ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 28
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ເຢເຣມີຢາ​ກັບ​ຜູ້​ພະຍາກອນ​ປອມ​ຮານານີຢາ (1-17)

ເຢເຣມີຢາ 28:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:17; 2ຂຄ 36:10
  • +ຢຊ 11:19; 2ຊມ 21:2

ເຢເຣມີຢາ 28:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 27:4, 8

ເຢເຣມີຢາ 28:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:11, 13; ຢຣມ 27:16; ດນອ 1:2

ເຢເຣມີຢາ 28:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:8; 25:27; ຢຣມ 37:1
  • +2ກສ 23:36; 24:6
  • +2ກສ 24:12, 14; ຢຣມ 24:1

ເຢເຣມີຢາ 28:6

ໄຂເງື່ອນ

  • *

    ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ”

ເຢເຣມີຢາ 28:8

ໄຂເງື່ອນ

  • *

    ຫຼື “ພະຍາດ”

ເຢເຣມີຢາ 28:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 27:2

ເຢເຣມີຢາ 28:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 28:4

ເຢເຣມີຢາ 28:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 27:2

ເຢເຣມີຢາ 28:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:48; ຢຣມ 5:19
  • +ຢຣມ 27:6; ດນອ 2:37, 38

ເຢເຣມີຢາ 28:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 28:1
  • +ຢຣມ 14:14; 23:21; 27:15; ອຊກ 13:3

ເຢເຣມີຢາ 28:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 13:5; 18:20; ຢຣມ 29:32

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 28:12ກສ 24:17; 2ຂຄ 36:10
ຢຣມ. 28:1ຢຊ 11:19; 2ຊມ 21:2
ຢຣມ. 28:2ຢຣມ 27:4, 8
ຢຣມ. 28:32ກສ 24:11, 13; ຢຣມ 27:16; ດນອ 1:2
ຢຣມ. 28:42ກສ 24:8; 25:27; ຢຣມ 37:1
ຢຣມ. 28:42ກສ 23:36; 24:6
ຢຣມ. 28:42ກສ 24:12, 14; ຢຣມ 24:1
ຢຣມ. 28:10ຢຣມ 27:2
ຢຣມ. 28:11ຢຣມ 28:4
ຢຣມ. 28:13ຢຣມ 27:2
ຢຣມ. 28:14ພບຍ 28:48; ຢຣມ 5:19
ຢຣມ. 28:14ຢຣມ 27:6; ດນອ 2:37, 38
ຢຣມ. 28:15ຢຣມ 28:1
ຢຣມ. 28:15ຢຣມ 14:14; 23:21; 27:15; ອຊກ 13:3
ຢຣມ. 28:16ພບຍ 13:5; 18:20; ຢຣມ 29:32
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 28:1-17

ເຢເຣມີຢາ

28 ໃນ​ປີ​ດຽວ​ກັນ​ນັ້ນ​ເຊິ່ງ​ເປັນ​ຊ່ວງ​ທຳອິດ​ທີ່​ເຊເດກີຢາ+​ເປັນ​ກະສັດ​ປົກຄອງ​ຢູດາ​ໃນ​ເດືອນ​ທີ 5 ຂອງ​ປີ​ທີ 4 ຜູ້​ພະຍາກອນ​ຮານານີຢາ​ລູກ​ຊາຍ​ຂອງ​ອັດຊູເຣ​ຈາກ​ເມືອງ​ກິເບໂອນ+​ໄດ້​ເວົ້າ​ກັບ​ເຢເຣມີຢາ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ຕໍ່​ໜ້າ​ພວກ​ປະໂລຫິດ​ແລະ​ປະຊາຊົນ​ວ່າ: 2 “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ເຮົາ​ຈະ​ຫັກ​ແອກ​ຂອງ​ກະສັດ​ບາບີໂລນ.+ 3 ພາຍ​ໃນ 2 ປີ ເຮົາ​ຈະ​ເອົາ​ເຄື່ອງໃຊ້​ທັງໝົດ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ທີ່​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ໄດ້​ເອົາ​ໄປ​ບາບີໂລນ​ກັບ​ມາ​ບ່ອນ​ນີ້.’+ 4 ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ພາ​ເຢໂກນີຢາ+​ລູກ​ຊາຍ​ຂອງ​ເຢໂຮຢາກີມ+​ກະສັດ​ຂອງ​ຢູດາ​ແລະ​ຄົນ​ຢູດາ​ທຸກ​ຄົນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ+​ກັບ​ມາ​ບ່ອນ​ນີ້​ນຳ ຍ້ອນ​ເຮົາ​ຈະ​ຫັກ​ແອກ​ຂອງ​ກະສັດ​ບາບີໂລນ.’”

5 ຈາກ​ນັ້ນ ຜູ້​ພະຍາກອນ​ເຢເຣມີຢາ​ກໍ​ເວົ້າ​ກັບ​ຜູ້​ພະຍາກອນ​ຮານານີຢາ​ຕໍ່​ໜ້າ​ພວກ​ປະໂລຫິດ​ແລະ​ປະຊາຊົນ​ທຸກ​ຄົນ​ທີ່​ຢືນ​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ. 6 ຜູ້​ພະຍາກອນ​ເຢເຣມີຢາ​ເວົ້າ​ວ່າ: “ອາແມນ!* ຂໍ​ໃຫ້​ພະ​ເຢໂຫວາ​ເຮັດ​ແບບ​ນັ້ນ! ຂໍ​ໃຫ້​ພະ​ເຢໂຫວາ​ເຮັດ​ໃຫ້​ຄຳ​ພະຍາກອນ​ຂອງ​ເຈົ້າ​ເກີດ​ຂຶ້ນ​ແທ້​ໂດຍ​ເອົາ​ເຄື່ອງໃຊ້​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ປະຊາຊົນ​ທັງໝົດ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ກັບ​ມາ​ບ່ອນ​ນີ້! 7 ແນວ​ໃດ​ກໍ​ຕາມ ຂໍ​ໃຫ້​ຟັງ​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ​ກັບ​ເຈົ້າ​ແລະ​ປະຊາຊົນ​ທັງໝົດ. 8 ດົນ​ນານ​ມາ​ແລ້ວ ພວກ​ຜູ້​ພະຍາກອນ​ທີ່​ຢູ່​ກ່ອນ​ເຈົ້າ​ແລະ​ຂ້ອຍ​ເຄີຍ​ພະຍາກອນ​ວ່າ​ແຜ່ນດິນ​ແລະ​ປະເທດ​ທີ່​ຍິ່ງ​ໃຫຍ່​ຕ່າງ​ໆ​ຈະ​ຕ້ອງ​ເຈິ​ກັບ​ສົງຄາມ ໄພພິບັດ ແລະ​ໂລກລະບາດ.* 9 ແຕ່​ຖ້າ​ຜູ້​ພະຍາກອນ​ຄົນ​ໃດ​ພະຍາກອນ​ວ່າ​ຈະ​ມີ​ສັນຕິສຸກ​ແລ້ວ​ກໍ​ມີ​ສັນຕິສຸກ​ເກີດ​ຂຶ້ນ​ແທ້​ຕາມ​ທີ່​ລາວ​ເວົ້າ ຄົນ​ອື່ນ​ກໍ​ຈະ​ຮູ້​ວ່າ​ຜູ້​ພະຍາກອນ​ຄົນ​ນັ້ນ​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ສົ່ງ​ມາ​ແທ້​ໆ​.”

10 ແລ້ວ​ຜູ້​ພະຍາກອນ​ຮານານີຢາ​ກໍ​ເອົາ​ແອກ​ທີ່​ຢູ່​ຄໍ​ຂອງ​ຜູ້​ພະຍາກອນ​ເຢເຣມີຢາ​ມາ​ຫັກ​ຖິ້ມ.+ 11 ຈາກ​ນັ້ນ ຜູ້​ພະຍາກອນ​ຮານານີຢາ​ກໍ​ເວົ້າ​ຕໍ່​ໜ້າ​ປະຊາຊົນ​ທຸກ​ຄົນ​ວ່າ: “ພະ​ເຢໂຫວາ​ບອກ​ວ່າ ‘ພາຍ​ໃນ 2 ປີ ເຮົາ​ຈະ​ຫັກ​ແອກ​ຂອງ​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ຈາກ​ຄໍ​ຂອງ​ຊາດ​ທັງໝົດ​ແນວ​ນີ້​ແຫຼະ.’”+ ແລ້ວ​ຜູ້​ພະຍາກອນ​ເຢເຣມີຢາ​ກໍ​ໄປ​ຈາກ​ບ່ອນ​ນັ້ນ.

12 ຫຼັງ​ຈາກ​ຜູ້​ພະຍາກອນ​ຮານານີຢາ​ເອົາ​ແອກ​ຢູ່​ຄໍ​ຂອງ​ຜູ້​ພະຍາກອນ​ເຢເຣມີຢາ​ມາ​ຫັກ​ຖິ້ມ​ແລ້ວ ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ເຢເຣມີຢາ​ວ່າ: 13 “ໃຫ້​ເຈົ້າ​ໄປ​ບອກ​ຮານານີຢາ​ແນວ​ນີ້ ‘ພະ​ເຢໂຫວາ​ບອກ​ວ່າ “ເຈົ້າ​ໄດ້​ຫັກ​ແອກ​ທີ່​ເປັນ​ໄມ້​ຖິ້ມ​ແລ້ວ+ ແຕ່​ເຈົ້າ​ຈະ​ຕ້ອງ​ເຮັດ​ແອກ​ທີ່​ເປັນ​ເຫຼັກ​ມາ​ແທນ​ແອກ​ນັ້ນ.” 14 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ “ເຮົາ​ຈະ​ເອົາ​ແອກ​ເຫຼັກ​ໃສ່​ຄໍ​ຂອງ​ຊາດ​ເຫຼົ່າ​ນີ້​ທັງໝົດ. ເຂົາ​ເຈົ້າ​ຈະ​ຕ້ອງ​ຮັບ​ໃຊ້​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ+​ແລະ​ເຮົາ​ຍັງ​ຈະ​ໃຫ້​ກະສັດ​ບາບີໂລນ​ມີ​ອຳນາດ​ເໜືອ​ສັດ​ປ່າ​ໃນ​ທົ່ງ​ຫຍ້າ​ນຳ​ອີກ.”’”+

15 ຜູ້​ພະຍາກອນ​ເຢເຣມີຢາ​ຈຶ່ງ​ເວົ້າ​ກັບ​ຜູ້​ພະຍາກອນ​ຮານານີຢາ+​ວ່າ: “ຮານານີຢາ​ເອີ້ຍ ໃຫ້​ເຈົ້າ​ຟັງ​ເດີ້! ພະ​ເຢໂຫວາ​ບໍ່​ໄດ້​ສົ່ງ​ເຈົ້າ​ມາ ແຕ່​ເຈົ້າ​ເຮັດ​ໃຫ້​ຄົນ​ຊາດ​ນີ້​ເຊື່ອ​ຄຳ​ຕົວະ​ຂອງ​ເຈົ້າ.+ 16 ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ບອກ​ວ່າ ‘ເຮົາ​ຈະ​ກຳຈັດ​ເຈົ້າ​ອອກ​ຈາກ​ແຜ່ນດິນ. ປີ​ນີ້​ເຈົ້າ​ຈະ​ຕ້ອງ​ຕາຍ​ຍ້ອນ​ເຈົ້າ​ໄດ້​ກະຕຸ້ນ​ປະຊາຊົນ​ໃຫ້​ກະບົດ​ຕໍ່​ພະ​ເຢໂຫວາ.’”+

17 ແລ້ວ​ຜູ້​ພະຍາກອນ​ຮານານີຢາ​ກໍ​ຕາຍ​ໃນ​ເດືອນ​ທີ 7 ຂອງ​ປີ​ນັ້ນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌