ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ2 ບົດທີ 17 ໜ້າ 142-146
  • ຂ້ອຍ​ຄວນ​ຮູ້​ຫຍັງ​ແດ່​ກ່ຽວກັບ​ການ​ຄົບ​ໝູ່​ຢູ່​ໂຮງຮຽນ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຄວນ​ຮູ້​ຫຍັງ​ແດ່​ກ່ຽວກັບ​ການ​ຄົບ​ໝູ່​ຢູ່​ໂຮງຮຽນ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ຈຶ່ງ​ຕ້ອງ​ລະວັງ?
  • ເຈົ້າ​ຄວນ​ເຮັດ​ຫຍັງ
  • ຂ້ອຍ​ຈະ​ມີ​ໝູ່​ທີ່​ດີ​ໄດ້​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ເລືອກ​ຄົບ​ໝູ່​ຢ່າງ​ສະຫຼາດ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ເປັນ​ຫຍັງ​ຂ້ອຍ​ຢ້ານ​ທີ່​ຈະ​ເວົ້າ​ເຖິງ​ຄວາມ​ເຊື່ອ​ຂອງ​ຂ້ອຍ​ຢູ່​ໂຮງ​ຮຽນ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ເຮັດ​ແນວ​ໃດ​ຂ້ອຍ​ຈຶ່ງ​ຈະ​ກ້າ​ເວົ້າ​ເລື່ອງ​ຄວາມ​ເຊື່ອ​ຂອງ​ໂຕເອງ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ເບິ່ງຕື່ມ
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ໜສ2 ບົດທີ 17 ໜ້າ 142-146

ບົດ​ທີ 17

ຂ້ອຍ​ຄວນ​ຮູ້​ຫຍັງ​ແດ່​ກ່ຽວກັບ​ການ​ຄົບ​ໝູ່​ຢູ່​ໂຮງຮຽນ?

“ບາງ​ເທື່ອ​ຂ້ອຍ​ເຫັນ​ຄົນ​ກຸ່ມ​ໜຶ່ງ​ຍ່າງ​ມາ ເຂົາເຈົ້າ​ເບິ່ງ​ຄື​ສະໜິດ​ກັນ​ຫຼາຍ​ຂ້ອຍ​ເລີຍ​ຮູ້ສຶກ​ອິດສາ ເພາະ​ຂ້ອຍ​ກໍ​ຢາກ​ມີ​ໝູ່​ທີ່​ສະໜິດ​ກັນ​ແບບ​ນັ້ນ.’”—ໂຈ

“ຢູ່​ໂຮງຮຽນ ຂ້ອຍ​ເຂົ້າ​ກັບ​ຄົນ​ອື່ນ​ໄດ້​ງ່າຍ​ເລີຍ​ເຮັດ​ໃຫ້​ມີ​ໝູ່​ຫຼາຍ. ນີ້​ແຫຼະ​ເປັນ​ບັນຫາ​ສຳລັບ​ຂ້ອຍ.”—ມາເຣຍ

ທຸກ​ຄົນ​ຢາກ​ມີ​ໝູ່​ທີ່​ພ້ອມ​ຈະ​ຮ່ວມ​ສຸກ​ຮ່ວມ​ທຸກ​ນຳ​ກັນ. ພະ​ເຢຊູ​ມີ​ໝູ່​ແບບ​ນັ້ນ ແລະ​ເພິ່ນ​ກໍ​ມັກ​ຄົບຫາ​ກັບ​ເຂົາເຈົ້າ. (ໂຢຮັນ 15:15) ຕອນ​ທີ່​ພະ​ເຢຊູ​ກຳລັງ​ຈະ​ຕາຍ​ເທິງ​ເສົາ​ທໍລະມານ ໂຢຮັນ​ໝູ່​ສະໜິດ​ຂອງ​ເພິ່ນ​ເຊິ່ງ​ເປັນ “ລູກສິດ​ທີ່​ເພິ່ນ​ຮັກ” ກໍ​ຢູ່​ໃກ້ໆ​ເພິ່ນ. (ໂຢຮັນ 19:25-27; 21:20) ເຈົ້າ​ຄື​ຊິ​ຢາກ​ມີ​ໝູ່​ທີ່​ພ້ອມ​ຈະ​ຮ່ວມ​ສຸກ​ຮ່ວມ​ທຸກ​ແບບ​ນີ້​ແມ່ນ​ບໍ?

ເຈົ້າ​ອາດ​ຄິດ​ວ່າ​ເຈົ້າ​ເຈິ​ໝູ່​ແບບ​ນີ້​ຢູ່​ໂຮງຮຽນ​ແລ້ວ ອາດ​ຈະ​ມີ​ໜຶ່ງ​ຫຼື​ສອງ​ຄົນ​ທີ່​ເຈົ້າ​ສະໜິດ​ຫຼາຍ. ພວກ​ເຈົ້າ​ສົນໃຈ​ເລື່ອງ​ທີ່​ຄ້າຍໆ​ກັນ​ແລະ​ລົມ​ກັນ​ຖືກ​ຄໍ. ເຈົ້າ​ອາດ​ເບິ່ງ​ວ່າ​ການ​ຄົບຫາ​ກັບ​ເຂົາເຈົ້າ​ກໍ​ບໍ່​ແມ່ນ “ການ​ຄົບຫາ​ກັບ​ຄົນ​ທີ່​ບໍ່​ດີ.” (1 ໂກຣິນໂທ 15:33) ແອນ​ບອກ​ວ່າ: “ເຮົາ​ເຈິ​ໝູ່​ຢູ່​ໂຮງຮຽນ​ເກືອບ​ທຸກ​ມື້. ເມື່ອ​ຢູ່​ກັບ​ເຂົາເຈົ້າ ເຮົາ​ຮູ້ສຶກ​ສະບາຍ​ໃຈ. ມັນ​ບໍ່​ຄື​ກັບ​ຕອນ​ຢູ່​ນຳ​ພີ່ນ້ອງ​ໃນ​ຫໍປະຊຸມ​ທີ່​ຕ້ອງ​ລະມັດລະວັງ​ຄຳເວົ້າ​ແລະ​ການ​ກະທຳ​ຢູ່​ຕະຫຼອດ. ຢູ່​ໂຮງຮຽນ​ເຮົາ​ເຮັດ​ໂຕ​ໄດ້​ຕາມ​ສະບາຍ.” ນອກ​ຈາກ​ນັ້ນ ເຈົ້າ​ກໍ​ອາດ​ຄິດ​ຄື​ກັບ​ໂລອິດສ໌​ທີ່​ເວົ້າ​ວ່າ: “ຂ້ອຍ​ຢາກ​ໃຫ້​ໝູ່​ຢູ່​ໂຮງຮຽນ​ເຫັນ​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ​ຄົນ​ປົກກະຕິ ບໍ່​ໄດ້​ຕ່າງ​ຈາກ​ຄົນ​ອື່ນ​ແບບ​ທີ່​ທຸກ​ຄົນ​ຄິດ.” ແຕ່​ນີ້​ເປັນ​ເຫດຜົນ​ທີ່​ຈະ​ສະໜິດ​ກັບ​ໝູ່​ຢູ່​ໂຮງຮຽນ​ບໍ?

ເປັນ​ຫຍັງ​ຈຶ່ງ​ຕ້ອງ​ລະວັງ?

ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ມາເຣຍ​ທີ່​ເວົ້າ​ເຖິງ​ໃນ​ຕອນ​ຕົ້ນ. ການ​ເຂົ້າ​ກັບ​ຄົນ​ອື່ນ​ໄດ້​ງ່າຍ​ເຮັດ​ໃຫ້​ລາວ​ມີ​ໝູ່​ຫຼາຍ ແຕ່​ລາວ​ບໍ່​ຮູ້​ວ່າ​ຄວນ​ຈະ​ສະໜິດ​ກັນ​ສ່ຳ​ໃດ. ລາວ​ຍອບ​ຮັບ​ວ່າ: “ຂ້ອຍ​ຢາກ​ໃຫ້​ທຸກ​ຄົນ​ມັກ​ຂ້ອຍ. ແຕ່​ເມື່ອ​ຄິດ​ໄດ້ ຂ້ອຍ​ກໍ​ຮູ້ສຶກ​ວ່າ​ໂຕເອງ​ກຳລັງ​ຈົມ​ເລິກ​ລົງ​ໄປ​ກັບ​ໂລກ​ນີ້​ຄື​ກັບ​ຖືກ​ຂີ້​ຊາຍ​ດູດ.” ໂລອິດສ໌​ເຈິ​ສິ່ງ​ທີ່​ຄ້າຍ​ກັນ. ລາວ​ບອກ​ວ່າ: “ຂ້ອຍ​ຕິດ​ນິດໄສ​ຈາກ​ໝູ່ ແລະ​ເລີ່ມ​ເຮັດ​ຄື​ເຂົາເຈົ້າ.”

ບໍ່​ແປກໃຈ​ເລີຍ​ທີ່​ທັງ​ສອງ​ຄົນ​ຈະ​ໄດ້​ຮັບ​ຜົນ​ແບບນັ້ນ ເພາະ​ຖ້າ​ເຈົ້າ​ຢາກ​ເປັນ​ໝູ່​ສະໜິດ​ກັບ​ໃຜ​ຄົນ​ໜຶ່ງ ເຈົ້າ​ຕ້ອງ​ມີ​ຄວາມ​ສົນໃຈ​ແລະ​ຄ່າ​ນິຍົມ​ທີ່​ຄ້າຍຄື​ກັບ​ເຂົາເຈົ້າ. ຖ້າ​ເຈົ້າ​ສະໜິດ​ກັບ​ຄົນ​ທີ່​ບໍ່​ໄດ້​ເຮັດ​ຕາມ​ຄວາມ​ເຊື່ອ​ແລະ​ມາດຕະຖານ​ໃນ​ຄຳພີ​ໄບເບິນ ການ​ປະພຶດ​ຂອງ​ເຈົ້າ​ກໍ​ຈະ​ປ່ຽນ​ໄປ​ຄື​ເຂົາເຈົ້າ. (ສຸພາສິດ 13:20) ຍ້ອນ​ແນວ​ນີ້ ອັກຄະສາວົກ​ໂປໂລ​ຈຶ່ງ​ຂຽນ​ວ່າ: “ຢ່າ​ມີ​ສ່ວນ​ຮ່ວມ​ຫຍັງ​ກັບ​ຄົນ​ທີ່​ບໍ່​ເຊື່ອ.”—2 ໂກຣິນໂທ 6:14

ເຈົ້າ​ຄວນ​ເຮັດ​ຫຍັງ

ຄຳ​ແນະນຳ​ຂອງ​ໂປໂລ​ໝາຍ​ຄວາມ​ວ່າ​ເຈົ້າ​ບໍ່​ຄວນ​ພົວພັນ​ກັບ​ໃຜ​ເລີຍ​ແລະ​ຕ້ອງ​ເຊົາ​ຫຼິ້ນ​ກັບ​ໝູ່​ຢູ່​ໂຮງຮຽນ​ບໍ? ບໍ່! ຄລິດສະຕຽນ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້ “ໄປ​ຫາ​ຄົນ​ທຸກ​ຊາດ​ແລະ​ສອນ​ເຂົາເຈົ້າ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ” ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ຕ້ອງ​ຮູ້​ວິທີ​ລົມ​ກັບ​ຄົນ​ອື່ນ​ທັງ​ຊາຍ​ແລະ​ຍິງ​ຈາກ​ທຸກ​ເຊື້ອ​ຊາດ ສາສະໜາ ແລະ​ວັດທະນະທຳ.—ມັດທາຍ 28:19

ອັກຄະສາວົກ​ໂປໂລ​ວາງ​ຕົວຢ່າງ​ທີ່​ດີ​ຫຼາຍ​ໃນ​ເລື່ອງ​ນີ້. ລາວ​ຮູ້​ວິທີ​ເວົ້າ​ລົມ​ກັບ “ຄົນ​ທຸກ​ປະເພດ” ເຖິງ​ວ່າ​ລາວ​ຈະ​ບໍ່​ໄດ້​ເຊື່ອ​ຄື​ເຂົາເຈົ້າ​ກໍ​ຕາມ. (1 ໂກຣິນໂທ 9:22, 23) ເຈົ້າ​ຮຽນ​ແບບ​ໂປໂລ​ໄດ້. ໃຫ້​ເປັນ​ມິດ​ແລະ​ຮຽນ​ຮູ້​ທີ່​ຈະ​ເວົ້າ​ລົມ​ດີໆ​ກັບ​ໝູ່. ແຕ່​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ຮຽນ​ແບບ​ຄຳເວົ້າ​ແລະ​ການ​ກະທຳ​ຂອງ​ເຂົາເຈົ້າ. ອະທິບາຍ​ໃຫ້​ເຂົາເຈົ້າ​ຟັງ​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເລືອກ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ຄຳພີ​ໄບເບິນ ແຮ່ງ​ບອກ​ໄວ​ເທົ່າ​ໃດ​ກໍ​ແຮ່ງ​ດີ.—2 ຕີໂມທຽວ 2:25

ແມ່ນ​ຢູ່​ວ່າ​ການ​ແຕກຕ່າງ​ຈາກ​ຄົນ​ອື່ນ​ບໍ່​ແມ່ນ​ເລື່ອງ​ງ່າຍ. (ໂຢຮັນ 15:19) ແຕ່​ລອງ​ຄິດ​ແບບ​ນີ້​ເບິ່ງ. ຖ້າ​ເຈົ້າ​ຢູ່​ໃນ​ເຮືອ​ຊູ​ຊີບ​ທີ່​ອ້ອມ​ຮອບ​ດ້ວຍ​ຄົນ​ທີ່​ກຳລັງ​ຈະ​ຈົມ​ນ້ຳ ເຈົ້າ​ຈະ​ຊ່ວຍ​ເຂົາເຈົ້າ​ແນວ​ໃດ? ເຈົ້າ​ຈະ​ຖິ້ມ​ເຮືອ​ແລ້ວ​ໂດດ​ລົງ​ໄປ​ໃນ​ນ້ຳ​ເພື່ອ​ຊ່ວຍ​ເຂົາເຈົ້າ​ບໍ? ເຈົ້າ​ຄື​ຊິ​ບໍ່​ເຮັດ​ແບບ​ນັ້ນ​ແນ່ນອນ!

ຄ້າຍຄື​ກັນ ຢູ່​ໂຮງຮຽນ​ເຈົ້າ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ຄົນ​ທີ່​ບໍ່​ໄດ້​ເປັນ​ໝູ່​ກັບ​ພະ​ເຢໂຫວາ ແລະ​ເຂົາເຈົ້າ​ກໍ​ບໍ່​ໄດ້​ຮັບ​ການ​ປົກປ້ອງ​ຈາກ​ເພິ່ນ. (ເພງ​ສັນລະເສີນ 121:2-8) ຖ້າ​ເຈົ້າ​ຖິ້ມ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ພຽງ​ເພື່ອ​ຈະ​ໄດ້​ເປັນ​ໝູ່​ກັບ​ຄົນ​ເຫຼົ່າ​ນັ້ນ ເຈົ້າ​ກໍ​ຈະ​ທຳລາຍ​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະ​ເຢໂຫວາ​ແລະ​ເຈົ້າ​ຈະ​ບໍ່​ມີ​ຄວາມ​ສຸກ. (ເອເຟໂຊ 4:14, 15; ຢາໂກໂບ 4:4) ຈະ​ດີ​ກວ່າ​ບໍ​ຖ້າ​ເຈົ້າ​ພະຍາຍາມ​ຊ່ວຍ​ໝູ່​ໃຫ້​ມາ​ຢູ່​ໃນ​ເຮືອ​ຊູ​ຊີບ​ນຳ​ກັນ​ໂດຍ​ຊວນ​ເຂົາເຈົ້າ​ໃຫ້​ມາ​ຮັບໃຊ້​ພະ​ເຢໂຫວາ? ນີ້​ແຫຼະ​ເປັນ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ສະແດງ​ວ່າ​ເຈົ້າ​ເປັນ​ໝູ່​ແທ້.

ຂໍ້​ຄຳພີ​ຫຼັກ

“ຂ້ອຍ​ເຮັດ​ທຸກ​ຢ່າງ​ເພື່ອ​ຂ່າວ​ດີ ເພື່ອ​ຂ້ອຍ​ຈະ​ໄດ້​ປະກາດ​ຂ່າວ​ດີ​ກັບ​ຄົນ​ອື່ນໆ.”—1 ໂກຣິນໂທ 9:23

ຄຳ​ແນະນຳ

ຖ້າ​ເຈົ້າ​ເລົ່າ​ສິ່ງ​ທີ່​ເຈົ້າ​ເຊື່ອ​ໃຫ້​ໝູ່​ຢູ່​ໂຮງຮຽນ​ຟັງ ແລ້ວ​ລາວ​ຟັງ​ເຈົ້າ ກໍ​ໃຫ້​ຖາມ​ຄວາມ​ຄິດ​ເຫັນ​ລາວ​ແລະ​ຕັ້ງໃຈ​ຟັງ​ນຳ. ເມື່ອ​ເຈົ້າ​ອະທິບາຍ​ກໍ​ໃຫ້​ເວົ້າ “ແບບ​ສຸພາບ​ແລະ​ດ້ວຍ​ຄວາມ​ນັບຖື.”—1 ເປໂຕ 3:15

ເຈົ້າ​ຮູ້​ບໍ . . . ?

ຫຼາຍ​ຄົນ​ທີ່​ຮັບໃຊ້​ພະເຈົ້າ​ໃນ​ທຸກ​ມື້​ນີ້​ໄດ້​ຮຽນ​ຮູ້​ຄຳພີ​ໄບເບິນ​ຈາກ​ໝູ່​ຢູ່​ໂຮງຮຽນ​ທີ່​ກ້າ​ບອກ​ກ່ຽວກັບ​ຄວາມ​ເຊື່ອ​ຂອງ​ໂຕເອງ.

ແຜນ​ພາກ​ປະຕິບັດ!

ຖ້າ​ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ສະໜິດ​ກັບ​ໝູ່​ຢູ່​ໂຮງຮຽນ​ຫຼາຍ​ເກີນ​ໄປ ຂ້ອຍ​ຈະ ․․․․․

ຖ້າ​ໝູ່​ຢູ່​ໂຮງຮຽນ​ເຍາະເຍີ້ຍ​ຄວາມ​ເຊື່ອ​ຂອງ​ຂ້ອຍ ຂ້ອຍ​ຈະ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່​ແມ່​ກ່ຽວກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ແນວ​ໃດ?

● ເປັນ​ຫຍັງ​ເຈົ້າ​ຄິດ​ວ່າ​ການ​ຄົບ​ໝູ່​ຢູ່​ໂຮງຮຽນ​ຈຶ່ງ​ງ່າຍ​ກວ່າ​ໝູ່​ໃນ​ປະຊາຄົມ​ຄລິດສະຕຽນ?

● ຖ້າ​ຫຼັງ​ເລີກ​ຮຽນ ເຈົ້າ​ໄປ​ຫຼິ້ນ​ກັບ​ໝູ່​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ​ເລື້ອຍໆ​ຈະ​ມີ​ຜົນ​ເສຍ​ແນວ​ໃດ?

● ການ​ບອກ​ໝູ່​ຢູ່​ໂຮງຮຽນ​ວ່າ​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ​ມີ​ຜົນ​ດີ​ແນວ​ໃດ?

[ຖ້ອຍ​ຄຳ​ທີ່​ຍົກ​ມາ​ໜ້າ 143]

“ຕອນ​ຢູ່​ໂຮງຮຽນ​ຂ້ອຍ​ມີ​ໝູ່​ຫຼາຍ ຂ້ອຍ​ເລີຍ​ເຮັດ​ໂຕ​ຄື​ກັບ​ເຂົາເຈົ້າ. ນີ້​ຈຶ່ງ​ເຮັດ​ໃຫ້​ຂ້ອຍ​ເຮັດ​ຜິດ. ຂ້ອຍ​ເລີຍ​ປ່ຽນ​ມາ​ຫຼິ້ນ​ກັບ​ໝູ່​ໃນ​ປະຊາຄົມ ເຂົາເຈົ້າ​ເປັນ​ໝູ່​ທີ່​ຂ້ອຍ​ໄວ້ໃຈ​ໄດ້.”—ແດນຽວ

[ຮູບ​ພາບ​ໜ້າ 146]

ເຈົ້າ​ຈະ​ຊ່ວຍ​ຄົນ​ຈົມ​ນ້ຳ​ແນວ​ໃດ ຈະ​ໂດດ​ລົງ​ໄປ​ໃນ​ນ້ຳ​ຫຼື​ໂຍນ​ກົງ​ເບັງ​ໃຫ້?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌