ເຢເຣມີຢາ
37 ກະສັດເຊເດກີຢາ+ລູກຊາຍຂອງໂຢສີຢາໄດ້ເລີ່ມເປັນກະສັດປົກຄອງແທນໂກນີຢາ*+ລູກຊາຍຂອງເຢໂຮຢາກີມ ຍ້ອນເນບູກາດເນັດຊາ*ກະສັດຂອງບາບີໂລນໄດ້ແຕ່ງຕັ້ງລາວໃຫ້ເປັນກະສັດຂອງແຜ່ນດິນຢູດາ.+ 2 ແຕ່ເຊເດກີຢາກັບພວກຄົນຮັບໃຊ້ຂອງລາວແລະປະຊາຊົນໃນແຜ່ນດິນບໍ່ໄດ້ຟັງຄຳເວົ້າຂອງພະເຢໂຫວາທີ່ເວົ້າຜ່ານທາງຜູ້ພະຍາກອນເຢເຣມີຢາ.
3 ກະສັດເຊເດກີຢາໄດ້ສົ່ງເຢຮູການ+ລູກຊາຍຂອງເຊເລມີຢາກັບເຊຟານີຢາ+ລູກຊາຍຂອງປະໂລຫິດມາອາເສຢາໄປຫາຜູ້ພະຍາກອນເຢເຣມີຢາແລະເວົ້າວ່າ: “ຂໍໃຫ້ເຈົ້າອະທິດຖານເຖິງພະເຢໂຫວາພະເຈົ້າເພື່ອພວກເຮົາແດ່.” 4 ຕອນນັ້ນ ເຢເຣມີຢາໄປໃສມາໃສກໍໄດ້ ຍ້ອນລາວຍັງບໍ່ທັນຖືກຈັບເຂົ້າຄຸກເທື່ອ.+ 5 ຕອນນັ້ນ ກອງທັບຂອງຟາໂຣ*ໄດ້ອອກເດີນທາງມາຈາກເອຢິບ+ແລະພວກການເດອາທີ່ລ້ອມເມືອງເຢຣູຊາເລັມຢູ່ກໍໄດ້ຍິນຂ່າວເລື່ອງນີ້. ເຂົາເຈົ້າຈຶ່ງຖອຍທັບອອກຈາກເມືອງເຢຣູຊາເລັມ.+ 6 ແລ້ວພະເຢໂຫວາກໍເວົ້າກັບຜູ້ພະຍາກອນເຢເຣມີຢາວ່າ: 7 “ພະເຢໂຫວາພະເຈົ້າຂອງອິດສະຣາເອນເວົ້າແນວນີ້ ‘ໃຫ້ເຈົ້າໄປຫາກະສັດຂອງຢູດາທີ່ສົ່ງເຈົ້າມາຖາມເຮົາແລະບອກລາວວ່າ “ກອງທັບຂອງຟາໂຣທີ່ກຳລັງຈະມາຊ່ວຍພວກເຈົ້າຈະຕ້ອງກັບໄປເອຢິບແຜ່ນດິນຂອງເຂົາເຈົ້າ.+ 8 ແລະພວກການເດອາຈະກັບມາໂຈມຕີເມືອງນີ້ ຍຶດເມືອງນີ້ ແລະຈູດມັນຖິ້ມ.”+ 9 ພະເຢໂຫວາບອກວ່າ “ຢ່າຕົວະໂຕເອງແລະຄິດວ່າ ‘ພວກການເດອາຈະບໍ່ກັບມາດອກ’ ຍ້ອນເຂົາເຈົ້າຈະກັບມາແທ້. 10 ເຖິງວ່າພວກເຈົ້າຈະຕໍ່ສູ້ກັບກອງທັບທັງໝົດຂອງພວກການເດອາທີ່ກຳລັງມາໂຈມຕີພວກເຈົ້າຈົນເຂົາເຈົ້າເຫຼືອແຕ່ທະຫານທີ່ບາດເຈັບ ແຕ່ເຂົາເຈົ້າກໍຍັງຈະລຸກອອກມາຈາກເຕັ້ນຂອງເຂົາເຈົ້າແລະມາຈູດເມືອງນີ້ຖິ້ມ.”’”+
11 ເມື່ອກອງທັບຂອງພວກການເດອາຖອຍກອງທັບອອກຈາກເມືອງເຢຣູຊາເລັມຍ້ອນກອງທັບຂອງຟາໂຣ+ 12 ເຢເຣມີຢາກໍໄດ້ອອກຈາກເມືອງເຢຣູຊາເລັມໄປແຜ່ນດິນຂອງພວກເບັນຢາມິນ+ເພື່ອຈະຮັບມູນມໍລະດົກພ້ອມກັບຄົນຂອງລາວ. 13 ແຕ່ເມື່ອເຢເຣມີຢາໄປຮອດປະຕູເບັນຢາມິນ ຫົວໜ້າພວກທະຫານປ້ອງກັນໂຕກະສັດທີ່ຊື່ວ່າອີຣີຢາ ເຊິ່ງເປັນລູກຊາຍຂອງເຊເລມີຢາແລະເປັນຫຼານຊາຍຂອງຮານານີຢາກໍມາຈັບຜູ້ພະຍາກອນເຢເຣມີຢາໄວ້ແລະເວົ້າວ່າ: “ເຈົ້າຊິໄປຫາພວກການເດອາແມ່ນເບາະ!” 14 ແຕ່ເຢເຣມີຢາຕອບວ່າ: “ບໍ່ແມ່ນ ຂ້ອຍບໍ່ໄດ້ໄປຫາພວກການເດອາ.” ແຕ່ອີຣີຢາກໍບໍ່ຟັງເຢເຣມີຢາ. ອີຣີຢາຈັບເຢເຣມີຢາແລະພາລາວໄປຫາພວກເຈົ້ານາຍ. 15 ພວກເຈົ້ານາຍໃຈຮ້າຍໃຫ້ເຢເຣມີຢາຫຼາຍ.+ ເຂົາເຈົ້າທຸບຕີລາວແລະຈັບລາວເຂົ້າຄຸກ.+ ເຂົາເຈົ້າໃຊ້ເຮືອນຂອງເຢໂຮນາທານທີ່ເປັນເລຂາເປັນບ່ອນຂັງລາວ. 16 ເຢເຣມີຢາຖືກຂັງຢູ່ຄຸກໃຕ້ດິນຫຼາຍມື້.
17 ແລ້ວກະສັດເຊເດກີຢາກໍໃຫ້ຄົນໄປພາເຢເຣມີຢາມາວັງແລະລັກຖາມລາວ+ວ່າ: “ເຈົ້າໄດ້ຂ່າວຫຍັງຈາກພະເຢໂຫວາບໍ?” ເຢເຣມີຢາຕອບວ່າ: “ໂດຍ!” ແລະເວົ້າອີກວ່າ: “ທ່ານຈະຖືກມອບໄວ້ໃນມືຂອງກະສັດບາບີໂລນ!”+
18 ເຢເຣມີຢາຍັງເວົ້າກັບກະສັດເຊເດກີຢາອີກວ່າ: “ຂ້ອຍເຮັດຫຍັງຜິດຕໍ່ທ່ານ ຕໍ່ຄົນຮັບໃຊ້ຂອງທ່ານ ແລະຕໍ່ຄົນຊາດນີ້? ເປັນຫຍັງທ່ານຈຶ່ງຈັບຂ້ອຍເຂົ້າຄຸກ? 19 ຄົນທີ່ພະຍາກອນໃຫ້ທ່ານຟັງວ່າ ‘ກະສັດບາບີໂລນຈະບໍ່ມາໂຈມຕີທ່ານແລະແຜ່ນດິນນີ້ ເຂົາເຈົ້າໄປໃສໝົດແລ້ວ’?+ 20 ກະສັດຜູ້ເປັນນາຍຂອງຂ້ອຍເອີ້ຍ ຂໍທ່ານຟັງຂ້ອຍແລະຂໍທ່ານໃຫ້ຕາມທີ່ຂ້ອຍຂໍ. ຂໍຢ່າສົ່ງຂ້ອຍກັບໄປເຮືອນຂອງເຢໂຮນາທານ+ທີ່ເປັນເລຂາ. ຄັນບໍ່ຊັ້ນ ຂ້ອຍຕ້ອງຕາຍຢູ່ຫັ້ນແທ້ໆ.”+ 21 ກະສັດເຊເດກີຢາຈຶ່ງສັ່ງໃຫ້ຄົນພາເຢເຣມີຢາໄປກັກໂຕໄວ້ຢູ່ເດີ່ນທະຫານປ້ອງກັນໂຕກະສັດ.+ ລາວໄດ້ຮັບເຂົ້າຈີ່ກ້ອນມົນໆມື້ລະກ້ອນຈາກຫົນທາງທີ່ຊື່ວ່າຄົນເຮັດເຂົ້າຈີ່+ຈົນບໍ່ມີເຂົ້າຈີ່ເຫຼືອຢູ່ໃນເມືອງ.+ ແລ້ວເຢເຣມີຢາກໍຢູ່ເດີ່ນທະຫານປ້ອງກັນໂຕກະສັດຕໍ່ໄປ.