ເພງທີ 95
ແສງສະຫວ່າງທີ່ແຮງກ້າຂຶ້ນ
1. ເຫຼົ່າຜູ້ພະຍາກອນຕ່າງຢາກຮູ້ເລື່ອງເມຊີ
ທີ່ເປັນຄວາມຫວັງຂອງຄົນຜູ້ທຸກໃຈ
ພະເຈົ້າໄດ້ເປີດເຜີຍວ່າພະຄລິດກຳລັງມາ
ຈັດກຽມທາງເພື່ອຊ່ວຍເຮົາໃຫ້ລອດຕາຍ
ເວລາທີ່ພະຄລິດຂຶ້ນປົກຄອງມາຮອດແລ້ວ
ຫຼັກຖານທີ່ໄດ້ເຫັນນັ້ນຊັດເຈນ
ຖືເປັນກຽດຂອງເຮົາທີ່ໄດ້ຮູ້ເລື່ອງເຫຼົ່ານີ້
ທີ່ແມ່ນແຕ່ທູດສະຫວັນກໍຢາກຮູ້
(ທ່ອນຊ້ຳ)
ເສັ້ນທາງຂອງພວກເຮົາສະຫວ່າງຂຶ້ນອີກ ດັ່ງເຮົາກຳລັງຍ່າງຕອນກາງເວັນ
ເຮົາຍຶດສິ່ງທີ່ພະເຈົ້າເປີດເຜີຍມາ ພະອົງຊີ້ນຳເຮົາທຸກກ້າວເດີນ
2. ພະຄລິດຜູ້ເປັນນາຍໄດ້ແຕ່ງຕັ້ງທາດສັດຊື່
ຈັດກຽມອາຫານຕາມເວລາໃຫ້ເຮົາ
ໃຫ້ແສງແຫ່ງຄວາມຈິງສະຫວ່າງຂຶ້ນຕາມເວລາ
ເຫດຜົນທີ່ໃຫ້ມາໜ້າປະທັບໃຈ
ເຮົາເດີນຢ່າງໝັ້ນໃຈເພາະເສັ້ນທາງນັ້ນສະຫວ່າງ
ດັ່ງເຮົາກຳລັງຍ່າງຕອນກາງເວັນ
ຂອບໃຈເຢໂຫວາຜູ້ນຳແສງຄວາມຈິງມາ
ເຮົາດີໃຈທີ່ຢູ່ໃນທາງພະອົງ
(ທ່ອນຊ້ຳ)
ເສັ້ນທາງຂອງພວກເຮົາສະຫວ່າງຂຶ້ນອີກ ດັ່ງເຮົາກຳລັງຍ່າງຕອນກາງເວັນ
ເຮົາຍຶດສິ່ງທີ່ພະເຈົ້າເປີດເຜີຍມາ ພະອົງຊີ້ນຳເຮົາທຸກກ້າວເດີນ
(ເບິ່ງຕື່ມ ໂລມ 8:22; 1 ໂກ. 2:10; 1 ເປ. 1:12)