ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 20:6
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ຖ້າ​ຜູ້​ໃດບໍ່​ສັດຊື່ຕໍ່​ເຮົາ*ໂດຍ​ໄປ​ຫາ​ໝໍ​ຜີ+​ກັບ​ໝໍ​ດູ+ ເຮົາ​ຈະ​ບໍ່​ຍອມ​ຮັບ​ຜູ້​ນັ້ນ​ເດັດຂາດ ແລະ​ລາວ​ຈະ​ຕ້ອງ​ຕາຍ.+

  • ພະບັນຍັດ 18:10-12
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ຢ່າ​ໃຫ້ຜູ້​ໃດ​ເອົາ​ລູກ​ຊາຍ​ຫຼື​ລູກສາວຂອງ​ໂຕເອງ​ໄປ​ເຜົາບູຊາ.*+ ຢ່າ​ໃຫ້​ຜູ້​ໃດທຳ​ນາຍອະນາຄົດ*+ ໃຊ້​ມົນ+ ຫຼືເບິ່ງ​ໂຊກ​ເບິ່ງລາງ.+ 11 ຢ່າ​ໃຫ້​ຜູ້​ໃດ​ເສກ​ຂອງ​ໃສ່​ຜູ້​ອື່ນ. ຢ່າ​ໃຫ້​ຜູ້​ໃດ​ໄປ​ປຶກສາ​ຄົນ​ຊົງ+ ໝໍ​ດູ+ ຫຼື​ໄປ​ຖາມ​ຂ່າວ​ຫາ​ຄົນ​ຕາຍ.+ 12 ພະ​ເຢໂຫວາ​ຂີ້​ດຽດ​ຄົນ​ທີ່​ເຮັດ​ສິ່ງ​ເຫຼົ່ານີ້ ແລະ​ຍ້ອນ​ຄົນ​ເຫຼົ່ານີ້​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈຶ່ງ​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ຈາກ​ແຜ່ນດິນ​ຂອງ​ເຈົ້າ.

  • 1 ຂ່າວຄາວ 10:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ຊາອູນ​ຕາຍ​ຍ້ອນ​ລາວ​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ. ລາວ​ບໍ່​ໄດ້​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ+ ແລະ​ລາວ​ຍັງ​ຂໍ​ໃຫ້​ໝໍ​ຜີ​ຊ່ວຍ+

  • ເອຊາຢາ 8:19
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ຖ້າ​ມີ​ຄົນ​ບອກ​ພວກເຈົ້າ​ວ່າ: “ໄປ​ຂໍ​ໃຫ້​ພວກ​ໝໍ​ຜີ​ຫຼື​ພວກ​ໝໍ​ດູ​ທີ່​ເຮັດ​ປາກ​ເໜັງ​ມຸບ​ໆ​ມິບ​ໆ​ແລະ​ເວົ້າ​ບໍ່​ເຂົ້າໃຈ​ຊ່ວຍ​ແມ້” ພວກເຈົ້າ​ຈະ​ໄປ​ບໍ? ມະນຸດ​ຄວນ​ຈະ​ໄປ​ຂໍ​ໃຫ້​ພະເຈົ້າ​ຂອງ​ໂຕເອງ​ຊ່ວຍ. ຄົນ​ເປັນ​ບໍ່​ຄວນ​ໄປ​ຂໍ​ໃຫ້​ຄົນ​ຕາຍ​ຊ່ວຍ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌