ​ເງິນ​ບໍ່​ພໍ​ໃຊ້. ຊາຕານ​ເຄີຍ​ໃຊ້​ຄວາມ​ຢ້ານ​ແບບ​ນີ້​ແຫຼະ​ມາ​ເຮັດ​ໃຫ້​ຫຼາຍ​ຄົນ​ເຊົາ​ຮັບ​ໃຊ້​ພະ​ເຢໂຫວາ.

6. ຊາຕານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ຄິດ​ແບບ​ໃດ?

6 ຊາຕານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ຄິດ​ວ່າ ພະ​ເຢໂຫວາ​ບໍ່​ຮັກ​ແລະ​ຈະ​ບໍ່​ຊ່ວຍ​ເຮົາ​ໃນ​ການ​ເບິ່ງ​ແຍງ​ຄອບຄົວ. ນີ້​ອາດ​ເຮັດ​ໃຫ້​ເຮົາ​ຄິດ​ວ່າ​ເຮົາ​ຕ້ອງ​ເຮັດ​ທຸກ​ຢ່າງ​ເພື່ອ​ຈະ​ມີ​ວຽກ​ເຮັດ​ຕໍ່ໄປ ເຊິ່ງ​ເຮົາ​ອາດຈະ​ຍອມ​ເຮັດ​ສິ່ງ​ທີ່​ຂັດ​ກັບ​ຫຼັກການ​ໃນ​ຄຳພີໄບເບິນ.

7. ພະເຢຊູ​ຮັບຮອງ​ກັບ​ເຮົາ​ເລື່ອງ​ຫຍັງ?

7 ພະເຢຊູ​ຮູ້ຈັກ​ພະ​ເຢໂຫວາ​ດີ​ກວ່າ​ຄົນ​ອື່ນໆ. ເພິ່ນ​ຈຶ່ງ​ຮັບຮອງ​ກັບ​ເຮົາ​ວ່າ: “ພະເຈົ້າ​ຜູ້​ເປັນ​ພໍ່ ຮູ້​ວ່າ [ເຮົາ] ຕ້ອງການ​ຫຍັງ​ກ່ອນ​ທີ່ [ເຮົາ] ຈະ​ຂໍ​ນຳ​ເພິ່ນ​ຊ້ຳ.” (ມທ. 6:8) ພະເຢຊູ​ຮູ້​ວ່າ​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ໃຫ້​ສິ່ງ​ຈຳເປັນ​ກັບ​ເຮົາ. ເນື່ອງ​ຈາກ​ເຮົາ​ເປັນ​ຄລິດສະຕຽນ ເຮົາ​ຈຶ່ງ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ. ດັ່ງນັ້ນ ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຜູ້​ທີ່​ເປັນ​ຫົວ​ໜ້າ​ຄອບຄົວ​ຈະ​ເຮັດ​ຕາມ​ຫຼັກການ​ທີ່​ຢູ່ໃນ 1 ຕີໂມທຽວ 5:8.

ພີ່ນ້ອງ​ຍິງ​ກັບ​ລູກສາວ​ຂອງ​ລາວ​ກຳລັງ​ຊັກ​ເຄື່ອງ. ພີ່ນ້ອງ​ຊາຍ​ກັບ​ເມຍ​ເອົາ​ອາຫານ​ມາ​ໃຫ້​ເຂົາເຈົ້າ.

ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ. ເພິ່ນ​ອາດ​ຈະ​ໃຊ້​ພີ່ນ້ອງ​ໃຫ້​ມາ​ຊ່ວຍ​ເຮົາ. (ເບິ່ງ​ຂໍ້ 8)d

8. (ກ) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ທີ່​ວ່າ​ຈະ​ຫາ​ລ້ຽງ​ຄອບຄົວ​ບໍ່​ໄດ້? (ມັດທາຍ 6:31-33) (ຂ) ຕາມ​ຮູບພາບ ເຮົາ​ຈະ​ຮຽນແບບ​ພີ່ນ້ອງ​ຄູ່​ໜຶ່ງ​ທີ່​ແບ່ງ​ປັນ​ອາຫານ​ໃຫ້​ພີ່ນ້ອງ​ຄົນ​ອື່ນ​ແນວ​ໃດ?

8 ເມື່ອ​ເຮົາ​ເຊື່ອ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ແລະ ຄອບຄົວ​ຂອງ​ເຮົາ ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ເຮົາ​ຈະ​ມີ​ສິ່ງ​ຈຳເປັນ. (ອ່ານ​ມັດທາຍ 6:31-33) ຍ້ອນ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຈ​ກວ້າງ​ແລະ​ຮັກ​ເຮົາ ເພິ່ນ​ຈຶ່ງ​ໄດ້​ຈັດ​ກຽມ​ຫຼາຍ​ຢ່າງ​ເພື່ອ​ເຮົາ ເຊັ່ນ: ຕອນ​ທີ່​ເພິ່ນ​ສ້າງ​ໂລກ​ນີ້ ເພິ່ນ​ບໍ່​ພຽງ​ແຕ່​ໃຫ້​ສິ່ງ​ຈຳເປັນ​ເພື່ອ​ເຮົາ​ຈະ​ມີ​ຊີວິດ​ຢູ່ໄດ້ ແຕ່​ເພິ່ນ​ໄດ້​ໃຫ້​ເຮົາ​ມີ​ສິ່ງ​ຕ່າງໆ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ. (ຕົ້ນ. 2:9) ເຖິງ​ວ່າ​ບາງ​ຄັ້ງ​ເຮົາ​ຈະ​ມີ​ແຕ່​ສິ່ງ​ຈຳເປັນ​ແລະ​ບໍ່​ໄດ້​ມີ​ສິ່ງ​ຂອງ​ຫຼາຍ​ຢ່າງ ແຕ່​ຂໍ​ໃຫ້​ຮູ້​ວ່າ​ທີ່​ເຮົາ​ມີ ສິ່ງ​ຈຳເປັນ​ເຫຼົ່ານີ້​ກໍ​ຍ້ອນ​ພະ​ເຢໂຫວາ. (ມທ. 6:11) ດັ່ງນັ້ນ ເຮົາ​ຄວນ​ຈື່​ໄວ້​ສະເໝີ​ວ່າ ທຸກ​ສິ່ງ​ທີ່​ເຮົາ​ເສຍ​ສະລະ​ໄປ​ໃນ​ຕອນນີ້​ທຽບ​ບໍ່​ໄດ້​ເລີຍ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາໃນ​ຕອນນີ້​ແລະ​ຈະ​ໃຫ້​ໃນ​ອະນາຄົດ. ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ແທ້​ກັບ​ເນັດສ໌ເຕີ​ແລະ​ມາເຣຍ.—ເອຊາ. 65:21, 22

9. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ເນັດສ໌ເຕີ​ກັບ​ມາເຣຍ?

9 ເນັດສ໌ເຕີ​ແລະ​ມາເຣຍ​ມີ​ວຽກ​ທີ່​ດີ​ແລະ​ມີ​ເຮືອນ​ຫຼັງ​ງາມໆ​ຢູ່ໂກລົມບີ. ເຂົາເຈົ້າ​ເວົ້າ​ວ່າ: “ພວກ​ເຮົາ​ຄິດ​ທີ່​ຈະ​ໃຊ້​ຊີວິດ​ແບບ​ພໍ​ພຽງ​ແລະ​ຮັບ​ໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ແຕ່​ເຮົາ​ກໍ​ຢ້ານ​ວ່າ​ຖ້າ​ເຮົາ​ມີ​ເງິນ​ໜ້ອຍ​ລົງ ເຮົາ​ຈະ​ບໍ່​ມີ​ຄວາມ​ສຸກ.” ແລ້ວ​ສິ່ງ​ໃດ​ຊ່ວຍ​ເຂົາເຈົ້າ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້? ເຂົາເຈົ້າ​ໄດ້​ຄິດເຖິງ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ສະແດງ​ຕໍ່​ເຂົາເຈົ້າ​ໃນ​ວິທີ​ຕ່າງໆ. ນີ້​ຈຶ່ງ​ເຮັດ​ໃຫ້​ເຂົາເຈົ້າ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ໃຫ້​ເຂົາເຈົ້າ​ມີ​ສິ່ງ​ຈຳເປັນ. ເຂົາເຈົ້າ​ກໍ​ເລີຍ​ລາ​ອອກ​ຈາກ​ວຽກ​ທີ່​ມີ​ເງິນ​ເດືອນ​ສູງ ຂາຍ​ເຮືອນ ແລະ​ຍ້າຍ​ໄປ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ເຂົາເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ຕັດສິນ​ໃຈ​ແບບນັ້ນ? ເນັດສ໌ເຕີ​ບອກ​ວ່າ: “ເຮົາ​ເຫັນ​ດ້ວຍ​ຕົວເອງ​ເລີຍ​ວ່າ ຂໍ້​ຄຳພີ​ໃນ​ມັດທາຍ 6:33 ເປັນ​ຈິງ​ກັບ​ເຮົາ. ເຮົາ​ບໍ່​ເຄີຍ​ຂາດ​ສິ່ງ​ຈຳເປັນ​ຫຍັງ​ເລີຍ ແລະ​ຕອນນີ້​ເຮົາ​ກໍ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຫຼາຍ​ກວ່າ.”

ຢ້ານ​ຄົນ​ອື່ນ

10. ເປັນຫຍັງ​ເຮົາ​ຈຶ່ງ​ຢ້ານ​ຄົນ​ອື່ນ?

10 ຕະຫຼອດ​ປະຫວັດສາດ​ສະແດງ​ໃຫ້​ເຫັນ​ວ່າ​ຄົນ​ເຮົາ​ມັກ​ທຳ​ຮ້າຍ​ກັນ. (ຜູ້ປ. 8:9) ຕົວຢ່າງ​ເຊັ່ນ: ຜູ້​ທີ່​ມີອຳນາດ​ມັກ​ໃຊ້​ອຳນາດ​ຂົ່ມ​ຂູ່​ຄົນ​ອື່ນ. ພວກ​ອາດຊະຍາກອນ​ມັກ​ໃຊ້​ຄວາມ​ຮຸນແຮງ. ຢູ່ໂຮງ​ຮຽນ​ບາງຄົນ​ກໍ​ດູຖູກ ເຍາະເຍີ້ຍ ແລະ​ຂົ່ມ​ຂູ່​ໝູ່. ແລະ​ແມ່ນ​ແຕ່​ຄົນ​ໃນ​ຄອບຄົວ​ກໍ​ເຮັດ​ບໍ່​ດີ​ຕໍ່​ກັນ. ນີ້​ຈຶ່ງ​ບໍ່​ແປກ​ທີ່​ເຮົາ​ຈະ​ຢ້ານ​ຄົນ​ອື່ນ. ແລ້ວ​ຊາຕານ​ໄດ້​ໃຊ້​ຄວາມ​ຢ້ານ​ນີ້​ໂຈມຕີ​ເຮົາ​ແນວ​ໃດ?

11-12. ຊາຕານ​ໄດ້​ໃຊ້​ການ​ຢ້ານ​ຄົນ​ອື່ນ​ໂຈມຕີ​ເຮົາ​ແນວ​ໃດ?

11 ຊາຕານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ຢ້ານ​ຄົນ​ອື່ນ​ເພື່ອ​ເຮົາ​ຈະ​ເຊົາ​ປະກາດ​ແລະ​ເຊົາ​ເຮັດ​ສິ່ງ​ຕ່າງໆ​ທີ່​ພະ​ເຢໂຫວາ​ບອກ. ຊາຕານ​ໄດ້​ໃຊ້​ອຳນາດ​ການ​ປົກຄອງ​ໃຫ້​ຂົ່ມເຫງ​ເຮົາ​ແລະ​ສັ່ງ​ຫ້າມ​ວຽກ​ປະກາດ. (ລກ. 21:12; ພນມ. 2:10) ນອກ​ຈາກ​ນັ້ນ ຫຼາຍ​ຄົນ​ຍັງ​ໄດ້​ເວົ້າ​ຕົວະ​ກ່ຽວກັບ​ພະຍານ​ພະ​ເຢໂຫວາ ແລະ​ຄົນ​ທີ່​ເຊື່ອ​ຄຳ​ຕົວະ​ນີ້​ກໍ​ໄດ້​ເຍາະເຍີ້ຍ​ແລະ​ເຖິງຂັ້ນ​ທຳ​ຮ້າຍ​ຮ່າງກາຍ​ເຮົາ. (ມທ. 10:36) ເຮົາ​ບໍ່​ແປກ​ໃຈ​ທີ່​ເຈິ​ເລື່ອງ​ແບບ​ນີ້ ເພາະ​ຊາຕານ​ກໍ​ເຄີຍ​ໃຊ້​ວິທີ​ນີ້​ກັບ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ.—ກຈກ. 5:27, 28, 40

ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ແຕ່ງ​ໂຕ​ຮຽບຮ້ອຍ​ເພື່ອ​ໄປ​ປະຊຸມ​ແລະ​ຍ່າງ​ດ້ວຍ​ຄວາມ​ໝັ້ນໃຈ​ໃນ​ຂະນະ​ທີ່​ພໍ່​ແມ່​ຂອງ​ລາວ​ຮ້ອງ​ໃສ່​ຢູ່​ໜ້າ​ປະຕູ​ເຮືອນ.

ເຖິງ​ວ່າ​ຄົນ​ໃນ​ຄອບຄົວ​ຈະ​ຕໍ່ຕ້ານ ແຕ່​ເຮົາ​ສາມາດ​ໝັ້ນໃຈ​ໃນ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ໄດ້. (ເບິ່ງ​ຂໍ້ 12-14)e

12 ການ​ຢ້ານ​ການ​ຕໍ່ຕ້ານ​ຈາກ​ອຳນາດ​ການ​ປົກຄອງ​ບໍ່​ແມ່ນ​ວິທີ​ດຽວ​ທີ່​ຊາຕານ​ໃຊ້. ບາງຄົນ​ກໍ​ຢ້ານ​ຄອບຄົວ​ຕໍ່ຕ້ານ​ຫຼາຍ​ກວ່າ​ຢ້ານ​ການ​ໂຈມຕີ​ຈາກ​ຄົນ​ອື່ນ. ເຂົາເຈົ້າ​ຮັກ​ຄອບຄົວ​ແລະ​ຍາດ​ພີ່ນ້ອງ ແລະ​ຢາກ​ຈະ​ໃຫ້​ຄົນ​ເຫຼົ່າ​ນັ້ນ​ໄດ້​ມາ​ຮູ້ຈັກ​ແລະ​ມາ​ຮັບ​ໃຊ້​ພະ​ເຢໂຫວາ. ດັ່ງນັ້ນ ເຂົາເຈົ້າ​ຈຶ່ງ​ຮູ້ສຶກ​ເສຍໃຈ​ຫຼາຍ​ເມື່ອ​ຍາດ​ພີ່ນ້ອງ​ເວົ້າ​ບໍ່​ດີ​ກ່ຽວກັບ​ພະ​ເຢໂຫວາ​ແລະ​ປະຊາຊົນ​ຂອງ​ເພິ່ນ. ແຕ່​ບາງເທື່ອ​ຍາດ​ພີ່ນ້ອງ​ທີ່​ຕໍ່ຕ້ານ​ເຮົາ​ໃນ​ຕອນ​ທຳອິດ​ອາດຈະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ກໍ​ໄດ້. ແຕ່​ຖ້າ​ຄົນ​ໃນ​ຄອບຄົວ​ຕັດ​ຂາດ​ກັບ​ເຮົາ​ຍ້ອນ​ເຮົາ​ເປັນ​ພະຍານ​ພະ​ເຢໂຫວາ​ເດ ເຮົາ​ຈະ​ເຮັດ​ແນວ​ໃດ?

13. ການ​ໝັ້ນໃຈ​ໃນ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ຄອບຄົວ​ປະຖິ້ມ​ເຮົາ? (ຄຳເພງ 27:10)

13 ເຮົາ​ໄດ້​ຮັບ​ກຳລັງໃຈ​ຈາກ​ຄຳເວົ້າ​ທີ່​ຢູ່ໃນ​ຄຳເພງ 27:10. (ອ່ານ) ເມື່ອ​ເຮົາ​ຈື່​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ສ່ຳ​ໃດ ເຮົາ​ກໍ​ຈະ​ບໍ່​ຢ້ານ​ເຖິງ​ວ່າ​ຄອບຄົວ​ຈະ​ຕັດ​ຂາດ​ກັບ​ເຮົາ​ຫຼື​ປະຖິ້ມ​ເຮົາ. ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ກັບ​ເຮົາ​ຖ້າ​ເຮົາ​ອົດທົນ. ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ເຮົາ​ທາງ​ຮ່າງກາຍ ອາລົມ​ຄວາມ​ຮູ້ສຶກ ແລະ​ທາງ​ຄວາມ​ເຊື່ອ​ໄດ້​ດີ​ກວ່າ​ຄົນ​ອື່ນໆ​ອີກ! ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ແທ້​ກັບ​ບິນນຽມ.

14. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ບິນນຽມ?

14 ບິນນຽມ​ໄດ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ເຖິງ​ຈະ​ຮູ້​ວ່າ​ຕ້ອງ​ຖືກ​ຂົ່ມເຫງ​ຈາກ​ອຳນາດ​ການ​ປົກຄອງ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ ການ​ທີ່​ບິນນຽມ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ລາວ​ໄດ້​ຊ່ວຍ​ລາວ​ໃຫ້​ເອົາ​ຊະນະ​ການ​ຢ້ານ​ຄົນ​ອື່ນ​ແນວ​ໃດ. ບິນນຽມ​ບອກ​ວ່າ: “ການ​ຖືກ​ຂົ່ມເຫງ​ເປັນ​ຕາ​ຢ້ານ​ຫຼາຍ​ກວ່າ​ທີ່​ຂ້ອຍ​ຄິດ​ໄວ້. ແຕ່​ສິ່ງ​ທີ່​ຂ້ອຍ​ຢ້ານ​ຫຼາຍ​ກວ່າ​ການ​ຂົ່ມເຫງ​ຈາກ​ອຳນາດ​ການ​ປົກຄອງ​ກໍ​ຄື​ການ​ຕໍ່ຕ້ານ​ຈາກ​ຄອບຄົວ. ຂ້ອຍ​ຢ້ານ​ວ່າ ການ​ທີ່​ຂ້ອຍ​ເລືອກ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ພໍ່​ຜິດ​ຫວັງ ແລະ​ເຮັດ​ໃຫ້​ຄອບຄົວ​ຄິດ​ວ່າ​ຂ້ອຍ​ບໍ່​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ.” ແຕ່​ບິນນຽມ​ກໍ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ຜູ້​ທີ່​ເພິ່ນ​ຮັກ. ລາວ​ບອກ​ວ່າ: “ຂ້ອຍ​ຄິດເຖິງ​ວິທີ​ທີ່​ພະ​ເຢໂຫວາ​ໄດ້​ຊ່ວຍ​ພີ່ນ້ອງ​ຄົນ​ອື່ນ​ໃຫ້​ອົດທົນ​ໄດ້​ຕອນ​ທີ່​ເຂົາເຈົ້າ​ມີ​ບັນຫາ​ເສດຖະກິດ ເຈິ​ຄວາມ​ບໍ່​ຍຸຕິທຳ ແລະ​ຖືກ​ທຳ​ຮ້າຍ​ຈາກ​ພວກ​ຜູ້​ຕໍ່ຕ້ານ. ຂ້ອຍ​ຮູ້​ວ່າ​ຖ້າ​ຂ້ອຍ​ຮັກສາ​ຄວາມ​ສັດຊື່ ພະ​ເຢໂຫວາ​ກໍ​ຈະ​ຊ່ວຍ​ຂ້ອຍ. ແລະ​ຕອນ​ທີ່​ຂ້ອຍ​ຖືກ​ຈັບ​ຫຼາຍ​ເທື່ອ​ແລະ​ຖືກ​ທຸບ​ຕີ​ຢ່າງ​ທໍລະມານ ຂ້ອຍ​ກໍ​ເຫັນ​ດ້ວຍ​ຕົວເອງ​ວ່າ​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ແທ້ໆ.” ເຫັນ​ໄດ້​ວ່າ​ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່​ແທ້ໆ​ຂອງ​ບິນນຽມ ແລະ​ພີ່ນ້ອງ​ຄົນ​ອື່ນໆ​ກໍ​ເປັນ​ຄື​ກັບ​ຄອບຄົວ​ຂອງ​ລາວ.

ຢ້ານ​ຄວາມ​ຕາຍ

15. ເປັນຫຍັງ​ຈຶ່ງ​ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ຈະ​ຢ້ານ​ຄວາມ​ຕາຍ?

15 ຄຳພີໄບເບິນ​ບອກ​ວ່າ​ຄວາມ​ຕາຍ​ເປັນ​ຄື​ກັບ​ສັດຕູ. (1 ກຣ. 15:25, 26) ເຮົາ​ອາດຈະ​ຢ້ານ​ຄວາມ​ຕາຍ ໂດຍ​ສະເພາະ​ຕອນ​ທີ່​ເຮົາ​ຫຼື​ຄົນ​ທີ່​ເຮົາ​ຮັກ​ເຈັບ​ປ່ວຍ​ຮ້າຍແຮງ. ເປັນຫຍັງ​ເຮົາ​ຈຶ່ງ​ຢ້ານ? ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ຢາກ​ມີ​ຊີວິດ​ຕະຫຼອດໄປ. (ຜູ້ປ. 3:11) ແຕ່​ການ​ຢ້ານ​ຄວາມ​ຕາຍ​ຢ່າງ​ເໝາະສົມ​ກໍ​ຊ່ວຍ​ປົກ​ປ້ອງ​ຊີວິດ​ເຮົາ ເຊັ່ນ: ຈະ​ເຮັດ​ໃຫ້​ເຮົາ​ຢາກ​ກິນ​ອາຫານ​ທີ່​ມີ​ປະໂຫຍດ​ແລະ​ອອກ​ກຳລັງ​ກາຍ​ເປັນ​ປະຈຳ. ຫຼື​ເຮົາ​ອາດຈະ​ຢາກ​ໄປ​ຫາ​ໝໍ​ຫຼື​ກິນ​ຢາ​ເວລາ​ເຈັບ​ປ່ວຍ. ແລະ​ຍັງ​ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ່ຽງ​ທີ່​ຈະ​ບໍ່​ເຮັດ​ສິ່ງ​ທີ່​ເປັນ​ອັນຕະລາຍ​ຕໍ່​ຊີວິດ.

16. ຊາຕານ​ໄດ້​ໃຊ້​ການ​ຢ້ານ​ຄວາມ​ຕາຍ​ເພື່ອ​ໂຈມຕີ​ເຮົາ​ແນວ​ໃດ?

16 ຊາຕານ​ຮູ້​ວ່າ​ເຮົາ​ຮັກ​ຊີວິດ. ມັນ​ຈຶ່ງ​ອ້າງ​ວ່າ ເຮົາ​ຈະ​ຍອມ​ຖິ້ມ​ທຸກ​ຢ່າງ​ເຊິ່ງ​ລວມ​ເຖິງ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ. (ໂຢບ 2:4, 5) ແຕ່​ຊາຕານ​ມັນ​ຄິດ​ຜິດ! ຍ້ອນ​ຊາຕານ “ສາມາດ​ເຮັດ​ໃຫ້​ຄົນ​ຕາຍ​ໄດ້” ມັນ​ຈຶ່ງ​ພະຍາຍາມ​ໃຊ້ການ​ຢ້ານ​ຄວາມ​ຕາຍ​ເພື່ອ​ເຮັດ​ໃຫ້​ເຮົາ​ຖິ້ມ​ພະ​ເຢໂຫວາ. (ຮຣ. 2:14, 15) ບາງເທື່ອ​ຊາຕານ​ກໍ​ໃຊ້ບາງຄົນ​ໃຫ້​ມາ​ຂູ່​ວ່າ​ຈະ​ຂ້າ​ເຮົາ​ເພື່ອ​ໃຫ້​ເຮົາ​ຢ້ານ​ແລະ​ຖິ້ມ​ຄວາມ​ເຊື່ອ. ຫຼື​ບາງເທື່ອ​ມັນ​ອາດຈະ​ສວຍ​ໂອກາດ​ຕອນ​ທີ່​ເຮົາ​ເຈັບ​ປ່ວຍ​ຮ້າຍແຮງ​ແລະ​ຕ້ອງ​ຟ້າວ​ປິ່ນປົວ​ເພື່ອ​ໃຫ້​ເຮົາ​ຍອມ​ເຮັດ​ສິ່ງ​ທີ່​ຂັດ​ກັບ​ກົດ​ໝາຍ​ຂອງ​ພະເຈົ້າ ເຊັ່ນ ມັນ​ອາດຈະ​ໃຊ້​ໝໍ​ຫຼື​ຄົນ​ໃນ​ຄອບຄົວ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ກົດ​ດັນ​ເຮົາ​ໃຫ້​ຮັບ​ການ​ປິ່ນປົວ​ໂດຍ​ໃສ່​ເລືອດ. ຫຼື​ບາງຄົນ​ອາດ​ພະຍາຍາມ​ຊວນ​ເຮົາ​ໃຫ້​ປິ່ນປົວ​ໃນ​ແບບ​ທີ່​ຂັດ​ກັບ​ຫຼັກການ​ໃນ​ຄຳພີໄບເບິນ.

17. ຕາມ​ໂຣມ 8:37-39 ເປັນຫຍັງ​ເຮົາ​ຈຶ່ງ​ບໍ່​ຢ້ານ​ຄວາມ​ຕາຍ?

17 ເຮົາ​ບໍ່​ຢາກ​ຕາຍ ແຕ່​ຖ້າ​ເຮົາ​ຕ້ອງ​ຕາຍ​ພະ​ເຢໂຫວາ​ກໍ​ຈະ​ຍັງ​ຮັກ​ເຮົາ​ຢູ່. (ອ່ານ​ໂຣມ 8:37-39) ເມື່ອ​ໝູ່​ຂອງ​ພະ​ເຢໂຫວາ​ຕາຍ​ຈາກ​ໄປ ເພິ່ນ​ກໍ​ເກັບ​ເຂົາເຈົ້າ​ໄວ້​ໃນ​ຄວາມ​ຊົງ​ຈຳ​ຂອງ​ເພິ່ນ​ເຊິ່ງ​ຄື​ກັບ​ວ່າ​ເຂົາເຈົ້າ​ຍັງ​ມີ​ຊີວິດ​ຢູ່. (ລກ. 20:37, 38) ແລະ​ເພິ່ນ​ກໍ​ລໍ​ຖ້າ​ເວລາ​ທີ່​ຈະ​ປຸກ​ເຂົາເຈົ້າ​ໃຫ້​ຄືນ​ມາ. (ໂຢບ 14:15) ພະ​ເຢໂຫວາ​ໄດ້​ເສຍ​ສະລະ​ຫຼາຍ​ເພື່ອ​ທີ່​ເຮົາ​ຈະ “ມີ​ຊີວິດ​ຕະຫຼອດໄປ.” (ຢຮ. 3:16) ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ເຮົາ​ຫຼາຍ​ແທ້ໆ. ດັ່ງນັ້ນ ເມື່ອ​ເຮົາ​ເຈັບ​ປ່ວຍ​ແລະ​ຮູ້​ວ່າ​ຕົວເອງ​ຈະ​ຕ້ອງ​ຕາຍ ແທນ​ທີ່​ເຮົາ​ຈະ​ຖິ້ມ​ພະ​ເຢໂຫວາ ເຮົາ​ຄວນ​ຈະ​ໝາຍ​ເພິ່ງ​ໃນ​ກຳລັງ ສະຕິປັນຍາ ແລະ​ການ​ປອບ​ໂຍນ​ຈາກ​ເພິ່ນ. ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ແທ້​ກັບ​ວາລາຣີ​ແລະ​ຜົວ​ຂອງ​ລາວ.—ເພງ. 41:3

18. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ວາລາຣີ?

18 ຕອນ​ທີ່​ວາລາຣີ​ອາຍຸ 35 ປີ ລາວ​ກວດ​ພົບ​ວ່າ​ຕົວເອງ​ເປັນ​ມະເຮັງ​ຊະນິດ​ທີ່​ຮ້າຍແຮງ​ແລະ​ບໍ່​ຄ່ອຍ​ມີ​ໃຜ​ເປັນ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ ການ​ທີ່​ວາລາຣີ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ລາວ​ຊ່ວຍ​ລາວ​ໃຫ້​ເອົາ​ຊະນະ​ການ​ຢ້ານ​ຄວາມ​ຕາຍ​ແນວ​ໃດ. ລາວ​ບອກ​ວ່າ: “ເມື່ອ​ຂ້ອຍ​ຮູ້​ວ່າ​ຕົວເອງ​ເປັນ​ມະເຮັງ ຂ້ອຍ​ກັບ​ຜົວ​ກໍ​ຕົກ​ໃຈ​ຫຼາຍ ແລະ​ຊີວິດ​ເຮົາ​ກໍ​ປ່ຽນ​ໄປ​ເລີຍ. ຂ້ອຍ​ຕ້ອງ​ໄດ້​ຜ່າ​ຕັດ​ໃຫຍ່​ເພື່ອ​ຈະ​ມີ​ຊີວິດ​ຕໍ່ໄປ. ຂ້ອຍ​ໄປ​ປຶກສາ​ໝໍ​ຫຼາຍ​ຄົນ​ກ່ຽວກັບ​ການ​ຜ່າ​ຕັດ​ໂດຍ​ບໍ່​ໃສ່ເລືອດ ແຕ່​ທຸກ​ຄົນ​ກໍ​ປະຕິເສດ. ຂ້ອຍ​ຮູ້ສຶກ​ຢ້ານ​ຫຼາຍ ແຕ່​ຂ້ອຍ​ບໍ່​ມີ​ທາງ​ທີ່​ຈະ​ຍອມ​ຮັບ​ການ​ໃສ່​ເລືອດ​ແນ່ນອນ​ເພາະ​ມັນ​ຂັດ​ກັບ​ກົດ​ໝາຍ​ຂອງ​ພະເຈົ້າ. ຕະຫຼອດ​ຊີວິດ​ຂອງ​ຂ້ອຍ ຂ້ອຍ​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ຂ້ອຍ​ຫຼາຍ​ແທ້ໆ. ດັ່ງນັ້ນ ຕອນນີ້​ຈຶ່ງ​ເປັນ​ໂອກາດ​ທີ່​ຂ້ອຍ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ເພິ່ນ. ທຸກ​ເທື່ອ​ທີ່​ຂ້ອຍ​ໄດ້​ຍິນ​ຂ່າວ​ຮ້າຍ ຂ້ອຍ​ກໍ​ຕັ້ງໃຈ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ແລະ​ບໍ່​ຍອມ​ໃຫ້​ຊາຕານ​ຊະນະ. ໃນ​ທີ່ສຸດ ຂ້ອຍ​ກໍ​ໄດ້​ຮັບ​ການ​ຜ່າ​ຕັດ​ໂດຍ​ບໍ່​ໃສ່​ເລືອດ. ເຖິງ​ວ່າ​ຂ້ອຍ​ຈະ​ຍັງ​ມີ​ບັນຫາ​ສຸຂະພາບ​ຢູ່ ແຕ່​ພະ​ເຢໂຫວາ​ກໍ​ຊ່ວຍ​ຂ້ອຍ​ສະເໝີ. ທີ່​ຈິງ ກ່ອນ​ມື້​ທີ່​ຂ້ອຍ​ຈະ​ກວດ​ພົບ​ວ່າ​ຕົວເອງ​ເປັນ​ມະເຮັງ ເຮົາ​ໄດ້​ເຂົ້າຮ່ວມ​ການ​ປະຊຸມ​ທ້າຍ​ອາທິດ​ແລະ​ໄດ້​ສຶກສາ​ບົດ​ຄວາມ​ທີ່​ຊື່​ວ່າ ‘ຮັບ​ມື​ຄວາມທຸກ​ລຳບາກ​ໃນ​ສະໄໝ​ປັດຈຸບັນ​ດ້ວຍ​ຄວາມ​ກ້າຫານ.’c ບົດ​ຄວາມ​ນີ້​ໄດ້​ໃຫ້​ກຳລັງໃຈ​ເຮົາ​ຫຼາຍ. ເຮົາ​ໄດ້​ອ່ານ​ບົດ​ນີ້​ຊ້ຳ​ໄປ​ຊ້ຳ​ມາ​ຫຼາຍ​ເທື່ອ. ການ​ອ່ານ​ບົດ​ຄວາມ​ນີ້ ການ​ເຮັດ​ວຽກ​ປະກາດ​ແລະ​ເຂົ້າຮ່ວມ​ປະຊຸມ​ເປັນ​ປະຈຳ​ຊ່ວຍ​ເຮົາ​ໃຫ້​ມີ​ໃຈ​ສະຫງົບ​ແລະ​ຕັດສິນ​ໃຈ​ໄດ້​ດີ.”

ເຮົາ​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້

19. ອີກ​ບໍ່​ດົນ​ຈະ​ເກີດ​ຫຍັງ​ຂຶ້ນ?

19 ຍ້ອນ​ພະ​ເຢໂຫວາ​ຊ່ວຍ ຄລິດສະຕຽນ​ທົ່ວ​ໂລກ​ຈຶ່ງ​ສາມາດ​ເອົາ​ຊະນະ​ບັນຫາ​ຕ່າງໆ​ແລະ​ການ​ຕໍ່ຕ້ານ​ຈາກ​ຊາຕານ​ໄດ້. ເຈົ້າ​ກໍ​ເຮັດ​ແບບນັ້ນ​ໄດ້​ຄື​ກັນ. (1 ປຕ. 5:8, 9) ອີກ​ບໍ່​ດົນ ພະ​ເຢໂຫວາ​ຈະ​ໃຫ້​ພະເຢຊູ​ແລະ​ຜູ້​ທີ່​ຮ່ວມ​ປົກຄອງ​ກັບ​ເພິ່ນ “ທຳລາຍ​ຜົນ​ງານ​ຂອງ​ມານ​ຮ້າຍ.” (1 ຢຮ. 3:8) ຫຼັງ​ຈາກ​ນັ້ນ ປະຊາຊົນ​ຂອງ​ພະ​ເຢໂຫວາ​ຈະ​ຮັບ​ໃຊ້​ເພິ່ນ​ໃນ​ໂລກ​ນີ້​ໂດຍ​ທີ່ “ບໍ່​ຕ້ອງ​ຢ້ານ​ຫຍັງ ແລະ​ຈະ​ບໍ່​ມີ​ຫຍັງ​ມາ​ເຮັດ​ໃຫ້​ຢ້ານ.” (ເອຊາ. 54:14, ລ.ມ.; ມີເກ 4:4) ແຕ່​ກ່ອນ​ຈະ​ຮອດ​ມື້​ນັ້ນ ເຮົາ​ທຸກ​ຄົນ​ຕ້ອງ​ພະຍາຍາມ​ທີ່​ຈະ​ເອົາ​ຊະນະ​ຄວາມ​ຢ້ານ​ໃຫ້​ໄດ້.

20. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້?

20 ເຮົາ​ຕ້ອງ​ໝັ້ນໃຈ​ສະເໝີ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ປົກ​ປ້ອງ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ. ແລະ​ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ໄດ້​ກໍ​ຄື​ການ​ຄິດຕຶກຕອງ​ແລະ​ເວົ້າ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ເຄີຍ​ຊ່ວຍ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ​ໃນ​ອະດີດ. ແລະ​ໃຫ້​ເຮົາ​ຈື່​ວ່າ​ທີ່​ຜ່ານ​ມາ​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ບັນຫາ​ຫຍັງ​ແດ່. ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້!—ເພງ. 34:4

ຄວາມ​ຮັກ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເອົາ​ຊະນະ . . .

  • ການ​ຢ້ານ​ຫາ​ລ້ຽງ​ຄອບຄົວ​ບໍ່​ໄດ້?

  • ການ​ຢ້ານ​ຄົນ​ອື່ນ?

  • ການ​ຢ້ານ​ຄວາມ​ຕາຍ?

ເພງ 129 ເຮົາ​ຈະ​ອົດທົນ​ຕໍ່ໄປ

a ຄວາມ​ຢ້ານ​ກໍ​ເປັນ​ຄວາມ​ຮູ້ສຶກ​ທີ່​ດີ ເພາະ​ມັນ​ຊ່ວຍ​ປົກ​ປ້ອງ​ເຮົາ​ຈາກ​ອັນຕະລາຍ. ແຕ່​ບາງເທື່ອ​ຄວາມ​ຮູ້ສຶກ​ນີ້​ກໍ​ບໍ່​ດີ​ສະເໝີ​ໄປ. ຍ້ອນຫຍັງ? ຍ້ອນ​ວ່າ​ຊາຕານ​ຈະ​ໃຊ້​ຄວາມ​ຢ້ານ​ນີ້​ເພື່ອ​ໂຈມຕີ​ເຮົາ. ດັ່ງນັ້ນ ເຮົາ​ຕ້ອງ​ພະຍາຍາມ​ຄວບຄຸມ​ຄວາມ​ຢ້ານ. ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໄດ້? ໃນ​ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ ເມື່ອ​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ເຮົາ​ແລະ​ຮັກ​ເຮົາ ເຮົາ​ກໍ​ຈະ​ເອົາ​ຊະນະ​ຄວາມ​ຢ້ານ​ຕ່າງໆ​ໄດ້.

b ຊື່​ສົມມຸດ

c ເບິ່ງ​ຫໍສັງເກດການ 15 ຕຸລາ 2012 ໜ້າ 7-11 (ພາສາ​ໄທ)

d ຄຳ​ອະທິບາຍ​ຮູບພາບ: ພີ່ນ້ອງ​ຜົວ​ເມຍ​ຄູ່​ໜຶ່ງ​ຈາກ​ປະຊາຄົມ​ທ້ອງຖິ່ນ​ໄດ້​ເອົາ​ອາຫານ​ມາ​ໃຫ້​ພີ່ນ້ອງ​ຍິງ​ແລະ​ຄອບຄົວ​ຂອງ​ລາວ​ທີ່​ຕ້ອງ​ເຮັດ​ວຽກ​ໜັກ​ເພື່ອ​ເບິ່ງ​ແຍງ​ຄອບຄົວ.

e ຄຳ​ອະທິບາຍ​ຮູບພາບ: ພີ່ນ້ອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຖືກ​ພໍ່​ແມ່​ຕໍ່ຕ້ານ​ຍ້ອນ​ຮັບ​ໃຊ້​ພະ​ເຢໂຫວາ ແຕ່​ລາວ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ລາວ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌