ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 24:12, 13
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ເຢໂຮຢາກິນ​ກະສັດ​ຂອງ​ຢູດາ​ໄດ້​ອອກ​ໄປ​ຫາ​ກະສັດ​ບາບີໂລນ+ພ້ອມ​ກັບ​ແມ່​ຂອງ​ລາວ ພວກ​ຂ້າລາຊະການ+ ພວກ​ເຈົ້ານາຍ* ແລະ​ພວກ​ຄົນຮັບໃຊ້. ແລ້ວ​ກະສັດ​ບາບີໂລນ​ໄດ້​ຈັບ​ລາວ​ໄປ​ເປັນ​ຊະເລີຍ​ໃນ​ປີ​ທີ 8 ທີ່​ກະສັດ​ບາບີໂລນ​ປົກຄອງ.+ 13 ກະສັດ​ບາບີໂລນ​ໄດ້​ເອົາ​ສິ່ງ​ມີ​ຄ່າ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ໃນ​ຄັງຊັບສິນ​ທີ່​ຢູ່​ໃນ​ວັງ​ຂອງ​ກະສັດ​ໄປ.+ ເຄື່ອງ​ໃຊ້​ທັງໝົດ​ທີ່​ເປັນ​ຄຳ​ທີ່​ໂຊໂລໂມນ​ກະສັດ​ອິດສະຣາເອນ​ເຮັດ​ໄວ້​ໃນ​ວິຫານ​ຂອງ​ພະ​ເຢໂຫວາ+ ລາວ​ກໍ​ເອົາ​ມາ​ຕັດ​ເປັນ​ປ່ຽງ​ໆ​. ເລື່ອງ​ນີ້​ເກີດຂຶ້ນ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ໄວ້.

  • ເພງສັນລະເສີນ 74:3
    ຄຳພີໄບເບິນສະບັບແປໂລກໃໝ່
    •  3 ຂໍ​ພະອົງ​ສົນໃຈ​ບ່ອນ​ທີ່​ເປັນ​ຊາກ​ຫັກພັງ​ຕະຫຼອດໄປ.+

      ພວກ​ສັດຕູ​ໄດ້​ທຳລາຍ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ບ່ອນ​ບໍລິສຸດ​ຂອງ​ພະອົງ.+

  • ເພງສັນລະເສີນ 74:7
    ຄຳພີໄບເບິນສະບັບແປໂລກໃໝ່
    •  7 ເຂົາເຈົ້າ​ຈູດ​ບ່ອນ​ບໍລິສຸດ​ຂອງ​ພະອົງ.+

      ເຂົາເຈົ້າ​ເຮັດ​ໃຫ້​ເຕັ້ນ​ສັກສິດ​ທີ່​ມີ​ຊື່​ຂອງ​ພະອົງ​ເສື່ອມ​ເສຍ​ໂດຍ​ທຳລາຍ​ເຕັ້ນ​ນັ້ນ​ຈົນ​ບໍ່​ເຫຼືອ​ຫຍັງ.

  • ເພງໂສກເສົ້າ 1:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ພວກ​ສັດຕູ​ໄດ້​ປຸ້ນ​ເອົາ​ຊັບສົມບັດ​ທັງໝົດ​ຂອງ​ລາວ​ໄປ.+

      ລາວ​ເຫັນ​ຊາດ​ຕ່າງ​ໆ​ເຂົ້າ​ໄປ​ໃນ​ບ່ອນ​ບໍລິສຸດ​ຂອງ​ລາວ+

      ທັງ​ໆ​ທີ່​ພະອົງ​ໄດ້​ສັ່ງ​ໄວ້​ແລ້ວ​ວ່າ ຫ້າມ​ເຂົາເຈົ້າ​ໄປ​ລວມ​ໂຕ​ກັບ​ປະຊາຊົນ​ຂອງ​ພະອົງ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌