ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 14:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ: “ພວກ​ຜູ້​ພະຍາກອນ​ກຳລັງ​ພະຍາກອນ​ຕົວະ​ໂດຍ​ໃຊ້​ຊື່​ຂອງ​ເຮົາ.+ ເຮົາ​ບໍ່​ໄດ້​ສົ່ງ​ເຂົາ​ເຈົ້າ​ໄປ ບໍ່​ໄດ້​ສັ່ງ​ເຂົາ​ເຈົ້າ​ໃຫ້​ເວົ້າ​ແນວ​ນັ້ນ ແລະ​ບໍ່​ໄດ້​ເວົ້າ​ກັບ​ເຂົາ​ເຈົ້າ​ເລີຍ.+ ສິ່ງ​ທີ່​ເຂົາ​ເຈົ້າ​ບອກ​ເຈົ້າ​ເປັນ​ນິມິດ​ຂີ້​ຕົວະ ເປັນ​ຄຳ​ທຳນາຍ​ທີ່​ບໍ່​ມີ​ປະໂຫຍດ ແລະ​ເປັນ​ເລື່ອງ​ຫຼອກ​ລວງ​ທີ່​ເຂົາ​ເຈົ້າ​ຄິດ​ຂຶ້ນ​ມາ​ເອງ.*+

  • ເຢເຣມີຢາ 28:15, 16
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ຜູ້​ພະຍາກອນ​ເຢເຣມີຢາ​ຈຶ່ງ​ເວົ້າ​ກັບ​ຜູ້​ພະຍາກອນ​ຮານານີຢາ+​ວ່າ: “ຮານານີຢາ​ເອີ້ຍ ໃຫ້​ເຈົ້າ​ຟັງ​ເດີ້! ພະ​ເຢໂຫວາ​ບໍ່​ໄດ້​ສົ່ງ​ເຈົ້າ​ມາ ແຕ່​ເຈົ້າ​ເຮັດ​ໃຫ້​ຄົນ​ຊາດ​ນີ້​ເຊື່ອ​ຄຳ​ຕົວະ​ຂອງ​ເຈົ້າ.+ 16 ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ບອກ​ວ່າ ‘ເຮົາ​ຈະ​ກຳຈັດ​ເຈົ້າ​ອອກ​ຈາກ​ແຜ່ນດິນ. ປີ​ນີ້​ເຈົ້າ​ຈະ​ຕ້ອງ​ຕາຍ​ຍ້ອນ​ເຈົ້າ​ໄດ້​ກະຕຸ້ນ​ປະຊາຊົນ​ໃຫ້​ກະບົດ​ຕໍ່​ພະ​ເຢໂຫວາ.’”+

  • ເອເຊກຽນ 13:8, 9
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ “‘ຍ້ອນ​ນິມິດ​ແລະ​ຄຳ​ພະຍາກອນ​ຂອງ​ເຂົາເຈົ້າ​ເປັນ​ເລື່ອງ​ຂີ້​ຕົວະ ເຮົາ​ຈຶ່ງ​ເປັນ​ສັດຕູ​ກັບ​ເຂົາເຈົ້າ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ຈັ່ງ​ຊີ້.”+ 9 ເຮົາ​ຈະ​ເດ່​ມື​ອອກ​ໄປ​ລົງໂທດ​ພວກ​ຜູ້ພະຍາກອນ​ທີ່​ເຫັນ​ນິມິດ​ແລະ​ເວົ້າ​ຄຳ​ພະຍາກອນ​ທີ່​ຂີ້​ຕົວະ.+ ເຂົາເຈົ້າ​ຈະ​ບໍ່​ໄດ້​ຢູ່​ໃນ​ກຸ່ມ​ຄົນ​ທີ່​ເຮົາ​ເຮັດ​ດີ​ນຳ. ຊື່​ຂອງ​ເຂົາເຈົ້າ​ຈະ​ບໍ່​ຖືກ​ຂຽນ​ໄວ້​ໃນ​ລາຍຊື່​ຄົນ​ອິດສະຣາເອນ ແລະ​ເຂົາເຈົ້າ​ຈະ​ບໍ່​ໄດ້​ກັບ​ຄືນ​ມາ​ແຜ່ນ​ດິນ​ອິດສະຣາເອນ ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ເຢໂຫວາ​ເປັນ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌