ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 14:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ: “ພວກ​ຜູ້​ພະຍາກອນ​ກຳລັງ​ພະຍາກອນ​ຕົວະ​ໂດຍ​ໃຊ້​ຊື່​ຂອງ​ເຮົາ.+ ເຮົາ​ບໍ່​ໄດ້​ສົ່ງ​ເຂົາ​ເຈົ້າ​ໄປ ບໍ່​ໄດ້​ສັ່ງ​ເຂົາ​ເຈົ້າ​ໃຫ້​ເວົ້າ​ແນວ​ນັ້ນ ແລະ​ບໍ່​ໄດ້​ເວົ້າ​ກັບ​ເຂົາ​ເຈົ້າ​ເລີຍ.+ ສິ່ງ​ທີ່​ເຂົາ​ເຈົ້າ​ບອກ​ເຈົ້າ​ເປັນ​ນິມິດ​ຂີ້​ຕົວະ ເປັນ​ຄຳ​ທຳນາຍ​ທີ່​ບໍ່​ມີ​ປະໂຫຍດ ແລະ​ເປັນ​ເລື່ອງ​ຫຼອກ​ລວງ​ທີ່​ເຂົາ​ເຈົ້າ​ຄິດ​ຂຶ້ນ​ມາ​ເອງ.*+

  • ເຢເຣມີຢາ 23:21
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ເຮົາ​ບໍ່​ໄດ້​ສົ່ງ​ພວກ​ຜູ້​ພະຍາກອນ​ເຫຼົ່າ​ນັ້ນ​ມາ ແຕ່​ເຂົາ​ເຈົ້າ​ມາ​ເອງ.

      ເຮົາ​ບໍ່​ໄດ້​ເວົ້າ​ນຳ​ເຂົາ​ເຈົ້າ ແຕ່​ເຂົາ​ເຈົ້າ​ພະຍາກອນ​ເອງ.+

  • ເຢເຣມີຢາ 28:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ຜູ້​ພະຍາກອນ​ເຢເຣມີຢາ​ຈຶ່ງ​ເວົ້າ​ກັບ​ຜູ້​ພະຍາກອນ​ຮານານີຢາ+​ວ່າ: “ຮານານີຢາ​ເອີ້ຍ ໃຫ້​ເຈົ້າ​ຟັງ​ເດີ້! ພະ​ເຢໂຫວາ​ບໍ່​ໄດ້​ສົ່ງ​ເຈົ້າ​ມາ ແຕ່​ເຈົ້າ​ເຮັດ​ໃຫ້​ຄົນ​ຊາດ​ນີ້​ເຊື່ອ​ຄຳ​ຕົວະ​ຂອງ​ເຈົ້າ.+

  • ເຢເຣມີຢາ 29:8, 9
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ເຮົາ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ວ່າ “ຢ່າ​ໃຫ້​ພວກ​ຜູ້​ພະຍາກອນ​ແລະ​ພວກ​ໝໍ​ມໍ​ຫຼອກ​ພວກ​ເຈົ້າ+ ແລະ​ຢ່າ​ໄປ​ຟັງ​ຄວາມ​ຝັນ​ທີ່​ເຂົາ​ເຈົ້າ​ເລົ່າ​ໃຫ້​ພວກ​ເຈົ້າ​ຟັງ 9 ‘ຍ້ອນ​ເຂົາ​ເຈົ້າ​ພະຍາກອນ​ເລື່ອງ​ຕົວະ​ໂດຍ​ອ້າງ​ຊື່​ຂອງ​ເຮົາ. ເຮົາ​ບໍ່​ໄດ້​ສົ່ງ​ເຂົາ​ເຈົ້າ​ມາ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”’

  • ເອເຊກຽນ 13:6
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 “ນິມິດ​ແລະ​ຄຳ​ພະຍາກອນ​ຂອງ​ເຂົາເຈົ້າ​ເປັນ​ເລື່ອງ​ຂີ້​ຕົວະ. ເຂົາເຈົ້າ​ເວົ້າ​ວ່າ ‘ພະ​ເຢໂຫວາ​ເວົ້າ​ຈັ່ງ​ຊີ້’ ທັງ​ໆ​ທີ່​ພະ​ເຢໂຫວາ​ບໍ່​ໄດ້​ສົ່ງ​ເຂົາເຈົ້າ​ໄປ ແລະ​ເຂົາເຈົ້າ​ຖ້າ​ໃຫ້​ຄຳ​ພະຍາກອນ​ຂອງ​ໂຕ​ເອງ​ເກີດ​ຂຶ້ນ​ແທ້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌