ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ2 ບົດທີ 16 ໜ້າ 136-141
  • ຜິດ​ບໍ​ທີ່​ຈະ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຜິດ​ບໍ​ທີ່​ຈະ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຢາກ​ມີ​ອິດສະຫຼະ
  • ບໍ່​ມີ​ຫຍັງ​ທີ່​ຈະ​ປົກ​ປິດ​ຈາກ​ພະ​ເຢໂຫວາ​ໄດ້
  • ແກ້ໄຂ​ໃຫ້​ຖືກຕ້ອງ
  • ເປັນ​ຫຍັງ​ຕ້ອງ​ມີ​ກົດ​ຫຼາຍ​ຂະໜາດ​ນີ້?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຖ້າ​ພໍ່​ແມ່​ຜິດ​ກັນ​ຈະ​ເຮັດ​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ເປັນ​ຫຍັງ​ພໍ່​ແມ່​ບໍ່​ປ່ອຍ​ໃຫ້​ຂ້ອຍ​ມີ​ຄວາມ​ມ່ວນ​ຊື່ນ​ແດ່?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຂ້ອຍ​ຈະ​ມີ​ອິດສະຫຼະ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ເບິ່ງຕື່ມ
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ໜສ2 ບົດທີ 16 ໜ້າ 136-141

ບົດ​ທີ 16

ຜິດ​ບໍ​ທີ່​ຈະ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ?

□ ກິນ​ເຫຼົ້າ​ກິນ​ເບຍ

□ ຄົບຫາ​ກັບ​ຄົນ​ທີ່​ພໍ່​ແມ່​ບອກ​ວ່າ​ບໍ່​ດີ

□ ຟັງ​ເພງ​ທີ່​ບໍ່​ເໝາະສົມ

□ ໄປ​ເຂົ້າ​ເທັກ​ເຂົ້າ​ບາ

□ ລັກ​ມີ​ແຟນ

□ ເບິ່ງ​ໜັງ​ໂປ້ ຫຼື​ຫຼິ້ນ​ເກມ​ທີ່​ມີ​ຄວາມ​ຮຸນແຮງ

□ ໃຊ້​ຄຳ​ຫຍາບ​ຄາຍ

ຈາກ​ລາຍການ​ທີ່​ເວົ້າ​ມາ ມີ​ຈຸດ​ໃດ​ບໍ​ທີ່​ເຈົ້າ​ເຮັດ​ລັບຫຼັງ​ພໍ່​ແມ່? ຖ້າ​ມີ​ເຈົ້າ​ກໍ​ຄື​ຊິ​ຮູ້​ວ່າ​ໂຕເອງ​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ແລະ​ເຈັບ​ປວດ​ໃຈ​ຍ້ອນ​ຮູ້ສຶກ​ຜິດ. (ໂຣມ 2:15) ບາງ​ເທື່ອ​ເຈົ້າ​ກໍ​ຢາກ​ຈະ​ບອກ​ພໍ່​ແມ່​ວ່າ​ເຈົ້າ​ເຮັດ​ຫຍັງ​ຜິດ​ມາ. ແຕ່​ເມື່ອ​ຄິດ​ວ່າ​ພໍ່​ແມ່​ຈະ​ເສຍໃຈ ໃຈ​ຮ້າຍ​ຫຼື​ລົງໂທດ​ເຈົ້າ ເຈົ້າ​ກໍ​ເລີຍ​ເລືອກ​ທີ່​ຈະ​ບໍ່​ບອກ​ພວກ​ເພິ່ນ. ແຕ່​ເຈົ້າ​ຄິດ​ບໍ​ວ່າ​ການ​ເຮັດ​ແບບ​ນີ້​ຖື​ເປັນ​ການ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ? ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ອັນ​ໃດ​ເປັນ​ສາເຫດ​ໃຫ້​ເຈົ້າ​ເຮັດ​ແບບ​ນັ້ນ?

ຢາກ​ມີ​ອິດສະຫຼະ

ຄຳພີ​ໄບເບິນ​ບອກ​ວ່າ​ໃນ​ທີ່​ສຸດ “ຜູ້​ຊາຍ​ຈະ​ຈາກ​ພໍ່​ແມ່​ໄປ.” (ປະຖົມມະການ 2:24) ແນ່ນອນ​ວ່າ ຜູ້​ຍິງ​ກໍ​ຄື​ກັນ. ດັ່ງນັ້ນ ຈຶ່ງ​ເປັນ​ເລື່ອງ​ປົກກະຕິ​ທີ່​ເຈົ້າ​ຢາກ​ເປັນ​ຜູ້​ໃຫຍ່ ຄິດ ແລະ​ຕັດສິນໃຈ​ດ້ວຍ​ໂຕເອງ. ແຕ່​ເມື່ອ​ພໍ່​ແມ່​ຫ້າມ​ລູກ​ທີ່​ເປັນ​ໄວລຸ້ນ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ເຂົາເຈົ້າ​ຢາກ​ເຮັດ​ຍ້ອນ​ພໍ່​ແມ່​ຄິດ​ວ່າ​ມັນ​ຜິດ​ຫຼື​ບໍ່​ເໝາະສົມ ໄວລຸ້ນ​ບາງ​ຄົນ​ກໍ​ເລີຍ​ບໍ່​ຟັງ​ຄວາມ.

ແນ່ນອນ​ວ່າ ພໍ່​ແມ່​ບາງ​ຄົນ​ກໍ​ອາດ​ເຂັ້ມ​ງວດ​ຫຼາຍ​ເກີນ​ໄປ. ໄວລຸ້ນ​ຍິງ​ຊື່​ຄິມ​ຈົ່ມ​ວ່າ: “ພໍ່​ແມ່​ເກືອບ​ຈະ​ບໍ່​ໃຫ້​ເຮົາ​ເບິ່ງ​ໜັງ​ຫຍັງ​ເລີຍ. ບາດ​ຊິ​ຟັງ​ເພງ ພໍ່​ກໍ​ຫ້າມ​ບໍ່​ໃຫ້​ຟັງ​ອີກ. ຈັກ​ແມ່ນ​ຫຍັງ​ເອົາ​ແທ້​ເອົາ​ວ່າ!” ເມື່ອ​ພໍ່​ແມ່​ເຂັ້ມ​ງວດ​ເກີນ​ໄປ​ແລະ​ບໍ່​ມີ​ເຫດຜົນ ໄວລຸ້ນ​ບາງ​ຄົນ​ຈຶ່ງ​ເລີ່ມ​ຮູ້ສຶກ​ອິດສາ​ໝູ່​ຄູ່​ທີ່​ມີ​ອິດສະຫຼະ​ຫຼາຍ​ກວ່າ.

ໄວລຸ້ນ​ຍິງ​ທີ່​ຊື່​ທາມ​ມີ້​ບອກ​ວ່າ​ອີກ​ເຫດຜົນ​ໜຶ່ງ​ທີ່​ເຮັດ​ໃຫ້​ບາງ​ຄົນ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ​ແມ່ນ ເພື່ອ​ຈະ​ເຂົ້າ​ກັບ​ໝູ່​ຢູ່​ໂຮງຮຽນ​ໄດ້. ລາວ​ເລົ່າ​ວ່າ: “ຂ້ອຍ​ເລີ່ມ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ​ໂດຍ​ເວົ້າ​ຄຳ​ຫຍາບ​ຄາຍ. ຕໍ່​ມາ​ກໍ​ສູບ​ຢາ ແລ້ວ​ກໍ​ກິນ​ເຫຼົ້າ​ກິນ​ເບຍ​ຈົນ​ເມົາ. ພໍ່​ແມ່​ຂ້ອຍ​ເຂັ້ມ​ງວດ​ຫຼາຍ​ແລະ​ບໍ່​ອະນຸຍາດ​ໃຫ້​ຂ້ອຍ​ມີ​ແຟນ ຂ້ອຍ​ຈຶ່ງ​ລັກ​ມີ​ແຟນ​ເອົາ.”

ໄວລຸ້ນ​ຄົນ​ໜຶ່ງ​ຊື່​ເພັດ​ກໍ​ມີ​ປະສົບການ​ຄ້າຍໆ​ກັນ. ລາວ​ເລົ່າ​ວ່າ: “ຂ້ອຍ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ ແຕ່​ຂ້ອຍ​ຢ້ານ​ຫຼາຍ​ທີ່​ຈະ​ຖືກ​ໝູ່​ເຍາະເຍີ້ຍ.” ແລ້ວ​ເພັດ​ເຮັດ​ແນວ​ໃດ? ລາວ​ບອກ​ວ່າ: “ຂ້ອຍ​ພະຍາຍາມ​ເຮັດ​ໃຫ້​ໂຕເອງ​ໂດດເດັ່ນ. ຂ້ອຍ​ຈະ​ຕົວະ​ແລະ​ບອກ​ເຫດຜົນ​ທີ່​ບໍ່​ຖືກຕ້ອງ​ວ່າ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ບໍ່​ຮັບ​ເອົາ​ຂອງຂວັນ​ໃນ​ເທດສະການ​ຕ່າງໆ.” ເມື່ອ​ເພັດ​ເລີ່ມ​ເຮັດ​ຜິດ​ໃນ​ເລື່ອງ​ເລັກໆ​ນ້ອຍໆ ບໍ່​ດົນ​ລາວ​ກໍ​ຄ່ອຍໆ​ເຮັດ​ຜິດ​ໃນ​ເລື່ອງ​ທີ່​ຮ້າຍ​ແຮງ​ຂຶ້ນ.

ບໍ່​ມີ​ຫຍັງ​ທີ່​ຈະ​ປົກ​ປິດ​ຈາກ​ພະ​ເຢໂຫວາ​ໄດ້

ຕະຫຼອດ​ປະຫວັດສາດ​ຜູ້​ຄົນ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ. ຄົນ​ອິດສະຣາເອນ​ບູຮານ​ບາງ​ຄົນ​ລັກ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ​ແລະ​ຫວັງ​ວ່າ​ຈະ​ບໍ່​ມີ​ໃຜ​ສັງເກດ​ເຫັນ. ແຕ່​ຜູ້​ພະຍາກອນ​ເອຊາຢາ​ເຕືອນ​ເຂົາເຈົ້າ​ວ່າ: “ຄວາມ​ຈິບຫາຍ​ຈະ​ເກີດ​ກັບ​ຄົນ​ທີ່​ພະຍາຍາມ​ເຊື່ອງ​ແຜນການ​ຊົ່ວ​ຂອງ​ເຂົາເຈົ້າ​ບໍ່​ໃຫ້​ພະ​ເຢໂຫວາ​ຮູ້. ຕອນ​ທີ່​ເຂົາເຈົ້າ​ລັກ​ເຮັດ​ຊົ່ວ​ຢູ່​ບ່ອນ​ມືດໆ ເຂົາເຈົ້າ​ຈະ​ເວົ້າ​ວ່າ: ‘ບໍ່​ມີ​ໃຜ​ເຫັນ​ເຮົາ​ດອກ. ບໍ່​ມີ​ໃຜ​ຮູ້​ດອກ​ວ່າ​ເຮົາ​ເຮັດ​ຫຍັງ.’” (ເອຊາຢາ 29:15) ຄົນ​ອິດສະຣາເອນ​ລືມ​ໄປ​ວ່າ​ພະເຈົ້າ​ເຫັນ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ ແລະ​ເມື່ອ​ຮອດ​ເວລາ​ທີ່​ເໝາະສົມ​ເພິ່ນ​ກໍ​ຈະ​ລົງໂທດ​ເຂົາເຈົ້າ.

ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ. ເຖິງ​ວ່າ​ເຈົ້າ​ຈະ​ປິດ​ບັງ​ພໍ່​ແມ່​ບໍ່​ໃຫ້​ຮູ້​ສິ່ງ​ບໍ່​ດີ​ທີ່​ເຈົ້າ​ເຮັດ​ໄດ້ ແຕ່​ເຈົ້າ​ປິດ​ບັງ​ພະ​ເຢໂຫວາ​ພະເຈົ້າ​ບໍ່​ໄດ້. ເຮັບເຣີ 4:13 ບອກ​ວ່າ: “ທຸກ​ສິ່ງ​ທີ່​ພະເຈົ້າ​ສ້າງ​ຂຶ້ນ​ມາ ບໍ່​ມີ​ຫຍັງ​ຖືກ​ປົກ​ປິດ​ໄວ້​ຈາກ​ສາຍ​ຕາ​ຂອງ​ເພິ່ນ ແຕ່​ທຸກ​ສິ່ງ​ຖືກ​ເປີດເຜີຍ​ແລະ​ປາກົດ​ແຈ້ງ​ຕໍ່​ສາຍ​ຕາ​ຂອງ​ເພິ່ນ​ຜູ້​ທີ່​ພວກ​ເຮົາ​ຕ້ອງ​ໃຫ້​ການ.” ແລ້ວ​ຈະ​ປິດ​ບັງ​ໄປ​ເຮັດ​ຫຍັງ? ຂໍ​ຈື່​ໄວ້​ວ່າ ເຖິງ​ເຈົ້າ​ຈະ​ສະແດງ​ວ່າ​ມີ​ຄວາມ​ເຊື່ອ​ໂດຍ​ເຂົ້າ​ຮ່ວມ​ການ​ປະຊຸມ ແຕ່​ນັ້ນ​ກໍ​ບໍ່​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ເຈົ້າ. ພະ​ເຢໂຫວາ​ຮູ້​ເມື່ອ​ຄົນ​ເຮົາ ‘ເວົ້າ​ຊື່ໆ​ວ່າ​ນັບຖື​ເພິ່ນ ແຕ່​ໃຈ​ຂອງ​ເຂົາເຈົ້າ​ບໍ່​ໄດ້​ເປັນ​ແບບ​ນັ້ນ.’—ມາຣະໂກ 7:6

ເຈົ້າ​ຮູ້​ບໍ​ວ່າ​ຄົນ​ທີ່​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ​ເຮັດ​ໃຫ້​ພະ​ເຢໂຫວາ​ເຈັບ​ປວດ​ໃຈ? ເປັນ​ແບບ​ນັ້ນ​ໄດ້​ແທ້​ບໍ? ໄດ້​ແທ້! ເມື່ອ​ພວກ​ອິດສະຣາເອນ​ບູຮານ​ປະຖິ້ມ​ກົດໝາຍ​ຂອງ​ພະເຈົ້າ ເຂົາເຈົ້າ​ກໍ “ເຮັດ​ໃຫ້​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ​ເຈັບ​ປວດ​ໃຈ.” (ເພງ​ສັນລະເສີນ 78:41) ໃນ​ທຸກ​ມື້​ນີ້​ເພິ່ນ​ກໍ​ຄື​ຊິ​ເຈັບ​ປວດ​ຫຼາຍ​ແທ້ໆ​ເມື່ອ​ໜຸ່ມ​ສາວ​ທີ່​ໄດ້​ສຶກສາ “ຫຼັກການ​ແລະ​ຄຳສອນ​ຂອງ​ພະ​ເຢໂຫວາ” ລັກ​ເຮັດ​ຜິດ!—ເອເຟໂຊ 6:4

ແກ້ໄຂ​ໃຫ້​ຖືກຕ້ອງ

ແທ້ໆ​ແລ້ວ​ຖ້າ​ເຈົ້າ​ຮັກ​ພະເຈົ້າ ຮັກ​ພໍ່​ແມ່ ແລະ​ຮັກ​ໂຕ​ເຈົ້າ​ເອງ ເຈົ້າ​ຄວນ​ສາລະພາບ​ວ່າ​ເຈົ້າ​ກຳລັງ​ລັກ​ເຮັດ​ຫຍັງ​ຢູ່. ຍອມຮັບ​ວ່າ ສິ່ງ​ນີ້​ອາດ​ເຮັດ​ໃຫ້​ເຈົ້າ​ອັບອາຍ​ແລະ​ຖືກ​ສັ່ງ​ສອນ. (ເຮັບເຣີ 12:11) ຕົວຢ່າງ​ເຊັ່ນ ຖ້າ​ເຈົ້າ​ມັກ​ຕົວະ​ພໍ່​ແມ່​ເລື້ອຍໆ ເຂົາເຈົ້າ​ກໍ​ຄື​ຊິ​ບໍ່​ໄວ້ໃຈ​ເຈົ້າ​ແລະ​ເຂັ້ມ​ງວດ​ກັບ​ເຈົ້າ​ຫຼາຍ​ຂຶ້ນ. ແຕ່​ການ​ສາລະພາບ​ກໍ​ຍັງ​ເປັນ​ວິທີ​ທີ່​ດີ​ທີ່​ສຸດ. ຍ້ອນຫຍັງ?

ສົມມຸດ​ວ່າ​ເຈົ້າ​ກັບ​ຄອບຄົວ​ໄປ​ຍ່າງ​ຫຼິ້ນ​ໃນ​ປ່າ. ພໍ່​ແມ່​ໄດ້​ບອກ​ເຈົ້າ​ໃຫ້​ຢູ່​ໃກ້ໆ​ເຂົາເຈົ້າ​ຕະຫຼອດ ແຕ່​ເມື່ອ​ເຂົາເຈົ້າ​ເຜີ​ໄປ​ເບິ່ງ​ບ່ອນ​ອື່ນ ເຈົ້າ​ພັດ​ບໍ່​ເຊື່ອຟັງ​ໂດຍ​ຍ່າງ​ອອກ​ນອກ​ເສັ້ນ​ທາງ​ແລະ​ຫຼົງ​ທາງ ແລ້ວ​ກໍ​ຖືກ​ຂີ້​ຊາຍ​ດູດ. ເຈົ້າ​ຈະ​ອາຍ​ຈົນ​ບໍ່​ກ້າ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ບໍ? ບໍ່! ເຈົ້າ​ຄື​ຊິ​ຮ້ອງ​ດັງ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ເພື່ອ​ໃຫ້​ເຂົາເຈົ້າ​ມາ​ຊ່ວຍ.

ຄ້າຍຄື​ກັນ ຖ້າ​ເຈົ້າ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ ເຈົ້າ​ກໍ​ຕ້ອງ​ຟ້າວ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ໄວໆ. ໃຫ້​ຈື່​ໄວ້​ວ່າ ເຈົ້າ​ກັບ​ໄປ​ປ່ຽນແປງ​ອະດີດ​ບໍ່​ໄດ້ ແຕ່​ເຈົ້າ​ສາມາດ​ປັບປຸງ​ໂຕເອງ​ເພື່ອ​ຈະ​ມີ​ອະນາຄົດ​ທີ່​ດີ​ຂຶ້ນ​ໄດ້. ການ​ບອກ​ພໍ່​ແມ່​ບໍ່​ແມ່ນ​ເລື່ອງ​ງ່າຍ​ຢູ່​ແລ້ວ ແຕ່​ເຈົ້າ​ຕ້ອງ​ໃຫ້​ເຂົາເຈົ້າ​ຊ່ວຍ​ກ່ອນ​ທີ່​ເຈົ້າ​ຈະ​ເຮັດ​ຜິດ​ໄປ​ຫຼາຍ​ກວ່າ​ນີ້​ເຊິ່ງ​ອາດ​ກໍ່​ຄວາມ​ເສຍຫາຍ​ໃຫ້​ກັບ​ໂຕ​ເຈົ້າ​ເອງ​ແລະ​ຄອບຄົວ​ນຳ. ຖ້າ​ເຈົ້າ​ເສຍໃຈ​ແທ້ໆ​ກັບ​ຄວາມ​ຜິດ​ທີ່​ເຈົ້າ​ໄດ້​ເຮັດ​ໄປ ພະ​ເຢໂຫວາ​ກໍ​ຈະ​ອີ່ຕົນ​ແລະ​ສະແດງ​ຄວາມ​ເມດຕາ​ຕໍ່​ເຈົ້າ​ແນ່ນອນ.—ເອຊາຢາ 1:18; ລູກາ 6:36

ດັ່ງນັ້ນ ໃຫ້​ບອກ​ຄວາມ​ຈິງ​ກັບ​ພໍ່​ແມ່. ຍອມຮັບ​ວ່າ​ເຈົ້າ​ເຮັດ​ໃຫ້​ພໍ່​ແມ່​ເຈັບ​ປວດ​ແລະ​ສົມຄວນ​ຖືກ​ລົງໂທດ. ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ຈະ​ເຮັດ​ໃຫ້​ພໍ່​ແມ່​ແລະ​ພະ​ເຢໂຫວາ​ພະເຈົ້າ​ດີ​ໃຈ. ເຈົ້າ​ຍັງ​ຈະ​ຮູ້ສຶກ​ໂລ່ງໃຈ​ຫຼາຍ​ຍ້ອນ​ເຈົ້າ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ.—ສຸພາສິດ 27:11; 2 ໂກຣິນໂທ 4:2

ໃນ​ບົດ​ຕໍ່​ໄປ

ເຈົ້າ​ມີ​ຫຼາຍ​ຢ່າງ​ທີ່​ຄື​ກັນ​ກັບ​ໝູ່​ຢູ່​ໂຮງຮຽນ. ແຕ່​ເຈົ້າ​ຄວນ​ຮູ້​ຫຍັງ​ກ່ຽວກັບ​ການ​ຄົບ​ໝູ່​ຢູ່​ໂຮງຮຽນ?

ຂໍ້​ຄຳພີ​ຫຼັກ

“ຄົນ​ທີ່​ປົກ​ປິດ​ຄວາມ​ຜິດ​ຂອງ​ໂຕເອງ​ໄວ້​ຈະ​ບໍ່​ປະສົບ​ຄວາມ​ສຳເລັດ ແຕ່​ຄົນ​ທີ່​ສາລະພາບ​ແລະ​ເຊົາ​ເຮັດ​ຜິດ​ຈະ​ໄດ້​ຮັບ​ຄວາມ​ເມດຕາ.”—ສຸພາສິດ 28:13

ຄຳ​ແນະນຳ

ຢ່າ​ຄິດ​ວ່າ​ການ​ເຮັດ​ຜິດ​ໜ້ອຍ​ໜຶ່ງ​ຈະ​ບໍ່​ເປັນ​ຫຍັງ ແຕ່​ກໍ​ບໍ່​ຄວນ​ເບິ່ງ​ໃນ​ແງ່​ລົບ​ຫຼາຍ​ເກີນ​ໄປ. ຈື່​ໄວ້​ວ່າ​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ໃຫ້​ອະໄພ.—ເພງ​ສັນລະເສີນ 86:5

ເຈົ້າ​ຮູ້​ບໍ . . . ?

ຄວາມ​ຮູ້ສຶກ​ຜິດ​ສາມາດ​ກະຕຸ້ນ​ຄົນ​ເຮົາ​ໃຫ້​ແກ້ໄຂ​ການ​ກະທຳ​ທີ່​ຜິດ. ແຕ່ຖ້າ​ຄົນ​ນັ້ນ​ຍັງ​ເຮັດ​ຜິດ​ຕໍ່​ໄປ ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ລາວ​ກໍ​ຈະ​ເສຍຫາຍ. ໃນ​ທີ່​ສຸດ ມັນ​ກໍ​ຈະ​ດ້ານ​ຊາ​ແລະ​ບໍ່​ມີ​ຄວາມ​ຮູ້ສຶກ​ຄື​ກັບ​ຜິວ​ໜັງ​ທີ່​ຖືກ​ດາດ​ແລະ​ມີ​ຮອຍ​ແປ້ວ​ຕາມ​ມາ.—1 ຕີໂມທຽວ 4:2

ແຜນ​ພາກ​ປະຕິບັດ!

ຖ້າ​ຂ້ອຍ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ ຂ້ອຍ​ຈະ​ລົມ​ກັບ ․․․․․

ຂ້ອຍ​ຈະ​ອົດທົນ​ກັບ​ການ​ສັ່ງ​ສອນ​ໄດ້​ໂດຍ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່​ແມ່​ກ່ຽວກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ແນວ​ໃດ?

● ເປັນ​ຫຍັງ​ໄວລຸ້ນ​ບາງ​ຄົນ​ຈຶ່ງ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ?

● ການ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ​ມີ​ຜົນ​ເສຍ​ຫຍັງ​ແດ່?

● ເປັນ​ຫຍັງ​ຈຶ່ງ​ດີ​ທີ່​ຈະ​ເຊົາ​ໃຊ້​ຊີວິດ​ແບບ​ນີ້?

[ຖ້ອຍ​ຄຳ​ທີ່​ຍົກ​ມາ​ໜ້າ 140]

“ຂ້ອຍ​ຄິດ​ວ່າ​ເມື່ອ​ເລີ່ມ​ເຂົ້າ​ໂຮງຮຽນ ໜຸ່ມ​ສາວ​ຄວນ​ຮີບ​ບອກ​ໝູ່​ແລະ​ຄູ​ວ່າ​ໂຕເອງ​ເປັນ​ຄລິດສະຕຽນ​ແລະ​ມີ​ມາດຕະຖານ​ດ້ານ​ສິນລະທຳ​ສູງ. ຖ້າ​ມົວ​ແຕ່​ລໍ​ຖ້າ​ໂອກາດ ມັນ​ກໍ​ແຮ່ງ​ຍາກ​ທີ່​ຈະ​ບອກ.”—ລິນດາ

[ຮູບ​ພາບ​ໜ້າ 141]

ຖ້າ​ເຈົ້າ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ​ກໍ​ຄື​ກັບ​ເຈົ້າ​ກຳລັງ​ຖືກ​ຂີ້​ຊາຍ​ດູດ ເຈົ້າ​ຕ້ອງ​ຟ້າວ​ຂໍ​ຄວາມ​ຊ່ວຍ​ເຫຼືອ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌