ໂຢຮັນ
4 ເມື່ອພະເຢຊູຜູ້ເປັນນາຍຮູ້ເລື່ອງທີ່ພວກຟາຣິຊາຍໄດ້ຂ່າວວ່າເພິ່ນໃຫ້ບັບເຕມາຜູ້ຄົນແລະມີລູກສິດຫຼາຍກວ່າໂຢຮັນ 2 (ທີ່ຈິງ ພະເຢຊູບໍ່ໄດ້ໃຫ້ບັບເຕມາເອງ ແຕ່ລູກສິດຂອງເພິ່ນເປັນຄົນໃຫ້) 3 ເພິ່ນຈຶ່ງອອກຈາກແຂວງຢູດາຍແລ້ວໄປແຂວງຄາລີເລອີກ 4 ເຊິ່ງຈະຕ້ອງຜ່ານແຂວງຊາມາເຣຍ. 5 ໃນແຂວງຊາມາເຣຍ ພະເຢຊູມາຮອດເມືອງໜຶ່ງຊື່ຊີຂາ ເຊິ່ງຢູ່ໃກ້ດິນທີ່ຢາໂຄບເອົາໃຫ້ໂຢເຊັບລູກຊາຍຂອງລາວ. 6 ຢູ່ຫັ້ນມີນ້ຳສ້າງຂອງຢາໂຄບ ພະເຢຊູໄດ້ນັ່ງເຊົາເມື່ອຍຢູ່ໃກ້ໆນ້ຳສ້າງ*ນັ້ນຍ້ອນເດີນທາງມາໄກ. ຕອນນັ້ນເປັນເວລາປະມານທ່ຽງ.*
7 ມີຜູ້ຍິງຊາມາເຣຍຄົນໜຶ່ງມາຕັກນ້ຳ ພະເຢຊູເວົ້າກັບລາວວ່າ: “ຂ້ອຍຂໍດື່ມນ້ຳແດ່.” 8 (ຕອນນັ້ນ ພວກລູກສິດຂອງເພິ່ນໄປຊື້ອາຫານຢູ່ໃນເມືອງ). 9 ຜູ້ຍິງຊາມາເຣຍຄົນນັ້ນຈຶ່ງຖາມເພິ່ນວ່າ: “ເປັນຫຍັງເຈົ້າທີ່ເປັນຄົນຢິວຈຶ່ງມາຂໍດື່ມນ້ຳຈາກຂ້ອຍທີ່ເປັນຄົນຊາມາເຣຍ?” (ປົກກະຕິແລ້ວ ຄົນຢິວບໍ່ຫຍຸ້ງກ່ຽວກັບຄົນຊາມາເຣຍ). 10 ພະເຢຊູຕອບລາວວ່າ: “ຖ້າເຈົ້າຮູ້ຈັກຂອງຂວັນທີ່ພະເຈົ້າໃຫ້ເຈົ້າແລະຮູ້ວ່າຄົນທີ່ຂໍນ້ຳເຈົ້າດື່ມຢູ່ນີ້ແມ່ນໃຜ ເຈົ້າຄືຊິຂໍຈາກລາວ ແລ້ວລາວຈະເອົານ້ຳທີ່ໃຫ້ຊີວິດໃຫ້ເຈົ້າ.” 11 ລາວຖາມເພິ່ນວ່າ: “ທ່ານເອີຍ ທ່ານບໍ່ມີຄຸຕັກນ້ຳແລະນ້ຳສ້າງກໍເລິກ ແລ້ວທ່ານຈະໄປເອົານ້ຳທີ່ໃຫ້ຊີວິດມາຈາກໃສ? 12 ທ່ານຄືຊິບໍ່ຍິ່ງໃຫຍ່ກວ່າຢາໂຄບບັນພະບຸລຸດຂອງພວກເຮົາທີ່ໃຫ້ນ້ຳສ້າງນີ້ແກ່ພວກເຮົາແມ່ນບໍ? ຢາໂຄບກັບພວກລູກແລະຝູງສັດຂອງລາວກໍດື່ມນ້ຳຈາກນ້ຳສ້າງນີ້ຄືກັນ.” 13 ພະເຢຊູຕອບລາວວ່າ: “ທຸກຄົນທີ່ດື່ມນ້ຳຈາກສ້າງນີ້ຈະຫິວນ້ຳອີກ. 14 ແຕ່ຄົນທີ່ດື່ມນ້ຳທີ່ຂ້ອຍໃຫ້ຈະບໍ່ຫິວນ້ຳອີກເລີຍ ແລະນ້ຳນັ້ນຈະກາຍເປັນນ້ຳພຸໃນຕົວລາວທີ່ບຸ້ນຂຶ້ນມາເລື້ອຍໆແລະໃຫ້ຊີວິດຕະຫຼອດໄປແກ່ລາວ.” 15 ຜູ້ຍິງຄົນນັ້ນຈຶ່ງເວົ້າກັບເພິ່ນວ່າ: “ທ່ານເອີຍ ຂ້ອຍຂໍດື່ມນ້ຳນັ້ນແດ່ ເພື່ອຂ້ອຍຈະບໍ່ຫິວນ້ຳອີກແລະບໍ່ຕ້ອງກັບມາຕັກນ້ຳຢູ່ນີ້ອີກເລີຍ.”
16 ພະເຢຊູບອກລາວວ່າ: “ໃຫ້ໄປເອີ້ນຜົວຂອງເຈົ້າມານີ້.” 17 ລາວເວົ້າວ່າ: “ຂ້ອຍບໍ່ມີຜົວ.” ພະເຢຊູບອກວ່າ: “ກະແມ່ນຄວາມເຈົ້າທີ່ເຈົ້າບອກວ່າບໍ່ມີຜົວ. 18 ເພາະເຈົ້າເຄີຍມີຜົວ 5 ຄົນແລ້ວ ແລະຜູ້ທີ່ເຈົ້າຢູ່ນຳຕອນນີ້ກໍບໍ່ແມ່ນຜົວເຈົ້າ. ສິ່ງທີ່ເຈົ້າເວົ້າເປັນຄວາມຈິງ.” 19 ລາວເວົ້າວ່າ: “ທ່ານຕ້ອງເປັນຜູ້ພະຍາກອນແທ້ໆ. 20 ບັນພະບຸລຸດຂອງພວກເຮົານະມັດສະການພະເຈົ້າເທິງພູເຂົານີ້ ແຕ່ພວກທ່ານທີ່ເປັນຄົນຢິວບອກວ່າຈະຕ້ອງໄປນະມັດສະການພະອົງຢູ່ເມືອງເຢຣູຊາເລັມເທົ່ານັ້ນ.” 21 ພະເຢຊູບອກລາວວ່າ: “ເຊື່ອຂ້ອຍໂລດ ໃກ້ຈະຮອດເວລາແລ້ວທີ່ພວກເຈົ້າຈະບໍ່ນະມັດສະການພະເຈົ້າຢູ່ເທິງພູເຂົານີ້ຫຼືຢູ່ເມືອງເຢຣູຊາເລັມ. 22 ພວກເຈົ້ານະມັດສະການຜູ້ທີ່ພວກເຈົ້າບໍ່ຮູ້ຈັກ ສ່ວນພວກເຮົານະມັດສະການຜູ້ທີ່ພວກເຮົາຮູ້ຈັກ ເພາະພະເຈົ້າເປີດເຜີຍຄວາມຮູ້ກ່ຽວກັບຄວາມລອດຜ່ານທາງຄົນຢິວກ່ອນ. 23 ທີ່ຈິງ ເວລານັ້ນເລີ່ມຕົ້ນແລ້ວ ເມື່ອຄົນທີ່ນະມັດສະການພະເຈົ້າຢ່າງຖືກຕ້ອງຈະນະມັດສະການໂດຍໃຫ້ພະລັງຂອງພະເຈົ້າຊີ້ນຳແລະນະມັດສະການແບບທີ່ສອດຄ່ອງກັບຄວາມຈິງ ພະເຈົ້າຊອກຫາຄົນແບບນັ້ນໃຫ້ມານະມັດສະການພະອົງ. 24 ພະເຈົ້າເປັນຜູ້ທີ່ມະນຸດເບິ່ງບໍ່ເຫັນ ແລະຄົນທີ່ນະມັດສະການພະອົງຕ້ອງນະມັດສະການໂດຍໃຫ້ພະລັງຂອງພະເຈົ້າຊີ້ນຳແລະນະມັດສະການແບບທີ່ສອດຄ່ອງກັບຄວາມຈິງ.” 25 ຜູ້ຍິງຄົນນັ້ນເວົ້າກັບພະເຢຊູວ່າ: “ຂ້ອຍຮູ້ວ່າເມຊີອາທີ່ຜູ້ຄົນເອີ້ນກັນວ່າພະຄລິດກຳລັງຈະມາ. ເມື່ອທ່ານມາແລ້ວ ທ່ານຈະອະທິບາຍທຸກຢ່າງໃຫ້ພວກເຮົາເຂົ້າໃຈ.” 26 ພະເຢຊູບອກລາວວ່າ: “ຂ້ອຍແມ່ນທ່ານຜູ້ນັ້ນແຫຼະ.”
27 ຕອນນັ້ນ ພວກລູກສິດກໍກັບມາ ພວກເຂົາແປກໃຈທີ່ເຫັນພະເຢຊູລົມກັບຜູ້ຍິງ ແຕ່ກໍບໍ່ມີໃຜຖາມເພິ່ນວ່າ: “ທ່ານເຮັດຫຍັງຢູ່?” ຫຼື “ເປັນຫຍັງທ່ານຈຶ່ງລົມກັບລາວ?” 28 ຜູ້ຍິງຄົນນັ້ນປະໄຫນ້ຳໄວ້ຢູ່ຫັ້ນ ແລ້ວເຂົ້າໄປບອກຄົນໃນເມືອງວ່າ: 29 “ມີຜູ້ຊາຍຄົນໜຶ່ງເວົ້າຖືກໝົດວ່າຂ້ອຍເຄີຍເຮັດຫຍັງມາແດ່. ມາເບິ່ງແມ້ ລາວຈະແມ່ນພະຄລິດຫຼືບໍ່?” 30 ພວກເຂົາກໍພາກັນອອກຈາກເມືອງແລະມາຫາພະເຢຊູ.
31 ໃນຂະນະນັ້ນ ພວກລູກສິດຊວນພະເຢຊູວ່າ: “ອາຈານ ກິນອາຫານແມ້.” 32 ແຕ່ເພິ່ນບອກພວກເຂົາວ່າ: “ຂ້ອຍມີອາຫານແລ້ວທີ່ພວກເຈົ້າບໍ່ຮູ້ຈັກ.” 33 ພວກລູກສິດຈຶ່ງລົມກັນວ່າ: “ມີໃຜເອົາຫຍັງມາໃຫ້ເພິ່ນກິນແລ້ວບໍ?” 34 ພະເຢຊູບອກພວກເຂົາວ່າ: “ອາຫານຂອງຂ້ອຍຄືການເຮັດຕາມຄວາມຕ້ອງການຂອງຜູ້ທີ່ໃຊ້ຂ້ອຍມາແລະເຮັດວຽກຂອງພະອົງໃຫ້ສຳເລັດ. 35 ພວກເຈົ້າພາກັນເວົ້າບໍ່ແມ່ນບໍວ່າ ອີກ 4 ເດືອນຈະຮອດລະດູກ່ຽວເຂົ້າ? ແຕ່ຂ້ອຍຈະບອກວ່າ: ເງີຍໜ້າເບິ່ງທົ່ງນາແມ້ ຮວງເຂົ້າກໍສຸກເຫຼືອງພ້ອມທີ່ຈະກ່ຽວແລ້ວ. 36 ຄົນກ່ຽວກໍກຳລັງຮັບຄ່າຈ້າງແລະກຳລັງລວບລວມພືດຜົນ ພືດຜົນນັ້ນແມ່ນຄົນທີ່ຈະໄດ້ຊີວິດຕະຫຼອດໄປ ດັ່ງນັ້ນ ທັງຜູ້ຫວ່ານແລະຜູ້ກ່ຽວຈະມີຄວາມສຸກນຳກັນ 37 ເພາະຈະເປັນໄປຕາມຄຳເວົ້າທີ່ວ່າ: ຜູ້ໜຶ່ງຫວ່ານແລະອີກຜູ້ໜຶ່ງກ່ຽວ. 38 ຂ້ອຍສົ່ງພວກເຈົ້າໄປກ່ຽວສິ່ງທີ່ພວກເຈົ້າບໍ່ໄດ້ອອກແຮງຫວ່ານ ແຕ່ຄົນອື່ນອອກແຮງ ແລະພວກເຈົ້າໄດ້ຮັບປະໂຫຍດຈາກການອອກເຫື່ອເທແຮງຂອງພວກເຂົາ.”
39 ມີຄົນຊາມາເຣຍຫຼາຍຄົນຈາກເມືອງນັ້ນໄດ້ເຊື່ອໃນພະເຢຊູຍ້ອນຜູ້ຍິງຄົນນັ້ນບອກວ່າ: “ທ່ານຜູ້ນີ້ເວົ້າຖືກໝົດວ່າຂ້ອຍເຄີຍເຮັດຫຍັງມາແດ່.” 40 ຄົນຊາມາເຣຍກໍມາຫາເພິ່ນແລະຂໍຮ້ອງໃຫ້ເພິ່ນພັກຢູ່ກັບພວກເຂົາ ພະເຢຊູຈຶ່ງພັກຢູ່ຫັ້ນ 2 ມື້. 41 ຜົນກໍຄື ມີອີກຫຼາຍຄົນໄດ້ເຊື່ອເພິ່ນເພາະໄດ້ຟັງເພິ່ນສອນ 42 ພວກເຂົາເວົ້າກັບຜູ້ຍິງຄົນນັ້ນວ່າ: “ຕອນນີ້ ພວກເຮົາເຊື່ອບໍ່ແມ່ນຍ້ອນໄດ້ຍິນຈາກເຈົ້າເທົ່ານັ້ນ ແຕ່ຍ້ອນພວກເຮົາໄດ້ຍິນກັບຫູຂອງຕົວເອງ. ພວກເຮົາຮູ້ແລ້ວວ່າທ່ານຜູ້ນີ້ເປັນຜູ້ຊ່ວຍໂລກໃຫ້ລອດແທ້ໆ.”
43 ເມື່ອຢູ່ຫັ້ນໄດ້ 2 ມື້ ພະເຢຊູກໍເດີນທາງໄປທີ່ແຂວງຄາລີເລ. 44 (ພະເຢຊູເຄີຍບອກວ່າຜູ້ພະຍາກອນບໍ່ໄດ້ຮັບຄວາມນັບຖືໃນຖິ່ນຖານຂອງຕົວເອງ). 45 ເມື່ອເພິ່ນມາຮອດແຂວງຄາລີເລ ຊາວຄາລີເລກໍຕ້ອນຮັບເພິ່ນຍ້ອນເຄີຍເຫັນສິ່ງຕ່າງໆທີ່ເພິ່ນເຮັດໃນເມືອງເຢຣູຊາເລັມ ຕອນທີ່ພວກເຂົາໄປຮ່ວມເທດສະການໃນເມືອງນັ້ນ.
46 ແລ້ວພະເຢຊູກໍໄປເມືອງການາໃນແຂວງຄາລີເລເຊິ່ງເປັນເມືອງທີ່ເພິ່ນເຄີຍປ່ຽນນ້ຳໃຫ້ເປັນເຫຼົ້າແວງ. ມີຂ້າລາຊະການຄົນໜຶ່ງໃນເມືອງກາເປນາອູມທີ່ລູກຊາຍກຳລັງປ່ວຍຢູ່. 47 ເມື່ອຂ້າລາຊະການຄົນນັ້ນໄດ້ຂ່າວວ່າພະເຢຊູອອກຈາກແຂວງຢູດາຍມາທີ່ແຂວງຄາລີເລ ລາວກໍເດີນທາງມາຫາເພິ່ນແລະຂໍໃຫ້ເພິ່ນລົງໄປເມືອງກາເປນາອູມເພື່ອປິ່ນປົວລູກຊາຍຂອງລາວທີ່ກຳລັງຈະຕາຍ. 48 ແຕ່ພະເຢຊູບອກລາວວ່າ: “ພວກເຈົ້າທີ່ຢູ່ໃນເຂດນີ້ຈະບໍ່ເຊື່ອຂ້ອຍດອກ ຖ້າບໍ່ໄດ້ເຫັນການອັດສະຈັນແລະປາຕິຫານກ່ອນ.” 49 ຂ້າລາຊະການຄົນນັ້ນອ້ອນວອນເພິ່ນວ່າ: “ທ່ານເອີຍ ຂໍໃຫ້ທ່ານໄປກັບຂ້ອຍແດ່ ກ່ອນທີ່ລູກຂ້ອຍຈະຕາຍ.” 50 ພະເຢຊູບອກລາວວ່າ: “ເມືອເຮືອນສາ ລູກຊາຍຂອງເຈົ້າດີເປັນປົກກະຕິແລ້ວ.” ລາວເຊື່ອຄຳເວົ້າຂອງເພິ່ນ ແລ້ວກໍກັບເມືອ. 51 ໃນຂະນະທີ່ເດີນທາງ ພວກທາດຂອງລາວມາສົ່ງຂ່າວວ່າລູກຊາຍຂອງລາວດີເປັນປົກກະຕິແລ້ວ. 52 ລາວຈຶ່ງຖາມວ່າລູກຊາຍຂອງລາວດີຂຶ້ນຕັ້ງແຕ່ຕອນໃດ. ພວກທາດຕອບວ່າ: “ລູກຊາຍຂອງທ່ານເຊົາໄຂ້ຕັ້ງແຕ່ມື້ວານນີ້ຕອນບ່າຍໂມງ.”* 53 ຜູ້ເປັນພໍ່ຈຶ່ງຮູ້ວ່າເປັນເວລາດຽວກັບທີ່ພະເຢຊູເວົ້າວ່າ: “ລູກຊາຍຂອງເຈົ້າດີເປັນປົກກະຕິແລ້ວ.” ດັ່ງນັ້ນ ລາວແລະທຸກຄົນໃນເຮືອນຈຶ່ງເຊື່ອໃນພະເຢຊູ. 54 ນີ້ເປັນການອັດສະຈັນເທື່ອທີສອງທີ່ພະເຢຊູໄດ້ເຮັດຢູ່ແຂວງຄາລີເລຫຼັງຈາກທີ່ເພິ່ນອອກມາຈາກແຂວງຢູດາຍ.