ຄຳຖາມທົບທວນຕອນ 3
ລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ອ່ານສຸພາສິດ 27:11
ເປັນຫຍັງເຈົ້າຢາກຈະສັດຊື່ພັກດີຕໍ່ພະເຢໂຫວາ?
(ເບິ່ງ ບົດທີ 34)
ຖ້າເຮົາມີເລື່ອງທີ່ຕ້ອງຕັດສິນໃຈແລະເລື່ອງນັ້ນບໍ່ໄດ້ບອກໄວ້ກົງໆໃນຄຳພີໄບເບິນ ເຈົ້າຈະຕັດສິນໃຈໃຫ້ດີໄດ້ແນວໃດ?
(ເບິ່ງ ບົດທີ 35)
ເຈົ້າຈະສັດຊື່ໃນທຸກເລື່ອງໄດ້ແນວໃດ?
(ເບິ່ງ ບົດທີ 36)
ອ່ານມັດທາຍ 6:33
ວຽກອາຊີບແລະເງິນເປັນສິ່ງສຳຄັນ ແຕ່ເຈົ້າຈະ ‘ເຮັດໃຫ້ການປົກຄອງຂອງພະເຈົ້າເປັນສິ່ງສຳຄັນທີ່ສຸດໃນຊີວິດ’ ໄດ້ແນວໃດ?
(ເບິ່ງ ບົດທີ 37)
ພະເຢໂຫວາເບິ່ງວ່າຊີວິດມີຄ່າຫຼາຍ ແລ້ວເຈົ້າຈະເຮັດແນວໃດໄດ້ແດ່ເພື່ອສະແດງໃຫ້ເຫັນວ່າເຈົ້າເຫັນຄ່າຊີວິດ?
(ເບິ່ງ ບົດທີ 38)
ອ່ານກິດຈະການ 15:29
ເຈົ້າຈະເຮັດຕາມຄຳສັ່ງຂອງພະເຢໂຫວາໃນເລື່ອງເລືອດໄດ້ແນວໃດ?
ເຈົ້າຄິດວ່າເຈົ້າຈະສາມາດເຮັດຕາມຄຳສັ່ງຂອງເພິ່ນໃນເລື່ອງເລືອດໄດ້ບໍ?
(ເບິ່ງ ບົດທີ 39)
ອ່ານ 2 ໂກຣິນໂທ 7:1
ເພື່ອຈະເປັນຄົນສະອາດທາງດ້ານຮ່າງກາຍແລະທາງດ້ານສິນລະທຳ ເຮົາຕ້ອງເຮັດຫຍັງແດ່?
(ເບິ່ງ ບົດທີ 40)
ອ່ານ 1 ໂກຣິນໂທ 6:9, 10
ຄຳພີໄບເບິນບອກຫຍັງກ່ຽວກັບເລື່ອງເພດ? ເຈົ້າເຫັນດີນຳບໍກັບເລື່ອງນີ້?
ຄຳພີໄບເບິນມີຄຳແນະນຳຫຍັງກ່ຽວກັບການດື່ມເຄື່ອງດື່ມມຶນເມົາ?
ອ່ານມັດທາຍ 19:4-6, 9
ພະເຈົ້າບອກຫຍັງແດ່ກ່ຽວກັບມາດຕະຖານຂອງເພິ່ນເລື່ອງການແຕ່ງດອງ?
ເປັນຫຍັງເຮົາຕ້ອງຈົດທະບຽນແຕ່ງດອງຫຼືຈົດທະບຽນຢ່າຮ້າງໃຫ້ຖືກຕ້ອງຕາມກົດໝາຍ?
(ເບິ່ງ ບົດທີ 42)
ມີການສະຫຼອງແບບໃດແດ່ທີ່ພະເຢໂຫວາບໍ່ພໍໃຈ ແລະເປັນຫຍັງເພິ່ນຈຶ່ງຮູ້ສຶກແບບນັ້ນ?
(ເບິ່ງ ບົດທີ 44)
ອ່ານໂຢຮັນ 17:16 ແລະກິດຈະການ 5:29
ເຈົ້າອາດເຮັດຫຍັງໄດ້ແດ່ເພື່ອສະແດງວ່າເຈົ້າເປັນກາງ?
ຖ້າເຈົ້າໜ້າທີ່ບ້ານເມືອງສັ່ງໃຫ້ເຈົ້າເຮັດບາງຢ່າງທີ່ຂັດກັບກົດໝາຍຂອງພະເຈົ້າ ເຈົ້າຈະເຮັດແນວໃດ?
(ເບິ່ງ ບົດທີ 45)
ອ່ານມາຣະໂກ 12:30
ເຈົ້າຈະເຮັດຫຍັງເພື່ອສະແດງໃຫ້ເຫັນວ່າເຈົ້າຮັກພະເຢໂຫວາ?