ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 14:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ຂ້ອຍ​ຈຶ່ງ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເອີ້ຍ ພວກ​ຜູ້​ພະຍາກອນ​ກຳລັງ​ບອກ​ເຂົາ​ເຈົ້າ​ວ່າ ‘ເຈົ້າ​ຈະ​ບໍ່​ຖືກ​ຂ້າ​ດ້ວຍ​ດາບ​ດອກ​ແລະ​ເຈົ້າ​ຈະ​ບໍ່​ເຈິ​ຄວາມ​ອຶດຢາກ ແຕ່​ພະເຈົ້າ​ຈະ​ໃຫ້​ເຈົ້າ​ມີ​ຄວາມ​ສະຫງົບ​ສຸກ​ແທ້​ໃນ​ບ່ອນ​ນີ້.’”+

  • ເຢເຣມີຢາ 23:16, 17
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ:

      “ຢ່າ​ຟັງ​ຄຳ​ພະຍາກອນ​ຂອງ​ພວກ​ຜູ້​ພະຍາກອນ​ເຫຼົ່າ​ນັ້ນ.

      ເຂົາ​ເຈົ້າ​ກຳລັງ​ຫຼອກ​ລວງ​ເຈົ້າ.+

      ນິມິດ​ທີ່​ເຂົາ​ເຈົ້າ​ເວົ້າ​ມາ​ຈາກ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ເອງ+

      ບໍ່​ແມ່ນ​ມາ​ຈາກ​ພະ​ເຢໂຫວາ.+

      17 ເຂົາ​ເຈົ້າ​ບອກ​ຄົນ​ທີ່​ບໍ່​ຍອມ​ຮັບ​ເຮົາ​ເທື່ອ​ແລ້ວ​ເທື່ອ​ອີກ​ວ່າ

      ‘ພະ​ເຢໂຫວາ​ເວົ້າ​ວ່າ “ພວກ​ເຈົ້າ​ຈະ​ມີ​ສັນຕິສຸກ.”’+

      ແລ້ວ​ບອກ​ທຸກ​ຄົນ​ທີ່​ເຮັດ​ຕາມ​ໃຈ​ດື້​ດ້ານ​ຂອງ​ໂຕເອງ​ວ່າ

      ‘ພວກ​ເຈົ້າ​ຈະ​ບໍ່​ເຈິ​ຄວາມ​ຈິບຫາຍ​ດອກ.’+

  • ເຢເຣມີຢາ 27:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ຢ່າ​ຟັງ​ຄຳ​ເວົ້າ​ຂອງ​ພວກ​ຜູ້​ພະຍາກອນ​ທີ່​ບອກ​ເຈົ້າ​ວ່າ ‘ເຈົ້າ​ຈະ​ບໍ່​ໄດ້​ຮັບ​ໃຊ້​ກະສັດ​ຂອງ​ບາບີໂລນ​ດອກ’+ ຍ້ອນ​ເຂົາ​ເຈົ້າ​ພະຍາກອນ​ເລື່ອງ​ຕົວະ​ໃຫ້​ເຈົ້າ​ຟັງ.+

  • ເຢເຣມີຢາ 28:1, 2
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ໃນ​ປີ​ດຽວ​ກັນ​ນັ້ນ​ເຊິ່ງ​ເປັນ​ຊ່ວງ​ທຳອິດ​ທີ່​ເຊເດກີຢາ+​ເປັນ​ກະສັດ​ປົກຄອງ​ຢູດາ​ໃນ​ເດືອນ​ທີ 5 ຂອງ​ປີ​ທີ 4 ຜູ້​ພະຍາກອນ​ຮານານີຢາ​ລູກ​ຊາຍ​ຂອງ​ອັດຊູເຣ​ຈາກ​ເມືອງ​ກິເບໂອນ+​ໄດ້​ເວົ້າ​ກັບ​ເຢເຣມີຢາ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ຕໍ່​ໜ້າ​ພວກ​ປະໂລຫິດ​ແລະ​ປະຊາຊົນ​ວ່າ: 2 “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ເຮົາ​ຈະ​ຫັກ​ແອກ​ຂອງ​ກະສັດ​ບາບີໂລນ.+

  • ເພງໂສກເສົ້າ 2:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ນິມິດ​ທີ່​ພວກ​ຜູ້ພະຍາກອນ​ບອກ​ເຈົ້າ​ເປັນ​ເລື່ອງ​ຕົວະ​ແລະ​ບໍ່​ມີ​ປະໂຫຍດ.+

      ເຂົາເຈົ້າ​ບໍ່​ໄດ້​ເປີດໂປງ​ຄວາມ​ຜິດ​ຂອງ​ເຈົ້າ​ເພື່ອ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ​ຈາກ​ການ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ+

      ແຕ່​ເຂົາເຈົ້າ​ພັດ​ເວົ້າ​ນິມິດ​ຕົວະ​ແລະ​ປະກາດ​ເລື່ອງ​ທີ່​ບໍ່​ຖືກຕ້ອງ​ໃຫ້​ເຈົ້າ​ຟັງ​ຕະຫຼອດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌