ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 74:7
    ຄຳພີໄບເບິນສະບັບແປໂລກໃໝ່
    •  7 ເຂົາເຈົ້າ​ຈູດ​ບ່ອນ​ບໍລິສຸດ​ຂອງ​ພະອົງ.+

      ເຂົາເຈົ້າ​ເຮັດ​ໃຫ້​ເຕັ້ນ​ສັກສິດ​ທີ່​ມີ​ຊື່​ຂອງ​ພະອົງ​ເສື່ອມ​ເສຍ​ໂດຍ​ທຳລາຍ​ເຕັ້ນ​ນັ້ນ​ຈົນ​ບໍ່​ເຫຼືອ​ຫຍັງ.

  • ເພງສັນລະເສີນ 79:1
    ຄຳພີໄບເບິນສະບັບແປໂລກໃໝ່
    • 79 ພະເຈົ້າ​ເອີ້ຍ ຊາດ​ຕ່າງ​ໆ​ບຸກ​ໂຈມຕີ​ແຜ່ນດິນ​ທີ່​ພະອົງ​ເອົາ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ເປັນ​ມໍລະດົກ.+

      ເຂົາເຈົ້າ​ເຮັດ​ໃຫ້​ວິຫານ​ທີ່​ບໍລິສຸດ​ຂອງ​ພະອົງ​ບໍ່​ສະອາດ.+

      ເຂົາເຈົ້າ​ເຮັດ​ໃຫ້​ເຢຣູຊາເລັມ​ກາຍ​ເປັນ​ກອງ​ຊາກຫັກພັງ.+

  • ເຢເຣມີຢາ 7:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ຍ້ອນ​ແນວ​ນີ້ ເຮົາ​ຈະ​ເຮັດ​ກັບ​ວິຫານ​ທີ່​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ເຮົາ+​ທີ່​ພວກ​ເຈົ້າ​ໄວ້ໃຈ+ ແລະ​ເຮັດ​ກັບ​ແຜ່ນດິນ​ນີ້​ທີ່​ເຮົາ​ເອົາ​ໃຫ້​ພວກ​ເຈົ້າ​ກັບ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ຄື​ກັບ​ທີ່​ເຮົາ​ເຄີຍ​ເຮັດ​ກັບ​ເມືອງ​ຊີໂລ.+

  • ເພງໂສກເສົ້າ 1:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ພວກ​ສັດຕູ​ໄດ້​ປຸ້ນ​ເອົາ​ຊັບສົມບັດ​ທັງໝົດ​ຂອງ​ລາວ​ໄປ.+

      ລາວ​ເຫັນ​ຊາດ​ຕ່າງ​ໆ​ເຂົ້າ​ໄປ​ໃນ​ບ່ອນ​ບໍລິສຸດ​ຂອງ​ລາວ+

      ທັງ​ໆ​ທີ່​ພະອົງ​ໄດ້​ສັ່ງ​ໄວ້​ແລ້ວ​ວ່າ ຫ້າມ​ເຂົາເຈົ້າ​ໄປ​ລວມ​ໂຕ​ກັບ​ປະຊາຊົນ​ຂອງ​ພະອົງ.

  • ເພງໂສກເສົ້າ 2:7
    ຄຳພີໄບເບິນສະບັບແປໂລກໃໝ່
    •  7 ພະ​ເຢໂຫວາ​ບໍ່​ຍອມຮັບ​ແທ່ນບູຊາ​ຂອງ​ເພິ່ນ.

      ເພິ່ນ​ບໍ່​ສົນໃຈ​ບ່ອນ​ບໍລິສຸດ​ຂອງ​ເພິ່ນ.+

      ເພິ່ນ​ມອບ​ກຳແພງ​ກັບ​ປ້ອມ​ສູງ​ຕ່າງ​ໆ​ໄວ້​ໃນ​ມື​ຂອງ​ພວກ​ສັດຕູ.+

      ເຂົາເຈົ້າ​ຮ້ອງ​ສຽງ​ດັງ​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ+​ຄື​ກັບ​ມື້​ທີ່​ມີ​ການ​ສະຫຼອງ​ເທດສະການ.

  • ເອເຊກຽນ 9:7
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ຈາກ​ນັ້ນ ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ໃຫ້​ພວກ​ເຈົ້າ​ໄປ​ເຮັດ​ໃຫ້​ວິຫານ​ບໍ່​ສະອາດ ແລະ​ເຮັດ​ໃຫ້​ເດີ່ນ​ຂອງ​ວິຫານ​ເຕັມ​ແຕ່​ສົບ​ຄົນ​ຕາຍ.”+ ເຂົາເຈົ້າ​ຈຶ່ງ​ອອກ​ໄປ​ຂ້າ​ທຸກ​ຄົນ​ຢູ່​ໃນ​ເມືອງ​ນັ້ນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌