-
ຈົດເຊັນບັນຊີ 21:21-24ຄຳພີໄບເບິນສະບັບແປໂລກໃໝ່
-
-
21 ພວກອິດສະຣາເອນໄດ້ສົ່ງຄົນໄປບອກສີໂຮນກະສັດຂອງພວກອາໂມວ່າ:+ 22 “ພວກເຮົາຂໍຜ່ານແຜ່ນດິນຂອງທ່ານໄດ້ບໍ? ພວກເຮົາຊິບໍ່ຍ່າງຜ່າໄຮ່ນາຫຼືສວນໝາກລະແຊັງ ແລະຊິບໍ່ກິນນ້ຳຢູ່ນ້ຳສ້າງຂອງພວກທ່ານດອກ. ພວກເຮົາຊິໄປຕາມເສັ້ນທາງຫຼັກເທົ່ານັ້ນຈົນຜ່ານເຂດແດນຂອງທ່ານໄປ.”+ 23 ແຕ່ສີໂຮນບໍ່ຍອມໃຫ້ພວກອິດສະຣາເອນຜ່ານເຂດຂອງລາວ. ລາວລວບລວມຄົນຂອງລາວອອກມາເຈິພວກອິດສະຣາເອນຢູ່ບ່ອນກັນດານ ແລະໄດ້ຕໍ່ສູ້ກັບພວກອິດສະຣາເອນຢູ່ຢາຮາດ.+ 24 ແຕ່ພວກອິດສະຣາເອນໄດ້ຂ້າສີໂຮນ+ ແລະໄດ້ຍຶດແຜ່ນດິນຂອງລາວ+ຕັ້ງແຕ່ຮ່ອມພູອາໂນນ+ໄປຈົນຮອດຢັບໂບກ+ທີ່ຢູ່ໃກ້ໆພວກອຳໂມນ ແຕ່ບໍ່ກາຍເມືອງຢາເຊ+ ຍ້ອນເມືອງນີ້ຢູ່ຕິດກັບເຂດແດນຂອງພວກອຳໂມນ.+
-