ບົດທີ 23
ສາເຫດທີ່ມະນຸດເຮົາເຈັບປ່ວຍ
ລູກຮູ້ຈັກໃຜທີ່ເຈັບປ່ວຍບໍ?— ລູກເອງກໍອາດເຈັບປ່ວຍເປັນບາງຄັ້ງຄາວ. ບາງທີລູກອາດເປັນຫວັດຫຼືອາດເຈັບທ້ອງກໍໄດ້. ບາງຄົນເຈັບປ່ວຍໜັກຫຼາຍ. ເຂົາເຈົ້າອາດເຖິງຂັ້ນວ່າຢືນຂຶ້ນດ້ວຍຕົວເອງບໍ່ໄດ້ຖ້າບໍ່ມີໃຜຊ່ວຍ. ສະພາບແບບນີ້ມັກຈະເກີດຂຶ້ນເມື່ອຄົນເຮົາເຖົ້າແກ່ລົງ.
ໝົດທຸກຄົນເຈັບປ່ວຍເປັນບາງຄັ້ງຄາວ. ລູກຮູ້ບໍວ່າເປັນຫຍັງຄົນເຮົາຈຶ່ງເຈັບປ່ວຍ ເຖົ້າແກ່ລົງ ແລະຕາຍ?— ມື້ໜຶ່ງຊາຍຄົນໜຶ່ງເຊິ່ງຍ່າງບໍ່ໄດ້ຖືກພາມາຫາພະເຍຊູ ແລະພະເຍຊູສະແດງໃຫ້ເຫັນວ່າເປັນຫຍັງຄົນເຮົາຈຶ່ງເຈັບປ່ວຍແລະຕາຍ. ພໍ່ (ແມ່) ຈະເລົ່າໃຫ້ລູກຟັງ.
ພະເຍຊູພັກເຊົາຢູ່ໃນເຮືອນຫຼັງໜຶ່ງໃນເມືອງທີ່ໃກ້ກັບທະເລຄາລິເລ. ຝູງຊົນພາກັນມາຫາພະອົງ. ມີຄົນມາຫຼາຍແທ້ໆຈົນບໍ່ມີບ່ອນໃຫ້ຄົນອື່ນເຂົ້າມາໃນເຮືອນໄດ້. ບໍ່ມີໃຜເຂົ້າໄປໃກ້ປະຕູໄດ້ຊ້ຳ. ເຖິງຢ່າງນັ້ນກໍຕາມ ປະຊາຊົນກໍຍັງພາກັນມາຢູ່! ຄົນກຸ່ມໜຶ່ງໄດ້ເອົາຊາຍຄົນໜຶ່ງທີ່ເປັນອຳມະພາດມາ ເຊິ່ງລາວຍ່າງບໍ່ໄດ້ຊ້ຳ. ຜູ້ຊາຍສີ່ຄົນຈຶ່ງຕ້ອງໃຊ້ຕຽງນ້ອຍ ຫຼືເປເພື່ອຫາມລາວມາ.
ລູກຮູ້ບໍວ່າເປັນຫຍັງເຂົາເຈົ້າຈຶ່ງຢາກເອົາຊາຍທີ່ເຈັບປ່ວຍນີ້ມາຫາພະເຍຊູ?— ເພາະເຂົາເຈົ້າມີຄວາມເຊື່ອວ່າພະເຍຊູສາມາດຊ່ວຍລາວໄດ້. ເຂົາເຈົ້າເຊື່ອວ່າພະເຍຊູສາມາດປິ່ນປົວລາວຈາກຄວາມເຈັບປ່ວຍນັ້ນໄດ້. ລູກຮູ້ບໍວ່າເຂົາເຈົ້າເອົາຊາຍທີ່ເປັນອຳມະພາດເຂົ້າມາຫາພະເຍຊູໄດ້ແນວໃດໃນເມື່ອມີຄົນມາກມາຍຢູ່ໃນເຮືອນຫຼັງນັ້ນ?—
ທີ່ຈິງ ຮູບພາບທີ່ລູກເຫັນໃນໜ້ານີ້ສະແດງເຖິງວິທີທີ່ພວກເຂົາເຈົ້າໄດ້ເຮັດ. ທຳອິດເຂົາເຈົ້າຫາມຊາຍຄົນນີ້ຂຶ້ນໄປເທິງຫຼັງຄາ. ຫຼັງຄານັ້ນເປັນຫຼັງຄາຮາບພຽງ. ຈາກນັ້ນເຂົາເຈົ້າກໍເຈາະຫຼັງຄາໃຫ້ເປັນປ່ອງໃຫຍ່. ໃນທີ່ສຸດ ເຂົາເຈົ້າກໍຢ່ອນຊາຍທີ່ເຈັບປ່ວຍເຊິ່ງນອນຢູ່ໃນເປຜ່ານທາງປ່ອງນັ້ນລົງໄປຫ້ອງທາງລຸ່ມ. ເຂົາເຈົ້າຈັ່ງແມ່ນມີຄວາມເຊື່ອແທ້!
ບັນດາຜູ້ຄົນທີ່ຢູ່ໃນເຮືອນຕ່າງກໍຕົກໃຈເມື່ອເຂົາເຈົ້າເຫັນສິ່ງທີ່ກຳລັງເກີດຂຶ້ນ. ຊາຍທີ່ເປັນອຳມະພາດເຊິ່ງນອນຢູ່ເທິງເປຖືກຢ່ອນລົງມາຢູ່ຫວ່າງກາງເຂົາເຈົ້າ. ພະເຍຊູໃຈຮ້າຍບໍເມື່ອເຫັນເຂົາເຈົ້າເຮັດແນວນັ້ນ?— ບໍ່ໄດ້ໃຈຮ້າຍຈັກໜ້ອຍ! ພະອົງດີໃຈທີ່ເຫັນວ່າເຂົາເຈົ້າມີຄວາມເຊື່ອ. ພະອົງບອກຊາຍທີ່ເປັນອຳມະພາດວ່າ: “ການບາບທັງຫຼາຍຂອງເຈົ້າເປັນທີ່ໂຜດຍົກເສຍແລ້ວ.”
ພະເຍຊູບອກຊາຍທີ່ເປັນອຳມະພາດໃຫ້ເຮັດຫຍັງ?
ບາງຄົນຄິດວ່າເປັນສິ່ງບໍ່ຖືກຕ້ອງທີ່ພະເຍຊູເວົ້າແບບນັ້ນ. ເຂົາເຈົ້າຄິດວ່າພະອົງບໍ່ສາມາດໃຫ້ອະໄພບາບໄດ້. ດັ່ງນັ້ນ ເພື່ອສະແດງວ່າພະອົງສາມາດໃຫ້ອະໄພບາບໄດ້ແທ້ໆ ພະເຍຊູເວົ້າກັບຊາຍຄົນນັ້ນວ່າ: “ຈົ່ງລຸກຂຶ້ນເອົາຕຽງນອນຂອງເຈົ້າຍົກຂຶ້ນແລະໄປທີ່ເຮືອນຂອງເຈົ້າເຖີ້ນ.”
ເມື່ອພະເຍຊູເວົ້າເຊັ່ນນັ້ນ ຊາຍຄົນນັ້ນກໍໄດ້ຮັບການປິ່ນປົວ! ລາວບໍ່ໄດ້ເປັນອຳມະພາດອີກຕໍ່ໄປແລ້ວ. ຕອນນີ້ລາວສາມາດລຸກຂຶ້ນດ້ວຍຕົວເອງແລະຍ່າງໄດ້. ຜູ້ຄົນທີ່ເຫັນການອັດສະຈັນນີ້ກໍພາກັນງຶດງໍ້. ເຂົາເຈົ້າບໍ່ເຄີຍເຫັນສິ່ງໃດທີ່ເປັນຕາໜ້າອັດສະຈັນໃຈແບບນີ້ມາກ່ອນໃນຊີວິດ! ເຂົາເຈົ້າສັນລະເສີນພະເຢໂຫວາທີ່ໄດ້ປະທານຄູຜູ້ຍິ່ງໃຫຍ່ແບບນີ້ໃຫ້ແກ່ເຂົາເຈົ້າ ເຊິ່ງເປັນຜູ້ທີ່ສາມາດປິ່ນປົວຜູ້ຄົນໃຫ້ເຊົາຈາກການເຈັບປ່ວຍໄດ້.—ມາລະໂກ 2:1-12.
ເຮົາໄດ້ບົດຮຽນຫຍັງຈາກການອັດສະຈັນນີ້?
ເຮົາຮຽນຮູ້ຫຍັງຈາກການອັດສະຈັນນີ້?— ເຮົາຮຽນຮູ້ວ່າພະເຍຊູມີລິດເດດທີ່ຈະໃຫ້ອະໄພບາບແລະປິ່ນປົວຄົນເຈັບປ່ວຍໃຫ້ເຊົາເປັນປົກກະຕິ. ແຕ່ເຮົາຍັງຮຽນຮູ້ເລື່ອງອື່ນອີກທີ່ສຳຄັນຫຼາຍ. ເຮົາຮຽນຮູ້ວ່າມະນຸດເຈັບປ່ວຍກໍເນື່ອງຈາກບາບ.
ເນື່ອງຈາກເຮົາໝົດທຸກຄົນເຈັບປ່ວຍໃນບາງຄັ້ງຄາວ ນີ້ໝາຍຄວາມວ່າເຮົາທຸກຄົນເປັນຄົນບາບບໍ?— ແມ່ນແລ້ວ ຄຳພີໄບເບິນບອກວ່າພວກເຮົາທຸກຄົນເກີດມາພ້ອມກັບບາບ. ລູກຮູ້ບໍວ່າການເກີດມາພ້ອມກັບບາບໝາຍຄວາມວ່າແນວໃດ?— ໝາຍຄວາມວ່າເຮົາເກີດມາໃນສະພາບທີ່ບໍ່ສົມບູນແບບ. ພວກເຮົາເຮັດຜິດພາດຫຼາຍສິ່ງໃນຫຼາຍຄັ້ງ ເຖິງແມ່ນວ່າເຮົາບໍ່ຢາກເຮັດຜິດ. ລູກຮູ້ບໍວ່າພວກເຮົາທຸກຄົນເປັນຄົນບາບໄດ້ແນວໃດ?—
ພວກເຮົາເກີດມາເປັນຄົນບາບເນື່ອງຈາກອາດາມມະນຸດຄົນທຳອິດບໍ່ໄດ້ເຊື່ອຟັງພະເຈົ້າ. ລາວໄດ້ເຮັດບາບເມື່ອລະເມີດກົດໝາຍຂອງພະເຈົ້າ. ແລະພວກເຮົາທຸກຄົນໄດ້ຮັບບາບຈາກອາດາມ. ລູກຮູ້ບໍວ່າເຮົາໄດ້ຮັບບາບຈາກລາວໄດ້ແນວໃດ? ພໍ່ (ແມ່) ຈະພະຍາຍາມອະທິບາຍໃຫ້ລູກຟັງໃນແບບທີ່ລູກສາມາດເຂົ້າໃຈໄດ້.
ພວກເຮົາໝົດທຸກຄົນກາຍເປັນຄົນບາບໄດ້ແນວໃດ?
ລູກອາດເຄີຍຊ່ວຍໃຫ້ຄົນອົບເຂົ້າຈີ່ໃນຖາດ. ຈະເກີດຫຍັງຂຶ້ນກັບເຂົ້າຈີ່ຖ້າຖາດມີຮອຍບຸ້ມ? ລູກຮູ້ບໍ?— ເຂົ້າຈີ່ທັງໝົດທີ່ລູກອົບໃສ່ຖາດນັ້ນຈະມີຮອຍບຸ້ມແບບດຽວກັນໝົດແມ່ນບໍ?—
ອາດາມເປັນຄືກັບຖາດອັນນັ້ນ ແລະເຮົາກໍເປັນຄ້າຍຄືກັບເຂົ້າຈີ່. ອາດາມກາຍເປັນຄົນບໍ່ສົມບູນແບບເມື່ອລາວຝ່າຝືນກົດໝາຍຂອງພະເຈົ້າ. ນັ້ນເປັນຄືກັບວ່າລາວມີຮອຍບຸ້ມຫຼືຮອຍຕຳໜິ. ດັ່ງນັ້ນ ເມື່ອລາວມີລູກ ລູກຂອງລາວຈະເປັນແນວໃດ?— ລູກຂອງອາດາມໝົດທຸກຄົນກໍຈະໄດ້ຮັບຄວາມບໍ່ສົມບູນແບບຢ່າງດຽວກັນນີ້.
ເດັກນ້ອຍສ່ວນຫຼາຍບໍ່ໄດ້ເກີດມາພ້ອມກັບຄວາມບໍ່ສົມບູນແບບທີ່ເດັ່ນແຈ້ງເຖິງຂັ້ນວ່າລູກເບິ່ງເຫັນໄດ້. ເຂົາເຈົ້າບໍ່ໄດ້ເກີດມາແບບທີ່ບໍ່ມີແຂນບໍ່ມີຂາ. ແຕ່ຄວາມບໍ່ສົມບູນແບບທີ່ເຂົາເຈົ້າມີນັ້ນຮ້າຍແຮງຈົນເຖິງຂັ້ນທີ່ເຮັດໃຫ້ເຂົາເຈົ້າເຈັບປ່ວຍ ແລະໃນທີ່ສຸດກໍຕາຍ.
ແນ່ນອນ ບາງຄົນເຈັບປ່ວຍເລື້ອຍກວ່າຄົນອື່ນໆ. ເປັນຫຍັງຈຶ່ງເປັນແນວນັ້ນ? ນັ້ນເປັນຍ້ອນວ່າເຂົາເຈົ້າເກີດມາມີບາບຫຼາຍກວ່າຄົນອື່ນບໍ?— ບໍ່ແມ່ນ ທຸກຄົນເກີດມາມີບາບທໍ່ໆກັນ. ພວກເຮົາທຸກຄົນເກີດມາໃນສະພາບທີ່ບໍ່ສົມບູນແບບ. ດັ່ງນັ້ນບໍ່ຊ້າກໍໄວ ທຸກຄົນຈະຕ້ອງເຈັບປ່ວຍດ້ວຍພະຍາດບາງຢ່າງ. ແມ່ນແຕ່ຄົນທີ່ພະຍາຍາມເຊື່ອຟັງກົດໝາຍຂອງພະເຈົ້າທຸກຂໍ້ ແລະບໍ່ໄດ້ເຮັດຫຍັງຈັກແນວທີ່ຊົ່ວຮ້າຍແທ້ໆກໍເຈັບປ່ວຍໄດ້.
ເມື່ອບາບຖືກກຳຈັດໃຫ້ໝົດສິ້ນ ພວກເຮົາຈະມີສຸຂະພາບແບບໃດ?
ຄັນຊັ້ນເປັນຫຍັງບາງຄົນຈຶ່ງເຈັບປ່ວຍເລື້ອຍກວ່າຄົນອື່ນ?— ມີເຫດຜົນຫຼາຍຢ່າງ. ອາດເປັນໄປໄດ້ທີ່ເຂົາເຈົ້າບໍ່ມີອາຫານກິນພຽງພໍ ຫຼືເຂົາເຈົ້າອາດບໍ່ໄດ້ກິນອາຫານປະເພດທີ່ດີ. ເຂົາເຈົ້າອາດກິນເຂົ້າໜົມປະເພດແປ້ງແລະເຂົ້າໜົມຫວານຫຼາຍໂພດ. ເຫດຜົນອີກຢ່າງໜຶ່ງອາດແມ່ນຍ້ອນວ່າເຂົາເຈົ້ານອນເດິກແລະນອນບໍ່ພຽງພໍ ຫຼືເຂົາເຈົ້າອາດບໍ່ໄດ້ນຸ່ງເຄື່ອງໃຫ້ອຸ່ນພຽງພໍກ່ອນທີ່ຈະອອກໄປທາງນອກໃນຍາມອາກາດເຢັນ. ຮ່າງກາຍຂອງບາງຄົນອ່ອນແອຫຼາຍ ແລະບໍ່ສາມາດຕໍ່ສູ້ກັບຄວາມເຈັບປ່ວຍໄດ້ ເຖິງແມ່ນວ່າເຂົາເຈົ້າພະຍາຍາມເອົາໃຈໃສ່ເບິ່ງແຍງຕົວເອງກໍຕາມ.
ຈະມີມື້ທີ່ເຮົາຈະບໍ່ເຈັບປ່ວຍເລີຍບໍ? ເຮົາຈະມີວັນຫລຸດພົ້ນຈາກບາບບໍ?— ທີ່ຈິງແລ້ວ ພະເຍຊູເຮັດຫຍັງກັບຊາຍທີ່ເປັນອຳມະພາດ?— ພະເຍຊູໃຫ້ອະໄພບາບຂອງລາວແລະປິ່ນປົວລາວໃຫ້ເຊົາເປັນປົກກະຕິ. ໂດຍວິທີນັ້ນ ພະເຍຊູສະແດງໃຫ້ເຫັນໃນສິ່ງທີ່ພະອົງຈະເຮັດໃນມື້ໜຶ່ງສຳລັບທຸກຄົນທີ່ພະຍາຍາມຢ່າງໜັກໃນການເຮັດສິ່ງທີ່ຖືກຕ້ອງ.
ຖ້າເຮົາສະແດງໃຫ້ເຫັນວ່າເຮົາບໍ່ຕ້ອງການເຮັດບາບ ແລະສະແດງວ່າເຮົາກຽດຊັງສິ່ງທີ່ບໍ່ຖືກຕ້ອງ ພະເຍຊູຈະປິ່ນປົວເຮົາໃຫ້ເຊົາ. ໃນອະນາຄົດ ພະອົງຈະກຳຈັດຄວາມບໍ່ສົມບູນແບບທີ່ເຮົາມີຢູ່ໃນຕອນນີ້ໃຫ້ໝົດໄປ. ພະອົງຈະເຮັດເຊັ່ນນີ້ເມື່ອເປັນກະສັດໃນລາຊະອານາຈັກຂອງພະເຈົ້າ. ບາບຈະບໍ່ຖືກກຳຈັດໃຫ້ໝົດໄປໂດຍທັນທີ. ບາບຈະຖືກກຳຈັດອອກໄປໃນໄລຍະເວລາໜຶ່ງ. ໃນທີ່ສຸດເມື່ອບາບຂອງເຮົາຖືກກຳຈັດໃຫ້ໝົດສິ້ນໄປ ພວກເຮົາຈະບໍ່ເຈັບປ່ວຍອີກເລີຍ. ພວກເຮົາທຸກຄົນຈະມີຮ່າງກາຍທີ່ສົມບູນແບບ. ນັ້ນຈະເປັນພະພອນແທ້ໆ!
ເພື່ອຈະໄດ້ຄວາມເຂົ້າໃຈເພີ່ມເຕີມໃນເລື່ອງທີ່ວ່າບາບມີຜົນກະທົບຕໍ່ພວກເຮົາໝົດທຸກຄົນແນວໃດ ຂໍໃຫ້ອ່ານພະທຳໂຢບ 14:4; ຄຳເພງ 51:5; ໂລມ 3:23; 5:12; 6:23.