ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 25:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ຈັບ​ເສຣາຢາ​+ທີ່​ເປັນ​ປະໂລຫິດ​ໃຫຍ່ ເຊຟານີຢາ+ທີ່​ເປັນ​ຜູ້​ຊ່ວຍປະໂລຫິດ​ໃຫຍ່ ແລະ​ຄົນ​ຍາມ​ປະຕູ 3 ຄົນ​ໄປ​ນຳ.+

  • 2 ກະສັດ 25:21
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ກະສັດ​ບາບີໂລນ​ໄດ້​ຂ້າ​ເຂົາ​ເຈົ້າ​ຢູ່​ເມືອງ​ຣິບລາ​ໃນ​ເຂດ​ຮາມັດ.+ ພວກ​ຢູດາ​ຈຶ່ງຖືກ​ໄລ່ອອກ​ຈາກ​ແຜ່ນດິນ​ຂອງ​ໂຕເອງ ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+

  • ເຢເຣມີຢາ 21:1, 2
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ເຢເຣມີຢາ​ໄດ້​ຮັບ​ຂ່າວ​ສານ​ຈາກ​ພະ​ເຢໂຫວາ​ຕອນ​ທີ່​ກະສັດ​ເຊເດກີຢາ+​ສົ່ງ​ປັດຊູ+​ລູກ​ຊາຍ​ຂອງ​ມັນກີຢາ​ແລະ​ປະໂລຫິດ​ເຊຟານີຢາ+​ລູກ​ຊາຍ​ຂອງ​ມາອາເສຢາ​ມາ​ຫາ​ລາວ ເຂົາ​ເຈົ້າ​ຂໍຮ້ອງ​ລາວ​ວ່າ: 2 “ຂໍ​ໃຫ້​ເຈົ້າ​ຖາມ​ພະ​ເຢໂຫວາ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ພວກ​ເຮົາ ຍ້ອນ​ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ​ກຳລັງ​ຈະ​ມາ​ເຮັດ​ສົງຄາມ​ກັບ​ພວກ​ເຮົາ.+ ບາງ​ເທື່ອ​ພະ​ເຢໂຫວາ​ຈະ​ເຮັດ​ການ​ອັດສະຈັນ​ເພື່ອ​ຊ່ວຍ​ພວກ​ເຮົາ​ແລະ​ເຮັດ​ໃຫ້​ກະສັດ​ຖອຍ​ກອງ​ທັບ​ກັບ​ໄປ.”+

  • ເຢເຣມີຢາ 37:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ກະສັດ​ເຊເດກີຢາ​ໄດ້​ສົ່ງ​ເຢຮູການ+​ລູກ​ຊາຍ​ຂອງ​ເຊເລມີຢາ​ກັບ​ເຊຟານີຢາ+​ລູກ​ຊາຍ​ຂອງ​ປະໂລຫິດ​ມາອາເສຢາ​ໄປ​ຫາ​ຜູ້​ພະຍາກອນ​ເຢເຣມີຢາ​ແລະ​ເວົ້າ​ວ່າ: “ຂໍ​ໃຫ້​ເຈົ້າ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ພະເຈົ້າ​ເພື່ອ​ພວກ​ເຮົາ​ແດ່.”

  • ເຢເຣມີຢາ 52:24
    ຄຳພີໄບເບິນສະບັບແປໂລກໃໝ່
    • 24 ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ຈັບ​ເສຣາຢາ+​ທີ່​ເປັນ​ປະໂລຫິດ​ໃຫຍ່ ເຊຟານີຢາ+​ທີ່​ເປັນ​ຜູ້​ຊ່ວຍ​ປະໂລຫິດ​ໃຫຍ່ ແລະ​ຄົນ​ຍາມ​ປະຕູ 3 ຄົນ​ໄປ​ນຳ.+

  • ເຢເຣມີຢາ 52:27
    ຄຳພີໄບເບິນສະບັບແປໂລກໃໝ່
    • 27 ກະສັດ​ບາບີໂລນ​ໄດ້​ຂ້າ​ເຂົາ​ເຈົ້າ​ຢູ່​ເມືອງ​ຣິບລາ+​ໃນ​ເຂດ​ຮາມັດ. ພວກ​ຢູດາ​ຈຶ່ງ​ຖືກ​ໄລ່​ອອກ​ຈາກ​ແຜ່ນດິນ​ຂອງ​ໂຕເອງ​ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌