ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 15:1-5
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ພະ​ເຢໂຫວາ​ເອີ້ຍ ໃຜ​ຈະ​ໄດ້​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະອົງ?

      ໃຜ​ຈະ​ໄດ້​ຢູ່​ເທິງ​ພູ​ທີ່​ບໍລິສຸດ​ຂອງ​ພະອົງ?+

       2 ກໍ​ແມ່ນ​ຄົນ​ທີ່​ໃຊ້​ຊີວິດ​ຢ່າງ​ສັດຊື່+

      ເຮັດ​ສິ່ງ​ທີ່​ຖືກຕ້ອງ+

      ແລະ​ເວົ້າ​ຄວາມຈິງ​ຈາກ​ໃຈ.+

       3 ລາວ​ບໍ່​ເວົ້າ​ໃສ່​ຮ້າຍ​ຄົນອື່ນ+

      ລາວ​ບໍ່​ເຮັດ​ສິ່ງ​ທີ່​ບໍ່​ດີ​ຕໍ່​ເພື່ອນ​ບ້ານ+

      ແລະ​ລາວ​ບໍ່​ເຮັດ​ໃຫ້​ໝູ່​ເສຍ​ຊື່ສຽງ.*+

       4 ລາວ​ບໍ່​ເປັນ​ໝູ່​ກັບ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຊັງ+

      ແຕ່​ລາວ​ໃຫ້​ກຽດ​ຄົນ​ທີ່​ຢ້ານຢຳ​ພະ​ເຢໂຫວາ.

      ລາວ​ບໍ່​ເຮັດ​ຜິດ​ຄຳ​ສັນຍາ*​ເຖິງ​ວ່າ​ໂຕເອງ​ຈະ​ເສຍ​ຜົນ​ປະໂຫຍດ.+

       5 ລາວ​ໃຫ້​ຢືມ​ເງິນ​ໂດຍ​ບໍ່​ເອົາ​ດອກ​ເບ້ຍ+

      ແລະ​ລາວ​ບໍ່​ຮັບ​ສິນບົນ​ເພື່ອ​ໃສ່​ຮ້າຍ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ.+

      ໃຜ​ກໍ​ຕາມ​ທີ່​ເຮັດ​ສິ່ງ​ເຫຼົ່ານີ້​ຈະ​ບໍ່​ມີ​ມື້​ລົ້ມ​ລົງ*​ເລີຍ.+

  • ເພງສັນລະເສີນ 27:4
    ຄຳພີໄບເບິນສະບັບແປໂລກໃໝ່
    •  4 ສິ່ງ​ໜຶ່ງ​ທີ່​ຂ້ອຍ​ເຄີຍ​ຂໍ​ຈາກ​ພະ​ເຢໂຫວາ

      ເຊິ່ງ​ເປັນ​ສິ່ງ​ທີ່​ຂ້ອຍ​ຢາກ​ໄດ້​ຫຼາຍ

      ນັ້ນ​ແມ່ນ​ການ​ໄດ້​ຢູ່​ວິຫານ*​ຂອງ​ພະ​ເຢໂຫວາ​ຕະຫຼອດ​ຊີວິດ​ຂອງ​ຂ້ອຍ+

      ເພື່ອ​ຈະ​ໄດ້​ແນມ​ເບິ່ງ​ຄວາມ​ດີ*​ຂອງ​ພະ​ເຢໂຫວາ

      ແລະ​ເບິ່ງ​ວິຫານ​ຂອງ​ເພິ່ນ​ດ້ວຍ​ຄວາມ​ຊື່ນຊົມ​ຍິນດີ.*+

  • ເພງສັນລະເສີນ 84:1-4
    ຄຳພີໄບເບິນສະບັບແປໂລກໃໝ່
    • 84 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເອີ້ຍ

      ລູກ​ຮັກ​ບ່ອນ​ຢູ່​ທີ່​ຍິ່ງໃຫຍ່​ຂອງ​ພະອົງ​ຫຼາຍ​ແທ້​ໆ​.+

       2 ລູກ​ຢາກ​ຢູ່​ເດີ່ນ​ວິຫານ​ຂອງ​ພະ​ເຢໂຫວາ​ອີ່ຫຼີ.+

      ລູກ​ຢາກ​ໄປ​ຢູ່​ຫັ້ນ​ຫຼາຍ​ຈົນ​ໝົດ​ເຫື່ອ​ໝົດ​ແຮງ.

      ລູກ​ຮ້ອງ​ເພງ​ດ້ວຍ​ຄວາມ​ຍິນດີ​ຕໍ່​ໜ້າ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່

      ດ້ວຍ​ສຸດ​ຫົວໃຈ​ແລະ​ສຸດ​ກຳລັງ.

       3 ແມ່ນ​ແຕ່​ນົກ​ກໍ​ຍັງ​ມີ​ບ່ອນ​ຢູ່​ໃນ​ວິຫານ​ຂອງ​ພະອົງ.

      ນົກ​ແອ່ນ​ກໍ​ຍັງ​ເຮັດ​ຮັງແລະ​ເບິ່ງແຍງ​ລູກ​ຂອງ​ມັນ​ຢູ່​ໃກ້​ໆ​ແທ່ນ​ບູຊາ​ຂອງ​ພະອົງ.

      ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເອີ້ຍ ພະອົງ​ເປັນ​ກະສັດແລະ​ເປັນ​ພະເຈົ້າ​ຂອງ​ລູກ.

       4 ຄົນ​ທີ່​ໄດ້​ຢູ່​ວິຫານ​ຂອງ​ພະອົງ​ກໍ​ມີ​ຄວາມສຸກ​ຫຼາຍ.+

      ເຂົາເຈົ້າ​ສັນລະເສີນ​ພະອົງ​ບໍ່​ຢຸດ​ບໍ່​ເຊົາ.+ (ເຊລາ)*

  • ເພງສັນລະເສີນ 84:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ໃຫ້​ລູກ​ຢູ່​ພັກ​ປະຕູ​ວິຫານ​ຂອງ​ພະເຈົ້າກໍ​ຍັງ​ດີ​ກວ່າ​ຢູ່​ໃນ​ເຕັ້ນ​ຂອງ​ຄົນ​ຊົ່ວ

      ຍ້ອນ​ຢູ່​ເດີ່ນ​ວິຫານ​ຂອງ​ພະອົງ​ມື້​ດຽວ​ກໍ​ດີ​ກວ່າ​ຢູ່​ບ່ອນ​ອື່ນ​ໜຶ່ງ​ພັນ​ມື້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌