ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 14:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ: “ພວກ​ຜູ້​ພະຍາກອນ​ກຳລັງ​ພະຍາກອນ​ຕົວະ​ໂດຍ​ໃຊ້​ຊື່​ຂອງ​ເຮົາ.+ ເຮົາ​ບໍ່​ໄດ້​ສົ່ງ​ເຂົາ​ເຈົ້າ​ໄປ ບໍ່​ໄດ້​ສັ່ງ​ເຂົາ​ເຈົ້າ​ໃຫ້​ເວົ້າ​ແນວ​ນັ້ນ ແລະ​ບໍ່​ໄດ້​ເວົ້າ​ກັບ​ເຂົາ​ເຈົ້າ​ເລີຍ.+ ສິ່ງ​ທີ່​ເຂົາ​ເຈົ້າ​ບອກ​ເຈົ້າ​ເປັນ​ນິມິດ​ຂີ້​ຕົວະ ເປັນ​ຄຳ​ທຳນາຍ​ທີ່​ບໍ່​ມີ​ປະໂຫຍດ ແລະ​ເປັນ​ເລື່ອງ​ຫຼອກ​ລວງ​ທີ່​ເຂົາ​ເຈົ້າ​ຄິດ​ຂຶ້ນ​ມາ​ເອງ.*+

  • ເຢເຣມີຢາ 28:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ຜູ້​ພະຍາກອນ​ເຢເຣມີຢາ​ຈຶ່ງ​ເວົ້າ​ກັບ​ຜູ້​ພະຍາກອນ​ຮານານີຢາ+​ວ່າ: “ຮານານີຢາ​ເອີ້ຍ ໃຫ້​ເຈົ້າ​ຟັງ​ເດີ້! ພະ​ເຢໂຫວາ​ບໍ່​ໄດ້​ສົ່ງ​ເຈົ້າ​ມາ ແຕ່​ເຈົ້າ​ເຮັດ​ໃຫ້​ຄົນ​ຊາດ​ນີ້​ເຊື່ອ​ຄຳ​ຕົວະ​ຂອງ​ເຈົ້າ.+

  • ເຢເຣມີຢາ 29:21
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ເວົ້າ​ກ່ຽວ​ກັບ​ອາຮາບ​ລູກ​ຊາຍ​ຂອງ​ໂກລາຢາ​ແລະ​ເຊເດກີຢາ​ລູກ​ຊາຍ​ຂອງ​ມາອາເສຢາ ເຊິ່ງ​ພະຍາກອນ​ເລື່ອງ​ຕົວະ​ໃຫ້​ພວກ​ເຈົ້າ​ຟັງ​ໂດຍ​ອ້າງ​ຊື່​ຂອງ​ເຮົາ.+ ເພິ່ນ​ເວົ້າ​ວ່າ ‘ເຮົາ​ຈະ​ມອບ​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ ແລະ​ລາວ​ຈະ​ຂ້າ​ເຂົາ​ເຈົ້າ​ຕໍ່​ໜ້າ​ຕໍ່​ຕາ​ພວກ​ເຈົ້າ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌