ບົດທີ 76
ພະເຢຊູໄລ່ພວກພໍ່ຄ້າອອກຈາກວິຫານ
ໃນລະດູໃບໄມ້ປົ່ງປີ 30 ພະເຢຊູໄປເມືອງເຢຣູຊາເລັມ. ມີບັກຫຼາຍໆຄົນໄປສະຫຼອງປັດສະຄາຢູ່ເມືອງນີ້. ປົກກະຕິແລ້ວ ຄົນທີ່ມາສະຫຼອງເທດສະການນີ້ຕ້ອງເອົາສັດມາເປັນເຄື່ອງບູຊາຢູ່ວິຫານ. ບາງຄົນກໍເອົາມາເອງ ສ່ວນບາງຄົນກໍຊື້ຢູ່ເມືອງເຢຣູຊາເລັມ.
ເມື່ອພະເຢຊູເຂົ້າໄປໃນວິຫານ ເພິ່ນເຫັນພວກພໍ່ຄ້າເອົາສັດມາຂາຍເອົາກຳໄລຢູ່ເຮືອນຂອງພະເຢໂຫວາ ເພິ່ນກໍໃຈຮ້າຍຫຼາຍ! ພະເຢຊູເອົາເຊືອກມາເຮັດເປັນແສ້ ແລ້ວໄລ່ແກະໄລ່ງົວອອກຈາກວິຫານ. ເພິ່ນຍັງຂວ້ຳໂຕະຂອງຄົນແລກປ່ຽນເງິນແລະຖອກເງິນຫຼຽນຂອງເຂົາເຈົ້າລົງພື້ນ. ເພິ່ນບອກຄົນຂາຍນົກເຂົາວ່າ: ‘ເອົາເຄື່ອງເຫຼົ່ານີ້ອອກໄປໃຫ້ໝົດ! ຢ່າມາເຮັດໃຫ້ເຮືອນຂອງພໍ່ຂ້ອຍເປັນບ່ອນຄ້າຂາຍ!’
ເມື່ອຄົນທີ່ຢູ່ວິຫານເຫັນສິ່ງທີ່ພະເຢຊູເຮັດກໍຮູ້ສຶກງຶດຫຼາຍ. ພວກລູກສິດກໍຄິດພໍ້ຄຳພະຍາກອນກ່ຽວກັບເມຊີອາທີ່ບອກວ່າ: “ລູກຮັກວິຫານຂອງພະອົງຫຼາຍຈົນຮູ້ສຶກຄືກັບວ່າມີໄຟລຸກແຮງຢູ່ໃນໂຕຂອງລູກ.”
ຫຼັງຈາກນັ້ນ ໃນປີ 33 ພະເຢຊູໄດ້ໄປວິຫານແລະໄລ່ພວກພໍ່ຄ້າໜີອີກເທື່ອໜຶ່ງ. ເພິ່ນບໍ່ຍອມໃຫ້ໃຜມາລົບລູ່ເຮືອນຂອງພໍ່ເພິ່ນ.
“ພວກເຈົ້າຈະເປັນທັງທາດຂອງພະເຈົ້າແລະທາດຂອງຊັບສົມບັດກໍບໍ່ໄດ້.”—ລູກາ 16:13